“ເພາະ​ເຮົາ​ມີ​ຊີວິດ​ຢູ່, ພວກ​ທ່ານ​ກໍ​ຈະ​ມີ​ຊີວິດ​ຢູ່​ຄື​ກັນ”

ໂດຍ ແອວ​ເດີ ເຊ​ນ ເອັມ ໂບ​ເວັນ

ແຫ່ງ​ສາວົກ​ເຈັດ​ສິບ


ເຊ​ນ ເອັມ ໂບ​ເວັນ
ເປັນ​ເພາະ​ພຣະ​ອົງ, ແມ່ນ​ແຕ່​ພຣະຜູ້​ຊ່ອຍ​ໃຫ້​ລອດ ພຣະເຢ​ຊູ​ຄຣິດ, ຄວາມ​ຮູ້ສຶກ​ຂອງ​ຄວາມ​ໂສກເສົ້າ, ຄວາມ​ໂດດ​ດ່ຽວ, ແລະ ຄວາມ​ສິ້ນ​ຫວັງ​ເຫລົ່ານັ້ນ ມື້ໜຶ່ງຈະ​ຖືກ​ກືນ​ເຂົ້າ​ໄປ​ໃນ​ຄວາມ​ສົມບູນ​ແຫ່ງ​ຄວາມສຸກ.

ຕອນ​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດສະໜາ​ທີ່ປະເທດ​ຈີ​ເລ, ຄູ່​ສອນສາດສະໜາ ແລະ ຂ້າພະເຈົ້າ​ໄດ້​ພົບ​ຄອບຄົວ​ທີ່​ມີ​ສາ​ມະ​ຊິກເຈັດ​ຄົນ​ໃນ​ສາຂາ. ແມ່​ຄົນ​ນັ້ນ​ໄດ້​ໄປ​ໂບດ​ກັບ​ລູກ​ຫ້າ​ຄົນ​ທຸກໆທິດ. ພວກ​ຂ້າພະເຈົ້າ​ໄດ້​ຄິດ​ວ່າ​ເຂົາເຈົ້າ​ໄດ້​ເປັນ​ສະມາຊິກ​ຂອງສາດສະໜາ​ຈັກ​ດົນ​ນານ​ມາ​ແລ້ວ. ຫລັງ​ຈາກ​ຫລາຍໆ​ອາທິດ ພວກ​ຂ້າພະເຈົ້າ​ໄດ້​ຮຽນ​ຮູ້​ວ່າ​ເຂົາເຈົ້າ​ຍັງ​ບໍ່​ໄດ້​ຮັບ​ບັບ​ຕິ​ສະ​ມາ.

ພວກ​ຂ້າພະເຈົ້າ​ໄດ້​ຕິດຕໍ່​ຫາ​ຄອບຄົວ​ນັ້ນ​ທັນທີ ແລະ ໄດ້​ຂໍ​ໄປບ້ານ​ຂອງ​ເຂົາເຈົ້າ ແລະ ສອນ​ເຂົາເຈົ້າ. ຜູ້​ເປັນ​ພໍ່​ບໍ່​ໄດ້​ສົນໃຈ ໃນ​ການ​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ ແຕ່ບໍ່​ໄດ້​ຂັດ​ຄ້ານ​ໃນ​ການສອນ​ຄອບຄົວ​ຂອງ​ລາວ.

ຊິດ​ສະ​ເຕີ ຣາ​ມີ​ເຣສ ໄດ້​ກ້າວໜ້າ​ໃນ​ບົດຮຽນ​ຢ່າງ​ວ່ອງໄວ. ນາງຮ້ອນໃຈ​ທີ່​ຈະ​ຮຽນ​ຄຳ​ສອນ​ທັງ​ໝົດ​ທີ່​ພວກ​ຂ້າພະເຈົ້າ​ໄດ້​ສອນ. ຄືນ​ໜຶ່ງ ເມື່ອ​ພວກ​ຂ້າພະເຈົ້າ​ໄດ້​ສົນທະນາ​ກັນ​ກ່ຽວ​ກັບ​ການບັບ​ຕິ​ສະ​ມາ​ເດັກນ້ອຍ, ພວກ​ຂ້າພະເຈົ້າ​ໄດ້​ສອນ​ວ່າ ເດັກນ້ອຍບໍລິສຸດ ແລະ ບໍ່​ຈຳເປັນ​ຕ້ອງ​ໄດ້​ຮັບ​ບັບ​ຕິ​ສະ​ມາ. ພວກ​ຂ້າ​ພະເຈົ້າ​ໄດ້​ເຊື້ອ​ເຊີນ​ໃຫ້​ນາງ​ອ່ານ​ໃນ​ໜັງສື​ຂອງ​ໂມ​ໂຣ​ໄນວ່າ:

“ຈົ່ງ​ເບິ່ງ ພໍ່​ກ່າວ​ກັບ​ລູກ​ວ່າ ລູກ​ຈົ່ງ​ສອນ​ເລື່ອງ​ຕໍ່​ໄປ​ນີ້-​ເຊັ່ນການ​ກັບ​ໃຈ ແລະ ການ​ບັບ​ຕິ​ສະ​ມາ​ໃຫ້​ຄົນ​ທີ່​ຮູ້ຈັກ​ຮັບຜິດຊອບ ແລະ ສາມາດ​ເຮັດ​ບາບ​ໄດ້; ແທ້​ຈິງ​ແລ້ວ, ຈົ່ງ​ສອນ​ຜູ້​ເປັນ​ບິດາມານ​ດາ​ວ່າ ພວກ​ເຂົາ​ຕ້ອງ​ກັບ​ໃຈ ແລະ ຮັບ​ບັບຕິສະ​ມາ, ແລະ ຖ່ອມຕົວ​ຄື​ກັນ​ກັບ​ລູກໆ​ຂອງ​ພວກ​ເຂົາ, ແລ້ວ​ພວກ​ເຂົາ​ຈະ​ໄດ້​ຮັບຄວາມ​ລອດ​ພ້ອມ​ກັບ​ລູກນ້ອຍໆ​ຂອງ​ພວກ​ເຂົາ​ທັງ​ໝົດ.

“ແລະ ລູກນ້ອຍໆ​ຂອງ​ພວກ​ເຂົາ​ບໍ່​ຕ້ອງການ​ການ​ກັບ​ໃຈ ຫລື ຮັບ​ບັບ​ຕິ​ສະ​ມາ. ຈົ່ງ​ເບິ່ງ, ການ​ບັບ​ຕິ​ສະ​ມາ​ແມ່ນ​ກະທຳ​ໄວ້​ກັບການ​ກັບ​ໃຈ ເພື່ອ​ຈະ​ເຮັດ​ໃຫ້​ພຣະ​ບັນຍັດ​ສຳເລັດອັນ​ນຳໄປ​ສູ່​ການປົດ​ບາບ.

“ແຕ່​ເດັກນ້ອຍ​ມີ​ຊີວິດ​ຢູ່​ໃນ​ພຣະຄຣິດ, ເຖິງ​ແມ່ນ​ຕັ້ງແຕ່​ການ​ວາງຮາກ​ຖານ​ຂອງ​ໂລກ​ມາ; ຖ້າ​ຫາກ​ບໍ່​ເປັນ​ດັ່ງນັ້ນ, ພຣະ​ເຈົ້າ​ກໍ​ຄົງເປັນ​ພຣະ​ເຈົ້າ​ທີ່​ບໍ່​ຍຸດ​ຕິ​ທຳ, ແລະ ເລືອກ​ໜ້າ​ຄົນ; ເພາະວ່າ​ມີເດັດ​ນ້ອຍໆ​ຈັກ​ຄົນ​ແລ້ວ​ທີ່​ຕາຍ​ໄປ​ໂດຍ​ປາດ​ສະ​ຈາກ​ການ​ບັບ​ຕິສະ​ມາ!”1

ຫລັງ​ຈາກ​ໄດ້​ອ່ານ​ຂໍ້​ພຣະ​ຄຳ​ພີ​ນີ້, ຊິດ​ສະ​ເຕີ ຣາ​ມີ​ເຣສ ໄດ້​ເລີ່​ມຮ້ອງໄຫ້. ຄູ່​ສອນ ແລະ ຂ້າພະເຈົ້າ​ງົງງັນ​ໄປ. ຂ້າພະເຈົ້າ​ໄດ້​ຖາມ​ວ່າ, “ຊິດ​ສະ​ເຕີ ຣາ​ມີ​ເຣສ, ພວກ​ເຮົາ​ໄດ້​ເຮັດ ຫລື ເວົ້າ​ຫຍັງ​ທີ່​ເຮັດໃຫ້​ເຈົ້າ​ບໍ່​ພໍໃຈ​ບໍ?”

ນາງ​ໄດ້​ບອກ​ວ່າ, “ໂອ້ ບໍ່​ດອກ ແອວ​ເດີ, ພວກ​ເຈົ້າ​ບໍ່​ໄດ້​ເຮັດ​ຫຍັງ​ຜິດ​ເລີຍ. ​ເມື່ອຫົກ​ປີ​ກ່ອນ ຂ້ອຍ​ໄດ້​ມີ​ລູກ ຊາຍ​ນ້ອຍ​ຄົນ​ໜຶ່ງ. ລາວ​ໄດ້​ຕາຍ​ໄປ​ກ່ອນ​ພວກ​ເຮົາ​ໄດ້​ໃຫ້​ບັບຕິ​ສະ​ມາ​ລາວ. ຄຸນ​ພໍ່​ຂອງ​ພວກ​ເຮົາ​ໄດ້​ບອກ​ພວກ​ເຮົາ​ວ່າ ເພາະວ່າ​ລາວ​ບໍ່​ໄດ້​ຮັບ​ບັບ​ຕິ​ສະ​ມາຈິດ​ວິນ​ຍານ​ຂອງ​ລາວ​ຈະ​ໄປ​ໃສ​ບໍ່ ໄດ້​ຕະຫລອດ​ຊົ່ວ​ນິລັນດອນ. ເປັນ​ເວລາ​ຫົກ​ປີ​ທີ່​ຂ້ອຍ​ໄດ້​ຮູ້ສຶກເຖິງ​ຄວາມເຈັບ​ປວດ ແລະ ຄວາມ​ຮູ້ສຶກ​ຜິດ​ນັ້ນ. ຫລັງ​ຈາກ​ໄດ້ ອ່ານ​ພຣະ​ຄຳ​ພີ​ຂໍ້​ນີ້​ແລ້ວ, ຂ້ອຍ​ຮູ້ໂດຍ​ອຳນາດ​ຂອງ​ພຣະ​ວິນຍານ​ບໍລິສຸດ ວ່າ​ມັນ​ຈິງ. ຂ້ອຍ​ໄດ້​ຮູ້ສຶກ​ວ່າ​ພາລະ​ທີ່​ໜັກໜ່ວງຖືກ​ເອົາ​ໄປ​ຈາກ​ຂ້ອຍ, ແລະ ນີ້​ຄື​ນ້ຳ​ຕາ​ແຫ່ງ​ຄວາມ​ປິ​ຕິ​ຍິນ​ດີ.”

ຂ້າພະເຈົ້າ​ຈຳ​ຄຳ​ສອນ​ຂອງສາດສະດາ​ໂຈ​ເຊັບ ສະ​ມິດ, ຜູ້​ທີ່ໄດ້​ສອນ​ຄຳ​ສອນ​ທີ່​ປອບ​ໂຍນ​ນີ້​ວ່າ: “ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮັບ​ເອົາຫລາຍ​ຄົນ​ໄປ, ແມ່ນ​ແຕ່​ໃນ​ໄວ​ເດັກ​ອ່ອນ, ເພື່ອ​ພວກ​ເຂົາ​ອາດລອດ​ພົ້ນ​ຈາກ​ຄວາມ​ອິດສາ​ຂອງ​ມະນຸດ, ແລະ ຄວາມ​ໂສກເສົ້າ ແລະ ຄວາມ​ຊົ່ວ​ຮ້າຍ​ຂອງ​ໂລກ​ປະຈຸ​ບັນ​ນີ້; ພວກ​ເຂົາ​ບໍລິສຸດ ຫລາຍ, ສວຍ​ງາມ​ຫລາຍ, ທີ່​ຈະ​ມີ​ຊີວິດ​ຢູ່​ເທິງ​ໂລກ; ສະນັ້ນ, ຖ້າ​ຫາກ​ມາ​ພິຈາລະນາ​ຢ່າງ​ຖືກຕ້ອງ​ແລ້ວ, ແທນ​ທີ່​ຈະ​ໄວ້​ທຸກພວກ​ເຮົາ​ມີ​ເຫດຜົນ​ທີ່​ຈະ​ປິ​ຕິ​ຍິນ​ດີ ເພາະ​ພວກ​ເຂົາ​ຖືກ​ປົດ​ປ່ອຍຈາກ​ຄວາມ​ຊົ່ວ​ຮ້າຍ, ແລະ ອີກ​ບໍ່​ດົນ​ພວກ​ເຮົາ​ກໍ​ຈະ​ໄດ້​ມີ​ພວກເຂົາ​ອີກ.”2

ຫລັງ​ຈາກ​ນາງໄດ້​ທົນ​ທຸກ​ຢູ່​ກັບ​ຄວາມ​ໂສກເສົ້າ ແລະ ຄວາມເຈັບປວດ​ທີ່​ເກືອບ​ທົນ​ບໍ່​ໄຫວ​ເປັນ​ເວລາ​ຫົກ​ປີ, ຄຳ​ສອນ​ທີ່ແທ້​ຈິງ, ທີ່ພຣະ​ບິດາ​ໃນ​ສະຫວັນ​ທີ່​ຮັກແພງ​ໄດ້​ເປີດເຜີຍຜ່ານ​ສາດສະດາທີ່​ມີ​ຊີວິດ​ຢູ່, ໄດ້​ນຳ​ຄວາມ​ສັນຕິ​ສຸກ​ທີ່​ຫວານ​ຊື່ນມາ​ໃຫ້​ຍິງ​ທີ່​ຖືກທໍລະມານ​ຄົນ​ນີ້. ບໍ່​ຈຳເປັນ​ຕ້ອງ​ເວົ້າ​ເລີຍ​ວ່າ, ຊິດ​ສະ​ເຕີ ຣາ​ມີ​ເຣສ ແລະ ລູກໆ​ຂອງ​ນາງ​ທີ່​ມີ​ອາຍຸ​ແປດ​ປີ​ຂຶ້ນ​ໄປ​ໄດ້​ຮັບບັບ​ຕິ​ສະ​ມາ.

ຂ້າພະເຈົ້າ​ຈຳ​ໄດ້​ວ່າ ໄດ້​ຂຽນ​ຈົດໝາຍ​ຫາ​ຄອບຄົວ ເພື່ອ​ສະແດງ​ຄວາມ​ກະຕັນຍູ ທີ່​ຂ້າພະເຈົ້າ​ໄດ້​ຮູ້ສຶກ​ຢູ່​ໃນ​ໃຈ​ຂອງ​ຂ້າ​ພະເຈົ້າສຳລັບ​ຄວາມ​ຮູ້​ນີ້ ແລະ ຄວາມ​ຈິງ​ອື່ນໆ​ທີ່​ແຈ່ມ​ແຈ້ງ ແລະ ມີຄ່າ​ທັງຫລາຍຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະເຢ​ຊູ​ຄຣິດທີ່​ໄດ້ຮັບ​ການ​ຟື້ນ​ຟູ​ແລ້ວ. ຂ້າພະເຈົ້າ​ບໍ່​ເຄີຍ​ນຶກ​ເຄີຍ​ຝັນ​ເລີຍ​ວ່າ ຫລັກທຳ​ອັນ​ປະເສີດ​ທີ່ແທ້​ຈິງ​ນີ້ ຈະ​ກັບ​ຄືນ​ມາ​ຫາ​ຂ້າພະເຈົ້າ​ອີກຫລາຍ​ປີ​ຕໍ່​ມາ​ໃນ​ອະນາຄົດ ແລະ ກາຍ​ມາ​ເປັນ​ການ​ປິ່ນປົວຂອງ​ຂ້າພະເຈົ້າ.

ຂ້າພະເຈົ້າ​ຢາກ​ກ່າວ​ກັບ​ຜູ້​ທີ່​ໄດ້​ສູນ​ເສຍ​ລູກ ແລະ ໄດ້​ຖາມ​ຄຳຖາມ​ວ່າ, “ເປັນ​ຫ​ຍັງ​ຈຶ່ງ​ເປັນ​ເຮົາ?” ຫລື​ວ່າ ແມ່ນ​ແຕ່​ໄດ້​ສົງໄສສັດທາ​ຂອງ​ຕົນ​ເອງ​ໃນ​ພຣະ​ບິດາ​ໃນ​ສະຫວັນ​ທີ່​ຮັກແພງ. ຄຳອະທິຖານ​ຂອງ​ຂ້າພະເຈົ້າ​ຄື ໂດຍ​ອຳນາດ​ຂອງ​ພຣະ​ວິນ​ຍານບໍລິ​ສຸດ, ຂ້າພະເຈົ້າ​ອາດ​ຈະ​ໄດ້​ນຳ​ຄວາມ​ຫວັງ, ຄວາມ​ສະຫງົບສຸກ, ແລະ ຄວາມ​ເຂົ້າໃຈ​ສ່ວນ​ໜຶ່ງ​ມາ​ໃຫ້. ມັນ​ເປັນຄວາມປາຖະໜາ​ຂອງ​ຂ້າພະເຈົ້າ ທີ່​ຈະ​ເປັນ​ເຄື່ອງມື​ໃນ​ການ​ນຳ​ສັດທາຂອງ​ທ່ານ​ຄືນ​ມາ ທີ່​ມີ​ຢູ່​ໃນ​ພຣະ​ບິດາ​ໃນ​ສະຫວັນ​ທີ່​ຮັກແພງ ຜູ້​ທີ່ຮູ້​ທຸກ​ສິ່ງ ແລະ ປ່ອຍ​ໃຫ້​ເຮົາ​ປະສົບ​ການ​ທົດ​ລອງ ເພື່ອ​ວ່າ​ເຮົາຈະ​ສາມາດ​ຮູ້ ແລະ ຮັກ​ພຣະ​ອົງ ແລະ ເຂົ້າໃຈ​ວ່າ ປາດ​ສະຈາກ​ພຣະ​ອົງ​ແລ້ວ ເຮົາ​ບໍ່​ມີ​ຫຍັງ​ເລີຍ.

ໃນ​ວັນ​ທີ 24 ເດືອນ​ກຸມພາ ​ຂອງ​ປີ 1990, ລູກ​ຊາຍ​ຄົນ​ທີ່​ສາມ ແລະ ລູກ​ຄົນທີ​ຫົກ​ຂອງ​ພວກ​ຂ້າພະເຈົ້າ​ໄດ້​ເກີດ​ມາ. ພວກ​ຂ້າພະ​ເຈົ້າ​ຕັ້ງ​ຊື່​ໃຫ້​ລາວ​ວ່າ ໄທ​ສັນ. ລາວ​ເປັນ​ເດັກ​ຊາຍ​ທີ່​ໜ້າ​ຮັກ, ແລະ ຄອບຄົວ​ຂອງ​ພວກ​ຂ້າພະເຈົ້າ​ໄດ້​ຕ້ອນຮັບ​ລາວ​ດ້ວຍ​ຫົວໃຈ ແລະ ອ້ອມ​ແຂນ​ທີ່​ເປີດ​ກວ້າງ. ອ້າຍ ແລະ ເອື້ອຍ​ຂອງ ລາວ​ພູມໃຈ​ໃນ​ຕົວ​ລາວ​ຫລາຍ. ພວກ​ຂ້າພະເຈົ້າ​ທຸກ​ຄົນ​ໄດ້​ຄິດວ່າ​ລາວ​ເປັນ​ເດັກ​ຊາຍ​ທີ່​ສົມບູນ​ແບບ ທີ່​ເຄີຍ​ໄດ້​ເກີດ​ມາ.

ຕອນທ້າວ ໄທ​ສັນ ມີ​ອາຍຸ​ແປດ​ເດືອນ, ລາວ​ໄດ້​ກືນ​ສໍ​ຂາວ ກ້ອນ​ໜຶ່ງທີ່​ລາວ​ໄດ້​ເຫັນ​ຢູ່​ໃນ​ພົມ. ສໍ​ຂາວ​ກ້ອນ​ນັ້ນ​ໄດ້​ຄາຄໍ​ຂອງ ໄທ​ສັນ, ແລະ ລາວ​ຢຸດ​ຫາຍໃຈ. ອ້າຍ​ຂອງ ໄທ​ສັນ ໄດ້​ອູ້ມ​ລາວ​ຂຶ້ນ​ເທິງ​ເຮືອນ, ຮ້ອງ​ຂຶ້ນ​ຢ່າງ​ຢ້ານ​ກົວ​ວ່າ, “ແອນ້ອຍ ບໍ່​ຫັນໃຈ, ແອນ້ອຍ​ບໍ່​ຫັນໃຈ.” ພວກ​ຂ້າພະເຈົ້າ​ໄດ້​ເລີ່​ມ​ສູບລົມ​ຫັນໃຈ​ໃຫ້​ລາວ ແລະ ໄດ້​ໂທ​ຫາເລກ​ໂທ​ສຸກ​ເສີນ.

ລົດ​ໂຮງໝໍ​ໄດ້​ມາ​ເຖິງ ແລະ ຟ້າວ​ເອົາ ໄທ​ສັນ ໄປ​ໂຮງໝໍ. ຢູ່ໃນ​ຫ້ອງ​ລໍຖ້າ ພວກ​ຂ້າພະເຈົ້າ​ໄດ້​ພາກັນ​ອະທິຖານ​ຢ່າງ​ແຮງກ້າ​ຕໍ່​ໄປ ຂະນະ​ທີ່​ພວກ​ຂ້າພະເຈົ້າ​ໄດ້​ອ້ອນວອນ​ທູນ​ຂໍ​ສິ່ງ​ມະຫັດ​ສະ​ຈັນ​ນຳ​ພຣະ​ເຈົ້າ. ຫລັງ​ຈາກ​ເບິ່ງ​ຄື​ວ່າ​ດົນ​ນານ​ຫລາຍ, ທ່ານໝໍ​ໄດ້​ອອກ​ມາ​ທີ່​ຫ້ອງ ແລະ ໄດ້​ບອກ​ວ່າ, “ຂ້ອຍ​ເສຍ​ໃຈຫລາຍ. ພວກ​ເຮົາ​ເຮັດ​ຫຍັງ​ຫລາຍ​ກວ່າ​ນີ້​ບໍ່​ໄດ້. ພວກ​ເຈົ້າ​ຢາກໃຊ້​ເວລາ​ຫລາຍ​ປານໃດ​ກໍ​ໄດ້.” ແລ້ວທ່ານໝໍ​ກໍ​ໄດ້​ຈາກ​ໄປ.

ເມື່ອ​ພວກ​ຂ້າພະເຈົ້າ​ເຂົ້າ​ໄປ​ໃນ​ຫ້ອງ​ທີ່ ໄທ​ສັນ ນອນ​ຢູ່​ນັ້ນ, ພວກ​ຂ້າພະເຈົ້າ​ໄດ້​ເຫັນ​ລູກ​ທີ່​ຮັກ​ຂອງ​ພວກ​ຂ້າພະເຈົ້າ​ບໍ່​ມີ​ຊີວິດແລ້ວ. ເບິ່ງ​ຄື​ວ່າ ລາວ​ໄດ້​ມີ​ແສງ​ສະຫວ່າງ​ນິລັນດອນ​ຢູ່​ອ້ອມຮອບ​ຮ່າງກາຍ​ນ້ອຍໆ​ຂອງ​ລາວ. ລາວ​ແຈ່ມ​ໃສ ແລະ ບໍລິສຸດຫລາຍ.

ໃນ​ເວລາ​ນັ້ນ ໄດ້​ຮູ້ສຶກ​ເໝືອນ​ວ່າ​ໂລກ​ຂອງ​ພວກ​ຂ້າພະເຈົ້າ​ໄດ້ສິ້ນ​ສຸດ​ໄປ​ແລ້ວ. ພວກ​ຂ້າພະເຈົ້າ​ຈະ​ກັບ​ຄືນ​ໄປ​ຫາ​ລູກໆ​ຄົນ​ອື່ນ ແລະ ພະຍາຍາມ​ອະທິບາຍ​ວ່າ ໄທ​ສັນ ຈະ​ບໍ່​ໄດ້​ກັບ​ບ້ານ​ໄດ້ແນວໃດ?

ຂ້າພະເຈົ້າ​ຈະ​ກ່າວ​ຈາກ​ຄວາມ​ຄິດ​ເຫັນ​ຂອງ​ຂ້າພະເຈົ້າ​ເອງ ເມື່ອຂ້າພະເຈົ້າ​ແບ່ງປັນ​ປະສົບ​ການ​ທັງ​ໝົດ​ນີ້. ພັນ​ລະ​ຍາ​ທີ່​ແສນ​ດີ ແລະ ຂ້າພະເຈົ້າ​ໄດ້​ມີ​ການ​ທົດ​ລອງ​ນີ້​ນຳ​ກັນ, ແຕ່ຂ້າພະເຈົ້າ​ບໍ່ສາມາດ​ຈະ​ກ່າວ​ເຖິງ​ຄວາມ​ຮູ້ສຶກ​ຂອງ​ຜູ້​ເປັນ​ແມ່​ໄດ້ ແລະ ຈະ​ບໍ່ພະຍາຍາມ​ລອງ​ເຮັດ​ເລີຍ.

ມັນ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ບັນຍາຍ​ຄວາມ​ຮູ້ສຶກ​ທີ່​ປະ​ປົນທີ່​ຂ້າ​ພະເຈົ້າ​ໄດ້​ມີ​ໃນ​ຊີວິດ​ຂອງ​ຂ້າພະເຈົ້າ​ໃນ​ເວລາ​ນັ້ນ. ສ່ວນ​ຫລາຍແລ້ວ ຂ້າພະເຈົ້າ​ໄດ້​ຮູ້ສຶກ​ຄື​ກັບ​ວ່າ ຂ້າພະເຈົ້າ​ໄດ້​ຢູ່​ໃນ​ຝັນ​ຮ້າຍ ແລະ ອີກ​ບໍ່​ດົນ​ຂ້າພະເຈົ້າ​ຈະ​ຕື່ນ​ຂຶ້ນ ແລະ ຝັນ​ຮ້າຍ​ທີ່​ເປັນຕາຢ້ານ​ນີ້ ຈະ​ໄດ້​ສິ້ນ​ສຸດ​ລົງ​ໄປ. ເປັນ​ເວລາ​ຫລາຍໆ​ຄືນ ຂ້າ​ພະເຈົ້າ​ບໍ່​ໄດ້​ນອນ. ສ່ວນ​ຫລາຍ​ແລ້ວ ຂ້າພະເຈົ້າ​ໄດ້​ຍ່າງ​ກັບ​ໄປ​ກັບມາ​ຈາກ​ຫ້ອງ​ໜຶ່ງ​ໄປຫາ​ອີກ​ຫ້ອງ​ໜຶ່ງ, ເພື່ອ​ໃຫ້​ແນ່​ໃຈ​ວ່າ​ລູກ​ຄົນອື່ນໆ​ປອດ​ໄພ​ທຸກ​ຄົນ.

ຄວາມ​ຮູ້ສຶກ​ຜິດ​ໄດ້​ທໍລະມານ​ຂ້າພະເຈົ້າ. ຂ້າພະເຈົ້າ​ຮູ້ສຶກ​ຜິດຫລາຍ. ຂ້າພະເຈົ້າ​ໄດ້​ຮູ້ສຶກ​ວ່າ​ຕົວ​ເອງ​ເຮັດ​ຜິດ. ຂ້າພະເຈົ້າ​ເປັນພໍ່​ຂອງ​ລາວ; ຂ້າພະເຈົ້າ​ຄວນ​ໄດ້​ເຮັດ​ຫລາຍ​ກວ່າ​ນັ້ນ ເພື່ອ​ປົກປ້ອງ​ລາວ. ຖ້າ​ຫາກ​ຂ້າພະເຈົ້າ​ໄດ້​ເຮັດ​ສິ່ງ​ໃດ​ສິ່ງ​ໜຶ່ງ. ບາງເທື່ອແມ່ນ​ແຕ່​ໃນ​ເວລາ​ນີ້, 22 ປີ​ຕໍ່​ມາ, ຄວາມ​ຮູ້ສຶກ​ເຫລົ່ານັ້ນ​ຍັງ​​ເລີ່​ມ ເຂົ້າ​ມາສູ່​ຫົວໃຈ​ຂອງ​ຂ້າພະເຈົ້າ, ແລະ ຂ້າພະເຈົ້າ​ຕ້ອງ​ກຳຈັດມັນ​ຢ່າງ​ໄວ ເພາະວ່າ​ມັນ​ເປັນ​ອັນຕະລາຍ​ໄດ້.

ປະມານ​ໜຶ່ງ​ເດືອນ​ຫລັງ​ຈາກ ໄທ​ສັນ ໄດ້​ຕາຍ​ໄປ, ຂ້າພະເຈົ້າໄດ້​ຮັບ​ການ​ສຳພາດ​ກັບແອວ​ເດີ ດີນ ແອວ ລໍ​ເຊິ​ນ. ເພິ່ນ​ໄດ້ໃຊ້​ເວລາ​ຟັງ​ຂ້າພະເຈົ້າ, ແລະ ຂ້າພະເຈົ້າ​ຈະ​ຮູ້ສຶກ​ບຸນຄຸນສະເໝີ ສຳລັບ​ຄຳ​ແນະນຳ ແລະ ຄວາມ​ຮັກ​ຂອງ​ເພິ່ນ. ເພິ່ນ​ໄດ້ກ່າວ​ວ່າ, “ຂ້ອຍ​ບໍ່​ຄິດ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ປະສົງ​ໃຫ້​ເຈົ້າ​ລົງໂທດຕົວ​ເຈົ້າ​ເອງ ສຳລັບ​ຄວາມ​ຕາຍ​ຂອງ​ລູກ​ຊາຍ​ນ້ອຍ​ຂອງ​ເຈົ້າ.” ຂ້າພະເຈົ້າ​ໄດ້​ຮູ້ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ບິດາ​ເທິງ​ສະຫວັນຂອງ​ຂ້າພະເຈົ້າ ຜ່ານ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ.

ເຖິງ​ຢ່າງໃດ​ກໍ​ຕາມ, ຄວາມ​ຄິດ​ທີ່​ທໍລະມານ​ນັ້ນໄດ້​ເຂົ້າ​ມາສູ່​ຈິດໃຈຂອງ​ຂ້າພະເຈົ້າ​ຕໍ່​ໄປ, ແລະ ຂ້າພະເຈົ້າ​ໄດ້​ເລີ່​ມ​ຮູ້ສຶກ​ໂມໂຫ. ນີ້​ບໍ່​ຍຸດຕິ​ທຳ​ເລີຍ! ພຣະ​ເຈົ້າ​ເຮັດ​ກັບ​ຂ້າພະ​ເຈົ້າ​ແບບ​ນີ້​ໄດ້​ແນວໃດ? ເປັນ​ຫຍັງ​ຕ້ອງ​ເປັນ​ຂ້າພະ​ເຈົ້າ? ຂ້າພະ​ເຈົ້າ​ໄດ້​ເຮັດ​ຫຍັງ​ຜິດ​ຈຶ່ງ​ໄດ້​ຮັບເຄາະ​ນີ້? ຂ້າພະເຈົ້າ​ໄດ້​ຮູ້ສຶກ​ວ່າ​ຕົວ​ເອງ​​ໂມ​ໂຫກັບ​ຜູ້​ຄົນ​ທີ່​ພະຍາ​ຍາມ​ປອບ​ໃຈ​ພວກ​ຂ້າພະເຈົ້າ. ຂ້າພະເຈົ້າ​ຈຳ​ຄຳ​ທີ່​ເພື່ອນໆເວົ້າ​ວ່າ, “ຂ້ອຍຮູ້​ວ່າ​ເຈົ້າ​ຮູ້ສຶກ​ແນວໃດ.” ຂ້າພະເຈົ້າ​ຈະ​ຄິດ​ຢູ່ໃນ​ໃຈວ່າ, “ເຈົ້າ​ບໍ່​ຮູ້​ດອກ​ວ່າ​ຂ້ອຍ​ຮູ້ສຶກ​ແນວໃດ. ບໍ່​ຕ້ອງ​ມາ​ຫຍຸ້ງ​ກັບຂ້ອຍ​ເລີຍ.” ບໍ່​ດົນ ຂ້າພະເຈົ້າ​ກໍ​ໄດ້​ພົບ​ເຫັນ​ວ່າ ຄວາມ​ເວດທະນາຕົນ​ເອງ​ສາມາດ​ເປັນ​ອັນຕະລາຍ​ໄດ້. ຂ້າພະເຈົ້າ​ລະອາຍ​ໃຈ ທີ່​ໄດ້​ມີ​ຄວາມ​ຄິດ​ທີ່​ບໍ່​ດີ​ນັ້ນກ່ຽວ​ກັບ​ເພື່ອນ​ຮັກ​ທີ່​ພຽງ​ແຕ່​ພະຍາ​ຍາມ​ຈະ​ຊ່ອຍ​ເຫລືອ​ເທົ່າ​ນັ້ນ.

ເມື່ອ​ຂ້າພະເຈົ້າ​ໄດ້​ຮູ້ສຶກ​ວ່າ ຄວາມ​ຜິດ, ຄວາມ​ໂມໂຫ, ແລະ ຄວາມ​ເວດທະນາ​ຕົນ​ເອງ ພະຍາຍາມ​ທຳລາຍ​ຂ້າພະເຈົ້າ​ຢູ່, ຂ້າພະ​ເຈົ້າ​ໄດ້​ອະທິຖານ​ໃຫ້​ຫົວໃຈ​ຂອງ​ຂ້າພະເຈົ້າ​ປ່ຽນແປງ. ຜ່ານປະສົບ​ການ​ສັກສິດ​ສ່ວນ​ຕົວ​ຫລາຍ​ຢ່າງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະທານ​ຫົວໃຈ​ດວງ​ໃໝ່​ໃຫ້​ຂ້າພະເຈົ້າ, ແລະ ເຖິງ​ແມ່ນ​ວ່າ​ມັນ​ຍັງໂດດດ່ຽວ ແລະ ເຈັບ​ປວດ, ທັດສະນະ​ຂອງ​ຂ້າພະເຈົ້າ​ໄດ້ປ່ຽນ​ໄປ. ຂ້າພະເຈົ້າ​ໄດ້​ຮູ້​ວ່າ​ບໍ່​ມີ​ຫຍັງ​ຖືກ​ຂະໂມຍ​ໄປ​ຈາກ​ຂ້າພະ​ເຈົ້າ ແຕ່ແທນ​ນັ້ນ ຍັງ​ມີ​ພອນ​ຢ່າງ​ຫລວງຫລາຍ​ທີ່​ລໍຖ້າ ຂ້າພະເຈົ້າ​ຢູ່ຖ້າ​ຫາກ​ຂ້າພະເຈົ້າ​ພິສູດ​ຕົນ​ເອງ​ວ່າ​ຊື່ສັດ​ພໍ.

ຊີວິດ​ຂອງ​ຂ້າພະເຈົ້າ​ໄດ້​ເລີ່​ມ​ປ່ຽນແປງ, ແລະ ຂ້າພະເຈົ້າ​ສາມາດ​ມອງ​ໄປ​ຫາ​ອະນາຄົດ​ໄດ້​ດ້ວຍ​ຄວາມ​ຫວັງ, ແທນ​ທີ່​ຈະ​ຄິດແຕ່​ເລື່ອງ​ໃນ​ອາ​ດີດ​ດ້ວຍ​ຄວາມ​ສິ້ນ​ຫວັງ. ຂ້າພະເຈົ້າ​ເປັນ​ພະຍານ​ວ່າ​ຊີວິດ​ນີ້​ບໍ່​ໄດ້​ເປັນ​ທີ່​ສິ້ນ​ສຸດ. ໂລກ​ແຫ່ງ​ວິນ​ຍານ​ນັ້ນມີ​ຈິງ. ຄຳສອນ​ຂອງ​ສາດສະດາ​ທັງຫລາຍ​ກ່ຽວ​ກັບ​ຊີວິດ​ຫລັງ​ຄວາມ​ຕາຍຈິງ. ຊີວິດ​ນີ້​ເປັນ​ພຽງ​ບາດກ້າວ​ຊົ່ວຄາວ ໃນ​ການ​ເດີນທາງຂອງ​ເຮົາ ທີ່​ຈະ​ກັບ​ໄປ​ຫາ​ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ.

ທ້າວ ໄທ​ສັນ ຍັງ​ຄົງ​ເປັນ​ພາກສ່ວນ​ທີ່​ສຳຄັນ​ໃນ​ຄອບຄົວ​ຂອງພວກ​ຂ້າພະເຈົ້າ. ຕະຫລອດ​ຫລາຍ​ປີ​ທີ່​ຜ່ານ​ມາ ມັນ​ເປັນ​ເລື່ອງອັດສະຈັນ​ທີ່​ຈະ​ເຫັນ​ຄວາມ​ເມດ​ຕາ ແລະ ຄວາມ​ດີ​ຂອງ​ພຣະ​ບິດາ​ໃນ​ສະຫວັນ​ທີ່​ຮັກແພງ, ພຣະ​ອົງ​ໄດ້​ອະນຸຍາດ​ໃຫ້​ຄອບຄົວຂອງ​ພວກ​ຂ້າພະເຈົ້າ​ຮູ້ສຶກ​ເຖິງ​ອິດ​ທິ​ພົນຂອງທ້າວໄທ​ສັນ ໃນ​ທາງທີ່​ມອງ​ບໍ່​ເຫັນ. ຂ້າພະເຈົ້າ​ເປັນ​ພະຍານ​ວ່າ ຜ້າ​ມ່ານ​ນັ້ນ​ກໍບາງໆ. ຄວາມ​ຮູ້ສຶກ​ຂອງ​ຄວາມ​ຈົງ​ຮັກ​ພັກດີ, ຄວາມ​ຮັກ, ແລະ ຄວາມເປັນ​ໜຶ່ງ​ຂອງ​ຄອບຄົວ ບໍ່​ສິ້ນ​ສຸດ​ລົງ​ເມື່ອ​ຄົນ​ທີ່​ເຮົາ​ຮັກ​ໄດ້​ຈາກຊີວິດ​ນີ້​ໄປ; ແທນ​ນັ້ນ, ຄວາມ​ຮູ້ສຶກ​ເຫລົ່ານັ້ນ ແຮ່ງ​​ເພີ່ມ​ທະວີຫລາຍ​ຂຶ້ນ.

ບາງເທື່ອ​ຄົນ​ຈະ​ຖາມ​ວ່າ, “ດົນ​ປານໃດ​ເຈົ້າ​ຈຶ່ງ​ລືມ​ມັນ​ໄດ້?” ຄວາມ​ຈິງ​ກໍ​ຄື, ເຮົາ​ຈະ​ລືມ​ມັນ​ບໍ່​ໄດ້​ຈັກ​ເທື່ອ ຈົນ​ກວ່າ​ເຮົາ​ໄດ້​ຢູ່ນຳ​ກັນ​ອີກ ກັບ​ຜູ້​ຄົນ​ທີ່​ເຮົາ​ຮັກທີ່​ໄດ້​ຈາກ​ໄປ. ຂ້າພະເຈົ້າ​ຈະ​ບໍ່ມີ​ຄວາມ​ສົມບູນ​ແຫ່ງ​ຄວາມສຸກ​ເລີຍ ຈົນ​ກວ່າ​ພວກ​ຂ້າພະເຈົ້າໄດ້​ຢູ່​ຮ່ວມ​ກັນ​ອີກ ໃນ​ເຊົ້າ​ຂອງ​ການ​ຟື້ນ​ຄືນ​ຊິ​ວີ​ດ​ຄັ້ງ​ທຳ​ອິດ.

“ເພາະ​ມະນຸດ​ເປັນວິນ​ຍານ. ທາດ​ເປັນ​ນິລັນດອນ, ແລະ ວິນຍານກັບ​ທາດ​ສຳພັນ​ກັນ​ຢ່າງ​ແຍກ​ບໍ່​ໄດ້, ຍ່ອມ​ໄດ້​ຮັບ​ຄວາມບໍລິບູນ​ແຫ່ງ​ຄວາມສຸກ;

“ແລະ ເມື່ອ​ແຍກ​ກັນ, ມະນຸດ​ຈະ​ຮັບ​ຄວາມ​ບໍລິບູນ​ແຫ່ງ​ຄວາມສຸກ​ບໍ່​ໄດ້.”3

ແຕ່​ໃນ​ເວລາ​ນີ້, ດັ່ງ​ທີ່​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ສອນ​ໄວ້, ເຮົາສາມາດ​ມີ​ຊີວິດ​ຕໍ່​ໄປ​ດ້ວຍ​ຄວາມ​ເບີກບານ​ໃຈ​ໄດ້.4

ຂ້າພະເຈົ້າ​ໄດ້​ຮຽນ​ຮູ້​ວ່າຄວາມ​ຂົມຂື່ນ, ຄວາມເຈັບ​ປວດ​ທີ່​ເກືອບທົນ​ບໍ່​ໄຫວ ສາມາດ​ກາຍ​ເປັນຄວາມ​ຫວານ​ຊື່ນ ເມື່ອ​ທ່ານ​ຫັນໄປ​ຫາ​ພຣະ​ບິດາ​ໃນ​ສະຫວັນ​ຂອງ​ທ່ານ ແລະ ທູນ​ຂໍ​ຄວາມ​ປອບໂຍນ​ຂອງ​ພຣະ​ອົງ ທີ່​ຈະ​ມາສູ່​ຜ່ານ​ແຜນ​ຂອງ​ພຣະ​ອົງ; ພຣະ​ບຸດຂອງ​ພຣະ​ອົງ, ພຣະເຢ​ຊູ​ຄຣິດ; ແລະ ຜູ້​ປອບ​ໂຍນ​ຂອງ​ພຣະອົງ, ຜູ້​ເປັນ​ພຣະ​ວິນ​ຍານ​ບໍລິສຸດ.

ນີ້​ຊ່າງ​ເປັນ​ພອນ​ທີ່​ເຫລື້ອມ​ໃສ​ໃນ​ຊີວິດ​ຂອງ​ພວກ​ຂ້າພະເຈົ້າ. ມັນ​ຈະ​ບໍ່​ເປັນ​ເລື່ອງ​ໂສກເສົ້າ​ບໍ ຖ້າ​ເຮົາ​ບໍ່​ຮູ້ສຶກ​ຄວາມ​ເສົ້າ​ສະຫລົດ​ໃຈ​ເມື່ອ​ເຮົາ​ສູນ​ເສຍ​ລູກ​ຂອງ​ເຮົາ​ໄປ? ຂ້າພະເຈົ້າ​ຮູ້ສຶກບຸນຄຸນຕໍ່​ພຣະ​ບິດາ​ໃນ​ສະຫວັນ​ຂອງ​ຂ້າພະເຈົ້າ​ຫລາຍ ທີ່​ພຣະອົງ​ອະນຸຍາດ​ໃຫ້​ເຮົາ​ຮັກ​ຢ່າງ​ເລິກ​ຊຶ້ງ ແລະ ຮັກ​ຊົ່ວ​ນິລັນດອນ. ຂ້າ​ພະເຈົ້າ​ຮູ້ສຶກ​ບຸ​ນຄຸນ​ຫລາຍສຳລັບ​ຄອບ​ຄົວ​ນິລັນດອນ​ຫລາຍ. ຂ້າ​ພະເຈົ້າ​ຮູ້ສຶກ​ບຸນຄຸນຫລາຍ​ທີ່​ພຣະ​ອົງ​​ໄດ້​ເປີດເຜີຍ​ແຜນ​ແຫ່ງການ​ໄຖ່​ທີ່​ເຫລື້ອມ​ໃສ​ຜ່ານ​ສາດສະດາ​ຜູ້​ມີ​ຊີວິດ​ຢູ່​ຂອງ​ພຣະ​ອົງອີກ​ຄັ້ງ.

ຂໍ​ຈົ່ງໃຫ້​ຈຳ​ໄວ້​ເມື່ອ​ທ່ານ​ໄປ​ຮ່ວມ​ງານ​ສົ່ງສະການ​ຂອງ​ຄົນ​ທີ່​ທ່ານ​ຮັກ, ຄວາມ​ຮູ້ສຶກ​ໃນ​ຫົວໃຈ​ຂອງ​ທ່ານຂະນະ​ທີ່​ທ່ານ​ຂັບ​ລົດ​ໄປ​ຈາກປ່າຊ້າ ແລະ ໄດ້​ຫລຽວ​ຄືນ​ຫລັງ​ເພື່ອ​ເບິ່ງ​ຫີບ​ສົບ​ທີ່​ໂດດດ່ຽວ—ຄິດ​ຢູ່​ຖ້າວ່າ​ຫົວໃຈ​ຂອງ​ທ່ານ​ຈະ​ແຕກ​ສະຫລາຍ.

ຂ້າພະເຈົ້າ​ເປັນ​ພະຍານ​ວ່າ ເປັນ​ເພາະ​ພຣະ​ອົງ, ແມ່ນ​ແຕ່​ພຣະຜູ້​ຊ່ອຍ​ໃຫ້​ລອດ ພຣະເຢ​ຊູ​ຄຣິດ, ຄວາມ​ຮູ້ສຶກ​ຂອງ​ຄວາມ​ໂສກເສົ້າ, ຄວາມ​ໂດດ​ດ່ຽວ, ແລະ ຄວາມ​ສິ້ນ​ຫວັງ​ເຫລົ່ານັ້ນ ມື້ໜຶ່ງຈະ​ຖືກ​ກືນ​ເຂົ້າ​ໄປ​ໃນ​ຄວາມ​ສົມບູນ​ແຫ່ງ​ຄວາມສຸກ. ຂ້າພະເຈົ້າເປັນ​ພະຍານ​ວ່າ ເຮົາ​ສາມາດ​ໄວ້​ພຣະ​ໄທ​ພຣະ​ອົງ​ໄດ້ ແລະ ເມື່ອ​ພຣະ​ອົງ​ໄດ້​ກ່າວ​ວ່າ:

“ເມື່ອ​ເຮົາ​ໄປ ພວກ​ທ່ານ​ຈະ​ບໍ່​ຖືກ​ປະ​ໄວ້​ໃຫ້​ເປັນ​ກຳພ້າ. ເຮົາຈະ​ກັບ​ມາ​ຫາ​ພວກ​ທ່ານ.

“ອີກ​ໜ້ອຍ​ໜຶ່ງ​ໂລກ​ຈະ​ບໍ່​ເຫັນ​ເຮົາ​ຕໍ່​ໄປ; ແຕ່​ພວກ​ທ່ານ​ຈະ​ເຫັນເຮົາ; ແລະ ເພາະ​ເຮົາ​ມີ​ຊີວິດ​ຢູ່, ພວກ​ທ່ານ​ກໍ​ຈະ​ມີ​ຊີວິດ​ຢູ່​ຄືກັນ.”5

ຂ້າພະເຈົ້າ​ເປັນ​ພະຍານ, ດັ່ງ​ທີ່​ໄດ້​ກ່າວ​ມາ​ໃນ​ປຶ້ມ ຈົ່ງ​ສອນພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, ວ່າ, “ເມື່ອ​ເຮົາ​ໄວ້​ວາງໃຈ​ໃນ​ການ​ຊົດໃຊ້ຂອງ​ພຣະເຢ​ຊູ​ຄຣິດ, ພຣະ​ອົງສາ​ມາດ​ຊ່ອຍ​ເຮົາ​ໃຫ້​ອົດທົນກັບ​ຄວາມ​ຫຍຸ້ງຍາກ, ຄວາມເຈັບ​ປ່ວຍ, ແລະ ຄວາມເຈັບ​ປວດຂອງ​ເຮົາ. ເຮົາ​ສາມາດ​ເຕັມ​ໄປ​ດ້ວຍ​ຄວາມສຸກ, ຄວາມ​ສະຫງົບ, ແລະ ການ​ປອບ​ໃຈ. ສິ່ງ​ທີ່​ບໍ່​ຍຸດຕິ​ທຳ​ທັງຫລາຍ​ໃນ​ຊີວິດສາມາດ​ຖືກ​ແກ້​ໄຂ​ໃຫ້​ຖືກຕ້ອງ​ໄດ້ ໂດຍ​ຜ່ານ​ການ​ຊົດ​ໃຊ້ຂອງພຣະເຢ​ຊູ​ຄຣິດ.”6

ຂ້າພະເຈົ້າ​ເປັນ​ພະຍານ​ວ່າ ໃນ​ເຊົ້າ​ທີ່​ເຫລື້ອມ​ໃສ​ຂອງ​ການ​ຟື້ນຄືນ​ຊີວິດ​ຄັ້ງ​ທຳ​ອິດ, ຄົນ​ທີ່​ທ່ານ ແລະ ຂ້າພະເຈົ້າ​ຮັກ​ຈະ​ລຸກຂຶ້ນ​ຈາກ​ຫລຸມ​ສົບ ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ເອງ​ໄດ້​ສັນຍາ​ໄວ້ ແລະ ເຮົາ​ຈະ​ມີ​ຄວາມ​ສົມບູນ​ແຫ່ງ​ຄວາມສຸກ. ເພາະ​ພຣະ​ອົງຊົງ​ພຣະ​ຊົນ​ຢູ່, ເຂົາເຈົ້າ ແລະ ເຮົາ​ຈະ​ມີ​ຊີວິດ​ຢູ່​ຄື​ກັນ. ໃນ​ພຣະ ນາມຂອງ​ພຣະເຢ​ຊູ​ຄຣິດ, ອາ​ແມນ.

Mostrar las referencias

  1.  

    1.  ​ໂມ​ໂຣ​ໄນ 8:10–12.

  2.  

    2.  Teachings of Presidents of the Church: Joseph Smith (2007), 176.

  3.  

    3. ​ເບິ່ງ Doctrine and Covenants 93:33–34.

  4.  

    4. ​ເບິ່ງ ​ໂຢຮັນ 16:33.

  5.  

    5.  ​ໂຢຮັນ 14:18–19.

  6.  

    6.  ຈົ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ: ຄູ່​ມື​ຕໍ່​ການ​ຮັບ​ໃຊ້​ຂອງ​ຜູ້​ສອນ​ສາດສະໜາ (2004), 60.