ພວກ​ທ່ານ​ຮູ້ສຶກ​ເຊັ່ນ​ນັ້ນບໍ່​ໃນ​ຂະນະນີ້?

​ໂດຍ​ ແອວ​ເດີ ຄວນຕິນ ​ແອວ ຄຸກ

​ແຫ່ງ​ສະພາ​ອັກຄະ​ສາວົກ​ສິບ​ສອງ


ຄວນ​ຕິນ ​ແອວ ຄຸກ
ບາງ​ຄົນ​ໃນສາດສະໜາ​ຈັກ​​ເຊື່ອ​ວ່າ ​ເຂົາ​ເຈົ້າບໍ່​ສາມາດ​ຕອບ​ຄຳ​ຖາມ​ຂອງ​ແອວ​ມາ​ດ້ວຍ​ຄຳ​ຕອບ​ທີ່​ໜັກ​ແໜ້ນ​ວ່າ ​ແມ່ນ​ແລ້ວ. ​ເຂົາ​ເຈົ້າບໍ່​ສາມາດ​ “ຮູ້ສຶກ​ໃນ​ຕອນ​ນີ້.”

ປະທານ​ມອນ​ສັນ, ພວກ​ເຮົາ​ຮັກ​ທ່ານ, ​ໃຫ້​ກຽດ, ​ແລະ ສະໜັບສະໜູນ​ທ່ານ! ການ​ປະກາດທີ່​ສຳຄັນ​ແຫ່ງ​​ປະຫວັດສາດນີ້​ກ່ຽວ​ກັບ​ການ​ຮັບ​​ໃຊ້​ເຜີຍ​ແຜ່​ເປັນ​ສິ່ງ​ດົນ​ໃຈ. ຂ້າພະ​ເຈົ້າຍັງ​ຈື່​ຈຳ​ຄວາມ​ຕື່ນ​ເຕັ້ນ​ໃນ​ປີ 1960 ຕອນ​ອາຍຸ​ຂອງ​ຊາຍ​ໜຸ່ມ​ທີ່​ອອກ​ໄປ​ຮັບ​ໃຊ້​ໄດ້​ຖືກ​ຫລຸດ​ລົງ​ຈາກ 20 ປີ ຫາ 19 ປີ. ຂ້າພະ​ເຈົ້າ​ໄດ້​ໄປ​ເຖິງ​ເຂດ​ເຜີຍ​ແຜ່​ຢູ່​ປະ​ເທດ​ອັງກິດ​​ຕອນ​ມີ​ອາຍຸ​ໄດ້ 20 ປີ. ຄົນ​ທຳ​ອິດ​ທີ່​ມີ​ອາຍຸ 19 ປີ ທີ່​​ໄດ້ໄປ​ເຖິງ​ເຂດ​ເຜີຍ​ແຜ່​ຂອງ​ພວກ​ເຮົາ​ແມ່ນ​ແອວ​ເດີ ​​ແຈັບ​ຟະ​ຣີ ອາ ຮໍ​ແລນ, ຊຶ່ງ​ເປັນ​ຜູ້​ມາ​ປະກອບສ່ວນ​ທີ່​ດີ​ເດັ່ນ​ແທ້ໆ. ​​​ຕອນ​ນັ້ນພຽງ​ແຕ່​ສອງ​ສາມ​ເດືອນ​ເພິ່ນ​ກໍ​ຈະ​ເຖິງ​ອາຍຸ 20 ປີ​. ​ແລ້ວ​ຕະຫລອດ​ປີນັ້ນມີ​ຫລາຍ​ຄົນທີ່​ອາຍຸ 19 ປີ ​ໄດ້​ມາ​ຮ່ວມ. ​ເຂົາ​ເຈົ້າ​​ເປັນ​ຜູ້​ສອນ​ສາດສະໜາ​ທີ່​ເຊື່ອ​ຟັງ ​ແລະ ຊື່ສັດ ​ແລະ ວຽກ​ງານ​ໄດ້​ກ້າວ​ໄປ​ໜ້າ. ຂ້າພະ​ເຈົ້າ​ແນ່​ໃຈ​ວ່າ ຈະ​ບັນລຸ​ຜົນ​ສຳ​ເລັດ​ໄດ້​ຫລາຍ​ກວ່າ​ເກົ່າ​ໃນ​ຕອນ​ນີ້ ​ເມື່ອ​ຜູ້​ສອນ​ສາດສະໜາ​ທີ່​ຊອບ​ທຳ ​ແລະ ຈິງ​ຈັງ​ເຮັດ​ຕາມ​ພຣະບັນຍັດ​ຂອງ​ພຣະຜູ້​ເປັນ​ເຈົ້າ ທີ່​ຈະ​ສັ່ງສອນ​ພຣະກິດ​ຕິ​ຄຸນ​ຂອງ​ພຣະອົງ.

ຕາມ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ຂ້າພະ​ເຈົ້າ​ແລ້ວ ພວກ​ເຈົ້າທີ່​ເປັນ​ຄົນ​ລຸ້ນ​ໃໝ່ ​ໄດ້​ຕຽມ​ຕົວ​ດີກ​ວ່າ​ຄົນ​ລຸ້ນທີ່​ຜ່ານ​ມາ. ​ໂດຍ​ສະ​ເພາະ​ແລ້ວຄວາມ​ຮູ້​ຂອງ​ພວກ​ເຈົ້າກ່ຽວ​ກັບ​ພຣະຄຳ​ພີ​​ແມ່ນ​ເປັນ​ໜ້າ​ປະ​ທັບ​ໃຈ​ຫລາຍ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ທ້າ​ທາຍ​ທີ່​ລຸ້ນຂອງ​ພວກ​ເຈົ້າປະ​ເຊີນ​ຢູ່ ​ໃນ​ຂະນະ​ທີ່​ພວກ​ເຈົ້າຕຽມ​ຮັບ​ໃຊ້ ​ແມ່ນ​ຄ້າຍຄື​ກັນ​ກັບສະມາຊິກ​ຂອງ​ສາດສະໜາ​ຈັກ​ທຸກ​ຄົນ​ທີ່​ໄດ້​ປະ​ເຊີນ​ຜ່ານ​ມາ. ພວກ​ເຮົາ​ກໍ​ຮູ້​ເຖິງ​ວັດທະນະທຳ ​ໃນ​ຫລາຍໆ​ບ່ອນທົ່ວ​ໂລກ​ບໍ່​ໄດ້​ນຳ​ໄປ​ສູ່ຄວາມ​ຊອບ​ທຳ ຫລື ການ​ຜູກ​ມັດ​ທາງ​ວິນ​ຍານ. ຕະຫລອດ​ທົ່ວ​ປະ​ຫວັດ​ສາດ ຜູ້ນຳຂອງ​ສາດສະໜາ​ຈັກ​ໄດ້​​ເຕືອນ​ຜູ້​ຄົນ ​ແລະ ​ໄດ້​ສອນ​ເລື່ອງ​ການ​ກັບ​ໃຈ. ​ໃນ​ພຣະຄຳ​ພີ​ມໍ​ມອນ, ​ແອວ​ມາ​ຜູ້​ເປັນ​ລູກ​​ໄດ້​ມີ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍຫລາຍ​ກັບ​ຄວາມ​ບໍ່​ຊອບ​ທຳ ​ແລະ ການ​ບໍ່ຜູກ​ມັດ ​ຈົນ​ວ່າ​ເພິ່ນ​ໄດ້ລາ​ອອກ​ຈາກ​ຕຳ​ແໜ່​ງ​ເປັນ​ຫົວໜ້າ​ຜູ້​ຕັດສິນ, ຈາກ​ການ​ເປັນຜູ້ນຳ​ຂອງ​ຊາວ​ນີ​ໄຟ, ​ແລະ ​ໄດ້​ເອົາ​ໃຈ​ໃສ່​ກັບ​ການ​ເອີ້ນ​ເປັນ​ສາດສະດາ​ຂອງ​ເພິ່ນ.1

ໃນ​ຂໍ້​ທີ່​ປະ​ທັບ​ໃຈ​ຫລາຍ​ທີ່​ສຸດ​ໃນ​ບັນດາ​ຂໍ້​ພຣະຄຳ​ພີ​ທັງ​ໝົດ, ​ແອວ​ມາ​ໄດ້​ປະກາດ​ວ່າ, “ຖ້າ​ຫາກ​ພວກ​ທ່ານ​ຮູ້ສຶກ​ຢາກ​ຮ້ອງ​ເພງ​ສັນລະ​ເສີນ​ຄວາມ​ຮັກ​ທີ່​ໄຖ່, ຂ້າພະ​ເຈົ້າຈະ​ຖາມ​ວ່າ ພວກ​ທ່ານ​ຮູ້ສຶກ​ເຊັ່ນ​ນັ້ນບໍ່​ໃນ​ຂະນະ​ນີ້?”2

ຜູ້ນຳ​ໃນ​ທ້ອງ​ຖິ່ນ​ຕະຫລອດ​ທົ່ວ​ໂລກລາຍ​ງານ​ວ່າ ​ເມື່ອ​ເບິ່ງ​ເປັນ​ກຸ່ມ​ໃຫຍ່​ແລ້ວ, ສະມາຊິກ​ຂອງສາດສະໜາ​ຈັກ​, ​ໂດຍ​ສະ​ເພາະຊາວ​ໜຸ່ມ, ບໍ່​ເຄີຍ​ເຂັ້ມ​ແຂງ​ມາ​ກ່ອນ​ເທົ່າ​ກັບ​ຕອນ​ນີ້. ​ແຕ່​ມີ​ເລື່ອງ​ເປັນ​ຫ່ວງ​ຢູ່ສອງ​ຢ່າງ​ຄື: ທຳ​ອິດ, ການ​ທ້າ​ທາຍ​ເລື່ອງ​ຄວາມ​ບໍ່​ຊອບ​ທຳ​​ເພີ່ມທະວີ​ຫລາຍ​ຂຶ້ນຢູ່​ໃນ​ໂລກ ​ແລະ ສອງ ຄວາມ​ຈິງ​ທີ່​ວ່າ ສະມາຊິກ​ບາງ​ຄົນ​ບໍ່​​​ຜູກ​ມັດ. ​ຜູ້ນຳ​ໄດ້ສະ​ແຫວ​ງຫາ​ຄຳ​ແນະນຳ​​ເຖິງ​ວິທີ​ທີ່​ຈະຊ່ອຍ​ເຫລືອ​ສະມາຊິກ​ໃຫ້​ຕິດຕາມ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ບັນ​ລຸ​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ທີ່​ເລິກ​ຊຶ້ງ ​ແລະ ຍາວ​ນານ.

ຄຳ​ຖາມ​ຂໍ້ນີ້ “ພວກ​ທ່ານ​ຮູ້ສຶກ​ເຊັ່ນ​ນັ້ນບໍ່​ໃນ​ຂະນະ​ນີ້?” ດັງ​ກ້ອງ​ຕະຫລອດ​ທົ່ວ​ສັດຕະວັດ. ​ໃນ​ທຸກ​ສິ່ງ​ທີ່​ເຮົາ​ໄດ້​ຮັບ​ໃນ​ຍຸກ​ນີ້—ຮ່ວມ​ທັງ​ການ​ຟື້ນ​ຟູ​ຄວາມ​ສົມບູນ​ຂອງ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ, ຂອງ​ປະທານ​ແຫ່ງ​ພຣະວິນ​ຍານ​ທີ່​ຖືກ​ຖອກ​ເທ​ລົງ​ມາ, ​ແລະ ພອນ​ຂອງ​ສະຫວັນທີ່​ບໍ່​ສາມາດ​ໂຕ້​ຖຽງ—ການ​ທ້າ​ທາຍ​ຂອງ​ແອວ​ມາ​ບໍ່​ເຄີຍ​ສຳຄັນ​ຫລາຍ​ເທົ່າ​ກັບ​ຕອນ​ນັ້ນ.

ບໍ່​ດົນ​ຫລັງ​ຈາກ​ທ່ານ​ເອສະ​ຣາ ​ແທັບ ​ເບັນ​ສັນ ​ໄດ້​ຖືກ​ເອີ້ນ​ໃຫ້​​ເປັນອັກຄະ​ສາວົກ​ໃນ​ປີ 1943, ປະທານ​ຈອດ ອາ​ເບີດ ສະ​ມິດ3 ​ໄດ້​ແນະນຳ​ວ່າ, “ພາລະກິດ​ຂອງ​ທ່ານ … ຄື​ທີ່​ຈະ … ​ເຕືອນ​ຜູ້​ຄົນ … ​ໃນ​ວິທີ​ທີ່​ອ່ອນ​ນ້ອມ​ທີ່​ສຸດ​ວ່າ ການ​ກັບ​ໃຈ​ຈະ​ເປັນ​ສິ່ງ​ດຽວ​ເທົ່າ​ນັ້ນທີ່​ຈະ​ສາມາດ​ປິ່ນປົວ​ຄວາມ​ປ່ວຍ​ໂຊ​ຂອງ​ໂລກ​ນີ້​ໄດ້.”4 ​ຕອນ​ເພິ່ນ​ໄດ້​ກ່າວ​ຖ້ອຍ​ຄຳ​ນີ້, ​ເຮົາ​ໄດ້​ຢູ່​ໃນ​ທ່າມກາງ​ສົງຄາມ​ໂລກ​ຄັ້ງທີ​ສອງ.

ປະຈຸ​ບັນ​ນີ້ ຄວາມ​ເສື່ອ​ມ​ໂຊມ​​ເລື່ອງ​ສິນ​ທຳ​ນັບ​ມື້​ນັບ​ຮ້າຍ​ແຮງ​ຂຶ້ນ​ເລື້ອຍໆ. ບໍ່​ດົນ​ມາ​ນີ້ນັກ​ຂຽນ​ທີ່​ໂດ່​ງດັງ​ຄົນ​ໜຶ່ງ​ໄດ້​ກ່າວວ່າ, “ທຸກ​ຄົນຮູ້​ວ່າວັດທະນະທຳ​ຢູ່​ໃນຂັ້ນ​ອັນຕະລາຍ, ​ແລະ ບໍ່​ມີ​ໃຜ​ຫວັງ​​ໃຫ້​ມັນ​ປ່ຽນ​ແປງ.”5 ຄວາມ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ​ເປັນ​ປະຈຳ ​ແລະ ​ເພງ​ທີ່​ຂາດ​ສິນ​ທຳ, ການບັນ​ເທີ​ງ, ສິນລະປະ, ​ແລະ ການ​ສື່ສານ​ຕ່າງໆຢູ່​ໃນ​ວັດທະນະ​ທຳ​ຂອງ​ເຮົາ​ໃນ​ທຸກ​ວັນນີ້ ບໍ່​ເຄີຍ​ເຫັນ​ມາ​ກ່ອນ. ນີ້​ຄື​ສິ່ງ​ທີ່​ນັກ​ທິດ​ສະ​ດີ​ຄົນ​ໜຶ່ງຂອງ​ສາດສະໜາ​ບັບຕິດ​ໄດ້​ບັນຍາຍ ​ເມື່ອ​ເພິ່ນ​ກ່າວ​ວ່າ, “ພູມ​ຕ້ານ​ໄພທາງ​ວິນ​ຍານຕະຫລອດ​ທົ່ວ​ໂລກ​ໄດ້​ຮັບ​ບາດ​ເຈັບ.”6

ບໍ່​ເປັນ​ເລື່ອງ​ແປກ​ແນວ​ໃດ​ທີ່​ບາງ​ຄົນ​ໃນສາດສະໜາ​ຈັກ​​ເຊື່ອ​ວ່າ ​ເຂົາ​ເຈົ້າບໍ່​ສາມາດ​ຕອບ​ຄຳ​ຖາມ​ຂອງ​ແອວ​ມາ​ດ້ວຍ​ຄຳ​ຕອບ​ທີ່​ໜັກ​ແໜ້ນ​ວ່າ ແມ່ນ​ແລ້ວ. ​ເຂົາ​ເຈົ້າບໍ່​ສາມາດ “​ຮູ້ສຶກ​ໃນ​ຕອນ​ນີ້.” ​ເຂົາ​ເຈົ້າຮູ້​ສຶກວ່າ ​​ເຂົາ​ເຈົ້າມີ​ຄວາມ​ແຫ້ງ​ແລ້ງ​ທາງ​ວິນ​ຍານ. ບາງຄົນ​ກໍ​ໃຈ​ຮ້າຍ, ​ເຈັບ​ປວດ, ​ຫລື ​ຜິດ​ຫວັງ. ຖ້າທ່ານ​ເປັນ​ດັ່ງ​ທີ່​ກ່າວ​ມານັ້ນ,7 ມັນ​ສຳຄັນ​ທີ່​ຈະ​ປະ​ເມີນ​ວ່າ ​ເປັນ​ຫຍັງທ່ານ​ຈຶ່ງ​ບໍ່​ສາມາດ​ “ຮູ້ສຶກ​​ໃນ​ຕອນ​ນີ້.”

ຫລາຍ​ຄົນ​ທີ່​ມີ​ຄວາມ​ແຫ້ງ​ແລ້ງ​ທາງ​ວິນ​ຍານ ​ແລະ ຂາດ​ການ​ຜູກ​ມັດ ບໍ່​​ໄດ້​ໝາຍ​ຄວາມ​ວ່າ ​ເຂົາ​ເຈົ້າ​ໄດ້​ເຮັດ​ບາບ​ອັນ​ໜັກ​ໜາ ຫລື ລ່ວງ​ລະ​ເມີດ, ​ແຕ່​ເຂົາ​ເຈົ້າອາດ​ໄດ້​ເລືອກ​ເຮັດ​ສິ່ງ​ທີ່​ບໍ່​ດີ. ບາງ​ຄົນ​ບໍ່​ໄດ້​ເອົາ​ໃຈ​ໃສ່​ກັບ​ພັນທະ​ສັນຍາ​ອັນ​ສັກສິດ​ຂອງ​ເຂົາ​ເຈົ້າ. ບາງ​ຄົນ​ໄດ້​ໃຊ້​ເວລາ​ຫລາຍ​ທີ່​ສຸດ​ກັບ​ສິ່ງ​ທີ່​ບໍ່​ເປັນ​ປະ​ໂຫຍ​ດ. ບາງ​ຄົນ​ໄດ້ປ່ອຍ​ໃຫ້​ວັດທະນະທຳ ຫລື ​ເລື່ອງ​ການ​ເມືອງ​ເຮັດ​ໃຫ້ຄວາມ​ຈົງ​ຮັກ​ພັກດີຂອງ​ຕົນ​ຕໍ່ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດອ່ອນ​ແອ​ລົງ. ບາງ​ຄົນ​ໄດ້​ຫຍຸ້ງຢູ່​ກັບ​​ເນື້ອ​ຫາ​ຢູ່ອິນ​ເຕີ​ແນັດທີ່​ຂະຫຍາຍ​ອອກກວ້າງ​ໄກ, ທີ່​​ເກີນ​ຄວາມ​ຈິງ, ​ແລະ ​ໃນ​ບາງ​ກໍລະນີ, ​ໄດ້​ປັ້ນ​ເລື່ອງກ່ຽວ​ກັບຈຸດ​ອ່ອນ​ຂອງ​ຜູ້ນຳ​ຂອງ​ສາດສະໜາ​ຈັກລຸ້ນທຳ​ອິດ. ​ແລ້ວ​ສິ່ງ​ທີ່​ເຂົາ​ເຈົ້າອ່ານ​ມານັ້ນ ອາດ​ກະທົບກະ​ເທືອ​ນຕໍ່ປະຈັກ​ພະຍານ​ຂອງ​ເຂົາ​ເຈົ້າ​ໄດ້. ຄົນ​ໃດ​ທີ່​ໄດ້​ເລືອກ​ເຮັດ​ສິ່ງ​ເຫລົ່າ​ນີ້ ສາມາດ​ກັບ​ໃຈ ​ແລະ ປັບປຸງ​ທາງ​ວິນ​ຍານ​ຂອງ​ເຂົາ​ເຈົ້າ​ໄດ້.

ການ​ເອົາ​ໃຈ​ໃສ່​ຕໍ່​ພຣະຄຳ​ພີ ​ເປັນ​ສິ່ງ​ຈຳ​ເປັນ​ຕໍ່​ການ​ບຳລຸງ​ລ້ຽງ​ທາງ​ວິນ​ຍານ.8 ພຣະ​ຄຳຂອງ​ພຣະ​ເຈົ້າຈະ​ດົນ​ໃຈ​ການ​ຜູກ​ມັດ ​ແລະ ​ເປັນ​ເໝືອນ​ດັ່ງ​ຢາ​ແກ້​ປວດ​ສຳລັບ​ຄວາມ​ເຈັບ​ປວດ​ທາງ​ຄວາມ​ຮູ້ສຶກ, ​ໃຈ​ຮ້າຍ, ຫລື ຄວາມຜິດ​ຫວັງ.9 ​ເມື່ອ​ການ​ຜູກ​ມັດ​ຂອງ​ເຮົາ​ຫລຸດ​ໜ້ອຍ​ຖອຍ​ລົງ​​ເພາະ​ເຫດຜົນ​ໃດ​ກໍ​ຕາມ, ພາກສ່ວນ​ໜຶ່ງ​ຂອງ​ການ​ດັດ​ແປງ​ຄື​ການ​ກັບ​ໃຈ.10 ການ​ຜູກ​ມັດ ​ແລະ ການ​ກັບ​ໃຈ​ເປັນ​ສອງ​ຢ່າງ​ທີ່​ກ່ຽວ​ພັນ​ກັນ.

ທ່ານ ຊີ ​ແອັສ ຫລຸຍ, ນັກ​ຂຽນ​ທີ່​ມີ​ເຫດຜົນຄົນ​ໜຶ່ງ​ຊາວຄຣິດສະ​ຕຽນ, ​ໄດ້​ຂຽນ​ກ່ຽວ​ກັບ​ເລື່ອງ​ນີ້​ໃນ​ທາງ​ທີ່​ມີ​ພະລັງ. ​ເພິ່ນ​ໄດ້​ກ່າວ​ວ່າ​ສາ​ດສະໜາ​ຄຣິດສະ​ຕຽນ​ໄດ້​ບອກ​ຄົນ​ໃຫ້​ກັບ​ໃຈ ​ແລະ ສັນຍາ​ວ່າ​ເຂົາ​ເຈົ້າຈະ​ໄດ້​ຮັບ​ການ​ໃຫ້​ອະ​ໄພ; ​ແຕ່ຈົນ​ກວ່າ​ຜູ້​ຄົນຮູ້ຈັກ ​ແລະ ຮູ້ສຶກ​ເຖິງ​ຄວາມ​ຕ້ອງການ​ໃຫ້​ອະ​ໄພ, ສາດສະໜາ​ຄຣິດສະ​ຕຽນຈະ​ບໍ່​ມີ​ຜົນ​ແນວ​ໃດ​ຕໍ່​ເຂົາ​ເຈົ້າ. ​ເພິ່ນ​ໄດ້​ກ່າວ​ວ່າ, “​ເມື່ອ​ທ່ານ​ເຈັບ​ປ່ວຍ, ທ່ານ​ຈະ​ຟັງ​ຄຳ​ຂອງ​ທ່ານ​ໝໍ.”11

ສາດສະດາ​ໂຈ​ເຊັບ ​ໄດ້​ກ່າວ​ວ່າ ກ່ອນ​ການ​ບັບຕິ​ສະມາ​ຂອງ​ທ່ານ, ທ່ານ​ສາມາດ​ຢູ່​ທາງ​ກາງ​ລະຫວ່າງ​ຄວາມ​ດີ ​ແລະ ຄວາມ​ຊົ່ວ. ​ແຕ່ “​ເມື່ອ​ທ່ານ​ເຂົ້າຮ່ວມ​ສາດສະໜາ​ຈັກ ທ່ານ​ໄດ້​ຖືກ​ເກນ​ໃຫ້​ຮັບ​ໃຊ້​ພຣະ​ເຈົ້າ. ​ເມື່ອ​ທ່ານ​ເຮັດ​ເຊັ່ນ​ນັ້ນ ທ່ານ​ໄດ້​ຍ່າງ​ອອກ​ຈາກ​ທາງ​ກາງ, ​ແລະ ທ່ານ​ບໍ່​ສາມາດ​ຍ່າງ​ກັບ​ຄືນ​ໄປ​ອີກ.” ຄຳ​ແນະນຳ​ຂອງ​ເພິ່ນ​ຄື ​ເຮົາ​ບໍ່​ຄວນ​ປະ​ຖິ້ມ​ພຣະອາຈານ.12

​ແອວ​ມາ​ໄດ້​ເນັ້ນ​ໜັກ​ວ່າ ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ “ພຣະຫັດ​ແຫ່ງ​ຄວາມ​ເມດ​ຕາ​ຂອງ​ພຣະ​ອົງ​ໄດ້​ເດ່​ອອກ​ມາ​” ຫາ​ຄົນ​ທີ່​ກັບ​ໃຈ.13 ​ແລ້ວ​ເພິ່ນ​ໄດ້ຖາມ​ຄຳ​ຖາມ​ທີ່​​ສຽບ​ແທງ ​ແລະ ສູງສຸດ​ດັ່ງ​ເຊັ່ນ: ​ເຮົາ​ພ້ອມ​ທີ່​ຈະ​ພົບ​ກັບ​ພຣະ​ເຈົ້າ​ແລ້ວ​ບໍ? ​ເຮົາ​ຮັກສາ​ຕົນ​ເອງ​ຈາກ​ຈຸດ​ດ່າງ​ພ້ອຍ​ແລ້ວ​ບໍ? ​ເຮົາທຸກ​ຄົນ​ຄວນ​ໄຕ່ຕອງ​ກ່ຽວ​ກັບ​ຄຳ​ຖາມ​ເຫລົ່າ​ນີ້. ​ປະສົບ​ການ​ຂອງ​ແອວ​ມາ​​ໃນ​ການ​ບໍ່​ຕິດຕາມ​ສັດທາ​ຂອງ​ບິດາ​ຂອງ​ເພິ່ນ ​ແລະ ຈາກ​ນັ້ນ​ໄດ້​​ເຂົ້າ​ໃຈ​ວ່າ ​ເພິ່ນ​ຕ້ອງການ​ການ​ໃຫ້​ອະ​ໄພ​ຫລາຍ​ພຽງ​ໃດ ​ແລະ ການ​​ຮ້ອງ​ເພງ​ສັນລະ​ເສີນ​ຄວາມ​ຮັກ​ທີ່​ໄຖ່​ ​ເປັນ​ສິ່ງ​ທີ່​ມີ​ພະລັງ ​ແລະ ບັງຄັບ​​ໄດ້ຫລາຍ​ຂະໜາດ​ໃດ.

​​ເມື່ອ​ມີ​ສິ່ງ​ໃດ​ທີ່​ເຮັດ​ໃຫ້​ການ​ຜູກ​ມັດ​​ຫລຸດ​ໜ້ອຍ​ຖອຍລົງ​ຊຶ່ງຕ້ອງ​​ເອົາ​ມາໄຕ່ຕອງ, ຈະມີ​ການ​ທ້າ​ທາຍ​​ສອງ​ຢ່າງທີ່​ເກີດ​ຂຶ້ນ​ເລື້ອຍໆ ​ແລະ ສຳຄັນ. ສິ່ງ​ທຳ​ອິດ​ຄື ການ​ຂາດ​ຄວາມອ່ອນນ້ອມ, ມີຄວາມ​ຮຸນ​ແຮງ, ​ແລະ ມີການ​ທຳຮ້າຍ​ຢູ່​ໃນ​ບ້ານ. ສິ່ງ​ທີ​ສອງ​ຄື ການ​ຜິດ​ສິນ​ທຳ​ທາງ​ເພດ ​ແລະ ​ການ​ມີແນວ​ຄິດ​ທີ່​ບໍ່​ສະອາດ. ສິ່ງ​ເຫລົ່າ​ນີ້​ສ່ວນ​ຫລາຍ​ຈະ​ເກີດ​ຂຶ້ນກ່ອນ ​ແລະ ​ເປັນ​ສາ​ເຫດ​ຂອງ​ການ​ເລືອກ​ທີ່​ຈະຜູກ​ມັດໜ້ອຍ​ລົງ.

ວິທີ​ທີ່​ເຮົາ​ກະທຳ​ຕໍ່​ຄົນ​ທີ່ຢູ່​ໃກ້ຊິດ​ເຮົາ​ທີ່​ສຸດ ​ເປັນ​ພື້ນຖານ​ອັນສຳຄັນ. ຄວາມ​ຮຸນ​ແຮງ, ການ​ທຳຮ້າຍ, ການ​ຂາດ​ຄວາມສຸພາບ, ​ແລະ ຂາດ​ການ​ນັບຖື​ຢູ່​ໃນ​ບ້ານ​ເປັນ​ສິ່ງ​ທີ່​ຍອມຮັບ​ບໍ່​ໄດ້—ຍອມຮັບ​ບໍ່​ໄດ້​ສຳລັບ​ຜູ້​ໃຫຍ່ ​ແລະ ຍອມຮັບ​ບໍ່​ໄດ້​ສຳລັບ​ຄົນ​ລຸ້ນ​ໃໝ່. ພໍ່​ຂອງ​ຂ້າພະ​ເຈົ້າບໍ່​ໄດ້​ເຂັ້ມ​ແຂງ​ຢູ່​ໃນ​ສາດສະໜາ​ຈັກ ​ແຕ່​ເພິ່ນ​ໄດ້​ເປັນ​ຕົວຢ່າງ​ທີ່​ດີ, ​ໂດຍ​ສະ​ເພາະ​ການ​ປະຕິບັດ​ຕໍ່​ແມ່​ຂອງ​ຂ້າພະ​ເຈົ້າ. ​ເພິ່ນ​ເຄີຍ​ເວົ້າວ່າ, “ພຣະ​ເຈົ້າຈະ​ໃຫ້​ຜູ້​ຊາຍຮັບຜິດຊອບ​ຕໍ່​ນ້ຳຕາ​ທຸກ​ຢົດທີ່​ເຂົາ​ເຈົ້າ​ເຮັດ​ໃຫ້ພັນ​ລະ​ຍາ​ຂອງ​ຕົນ​ຕ້ອງຫລັ່ງນ້ຳຕາ.” ຖ້ອຍ​ຄຳ​​ເຊັ່ນ​ນີ້​ໄດ້​ເນັ້ນ​ໜັກຢູ່​ໃນ​ໃ​ບ “ຄອບຄົວ: ການ​ປະກາດ​ຕໍ່​ໂລກ.” ມັນ​ບອກ​ວ່າ, “[ຜູ້​ໃດ] ທີ່​ທຳຮ້າຍ​ລູກ​ເມຍ … ຈະ​ຖືກ​ຕັດສິນ​ໃສ່​ໂທດ​ຢູ່​ຕໍ່​ພຣະພັກ​ຂອງ​ພຣະ​ເຈົ້າ​ໃນ​ມື້ໜຶ່ງ.”14 ບໍ່​ວ່າ​ເຮົາ​ຈະ​ເຕີບ​ໃຫຍ່​ຂຶ້ນຢູ່​ໃນ​ວັດທະນະທຳ​ໃດ, ​ແລະ ບໍ່​ວ່າ​ພໍ່​ແມ່​ຂອງ​ເຮົາ​ໄດ້ທຳຮ້າຍ ຫລື ບໍ່​ໄດ້​ທຳຮ້າຍ​ເຮົາ, ​ເຮົາ​ກໍ​ບໍ່​ຄວນ​ທຳຮ້າ​ຍຄົນ​ອື່ນ​ທາງ​ຮ່າງກາຍ, ຈິດ​ໃຈ, ຫລື ດ້ວຍ​ວາຈາ.15

ຄວາມ​ຕ້ອງການ​ໃຫ້​ມີ​ມາລະຍາດ​ໃນ​ສັງຄົມ​ເປັນ​ເລື່ອງ​ສຳຄັນ​ຫລາຍ. ພື້ນຖານ​ຂອງ​ຄວາມ​ອ່ອນ​ນ້ອມ ​ແລະ ການ​ມີ​ມາລະ​ຍາດ ​ເລີ່​ມຕົ້ນຢູ່​ໃນ​ບ້ານ. ບໍ່​ເປັນ​ສິ່ງ​ແປກ​​ເລີຍທີ່​ເຫັນ​ຄວາມເສື່ອ​ມ​ໂຊມ​ຢູ່ໃນສາ​ທາລະນະ​ຊົນ ​ເພາະ​ການ​ແຕກ​ສະຫລາຍ​ຂອງ​ຄອບຄົວ. ຄອບຄົວ​ເປັນ​ຮາກ​ຖານ​ສຳລັບ​ຄວາມ​ຮັກ ​ແລະ ການ​ຮັກສາ​ທາງ​ວິນ​ຍານ. ຄອບຄົວ​ສົ່ງ​ເສີມ​ບັນຍາກາດ​ ​ເຮັດ​ໃຫ້​ມີ​ຄວາມ​ຈະ​ເລີ​ນກ້າວໜ້າ​​ເລື່ອງ​ການ​ເຄົາລົບສາດສະໜາ. ​ເປັນຄວາມ​ຈິງ​ທີ່​ວ່າ “ມີຄວາມ​ສວຍ​ງາມ​ຢູ່​ທົ່ວ​ໄປ​ເມື່ອ​ມີ​ຮັກ​ທີ່​ບ້ານ​.”16

ການ​ຜິດ​ສິນ​ທຳ​ທາງ​ເພດ ​ແລະ ​ການ​ມີແນວ​ຄິດ​ທີ່​ບໍ່​ສະອາດ ຈະລະ​ເມີດ​ມາດຕະຖານ​ທີ່ພຣະຜູ້​ຊ່ອຍ​ໃຫ້​ລອດໄດ້​ຈັດຕັ້ງ​​ໄວ້.17 ​ເຮົາ​ໄດ້​ຖືກ​ເຕືອນ​ໃນ​ຕອນ​ຕົ້ນຂອງ​ຍຸກ​ນີ້​ວ່າ ການ​ຜິດ​ສິນ​ທຳ​ທາງ​ເພດອາດ​ເປັນ​ການ​ທ້າ​ທາຍ​ທີ່​ໜັກໜ່ວງ​ທີ່​ສຸດ.18 ການ​ກະທຳ​ເຊັ່ນນັ້ນ, ຖ້າ​ປາດ​ສະ​ຈາກ​ການ​ກັບ​ໃຈ, ຈະ​ສ້າງ​ຄວາມ​ແຫ້ງ​ແລ້ງ​ທາງ​ວິນ​ຍານ ​ແລະ ສູນ​ເສຍ​ການ​ຜູກ​ມັດ​ໄດ້. ໜັງ​, ​ໂທລະທັດ, ​ແລະ ອິນ​ເຕີ​ແນັດ ສ່ວນ​ຫລາຍ​ຈະຖ່າຍ​ທອດຂ່າວສານ​​ ​ແລະ ຮູບ​ພາບ​ທີ່​ບໍ່​ດີ. ບໍ່​ດົນ​ມາ​ນີ້ ປະທານ​ດີ​ເດີ ​ແອັຟ ອຸກ​ດອບ ​ແລະ ຂ້າພະ​ເຈົ້າ ​ໄດ້​ໄປ​ຫາ​ໝູ່​ບ້ານ​ແຫ່ງ​ໜຶ່ງ​ຢູ່​ໃນ​ປ່າ ອາມາ​ຊອນ ​ແລະ ​ໄດ້​ສັງ​ເກດ​​ເຫັນ​ວ່າ​ມີ​ຈານຮັບ​ການຖ່າຍ​ທອດ​ທາງ​ດາວ​ທຽມ ​ແມ່ນ​ແຕ່​ຢູ່​ຕາມ​ບ້ານ​ເຮືອນ​ຫລັງ​ນ້ອຍໆກໍ​ມີ. ພວກ​ເຮົາ​ດີ​ໃຈ​ທີ່​ຂ່າວສານ​ໄດ້​ຂະຫຍາຍ​ໄປ​ທົ່ວ​ ​ແມ່ນ​ແຕ່​ໃນບ່ອນ​ທີ່ຢູ່​ຫ່າງ​ໄກ. ພວກ​ເຮົາ​ກໍ​ຍັງ​ເຫັນ​ວ່າ ບໍ່​ມີ​ບ່ອນ​ໃດ​ຢູ່​ໃນ​ໂລກ​ນີ້ ທີ່ຄວາມ​ລາມົກ, ຄວາມ​ຜິດ​ສິນ​ທຳ, ​ແລະ ຮູບພາບ​ຢົ້ວຢວນ​ໃຈ​ບໍ່​ສາມາດ​ເຂົ້າ​ເຖິງ. ນີ້​ຄື​ເຫດຜົນ​ໜຶ່ງ​ທີ່​ວ່າ ​ເປັນ​ຫຍັງ​ຮູບ​ພາບ​ລາມົກ​ຈຶ່ງ​ກາຍ​ເປັນ​ໂລກລະບາດ​ຢູ່​ໃນ​ທຸກ​ວັນ​ນີ້.

ບໍ່​ດົນ​ມາ​ນີ້ ຂ້າພະ​ເຈົ້າ​ໄດ້​ເວົ້າລົມ​ກັບ​ຊາຍ​ໜຸ່ມ​​ຄົນ​ໜຶ່ງຜູ້​ດຳລົງ​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນອາຍຸ 15 ປີ. ລາວ​ໄດ້​ຊ່ອຍ​ຂ້າພະ​ເຈົ້າ​ໃຫ້​ເຂົ້າ​ໃຈ​ວ່າ ມັນ​ງ່າຍຫລາຍ​ຂະໜາດ​ໃດ​ໃນ​ຍຸກ​ອິນ​ເຕີ​ແນັດ​ນີ້ ສຳລັບ​ຊາວ​ໜຸ່ມທີ່​ຈະ​ເຫັນ​ພາບ​ທີ່​ບໍ່​ສະອາດ ​ແລະ ລາມົກ​ແບບ​ບໍ່​ຕັ້ງ​ໃຈ. ລາວ​ໄດ້​ບອກ​ວ່າ ​ໃນ​ຫລັກ​ທຳ​ສ່ວນ​ຫລາຍ​ທີ່​ສາດສະໜາ​ຈັກ​ໄດ້​ສອນ, ກໍ​ມີ​ບາງ​ສ່ວນ​ທີ່​ສັງຄົມ​ຮັບ​ຮູ້​ວ່າ ຖ້າ​ຫາກ​ລະ​ເມີດ​ຕໍ່​ຫລັກ​ທຳ​ເຫລົ່ານັ້ນ ຈະ​ສາມາດ​ກະທົບກະ​ເທືອ​ນຕໍ່ສຸຂະພາບ ​ແລະ ຄວາມ​ສະຫວັດ​ດີ​ພາບ​ໄດ້. ​ລາວ​ໄດ້​ກ່າວ​ເຖິງ​ການ​ສູບຢາ, ການ​ໃຊ້​ຢາ​ເສບ​ຕິດ, ​ແລະ ການ​ດື່ມ​ເຄື່ອງ​ມຶນ​ເມົາ​ທີ່​ຊາວ​ໜຸ່ມ​ໃຊ້. ​ແຕ່​ລາວ​ໄດ້​ສັງ​ເກດ​ເຫັນ​ວ່າ ບໍ່​ມີ​ສຽງ​ຈົ່ມ ຫລື ສຽງ​ຮ້ອງ​​ເຕືອນ​ຈາກ​ສັງຄົມ​ສ່ວນ​ຫລາຍ​ກ່ຽວ​ກັບ​ຮູບ​ພາບ​ລາມົກ ​ຫລື ການ​ເຮັດ​ຜິດ​ສິນ​ທຳ.

ອ້າຍ​ເອື້ອຍ​ນ້ອງ​ທີ່ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ການ​ວິ​ໄຈ​ຂອງ​ຊາຍ​ໜຸ່ມ​ຄົນ​ນີ້​ແມ່ນ​ຖືກຕ້ອງ. ​ແມ່ນ​ຫຍັງ​ຄື​ຄຳ​ຕອບ? ​ເປັນ​ເວລາ​ຫລາຍ​ປີ ສາດສະດາ ​ແລະ ອັກຄະ​ສາວົກ​ໄດ້​ສອນ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​​ເຄົາລົບສາດສະໜາ​ຢູ່​ໃນ​ບ້ານ​.19

ພໍ່​ແມ່​ທັງຫລາຍ, ວັນ​ເວລາ​ຕອນ​ທີ່​ກິດຈະກຳ​ເປັນ​ປະຈຳຢູ່​ໃນ​ໂບດ ​ແລະ ​ໂຄງການ, ​ເຖິງ​ແມ່ນ​ສຳຄັນ, ສາມາດ​​​ເຮັດ​ແທນ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ທ່ານ​ໄດ້​ໃນ​ການ​ສອນ​ລູກ​ໆໃຫ້​ດຳລົງ​ຊີວິດ​ໃນ​ທາງ​ສິນ​ທຳ, ​ໃນ​ທາງ​ຊອບ​ທຳ, ​ແລະ​ ​ເດີນ​ໄປ​ຢ່າງ​ຊື່​ຕົງ​ຕໍ່​ພຣະພັກ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວ. ຕາມ​ການ​ປະກາດ​ຂອງ​ປະທານ​ມອນ​ສັນ​ໃນ​ເຊົ້າມື້​ນີ້, ມັນ​ສຳຄັນ​ທີ່​ສິ່ງ​ດັ່ງກ່າວ​ນີ້​ຖືກ​ປະຕິບັດ​ຢູ່​​ໃນບ້ານ, ທີ່​ເປັນບ່ອນ​ຫລົບ​ໄພ, ບ່ອນ​ທີ່​ຄວາ​ມອ່ອນ​ນ້ອມ, ການ​ໃຫ້​ອະ​ໄພ, ຄວາມ​ຈິງ, ​ແລະ ຄວາມ​ຊອບ​ທຳ​ປະກົດ​ຢູ່. ພໍ່​ແມ່​ຕ້ອງ​ມີ​ຄວາມ​ກ້າຫານ​ທີ່​ຈະກີດ​ກັນ ຫລື ສັງ​ເກດ​​ເບິ່ງ​ການ​ໃຊ້​ອິນ​ເຕີ​ແນັດ, ​​ໂທລະທັດ, ​ໜັງ​, ​ແລະ ເພງ​ຂອງ​ລູກໆ. ພໍ່​ແມ່​ຕ້ອງ​ມີ​ຄວາມ​ກ້າຫານ​ທີ່​ຈະ​ເວົ້າວ່າ, “ບໍ່,” ທີ່​ຈະປົກ​ປ້ອງ​ຄວາມ​ຈິງ, ​ແລະ ສະ​ແດງ​ປະຈັກ​ພະຍານ​ທີ່​ມີ​ພະລັງ. ລູກໆ​ຂອງ​ທ່ານ​ຕ້ອງ​ຮູ້ຈັກ​ວ່າ ທ່ານ​ມີ​ສັດທາ​ໃນ​ພຣະຜູ້​ຊ່ອຍ​ໃຫ້​ລອດ, ຮັກ​ພຣະບິດາ​ເທິງ​ສະຫວັນຂອງ​ທ່ານ, ​ແລະ ສະໜັບສະໜູນຜູ້ນຳ​ຂອງ​ສາດສະໜາ​ຈັກ. ຄວາມ​ເຕີບ​ໂຕ​ທາງ​ວິນ​ຍານ​ຈະ​ຕ້ອງ​ມີ​ຢູ່​ໃນ​ບ້ານ. ຄວາມ​ຫວັງ​ຂອງ​ຂ້າພະ​ເຈົ້າຄື ຂ້າພະ​ເຈົ້າຢາກ​ໃຫ້​ທຸກ​ຄົນ​ອອກ​ໄປ​ຈາກ​ສູນກາງ​ປະຊຸມ​ນີ້​ດ້ວຍ​ຄວາມ​ເຂົ້າ​ໃຈ​ວ່າ ​ເຮົາ​ຕ້ອງ​ກ່າວ​ກ່ຽວ​ກັບ​ສິນ​ທຳ​ໃນ​ວັນ​ເວລາ​ຂອງ​ເຮົານຳ​ຄອບຄົວ​ຂອງ​ເຮົາ. ອະທິການ, ຜູ້ນຳ​ຖານະ​ປະ​ໂລຫິດ ​ແລະ ຜູ້ນຳ​ອົງການ​ຊ່ອຍ​ເຫລືອ ຕ້ອງ​ສະໜັບສະໜູນ​ຄອບຄົວ ​ແລະ ​ໃຫ້​ແນ່​ໃຈ​ວ່າ ຫລັກ​ທຳ​ທາງ​ວິນ​ຍານ​ໄດ້​ຖືກ​ສອນ. ຄູ​ສອນ​ປະຈຳ​ບ້ານ​ ​ແລະ ຄູ​ຢ້ຽມ​ສອນສາມາດ​ຊ່ອຍ​ເຫລືອ, ​ໂດຍ​ສະ​ເພາະ​ກັບ​ພໍ່​ແມ່​ທີ່​ລ້ຽງ​ລູກ​ດ້ວຍ​ຕົວ​ຄົນ​ດຽ​ວ.

ຊາຍ​ໜຸ່ມ​ທີ່​ຂ້າພະ​ເຈົ້າ​ໄດ້​ກ່າວ​ເຖິງ ​ໄດ້​ຖາມ​ຖ້າ​ຫາກ​ວ່າ ອັກຄະ​ສາວົກ​ຮູ້​ວ່າ​ເດັກນ້ອຍຄວນ​ເລີ່​ມຕົ້ນຮຽນ​ກ່ຽວ​ກັບ​ເລື່ອງ​ການ​ປ້ອງກັນ​ຕ້ານ​ກັບ​ຮູບ​ພາບ​ລາມົກ ​ແລະ ຄວາມ​ຄິດ​ທີ່​ບໍ່​ສະອາດ​ໃນ​ຕອນ​ໃດ. ຕາມ​ທີ່​ລາວ​ກ່າວ​ມານັ້ນ ​ໃນ​ບາງ​ບ່ອນ ​ແມ່ນ​ແຕ່​ໃນ​ຕອນ​ເດັກນ້ອຍ​ຍັງ​ຢູ່​ໃນ​ຊັ້ນປະຖົມ​ໄວ​ກໍ​ບໍ່​ນ້ອຍ​ເກີນ​ໄປ.

ຊາວ​ໜຸ່ມ​ຜູ້​​ເຄີຍ​ໄດ້​ເຫັນ​ຮູບ​ພາບ​ທີ່​ຂາດ​ສິນ​ທຳ​ຕອນ​ເຂົາ​ຍັງ​ນ້ອຍ ຈະ​ຢ້ານ​ກົວ​ວ່າ ​ເຂົາ​ອາດ​ບໍ່​ເໝາະ​ສົມ​ກັບ​ການ​ໄປ​ຮັບ​ໃຊ້​ເຜີຍ​ແຜ່ ​ແລະ ພັນ​ທະ​ສັນຍາ​ທີ່​ສັກສິດ. ຜົນ​ສະທ້ອນ​ກໍ​ຄື, ສັດທາ​ຂອງ​ເຂົາ​ອາດ​ເສື່ອ​ມລົງ. ຂ້າພະ​ເຈົ້າຢາກ​ໃຫ້​ພວກ​ເຈົ້າ​ຜູ້​ເປັນ​ຊາວ​ໜຸ່ມ​ແນ່​ໃຈ​, ດັ່ງ​ທີ່​ໄດ້​ສອນ​ຜ່ານ​ມາ, ວ່າ​ຜ່ານ​ການ​ກັບ​ໃຈ ພວກ​ເຈົ້າຈະ​ສາມາດ​​ເໝາະ​ສົມ​ກັບ​ພອນ​ທຸກ​ປະການ​ຂອງ​ສະຫວັນ.20 ການ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ແມ່ນ​ເພື່ອ​ສິ່ງ​ນັ້ນ​ແຫລະ. ຈົ່ງ​ເວົ້າລົມ​ນຳ​ພໍ່​ແມ່​ຂອງ​ພວກ​ເຈົ້າ ຫລື ຜູ້​ປຶກສາ​ທີ່​ໄວ້​ວາງ​ໃຈ​ໄດ້ ​ແລະ ​ປຶກສານຳ​ອະທິການ​ຂອງ​ພວກ​ເຈົ້າ.

​ເມື່ອ​ກ່າວ​ເຖິງ​ສິນ​ທຳ, ຜູ້​ໃຫຍ່​ບາງ​ຄົນ​ເຊື່ອ​ວ່າການ​ຍຶດໝັ້ນກັບ​ໂຄງການ​ທີ່​ສຳຄັນ​ຕໍ່​ມວນ​ມະນຸດ ຫລື ຕໍ່​ຫລັກການ​ຈະ​ລົບ​ລ້າງ​ຄວາມ​ຈຳ​ເປັນ​ທີ່​ຈະ​ເຮັດ​ຕາມ​ຄຳ​ສອນ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ. ​ເຂົາ​ເຈົ້າ​ເວົ້າກັນ​ວ່າ ການ​ເຮັດ​ຜິດ​ເລື່ອງ​ເພດ “​ເປັນ​ເລື່ອງ​ເລັກ​ນ້ອຍ … [ຖ້າ​ຫາກ​ເຮົາ] … ​ເປັນ​ຄົນ​ອ່ອນ​ນ້ອມ ​ແລະ ມີ​ໃຈ​ເພື່ອ​ແຜ່.21 ການ​ຄິດ​ເຊັ່ນ​ນັ້ນ​ເປັນ​ການ​​ເວົ້າຕົວະ​ຕົນ​ເອງ. ຊາວ​ໜຸ່ມ​ບາງ​ຄົນ​ໄດ້​ບອກ​ຂ້າພະ​ເຈົ້າວ່າ ວັດທະນະທຳ​ໃນ​ປະຈຸ​ບັນ​ຂອງ​ເຮົາ​ບໍ່​ “​ໂດ່​ງດັງ” ປານ​ໃດ ​ເພາະ​ວ່າ​ພະຍາຍາມ​ຫລາຍ​ເກີນ​ໄປ​ໃນ​ຫລາຍ​ເລື່ອງ, ​ຮ່ວມ​ທັງ​ການ​ດຳລົງ​ຊີວິດ​ໃຫ້​ສອດຄ່ອງ​ກັບ​ຫລັກ​ທຳ​ທີ່​ຊອບ​ທຳ.22 ກະລຸ​ນາ​ຢ່າຫລົງ​ເຂົ້າ​ໄປ​ໃນ​ກັບ​ດັກ​ເຊັ່ນ​ນັ້ນ​ເດີ້.

​ໃນ​ຕອນ​ຮັບ​ບັບຕິ​ສະມາ ​ເຮົາ​ໄດ້​ສັນຍາ​ທີ່​ຈະ​ຮັບ​ເອົາ​ພຣະນາມ​ຂອງພຣະ​ເຢຊູຄຣິດ​, ໂດຍ​ມີ​ ຄວາມ​ຕັ້ງ​ໃຈ​ ທີ່​ຈະ​ຮັບ​ໃຊ້​ພຣະ​ອົງ​ຈົນ​ເຖິງ​ທີ່​ສຸດ.”23 ພັນທະ​ສັນຍາ​ເຊັ່ນ​ນັ້ນຮຽກຮ້ອງ​ຄວາມ​ກ້າຫານ, ການ​ຜູກ​ມັດ, ​ແລະ ຄວາມ​ຊື່ສັດ ຖ້າ​ຫາກ​ເຮົາ​ຢາກ​​ຮ້ອງ​ເພງ​ສັນລະ​ເສີນ​ຄວາມ​ຮັກ​ທີ່​ໄຖ່ຕໍ່​ໄປ ​ແລະ ປ່ຽນ​ໃຈ​ ເຫລື້ອມ​ໃສ​ແທ້ໆ.

ຕົວຢ່າງ​ອັນ​​ເກົ່າ​ແກ່​ກ່ຽວ​ກັບ​ການ​ຜູກ​ມັດທີ່​ເຂັ້ມ​ແຂງ ​ແລະ ບໍ່​ຫວັ່ນ​ໄຫວສຳລັບ​ທຸກ​ຄົນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຈາກ​ຕົວຢ່າງ​ຂອງ​ນັກ​ຫລິ້ນ​ກິລາ​ຄົນ​ອັງກິດຜູ້​ໜຶ່ງ​ທີ່​ໄດ້​ແຂ່ງຂັນ​ໂອ​ລິ​ມປິກ​ໃນ​ປີ 1924 ຢູ່​ກຸງ​ປາລີ, ປະ​ເທດ​ຝະລັ່ງ.

ທ້າວ ​ແອ​ຣິກ ລິດ​​ແດ​ວ ​ເປັນ​ລູກ​ຊາຍ​ຂອງ​ຜູ້​ສອນ​ສາດສະໜາ​ຄົນ​ສະ​ກ໊ອດຢູ່​ປະ​ເທດ​ຈີນ ​ແລະ ​ເປັນ​ຜູ້​ຖື​ສາດສະໜາ​ທີ່​ເຄັ່ງ​ຄັດ. ລາວ​ໄດ້​ໃຈ​ຮ້າຍ​ໃຫ້​ຜູ້ນຳ​ກຸ່ມ​ໂອ​ລິ​ມປິກຂອງ​ປະ​ເທດ​ອັງກິດ​ ​ໂດຍ​ປະຕິ​ເສດ ບໍ່​ວ່າ​ຈະ​ມີ​ຄວາມ​ກົດ​ດັນ​ຫລາຍ​ປານ​ໃດ​ກໍ​ຕາມ, ລາວ​ຈະ​ບໍ່​ຍອມ​ແລ່ນ​​ແຂ່ງຂັນ 100 ​ແມັດ ທີ່​ຈັດ​ຂຶ້ນ​ໃນ​ວັນ​ອາທິດ. ​​ແຕ່​ລາວ​ໄດ້​ຊະນະ​ເລີດ​ໃນ​ການ​ແລ່ນ​​ແຂ່ງຂັນ 400 ແມັດ. ຕົວຢ່າງ​ຂອງ ລິດ​ແດ​ວ ທີ່​ບໍ່​ຍອມ​​ແຂ່ງຂັນ​ໃນ​ວັນ​ອາທິດ ​ເປັນ​ສິ່ງ​ດົນ​ໃຈ​ໂດ​ຍສະ​ເພາະ.

ການ​ບັນຍາຍ ​ແລະ ການ​ລະນຶກ​ເຖິງ​ການ​ໃຫ້​ກຽດ​ຂອງ​ລາວ, ລາວ​ໄດ້​ຄິດ​ເຖິງຖ້ອຍ​ຄຳທີ່​ດົນ​ໃຈ​ຈາກ​ເອຊາ​ຢາ​ວ່າ, “​ແຕ່​ພວກ​ທີ່​ມີ​ຄວາມ​ໄວ້​ວາງ​ໃຈ​ໃນ​ພຣະອົງ ຄື​ປົງ​ໃຈ​ຂໍ​ໃຫ້​ພຣະຜູ້​ເປັນ​ເຈົ້າຊ່ອຍ​ເຫລືອ​ນັ້ນ ​ເຂົາ​ກໍ​ຈະ​ໄດ້​ມີ​ກຳລັງວັງຊາ​ຂຶ້ນ​ໃໝ່; ​ເຂົາ​ຈະ​ລຸກຂຶ້ນ​ໄດ້​ດັ່ງ​ນົກ​ອິນ​ຊີ​ບິນ​ໄປ; ​ເຂົາ​ຈະ​ແລ່ນ​ໄດ້ ​ແລະ ບໍ່​ອິດ​ເມື່ອຍ​ອ່ອນ​ແຮງ; ​ເຂົາ​ຈະ​ຍ່າງ​ໄປ ​ແລະ ບໍ່​ອ່ອນ​ແຮງ​ລົງ​ອີກ.”24

ການ​ກະທຳ​ທີ່​ເປັນ​ໜ້າ​ຍ້ອງຍໍ​ຂອງ ລິດ​ແດ​ວ ມີ​ອິດ​ທິພົນ​ຫລາຍ​ຕໍ່​ຊີວິດ​ຂອງ​ລູກ​ຊາຍ​ນ້ອຍ​ຂອງ​ຂ້າພະ​ເຈົ້າ ທີ່​ຈະ​ບໍ່​ຫລິ້ນ​ກິລາ​ໃນ​ວັນ​ອາທິດ ​ແລະ ສຳຄັນ​ກວ່າ​ນັ້ນ ​ເພື່ອ​​ແຍກ​ຕົວ​ລາວ​​ເອງອອກ​ຈາກ​ຄວາມ​ບໍ່​ຊອບ​ທຳ ​ແລະ ການ​ກະທຳ​ຂອງ​ໂລກ. ລາວ​ໄດ້​ໃຊ້​ຖ້ອຍ​ຄຳ​ຈາກ​ເອຊາ​ຢາ​ຢູ່​ໃນ​ປຶ້ມຮູບ​ປະຈຳ​ປີ​ຢູ່​ໂຮງ​ຮຽນ. ແອ​ຣິກ ລິດ​ແດ​ວ ​ໄດ້​​ເປັນ​ຕົວຢ່າງ​ທີ່​ມີ​ພະລັງ​ເຖິງ​ຄວາມ​ຕັ້ງ​ໃຈ ​ແລະ ການ​ຜູກ​ມັດ​ຕໍ່​ຫລັກ​ທຳ.

​​ເມື່ອ​ຊາວ​ໜຸ່ມ​ຂອງ​ພວກ​ເຮົາ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ປະທານ​ມອນ​ສັນ ​ໂດຍ​ການ​ຕຽມ​ຕົວ​ທີ່​ຈະ​ຮັບ​ໃຊ້​ເຜີຍ​ແຜ່, ​ແລະ ເມື່ອ​ເຮົາ​ດຳລົງ​ຊີວິດ​ຕາມ​ຫລັກ​ທຳທີ່ພຣະຜູ້​ຊ່ອຍ​ໃຫ້​ລອດ​​ໄດ້​ສອນ ​ແລະ ຕຽມ​ເຮົາ​​ເພື່ອ​ພົບ​ກັບ​ພຣ​ະ​ເຈົ້າ,25 ​ແລ້ວ​ເຮົາ​ຈະ​ຊະນະການ​ແຂ່ງຂັນ​ທີ່​ສຳຄັນ​ກວ່າ.26 ​ເຮົາ​ຈະ​ມີ​ພຣະວິນ​ຍານ​ບໍລິສຸດ​ນຳພາ​​ເສັ້ນທາງ​​ແຫ່ງວິນ​ຍານ​ຂອງ​ເຮົາ. ​ຖ້າ​ຫາກຊີວິດ​ຂອງ​ຄົນ​ໃດ​ກໍ​ຕາມ​ທີ່​ບໍ່​​ເປັນລະບຽບ, ຈົ່ງ​ຈື່​ຈຳ​ໄວ້​ວ່າ, ​ຍັງ​ບໍ່​ສາຍ​ເກີນ​ໄປ​ເທື່ອ ທີ່​ຈະ​ເຮັດ​ໃຫ້ການ​ຊົດ​ໃຊ້​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ເປັນ​ຮາກ​ຖານ​ຂອງ​ສັດທາ​ ​ແລະ ຊີວິດ​ຂອງ​ເຮົາ.27

ເອຊາ​ຢາ​ໄດ້​ກ່າວ​ວ່າ, “​ເຖິງ​ແມ່ນ​ວ່າ​ບາບ​ຂອງ​ໝູ່​ເຈົ້ານັ້ນ​ເປັນ​ສີ​ແດງ ​ແຕ່​ເຮົາ​ກໍ​ຈະ​ຊຳລະ​ໃຫ້​ຂາວ​ສະອາດ​ດັ່ງ​ນວນ​ຝ້າຍ.”28

ຄຳ​ອະທິຖານ​ອັນ​ຈິງ​ໃຈ​ຂອງ​ຂ້າພະ​ເຈົ້າ​ຄື ຂໍ​ໃຫ້​ເຮົາ​ທຸກ​ຄົນ​​ເຮັດ​ເທົ່າ​ທີ່​ເຮົາ​ສາມາດ​ເຮັດ​ໄດ້ ​ເພື່ອ​ຈະ​ໄດ້​ຮູ້ສຶກ​ເຖິງ​ພຣະວິນ​ຍານ ​ໃນ​ຕອນ​ນີ້ ​ເພື່ອ​ວ່າ​ເຮົາ ​ຈະ​ໄດ້​​ ຮ້ອງ​ເພງ​ສັນລະ​ເສີນ​ຄວາມ​ຮັກ​ທີ່​ໄຖ່ດ້ວຍ​ສຸດ​ໃຈ​ຂອງ​ເຮົາ. ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ເຖິງ​ພະລັງ​ແຫ່ງ​ການ​ຊົດ​ໃຊ້​ຂອງ​ພຣະຜູ້ຊ່ອຍ​ໃຫ້​ລອດ ​ໃນ​ພຣະນາມ​ຂອງ​ພຣ​ະ​ເຢຊູ​ຄຣິດ, ອາ​ແມນ.

Show References

  1.  

    1. ​ເບິ່ງ ​ແອວ​ມາ 4:15–19.

  2.  

    2.  ​ແອວ​ມາ 5:26.

  3.  

    3. ຈອດ ອາ​ເບີດ ສະ​ມິດ ຕອນ​ນັ້ນ​ເປັນ​ປະທານ​ຂອງ​ສະພາ​ອັກຄະ​ສາວົກ​ສິບ​ສອງ. ​ເພິ່ນ​ໄດ້​ກາຍ​ເປັນ​ປະທານ​ຂອງ​ສາດສະໜາ​ຈັກ​​ໃນ​ວັນ​ທີ 21 ​ເດືອນ​ພຶ​ສະພາ  1945. (See Deseret News 2012 Church Almanac [2012], 98.)

  4.  

    4. George Albert Smith, in Sheri L. Dew, Ezra Taft Benson: A Biography (1987), 184.

  5.  

    5. Peggy Noonan, “The Dark Night Rises,” Wall Street Journal, July 28–29, 2012, A17.

  6.  

    6. ດຣ​. ອາ ອາ​ເບີດ ມໍ​ເລີ ຈູ​ເນຍ, ປະທານ, The Southern Baptist Theological Seminary, ສະ​ເໜີ​ຕໍ່​ຜູ້ນຳ​ຝ່າຍ​ສາດສະໜາ, ເມືອງ​ນິວຢອກ, ວັນ​ທີ 5 ​ເດືອນ​ກັນຍາ 2012.

  7.  

    7. ​ເບິ່ງ 2 ນີ​ໄຟ 2:27.

  8.  

    8. ​ເບິ່ງ ​ໂຢຮັນ 5:39; ອາ​ໂມ​ດ 8:11; ​ເບິ່ງ James E. Faust, “A Personal Relationship with the Savior,” Ensign, Nov. 1976, 58–59 ນຳ​ອີກ.

  9.  

    9. ​ເບິ່ງ ​ແອວ​ມາ 31:5.

  10.  

    10. ​ເບິ່ງ ​ແອວ​ມາ 36:23–26.

  11.  

    11. C. S. Lewis, Mere Christianity (1952), 31–32. Lewis was a Fellow in English literature at Oxford University and was subsequently chair of Medieval and Renaissance English at Cambridge University.

  12.  

    12. ​ເບິ່ງ Teachings of Presidents of the Church: Joseph Smith (2007), 324; ​ເບິ່ງ ພຣະນິມິດ 3:15–16 ນຳ​ອີກ.

  13.  

    13.  ​ແອວ​ມາ 5:33.

  14.  

    14. “ຄອບຄົວ: ການ​ປະກາດ​ຕໍ່​ໂລກ,” Liahona and Ensign, Nov. 2010, 129.

  15.  

    15. ເບິ່ງ Richard G. Scott, “Removing Barriers to Happiness,” Ensign, May 1998, 85–87. ວັດທະນະທຳ​ບາງ​ຢ່າງ​ທີ່​ຈຳ​ເປັນ​ທີ່​ສຸດ​​ແມ່ນກົງກັນຂ້າມ​ກັບ​ຄຳ​ສອນ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ສາມາດ​ພາ​ເຮົາ​ຫລົງ​ທາງ​ໄປ. ຕອນ​ຂ້າພະ​ເຈົ້າຢູ່​ໃນ​ເຂດ​ປາຊີ​ຟິກພາກ​ໃຕ້, ຂ້າພະ​ເຈົ້າ​ໄດ້​ພົບ​ກັບ​ຜູ້​ຊາຍ​ຄົນ​ໜຶ່ງ​ຜູ້​ໄດ້ສືບ​ເບິ່ງ​ສາດສະໜາ​ຈັກ​ເປັນ​ເວລາ​ຫລາຍ​ປີ. ລາວ​ບອກ​ວ່າ ລາວ​ມີ​ຄວາມ​ປະ​ທັບ​ໃຈ​ຫລາຍ​ເມື່ອ​​ໄດ້​ຍິນຜູ້ນຳ​ຂອງ​ສາດສະໜາ​ຈັກ​ສອນຢູ່​ໃນ​ກອງ​ປະຊຸມ​ຜູ້ນຳ​ຖານະ​ປະ​ໂລຫິດ​ວ່າ, “ມື​ທີ່​​ເຄີຍ​ໃຊ້​ຕີ​ລູກ ຄວນ​ໃຊ້​ເພື່ອ​ເປັນ​ພອນໃຫ້​ແກ່​ລູກໆ​ຂອງ​ທ່ານ.” ລາວ​ໄດ້​ຮັບ​ເອົາ​ບົດຮຽນ​ຂອງ​ຜູ້​ສອນ​ສາດສະໜາ, ​ໄດ້​ຮັບ​ບັບຕິ​ສະມາ, ​ແລະ ​ໄດ້​ເປັນ​ຜູ້ນຳ​ທີ່​​ດີ.

  16.  

    16. “ຮັກ​ທີ່​ບ້ານ,” ​​ເພງ​ສວດ ​ແລະ ​ເພງ​ຂອງ​ເດັກນ້ອຍ, ​ເລກທີ 48.

  17.  

    17. ​ເບິ່ງ ​ແອວ​ມາ 39.

  18.  

    18. ​ເບິ່ງ Ezra Taft Benson, “Cleansing the Inner Vessel,” Ensign, May 1986, 4.

  19.  

    19. ປະທານ​ກໍ​ດອນ ບີ ຮິງ​ລີ ​ໄດ້​ສະ​ເໜີ​​ໃບ “ຄອບຄົວ: ການ​ປະກາດ​ຕໍ່​​ໂລກ” ຢູ່​ໃນ​ກອງ​ປະຊຸມ​ສະມາຄົມ​ສະຕີ​ສົງ​ເຄາະ​ສາມັນ​ໃນ​ເດືອນ​ກັນຍາ ປີ 1995. ປະທານທອມ​ມັສ ​ແອັສ ມອນ​ສັນ ​​ເປັນ​ຜູ້​ຄວບ​ຄຸມ​ການ​ດັດ​ແປງ​ບົດ​ທີ​ໜຶ່ງ ຂອງ​ປຶ້ມ Handbook 2: Administering the Church (2010), “Families and the Church in God’s Plan.”

  20.  

    20. ​ເບິ່ງ ​ແອວ​ມາ 13:27–30; 41:11–15.

  21.  

    21. Ross Douthat, Bad Religion: How We Became a Nation of Heretics (2012), 238; ​ເບິ່ງ ​ແອວ​ມາ 39:5 ນຳ​ອີກ.

  22.  

    22. ຢ່າ​ປ່ອຍ​ໃຫ້ວັດທະນະທຳ​ໃດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຮຸນ​ແຮງ ​ແລະ ບໍ່​ມີ​ສິນ​ທຳ ​ແລະ ຈັບ​ຜິດ​ຄົນ​ທີ່​ດຳລົງ​ຊີວິດ​ຕາມ​ຫລັກ​ທຳ​ທີ່​ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ສອນ ມາ​ລົບ​ກວນ​ສັດທາ​ຂອງ​ທ່ານ. ດັ່ງ​ທີ່ນັກ​ກະວີ​ຊື່ ​ເວີ​ດສະ​ເວິດ ​ໄດ້​​ຂຽນ​ໄວ້​ຢ່າງ​ນິ້ມ​ນວນ​ວ່າ “ຈົ່ງ​ບຳລຸງ​ລ້ຽງ [ຈິດ​ໃຈຂອງ​ທ່ານ​] ດ້ວຍຄວາມ​ຄິດ​ທີ່​ສູງ​ສົ່ງ, ຈົນ​ວ່າ​ການ​ກ່າວ​ວິຈານ, ການ​ຕັດສິນ​ທີ່​ບໍ່​ຮອບ​ຄອບ, ຫລື ການ​ດູ​ຖູ​ກຂອງ​ຄົນ​ທີ່​ເຫັນ​ແກ່​ຕົວ … ບໍ່ສາມາດ​​ເອົາ​ຊະນະ …ຫລື​ ຫລົບ​ກວນ​ສັດທາ​ທີ່​ຊື່ນ​ບານ [ຂອງ​ທ່ານ]” (“Lines Composed a Few Miles above Tintern Abbey,” in The Oxford Book of English Verse, ed. Christopher Ricks [1999], 346).

  23.  

    23.  ​ໂມ​ໂຣ​ໄນ 6:3; ​ເນັ້ນຄຳ​ເນີ້ງ; ​ເບິ່ງ ​ໂມ​ໄຊ​ຢາ 18:13 ນຳ​ອີກ.

  24.  

    24.  ​ເອຊາ​ຢາ 40:31; ​ເບິ່ງ Robert L. Backman, “Day of Delight,” New Era, June 1993, 48–49.

  25.  

    25. ​ເບິ່ງ ​ແອວ​ມາ 34:32.

  26.  

    26. ​ເບິ່ງ 1 ​ໂກຣິນ​ໂທ 9:24–27.

  27.  

    27. ​ເບິ່ງ ຮີ​ລາມັນ 5:12. ທ່ານອໍ​ລີ​ເວີ ​ເວັນ​ແດ​ວ ຊີ​ເຍຍ ​ໄດ້​ແນະນຳ​ວ່າ, “ຂ້າພະ​ເຈົ້າ​ໄດ້​ພົບ​ສິ່ງ​ທີ່​ຍິ່ງ​ໃຫຍ່​ຢູ່​ໃນ​ໂລກ​ນີ້, ບໍ່​ແມ່ນ​ບ່ອນ​ທີ່​ເຮົາ​ຢືນ​ຢູ່, ​ແຕ່​ແມ່ນ​​ເສັ້ນທາງ​ທີ່​ເຮົາ​ຈະ​ເດີນ​ໄປ: ​ເພື່ອ​ໃຫ້​ໄປ​ເຖິງ​ທ່າ​ເຮືອ​ຂອງສະຫວັນ, ບາງ​ເທື່ອ​ເຮົາ​ຕ້ອງຂັບ​ເຮືອ​ໄປ​ຕາມ​ລົມ ​ແລະ ບາງ​ເທື່ອ​ກໍຕ້ານ​ລົມ,—ແຕ່​ເຮົາ​ຕ້ອງ​ຂັບ​ເຮືອ​ໄປ, ​ແລະ ບໍ່​ຊັດ​ເຊ​ພະ​ເນຈອນ, ບໍ່​ຢຸດ​ຢູ່​ດ້ວຍ​ສະ​ໝໍ (The Autocrat of the Breakfast-Table [1858], 105).

  28.  

    28.  ​ເອຊາ​ຢາ 1:18.