​ສັງ​ເກດກ່ອນ, ​ແລ້ວ​ຮັບ​ໃຊ້

​ໂດຍ ລິນ​ດາ ເຄ ​ເບີ​ຕັນ

ປະທານ​ສະມາຄົມ​ສະຕີ​ສົງ​ເຄາະ​ສາມັນ


ລິນ​ດາ ​ເຄ ​ເບີ​ຕັນ
​ແຕ່​ດ້ວຍ​ການ​ຝຶກ​ຝົນ, ​ເຮົາ​ແຕ່ລະຄົນ​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຫລາຍ​ຂຶ້ນ​​ເມື່ອ​ເຮົາ​ຮັບ​ໃຊ້​ລູກໆ​ຂອງ​ພຣະ​ເຈົ້າ.

ຫລັກ​ຖານ​ທີ່​ສຳຄັນ​ຢ່າງ​ໜຶ່ງ​ທີ່​ເຮົາ​ມີ​ເຖິງສາດສະດາ​ທີ່​ຮັກ​ຂອງ​ເຮົາ ປະທານທອມ​ມັສ ແອັສ ມອນ​ສັນ, ​ເປັນ​ຜູ້​ຮັບ​ໃຊ້​ທີ່​ພຣະຜູ້​ເປັນ​ເຈົ້າ​ໄດ້​ເລືອກ​ໄວ້ ຊຶ່ງ​ເພິ່ນ​ຕ້ອງ​ຮຽນ​ທີ່​ຈະ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ—ຮັບ​ໃຊ້​ຜູ້​ຄົນ​ໄປ​ເທື່ອ​ລະ​ຄົນ. ​ເຮົາ​ຜູ້​ທີ່​ໄດ້​ຮັບ​ບັບຕິ​ສະມາ ກໍ​ໄດ້​ເຮັດ​ພັນທະ​ສັນຍາ​ວ່າ​ຈະ​ເຮັດຄື​ກັນ. ​ເຮົາ​ໄດ້​ສັນຍາ​ວ່າ​ຈະ “ລະນຶກ​ເຖິງ ​[ພຣະຜູ້​ຊ່ອຍ​ໃຫ້​ລອດ] ​ຕະຫລອດ​ເວລາ ແລະ ຮັກສາ​ພຣະ​ບັນຍັດ​ຂອງ​ພຣະ​ອົງ,”1 ​ແລະ ພຣະອົງ​ໄດ້​ກ່າວ​ວ່າ, “ນີ້​ແຫລະ ​ແມ່ນ​ຂໍ້​ຄຳ​ສັ່ງ​ຂອງ​ເຮົາ, ຄື​ຈົ່ງ​ຮັກ​ຊຶ່ງ​ກັນ​ແລະ​ກັນ​ດັ່ງ​ເຮົາ​ຮັກ​ພວກ​ເຈົ້າ.”2

​ຖ້ອຍ​ຄຳ​ດັ່ງ​ຕໍ່​ໄປ​ນີ້​ຂອງ​ປະທານ​ມອນ​ສັນ​ກໍ​ເປັນ​ການ​ເຊື້ອ​ເຊີນອັນ​ດຽວ​ກັນນັ້ນ ​ທີ່​ວ່າ: “ຜູ້​ຄົນ​ທີ່​ຕ້ອງການ​ຄວາມ​ສົນ​ໃຈ, ກຳລັງ​​ໃຈ, ການຄ້ຳຈູ​ນ, ການ​ປອບ​ໂຍນ ​ແລະ ຄວາມ​ເມດ​ຕາ​ຈາກ​ເຮົາ​ຢູ່​ອ້ອມ​ຂ້າງ​ເຮົາ. … ​ເຮົາ​ເປັນ​ພຣະຫັດ​ຂອງ​ພຣະຜູ້​ເປັນ​ເຈົ້າຢູ່​ເທິງ​ໂລກ​ນີ້, ຜູ້​ໄດ້​ຮັບ​ຄຳ​ບັນຊາ​ວ່າ ​ໃຫ້​ຮັບ​ໃຊ້ ​ແລະ ​ເຊີດ​ຊູ​ລູກໆ​ຂອງ​ພຣະອົງ. ພຣະອົງ​ເພິ່ງ​ພາ​ອາ​​​ໄສ​ເຮົາ​ແຕ່ລະຄົນ.”3

ທ່ານເຄີຍ​ໄດ້​ຍິນ​ບໍ—ຄຳ​ເຊື້ອ​ເຊີນ​​ໃຫ້​ຮັກ​ຊຶ່ງ​ກັນ​ແລະ​ກັນ? ສຳລັບ​ບາງ​ຄົນ, ການ​ຮັບ​ໃຊ້ ຫລື ການ​ປະຕິບັດ​ຕໍ່​ບາງ​ຄົນ, ​​ການ​ເຮັດ​ຕາມ​ຕົວຢ່າງ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ, ບໍ່​ໄດ້​ເປັນ​ສິ່ງ​ງ່າຍ​ທີ່​ຈະ​ເຮັດ. ​ແຕ່​ດ້ວຍ​ການ​ຝຶກ​ຝົນ, ​ເຮົາ​ແຕ່ລະຄົນ​ຈະ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຫລາຍ​ຂຶ້ນ​​ເມື່ອ​ເຮົາ​ຮັບ​ໃຊ້​ລູກໆ​ຂອງ​ພຣະ​ເຈົ້າ. ​ເພື່ອ​ຊ່ອຍ​ເຫລືອ​ເຮົາ​ໃຫ້​ຮັກ​ຊຶ່ງ​ກັນ​ແລະ​ກັນ, ຂ້າພະ​ເຈົ້າຂໍ​ແນະນຳ​ສີ່​ຄຳ​ດັ່ງ​ນີ້: “​ສັງ​ເກດ ກ່ອນ, ​ແລ້ວ​ ຮັບ​ໃຊ້.”

​ເກືອບ​ເຖິງ 40 ປີຜ່ານ​ມາ​ແລ້ວ ສາມີກັບ​ຂ້າພະ​ເຈົ້າ​ໄດ້​ໄປ​ພຣະວິຫານ​ໃນ​​ແລງ​ວັນ​ສຸກ​ມື້ໜຶ່ງ. ພວກ​ເຮົາ​ຫາ​ກໍ​ໄດ້​ແຕ່ງງານ​ກັນ, ​ແລະ ຂ້າພະ​ເຈົ້າກໍ​ຄິດ​ຢ້ານ​ແດ່ ​​ເພາະວ່າ​ເທື່ອ​ນັ້ນ​ເປັນ​ເທື່ອ​ທີ​ສອງ​ນັບ​ແຕ່​ພວກ​ເຮົາ​ໄດ້​ແຕ່ງງານ​ກັນ. ​ເອື້ອຍ​ນ້ອງຄົນ​ໜຶ່ງຜູ້​ນັ່ງ​ຢູ່​ທາງ​ຂ້າງ​ຂ້າພະ​ເຈົ້າ, ​ໄດ້​ສັງ​ເກດ​ເຫັນ​ຂ້າພະ​ເຈົ້າ. ລາວ​ໄດ້​ເນີ້ງ​ຕົວ​ມາ​ຫາ​ຂ້າພະ​ເຈົ້າ ​ແລະ ​ເວົ້າຄ່ອຍໆ​ວ່າ, “ບໍ່​ຕ້ອງ​ເປັນ​ຫ່ວງ, ຂ້ອຍ​ຊິ​ຊ່ອຍ​ເຈົ້າ.” ​ແລ້ວ​ຂ້າພະ​ເຈົ້າ​ໄດ້​ຮູ້ສຶກ​ສະບາຍ​ໃຈຂຶ້ນ, ​ແລະ ຊື່ນ​ຊົມ​​ກັບ​ການ​ນະ​ມັດ​ສະການ​ຢູ່​ໃນ​ພຣະວິຫານ. ລາວ​ໄດ້​ສັງ​ເກດກ່ອນ, ​ແລ້ວ​ໄດ້​ຮັບ​ໃຊ້.

​ເຮົາ​ທຸກ​ຄົນ​ຖືກ​ເຊື້ອ​ເຊີນ​ໃຫ້​ເຮັດ​ຕາມ​ຄຳ​ສອນ ​ແລະ ​ເພື່ອປະຕິບັດຕໍ່​ຄົນ​ອື່ນ​ຢ່າງ​ທີ່​ພຣະ​ເຢຊູ​ໄດ້​ເຮັດ. ການ​ເຊື້ອ​ເຊີນ​ນີ້​ບໍ່​ແມ່ນ​ສຳລັບ​ເອື້ອຍ​ນ້ອງ​ຜູ້​ເປັນ​ດັ່ງ​ທູດ​ເທົ່າ​ນັ້ນ. ​​ໃນ​ຂະນະ​ທີ່ຂ້າພະ​ເຈົ້າແບ່ງປັນ​ຕົວຢ່າງ​ໃນ​ແຕ່​ລະ​ວັນຂອງ​ສະມາຊິກ​ຜູ້​ໄດ້​ຮຽນທີ່​ຈະ​ສັງ​ເກດກ່ອນ ​ແລ້ວຮັບ​ໃຊ້, ຈົ່ງ​ຟັງ​ຄຳ​ສອນ​ຂອງ​ພຣ​ະ​ເຢຊູ​ທີ່​ເຂົາ​ເຈົ້າ​ໄດ້​ສະ​ແດງ​ອອກ​ມາ.

​​ເດັກນ້ອຍ​ຊັ້ນປະຖົມ​ໄວ​ອາຍຸ​ຫົກ​ປີ​ໄດ້​​ເວົ້າວ່າ: “ຕອນ​ຂ້ານ້ອຍ​ໄດ້​ຖືກ​ເລືອກ​ໃຫ້​ເປັນ​ຜູ້​ຊ່ອຍ​ຄູ​ຢູ່​ໃນ​ຫ້ອງ, ຂ້ານ້ອຍ​ສາມາດ​ເລືອກ​ໝູ່​ຄົນ​ໜຶ່ງ​ໃຫ້​ຊ່ອຍ​ຂ້ານ້ອຍ. ຂ້ານ້ອຍ​ໄດ້​ເລືອກ​ເອົາ [​ເດັກນ້ອຍ​ຜູ້​ຊາຍ​ຄົນ​ໜຶ່ງ​ທີ່​ເຄີຍ​ຂົ່ມ​ເຫັງ​ຂ້ານ້ອຍ] ​ເພາະວ່າ ລາວ​ບໍ່​ເຄີຍ​ຖືກ​ເລືອກ. ຂ້ານ້ອຍ​ຢາກ​ໃຫ້​ລາວ​ຮູ້ສຶກ​ດີ​ໃຈ.”4

​ເດັກນ້ອຍ​ຄົນ​ນີ້​ໄດ້​ສັງ​ເກດ​ເຫັນ​ສິ່ງ​ໃດ? ລາວ​ໄດ້​ສັງ​ເກດ​ເຫັນ​ວ່າ ​ເດັກນ້ອຍ​ທີ່​ຂົ່ມ​ເຫັງ​ຄົນ​ອື່ນ​ບໍ່​ເຄີຍ​ຖືກ​ເລືອກ. ລາວ​ໄດ້​ເຮັດ​ຫຍັງ​ຫລັງ​ຈາກສັງ​ເກດ? ລາວ​ໄດ້​ເລືອກ​ທ້າວ​ນັ້ນ​ໃຫ້​ເປັນ​ຜູ້​ຊ່ອຍ​ລາວ. ພຣະ​ເຢຊູ​ໄດ້​ສອນ​ວ່າ, “ຈົ່ງ​ຮັກ​ສັດຕູ​ຂອງ​ເຈົ້າ, ​ໃຫ້​ພອນ​ແກ່​ຜູ້​ທີ່​ສາບ​ແຊ່ງ​ເຈົ້າ, ​ເຮັດ​ຄວາມ​ດີ​ກັບ​ຄົນ​ທີ່​ກຽດ​ຊັງ​ເຈົ້າ.”5

​ຢູ່​ໃນ​ຫວອດ​ບ່ອນ​ໜຶ່ງ, ຜູ້​ດຳລົງ​ຖານະ​ປະ​ໂລຫິດ​​ແຫ່ງ​ອາ​ໂຣນໄດ້​ສັງ​ເກດ​ ​ແລ້ວ​ຮັບ​ໃຊ້​ໃນ​ວິທີ​ທີ່​ມີ​ຄວາມ​ໝາຍ. ທຸກ​ອາທິດ​ຊາຍ​ໜຸ່ມ​ໄດ້​ມາ​ໂບດ​ກ່ອນ​ເວລາ, ບໍ່​ວ່າ​ຝົນ​ຈະ​ຕົກ, ຫິມະ​ຈະ​ລົງ, ຫລື ຮ້ອນ​ອົບ​ເອົ້າ, ​ເຂົາ​ເຈົ້າ​ໄດ້​ລໍຖ້າ​ຜູ້​ອາວຸ​ໂສ​ທີ່​ມາ​ໂບດ. ​ເຂົາ​ເຈົ້າ​ໄດ້​ຊ່ອຍ​ຍົກ​ລໍ້​ເຂັນ ​ແລະ ​ລໍ້ຊ່ອຍ​ຍ່າງ​ອອກ​ຈາກ​ລົດ, ຊ່ອຍ​ຈູງ​ຜູ້ອາວຸໂສອອກ​ຈາກ​ລົດ ​​ແລະ ​ເຂົ້າ​ໄປ​​ໃນ​ຕຶກ. ​ເຂົາ​ເຈົ້າ​ໄດ້​ເຮັດໜ້າ​ທີ່​ຂອງ​ເຂົາ​ເຈົ້າ​ແທ້ໆ​ຕໍ່​ພຣະ​ເຈົ້າ. ​​​ເມື່ອ​ເຂົາ​ເຈົ້າ​ໄດ້ສັງ​ເກດກ່ອນ ​ແລ້ວ​ຮັບ​ໃຊ້, ​ເຂົາ​ເຈົ້າ​ໄດ້​ດຳລົງ​ຊີວິດ​ຕາມ​ຕົວຢ່າງ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ ທີ່​ວ່າ: “​ເມື່ອ​ໃດ​ພວກ​ເຈົ້າ​ໄດ້​ເຮັດ​ສິ່ງ​ເຫລົ່າ​ນີ້​ແກ່​ຜູ້​ທີ່​ຕ່ຳ​ຕ້ອຍ​ທີ່​ສຸດ​ຄົນ​ໜຶ່ງ​ໃນ​ພວກ​ພີ່ນ້ອງ​ເຫລົ່າ​ນີ້​ຂອງ​ເຮົາ, ພວກ​ເຈົ້າກໍ​ໄດ້​ເຮັດ​ແກ່​ເຮົາ​ເໝືອນ​ກັນ.”6 ​ເມື່ອ​ຊາວ​ໜຸ່ມ​ປະຕິບັດ​ຕາມ​ຫລັກສູດ​ໃໝ່, ຕາ​ຂອງ​ເຂົາ​ເຈົ້າຈະ​ເປີດ​ກວ້າງ​ຕໍ່​ໂອກາດ​ທີ່​ຈະ​ໄດ້​ຮັບ​ໃຊ້​​ຕາມ​ວິທີ​ຂອງ​ພຣະຄຣິດຫລາຍ​ກວ່າ​ເກົ່າ.

ການ​ສັງ​ເກດ ​ແລະ ການ​ຮັບ​ໃຊ້ ບາງ​ເທື່ອ​ຈະ​ຕ້ອງ​ໃຊ້​ຄວາມ​ພະຍາຍາມ​ຢ່າງ​ຫລວງຫລາຍ. ຍິງ​ໜຸ່ມ​ທີ່​ໄດ້​ຮັບ​ການ​ດົນ​ໃຈ ຊື່ ອາ​ເລັກ​ຊັນ​ເດຣຍ ​ໄດ້​ສັງ​ເກດ​ເຫັນ​ວ່າ​ລູກ​ພີ່ນ້ອງ​ຂອງ​ນາງ​ຊື່ ​ແມ​ດີ​ສັນ, ບໍ່​ສາມາດ​​​ເຮັດ​ຄວາມ​ກ້າວໜ້າ​ສ່ວນ​ຕົວ​ຂອງ​ນາງ​ສຳ​ເລັດ ​ເພາະ​ນາງ​ເປັນຄົນ​ປັນຍາອ່ອນ. ນາງ​ອາ​ເລັກ​ຊັນ​ເດຣຍ​ໄດ້​ເວົ້າລົມ​ກັບ​ໝູ່​ຜູ້ຍິງ​ດ້ວຍ​ກັນ​ຢູ່​ໃນ​ຫວອດ, ​ໄດ້​ປຶກສາ​ກັບ​ຜູ້ນຳ​ຂອງ​ນາງ, ​ແລະ ​ໄດ້​ພາກັນ​ເຮັດ​ບາງ​ສິ່ງ​ເພື່ອ​ນາງ​ແມດ​ດີ ອັນ​ທີ່​ນາງບໍ່​ສາມາດ​ເຮັດ​ໄດ້​ເພື່ອ​ຕົວ​ເອງ. ຍິງ​ໜຸ່ມ​ແຕ່ລະຄົນ​ໄດ້​ເຮັດ​ຄວາມ​ກ້າວ​ໜ້າ​ສ່ວນ​ຕົວ​ບາງ​ຢ່າງ​ເພື່ອ​ນາງ ​ເພື່ອ​ຊ່ອຍ​ນາງ​ບັນລຸ​ຄວາມ​ສຳ​ເລັດ ​ແລະ ​ໄດ້​ຮັບ​ຫລຽນ​ສຳ​ເລັດ​ຜົນງານ.7

ຍິງ​ໜຸ່ມ​ເຫລົ່ານີ້​ຈະ​ກ້າວໜ້າ​ໄປ​ສູ່​ການ​ເປັນ​ແມ່ ​ແລະ ​ເປັນ​ເອື້ອຍ​ນ້ອງ​ໃນ​ສະມາຄົມ​ສະຕີ​ສົງ​ເຄາະ ​ເພາະວ່າ​ເຂົາ​ເຈົ້າ​ໄດ້​ຮຽນ​ສັງ​ເກດກ່ອນ ​ແລ້ວ​ຮັບ​ໃຊ້ ​ໃນ​ວິທີ​ທີ່​ເປັນຄວາມ​ໃຈ​ບຸນ.

ປະທານ​ມອນ​ສັນ​ໄດ້​ເຕືອນ​ເຮົາ​ວ່າ “ຄວາມ​ໃຈ​ບຸນຄືຄວາມ​ຮັກ​ອັນບໍລິສຸດ​ຂອງ​ພຣະຄຣິດ”8—— ຫລື ອີກ​ປະການ​ໜຶ່ງ ​ເປັນ​ການ​ສັງ​ເກດ ​ແລ້ວ​ຮັບ​ໃຊ້— “ມັນ​ເປັນ​ຫລັກ​ຖານ ​ເມື່ອ​​ເຫັນ​ວ່າມີ​ຄົນ​ຈື່​ຈຳ​ຜູ້​ອາວຸ​ໂສ ​ແລະ ພາລາ​ວ​ໄປ​ຮ່ວມ​ກິດຈະກຳ​ທີ່​​ໂບດ” ​ແລະ “​ເມື່ອ​ເອື້ອຍ​ນ້ອງ​ບາງ​ຄົນ​ນັ່ງ​ຢູ່​ຄົນ​ດຽວ​ໄກ​ໝູ່ ​ແລະ ​ໄດ້​ຍິນ​ຄຳ​ເຊື້ອ​ເຊີນ​ທີ່​ວ່າ, ‘ມາ​ພີ້—ມາ​ນັ່ງ​ກັບ​ພວກ​ເຮົາ.’”9 ກົດ​ທອງ​ຄຳ​​ໄດ້​ຖືກ​ນຳ​ໃຊ້​ ທີ່​ວ່າ: “ທຸກ​ສິ່ງ​ທຸກ​ຢ່າງ​ບໍ່​ວ່າ​ອັນ​ໃດ​ກໍ​ຕາມ​ທີ່​ເຈົ້າ​ປາ​ຖະໜາ​ໃຫ້​ຜູ້​ອື່ນ​ເຮັດ​ກັບ​ເຈົ້າ, ເຈົ້າຈົ່ງ​ເຮັດ​ກັບ​ເຂົາ​ທຸກ​ປະການ​ເໝືອນ​ກັນ.”10

ສາມີ​ຄົນ​ໜຶ່ງຜູ້​ຮູ້​ຈັກ​ສັງ​ເກດ​​ໄດ້​ຮັບ​ໃຊ້​ໃນ​ສອງ​ວິທີ​ທີ່​ສຳຄັນ. ລາວ​ໄດ້​ເລົ່າ​ໃຫ້​ຟັງ​ວ່າ:

“ມື້ໜຶ່ງ​ຂ້າພະ​ເຈົ້າ​ໄດ້​ໄປ​ຊ່ອຍ​ພັນ​ລະ​ຍາ​ຂອງ​ຂ້າພະ​ເຈົ້າຢູ່​ໃນ​ຫ້ອງ​ປະ​ຖົມ​ໄວ​ຂອງ​ນາງ ທີ່​ເຕັມ​ໄປ​ດ້ວຍ​ເດັກນ້ອຍ​ອາຍຸ​​ເຈັດ​ປີ ທີ່​ມີ​ກຳລັງວັງຊາ​ຫລາຍ. ​ເມື່ອ​ຫ້ອງ​ຮ່ວມ​ກຸ່ມ​ເລີ່​ມຕົ້ນ, ຂ້າພະ​ເຈົ້າ​ໄດ້​ສັງ​ເກດ​ເຫັນ​ນາງ​ນ້ອຍ​ຄົນ​ໜຶ່ງ​ນັ່ງ​ຂົດຢູ່​ໃນ​ຕັ່ງ ​ເບິ່ງ​ຄື​ວ່າ​ບໍ່​ສະບາຍ​ໃຈ. ພຣະວິນ​ຍານ​ໄດ້​ກະ​ຕຸ້ນ​ໃຫ້​ຂ້າພະ​ເຈົ້າຮູ້​ວ່າ ນາງ​ຕ້ອງການ​ການ​ປອບ​ໂຍນ, ສະນັ້ນ ຂ້າພະ​ເຈົ້າຈຶ່ງ​ໄດ້​ໄປ​ນັ່ງ​ໃກ້​ນາງ ​ແລະ ​ໄດ້​ຖາມ​ນາງ​ຄ່ອຍໆ​ວ່າ ນາງ​ເປັນ​ຫຍັງ. ນາງ​ບໍ່​ໄດ້​ຕອບ … , ສະນັ້ນ ຂ້າພະ​ເຈົ້າຈຶ່ງ​ໄດ້​ເລີ່ມຕົ້ນຮ້ອງ​ເພງ​ແບບ​ຄ່ອຍ​ໆ​​ຢູ່ໃກ້ນາງ.

“ຊັ້ນປະຖົມ​ໄວ​ພວມ​ຮຽນ​ເພງ​ໃໝ່, ​ແລະ ​ໃນ​ຂະນະ​ທີ່​ພວກ​ເຮົາ​ຮ້ອງ​ເພງຢູ່ນັ້ນ, ‘ຖ້າ​ຫາກ​ເຮົາ​ຟັງສຽງ​​ໃນ​ໃຈ ​ແລ້ວ​ເຮົາ​ຈະ​ໄດ້​ຍິນສຸລະ​ສຽງ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ,’ ຂ້າພະ​ເຈົ້າ​ເລີ່​ມ​ຮູ້ສຶກ​ໄດ້​ຮັບ​ຄວາມ​ສະຫວ່າງ ​ແລະ ຄວາມ​ອົບ​ອຸ່ນ​ຫລາຍ​ທີ່​ສຸດ​ຢູ່​ໃນ​ຈິດ​ວິນ​ຍານ​ຂອງ​ຂ້າພະ​ເຈົ້າ. … ຂ້າພະ​ເຈົ້າ​ໄດ້​ຮັບ​ປະຈັກ​ພະຍານ​ເຖິງ​ຄວາມ​ຮັກ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຕໍ່​ນາງ, ... ​ແລະ ຕໍ່​ຂ້າພະ​ເຈົ້າ. … ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້​ວ່າ ​ເຮົາ​ເປັນ​ພຣະຫັດຂອງ [​ພຣະຜູ້​ເປັນ​ເຈົ້າ] ​ເມື່ອ​ເຮົາ​ຮັບ​ໃຊ້.”11

ບໍ່​ພຽງ​ແຕ່​ອ້າຍ​ນ້ອງ​ທີ່​ເປັນ​ດັ່ງ​ພຣະຄຣິດຄົນ​ນີ້​ໄດ້​ສັງ​ເກດ​ເຫັນ​ວ່າ​ລາວ​ຕ້ອງ​ໄດ້​ຊ່ອຍ​ເຫລືອ​ຫ້ອງ​ຮຽນ​ຂອງ​ພັນ​ລະ​ຍາ​ຂອງ​ລາວ ທີ່​ເຕັມ​ໄປ​ດ້ວຍ​ເດັກນ້ອຍ​ທີ່​ມີ​ກຳລັງວັງຊາ​ຫລາຍເທົ່ານັ້ນ, ​ແຕ່ລາວ​ຍັງ​ໄດ້​ຮັບ​ໃຊ້​ບາງ​ຄົນ​ທີ່​ມີ​ຄວາມຕ້ອງການ​ໃນ​ຫ້ອງ​ນຳ​ອີກ. ລາວ​ໄດ້​ເຮັດຕາມ​ຕົວຢ່າງ​ຂອງ​ພຣະຜູ້​ຊ່ອຍ​​ໃຫ້​ລອດ, ຜູ້​ໄດ້​ສອນ​ວ່າ, “​ສິ່ງ​ໃດ​ທີ່​ເຈົ້າ​ເຫັນ​ເຮົາ​ເຮັດ​ມາ​ແລ້ວ ເຖິງ​ແມ່ນ​ສິ່ງ​ນັ້ນ​ເຈົ້າ​ຈົ່ງ​ກະທຳ.”12

ບໍ່​ດົນ​ມາ​ນີ້ ນ້ຳຖ້ວມ​ໄດ້​ເປີດ​ໂອກາດ​​ໃຫ້​ສານຸ​ສິດ​ຂອງ​ພຣ​ະ​ເຢຊູ​ຄຣິດໄດ້ສັງ​ເກດກ່ອນ ​ແລ້ວ​ຮັບ​ໃຊ້. ຊາຍຍິງຜູ້ໃຫຍ່, ​ຊາວ​ໜຸ່ມ, ​ແລະ ​ເດັກນ້ອຍ​ໄດ້​ເຫັນ​ທຸລະ​ກິດ ​ແລະ ບ້ານ​ເຮືອນ​ຖືກ​ທຳລາຍ ​ແລະ ​ໄດ້​ໄປ​ຊ່ອຍ​ທຳ​ຄວາມ​ສະອາດ ​ແລະ ສ້ອມ​​ແປງ. ບາງ​ຄົນ​ໄດ້​ຊ່ອຍ​ຊັກ​ເຄື່ອງ. ບາງ​ຄົນ​ໄດ້​ເຊັດ​ຮູບ, ​ເຊັດ​ເອກະສານ​ທີ່​ສຳຄັນ, ຈົດໝາຍ, ​ແລະ ໜັງສື​ຕ່າງ​ໆ​ທີ່​ສຳຄັນ ແລະ ​ແລ້ວ​ໄດ້​ຕາກ​ມັນ​ໃຫ້​ແຫ້ງ ​ແລະ ​ເກັບຮັກສາ​ສິ່ງ​ຕ່າງໆ​​ເທົ່າ​ທີ່​ເຂົາ​ເຈົ້າສາມາດ​ເຮັດ​ໄດ້. ການ​ສັງ​ເກດກ່ອນ ​ແລ້ວ​ຮັບ​ໃຊ້ ບໍ່​ໄດ້​ເປັນ​ສິ່ງ​ສະ​ດວກສະ​ເໝີ​ສຳລັບ​ເຮົາ.

ມີ​ບ່ອນ​ໃດ​ແດ່​ທີ່ເຮົາ​ສາມາດ​ສັງ​ເກດກ່ອນ ​ແລ້ວ​ຮັບ​ໃຊ້​​ຫລາຍກວ່າຢູ່​ໃນ​ບ້ານ​? ຕົວຢ່າງ​ໜຶ່ງ​​ໃນ​​ເລື່ອງ​ນີ້ ​ແມ່ນ​​ສະ​ແດງ​ອອກ​ໂດຍແອວ​ເດີ ຣິ​ເຈີດ ຈີ ສະກາ​ດ ທີ່​ວ່າ:

“ຄືນ​ໜຶ່ງ​ລູກ​ຊາຍ​ນ້ອຍ​ຂອງ​ພວກ​ເຮົາ​ຊື່ ຣິ​ເຈີດ, ຜູ້​ເປັນ​ພະຍາດ​ຫົວໃຈ ​ໄດ້​ຕື່ນ ​ແລະ ຮ້ອງ​ໄຫ້​ຂຶ້ນ. ຕາມ​ປົກກະຕິ​ແລ້ວ ພັນ​ລະ​ຍາ​ຂອງ​ຂ້າພະ​ເຈົ້າຈະ​ລຸກ​ໄປ​ເບິ່ງ​ລູກ, ​ແຕ່​ເທື່ອ​ນັ້ນຂ້າພະ​ເຈົ້າໄດ້​ເວົ້າວ່າ, ‘ອ້າຍ​ຊິ​ໄປ​ເອງ.’

“​ເພາະ​​ການເປັນ​ພະຍາດຫົວ​ໃຈ, ​ເມື່ອ​ລາວ​ຮ້ອງ​ໄຫ້​ຂຶ້ນ ຫົວ​ໃຈ​ຂອງ​ລາວ​ຈະ​ເຕັ້ນຢ່າງ​ໄວ. ​ແລ້ວ​ລາວ​ຈະ​ຮາກ​ໃສ່​ບ່ອນ​ນອນ. ຄືນ​ນັ້ນ ຂ້າພະ​ເຈົ້າ​ໄດ້​ກອດ​ລາວ​ໄວ້​ແໜ້ນ ​ເພື່ອ​ໃຫ້​ຫົວ​ໃຈ​ຂອງລາວເຕັ້ນຊ້າ​ລົງ ​ແລະ ​ໃຫ້​ລາ​ວ​ເຊົາ​ຮ້ອງ​ໄຫ້ ​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າພະຍາຍາມ​ປ່ຽນ​ຜ້າ​ປູ​ບ່ອນ​ໃຫ້​ລາວ. ຂ້າພະ​ເຈົ້າ​ໄດ້​ກອດ​ລາວ​ໄວ້​ຈົນ​ວ່າລາວ​ຫລັບ​ໄປ. ຂ້າພະ​ເຈົ້າບໍ່​ຮູ້​ວ່າ ສອງ​ສາມ​ເດືອນ​ຈາກ​ນັ້ນ ລາວ​ຈະໄດ້ເສຍ​ຊີວິດ​ໄປ. ຂ້າພະ​ເຈົ້າຈະ​ບໍ່​ມີ​ວັນ​ລືມ​ຕອນ​ຂ້າພະ​ເຈົ້າກອດ​ລາວ​ໄວ້​ໃນ​ອ້ອມ​ແຂນ​ຂອງ​ຂ້າພະ​ເຈົ້າ​ໃນ​ຄືນ​ນັ້ນ.”13

ພຣະ​ເຢຊູ​ໄດ້​ກ່າວ​ວ່າ, “​ຖ້າ​ຜູ້​ໃດ​ໃນ​ພວກ​ເຈົ້າຢາກ​ເປັນ​ໃຫຍ່, ຜູ້ນັ້ນຕ້ອງ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພວກ​ເຈົ້າ.”14

ບາງ​ເທື່ອ​ເຮົາ​ອາດ​ຄິດ​ຢາກຮັບ​ໃຊ້​ໃນ​ວິທີ​ທີ່​ເຮົາ​ຢາກ​ຮັບ​ໃຊ້ ​ແລະ ບໍ່​ແມ່ນ​ຕາມ​ວິທີ​ທີ່​ຈຳ​ເປັນ​​ໃນ​ເວລາ​ນັ້ນ. ​ເມື່ອ​ແອວ​ເດີ ຣໍເບີດ ດີ ​ແຮວສ໌ ​ໄດ້​ສອນ​ຫລັກ​ທຳ​ກ່ຽວ​ກັບ​ການ​ດຳລົງ​ຊີວິດ​ແບບ​ປະຢັດ​ມັດທະຍັດ, ​ເພິ່ນ​ໄດ້​ເລົ່າ​ຕົວຢ່າງ​ໜຶ່ງ​ໃຫ້​ຟັງ​ເລື່ອງ​ການ​ຊື້​ຂອງ​ຂວັນ​ໃຫ້​ພັນ​ລະ​ຍາ​ຂອງ​ເພິ່ນ. ພັນ​ລະ​ຍາ​ຂອງ​ເພິ່ນ​ໄດ້​ຖາມ​ວ່າ, “ອ້າຍ​ຊື້​ອັນ​ນີ້​​ໃຫ້​ນ້ອງ​ ຫລື ​ໃຫ້​ອ້າຍ?”15 ​ຖ້າ​ຫາກ​ເຮົາ​​ໃຊ້ຄຳ​ຖາມ​ນັ້ນ​​ກັບ​ຕົວ​ເຮົາ​ເອງ ​ໃນ​ຂະນະ​ທີ່​ເຮົາ​ຮັບ​ໃຊ້ ​ແລະ ຖາມ​ວ່າ, “​ເຮົາ​ເຮັດ​ສິ່ງ​ນີ້​ເພື່ອ​ພຣະຜູ້ຊ່ອຍ​ໃຫ້​ລອດ, ຫລື ​ເຮົາ​​ເຮັດ​ສິ່ງ​ນີ້​ເພື່ອ​ຕົວ​ເຮົາ​ເອງ?” ​ແລ້ວການ​ຮັບ​ໃຊ້​ຂອງ​ເຮົາ​ຈະ​ເປັນ​ເໝືອນ​ດັ່ງ​ການ​ປະຕິບັດ​ສາດສະໜາ​ກິດ​ຂອງ​ພຣະຜູ້​ຊ່ອຍ​​ໃຫ້​ລອດ​ຫລາຍ​ຂຶ້ນ. ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ຖາມ ​ແລະ ​ເຮົາ​ກໍ​ຄວນ​ຖາມ​ຄື​ກັນ​ວ່າ, “ພວກ​ເຈົ້າຢາກ​ໃຫ້​ເຮົາ​ເຮັດ​ຫຍັງ​ໃຫ້​ພວກ​ເຈົ້າ?”16

ສອງ​ສາມ​ອາທິດ​ຜ່ານ​ມາ​ນີ້ ຂ້າພະ​ເຈົ້າ​ໄດ້​ຟ້າວ​ຟັ່ງ ​ແລະ ຫຍຸ້ງ​ຢູ່ກັບ​ຫລາຍ​ສິ່ງ​ທີ່​ຕ້ອງ​ເຮັດ​ໃຫ້​ສຳເລັດ. ຂ້າພະ​ເຈົ້າຄິດ​ຢາກ​ໄປ​ພຣະວິຫານ​ໃນ​ມື້ນັ້ນ ​ແຕ່​ຄິດ​ວ່າ​ຕົນ​ເອງ​ຫຍຸ້ງ​ຫລາຍ. ​ເມື່ອ​ຂ້າພະ​ເຈົ້າສຳນຶກໄດ້ວ່າ ຕົນ​ເອງ​ຫຍຸ້ງ​ຈົນບໍ່ມີເວລາ​ໄປ​ພຣະວິຫານ, ​ແລ້ວ​ສິ່ງ​ນັ້ນ​ໄດ້​​ເຕືອນ​ສະຕິ​ຂອງຂ້າພະ​ເຈົ້າວ່າ ຂ້າພະ​ເຈົ້າຈຳ​ເປັນ​ຕ້ອງ​ໄປ​ພຣະວິຫານ​ແທ້ໆ. ຂ້າພະ​ເຈົ້າກໍ​ໄດ້​ອອກ​ໄປ​ຈາກ​ຫ້ອງການ​ຂອງ​ຂ້າພະ​ເຈົ້າ ​ແລະ ​ໄດ້​ຍ່າງ​ໄປ​ຫາພຣະວິຫານ​ເຊົາ​ເລັກ, ​ແລະ ​ເປັນ​ຫ່ວງ​ວ່າ​ຈະ​ຫາ​ເວລາ​ທີ່​ເສຍ​ໄປ​ນັ້ນຄືນ​ມາ​ໄດ້​ແນວ​ໃດ. ​ໂຊກ​ດີ​ທີ່ພຣະຜູ້​ເປັນ​ເຈົ້າມີ​ຄວາມ​ອົດທົນ​ ​ແລະ ມີ​ເມດ​ຕາ ​ແລະ ​ໄດ້​ສອນ​ຂ້າພະ​ເຈົ້າ​​ເຖິງ​ບົດຮຽນ​ທີ່​ດີ​ເລີດ​ໃນ​ມື້ນັ້ນ.

​ໃນ​ຂະນະ​ທີ່​ຂ້າພະ​ເຈົ້ານັ່ງ​ຢູ່​ໃນ​ພຣະວິຫານ, ​ນາງ​ຄົນ​ໜຶ່ງ​ໄດ້​ເນີ້ງ​ຕົວມາ​ຫາ​ຂ້າພະ​ເຈົ້າ ​ແລະ ​ໄດ້​ເວົ້າຄ່ອຍໆ​ວ່າ, “ຂ້ອຍ​ຮູ້ສຶກ​ຢ້ານ. ​ເທື່ອ​ນີ້​ເປັນ​ເທື່ອ​ທີ​ສອງ​ຂອງ​ຂ້ອຍ​ຢູ່​ໃນ​ພຣະວິຫານ. ​ເຈົ້າ​ຊິ​ຊ່ອຍ​ຂ້ອຍ​ໄດ້​ບໍ?” ນາງ​ຮູ້​ໄດ້​ແນວ​ໃດ​ວ່າ ຂ້າພະ​ເຈົ້າຕ້ອງການ​ຢາກ​ໄດ້​ຍິນ​ຖ້ອຍ​ຄຳ​ເຊັ່ນ​ນັ້ນ? ນາງ​ບໍ່ຮູ້, ​ແຕ່​ພຣະບິດາ​ເທິງ​ສະຫວັນ​ຮູ້ຈັກ. ພຣະອົງ​ໄດ້​ສັງ​ເກດ​​ເຫັນ​ຄວາມ​ຕ້ອງການ​ຂອງ​ຂ້າພະ​ເຈົ້າ. ຂ້າພະ​ເຈົ້າຕ້ອງ​ໄດ້​ຮັບ​ໃຊ້. ພຣະອົງ​ໄດ້​ກະ​ຕຸ້ນ​ນາງ​ທີ່​ຖ່ອມ​ຕົນ​ຄົນ​ນັ້ນ​ໃຫ້​ເຊື້ອ​ເຊີນ​ຂ້າພະຈົ້າ​ໃຫ້​ຮັບ​ໃຊ້​ນາງ. ຂ້າພະ​ເຈົ້າຢາກ​ໃຫ້​ທ່ານ​ແນ່​ໃຈ​ໄດ້​ວ່າ ຂ້າພະ​ເຈົ້າ​​ເປັນ​ຜູ້​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ.

ຂ້າພະ​ເຈົ້າ​ໄດ້​ຮັບ​ຮູ້​ຜູ້​ຄົນ​ທີ່​ເປັນ​ເໝືອນ​ດັ່ງ​ພຣະຄຣິດດ້ວຍ​ຄວາມ​ກະຕັນຍູ​ອັນ​ເລິກ​ຊຶ້ງ ຜູ້​ໄດ້​ຮັບ​ໃຊ້​ຄອບຄົວ​ຂອງ​ຂ້າພະ​ເຈົ້າຕະຫລອດ​ປີ. ຂ້າພະ​ເຈົ້າຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​​ໂດຍ​ສະ​ເພາະ​ຕໍ່​ສາມີທີ່​ຮັກ ​ແລະ ຄອບຄົວ​ຂອງ​ຂ້າພະ​ເຈົ້າ, ຜູ້​ໄດ້​ຮັບ​ໃຊ້​ຢ່າງ​ບໍ່​ເຫັນ​ແກ່​ຕົວ, ​ແລະ ດ້ວຍ​ຄວາມ​ຮັກ​ອັນ​ຍິ່ງ​ໃຫຍ່.

ຂໍ​ໃຫ້​ເຮົາ​ທຸກ​ຄົນ​ຈົ່ງສະແຫວງຫາທີ່ຈະສັງ​ເກດກ່ອນ, ​ແລ້ວ​ຮັບ​​ໃຊ້. ​ເມື່ອ​ເຮົາ​ເຮັດ​ເຊັ່ນ​ນັ້ນ, ​ເຮົາ​ຈະ​ຮັກສາ​ພັນທະ​ສັນຍາ, ​ແລະ ການ​ຮັບ​ໃຊ້​ຂອງ​ເຮົາ, ເຊັ່ນດຽວກັບປະທານ​ມອນ​ສັນ, ​​ຈະ​ເປັນ​ຫລັກ​ຖານ​ເຖິງ​ການ​ເປັນ​ສານຸສິດ. ຂ້າພະ​ເຈົ້າຮູ້​ວ່າ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ຊົງ​ພຣະຊົນ​ຢູ່. ການ​ຮັບໃຊ້​ຂອງ​ເຮົາ​ຊ່ອຍ​ໃຫ້​ເຮົາ​ດຳລົງ​ຊີວິດ​ຕາມ​ຄຳ​ສອນ​ຂອງ​ພຣະອົງ. ຂ້າພະ​ເຈົ້າຮູ້​ວ່າປະທານ​ມອນ​ສັນ​ເປັນ​ສາດ​ສະດາ​ຂອງ​ເຮົາ​ໃນ​ທຸກ​ວັນ​ນີ້. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ,​ ອາແມນ.

Mostrar referencias

  1.  

    1. ​ເບິ່ງ Doctrine and Covenants 20:77.

  2.  

    2.  ​ໂຢຮັນ 15:12.

  3.  

    3. Thomas S. Monson, “What Have I Done for Someone Today?” Liahona and Ensign, Nov. 2009, 86.

  4.  

    4. Canyon H., “A Good Choice,” Friend, Jan. 2012, 31.

  5.  

    5.  ມັດ​ທາຍ 5:44.

  6.  

    6.  ມັດ​ທາຍ 25:40.

  7.  

    7. ​ເບິ່ງ “For Madison,” lds.org/youth/video/for-madison.

  8.  

    8.  ​ໂມ​ໂຣ​ໄນ 7:47.

  9.  

    9. Thomas S. Monson, “Charity Never Faileth,” LiahonaandEnsign, Nov. 2010, 125; see also Daughters in My Kingdom: The History and Work of Relief Society (2011), 101.

  10.  

    10.  3 ນີ​ໄຟ 14:12.

  11.  

    11. Al VanLeeuwen, “Serving the One,” Liahona, Aug. 2012, 19; Ensign, Aug. 2012, 15; see also Sally DeFord, “If I Listen with My Heart,” 2011 Outline for Sharing Time, 28.

  12.  

    12.  3 ນີ​ໄຟ 27:21.

  13.  

    13. Richard G. Scott, “The Eternal Blessings of Marriage,” Liahona and Ensign, May 2011, 96.

  14.  

    14.  ມັດ​ທາຍ 20:26.

  15.  

    15. Robert D. Hales, “Becoming Provident Providers Temporally and Spiritually,” Liahona and Ensign, May 2009, 9.

  16.  

    16.  ​ມັດ​ທາຍ 20:32.