ເຂົ້າ​ໃກ້​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ອີກ​ໜຶ່ງ​ບາດກ້າວ

ໂດຍ​ ແອວ​ເດີ ຣະ​ໂຊ ທີ ອໍ​ສະ​ກູ​ທອບ

ປະທານ​ໂຮງຮຽນ​ວັນ​ອາ​ທີ​ດ​ສາມັນ


ຣະ​ໂຊ ທີ ອໍ​ສະ​ກູ​ທອບ
ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ເປັນ​ເປົ້າ​ໝາຍ​ຂອງ​ການ​ຮຽນ​ຮູ້ ແລະ ການ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ທັງ​ໝົດ. ການ​ປ່ຽນ​ໃຈ​ເຫລື້ອມ​ໃສ ບໍ່​ໄດ້​ເປັນ​ເຫດການ​ທີ່​ເກີດ​ຂຶ້ນ​ຄັ້ງ​ດຽວ. ມັນ​ເປັນ​ການ​ສະແຫວງຫາ​ຕະຫລອດ​ຊີວິດ ທີ່​ຈະ​ກາຍເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ອຍ​ໃຫ້ລອດ​ຫລາຍ​ຂຶ້ນ.

ລະດູ​ຮ້ອນ​ທີ່​ຜ່ານ​ມາ​ນີ້ ບົດ​ຄວາມ​ສັ້ນໆທີ່​ຂ້າພະເຈົ້າ​ໄດ້​ຂຽນ​ຖືກພິມຢູ່​ໃນ​ວາລະສານ Liahona ​ແລະ Ensign. ລູກ​ຊາຍ​ຂອງ​ຂ້າພະເຈົ້າ​ໄດ້​ສົ່ງອີ​ເມວ​ມາ​ຫາ​ໂດຍ​ກ່າວ​ວ່າ, “ພໍ່, ບາງທີ​ພໍ່​ຄວນ​ບອກ​ພວກ​ລູກ ເມື່ອ​ພໍ່​ມີ​ບົດ​ຄວາມ​ທີ່​ຖືກ​ພິມ.” ຂ້າພະເຈົ້າ​ໄດ້​ຕອບ​ລາວ​ວ່າ, “ພໍ່ຢາກ​ແນ່​ໃຈ​ວ່າ​ພວກ​ລູກ​ຍັງ​ອ່ານ​ວາລະສານ​ຂອງ​ສາດສະໜາ​ຈັກ​ຢູ່.” ລາວ​ໄດ້​ຂຽນ​ກັບ​ມາ​ອະທິບາຍ​ວ່າ ລູກ​ສາວ​ຂອງ​ລາວອາຍຸ 10 ປີ ໄດ້​“ຜ່ານ​ການ​ທົດ​ສອບ​ນັ້ນ. ນາງ​ໄດ້​ໄປ​ເອົາ Ensign ຈາກ​ຕູ້​ໄປສະນີ, ເຂົ້າ​ມາ​ໃນ​ເຮືອນ, ແລະ ໄດ້​ອ່ານ​ມັນ. ແລ້ວນາງ​ໄດ້​ເຂົ້າ​ມາ​ໃນ​ຫ້ອງ​ນອນ​ຂອງ​ພວກ​ລູກ ແລະ ໄດ້​ເອົາ​ບົດຄວາມ​ຂອງ​ພໍ່​ໃຫ້​ພວກ​ລູກ​ເບິ່ງ.”

ຫລານ​ສາວ​ຂອງ​ຂ້າພະເຈົ້າ​ໄດ້​ອ່ານ​ວາລະສານ Ensign ເພາະ​ນາງ​ຢາກ​ຮຽນ​ຮູ້. ນາງ​ໄດ້​ກະທຳ​ດ້ວຍ​ຕົວ​ເອງ ໂດຍ​ການໃຊ້​ອຳ​​ເພີໃຈ​ຂອງ​ນາງ​ເອງ. ເມື່ອ​ບໍ່​ດົນ​ມາ​ນີ້ ຝ່າຍ​ປະທານ​ສູງ​ສຸດ ໄດ້​ອະນຸມັດ​ອຸບປະກອນ​ການ​ຮຽນ​ສຳລັບ​ຊາວ​ໜຸ່ມທີ່​ຈະ​ສົ່ງເສີມຄວາມ​ປາ​ຖະ​ໜາ​ທຳ​ມະ​ຊາດ​ຂອງ​ເຂົາເຈົ້າທີ່​ຈະ​ຮຽນ​ຮູ້, ດຳລົງ​ຊີວິດ​ຕາມ, ແລະ ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ. ອຸບປະກອນ​ໃໝ່ເຫລົ່າ​ນີ້​ຈະ​ມີ​ໃຫ້​ບໍລິການ​ໃນ​ເດືອນ​ມັງກອນ​ຈະ​ມາ​ເຖິງ​ນີ້. (​​​ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ​ອຸບປະກອນການ​ຮຽນ​ຮູ້​ໃໝ່​ສຳລັບ​ຊາວ​ໜຸ່ມທີ່ lds.org/youth/learn.)

ເມື່ອ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ສັ່ງສອນ, ອຳ​ເພີໃຈ​ຂອງ​ຜູ້​ຮຽນ ແມ່ນ​ສຳຄັນ​ແທ້. ພຣະ​ອົງ​ໄດ້​ສະແດງ​ໃຫ້​ເຮົາ​ເຫັນ ບໍ່​ພຽງແຕ່​ສິ່ງ​ທີ່​ຈະ​ສອນ​ເທົ່າ​ນັ້ນ, ແຕ່ວິທີ​ທີ່​ຈະ​ສອນ​ນຳ​ອີກ. ພຣະ​ອົງ​​ໄດ້ຕັ້ງພຣະ​ໄທ​ໃສ່​ຄວາມ​ຕ້ອງການ​ຂອງ​ຜູ້​ຮຽນ. ພຣະ​ອົງ​​ໄດ້​ຊ່ອຍສ່ວນ​ບຸກຄົນ​ໃຫ້​ພົບ​ເຫັນ​ຄວາມ​ຈິງ​ສຳລັບ​ຕົນ​ເອງ.1 ພຣະ​ອົງ​ໄດ້​ຮັບ​ຟັງ​ຄຳ​ຖາມ​ຂອງ​ເຂົາເຈົ້າ​ສະເໝີ.2

ອຸບປະກອນ​ການ​ຮຽນ​ຮູ້​ໃໝ່​ເຫລົ່າ​ນີ້ ຈະ​ຊ່ອຍ​ໃຫ້​ເຮົາ​ທຸກ​ຄົນຮຽນ​ຮູ້ ແລະ ສັ່ງສອນ​ໃນ​ວິທີ​ທາງ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ໃນ​ບ້ານ​ເຮືອນ ແລະ ໃນ​ຫ້ອງ​ຮຽນ​ຂອງ​ເຮົາ.3 ເມື່ອ​ເຮົາ​ເຮັດດັ່ງນັ້ນ, ເຮົາ​ຈະ​ຕອບ​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ອົງ​ທີ່​ວ່າ, “ຈົ່ງ​ຕາມ​ເຮົາ​ມາ,”4 ດັ່ງ​ທີ່​ແອວ​ເດີ ຣໍ​ເບີດ ດີ ​ແຮ​ວສ໌ ​ໄດ້​ສອນ​​ເປັນ​ຢ່າງ​ດີ​ມານັ້ນ. ເມື່ອ​ອຸບປະກອນ​ໃໝ່​ເຫລົ່າ​ນີ້​ຖືກ​ຈັດ​ຂຶ້ນ​ມາ, ຂ້າພະເຈົ້າ​ໄດ້​ເຫັນ​ຜູ້ນຳ ແລະ ຄູ​ສອນ​ໃນ​ອົງການ​ຊ່ອຍ​ເຫລືອ ແລະ ໂຮງ​ຮຽນ​ພຣະ​ຄຳ​ພີ​ປຶກສາ​ກັນກັບພໍ່​ແມ່ ເພື່ອ​ວ່າເຂົາເຈົ້າ​ຈະ​ສາມາດ​ສະໜອງ​ຄວາມ​ຕ້ອງການ​ຂອງ​ນັກຮຽນ​ຂອງເຂົາເຈົ້າ. ຂ້າພະເຈົ້າ​ໄດ້​ເຫັນ​ຍິງ​ໜຸ່ມ​ໃນ​ຫ້ອງ​ຮຽນ​ຂອງ​ພວກນາງ, ຊາຍ​ໜຸ່ມ​ໃນ​ຫ້ອງ​ໂຄ​ຣຳ​ຖານະ​ປະໂລຫິດ​ແຫ່ງ​ອາ​ໂຣ​ນ, ແລະ ຄົນ​ໜຸ່ມ​ໃນ​ຫ້ອງ​ຮຽນ​ວັນ​ອາທິດ​ພາກັນ​ຮຽນ​ທີ່​ຈະ​ໃຊ້​ອຳ​ເພີໃຈ​ຂອງ​ເຂົາເຈົ້າ ແລະ ກະທຳ​ເພື່ອ​ຕົວ​ເອງ.

ຄູ​ສອນ​ຫ້ອງ​ຮຽນ​ວັນ​ອາທິດ​ຂອງ​ຊາວ​ໜຸ່ມ​ຄົນ​ໜຶ່ງໄດ້​ຄິດ​ວ່າ​ຈະຊ່ອຍ​ຊາຍ​ໜຸ່ມ​ສອງ​ຄົນ​ທີ່​ເປັນ​ໂລກ​ອໍ​ທີ​ຊຳ ໃຫ້​ໃຊ້​ອຳ​​ເພີໃຈ​ຂອງ​ເຂົາ ແລະ ກະທຳ​ເພື່ອ​ຕົວ​ເຂົາ​ເອງ​ໄດ້​ແນວໃດ. ເມື່ອ​ນາງ​ໄດ້​ເຊື້ອເຊີນ​ໃຫ້​ສະມາຊິກ​ໃນ​ຫ້ອງ​ຮຽນ​ແບ່ງປັນ​ສິ່ງ​ທີ່​ເຂົາເຈົ້າ​ກຳລັງ​ຮຽນ​ຢູ່, ນາງ​ເປັນ​ຫ່ວງ​ວ່າ ຊາຍ​ໜຸ່ມ​ສອງ​ຄົນ​ນີ້​ອາດ​ຈະ​ປະຕິເສດ ການ​ເຊື້ອ​ເຊີນ​ຂອງ​ນາງ. ແຕ່​ເຂົາເຈົ້າ​ບໍ່​ໄດ້​ເຮັດ​ແບບ​ນັ້ນ. ຄົນ ໜຶ່ງ​ໄດ້​ຢືນ​ຂຶ້ນ​ສອນ​ສິ່ງ​ທີ່​ລາວ​ໄດ້​ຮຽນ​ຮູ້ ແລະ ແລ້ວໄດ້​ເຊີນ​ໃຫ້ເພື່ອນ​ຮ່ວມ​ຫ້ອງ​ທີ່​​ເປັນ​​ໂລກ​ອໍ​ທີ​ຊຳໃຫ້​ຊ່ອຍ​ລາວ. ເມື່ອ​ຄົນ​ທຳ​ອິດ ​ເລີ່ມມີ​ບັນຫາ, ເພື່ອນ​ຮ່ວມ​ຫ້ອງ​ໄດ້​ຢູ່​ນຳ​ລາວ ແລະ ໄດ້​ກະຊິບໃສ່​ຫູ​ລາວ ເພື່ອ​ວ່າ​ລາວ​ຈະ​ໄດ້​ຮູ້ສຶກ​ວ່າ​ລາວ​ມີ​ຄວາມ​ສຳເລັດ. ທັງ​ສອງ​ຄົນ​ໄດ້​ສອນ​ໃນ​ມື້​ນັ້ນ. ເຂົາເຈົ້າ​ໄດ້​ສອນ ສິ່ງ​ ທີ່ພຣະ​ຜູ້ຊ່ອຍ​ໃຫ້​ລອດ​ໄດ້​ສອນ, ແຕ່ເຂົາເຈົ້າ​ຍັງ​ໄດ້​ສອນ ວິທີ ທີ່ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ສອນ​ນຳ​ອີກ. ເມື່ອ​ພຣະ​ຜູ້​ຊ່ອຍ​ໃຫ້ລອດ​ໄດ້​ສອນ, ພຣະ​ອົງ​​ໄດ້​ກະທຳ​ອອກ​ໄປ​ຈາກ​ຄວາມ​ຮັກທີ່​ມີ​ໃຫ້​ບຸກຄົນ​ທີ່​ພຣະ​ອົງ​ກຳລັງ​ສອນ​ຢູ່, ດັ່ງ​ທີ່​ເພື່ອນ​ຮ່ວມ​ຫ້ອງຄົນ​ນີ້​ໄດ້​ເຮັດ​ເພື່ອ​ເພື່ອນ​ຂອງ​ລາວ.5

ເມື່ອ​ເຮົາ​ຮຽນ​ຮູ້ ແລະ ສັ່ງ​ສອນ​ພຣະ​ຄຳ​ຂອງ​ພຣະ​ອົງ​ໃນ​ວິທີທາງ​ຂອງ​ພຣະ​ອົງ, ເຮົາ​ຍອມຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ອົງ ທີ່​ວ່າ “ຈົ່ງ​ຕາມ​ເຮົາ​ມາ.” ເຮົາ​ຕິດ​ຕາມ​ພຣະ​ອົງ​ໄປ​ເທື່ອ​ລະບາດກ້າວ. ພ້ອມ​ແຕ່​ລະ​ບາດກ້າວ, ເຮົາ​ຈະ​ເຂົ້າ​ໃກ້​ພຣະ​ຜູ້​ຊ່ອຍ​ໃຫ້ລອດ​ຫລາຍ​ຂຶ້ນ. ເຮົາ​ຈະ​ປ່ຽນ​ໄປ. ພຣະ​ຜູ້​ເປັນ​ເຈົ້າ​​ໄດ້​ຮູ້​ວ່າ ການ​ເຕີບ​ໂຕ​ທາງ​ວິນ​ຍານ​ບໍ່​ໄດ້​ເກີດ​ຂຶ້ນ​ທັນທີ. ມັນ​ມາ​ເທື່ອ​ລະເລັກ​ເທື່ອ​ລະ​ນ້ອຍ. ແຕ່​ລະ​ເທື່ອ​ທີ່​ເຮົາ​ຍອມຮັບ​ຄຳ​ເຊື້ອ​ເຊີນ​ຂອງພຣະ​ອົງ ແລະ ເລືອກ​ທີ່​ຈະ​ຕິດ​ຕາມ​ພຣະ​ອົງ, ເຮົາ​ກໍ​ກ້າວ​ໄປ​ໜ້າໃນ​ເສັ້ນທາງ​ທີ່​ນຳໄປ​ສູ່​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ທີ່​ສົມບູນ.

ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ເປັນ​ເປົ້າ​ໝາຍ​ຂອງ​ການ​ຮຽນ​ຮູ້ ແລະ ການ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ທັງ​ໝົດ. ການ​ປ່ຽນ​ໃຈ​ເຫລື້ອມ​ໃສບໍ່​ໄດ້​ເປັນ​ເຫດການ​ທີ່​ເກີດ​ຂຶ້ນ​ຄັ້ງ​ດຽວ. ມັນ​ເປັນ​ການ​ສະແຫວງຫາ​ຕະຫລອດ​ຊີວິດ ທີ່​ຈະ​ກາຍເປັນ​ເໝືອນ​ດັ່ງ​ພຣະ​ຜູ້​ຊ່ອຍ​ໃຫ້ລອດ​ຫລາຍ​ຂຶ້ນ. ແອວ​ເດີ ດາ​ລິນ ເອັຈ ໂອກສ໌ ໄດ້​ເຕືອນ​ເຮົາ​ວ່າ “ການ​ຮູ້” ບໍ່​ພຽງພໍ. “ ການຈະ ‘ປ່ຽນ​ໃຈ​ເຫລື້ອ​ໃສ’ ... ຮຽກຮ້ອງ​ໃຫ້​ເຮົາ ​ເຮັດ ແລະ ກາຍ​ເປັນ.6 ສະນັ້ນ ການ​ຮຽນ​ຮູ້​ສຳລັບ​ການປ່ຽນ​ໃຈ ເປັນ​ຂະ​ບວນ​ການ​ອັນ​ຕໍ່​ເນື່ອງ​ຂອງ​ການ​ຮູ້, ການ​ເຮັດ, ແລະ ການ​ກາຍເປັນ. ແບບ​ດຽວ​ກັນ, ການ​ສັ່ງສອນ​ເພື່ອ​ການປ່ຽນ​ໃຈ​ເຫລື້ອມ​ໃສ ຮຽກຮ້ອງ​ຄຳ​ສອນ​ທີ່​ສຳຄັນ, ການ​ເຊື້ອ​ເຊີນ​ໃຫ້​ເຮັດ, ແລະ ພອນ​ທີ່​ຖືກ​ສັນຍາ​ໄວ້.7 ເມື່ອ​ເຮົາ​ສັ່ງສອນ​ຄຳ​ສອນ​ທີ່ແທ້ຈິງ, ເຮົາ​ຊ່ອຍ​ຜູ້​ຮຽນ​ໃຫ້​ຮູ້ຈັກ. ເມື່ອ​ເຮົາ​ເຊື້ອ​ເຊີນ​ຄົນ​ອື່ນ​ໃຫ້​ລົງມື​ເຮັດ, ເຮົາ​ຊ່ອຍ​ເຂົາເຈົ້າ​ໃຫ້​ເຮັດ​ຕາມ ຫລື ໃຫ້​ດຳລົງ​ຊີວິດຕາມ​ຄຳ​ສອນ. ແລະ ເມື່ອ​ພອນ​ຕ່າງໆ ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນຍາ​ໄວ້​ມາສູ່, ເຮົາ​ຖືກ​ປ່ຽນ​ໄປ, ແລະ ເຮົາ​ສາມາດ​ກາຍເປັນ​ຄົນໃໝ່.8

ອຸບປະກອນ​ການ​ຮຽນ​ຮູ້​ໃໝ່​ສຳລັບ​ຊາວ​ໜຸ່ມ ມີ​ເປົ້າ​ໝາຍ​ສຳຄັນຢ່າງ​ໜຶ່ງ ຄື: ເພື່ອ​ຊ່ອຍ​ຊາວ​ໜຸ່ມ​ໃຫ້​ກາຍເປັນ​ຜູ້​ປ່ຽນ​ໃຈ​ເຫລື້ອມໃສ​ຕໍ່​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະເຢ​ຊູ​ຄຣິດ. ເມື່ອ​ບໍ່​ດົນ​ມາ​ນີ້ ຂ້າ​ພະເຈົ້າ​ໄດ້​ເຫັນ​ຊາຍ​ໜຸ່ມ​ຄົນ​ໜຶ່ງ​ໃນ​ຫ້ອງ​ຮຽນ​ວັນ​ອາທິດ​ຂອງ​ຊາວໜຸ່ມ​ພົບ​ເຫັນ​ຄວາມ​ຈິງ​ສຳລັບ​ຕົວ​ລາວ​ເອງ. ເມື່ອ​ຂ້າພະເຈົ້າ​ໄດ້ສັງເກດ​ເຫັນ​ວ່າ​ລາວ​ກຳລັງ​ມີ​ບັນຫາ ຈະ​ຄິດ​ຫາ​ປະສົບ​ການ​ໜຶ່ງໃນ​ຊີວິດ​ຂອງ​ລາວ​ເອງ ທີ່​ກ່ຽວຂ້ອງ​ກັບ​ການ​ຊົດ​ໃຊ້, ຂ້າພະເຈົ້າໄດ້​ຖາມ​ລາວ​ຖ້າຫາກ​ລາວ​ເຄີຍ​ໄດ້​ຮູ້ສຶກ​ເຖິງ​ຄວາມ​ໃຫ້​ອະໄພ. ລາວ​ໄດ້​ຕອບ​ວ່າ: “ໂດຍ, ດັ່ງ​ເວລາ​ທີ່​ຂ້ານ້ອຍ​ໄດ້​ເຮັດ​ໃຫ້​ດັງຂອງ​ຊາຍ​ຄົນ​ໜຶ່ງ​ຫັກ ເມື່ອ​ພວກ​ຂ້ານ້ອຍ​ຫລິ້ນ​ເຕະບານ. ຂ້ານ້ອຍ​ຮູ້ສຶກ​ເສຍ​ໃຈ. ຂ້ານ້ອຍ​ໄດ້​ຄິດ​ວ່າ​ຂ້ານ້ອຍ​ຕ້ອງ​ເຮັດຫຍັງ​ເພື່ອ​ຈະ​ໄດ້​ຮູ້ສຶກ​ດີ​ຂຶ້ນ. ສະນັ້ນ​ຂ້ານ້ອຍ​ຈຶ່ງ​ໄດ້​ໄປ​ບ້ານຂອງ​ລາວ ແລະ ໄດ້​ຂໍ​ໃຫ້​ລາວ​ໃຫ້​ອະໄພ​ຂ້ານ້ອຍ, ແຕ່​ຂ້ານ້ອຍ​ໄດ້​ຮູ້​ວ່າ ຂ້ານ້ອຍ​ຕ້ອງ​ເຮັດ​ຫລາຍ​ກວ່າ​ນັ້ນ, ສະນັ້ນຂ້ານ້ອຍ​ໄດ້​ອະທິຖານ, ແລະ ແລ້ວ​ຂ້ານ້ອຍ​ໄດ້​ຮູ້ສຶກ​ວ່າ ພຣະ​ບິດາ​ເທິງ​ສະຫວັນ​ໄດ້​ໃຫ້​ອະໄພ​ຂ້ານ້ອຍ​ຄື​ກັນ. ນີ້​ຄືຄວາມໝາຍທີ່​ການ​ຊົດ​ໃຊ້​ມີ​ຕໍ່​ຂ້ານ້ອຍ.”

ເມື່ອ​ລາວ​ໄດ້​ແບ່ງປັນ​ປະສົບ​ການ​ນີ້ ໃນ​ຫ້ອງ​ຮຽນ​ໃນ​ມື້​ນັ້ນ, ລາວໄດ້​ອ່ານ​ຈາກ​ພຣະ​ທຳ​ຂອງ ​ໂຢ​ຮັນ 3:16 ວ່າ—“ເພາະ​ພຣະ​ເຈົ້າຮັກ​ໂລກ​ຫລາຍ​ແທ້ ຈົນ​ໄດ້​ປະທານ​ບຸດ​ອົງ​ດຽວ​ຂອງ​ພຣະ​ອົງ” — ແລະ ແລ້ວ​ໄດ້​ເປັນ​ພະຍານ​ເຖິງ​ອຳນາດ​ຂອງ​ການ​ຊົດ​ໃຊ້. ຄຳ​ສອນ​ນີ້​ບໍ່​ໄດ້​ເປັນ​ພຽງ​ແຕ່​ທິດ​ສະ​ດີ​ອີກ​ຕໍ່​ໄປສຳລັບ​ຊາຍ​ໜຸ່ມຄົນ​ນີ້. ມັນ​ໄດ້​ກາຍມາເປັນ​ພາກສ່ວນ​ຂອງ​ຊີວິດ​ຂອງ​ລາວ ເພາະລາວ​ໄດ້​ຖາມ​ຄຳ​ຖາມ​ຂອງ​ລາວ​ເອງ ແລະ ແລ້ວ​ໄດ້​ໃຊ້​ອຳ​​ເພີໃຈຂອງ​ລາວ​ທີ່​ຈະ​ກະທຳ.9

ຊາຍ​ໜຸ່ມ​ຄົນ​ນີ້​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ຫລາຍ​ຂຶ້ນ, ແລະ ເພື່ອນ​ຮ່ວມ​ຫ້ອງ​ຮຽນ​ກໍ​ເໝືອນ​ກັນ. ເຂົາເຈົ້າ​ໄດ້​ເອົາໃຈໃສ່ຄຳ​ສອນ​ທີ່​ສຳຄັນ ໂດຍ​ການ​ສຶກ​ສາ​ພຣະ​ຄຳ​ພີ. ເຂົາເຈົ້າ​ໄດ້​ເອົາພຣະ​ຄຳ​ອັນ​ສັກສິດ​ເຫລົ່ານັ້ນ​ມາ​ປຽບ​ໃສ່​ຊີວິດ​ຂອງ​ເຂົາເຈົ້າ​ເອງ ແລະ ແລ້ວ​ໄດ້​ເປັນ​ພະຍານ​ເຖິງ​ພອນ​ຕ່າງໆ​ທີ່​ໄດ້​ມາສູ່​ເຂົາເຈົ້າ ເພາະ​ເປັນ​ຜົນ​ຂອງ​ການ​ດຳລົງ​ຊີວິດ​ຕາມ​ພຣະກິດຕິ​ຄຸນ. ເມື່ອເຮົາ​ສັ່ງ​ສອນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະເຢ​ຊູ​ຄຣິດ, ເຮົາ​ເອົາໃຈໃສ່ພຣະ​ຄຳ​ພີ ແລະ ຖ້ອຍ​ຄຳ​ຂອງ​ສາດສະດາ​ຜູ້​ມີ​ຊີວິດ​ຢູ່. ເຮົາ​ເພິ່ງອາໄສ​ຖ້ອຍ​ຄຳ​ສັກສິດ​ເພື່ອ​ຊ່ອຍ​ເສີມ​ສັດທາ, ສ້າງ​ປະຈັກ​ພະຍານ, ແລະ ຊ່ອຍ​ທຸກ​ຄົນ​ໃຫ້​ກາຍເປັນ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສທີ່ສົມບູນ. ອຸບປະກອນ​ການ​ຮຽນ​ຮູ້​ໃໝ່ສຳລັບ​ຊາວ​ໜຸ່ມ​ຈະ​ຊ່ອຍທຸກ​ຄົນ​ທີ່​ນຳ​ໃຊ້​ມັນໃຫ້​ເຂົ້າໃຈ ແລະ ດຳລົງ​ຊີວິດ​ຕາມ​ພຣະ​ຄຳຂອງ​ພຣະ​ເຈົ້າ.

ຕອນ​ສອນ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ໃນ​ປະເທດໂກສະ​ຕາ ຣິ​ກາ, ຂ້າພະ​ເຈົ້າ​ໄດ້​ຍົກ​ປຶ້ມ Teaching, No Greater Call ຂຶ້ນ ແລະ ໄດ້ຖາມ​ວ່າ, “ຈັກ​ຄົນ​ໃນ​ບັນດາ​ພວກ​ທ່ານ​ມີ​ປຶ້ມ​ຄູ່​ມື​ນີ້?” ເກືອບ​ທຸກຄົນ​ໄດ້​ຍົກ​ມື​ຂຶ້ນ. ດ້ວຍ​ຮອຍ​ຍິ້ມ, ຂ້າພະເຈົ້າ​ໄດ້​ກ່າວ​ວ່າ, “ຂ້າ​ພະເຈົ້າ​ແນ່​ໃຈ​ວ່າ​ພວກ​ທ່ານ​ກໍ​ອ່ານ​ມັນທຸກໆ​ມື້​ເລີຍ.” ຕໍ່​ຄວາມ​ຕົກໃຈ​ຂອງ​ຂ້າພະເຈົ້າ, ມີ​ແຕ່​ເອື້ອຍ​ນ້ອງ​ຄົນ​ໜຶ່ງ​ທີ່​ນັ່ງ​ຢູ່​ແຖວ​ໜ້າໄດ້​ຍົກ​ມື​ຂອງ​ນາງ​ຂຶ້ນ, ບອກ​ໃຫ້​ຮູ້​ວ່າ​ນາງ​ອ່ານ​ມັນທຸກໆ​ມື້. ຂ້າພະ​ເຈົ້າ​ໄດ້​ຂໍ​ໃຫ້​ນາງ​ຂຶ້ນ​ມາ​ທີ່​ແທ່ນ​ປາ​ໄສ ແລະ ອະທິບາຍ. ນາງ​ໄດ້​ຕອບ​ວ່າ, “ຂ້ອຍ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ​ທຸກໆ​ເຊົ້າ. ແລ້ວຂ້ອຍ​ອ່ານ​ບາງ​ສ່ວນ​ຈາກ​ປຶ້ມ Teaching, No Greater Call ເພື່ອ​ວ່າ​ຂ້ອຍ​ຈະ​ສາມາດ​ສອນ​ລູກໆ​ຂອງ​ຂ້ອຍ​ສິ່ງ​ທີ່​ຂ້ອຍ​ຫາ​ກໍ​ໄດ້​ຮຽນ​ຮູ້​ໃນ​ວິທີ​ທາງ​ທີ່​ດີ​ທີ່​ສຸດ ທີ່​ຂ້ອຍ​ຫາ​ກໍ​ໄດ້​ຮຽນ.”

ນາງ​ຢາກ​ຮຽນ​ຮູ້ ແລະ ສອນ​ພຣະ​ຄຳ​ຂອງ​ພຣະ​ອົງ ຕາມ​ວິທີທາງ​ຂອງ​ພຣະ​ອົງ, ສະນັ້ນ​ນາງ​ຈຶ່ງ​ໄດ້​ສຶກ​ສາ​ພຣະ​ຄຳ​ຂອງ​ພຣະອົງ ໃນ​ພຣະ​ຄຳ​ພີ ແລະ ແລ້ວ​ໄດ້​ສຶກ​ສາ​ວິທີ​ທີ່​ຈະ​ສອນ​ພຣະ​ຄຳຂອງ​ພຣະ​ອົງ ເພື່ອ​ວ່າ​ລູກໆ​ຂອງ​ນາງ​ຈະ​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ. ແບບແຜນ​ຂອງ​ນາງ​ໃນ​ການ​ຮຽນ​ຮູ້ ແລະ ການ​ສັ່ງ​ສອນ​ພຣະ​ກິດ ຕິ​ຄຸນ, ຂ້າພະ​ເຈົ້າ​ເຊື່ອ​ວ່າ​ບໍ່​ໄດ້​ເກີດ​ຂຶ້ນ​ໃນ​ທັນທີ​ທັນໃດ. ນາງ​ໄດ້​ຕັດສິນ​ໃຈ​ທີ່​ຈະ​ເຮັດອັນ​ໃດ​ອັນ​ໜຶ່ງ. ແລະ ໃນ​ເມື່ອ​ນາງ​ໄດ້​ເຮັດ​ຫລາຍ​ສິ່ງ​ທີ່​ນາງ​ໄດ້​ຮູ້ວ່າ​ນາງ​ຄວນ​ເຮັດ, ພຣະ​ຜູ້​ເປັນ​ເຈົ້າ​ແຮ່ງ​ເຮັດ​ໃຫ້​ນາງ​ເຂັ້ມແຂງ ທີ່​ຈະ​ເດີນ​ຕໍ່​ໄປ​ໃນ​ເສັ້ນທາງ​ຂອງ​ພຣະ​ອົງ.

ບາງເທື່ອ ເສັ້ນທາງ​ທີ່​ນຳໄປ​ສູ່​ການ​ປ່ຽນ​ໃຈ​ເຫລື້ອມ​ໃສ ສາມາດ​ເປັນ​ສິ່ງ​ທີ່​ຍາວ​ນານ ແລະ ຍາກ​ດ້ວຍ. ອ້າຍ​ຂອງພັນ​ລະ​ຍາ​ຂອງ​ຂ້າພະເຈົ້າ​ບໍ່​ໄດ້​ໄປ​ໂບດ​ເປັນ​ເວລາ 50 ປີ. ເມື່ອ​ລາວ​ມີ​ອາຍຸ​ 60 ປາຍ​ປີ ລາວ​ຈຶ່ງ​ເລີ່ມ​ຮັບ​ເອົາ​ຄຳເຊື້ອ​ເຊີນ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ທີ່​ຈະ​ກັບ​ຄືນ​ມາ. ຫລາຍຄົນ​ໄດ້​ຊ່ອຍ​ລາວ​ໃນ​ການ​ເດີນທາງ​ນັ້ນ. ຄູ​ສອນ​ປະຈຳ​ບ້ານໄດ້​ສົ່ງ​​ໂປ​ສຄາດ​ໄປ​ໃຫ້​ລາວ​ທຸກໆ​ເດືອນ ເປັນ​ເວລາ 22 ປີ. ແຕ່​ລາວ​ຕ້ອງ​ຕັດສິນ​ໃຈ​ເອງ​ວ່າ​ລາວ​ຢາກ​ຈະ​ກັບ​ຄືນ​ມາ. ລາວ​ຕ້ອງ​ໄດ້​ໃຊ້​ອຳ​​ເພີໃຈ​ຂອງ​ລາວ. ລາວ​ຈຳເປັນ​ຕ້ອງ​ເລີ່ມຕົ້ນດ້ວຍບາດກ້າວ​ທຳ​ອິດ—​ແລ້ວອີກ​ບາດກ້າວ​ໜຶ່ງ, ​ແລະ ຕໍ່ໆ​ໄປ. ບັດ​ນີ້​ລາວ ແລະ ພັນ​ລະ​ຍາ​ໄດ້ຜະ​ນຶກ​ເຂົ້າກັນ​ແລ້ວ, ແລະ ລາວ​ກໍ​ຮັບ​ໃຊ້​ຢູ່​ໃນ​ຝ່າຍ​ອະທິການ.

ເມື່ອ​ບໍ່​ດົນ​ມາ​ນີ້ ພວກ​ຂ້າພະເຈົ້າ​ໄດ້​ໃຫ້​ລາວ​ເບິ່ງ ວິ​ດີ​ໂອ ທີ່​ຖືກຈັດ​ຂື້ນ​ເພື່ອ​ຊ່ອຍ​ຜູ້ນຳ ແລະ ຄູ​ສອນ​ໃຫ້​ນຳ​ໃຊ້​ອຸບປະກອນ​ການ​ຮຽນ​ຮູ້​ໃໝ່. ຫລັງ​ຈາກ​ໄດ້​ເບິ່ງ​ວິ​ດີ​ໂອ, ອ້າຍ​ຂອງ​ພັນ​ລະ​ຍາ​ຂອງ​ຂ້າພະ​ເຈົ້າ​ທີ່ນັ່ງ​ຢູ່ໃນ​ຕັ່ງ ໄດ້​​ເນີ້ງ​ຕົວ​ມາ​ຫາ ​ແລະ ກ່າ​ວດ້ວຍ​ຄວາມ​ໂສກ​ເສົ້າວ່າ, “ບາງເທື່ອ ຖ້າ​ຫາກ​ຂ້ອຍ​ໄດ້ມີ​ສິ່ງ​ນັ້ນ​ຕອນ​ຍັງ​ນ້ອຍ, ແລ້ວ​ຂ້ອຍຄົງ​ບໍ່​ໄດ້​ຕົກເຮ່ຍ​ໄປ.”

ສາມ​ສີ່​ທິດ​ກ່ອນ ຂ້າພະເຈົ້າ​ໄດ້​ພົບ​ຊາຍ​ໜຸ່ມ​ຄົນ​ໜຶ່ງຜູ້​ມີ​ບັນຫາ. ຂ້າພະເຈົ້າ​ໄດ້​ຖາມ​ຖ້າ​ຫາກ​ວ່າ​ລາວ​ເປັນ​ສະມາຊິກ​ຂອງ​ສາດ​ສະໜາ​ຈັກ. ລາວ​ໄດ້​ບອກ​ຂ້າພະເຈົ້າ​ວ່າ​ລາວ​ບໍ່​ເຊື່ອ​ໃນ​ພຣະ​ເຈົ້າ ແຕ່ຕອນ​ລາວ​ຍັງ​ນ້ອຍ ລາວ​ກໍ​ໄດ້​ຄຸ້ນ​ເຄີຍ​ກັບ​ສາດສະໜາ​ຈັກ. ເມື່ອ​ຂ້າພະເຈົ້າ​ໄດ້​ບອກ​ລາວ​ເຖິງ​ການ​ເອີ້ນ​ຂອງ​ຂ້າພະເຈົ້າ​ໃນ ອົງການ​ໂຮງຮຽນ​ວັນ​ອາທິດ ແລະວ່າ​ຂ້າພະເຈົ້າ​ຈະ​ໄດ້​ກ່າວຄຳປາ​ໄສ​ໃນ​ກອງ​ປະຊຸມ​ໃຫຍ່, ລາວ​ໄດ້​ເວົ້າ​ວ່າ, “ເອີ້, ຖ້າ​ທ່ານກ່າວ​ປາ​ໄສ, ຂ້ານ້ອຍ​ຈະ​ເບິ່ງ​ພາກ​ນັ້ນ.” ຂ້າພະເຈົ້າ​ຫວັງ​ວ່າ ລາວ​ກຳລັງ​ຮັບ​ຊົມ​ຢູ່. ຂ້າພະເຈົ້າ​ຮູ້​ວ່າ ຖ້າ​ຫາກ​ລາວ​ຮັບ​ຊົມ ລາວ​ກໍ​ໄດ້​ຮຽນ​ຮູ້​ອັນ​ໃດ​ບ່າງ​ຢ່າງ. ສູນ​ກາງປະຊຸມ​ນີ້​ເປັນ​ສະຖານທີ່​ພິເສດ​ສຳລັບ​ການ​ຮຽນ​ຮູ້ ແລະ ການ​ສັ່ງສອນ​ສຳ​ລັບ​ການ​ປ່ຽນໃຈ​ເຫລື້ອ​ໃສ.

ເມື່ອ​ເຮົາ​ດຳລົງ​ຊີວິດ​ຕາມ​ຫລັກ​ທຳ​ທີ່​ເຮົາ​ຖືກ​ສອນ ໂດຍ​ຜູ້​ທີ່​ເຮົາສະໜັບສະໜູນ​ວ່າ​ເປັນ​ສາດສະດາ, ຜູ້​ພະຍາກອນ, ແລະ ຜູ້ເປີດເຜີຍ, ເຮົາ​ຈະ​ຮຽນ​ຕາມ​ວິທີ​ທາງ​ຂອງ​ພຣະ​ຜູ້​ຊ່ອຍ​​ໃຫ້ລອດ.10 ເຮົາ​ຍ່າງ​ໄປ​ໜຶ່ງ​ບາດກ້າວ​ເຂົ້າ​ໃກ້​ພຣະ​ອົງ. ເມື່ອ​ກອງ​ປະຊຸມ​ນີ້ໃກ້​ຈະ​ສິ້ນ​ສຸດ​ລົງ, ຂ້າພະເຈົ້າ​ເຊື້ອ​ເຊີນ​ທຸກ​ຄົນ​ທີ່​ກຳລັງ​ໄດ້​ຍິນ ສຽງ​ຂອງ​ຂ້າພະເຈົ້າ ໃຫ້​ເດີນ​ຕາມ​ບາດກ້າວ​ນັ້ນ, ຮັບ​ເອົາ​ຄຳເຊື້ອ​ເຊີນ​ຂອງ​ພຣະ​ອົງ​ວ່າ “ຈົ່ງ​ຕາມ​ເຮົາ​ມາ.” ເໝືອນ​ດັ່ງຊາວ​ນີ​ໄຟ​ໃນ​ສະໄໝ​ກ່ອນ, ເຮົາ​ສາມາດ​ກັບ​ໄປ​ບ້ານ​ຂອງ​ເຮົາ, ແລະ ໄຕ່ຕອງ​ເລື່ອງ​ທີ່​ຖືກ​ກ່າວ, ແລະ ທູນ​ຖາມ​ພຣະ​ບິດາ, ໃນ​ພຣະ​ນາມ​ຂອງ​ [ພຣະຄຣິດ], ເພື່ອ [ເຮົາ] ຈະ​ໄດ້​ເຂົ້າໃຈ.”11

ເຮົາ​ຢາກ​ໃຫ້​ຄົນ​ໜຸ່ມ​ທຸກ​ຄົນ​ເຂົ້າໃຈ. ເຮົາ​ຢາກ​ໃຫ້​ເຂົາເຈົ້າ​ຮຽນ​ຮູ້, ສິດສອນ, ແລະ ດຳລົງ​ຊີວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະເຢ​ຊູຄຣິດ​ທຸກໆ​ມື້. ນີ້​ເປັນ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະສົງ​ສຳລັບ​ລູກໆຂອງ​ພຣະ​ອົງ​ທຸກໆ​ຄົນ. ບໍ່​ວ່າ​ທ່ານ​ເປັນ​ເດັກນ້ອຍ, ຊາວ​ໜຸ່ມ ຫລື ຜູ້​ໃຫຍ່, ຂ້າພະເຈົ້າຂໍ​ເຊື້ອ​ເຊີນ​ທ່ານ​ໃຫ້​ຕາມ​ພຣະ​ອົງ​​ໄປ. ຈົ່ງ​ມາ ແລະ ຕິດຕາມ​ບາດກ້າວ​ຂອງ​ພຣະ​ອົງ. ແຕ່​ລະ​ບາດກ້າວ​ທີ່​ເຮົາເດີນ​ໄປ, ຂ້າພະເຈົ້າ​ເປັນ​ພະຍານ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເຮັດໃຫ້​ເຮົາ​ເຂັ້ມແຂງຂຶ້ນ. ພຣະ​ອົງ​ຈະ​ຊ່ອຍ​ເຮົາ​​ໄປ​ຕະຫລອດ​ເສັ້ນທາງ. ແລ້ວ​ເມື່ອ​ອຸປະສັກ​ມາ​ປະກົດ​ຕົວ, ເຮົາ​ຈະ​ດຳເນີນ​ຕໍ່​ໄປ. ເມື່ອ​ຄວາມ​ສົງໄສ​ເກີດ​ຂຶ້ນ, ເຮົາ​ກໍ​ຈະ​ດຳເນີນ​ຕໍ່​ໄປ. ເຮົາ​ຈະ​ບໍ່ກັບ​ຫລັງ. ເຮົາ​ຈະ​ບໍ່​ຕົກ​ໄປ​ເລີຍ.

ຂ້າພະເຈົ້າ​ເປັນ​ພະຍານ​ວ່າ ພຣະ​ເຈົ້າພຣະ​ບິດາ ແລະ ພຣະບຸດ​ຂອງ​ພຣະ​ອົງ, ພຣະເຢ​ຊູ​ຄຣິດ, ຊົງ​ພຣະ​ຊົນຢູ່. ຂ້າພະເຈົ້າເປັນ​ພະຍານ​ວ່າ ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ເອີ້ນ​ຫາ​ເຮົາ ດັ່ງ​ທີ່​ພຣະອົງ​​ໄດ້​ເອີ້ນ​ໃນ​ສະໄໝ​ກ່ອນ​ວ່າ: “ຈົ່ງ​ຕາມ​ເຮົາ​ມາ.” ເຮົາ​ສາມາດ​ຮັບ​ເອົາ​ຄຳ​ເຊື້ອ​ເຊີນ​ຂອງ​ພຣະ​ອົງ. ເຮົາ​ທຸກ​ຄົນ​ສາມາດ​ຮຽນຮູ້, ສັ່ງສອນ, ແລະ ດຳລົງ​ຊີວິດ​ຕາມ​ພຣະ​ຄຳ​ຂອງ​ພຣະ​ອົງ ຕາມ​ວິທີ​ທາງ​ຂອງ​ພຣະ​ອົງ ໂດຍ​ການ​ກ້າວ​ເຂົ້າ​ໃກ້​ພຣະ​ຜູ້​ຊ່ອຍໃຫ້​ລອດ​ອີກ​ໜຶ່ງ​ບາດກ້າວ. ເມື່ອ​ເຮົາ​ເຮັດ​ດັ່ງນີ້, ເຮົາ​ຈະ​ປ່ຽນ​ໃຈເຫລື້ອມ​ໃສ​ແທ້ໆ. ໃນ​ພຣະ​ນາມ​ຂອງ​ພຣະເຢ​ຊູ​ຄຣິດ, ອາແມນ.

Mostrar las referencias

  1.  

    1. ເບິ່ງ ໂຢ​ຮັນ 3:1–7. ໃນ​ຂໍ້ຄວາມ​ນີ້​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ຕ​ຄອບ​ຄຳ​ຖາມ​ທີ່ນີ​ໂກ​ເດ​ມ ເອງ​ໄດ້​ຖາມ. ພຣະ​ອົງ​​ໄດ້​ສອນ​ຕາມ​ຄວາມ​ຕ້ອງການ​ຂອງນີ​ໂກ​ເດ​ມ. ພຣະ​ອົງ​​ໄດ້​ປ່ອຍ​ໃຫ້ນີ​ໂກ​ເດ​ມໃຊ້​ອຳ​​ເພີໃຈ​ຂອງ​ລາວ​ທີ່​ຈະ​ຮຽນ​ຮູ້. ພຣະ​ອົງ​ໄດ້​ຊ່ອຍນີ​ໂກ​ເດ​ມໃຫ້​ພົບ​ເຫັນ​ຄຳ​ຕອບ​ດ້ວຍ​ຕົວ​ລາວ​ເອງ.

  2.  

    2. ​ເບິ່ງ ​ໂຢຮັນ 3:4; Joseph Smith—History 1:18.

  3.  

    3. ​ເບິ່ງ “Teaching the Gospel in the Savior’s Way,” lds.org/youth/learn/guidebook/teaching.

  4.  

    4. ​ເບິ່ງ ລູກາ 18:18–22.

  5.  

    5. ​ເບິ່ງ 1 ​ໂຢຮັນ 4:19.

  6.  

    6. Dallin H. Oaks, “The Challenge to Become,” Liahona, Jan. 2001, 41; Ensign, Nov. 2000, 33: “ການ​ເປັນ​ພະຍານ​ຄື ການ​ຮູ້ ​ແລະ ການ​ປະກາດ. ພຣະກິດ​ຕິ​ຄຸນ​ໄດ້​ທ້າ​ທາຍ​ເຮົາ​ໃຫ້​ ‘ປ່ຽນ​ໃຈ​ເຫລື້ອມ​ໃສ,’ ຊຶ່ງ​ຮຽກຮ້ອງ​ເຮົາ​ໃຫ້ ​ເຮັດ ​ແລະ ກາຍ​ເປັນ. ຖ້າ​ຄົນ​ໃດ​ໃນ​ພວກ​ເຮົາ​​ເພິ່ງ​ພາ​ອາ​ໄສ​ພຽງ​ແຕ່​ຄວາມ​ຮູ້ຂອງ​ຕົນ​ເອງ ​ແລະ ປະຈັກ​ພະຍານ​ເຖິງ​ພຣະກິດ​ຕິ​ຄຸນ​ເທົ່າ​ນັ້ນ, ​ແລ້ວ​ເຮົາ​ກໍ​ຕົກ​ຢູ່​ໃນ​ສະພາບ​ດຽວ​ກັນ​ກັບ​ອັກຄະ​ສາວົກທີ່​ໄດ້​ຮັບ​ພອນ ​ແຕ່​ຍັງ​ບໍ່​ບັນລຸ​ຜົນສຳ​ເລັດ​ເທື່ອ​ ຜູ້​ທີ່​ພຣະ​ເຢຊູ​ໄດ້​ທ້າ​ທາຍ​​ໃຫ້ ‘ປ່ຽນ​ໃຈ​ເຫລື້ອມ​ໃສ.’ ​ເຮົາທຸກ​ຄົນ​ກໍຮູ້​ບາງ​ຄົນຜູ້​ມີ​ປະຈັກ​ພະຍານ​ທີ່​ເຂັ້ມ​ແຂງ ​ແຕ່​ບໍ່​ໄດ້​ປະຕິບັດ​ຕົນ​ໃຫ້​ກາຍ​ເປັນ​ຄົນ​ປ່ຽນ​ໃຈ​ເຫລື້ອມ​ໃສ.”

  7.  

    7. ​ເບິ່ງ Abraham 2:11.

  8.  

    8. ​ເບິ່ງ ​ໂມ​ໄຊ​ຢາ 27:24–26; 2 ​​ໂກຣິນ​ໂທ 5:17.

  9.  

    9. ​ເບິ່ງ David A. Bednar, “Watching with All Perseverance,” Liahona and Ensign, May 2010, 43: “ທ່ານ ​ແລະ ຂ້າພະ​ເຈົ້າ​ໄດ້​ຊ່ອຍ​ລູກໆ​ຂອງ​ເຮົາ​ກາຍ​ເປັນ​ຄົນ​ກະທຳ​ບໍ ​ແລະ ສະ​ແຫວງຫາ​ການ​ຮຽນ​ຮູ້​ ​ໂດຍ​ການ​ສຶກສາ ​ແລະ ​ໂດຍ​ສັດທາ, ຫລື ​ເຮົາ​ຝຶກ​ຝົນ​ລູກໆ​ຂອງ​ເຮົາ​ໃຫ້​ລໍຖ້າ​ທີ່​ຈະ​ໄດ້​ຮັບ​ການ​ສິດສອນ ​ແລະ​ກະທຳ​ຕໍ່? ​ເຮົາ​ຜູ້​ເປັນ​ພໍ່​ແມ່ ພຽງ​ແຕ່​ເອົາ​ປາທາ​ງວິນ​ຍານ​ໃຫ້​ລູກ​ກິນ​ເທົ່າ​ນັ້ນບໍ, ຫລື ​ເຮົາ​ໄດ້​ຊ່ອຍ​ເຫລືອ​ເຂົາ​ໃຫ້​ຫາ​ກິນ​ເອງ, ຮຽນ​ຮູ້​ເພື່ອ​ຕົວ​ເອງ, ​ແລະ ​ເພື່ອ​ຢືນ​ຢູ່​ຢ່າງ​ໝັ້ນຄົງ ​ແລະ ບໍ່​ຫວັ່ນ​ໄຫວ? ​ເຮົາ​ໄດ້​ຊ່ອຍ​ເຫລືອ​ລູກໆ​ຂອງ​ເຮົາ​ບໍ່ ​ໃຫ້​ມີ​ຄວາມ​ກະຕືລືລົ້ນ​ໃນ​ການ​ທູນ​ຂໍ, ຊອກ​ຫາ, ​ແລະ ​ເຄາະ?”

  10.  

    10. ​ເບິ່ງ Dennis B. Neuenschwander, “Living Prophets, Seers, and Revelators,” Liahona, Jan. 2001, 49–51; Ensign, Nov. 2000, 40–42.

  11.  

    11.  3 ນີ​ໄຟ 17:3.