ມາດຕະຖານ​ຂອງ​ພຣະ​ວິຫານ

ໂດຍ ​ແອວ​ເດີ ສະ​ກາດ ດີ ໄວ​ທິງ

ແຫ່ງ​ສາວົກ​ເຈັດ​ສິບ


ສະ​ກາດ ດີ ໄວ​ທິງ
ມາດຕະຖານ​ສູງ​ຂອງ​ການ​ສ້າງ​ພຣະ​ວິຫານ​ທີ່​ສາດສະໜາ​ຈັກ​ລົງມື​ໃຊ້​ນັ້ນ ເປັນ​ແບບຢ່າງ ແລະ ເປັນ​ເຄື່ອງໝາຍ​ເຖິງ​ວິທີ​ທີ່​ເຮົາ​ຄວນ​ດຳລົງ​ຊີວິດ​ຂອງ​ເຮົາ​ເອງ.

ບໍ່​ດົນ​ມາ​ນີ້​ຕອນ​ໄປ​ທ່ຽວ​ຊົມ​ພຣະ​ວິ​ຫານ​ບຣິ​ກຳ ຊິ​ຕີ​ ຢູ​ທາ, ຂ້າພະເຈົ້າ​ນຶກ​ເຖິງ​ປະສົບ​ການ​ທີ່​ເຄີຍ​ມີ​ຕອນ​ຂ້າພະເຈົ້າ​ເປັນ​ຜູ້​ປະສານ​ງານ​ສຳລັບ​ງານ​ຕ້ອນຮັບ​ການ​ຜະ​ນຶກ​ໃໝ່ ແລະ ການ​ສະຫລອງ​ປະ​ເພ​ນີສຳ​ລັບ​ພຣະ​ວິຫານ ລາ​ອິເອ ຮາ​ວາຍ ທີ່​ມີ​ຄວາມ​ໝາຍ​ທາງ​ປະຫວັດສາດ.

ສອງ​ສາມ​ເດືອນ​ກ່ອນ​ວຽກງານ​ການສ້ອມ​ແປງ​ຄືນໃໝ່​ຢ່າງ​ຫລວງຫລາຍ ຂ້າພະເຈົ້າ​ຖືກ​ຮັບ​ເຊີນ​ໃຫ້​ໄປ​ເບິ່ງ​ພຣະ​ວິຫານ​ພ້ອມ​ກັບ​ຜູ້ອຳນວຍການ​ໃຫຍ່​ຂອງ​ພະ​ແນ​ກພຣະ​ວິຫານ ຄື​ແອວ​ເດີ ວິ​ວລຽມ ອາ ວອກ​ເກີ ພ້ອມ​ດ້ວຍ​ຜູ້​ຮ່ວມ​ງານ​ໃນ​ພະ​ແນ​ກພຣະ​ວິຫານ. ມີ​ຄົນ​ອື່ນ​ທີ່​ມາ​ຈາກ​ບໍລິສັດ​ກໍ່ສ້າງ​ມາ​ດ້ວຍ. ສາເຫດ​ທີ່​ໄປ​ເບິ່ງ​ສ່ວນ​ໜຶ່ງ​ແມ່ນ​ເພື່ອ​ກວດກາ​ເບິ່ງ​ຄຸນ​ນະ​ພາບ​ຂອງ​ວຽກ​ທີ່​ລົງມື​​ເຮັດແລ້ວ. ຕອນ​ທີ່​ໄປ​ເບິ່ງ​ວຽກ​ງານສຳ​ເລັດແລ້ວ​ປະມານ 85 ເປີເຊັນ.

ເມື່ອ​ພວກ​ເຮົາ​ຍ່າງ​ໄປ​ທົ່ວ​ພຣະ​ວິຫານ ຂ້າພະເຈົ້າ​ໄດ້​ເບິ່ງ ແລະ​ ຟັງ​ແອວ​ເດີ ວອກ​ເກີ ພ້ອມ​ກັບ​ກຸ່ມ​ພວກ​ເພິ່ນ​ຂະນະ​ທີ່​ພວກ​ເພິ່ນ​ກວດກາ​ວຽກ​ງານ​ທີ່​ໄດ້​ເຮັດ​ໄປ​ແລ້ວ ແລະ ເວົ້າ​ກັບ​ຜູ້​ກໍ່ສ້າງ. ບາງ​ຄັ້ງ​ບາງ​ຄາວ​ຂ້າພະເຈົ້າ​ເຫັນ​ຄົນ​ໜຶ່ງ​ເອົາ​ມື​ລູບ​ຝາ​ຂະນະ​ທີ່​ພວກ​ເຮົາ​ຍ່າງ​ໄປ​ຫາ​ແຕ່​ລະ​ຫ້ອງ. ລາງ​ເທື່ອ​ຫລັງ​ຈາກ​ເຮັດ​ຈັ່ງ​ຊີ້ ລາວ​ກໍ​ຖູ​ດິ້ວ​ມືກັນ​ແລ້ວ​ບອກ​ຜູ້​ກໍ່ສ້າງ ແລະ ບອກ​ລາວ​ວ່າ “ຝາ​ນີ້​ມີ​ເມັດ​ນ້ອຍ​ຊາໆ, ບໍ່​ແມ່ນ​ຕາມ​ມາດຕະຖານ​ຂອງ​ພຣະ​ວິຫານ. ເຂົາເຈົ້າ​ຕ້ອງ​ຂັັດ​ຝາ​ນີ້​ອີກ​ເທື່ອ.” ທຸກ​ເທື່ອ​ຜູ້​ກໍ່ສ້າງ​ໄດ້​ຂຽນ​ລົງ​ໄວ້.

ເມື່ອ​ພວກ​ເຮົາ​ໄປ​ໃກ້​ແຫ່ງ​ໜຶ່ງ​ໃນ​ພຣະ​ວິຫານ​ບ່ອນ​ຊຶ່ງ​ໜ້ອຍ​ຄົນ​ຈະ​ໄດ້​ເຫັນຄົນຄົນ​ດຽວ​ກັນ​ນີ້​ໄດ້​ໃຫ້​ພວກ​ເຮົາ​ຢຸດ ແລະ ຊີ້​ໄປ​ຫາ​ປ່ອງຢ້ຽມ​ອັນ​ສວຍ​ງາມ ແລະ ໃໝ່. ປ່ອງຢ້ຽມ​ດັ່ງກ່າວ​ກວ້າງ​ປະມານ 0.6 ແມັດ ແລະ ສູງ​ປະມານ 1.8 ແມັດ ແລະ ມີ​ຮູບ​ນ້ອຍ​ທີ່​ເປັນ​ແກ້ວ​ສີ​ຕາມ​ແບບ​ລາຍ. ລາວ​ຊີ້​ໄປ​ຫາ​ສີ່​ຫ​ລ່ຽມ​ໃບ​ໜຶ່ງ​ທີ່​ປະມານ 5 ຊັງ​ຕີ​ແມັດ ທີ່​ເປັນ​ສ່ວນ​ຂອງ​ຮູບ​ລາຍ ແລະ ລາວ​ບອກ​ວ່າ “ສີ່​ຫ​ລ່ຽມ​ນັ້ນ​ຄົດ.” ຂ້າພະເຈົ້າ​ເບິ່ງ​ສີ່​ຫ​ລ່ຽມ ແລະ ສຳລັບ​ຂ້າພະເຈົ້າ​ມັນ​ປະກົດ​ຄື​ວ່າຊື່​ຕົງ. ແຕ່​ເມື່ອ​ກວດເບິ່ງ​ໃກ້ໆ ແລະ ໃຊ້​ເຄື່ອງ​ວັດແທກ ຂ້າພະເຈົ້າ​ສາມາດ​ເຫັນ​ວ່າ​ມີ​ຄວາມ​ບົກພ່ອງ ແລະ ສີ່​ຫ​ລ່ຽມ​ນ້ອຍໆ​ນີ້​ກໍ​ຄົດ 3 ມິ​ລິ​ເມດ. ຜູ້​ກໍ່ສ້າງ​ໄດ້​ສັ່ງ​ໃຫ້​ປ່ຽນ​ປ່ອງຢ້ຽມ​ ​ແລະ ຕ້ອງ​ເອົາ​ມາ​ໃໝ່​ເພາະ​ມັນ​ບໍ່​ແມ່ນ​ຕາມ​ມາດຕະຖານ​ຂອງ​ພຣະ​ວິຫານ.

ຂ້າພະເຈົ້າ​ກໍ​ແປກ​ໃຈ​ທີ່​ປ່ອງ​ຢ້ຽມ​ທັງ​ໃບ​ຕ້ອງຖືກ​ປ່ຽນ​ໃໝ່​ເພາະ​ມີ​ຄວາມ​ບົກພ່ອງ​ແຕ່​ເລັກ​ນ້ອຍ​ທີ່​ເກືອບ​ເຫັນ​ບໍ່​ໄດ້. ທີ່​ຈິງ​ກໍ​ຄື​ຊິ​ບໍ່​ມີ​ໃຜ​ຮູ້​ເລີຍ ຫລື ບໍ່​ມີ​ໃຜ​ເຫັນ​ປ່ອງຢ້ຽມ​ນີ້​ເພາະ​ມັນ​ຢູ່​ແຫ່ງ​ໜຶ່ງ​ໃນ​ພຣະ​ວິຫານ​ທີ່​ໜ້ອຍ​ຄົນ​ຈະ​ໄດ້​ເຫັນ.

ມື້​ນັ້ນ​ເມື່ອ​ຂ້າພະເຈົ້າ​ຂັບ​ລົດ​ກັບ​ບ້ານ​ຈາກ​ພຣະ​ວິຫານ ຂ້າພະເຈົ້າ​ໄດ້​ນຶກ​ເຖິງ​ສິ່ງ​ທີ່​​ໄດ້ຮຽນ​ຈາກ​ປະສົບ​ການ​ນີ້— ຫລື ອີກ​ຢ່າງ​ໜຶ່ງສິ່ງ​ທີ່​ຂ້າພະເຈົ້າ​ຄິດ​ວ່າ​ໄດ້​ຮຽນ. ກໍ​ແມ່ນ​ອີກ​ຫລາຍ​ອາທິດ​ຕໍ່​ໄປ​ເມື່ອ​ຂ້າພະເຈົ້າ​ຖືກ​ເຊີນ​ໃຫ້​ໄປ​ເບິ່ງ​ພຣະ​ວິຫານ​ທີ່​ສ້າງ​ສຳເລັດ​ແລ້ວ. ໃນ​ຕອນ​ນັ້ນ​ຄວາມ​ເຂົ້າໃຈ​ຂອງ​ຂ້າພະເຈົ້າ​ໄດ້​ແຈ່ມ​ແຈ້ງ​ຂຶ້ນ​ກ່ຽວ​ກັບ​ປະສົບ​ການ​ນັ້ນ.

ເມື່ອ​ຂ້າພະເຈົ້າ​ເຂົ້າ​​ໄປໃນ​ພຣະ​ວິຫານ​ລາ​ອິເອ ຮາ​ວາຍ ທີ່​ຖືກ​ສ້ອມແປງ​ຄືນໃໝ່ ຂ້າພະເຈົ້າ​ປະ​ທັບ​ໃຈ​ກັບ​ຄວາມສວຍ​ງາມ ແລະ ຄຸນ​ນະ​ພາບ​ຂອງ​ວຽກ​ງານ. ທ່ານ​ອາດ​ເຂົ້າໃຈ​ຄວາມ​ສົນໃຈ​ຂອງ​ຂ້າພະເຈົ້າ​ຂະນະ​ທີ່​ເຂົ້າ​ມາ​ໃກ້​ຝາ​ທີ່ “ຊາໆ” ແລະ ປ່ອງຢ້ຽມທີ່ “ມີ​ຄວາມ​ບົກພ່ອງ.” ຜູ້​ກໍ່ສ້າງ​ໄດ້​ຂັດ​ຝາ​ອີກ​ບໍ? ເມື່ອ​ໄປ​ຮອດ​ຝາ​ທີ່​ຊາໆ ຂ້າພະເຈົ້າ​ແປກ​ໃຈ​ທີ່​ເຫັນ​ມີ​ເຈ້ຍ​ຕິດຝາ​ອັນ​ງົດ​ງາມ​ຕິດ​ຝາ​ທຸກ​ໃບ. ຄວາມ​ຄິດ​ທຳ​ອິດຂອງ​ຂ້າພະເຈົ້າ​ແມ່ນ​ວ່າ “ຜູ້​ກໍ່ສ້າງ​ແກ້​ບັນຫາ​ຄວາມ​ຊາໆ​ນັ້ນ​ຈັ່ງ​ຊີ້​ເນ​າະ—ລາວ​ປົກ​ປິດ​ມັນ​ໄວ້.” ແຕ່​ບໍ່​ແມ່ນ​ແນວ​ນັ້ນ ຂ້າພະເຈົ້າ​ໄດ້​ຮຽນ​ຮູ້​ວ່າ ເປັນ​ຕາມ​ແຜນການ​ຕັ້ງແຕ່​ຕົ້ນ​ທີ່​ຈະ​ຕິດ​ເຈ້ຍ​ໃສ່​ຝາ​ເຫລົ່ານັ້ນ. ຂ້າພະເຈົ້າ​ສົງໄສ​ວ່າ​ເປັນ​ຫຍັງ​ຄວາມ​ຊາໆ​ທີ່​ເກືອບ​ເຫັນ​ບໍ່​ໄດ້​ຈະ​ສຳຄັນ​ຫຍັງ​ຖ້າ​ຫາກ​ມີ​ແຜນການ​ປົກ​ມັນ​ດ້ວຍ​ເຈ້ຍ​ຕິດ​ຝາ​ຢູ່​ແລ້ວ? ຕໍ່​ໄປ​ຂ້າພະເຈົ້າ​ຍ່າງ​ໄປ​ໃກ້​ບ່ອນ​ທີ່​ມີ​ປ່ອງຢ້ຽມ​ທີ່​ບົກພ່ອງ ແລະ ແປກ​ໃຈ​ອີກ​ເທື່ອ​ທີ່​ເຫັນ​ດອກ​ໄມ້​ສູງ​ຂະໜາດ​ຈາກ​ດິນ​ຈົນ​ຮອດ​ເພດານ​ວາງ​ຢູ່​ຂ້າງ​ໜ້າ​ປ່ອງຢ້ຽມ. ອີກ​ເທື່ອ​ໜຶ່ງ​ຂ້າພະເຈົ້າ​ຄິດ​ວ່າ “ແໜ ຜູ້​ກໍ່ສ້າງ​ແກ້​ບັນຫາ​ສີ່​ຫ​ລ່ຽມ​ຄົດ​ນ້ອຍ​ໆນັ້ນ​ຈັ່ງ​ຊີ້​ນໍ—ລາວ​ເຊື່ອງ​ມັນ​ໄວ້.” ເມື່ອ​ຂ້າພະເຈົ້າ​ເຂົ້າ​ໄປ​ໃກ້ ກໍ​​ໄດ້ແຍກ​ໃບ​ໄມ້​ແລ້ວ​ກໍ່​ຍິ້ມ​ເມື່ອ​ເຫັນ​ວ່າ ປ່ອງຢ້ຽມ​ໄດ້​ເອົາ​ມາ​ໃໝ່​ອີ່ຫລີ. ສີ່​ຫລຽມ​ທີ່​ເຄີຍ​ຄົດ​ນັ້ນ​ບັດ​ນີ້​ກໍ​ເປັນ​ຊື່​ຕົງ​ໃນ​ຮູບ​ລາຍ. ຂ້າພະເຈົ້າ​ໄດ້​ຮຽນ​ຮູ້​ວ່າ ເປັນ​ຕາມ​ແຜນການ​ຕະຫລອດ​ທີ່​ມີ​ດອກ​ໄມ້​ຕັ້ງ​ຢູ່​ທາງ​ໜ້າ​ປ່ອງຢ້ຽມ​ນີ້.

ເປັນ​ຫຍັງ​ຝາ​ທີ່​ຊາໆ ແລະ ປ່ອງຢ້ຽມ​ທີ່​ບໍ່​ຊື່​ໜ້ອຍ​ດຽວ​ຈະ​ຕ້ອງ​ໄດ້​ເຮັດ​ວຽກ​ເພີ່ມ​ອີກ ຫລື ເອົາ​ໃໝ່​ເມື່ອ​ຕາ​ກັບ​ມື​ຂອງມະນຸດ​ບໍ່​ເຫັນ​ບໍ່​ຮູ້? ເປັນ​ຫຍັງ​ຜູ້​ກໍ່ສ້າງ​ຕ້ອງ​ເຮັດ​ຕາມ​ມາດຕະຖານ​ຢ່າງ​ສູງ​ແບບ​ນີ້?

ເມື່ອ​ຂ້າພະເຈົ້າ​ອອກຈາກ​ພຣະ​ວິຫານ ແລະ ຄິດ​ຕື່ມ​ອີກ​ກ່ຽວ​ກັບ​ເລື່ອງ​ນີ້ ຂ້າພະເຈົ້າ​ເຫັນ​ຄຳ​ຕອບ​ເມື່ອ​ເບິ່ງ​ຝາ​ນອກ​ທີ່​ສ້ອມແປງຄືນ​ໃໝ່​ ແລະ ເຫັນ​ຄຳ​ເຫລົ່າ​ນີ້ວ່າ “ສັກສິດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ, ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.”

ພຣະ​ວິຫານ​ຂອງ​ສາດສະໜາ​ຈັກ​ນີ້​ກໍ​ແມ່ນ​ຕາມ​ທີ່​ປະກາດ​ແນ່​ຊັດ. ອາຄານ​ທີ່​ສັກສິດ​ເຫລົ່າ​ນີ້​ໄດ້​ຖືກ​ກໍ່ສ້າງ​ເພື່ອ​ເຮົາ​ຈະ​ໄດ້​ໃຊ້ ແລະ ຢູ່​ໃນ​ພຣະ​ວິຫານ​ກໍ​ປະກອບ​ພິທີການ​ທີ່​ສັກສິດ​ເພື່ອ​ຄວາມ​ລອດ. ແຕ່​ບໍ່​ຕ້ອງ​ສົງໄສ​ເລີຍ​ວ່າ ພຣະ​ວິຫານ​ແມ່ນ​ບ້ານ​ຂອງ​ຜູ້​ໃດ. ໂດຍ​ທີ່​ຕ້ອງການ​ມາດຕະຖານ​ຢ່າງ​ສະເພາະ​ໃນ​ການ​ກໍ່ສ້າງ ແມ່ນ​ເຖິງ​ລາຍ​ລະອຽດ​ອັນ​ນ້ອຍ​ທີ່​ສຸດ ເຮົາ​ໄດ້​ສະແດງ​ຄວາມ​ຮັກ ​ແລະ ຄວາມ​ເຄົາລົບ​ນັບຖື​ຕໍ່​ພຣະ​ເຈົ້າ​ພຣະເຢ​ຊູ​ຄຣິດ ແລະ ເຮົາ​ໄດ້​ສະແດງ​ໃຫ້​ທຸກ​ຄົນ​ເຫັນ​ອີ​ກວ່າ ເຮົາ​ນັບຖື ແລະ​ ນະ​ມັດ​ສະ​ການ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພຣະ​ວິຫານ​ນັ້ນ.

ໃນ​ການ​ເປີດເຜີຍ​ທີ່​ໃຫ້​ແກ່​ສາດສະດາ​ໂຈ​ເຊັບ ສະ​ມິດ ເພື່ອ​ກໍ່​ສ້າງ​ພຣະ​ວິຫານ​ຢູ່​ເມືອງ​ນາວູ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນຊາ​ວ່າ

ຜູ້​ຄົນ​ຄວນ​ມາ​ພ້ອມ​ກັບ​ຄຳ​ທັງ​ໝົດ​ຂອງ​ເຂົາ ແລະ ເງິນ​ຂອງ​ເຂົາ ແລະ ສິ່ງ​ທີ່​ມີຄ່າ​ຂອງ​ເຂົາ ແລະ ພ້ອມ​ກັບ​ວັດຖຸ​ໂບຮານ​ທັງ​ໝົດ​ຂອງ​ເຂົາ ແລະ ພ້ອມ​ກັບ​ຄົນ​ທັງ​ປວງ​ທີ່​ມີ​ຄວາມ​ຮູ້​ເລື່ອງ​ວັດຖຸ​ໂບຮານ ... ແລະ ນຳ​ເອົາ ... ຕົ້ນໄມ້​ທີ່ມີຄ່າ​ທຸກ​ຕົ້ນ​ຂອງ​ແຜ່ນດິນ​ໂລກ​ມາ;

“… ແລະ ສ້າງ​ບ້ານ​ແດ່​ນາມ​ຂອງ​ພຣະ​ອົງ​ເພື່ອ​ພຣະ​ຜູ້​ສູງ​ສຸດ​ຈະ​ສະຖິດ​ຢູ່​ໃນ​ນັ້ນ.”1

ນີ້​ເປັນ​ຕາມ​ແບບຢ່າງ​ທີ່​ກະສັດ​ໂຊ​ໂລ​ໂມນ​ໃນ​ພຣະ​ສັນຍາ​ເດີມ​ໄດ້​ຕັ້ງ​ໄວ້ ເມື່ອ​ເພິ່ນ​ສ້າງ​ພຣະ​ວິຫານ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ ຊຶ່ງ​ໄດ້​ໃຊ້​ແຕ່​ເຄື່ອງ​ວັດຖຸ ແລະ ຝີ​ມື​ທີ່​ປານີດ.2 ໃນ​ຕອນ​ນີ້​ເຮົາ​ກໍ​ເຮັດ​ຕາມ​ແບບຢ່າງ​ນີ້ ຕາມ​ສົມຄວນ ເມື່ອ​ເຮົາ​ສ້າງ​ພຣະ​ວິຫານ​ຂອງ​ສາດສະໜາ​ຈັກ.

ຂ້າພະເຈົ້າ​ໄດ້​ຮຽນ​ຮູ້​ວ່າ ເຖິງ​ແມ່ນ​ຕາ ຫລື ມື​ຂອງມະນຸດ​ອາດ​ບໍ່​ເຫັນ​ບໍ່​ຈັບ​ຄວາມ​ບົກພ່ອງ​ເຫລົ່ານັ້ນ ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ຮູ້​ລະດັບ​ຄວາມ​ພະຍາຍາມ​ຂອງ​ເຮົາ ແລະ ຮູ້​ຖ້າ​ຫາກ​ເຮົາ​ໄດ້​ເຮັດ​ດີ​ທີ່​ສຸດ​ຂອງ​ເຮົາ​ຫລື​ບໍ່. ເລື່ອງ​ຄວາມ​ພະຍາຍາມ​ຂອງ​ເຮົາ​ກໍ​ຄື​ກັນ ໃນ​ການ​ດຳລົງ​ຊີວິດ​ທີ່​ມີ​ຄຸນຄ່າ​ຮັບ​ພອນ​ຂອງ​ພຣະ​ວິຫານ. ພຣະ​ຜູ້​ເປັນ​ເຈົ້າ​ແນະນຳ​ວ່າ:

ແລະ ຕາບ​ໃດ​ທີ່​ຜູ້​ຄົນ​ຂອງ​ພຣະ​ອົງ​ສ້າງ​ບ້ານ​ຫລັງ​ໜຶ່ງ​ໃຫ້​ພຣະ​ອົງ ແລະ​ ບໍ່​ຍອມ​ໃຫ້​ສິ່ງ​ໜຶ່ງ​ສິ່ງ​ໃດ​ທີ່​ບໍ່​ສະອາດ​ເຂົ້າ​ໄປ​ໃນ​ນັ້ນ ເພື່ອ​ຈະ​ບໍ່​ເສື່ອ​ມ​ຄວາມ​ສັກສິດ ລັດ​ສະ​ມີ​ພາບ​ຂອງ​ພຣະ​ອົງ​ຈະ​ສະຖິດ​ຢູ່ເທິງ​ນັ້ນ;

ແທ້​ຈິງ​ແລ້ວ ແລະ ການ​ປະ​ທັບ​ຢູ່​ຂອງ​ພຣະ​ອົງ​ຈະ​ຢູ່​ທີ່​ນັ້ນ ເພາະ​ພຣະ​ອົງ​ຈະ​ເຂົ້າ​ໄປ​ໃນ​ນັ້ນ ແລະ ຜູ້​ມີໃຈ​ບໍລິສຸດ​ທັງ​ປວງ​ທີ່​ຈະ​ເຂົ້າ​ໄປ​ໃນ​ນັ້ນ​ຈະ​ເຫັນ​ພຣະ​ເຈົ້າ.

ແຕ່​ຖ້າ​ຫາກ​ບ້ານ​ນັ້ນ​ເສື່ອ​ມ​ຄວາມ​ສັກສິດ ພຣະ​ອົງ​ຈະ​ບໍ່​ເຂົ້າ​ໄປ​ໃນ​ນັ້ນ ແລະ ລັດ​ສະ​ມີ​ພາບ​ຂອງ​ພຣະ​ອົງ​ຈະ​ບໍ່​ຢູ່​ທີ່​ນັ້ນ ເພາະ​ພຣະ​ອົງ​ຈະ​ບໍ່​ເຂົ້າ​ໄປ​ໃນ​ພຣະ​ວິຫານ​ທີ່​ບໍ່​ສັກສິດ.3

ຄື​ກັນ​ກັບ​ຜູ້​ກໍ່ສ້າງ ເມື່ອ​ເຮົາ​ຮຽນ​ຮູ້​ພາກສ່ວນ​ໃນ​ຊີວິດ​ຂອງ​ເຮົາ​ທີ່​ບໍ່​ສອດຄ່ອງ​ກັບ​ຄຳ​ສອນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເມື່ອ​ໃດ​ທີ່​ຄວາມ​ພະຍາຍາມ​ຂອງ​ເຮົາ​ບໍ່​ແມ່ນ​ດີ​ທີ່​ສຸດ ເຮົາ​ຄວນ​ເຮັດ​ໄວໆ​ເພື່ອ​ແກ້​ໄຂ​ສິ່ງ​ທີ່​ບໍ່​ຖືກຕ້ອງ. ເຮົາ​ຄວນ​ຈື່​ຈຳ​ວ່າ ເມື່ອ​ໃດ​ທີ່​ເຮົາ​ພະຍາຍາມ​ປົກ​ປິດ​ບາບ​ຂອງ​ເຮົາ ... ເບິ່ງ​ແມ ສະຫວັນ​ຍ່ອມ​ຖອນ​ຕົວ ແລະ ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເສົ້າ​ໂສກ.”4

ຂ້າພະເຈົ້າ​ໄດ້​ຮຽນ​ຮູ້​ອີ​ກວ່າ ມາດຕະຖານ​ສູງ​ຂອງ​ການ​ສ້າງ​ພຣະ​ວິຫານ​ທີ່​ສາດສະໜາ​ຈັກ​ລົງມື​ໃຊ້​ນັ້ນ ເປັນ​ແບບຢ່າງ ແລະ ເປັນ​ເຄື່ອງໝາຍ​ເຖິງ​ວິທີ​ທີ່​ເຮົາ​ຄວນ​ດຳລົງ​ຊີວິດ​ຂອງ​ເຮົາ​ເອງ. ເຮົາ​ສາມາດ​ໃຊ້​ຄຳ​ສອນ​ຂອງ​ອັກ​ຄະ​ສາວົກ​ໂປ​​ໂລ​ທີ່​ໃຫ້​ແກ່​ສະມາຊິກ​ຂອງສາດສະໜາ​ຈັກ​ສະໄໝ​ກ່ອນ​ວ່າ:

“ພວກ​ເຈົ້າ​ກໍ​ຮູ້​ຢ່າງ​ຄັກແນ່​ແລ້ວ​ວ່າ ພວກ​ເຈົ້າ​ເປັນ​ວິຫານ​ຂອງ​ພຣະ​ເຈົ້າ ແລະ ທັງ​ຮູ້​ວ່າ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ມີ​ຊີວິດ​ຢູ່​ໃນ​ພວກ​ເຈົ້າ.

“ດັ່ງນັ້ນ​ຖ້າ​ຜູ້​ໃດ​ຜູ້​ໜຶ່ງ​ທຳລາຍ​ວິຫານ​ຂອງ​ພຣະ​ເຈົ້າ ພຣະ​ເຈົ້າ​ກໍ​ຈະ​ທຳລາຍ​ຜູ້​ນັ້ນ ດ້ວຍ​ວ່າ​ວິຫານ​ຂອງ​ພຣະ​ເຈົ້າ​ເປັນ​ທີ່​ບໍລິສຸດ ແລະ ພວກ​ເຈົ້າ​ເອງ​ນັ້ນ​ແຫລະ​ເປັນ​ວິຫານ​ຂອງ​ພຣະ​ອົງ.”5

ເຮົາ​ທຸກ​ຄົນ​ຖືກ​ສ້າງຂຶ້ນ​ມາ​ດ້ວຍ​ວັດຖຸ​ທີ່​ດີ​ທີ່​ສຸດ ແລະ ເຮົາ​ເປັນ​ຝີ​ມື​ຂອງ​ການ​ສ້າງ​ຂອງ​ສະຫວັນ. ແຕ່​ເມື່ອ​ເຮົາ​ເຕີບ​ໂຕ​ຂຶ້ນ​ເຖິງ​ອາຍຸ​ຮັບຜິດຊອບ ແລະ ກ້າວ​​ເຂົ້າ​ສູ່​ສະໜາມ​ເສິກ​ແຫ່ງ​ບາບ ແລະ ​ການ​ລໍ້​ລວງວິຫານ​ຂອງ​ເຮົາ​ເອງ​ອາດ​ຕ້ອງການ​ການສ້ອມ​ແປງຄືນ​ໃໝ່ ແລະ ການ​ສ້ອມແຊມ. ບາງ​ທີ່​ຈະ​ມີ​ບາງ​ສິ່ງ​ໃນ​ເຮົາ​ທີ່​ຊາ​ໆ ແລະ​ ຕ້ອງ​ເຮັດ​ໃຫ້​ລຽບ ຫລື ສ່ວນ​ຈິດ​ວິນ​ຍານ​ອາດ​ຕ້ອງ​ເອົາ​ມາ​ໃສ່​​ໃໝ່​ເພື່ອ​ເຮົາ​ຈະ​ຢືນ​ຢູ່​ໃນ​ສະຖານທີ່​ສັກສິດ. ໂດຍ​ຄວາມ​ກະຕັນຍູຕໍ່​ມາດຕະຖານ​ຂອງ​ພຣະ​ວິຫານ​ທີ່​ເຮົາ​ຕ້ອງ​ຮັບ​ນັ້ນ​ບໍ່​ແມ່ນ​ຄວາມ​ສົມ​ບຸນ ເຖິງ​ແມ່ນ​ເຮົາ​ພະຍາຍາມ​ໃຫ້​ສົມ​ບຸນ ແຕ່​ມາດຕະຖານ​ຄື​ວ່າ​ເຮົາ​ຈະ​ຮັກ​ສາ​ພຣະ​ບັນຍັດ ແລະ ເຮັດ​ໃຫ້​ດີ​ທີ່​ສຸດ​ເທົ່າ​ທີ່​ເຮົາ​ຈະ​ໄດ້​ເຮັດໃນ​ການ​ດຳລົງ​ຊີວິດ​ໃນ​ຖານະຜູ້​ເປັນ​ສານຸສິດ​ຂອງ​ພຣະເຢ​ຊູ​ຄຣິດ. ຂ້າພະເຈົ້າ​ອະທິຖານ​ວ່າ ເຮົາ​ທຸກ​ຄົນ​ຈະ​ພະຍາຍາມ​ດຳລົງ​ຊີວິດ​ທີ່​ສົມ​ຄ່າ​ຈະ​ໄດ້​ຮັບ​ພອນ​ຂອງ​ພຣະ​ວິຫານ​ໂດຍ​ທີ່​ເຮັດ​ໃຫ້​ດີ​ທີ່​ສຸດ ໂດຍ​ການ​ສ້ອມແປງຄືນ​ໃໝ່​ທີ່​ຈຳເປັນ ແລະ ໂດຍ​ການ​ປະ​ຖິ້ມ​ຄວາມ​ບົກພ່ອງ ແລະ ຄວາມ​ບໍ່​ສົມບູນ ເພື່ອ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ຈະ​ສາມາດສະຖິດ​ຢູ່​ນຳ​ເຮົາ​ຕະຫລອດ​ໄປ. ໃນ​ພຣະ​ນາມ​ຂອງ​ພຣະເຢ​ຊູ​ຄຣິດ, ອາແມນ.

Mostrar referencias

  1.  

    1. ​​ເບິ່ງ Doctrine and Covenants 124:26–27.

  2.  

    2. ​ເບິ່ງ 1 ກະສັດ 6–7.

  3.  

    3. ເບິ່ງ Doctrine and Covenants 97:15–17.

  4.  

    4. ເບິ່ງ Doctrine and Covenants 121:37.

  5.  

    5.  1 ​ໂກ​ຣິນ​ໂທ 3:16–17; ​ເບິ່ງ ຂໍ້​ທີ 19 ນຳ​ອີກ.