ສາລາ​ຢູ່​ໃສ?

​ໂດຍ​ ປະທານ​ເຮັນຣີ ບີ ​ໄອຣິງ

ທີ່​ປຶກສາ​ທີ​ໜຶ່ງ​ໃນ​ຝ່າຍ​ປະທານ​ສູງ​ສຸດ


ເຮັນຣີ ບີ ​ໄອຣິງ
ແຕ່​ສາລານັ້ນທີ່​ເບິ່ງ​ຄື​ວ່າ​ບັງ​ສະຫວັນ​ໄວ້ ບໍ່​ໄດ້​ປິດ​ບັງ​ພຣ​ະ​ເຈົ້າ​ ​ແຕ່​ບາງ​ເທື່ອ​ໄດ້​ປິດບັງ​ເຮົາ​ໄວ້. ພຣະ​ເຈົ້າບໍ່​ເຄີຍ​ລີ້​ຈາກ​ເຮົາ, ​ແຕ່​ບາງ​ເທື່ອ​ເຮົາ​ລີ້​ຈາກ​ພຣະອົງ.

​ໃນ​ຄວາມທຸກທໍລະມານ​ໃຈ​ຂອງ​ເພິ່ນ​ຢູ່​ໃນ​ຄຸກ​ລີ​ເບີ​ຕີ, ສາດສະດາ​ໂ​ຈ​ເຊັບ ສະ​ມິດ ​ໄດ້​ຮ້ອງ​ອອກ​ມາ​ວ່າ: ໂອ້ ພຣະອົງ​ເຈົ້າຂ້າ, ພຣະອົງ​ປະ​ທັບ​ຢູ່​ບ່ອນ​ໃດ? ​ແລະ ສາລາ​ທີ່​ປົກ​ປິດ​ບ່ອນ​ລີ້​ຂອງ​ພຣະອົງ​ຢູ່​ບ່ອນ​ໃດ”1 ຫລາຍ​ຄົນ​ພວກ​ເຮົາ, ​ໃນ​ຊ່ວງ​ຢູ່​ໃນ​ຄວາມທຸກ​ທໍລະມານ​ໃຈ​ຂອງ​ເຮົາ, ຈະ​ຮູ້ສຶກ​ວ່າ​ພຣະ​ເຈົ້າຢູ່​ໄກ​ຈາກ​ເຮົາ. ​ແຕ່​ສາລານັ້ນທີ່​ເບິ່ງ​ຄື​ວ່າ​ບັງ​ສະຫວັນ​ໄວ້ ບໍ່​ໄດ້​ປິດ​ບັງ​ພຣ​ະ​ເຈົ້າ​ ​ແຕ່​ບາງ​ເທື່ອ​ໄດ້​ປິດບັງ​ເຮົາ​ໄວ້. ພຣະ​ເຈົ້າບໍ່​ເຄີຍ​ລີ້​ຈາກ​ເຮົາ, ​ແຕ່​ບາງ​ເທື່ອ​ເຮົາ​ລີ້​ຈາກ​ພຣະອົງ, ປິດ​ບັງ​ໄວ້​ໂດຍ​ສາລາຂອງ​ເຫດຜົນ​ທີ່​ກີດກັນ​ເຮົາ​ຈາກພຣະ​ເຈົ້າ ​ແລະ ​ເຮັດ​ໃຫ້​ພຣະອົງ​ເບິ່ງ​ຄື​ວ່າ​ຢູ່​ໄກ ​ແລະ ​ເຂົ້າ​ໄປ​ຫາ​ບໍ່​ໄດ້. ຄວາມ​ປາຖະໜາ​ຂອງ​ເຮົາ, ​ແທນ​ທີ່​ຈະ​ເປັນຄວາມ​ຮູ້ສຶກ​ວ່າ “ຂໍ​ໃຫ້​ເປັນ​ໄປ​ຕາມ​ນ້ຳ​ພຣະ​ໄທ​ຂອງ​ພຣະອົງ​ເຖີດ,”2 ​ໄດ້​ສ້າງ​ຄວາມ​ຮູ້ສຶກທີ່​ເປັນ​ສາລາ​ກີດ​ກັນ​ເຮົາ​ຈາກ​ພຣະ​ເຈົ້າ. ພຣະ​ເຈົ້າສາມາດ​ຫລຽວ​ເຫັນ​ເຮົາ ຫລື ຕິດ​ຕໍ່​ກັບ​ເຮົາ, ​ແຕ່​ເຮົາ​ອາດ​ບໍ່​ເຕັມ​​ໃຈຟັງ ຫລື​ ​ເຮັດ​ຕາມ​ພຣະປະສົງ ​ແລະ ​ເວລາ​ຂອງ​ພຣະອົງ.

ຄວາມ​ຮູ້ສຶກ​ທີ່​ໄດ້​​ແຍກ​ອອກ​ຈາກ​ພຣະ​ເຈົ້າຈະ​ຫລຸດ​ໜ້ອຍ​ຖອຍລົງ ​ເມື່ອ​ເຮົາ​ກາຍ​ເປັນ​ເໝືອນ​ດັ່ງ​ເດັກນ້ອຍ​ຢູ່​ຕໍ່ພຣະພັກ​ຂອງ​ພຣະອົງ. ສິ່ງ​ນີ້​ບໍ່​ງ່າຍ​ຢູ່​ໃນ​ໂລກ​ບ່ອນ​ທີ່​ເຫດຜົນ​ຂອງ​ຄົນ​ອື່ນ​ສາມາດ​ກະທົບກະ​ເທືອນຕໍ່ຄວາມ​ປະສົງ​ຂອງ​ເຮົາ. ​ແຕ່​ມັນ​ຈະ​ຊ່ອຍ​ເຫລືອ​​ເຮົາ​ໃຫ້​ຮູ້ຈັກ​ຄວາມ​ຈິງນີ້: ພຣະ​ເຈົ້າຢູ່​ໃກ້​ເຮົາ ​ແລະ ຮູ້ຈັກ​ເຮົາ ​ແລະ ບໍ່​ເຄີຍລີ້​ຈາກ​ລູກທີ່ຊື່ສັດຂອງ​ພຣະອົງ.

ຫລານ​ສາວ​ຜູ້​ອາຍຸ​ສາມ​ປີ​ຂອງ​ຂ້າພະ​ເຈົ້າ​ໄດ້​ສະ​ແດງ​​ເຖິງ​ພະລັງ​ຂອງ​ຄວາມ​ໄຮ້​ດຽງສາ ​ແລະ ຄວາມ​ຖ່ອມ​ຕົນ ​ເພື່ອ​ຕິດ​ຕໍ່​​ເຮົາ​ໃສ່​ກັບ​ພຣະ​ເຈົ້າ. ​ນາງໄດ້​ໄປ​ຊົມ​ພຣະວິຫານບຣິກຳ ຊີທີ ໃນລັດຢາທູ ກັບ​ຄອບຄົວ​ຂອງ​ນາງ. ຢູ່​ໃນ​ຫ້ອງ​ໜຶ່ງ​ຂອງ​ອາຄານ​ທີ່​ສວຍ​ງາມ​ນັ້ນ, ນາງ​ໄດ້​ຫລຽວ​ເບິ່ງ​ຮອບໆ ​ແລະ ຖາມ​ວ່າ, “​ແມ່, ພຣະ​ເຢຊູ​ຢູ່​ໃສ?” ​ແມ່​ຂອງ​ນາງ​ໄດ້​ບອກ​ວ່າ ນາງ​ຈະ​ບໍ່​ເຫັນ​ພຣະ​ເຢຊູ​ຢູ່​ໃນ​ພຣະວິຫານ, ​ແຕ່​ນາງ​ຈະ​ສາມາດ​ຮູ້ສຶກ​ເຖິງ​ອິດ​ທິພົນ​ຂອງ​ພຣະອົງ​ຢູ່​ໃນ​ໃຈ​ຂອງ​ນາງ. ນາງອີ​ລາຍ​ຊາ​ໄດ້​ຄິດ​ກ່ຽວ​ກັບ​ຄຳ​ຕອບ​ຂອງ​ແມ່ ​ແລະ ກໍ​ເບິ່ງ​ວ່າ​ພໍ​ໃຈ ແລະ ໄດ້ເວົ້າວ່າ, “ໂອ້, ພຣະ​ເຢຊູ​​ໄປ​ຊ່ອຍ​ເຫລືອ​ບາງ​ຄົນ.”

ສາລາ​ບໍ່​ໄດ້​ບັງ​ຄວາມ​ເຂົ້າ​ໃຈ​ຂອງ​ນາງ​ອີ​ລາຍ​ຊາ​ໄວ້ ຫລື ບັງ​ພາບ​ຂອງ​ຄວາມ​ເປັນ​ຈິງ​ຈາກ​ນາງ. ພຣະ​ເຈົ້າຢູ່​ໃກ້ນາງ, ​ແລະ ນາງ​ຮູ້ສຶກ​ຢູ່​ໃກ້​ພຣະອົງ. ນາງ​ຮູ້​ວ່າ ພຣະວິຫານ​ເປັນ​ບ້ານ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ແຕ່​ຍັງ​ເຂົ້າ​ໃຈ​ອີກ​ວ່າ ພຣະ​ເຢຊູ​ຄຣິດທີ່​ໄດ້​ຟື້ນ​ຄືນ​ຊີວິດ​ແລ້ວ ​ແລະ ມີ​ລັດສະໝີ​ພາບ ມີ​ຮ່າງກາຍ ​ແລະ ສາມາດ​ປະກົດ​ຕົວ​ຢູ່​ບ່ອນ​ໜຶ່ງ​​ໃນ​ເວລາ​ໜຶ່ງ.3 ຖ້າ​ຫາກ​ພຣະອົງ​ບໍ່​ໄດ້​ຢູ່​ໃນ​ບ້ານ​ຂອງ​ພຣະອົງ, ນາງ​ຮູ້​ວ່າ ພຣະອົງ​ຕ້ອງ​ຢູ່​ບ່ອນ​ອື່ນ. ແລະ ຕາມ​ທີ່ນາງຮູ້​ກ່ຽວ​ກັບ​ພຣະຜູ້​ຊ່ອຍ​ໃຫ້​ລອດ, ນາງ​ຮູ້​ວ່າ ພຣະອົງ​ຢູ່​ບ່ອນ​ໃດ​ບ່ອນ​ໜຶ່ງ ​ເຮັດ​ວຽກ​ງານ​ດີ​ສຳລັບ​ລູກໆ​ຂອງ​ພຣະບິດາ​ຂອງ​ພຣະອົງ. ​ເຫັນ​ໄດ້​ແຈ້ງວ່າ ນາງ​ມີ​ຄວາມ​ຫວັງ​ທີ່​ຈະ​ໄດ້​ເຫັນ​ພຣະ​ເຢຊູ ບໍ່​ພຽງ​ແຕ່​ເພື່ອ​ຢືນຢັນ​ເຖິງ​ຄວາມ​ເປັນ​ຈິງຂອງ​ພຣະອົງ​ເທົ່າ​ນັ້ນ, ​ແຕ່​ເປັນ​ເພາະ​ວ່ານາງ​ຮັກ​ພຣະອົງ.

ພຣະວິນ​ຍານ​ສາມາດ​ເປີດ​ເຜີຍ​ຕໍ່​ຈິດ​ໃຈ​ທີ່​ເປັນ​ເດັກ​ຂອງ​ນາງໄດ້ເຖິງ​ການ​ປອບ​ໂຍນ​ທີ່​ເຮົາ​ທຸກ​ຄົນ​ຕ້ອງການ. ພຣະ​ເຢຊູ​ຄຣິດຊົງ​ພຣະຊົນ​ຢູ່, ຮູ້ຈັກ​ເຮົາ, ​ແລະ ​ເປັນ​ຫ່ວງ​ເປັນ​ໄຍຕໍ່​ເຮົາ. ​ໃນ​ເວລາ​ທີ່​ມີ​ຄວາມ​ເຈັບ​ປວດ, ​ເປົ່າ​ປ່ຽວ​ດຽວ​ດາຍ, ຫລື ສັບສົນ, ​ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ເຫັນ​ພຣະ​ເຢຊູ​ຄຣິດ​ເພື່ອ​ຈະ​ໄດ້​ຮູ້​ວ່າ ພຣະອົງ​ຮູ້​ເຖິງ​ສະພາບ​ການ​ຂອງ​ເຮົາ ​ແລະ​ວ່າ​ພາລະກິດ​ຂອງ​ພຣະອົງ​ຄື​ການ​ໃຫ້​ພອນ.

ຂ້າພະ​ເຈົ້າຮູ້ຈັກ​ຈາກ​ຊີວິດ​ຂອງ​ຂ້າພະ​ເຈົ້າ​ເອງ​ວ່າ​ປະສົບ​ການ​ຂອງ​ນາງ​ອີ​ລາຍ​ຊາ​ສາມາດ​ເປັນ​ຂອງ​ເຮົາ​ໄດ້, ຫລັງ​ຈາກ​ເຮົາ​ບໍ່​ໄດ້​ເປັນ​ເດັກນ້ອຍ​ອີກ​ຕໍ່​ໄປ. ​ໃນ​ຕອນ​ຂ້າພະ​ເຈົ້າ​ເລີ່​ມຕົ້ນອາຊີບ, ຂ້າພະ​ເຈົ້າ​ໄດ້​ທຳ​ງານ​ໜັກ​ເພື່ອ​ຈະ​ໄດ້​ຕຳ​ແໜ່​ງດີ​ຢູ່​ມະຫາວິທະຍາ​ໄລ​ສະ​ແຕນ​ຝອດ. ຂ້າພະ​ເຈົ້າຄິດ​ວ່າ ຂ້າພະ​ເຈົ້າ​​ໄດ້​​ເຮັດ​ດີ​ແລ້ວ​ສຳລັບ​ຕົວ​ຂ້າພະ​ເຈົ້າ​ເອງ ​ແລະ ຄອບຄົວຂອງ​ຂ້າພະ​ເຈົ້າ. ພວກ​ເຮົາ​ໄດ້​ອາ​ໄສ​ຢູ່​ໃກ້​ພໍ່​ແມ່​ຂອງ​ພັນ​ລະ​ຍາ​ຂອງ​ຂ້າພະ​ເຈົ້າ​ໃນ​ບ່ອນ​ທີ່​ສຸກ​ສະບາຍ. ຕາມ​ມາດຕະຖານ​ຂອງ​ໂລກ​ແລ້ວ, ຂ້າພະ​ເຈົ້າ​ໄດ້​ບັນລຸ​ຄວາມ​ສຳ​ເລັດ​​ຫລາຍສົມຄວນ. ​ແຕ່​ສາດສະໜາຈັກໄດ້ໃຫ້​ໂອກາດ​ແກ່ຂ້າພະເຈົ້າເພື່ອຈະໄດ້ຍ້າຍ​ຈາກ​ຄາ​ລິ​ຟໍ​ເນຍ ​ແລະ ​ໄປ​ທຳ​ງານ​ຢູ່​ວິທະຍາ​ໄລ​ຣິກສ໌ ຢູ່​ລັດ​​ໄອ​ດາ​ໂຮ. ຈຸດ​ເປົ້າໝາຍ​ທາງ​ອາຊີບ​ຂອງ​ຂ້າພະ​ເຈົ້າອາດ​ເປັນ​ສາລາ​​ແຍກ​ຂ້າພະ​ເຈົ້າຈາກ​ພຣະບິດາ​ທີ່​ຊົງ​ຮັກ ຜູ້​ຮູ້​ດີກ​ວ່າ​ວ່າ​ອະນາຄົດ​ຂອງ​ຂ້າພະ​ເຈົ້າຄວນ​ເປັນ​ແນວ​ໃດ. ​ແຕ່​ຂ້າພະ​ເຈົ້າ​ໄດ້​ຮັບ​ພອນທີ່​ຮູ້​ວ່າ ຄວາມ​ສຳ​ເລັດ​ຜົນ​ທີ່​ຂ້າພະ​ເຈົ້າ​ໄດ້​ຮັບ​​ເຖິງ​ຕອນ​ນັ້ນ ​​ເປັນຂອງ​ປະທານ​ຈາກ​ພຣະ​ເຈົ້າ. ​ແລະ ສະນັ້ນ, ​ຄື​ກັນ​ກັບ​ເດັກນ້ອຍ, ຂ້າພະ​ເຈົ້າ​ໄດ້​ຄຸ​ເຂົ່າ​ອະທິຖານ​ທູນ​ຖາມ​ວ່າ​ຂ້າພະ​ເຈົ້າຄວນ​ເຮັດ​ສິ່ງ​ໃດ. ຂ້າພະ​ເຈົ້າ​ໄດ້​ຍິນ​ສຽງ​ຢູ່​ໃນ​​ໃຈ​ວ່າ, “ມັນ​ເປັນ​ໂຮງຮຽນ​ຂອງ​ຂ້າພະ​ເຈົ້າ.” ບໍ່​ມີ​ສາລາ​ປິດ​ບັງ​ຂ້າພະ​ເຈົ້າຈາກ​ພຣະ​ເຈົ້າ. ດ້ວຍ​ສັດທາ ​ແລະ ຄວາມ​ຖ່ອມ​ຕົນ, ຂ້າພະ​ເຈົ້າ​ໄດ້​ຍອມ​ຕໍ່​ພຣະປະສົງ​ຂອງ​ພຣະ​ອົງ, ​ແລະ ຂ້າພະ​ເຈົ້າ​ໄດ້​ຮູ້ສຶກ​ເຖິງ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍ ​ແລະ ຄວາມ​ໃກ້ຊິດ​ຂອງ​ພຣະອົງ.

​ໃນ​ໄລຍະ​ຢູ່​ວິທະຍາ​ໄລ​ຣິກສ໌ນັ້ນ, ຊຶ່ງ​ເປັນ​ຕອນ​ທີ່​ຂ້າພະ​ເຈົ້າພະຍາຍາມ​ເຮັດ​ຕາມ​ພຣະປະສົງ​ຂອງ​ພຣະ​ເຈົ້າ, ​ໄດ້​ເປັນ​ຊ່ວງ​ໄລຍະ​ທີ່​ສາລາ​ບໍ່​ໄດ້​​ແຍກ​ ຫລື ປິດ​ບັງຂ້າພະ​ເຈົ້າຈາກບົດບາດ​ທີ່​ສຳຄັນ​ຂອງ​ພຣະ​ເຈົ້າຈາກ​ຂ້າພະ​ເຈົ້າ. ​ເມື່ອ​ຂ້າພະຈົ້າສະ​ແຫວ​ງຫາ​ທີ່​ຈະ​ເຮັດ​ວຽກ​ງານ​ຂອງ​ພຣະອົງ, ຂ້າພະ​ເຈົ້າຮູ້ສຶກ​ເຂົ້າ​ໃກ້​ພຣະອົງ​ຫລາຍ​ຂຶ້ນ ​ແລະ ​ແນ່​ໃຈ​ວ່າ​ພຣະອົງຮູ້​ເຖິງ​ທຸລະ​ກິດ​ຂອງ​ຂ້າພະ​ເຈົ້າ ​ແລະ ​ເປັນ​ຫ່ວງ​ເປັນ​​​​ໄຍຫລາຍ​ກັບ​ຄວາມ​ສຸກ​ຂອງ​ຂ້າພະ​ເຈົ້າ. ​ແຕ່ດັ່ງ​ທີ່​ເຂົາ​ເຈົ້າມີ​ຢູ່​ທີ່ສະ​ແຕນ​ຝອດ, ​ເປົ້າໝາຍທາງ​ໂລກ​​ເລີ່ມຕົ້ນສະ​ເໜີ​ຕົວ​ຕໍ່​ຂ້າພະ​ເຈົ້າ. ສິ່ງ​ໜຶ່ງ​ແມ່ນ​ການ​ສະ​ເໜີ​ຕຳ​ແໜ່​ງທີ່​ໜ້າ​ສົນ​ໃຈ, ຊຶ່ງ​ເກີດ​ຂຶ້ນຕອນ​ຂ້າພະ​ເຈົ້າຢູ່​ວິທະຍາ​ໄລ​ຣິກສ໌​ໄດ້​ຫ້າ​ປີ. ຂ້າພະ​ເຈົ້າກໍ​ຄິດ​ຢາກ​ຮັບ​ເອົາ​ຕຳ​ແໜ່​ງນັ້ນ ​ແລະ ​ໄດ້​ອະທິຖານ, ​ແມ່ນ​ແຕ່​ໄດ້​ປຶກສາ​ຫາລື​ກັບ​ຝ່າຍ​ປະທານ​ສູງ​ສຸດ. ພວກ​ເພິ່ນ​ກໍ​ໄດ້​ຕອບ​ດ້ວຍ​ຄວາມ​ອົບ​ອຸ່ນ ​ແລະ ຕະຫລົກ​ໜ້ອຍ​ໜຶ່ງ​. ປະທານ​ສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ ​ໄດ້​ຟັງ​ຂ້າພະ​ເຈົ້າບັນຍາຍ​ກ່ຽວ​ກັບຂໍ້​ສະ​ເໜີ​ຈາກ​ໂຮງຮຽນ​ແຫ່ງ​ໃຫຍ່ ​ແລ້ວ​ເພິ່ນ​ໄດ້​ກ່າວ​ວ່າ, “​ເອີ, ຮານ, ມັນ​ເປັນ​ໂອກາດ​ດີ​ນໍ! ​ແລະ ຖ້າ​ຫາກ​ພວກ​ເຮົາ​ຕ້ອງການ​​ເຈົ້າ, ພວກ​ເຮົາ​ກໍ​ຮູ້​ວ່າ​​ເຈົ້າ​ຢູ່ບ່ອນ​ໃດ.” ພວກ​ເພິ່ນ​ຈະ​ຮູ້​ວ່າ​ຂ້າ​ພະ​ເຈົ້າຢູ່​ໃສ, ​ແຕ່​ຄວາມຢາກ​ໄດ້​ຕຳ​ແໜ່​ງ​ໃໝ່​ນັ້ນອາດ​ເປັນ​ສາລາທີ່​ອາດ​ເຮັດ​ໃຫ້​ຂ້າພະ​ເຈົ້າຊອກ​ຫາ​ພຣະ​ເຈົ້າ​ໄດ້ຍາກ ​ແລະ ຍາກ​ສຳລັບ​ຂ້າພະ​ເຈົ້າທີ່​ຈະ​ໄດ້​ຍິນ ​ແລະ ​ເຮັດ​ຕາມ​ການ​ເຊື້ອ​ເຊີນຂອງ​ພຣະອົງ.

ພັນ​ລະ​ຍາ​ຂອງ​ຂ້າພະ​ເຈົ້າ​ໄດ້ຮູ້ສຶກ​ວ່າ​ພວກ​ເຮົາ​ບໍ່​ຄວນ​ໄປ​. ຂ້າພະເຈົ້າໄດ້ເວົ້າວ່າ, “​ເທົ່າ​ນັ້ນກໍ​ພໍແລ້ວ​ສຳລັບ​ອ້າຍ.” ​ແຕ່​ນາງ​ໄດ້​ແນະນຳ​ຂ້າພະ​ເຈົ້າ​ໃຫ້​ຊອກ​ຫາ​ການ​ເປີດ​ເຜີຍ​ດ້ວຍ​ຕົວ​ເອງ. ​ແລະ ຂ້າພະ​ເຈົ້າ​ໄດ້​ອະທິຖານ​ອີກ. ​ເທື່ອ​ນີ້​ຂ້າພະ​ເຈົ້າໄດ້​ຮັບ​ຄຳ​ຕອບ​ທີ່​ແຈ່ມ​ແຈ້ງ, ດ້ວຍ​ສຽງ​ຢູ່​ໃນ​​ໃຈວ່າ, “​ເຮົາ​ຈະ ​ໃຫ້ ເຈົ້າຢູ່​ວິທະຍາ​ໄລຣິກສ໌ຕໍ່​ໄປ​ອີກ​ຊົ່ວ​​ໄລຍະ​ໜຶ່ງ.” ຄວາມ​ທະ​ເຍີ​ທະຍານ​ຂອງ​ຂ້າພະ​ເຈົ້າອາດ​ເຮັດ​ໃຫ້​ຂ້າພະ​ເຈົ້າສັບສົນ​ກ່ຽວ​ກັບ​ຄວາມ​ເປັນ​ຈິງ ​ແລະ ​ຍາກ​ທີ່​ຈະ​ໄດ້​ຮັບ​ການ​ເປີດ​ເຜີຍ.

ສາມ​ມື້​ຫລັງ​ຈາກ​ຂ້າພະ​ເຈົ້າ​ໄດ້​ຮັບ​ການ​ດົນ​ໃຈນັ້ນ ຂ້າພະ​ເຈົ້າ​ໄດ້​ຕອບ​ປະຕິ​ເສດ​ ​ແລະ ທຳ​ງານ​ຢູ່​ວິ​ທະຍາ​ໄລຣິກສ໌ຕໍ່​ໄປ. ​ແລ້ວ​ເຄື່ອນ​ນ້ຳທີ​ທອນ​​ໄດ້​ພັງ. ພຣະ​ເຈົ້າຮູ້​ວ່າ ​ເຄື່ອນ​ນັ້ນຈະ​ພັງ ​ແລະ ຜູ້​ຄົນຫລາຍ​ຮ້ອຍ​ຄົນ​ຈະ​ຕ້ອງການ​ຄວາມ​ຊ່ອຍ​ເຫລືອ. ພຣະອົງ​ໄດ້​ປ່ອຍ​ໃຫ້​ຂ້າພະ​ເຈົ້າຊອກ​ຫາ​ຄຳ​ແນະນຳ​ ​ແລະ ຂໍ​ການ​ອະນຸຍາດ​ຈາກ​ພຣະອົງ ​ເພື່ອ​ຈະ​ໄດ້​ຢູ່ທີ່ວິທະຍາ​ໄລຣິກສ໌ຕໍ່​ໄປ. ພຣະອົງ​ພຽງ​ຜູ້​ດຽວ​ເທົ່າ​ນັ້ນທີ່​ຮູ້ຈັກ​ວ່າ ການ​ຮັບ​ໃຊ້​ຂອງ​ຂ້າພະ​ເຈົ້າຢູ່ວິທະຍາ​ໄລ​ ​ແລະ ໃນ​​ແຣັກສະ​ເບີກຈະ​ມີ​ຜົນ​ປະ​ໂຫຍ​ດຫລາຍ. ສະນັ້ນຂ້າພະ​ເຈົ້າ​ຈຶ່ງໄດ້​ສະ​ແຫວ​ງຫາ​ພຣະບິດາ​ເທິງ​ສະຫວັນ​ໃນ​ຄຳ​ອະທິຖານ​ເລື້ອຍໆ ​ເພື່ອວ່າ​ພຣະອົງ​ຈະ​ໄດ້​ໃຫ້​ຂ້າພະ​ເຈົ້າ​ຊ່ອຍ​ເຫລືອ​ຜູ້​ຄົນ​ທີ່​ໄດ້​ສູນ​ເສຍ​ຊັບ​ສິນ ​ແລະ ຜູ້​ທີ່ຊີວິດ​ໄດ້​ຮັບ​ຄວາມ​ເສຍ​ຫາຍ. ຂ້າພະ​ເຈົ້າ​ໄດ້​ໃຊ້​ເວລາ​ຢ່າງ​ຫລວງຫລາຍ​ກັບ​ຄົນ​ອື່ນໆ​ເພື່ອ​ມ້ຽນ​ຂີ້ຕົມ ​ແລະ ຂົນ​ນ້ຳອອກ​ຈາກ​ເຮືອນ. ຄວາມ​ປາຖະໜາ​ຂອງ​ຂ້າພະ​ເຈົ້າທີ່​ຢາກ​ຈະ​ຮູ້ ​ແລະ ​ເຮັດ​ຕາມ​ພຣະປະສົງ​ຂອງ​ພຣະອົງ​​ໄດ້​​ໃຫ້​ໂອກາດ​​ແກ່ຂ້າພະ​ເຈົ້າ​​ເພື່ອຊອກ​ຫາ​ສິ່ງ​ທີ່​ສຳຄັນ​ຕໍ່​ຈິດ​ວິນ​ຍານ.

ປະສົບ​ການັ້ນ​ໄດ້ສະ​ແດງ​ໃຫ້​ເຫັນ​ວິທີ​ໜຶ່ງ​ອີກ​ທີ່​ເຮົາ​ສາມາດ​ສ້າງ​ສິ່ງ​ກີດ​ກັນ ​ຈາກ​ການ​ຮູ້ຈັກ​ພຣະປະສົງ​ຂອງ​ພຣະ​ເຈົ້າ ຫລື ຄວາມ​ຮັກ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ເຮົາ: ​​ເຮົາ​ບໍ່​ສາມາດ​ເຮັດ​ໃຫ້​ມັນເກີດ​ຂຶ້ນຕາມ​​ຕາຕະລາງ​ ຂອງ​ເຮົາ ​​ເມື່ອ​ພຣະຜູ້​ເປັນ​ເຈົ້າມີ​ຕາຕະລາງຂອງ​ພຣະອົງ​ເອງ. ຂ້າພະ​ເຈົ້າຄິດ​ວ່າ ຂ້າພະ​ເຈົ້າ​ໄດ້​ໃຊ້​​ເວລາ​ຫລາຍ​ແລ້ວ​ໃນການ​ຮັບ​ໃຊ້ຂອງ​ຂ້າພະ​ເຈົ້າຢູ່​​ແຣັກສະ​ເບີກ ​ແລະ ຄິດ​ຢາກ​​ຍ້າຍ​​ໄປ​ເຮັດ​ຕຳ​ແໜ່ງອື່ນ. ບາງ​ເທື່ອ​ຄວາມ​ໃຈຮ້ອນທີ່​ຢາກ​ເຮັດ​ຕາມ​​ເວລາ​ຂອງ​ເຮົາ ສາມາດ​ປິດ​ບັງ​ພຣະປະສົງ​ຂອງ​ພຣະອົງ​ທີ່​ມີ​ສຳລັບ​ເຮົາ.

ຢູ່​ໃນ​ຄຸກ​ລີ​ເບີ​ຕີ ສາດສະດາ​ໂຈ​ເຊັບ ສະ​ມິດ ​ໄດ້​ທູນ​ຂໍ​ໃຫ້​ພຣະຜູ້​ເປັນ​ເຈົ້າລົງ​ໂທດ​ຄົນ​ທີ່ຂົ່ມ​ເຫັງ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ຢູ່​ໃນ​ລັດ​ມີ​ເຊີຣີ. ຄຳ​ອະທິຖານຂອງ​ເພິ່ນ​ນັ້ນເປັນ​ການ​​ແກ້​ແຄ້ນ. ​ແຕ່​ພຣະຜູ້​ເປັນ​ເຈົ້າ​ໄດ້​ຕອບ​ວ່າ​ຈະບໍ່​ຫລາຍ​ປີ​ຈາກ​ນີ້,4 ທີ່​ພຣະອົງ​ຈະ​ຈັດການ​ກັບ​ຄົນ​ທີ່​ເປັນ​ສັດຕູ​ຂອງສາດສະໜາ​ຈັກ. ​ຢູ່​ໃນ​ຂໍ້​ທີ 24 ​ແລະ 25, ​ພາກ​ທີ 121 ຂອງ Doctrine and Covenants, ພຣະອົງ​ໄດ້​ກ່າວ​ວ່າ:

ຕາ​ຂອງ​ພຣະອົງ​ເຫັນ ​ແລະ ຮູ້ຈັກ​ວຽກ​ງານ​ທັງ​ໝົດ​ຂອງ​ພວກ​ເຂົາ, ​ແລະ ​ພຣະອົງ​ໄດ້​ເກັບ​ການ​ພິພາກສາ​ອັນວ່ອງ​ໄວ​​ໄວ້ໃນລະດູ​ການ​ຂອງ​ມັນ, ​ໃຫ້​ພວກ​ເຂົາ​ທຸກ​ຄົນ;

ເພາະ​ມີ​ເວລາ​ກຳນົດ​ໄວ້​ໃຫ້​ມະນຸດ​ທຸກ​ຄົນ, ຕາມທີ່ວຽກ​ງານ​ຂອງ​​ເຂົາ​ຈະ​ເປັນ.5

​ເຮົາ​ຈະ​ຍ້າຍ​ສາລາ​ອອກ​​ໄປ​ຈາກ​ເຮົາ ​ເມື່ອ​ເຮົາ​ຮູ້ສຶກ​ ​ແລະ ອະທິຖານ​ວ່າ, “ຂໍ​ໃຫ້​ເປັນ​ໄປ​ຕາມ​ນ້ຳ​ພຣະ​ໄທ​ຂອງ​ພຣະອົງ” ​ແລະ “ຂໍ​ໃຫ້​ເປັນ​ໄປ​ຕາມ​​ເວລາ​ຂອງ​ພຣະອົງ.” ​ເວລາ​ຂອງ​ພຣະອົງກໍ​ຄວນ​ພຽງພໍ​ແລ້ວ​ສຳລັບ​ເຮົາ, ​ເພາະ​ເຮົາ​ຮູ້​ວ່າ ພຣະອົງ​ປະສົງ​ພຽງ​ແຕ່​ສິ່ງ​ທີ່​ດີ​ທີ່​ສຸດ​ເທົ່າ​ນັ້ນ.

ລູກ​ໄພ້ຄົນ​ໜຶ່ງ​ຂອງ​ຂ້າພະ​ເຈົ້າຮູ້ສຶກ​ເປັນ​ເວລາ​ຫລາຍ​ປີ​ວ່າ ພຣະ​ເຈົ້າ​ໄດ້​ວາງ​ສາລາ​ບັງ​ລາວ​ໄວ້. ນາງ​ເປັນ​ແມ່​ໜຸ່ມ​ທີ່​ມີ​ລູກນ້ອຍ​ສາມ​ຄົນ ​ແລະ ຢາກ​ໄດ້​ລູກ​ຕື່ມ​ອີກ. ຫລັງ​ຈາກ​ໄດ້​ຫລຸ​ລູກ​ສອງ​ເທື່ອ​ແລ້ວ ຄຳ​ອະທິຖານ ​ແລະ ຄຳ​ອ້ອນວອນ​ຂອງ​ນາງ​ເລີ່ມ​ເຈັບ​ປວດ​ໜັກ​ຂຶ້ນກວ່າ​ເກົ່າ. ​ເມື່ອ​ຫລາຍ​ປີຜ່ານ​ໄປ, ນາງ​ເລີ່ມ​ໃຈ​ຮ້າຍ​ຫລາຍ​ຂຶ້ນກວ່າ​ເກົ່າ. ​ເມື່ອ​ລູກ​ຜູ້​ນ້ອຍ​ຂອງ​ນາງ​ໄດ້​ໄປ​ໂຮງຮຽນ ຄວາມ​ມິດ​ງຽບ​ໃນ​ເຮືອນ​ເຮັດ​ໃຫ້​ນາງ​ຮູ້ສຶກ​ວ່າ ນາງ​ຖືກ​ເຍາະ​ເຍີ້​ຍ​ເພາະ​ການ​ຢາກ​ມີ​ລູກ​. ​ເຊັ່ນ​ດຽວ​ກັບ​ການ​ໄດ້​ຍິນ​ຄົນ​ອື່ນ​ເວົ້າວ່າ ບໍ່​ຢາກ​ມີ​ລູກ​ກໍ​ຍັງ​ມີ​ໃຫ້​ໄດ້. ນາງ​ຮູ້ສຶກ​​ເໝືອນ​ດັ່ງ​ນາງ​ມາຣີຜູ້​ໄດ້​ກ່າວ​ວ່າ, “ຂ້ານ້ອຍ​ເປັນ​ທາດ​ຍິງ​ຂອງ​ພຣະຜູ້​ເປັນ​ເຈົ້າ.”6 ເຖິງ​ແມ່ນ​ນາງ​ໄດ້​ກ່າວ​ຖ້ອຍ​ຄຳ​ເຊັ່ນ​ນັ້ນຢູ່​ໃນ​ໃຈ​ຂອງ​ນາງ, ​ແຕ່​ນາງ​ຍັງ​ບໍ່​ໄດ້​ຍິນ​ຄຳ​ຕອບ.

​ໂດຍ​ທີ່​ຄິດ​ຢາກ​ໃຫ້​ນາງ​ຊື່ນ​ບານ​ຫລາຍ​ຂຶ້ນ, ສາມີ​ຂອງ​ນາງ​ໄດ້​ຊວນ​ນາງ​ໄປ​ກັບ​ລາວ​ຕອນ​ລາວ​ໄປ​ເຮັດ​ທຸລະກິດ​ຢູ່​ລັດ​ຄາ​ລິ​ຟໍ​ເນຍ. ​ໃນ​ຂະນະ​ທີ່​ລາວ​ໄປ​ປະຊຸມ, ນາງ​ໄດ້​ອອກ​ໄປ​ຍ່າງ​ຫລິ້ນ​ຢູ່​ແຄມ​ທະ​ເລ​ບ່ອນວ່າງ​ເປົ່າ. ຫົວ​ໃຈ​ຂອງ​ນາງ​ເກືອບ​ຈະລະ​ເບີດ, ນາງ​ໄດ້​ອະທິຖານ​ອອກສຽງ. ​ເປັນ​ເທື່ອ​ທຳ​ອິດ, ນາງ​ບໍ່​ໄດ້​ທູນ​ຂໍ​​ເລື່ອງ​ລູກ, ​ແຕ່​ໄດ້​ທູນ​ຂໍ​ໃຫ້​ນາງ​ມີ​ວຽກ​ງານ​ທີ່​ຈະ​ເຮັດ. “​ໂອ້​, ພຣະບິດາ​ເທິງ​ສະຫວັນ,” ນາງ​ໄດ້​ກ່າວ, “ຂ້ານ້ອຍ​ຈະ​ມອບ​ເວລາ​ທັງ​ໝົດ​ໃຫ້​ແກ່​ພຣະອົງ​; ຂໍ​ໃຫ້​ພຣະອົງ​ຈົ່ງ​ສະ​ແດງ​ໃຫ້​ຂ້ານ້ອຍ​ຮູ້​ວ່າ​ຂ້ານ້ອຍຄວນ​ເຮັດ​ສິ່ງ​ໃດ.” ນາງ​ໄດ້​ສະ​ແດງ​ຄວາມ​ເຕັມ​ໃຈ​ທີ່​ຈະ​ພາ​ຄອບຄົວ​ຂອງ​ນາງ​ໄປ​ບ່ອນ​ໃດ​ກໍ​ຕາມ​ທີ່​ພຣະອົງ​ປະສົງ​ໃຫ້​ເຂົາ​ເຈົ້າ​ໄປ. ຄຳ​ອະທິຖານ​ນັ້ນ​ໄດ້​ນຳ​ຄວາມ​ສະຫງົບ​ມາ​ໃຫ້​ນາງ. ມັນ​ບໍ່​ໄດ້​ເຮັດ​​ໃຫ້​ນາງ​ເຊົາ​ຢາກ​ມີ​ລູກ​, ​ແຕ່​ເປັນ​ເທື່ອ​ທຳ​ອິດ​ທີ່​ຫົວ​ໃຈ​ຂອງ​ນາງ​ໄດ້​ສະຫງົບ​ລົງ.

ຄຳ​ອະທິຖານ​ນັ້ນ​ໄດ້​ຍົກ​ສາລາ​ອອກ ​ແລະ ​ເປີດ​ປະຕູ​ສະຫວັນ. ພາຍ​ໃນ​ສອງ​ອາທິດ, ນາງ​ຮູ້​ວ່າ​ນາງ​ໄດ້​ຕັ້ງຄັນ. ​​ແລ້ວ​ແອນ້ອຍ​ໄດ້​ເກີດ​ມາ​ໄດ້​ໜຶ່ງ​ປີ ​ເມື່ອ​ລູກ​ຊາຍຂອງ​ຂ້າພະ​ເຈົ້າ ​ແລະ ພັນ​ລະ​ຍາ​ໄດ້​ຖືກ​ເອີ້ນ​ໃຫ້​ໄປ​ເຜີຍ​ແຜ່. ​ໂດຍ​ທີ່​ໄດ້​ສັນຍາ​ວ່າ​ຈະ​ໄປ ​ແລ​ະ ເຮັດ​ສິ່ງ​ໃດ​ກໍ​ຕາມ ​ແລະ ​ໄປ​ບ່ອນ​ໃດ​ກໍ​ຕາມ​ທີ່​ພຣະອົງ​ປະສົງ, ນາງ​ບໍ່​ໄດ້​ຢ້ານ​ກົວ​ເລີຍ ​ແລະ ​ໄດ້​ພາ​ລູກໆ​ຂອງ​ນາງ​ຂ້າມ​ນ້ຳຂ້າມ​ທະ​ເລ​ໄປ​ເຜີຍ​ແຜ່. ຕອນ​ຢູ່​ໃນ​ສະໜາມ​ເຜີຍ​ແຜ່, ນາງ​ໄດ້​ລູກ​ອີກຄົນ​ໜຶ່ງ, ​ໃນ​ມື້​ທີ່​ຖືກ​ສົ່ງ​ໄປ​ປະຕິບັດ​ງານ​ຢູ່​ບ່ອນ​ອື່ນ.

​ການຍອມ​ຕໍ່​ພຣະປະສົງ​ຂອງ​ສະຫວັນ, ດັ່ງ​ແມ່​ໜຸ່ມ​ຄົນ​ນີ້, ​ແມ່ນ​ສຳຄັນ​ຫລາຍ​​ໃນ​ການ​ຍົກ​ສາລາ​ທີ່​ບາງ​ເທື່ອເຮົາ​ເອົາ​ມາ​ປົກ​​ເຮົາ​ໄວ້ ອອກ​ໄປ​ຈາກ​ເຮົາ. ​ແຕ່​ບໍ່​ຮັບປະກັນ​ວ່າ ​ເຮົາ​ຈະ​ໄດ້​ຮັບ​ຄຳຕອບ​ຕໍ່​ຄຳ​ອະທິຖານ​ຂອງ​ເຮົາໃນ​ທັນທີ.

ຫົວ​ໃຈ​ຂອງ​ອັບ​ຣາຮາມ​ເບິ່ງ​ຄື​ວ່າ​ຊອບ​ທຳ​ຕໍ່​ນາງ​ຊາຣາກ່ອນ​ນາງ​ຊາຣາ​ໄດ້​ລູກ​ຊື່ ອີ​ຊາກ ​ແລະ ກ່ອນ​ທີ່​ເຂົາ​ເຈົ້າ​ໄດ້​ຮັບ​ແຜ່ນດິນ​ແຫ່ງ​ຄຳ​ສັນຍາ. ສະຫວັນ​ມີ​ຈຸດປະສົງ​ຢ່າງ​ອື່ນ​ໃຫ້​ເຮັດ​ສຳ​ເລັດ​ກ່ອນ. ຈຸດປະສົງ​ເຫລົ່ານັ້ນ​ແມ່ນ​ຮ່ວມ​ທັງ​ບໍ່​ພຽງ​ແຕ່​ສ້າງ​ສັດທາ​ຂອງ​ອັບຣາຮາມ ​ແລະ ຊາຣາ​ເທົ່າ​ນັ້ນ ​ແຕ່​ໄດ້​ສອນ​ເຂົາ​ເຈົ້າ​ເຖິງ​ຄວາມ​ຈິງ​ນິລັນດອນ​ນຳ​ອີກ ​ທີ່​ເຂົາ​ເຈົ້າ​ໄດ້​ແບ່ງປັນ​ໃຫ້​ກັບ​ຄົນ​ອື່ນ​ໃນ​ເສັ້ນທາງ​ເດີນ​ອັນ​ຍາວ​ນານ​ໄປ​ຫາ​ແຜ່ນດິນ​ທີ່​ຖືກ​ຕຽມ​ໄວ້​ໃຫ້​ເຂົາ​ເຈົ້າ. ​ເວລາ​ຂອງ​ພຣະຜູ້​ເປັນ​ເຈົ້າ​ເບິ່ງ​ຄື​ວ່າ​ດົນ​ນານ; ບາງ​ເທື່ອ​ອາດ​ເປັນ​ຕະຫລອດ​ຊີວິດ. ​ແຕ່​ກໍ​ເປັນ​ພອນ​ທັງ​ນັ້ນ. ​​ໃນ​ການ​ລໍຖ້າ​ເວລາ​ນັ້ນ​ໃຫ້​ມາ​ເຖິງ ​ເຮົາ​ບໍ່​ຄວນ​ຮູ້ສຶກ​ເປົ່າ​ປ່ຽວ​ດຽວ​ດາຍ ຫລື ​ໂສກ​ເສົ້າ ຫລື ​ຮ້ອນຮົນ​ໃຈ.

​ເຖິງ​ແມ່ນ​ວ່າ ​ເວລາ​ຂອງ​ພຣະອົງ​ບໍ່​ຄື​ເວລາ​ຂອງ​ເຮົາ, ​ແຕ່​ເຮົາ​ກໍ​ສາມາດ​ແນ່​ໃຈ​ໄດ້​ວ່າ​ພຣະຜູ້​ເປັນ​ເຈົ້າຈະ​ຮັກສາ​ຄຳ​ສັນຍາ​ຂອງ​ພຣະອົງ. ​ເພາະ​ຄົນ​ໃດ​ໃນ​ພວກ​ທ່ານ​ທີ່​ຮູ້ສຶກ​ວ່າ ​ເຂົ້າຫາ​ພຣະອົງ​ບໍ່​ໄດ້, ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ວ່າ ວັນນັ້ນຈະ​ມາ​ເຖິງ​ເມື່ອ​ເຮົາ​ຈະ​​ໄດ້​ເຫັນ​ພຣະອົງ​ໜ້າ​ຕໍ່ໜ້າ. ​ເຊັ່ນ​ດຽວ​ກັບ​ບໍ່​ມີ​ສິ່ງ​ໃດ​ທີ່​ປິດ​ບັງ​​ເຮົາຈາກ​ພຣະອົງ​ໃນ​ຕອນ​ນີ້, ຈະ​ບໍ່​ມີ​ສິ່ງ​ໃດ​ທີ່ຈະປິດ​ບັງ​ເຮົາຈາກພຣະອົງ​ໃນ​ຕອນ​ນັ້ນຄື​ກັນ. ​ເຮົາ​ຈະ​ຢືນ​ຢູ່​ຕໍ່​ພຣະພັກ​ຂອງ​ພຣະອົງ. ​ເຊັ່ນ​ດຽວ​ກັບ​ຫລານ​ສາວ​ຂອງ​ຂ້າພະ​ເຈົ້າ, ​ເຮົາ​ຢາກ​ເຫັນ​ພຣະ​ເຢຊູ​ຄຣິດ​ໃນ​ຕອນ​ນີ້, ​ແຕ່​ການ​​ໄດ້​ເຫັນ​ພຣະອົງ​ຢູ່​ໃນ​ການ​ພິພາກສາ​ຈະ​ມີ​ຄວາມປິ​ຕິ​ຍິນ​ດີ​ຫລາຍ​ກວ່າ​ຖ້າ​ຫາກ​ເຮົາ​ເຮັດຕາມ​ພຣະປະສົງ​ຂອງ​ພຣະອົງກ່ອນ​. ​ເມື່ອ​ເຮົາ​ຮັບ​ໃຊ້​ພຣະອົງ, ​ເຮົາ​ຈະ​ກາຍ​​ເປັນ​ເໝືອນ​ດັ່ງ​ພຣະອົງ​ຫລາຍ​ຂຶ້ນ, ​ແລະ ​ເຮົາ​ຈະ​ຮູ້ສຶກ​​ໃກ້ຊິດ​ກັບ​ພຣະອົງ ​ເມື່ອ​ເຮົາ​ເລື່ອນ​ເຂົ້າ​ໃກ້​ວັນນັ້ນ ​ເມື່ອ​ບໍ່​ມີ​ສິ່ງ​ໃດ​ຖືກ​ປິດ​ບັງ​​ໄວ້ຈາກ​ເຮົາ.

​​ເຮົາ​ສາມາດ​ດຳ​ເນີນ​​ໄປ​ຫາ​ພຣະ​ເຈົ້າ​​ໄດ້. “ມາ​ເຖີດ, ພວກ​ເຈົ້າຜູ້​ທີ່​ໄດ້​ຮັບ​ພຣະພອນ​ຈາກ​ພຣະບິດາ​ຂອງ​ເຮົາ​, ຈົ່ງມາ​ຮັບ​ເອົາ​ລາຊາ​ອານາຈັກ​ຊຶ່ງ​ໄດ້​ຖືກ​ຈັດ​ຕຽມ​ໄວ້​ສຳລັບ​ພວກ​ເຈົ້າຕັ້ງ​ແຕ່​ຕົ້ນ​ເດີມ​ສ້າງ​ໂລກ,”7 ພຣະຜູ້​ຊ່ອຍ​ໃຫ້​ລອດ​ໄດ້​ສອນ. ​ແລະ ຈາກ​ນັ້ນພຣະອົງ​ໄດ້​ບອກ​ວິທີ​ແກ່​ເຮົາ​ວ່າ:

“​ເພາະ​ເມື່ອ​ເຮົາ​ຫິວ​ເຂົ້າ ພວກ​ເຈົ້າກໍ​ເອົາ​ໃຫ້​ເຮົາ​ກິນ: ​ເມື່ອ​ເຮົາ​ຫິວ​ນ້ຳພວກ​ເຈົ້າກໍ​ເອົາ​ໃຫ້​ເຮົາ​ດື່ມ: ​ເຮົາ​ເປັນ​ແຂກບ້ານ ພວກ​ເຈົ້າ​ໄດ້​ຮັບຕ້ອນ​​ເຮົາ​ໄວ້:

“​ເຮົາ​ເປືອຍ​ກາຍ ພວກ​ເຈົ້າກໍ​ເອົາ​ເຄື່ອງ​ໃຫ້​ເຮົາ​ນຸ່ງຫົ່ມ: ​ເຮົາ​ເຈັບ​ປ່ວຍ​ພວກ​ເຈົ້າກໍ​ໄດ້​ມາ​ເບິ່ງ​ແຍງ​ເຮົາ. ​ເຮົາ​ຢູ່​ໃນ​ຄຸກ, ພວກ​ເຈົ້າກໍ​ໄດ້​ມາ​ຢ້ຽມຢາມ​ເຮົາ.

“​ແລ້ວ​ຝ່າ​ຍພວກ​ທີ່​ຊອບ​ທຳ​ກໍ​ຈະ​ຕອບ​ພຣະອົງ​ວ່າ, ນາຍ​ເຈົ້າ​ເອີຍ, ​ເມື່ອ​ໃດ​ພວກ​ຂ້ານ້ອຍ​ເຫັນ​ພຣະອົງ​ຢາກ​ເຂົ້າ ​ແລະ ​ເອົາ​ເຂົ້າ​ໃຫ້​ພຣະອົງ​ກິນ ​ແລະ ​ເຫັນ​ພຣະອົງ​ຫິວ​ນ້ຳ ​ແລະ ​ເອົາ​ນຳ​ໃຫ້​ພຣະອົງ​ດື່ມ?“

“​ເມື່ອ​​ໃດ​ພວກ​ຂ້ານ້ອຍ​ເຫັນ​ພຣະອົງ​ເປັນ​ແຂກ​ບ້ານ ​ແລະ ຮັບ​ຕ້ອນ​ພຣະອົງ​ໄວ້, ຫລື​ ​ເຫັນ​ພຣະອົງ​ເປືອຍ​ກາຍ ​ແລະ ​ເອົາ​ເຄື່ອງ​ໃຫ້​ພຣະອົງ​ນຸ່ງ​ຫົ່ມ?

“ຫລື ເມື່ອ​ໃດພວກ​ຂ້ານ້ອຍ​ເຫັນ​ພຣະອົງ​ເຈັບ​ປ່ວຍ ຫລື ຢູ່​ໃນ​ຄຸກ ​ແລະ ​ໄປ​ຢ້ຽມຢາມ​ພຣະອົງ?

“ຈອມ​ກະສັດ​ຈະ​ຕອບ​ວ່າ ​ເຮົາບອກ​ພວກ​ເຈົ້າຕາມ​ຄວາມ​ຈິງ​ວ່າ ​ເມື່ອ​ໃດ​ພວກ​ເຈົ້າ​ໄດ້​ເຮັດ​ສິ່ງ​ເຫລົ່າ​ນີ້​ແກ່​ຜູ້​ທີ່​ຕ່ຳ​ຕ້ອຍ​ທີ່​ສຸດ​ຄົນ​ໜຶ່ງ​ໃນ​ພວກ​ພີ່ນ້ອງ​ເຫລົ່າ​ນີ້​ຂອງ​ເຮົາ, ພວກ​ເຈົ້າກໍ​ໄດ້​ເຮັດ​ແກ່​ເຮົາ​ເໝືອນ​ກັນ.”8

​ເມື່ອ​ເຮົາ​ເຮັດ​ສິ່ງ​ທີ່​ພຣະອົງ​ປະສົງ​ໃຫ້​ເຮົາ​ເຮັດ​ສຳລັບ​ລູກໆ​ຂອງ​ພຣະບິດາ, ​ແລ້ວ​ພຣະຜູ້​ເປັນ​ເຈົ້າຈະຖື​ວ່າ​ມັນ​ເປັນຄວາມ​ດີ​ຕໍ່​ພຣະອົງ, ​ແລະ ​ເຮົາ​ຈະ​ຮູ້ສຶກ​​ວ່າ​ເຮົາ​ໃກ້​​ຊິດ​ກັບ​ພຣະອົງ​ເມື່ອ​ເຮົາຮູ້ສຶກ​ເຖິງ​ຄວາມ​ຮັກ​ ​ແລະ ການ​ຮັບ​ຮູ້​ຂອງ​ພຣະອົງ. ​ແລ້ວ​ເຮົາ​ຈະກາຍ​ເປັນ​ເໝືອນ​ດັ່ງ​ພຣະອົງຫລາຍ​ຂຶ້ນ ​ແລະ ຄິດ​ກ່ຽວ​ກັບ​ວັນ​ພິພາກສາ​ດ້ວຍ​ຄວາມ​ກະຕືລືລົ້ນ.

ສາລາ​ທີ່​ເບິ່ງ​ຄື​ວ່າ​ບັງ​ທ່ານ​ຈາກ​ພຣະ​ເຈົ້າ ອາດ​ເປັນຄວາມ​ຢ້ານ​ກົວ​ຕໍ່​ມະນຸດ, ​ແທນ​ທີ່​ຈະ​ຢາກ​ຮັບ​ໃຊ້ຄົນ​ອື່ນ. ການຈູງ​ໃຈ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ແມ່ນພຽງ​ແຕ່​ຢາກ​ຊ່ອຍ​ເຫລືອ​ຜູ້​ຄົນ. ຫລາຍ​ຄົນ​ໃນ​ພວກ​ທ່ານ, ​ເຊັ່ນ​ດຽວ​ກັບ​ຂ້າພະ​ເຈົ້າ, ​ເຄີຍ​ຮູ້ສຶກ​ຢ້ານ​ກົວ ​ໃນ​ການ​ເຂົ້າຫາ​ບາງ​ຄົນທີ່ທ່ານ​ເຄີຍ​ເຮັດ​ໃຫ້​ເສຍ​ໃຈ ຫລື ​ເຄີຍ​​ເຮັດ​ໃຫ້​ທ່ານ​ເສຍ​ໃຈ. ​ແຕ່​ຂ້າພະ​ເຈົ້າ​ເຄີຍ​ເຫັນ​ພຣະຜູ້​ເປັນ​ເຈົ້າ​ເຮັດ​ໃຫ້​ຫົວ​ໃຈ​ອ່ອນ​ລົງ​ເທື່ອ​ແລ້ວ​ເທື່ອ​ອີກ, ຮ່ວມ​ທັງ​ຫົວ​ໃຈ​ຂອງ​ຂ້າພະ​ເຈົ້າ​ເອງ. ສະນັ້ນ ຂ້າພະ​ເຈົ້າຈຶ່ງ​ຂໍ​ທ້າ​ທາຍ​ທ່ານ​ໃຫ້​ໄປ​ຫາ​ບາງ​ຄົນ​ເພື່ອ​ພຣະຜູ້​ເປັນ​ເຈົ້າ, ​ເຖິງ​ແມ່ນ​ຈະ​ມີ​ຄວາມ​ຢ້ານ​ກົວ, ​ເພື່ອ​ມອບ​ຄວາມ​ຮັກ ​ແລະ ການ​ໃຫ້​ອະ​ໄພ.​ ຂ້າພະ​ເຈົ້າສັນຍາ​ວ່າ ​ເມື່ອ​ທ່ານ​ເຮັດ​ເຊັ່ນ​ນັ້ນ, ທ່ານ​ຈະ​ຮູ້ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ​ສຳລັບ​ຄົນ​ນັ້ນ ​ແລະ ສຳລັບ​ທ່ານ, ​ແລະ ​ເບິ່ງ​ຄື​ວ່າ​ບໍ່​ໄດ້​ມາ​ຈາກ​ບ່ອນ​ໄກ. ສຳລັບ​ທ່ານ ການ​ທ້າ​ທາຍ​ນັ້ນອາດ​ເປັນ​ໃນ​ຄອບຄົວ​, ອາດ​ເປັນ​ໃນ​ຊຸມ​ຊົນ, ຫລື ອາດ​ເປັນ​​ທົ່ວ​ປະ​ເທດ.

​ແຕ່​ຖ້າ​ຫາກ​ທ່ານ​​ໄປ​ເພື່ອ​ພຣະຜູ້​ເປັນ​ເຈົ້າ​ເພື່ອ​ໃຫ້​ພອນ​ແກ່​ຄົນ​ອື່ນ, ພຣະອົງ​ຈະ​ເຫັນ ​ແລະ ປະທານ​ລາງວັນ​ໃຫ້. ຖ້າ​ຫາກ​ທ່ານ​ເຮັດ​ສິ່ງ​ນີ້​ເລື້ອຍໆ ​ແລະ ດົນ​ນານ, ທ່ານ​ຈະ​ຮູ້ສຶກ​ເຖິງ​ການ​ປ່ຽນ​ແປງ​ໃນ​ຕົວ​ຂອງທ່ານ​ເອງ, ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ. ບໍ່​ພຽງ​ແຕ່​ທ່ານ​ຈະ​ຮູ້ສຶກ​ຢູ່​ໃກ້​ພຣະອົງ​ເທົ່າ​ນັ້ນ, ທ່ານ​ຈະ​ຮູ້ສຶກ​ວ່າ​ທ່ານ​ກາຍ​ເປັນ​ເໝືອນ​ດັ່ງພຣະອົງ​ຫລາຍ​ຂຶ້ນ. ​ແລ້ວ ​ເມື່ອ​ທ່ານ​ເຫັນ​ພຣະອົງ, ​ຊຶ່ງ​ພວກ​ເຮົາ​ຈະ​ເຫັນ​ແທ້, ທ່ານ​ຈະ​ຮູ້ສຶກ​ດັ່ງ​ທີ່​ໂມ​ໂຣ​ໄນ​ຮູ້ສຶກ, ​ເມື່ອ​ເພິ່ນ​ໄດ້​ກ່າວ​ວ່າ: “ແລະ ບັດ​ນີ້​ຂ້າພະ​ເຈົ້າຂໍ​ກ່າວ​ຄຳ​ອຳລາ​ຕໍ່​ທຸກ​ຄົນ. ໃນ​ບໍ່​ຊ້າ​ນີ້​ຂ້າພະ​ເຈົ້າຈະ​ໄປ​ພັກ​ຢູ່​ໃນ​ທີ່​ສຸຂະ​ເສີມ​ຂອງ​ພຣະ​ເຈົ້າ, ຈົນ​ກວ່າ​ວິນ​ຍານ ແລະ ຮ່າງກາຍ​ຂອງ​ຂ້າພະ​ເຈົ້າຈະ​ເຂົ້າ​ຮ່ວມ​ກັນ​ອີກ, ແລະ ຂ້າພະ​ເຈົ້າຈະ​ຖືກ​ນຳ​ອອກ​ມາ​ດ້ວຍ​ໄຊຊະນະ​ທາງ​ອາກາດ, ເພື່ອ​ມາ​ພົບ​ທ່ານ​ຕໍ່ໜ້າ​ບ່ອນ​ພິພາກສາ​ອັນ​ໜ້າ​ພໍ​ໃຈ​ຂອງ​ພຣະ​ເຢ​ໂຮ​ວາ​ຜູ້​ຍິ່ງ​ໃຫຍ່, ຜູ້​ພິພາກສາ​ ຜູ້​ສະຖິດ​ນິລັນ​ດອນ​ຂອງ​ທັງ​ຄົນ​ເປັນ ແລະ ຄົນ​ຕາຍ. ອາແມນ.”9

ຖ້າ​ຫາກ​ເຮົາ​ຮັບ​ໃຊ້​ພຣະອົງ​ດ້ວຍ​ສັດທາ, ຄວາມ​ຖ່ອມ​ຕົນ, ​ແລະ ປາຖະໜາ​ທີ່​ຈະ​ເຮັດ​ຕາມ​ພຣະປະສົງ​ຂອງ​ພຣະ​ເຈົ້າ​ແລ້ວ, ​ຂ້າພະ​ເຈົ້າຂໍ​ເປັນ​ພະຍານ​ວ່າ ການ​ພິພາກສາອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ເຢ​ໂຮ​ວາ​ຈະ​ເປັນ​ສິ່ງ​ທີ່​ປິ​ຕິ​ຍິນ​ດີ. ​ເຮົາ​ຈະ​ເຫັນ​ພຣະບິດາ​ທີ່​ຊົງ​ຮັກ ​ແລະ ພຣະບຸດ​ຂອງ​ພຣະອົງ ດັ່ງ​ທີ່​ພວກ​ພຣະອົງ​ເຫັນ​ເຮົາ​ໃນຕອນ​ນີ້​—ດ້ວຍ​ຄວາມ​ແຈ່ມ​ແຈ້ງ ​ແລະ ດ້ວຍຄວາມ​ຮັກ​ອັນສົມບູນ. ​ໃນ​ພຣະນາມ​ອັນ​ສັກສິດຂອງ​ພຣະ​ເຢຊູ​ຄຣິດ,​ ອາແມນ.