​ເຮົາ​ຄື​ທິດາ​ຂອງ​​ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ

ໂດຍ ອີ​ເລນ ແອັສ ດໍ​ຕັນ

ອາ​ດີດ​ປະທານ​ອົງການ​ຍິງ​ໜຸ່ມ​ສາມັນ


ອີ​ເລນ ​ແອັສ ດໍ​ຕັນ
ໃນ​ຖານະ​ທິດາ​ຂອງ​​ພຣະ​ເຈົ້າ, ເຮົາ​ແຕ່ລະຄົນ​ມີ​ລັກສະນະ​ສະເພາະ​ຕົວ ແລະ ແຕກ​ຕ່າງ​ກັນໃນ​ສະຖານະ​ການ ແລະ ປະສົບ​ການ​ຂອງ​ເຮົາ. ແຕ່​ພາກສ່ວນຂອງ​ເຮົາ​ນັ້ນ​ກໍ​ສຳຄັນ—ເພາະວ່າ​ເຮົາສຳຄັນ.

ທຸກໆ​ອາທິດ, ຍິງ​ໜຸ່ມ​ຕະຫລອດ​ທົ່ວ​ໂລກທ່ອງ​ຊ້ຳ​ຄຳ​ຂວັນ​ຂອງອົງການ​ຍິງໜຸ່ມ. ບໍ່​ວ່າ​ຈະ​ເປັນ​ພາສາ​ໃດໆ​ກໍ​ຕາມ, ທຸກ​ເທື່ອ​ທີ່​ຂ້າພະເຈົ້າ​ໄດ້​ຍິນ​ຄຳ​ນີ້​ທີ່​ວ່າ: “ເຮົາ​ຄື​ທິດາ​ຂອງ​​ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ, ຜູ້​ທີ່​ຮັກ​ເຮົາ, ແລະ ເຮົາ​ຮັກ​​ພຣະ​ອົງ,”1 ພຣະ​ວິນ​ຍານ​ຈະ​ຢືນຢັນ​ຕໍ່​ຈິດ​ວິນ​ຍານ​ຂອງ​ຂ້າພະເຈົ້າ ວ່າ​ມັນ​ຈິງ. ມັນ​ບໍ່​ພຽງ​ແຕ່​ເປັນການ​ຢືນຢັນ​ເຖິງ​ເອກະລັກ​ຂອງ​ເຮົາ​ເທົ່າ​ນັ້ນ—ວ່າ ເຮົາ​ເປັນ​ໃຜ—ແຕ່​ມັນ​ຍັງ​ເປັນຄວາມ​ຮັບ​ຮູ້​ວ່າ ເຮົາ​ເປັນ​ຂອງ​ໃຜ. ເຮົາ​ຄື​ທິດາ​ຂອງ​ອົງ​ທີ່​ສູງ​ສົ່ງ!

ໃນ​ທຸກໆ​ປະເທດ ແລະ ທຸກໆ​ທະວີບ, ຂ້າພະເຈົ້າ​ໄດ້​ພົບ​ບັນດາ​ຍິງ​ໜຸ່ມທີ່​ໝັ້ນ​ໃຈ, ຊ່າງ​ເວົ້າ​ຈາ, ເຕັມ​ໄປ​ດ້ວຍ​ຄວາມ​ສະຫວ່າງ, ສຸ​ພາບ​​ຮຽບ​ຮ້ອຍ​ໂດຍ​ວຽກ​ງານໜັກ ແລະ ການ​ທົດ​ລອງ, ໂດຍ​ມີ​ສັດທາ​ທີ່​ບໍລິສຸດ ແລະ ລຽບ​ງ່າຍ. ເຂົາເຈົ້າ​ມີ​ຄຸນ​ນະ​ທຳ. ເຂົາເຈົ້າ​ຮັກສາ​ພັນທະ​ສັນຍາ ຜູ້​ທີ່​ຈະ “ຢືນ​ເປັນ​ພະຍານ​ຂອງ​​ພຣະ​ເຈົ້າ​ໃນ​ທຸກ​ເວລາ ແລະ ໃນ​ທຸກ​ສິ່ງ, ແລະ ໃນ​ທຸກ​ບ່ອນ.”2 ເຂົາເຈົ້າ​ຮູ້ວ່າ​ ​ເຂົາ​ເຈົ້າເປັນ​ໃຜ ແລະ ວ່າ​ເຂົາ​ເຈົ້າມີ​ບົດບາດ​ອັນ​ສຳຄັນ​ໃນ​ການ​ສ້າງສາ​ອານາຈັກ​ຂອງ​​ພຣະ​ເຈົ້າ.

ຕອນ​ຂ້າພະເຈົ້າ​ຮຽນ​ຢູ່​ມະຫາວິທະຍາໄລ, ຂ້າພະເຈົ້າ​ໄດ້​ເປັນ​ສະມາຊິກ​ຂອງ​ນັກຟ້ອນ​ພື້ນເມືອງ​ສາກົນ​ຂອງ ບີ​ວາຍ​​ຢູ. ລະດູ​ຮ້ອນ​ໜຶ່ງ, ກຸ່ມ​ຂອງ​ພວກ​ເຮົາ​ໄດ້​ມີສິດ​ພິເສດ​ໄປ​ທ່ຽວ​ຊົມ​ເຂດ​ເຜີຍແຜ່​ສາດສະໜາ​ທີ່​ເອີ​​ຣົບ. ນີ້​ໄດ້​ເປັນ​ລະດູ​ຮ້ອນ​ທີ່ລຳບາກ​ສຳລັບ​ຂ້າພະເຈົ້າ ເພາະວ່າພໍ່​ຂອງ​ຂ້າພະເຈົ້າ​ໄດ້​ເສຍ​ຊີວິດ​ໄປ​ຢ່າງ​ກະທັນ​ຫັນ​ເມື່ອ​ສອງ​ສາມ​ເດືອນ​ກ່ອນ​ນັ້ນ. ຕອນ​ພວກ​ເຮົາ​ໄດ້​ຢູ່​ທີ່​ປະເທດ​ສະ​ກາດແລນ, ຂ້າພະເຈົ້າ​ໄດ້​ຮູ້ສຶກ​ເປົ່າ​ປ່ຽວ​ດຽວ​ດາຍ ແລະ ທໍ້ຖອຍ​ໃຈ​ຫລາຍ. ພວກ​ເຮົາ​ໄດ້​ຟ້ອນ​ທີ່​ຕຶກ​ໂບດ​ຄືນ​ນັ້ນ, ແລະ ແລ້ວ​ຫລັງ​ຈາກ​ການສະແດງ, ພວກ​ເຮົາໄດ້​ໄປ​ບ້ານ​ຄະນະ​ເຜີຍແຜ່​ທີ່​​ຢູ່ຖັດ​ໄປ. ຂະນະ​ທີ່​ຂ້າພະເຈົ້າ​ໄດ້​ຍ່າງຕາມ​ທາງ​ໄປ, ຂ້າພະເຈົ້າ​ໄດ້​ເຫັນ​ຫີນ​ກ້ອນ​ໜຶ່ງ​ທີ່​ຖື​ກວາງ​ໄວ້​​ໃນ​ສວນທີ່​ສວຍ​ງາມ​ໃກ້ປະຕູ​ບ້ານ. ຢູ່​ເທິງ​ຫີນ​ກ້ອນ​ນັ້ນ ຂ້າພະເຈົ້າ​ໄດ້​ອ່ານ​ຖ້ອຍ​ຄຳ​ທີ່​ວ່າ, “ບໍ່​ວ່າ​ທ່ານ​ຈະ​ຢູ່​ທີ່​ໃດ​ກໍ​ຕາມ, ໃຫ້​ປະຕິບັດ​ບົດບາດ​ຂອງ​ທ່ານ​ໃຫ້​ດີ​ທີ່​ສຸດ.” ໃນ​ວິ​ນາ​ທີນັ້ນ ຖ້ອຍ​ຄຳ​ເຫລົ່ານັ້ນ​ໄດ້​ເຮັດ​ໃຫ້​ຂ້າພະເຈົ້າ​ຮູ້ສຶກ​ຊາບ​​ຊຶ້ງ, ແລະ ຂ້າພະເຈົ້າ​ໄດ້​ຮູ້ສຶກ​ວ່າ ອຳນາດ​ຂອງ​ສະຫວັນ​ໄດ້​ເອື້ອມ​ອອກ​ມາ ແລະ ໃຫ້​ຂ່າວສານ​ແກ່​ຂ້າພະເຈົ້າ. ຂ້າພະເຈົ້າ​ໄດ້​ຮູ້​ວ່າ​​ພຣະ​ບິດາ​ເທິງ​ສະຫວັນ ທີ່​ຮັກ​ຮູ້ຈັກ​ຂ້າພະເຈົ້າ. ຂ້າພະເຈົ້າ​ໄດ້​ຮູ້ສຶກ​ວ່າ​ບໍ່​ໂດດດ່ຽວ. ຂ້າພະເຈົ້າ​ໄດ້ຢືນ​ຮ້ອງໄຫ້​ຢູ່​ໃນ​ສວນ​ນັ້ນ. “ບໍ່​ວ່າ​ທ່ານ​ຈະ​ຢູ່​ທີ່​ໃດ​ກໍ​ຕາມ, ໃຫ້​ປະຕິບັດ​ບົດບາດ​ຂອງ​ທ່ານ​ໃຫ້​ດີ​ທີ່​ສຸດ.” ປະໂຫຍກ​ທີ່​ລຽບ​ງ່າຍ​ນັ້ນ​ໄດ້​ເຮັດໃຫ້​ຂ້າພະເຈົ້າມີ​ມະໂນພາບ​ໃໝ່​ວ່າ ​ພຣະ​ບິດາ​ເທິງ​ສະຫວັນ​ຮູ້ຈັກ​ຂ້າພະເຈົ້າ ແລະ ມີແຜນ​ສຳລັບ​ຊີວິດ​ຂອງ​ຂ້າພະເຈົ້າ, ແລະ ​ພຣະ​ວິນ​ຍານ​ທີ່​ຂ້າພະເຈົ້າ​ຮູ້ສຶກ​ໄດ້​ຊ່ອຍຂ້າພະເຈົ້າ​ໃຫ້​ເຂົ້າໃຈ​ວ່າ ບົດບາດ​ຂອງ​ຂ້າພະເຈົ້າ​ນັ້ນສຳຄັນ.

ຕໍ່​ຈາກ​ນັ້ນ, ຂ້າພະເຈົ້າ​ໄດ້​ຮຽນ​ຮູ້​ວ່າ​ຄັ້ງ​ໜຶ່ງ ​ຖ້້ອຍ​ຄຳ​ນີ້​ກໍ​ໄດ້​ໃຫ້​ກຳລັງ​ໃຈສາດສະດາ ເດ​ວິດ ໂອ ມິ​​ກເຄ ຕອນ​ເພິ່ນ​ໄດ້​ຮັບ​ໃຊ້​ເປັນ​ຜູ້​ສອນ​ສາດສະໜາ​ໜຸ່ມ ທີ່​ປະເທດ​ສະ​ກາດ​ແລນ​ຄື​ກັນ. ເພິ່ນ​ໄດ້​ເຫັນ​ມັນ​ຢູ່​ເທິງ​ກ້ອນ​ຫີນທີ່​ຕຶກ​ແຫ່ງ​ໜຶ່ງ ໃນ​ເວລາ​ທີ່​ເພິ່ນ​ມີ​ຄວາມທໍ້ຖອຍ​ໃຈ​ໃນ​ຊີວິດ ແລະ ໃນ​​ໄລຍະ​ການ​ເຜີຍແຜ່​ຂອງ​ເພິ່ນ, ແລະ ຖ້ອຍ​ຄຳ​ເຫລົ່ານັ້ນ​ໄດ້​ມີ​ອິດ​​ທິ​ພົນ​ຕໍ່​ເພິ່ນ. ຫລາຍ​ປີ​ຕໍ່​ມາ, ເມື່ອ​ຕຶກ​ນັ້ນ​ຖືກ​ມ້າງ​ລົງ, ເພິ່ນ​ໄດ້​ຈັດ​ຫາ​ທາງ​ທີ່​ຈະ​ໄດ້​ຫີນ​ກ້ອນ​ນັ້ນ ແລະ ໄດ້​ເອົາ​ມັນ​ມາ​ວາງ​ໄວ້​ໃນ​ສວນ ຢູ່​ທີ່​ບ້ານ​ຄະນະ​ເຜີຍແຜ່​ນັ້ນ​ເອງ.3

ໃນ​ຖານະ​ທິດາ​ຂອງ​​ພຣະ​ເຈົ້າ, ເຮົາ​ແຕ່ລະຄົນ​ມີ​ລັກສະນະ​ສະເພາະ​ຕົວ ແລະ ແຕກ​ຕ່າງ​ກັນ ໃນ​ສະຖານະ​ການ ແລະ ປະສົບ​ການ​ຂອງ​ເຮົາ. ແຕ່​ພາກສ່ວນຂອງ​ເຮົາ​ນັ້ນ​ກໍ​ສຳຄັນ—ເພາະວ່າ ເຮົາ ສຳຄັນ. ສ່ວນ​ບໍລິຈາກທີ່​ໃຫ້ການ​ລ້ຽງ​ດູ, ການ​ສັ່ງສອນ, ແລະ ການ​ດູ​ແລ​ຂອງ​ເຮົາ​ແຕ່​ລະ​ວັນສຳລັບຄົນ​ອື່ນ ອາດ​ປະກົດ​ວ່າ​ບໍ່​ຕື່ນເຕັ້ນ, ບໍ່​ສຳຄັນ, ຍາກ, ແລະ ບາງເທື່ອ​ກໍ​ເປັນ​ການເສຍ​ກຽດ, ແຕ່​ເມື່ອ​ເຮົາ​ຈື່​ຈຳ​ປະໂຫຍກ​ທຳ​ອິດ​ໃນ​ຄຳ​ຂວັນຂອງ​ໂຄງການ​ຍິງ​ໜຸ່ມ​ນັ້ນ ທີ່​ວ່າ—“ພວກ​ເຮົາ​ຄື​ທິດາ​ຂອງ​​ພຣະ​ບິດາເທິງ​ສະຫວັນ​ຂອງ​ເຮົາ, ຜູ້​ທີ່​ຮັກ​ເຮົາ.”—ມັນ​ຈະ​ເຮັດ​ໃຫ້​ມີ​ຄວາມ​ແຕກ​ຕ່າງຫລາຍ ໃນ​ຄວາມ​ສຳພັນ ແລະ ໃນ​ການ​ຕອບ​ຮັບຂອງ​ເຮົາ.

ເມື່ອ​ບໍ່​ດົນ​ມາ​ນີ້ ແມ່​ຜູ້​ປະເສີດ​ຂອງ​ຂ້າພະເຈົ້າ, ອາຍຸ 92 ປີ ໄດ້​ເສຍ​ຊີວິດ​ໄປ. ເພິ່ນ​ໄດ້​ໄປ​ຈາກ​ຊີວິດ​ມະຕະ​ນີ້​ໄປ ເໝືອນ​ດັ່ງ​ທີ່​ເພິ່ນ​ໄດ້​ດຳລົງ​ຊີວິດ​ຢູ່—ຢ່າງງຽບໆ. ຊີວິດ​ຂອງ​ເພິ່ນ​ບໍ່​ໄດ້​ເປັນ​ດັ່ງ​ທີ່​ເພິ່ນ​ໄດ້​ວາງ​ແຜນ​ເອົາ​ໄວ້. ສາມີ​ຂອງ​ເພິ່ນ, ພໍ່​ຂອງ​ຂ້າພະ​ເຈົ້າ, ​ໄດ້​ເສຍ​ຊີວິດ​ໄປ​ຕອນ​ເພິ່ນ​ມີ​ອາຍຸ​ໄດ້ 45 ປີ, ປະ​ເພິ່ນ​ໄວ້​ກັບ​ລູກ​ສາມ​ຄົນ—ຂ້າພະ​ເຈົ້າ ​ແລະ ນ້ອງ​ຊາຍ​ສອງ​ຄົນ. ​ຈາກ​ນັ້ນ ເພິ່ນ​ໄດ້​​ເປັນ​ແມ່ໝ້າຍ 47 ປີ. ເພິ່ນ​ໄດ້​ລ້ຽງ​ດູຄອບຄົວ​ຂອງ​ພວກ​ເຮົາ​ໂດຍ​ການ​ສອນ​ໂຮງຮຽນ​ໃນ​ຕອນ​ກາງເວັນ ແລະ ສອນ​ປີ​ອາ​ໂນ​​ໃນຕອນ​ກາງຄືນ. ເພິ່ນ​ໄດ້​ດູ​ແລ​ພໍ່​ຜູ້​ສູງ​ອາຍຸ​ຂອງ​ເພິ່ນ, ພໍ່​ຕູ້​ຂອງ​ຂ້າພະເຈົ້າ, ຜູ້ທີ່​ອາໄສ​ຢູ່​ໃນ​ບ້ານ​​ຖັດ​ໄປ​ນັ້ນ. ເພິ່ນ​ໄດ້​ເຮັດ​ໃຫ້​ແນ່​ໃຈໄດ້​ວ່າ​ພວກ​ເຮົາ​ແຕ່ລະຄົນໄດ້​ຮັບ​ການ​​ສຶກ​ສາ​ທີ່​ມະຫາວິທະຍາໄລ. ຕາມຄວາມ​ເປັນ​ຈິງ​ແລ້ວ, ເພິ່ນ​ໄດ້​ຢືນຢັນ​ເລື່ອງ​ນີ້ ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້ເປັນ “ຜູ້​ມີ​ສ່ວນ​ບໍລິຈາກ.” ແລະ ເພິ່ນ​ບໍ່​ເຄີຍ​ຈົ່ມ​ເລີຍ. ເພິ່ນ​ໄດ້​ຮັກສາ​ພັນທະ​ສັນຍາ​ຂອງ​ເພິ່ນ, ແລະ ເພາະວ່າ​ເພິ່ນ​ໄດ້​ເຮັດ​ດັ່ງນັ້ນ, ເພິ່ນ​ຈຶ່ງ​ໄດ້​ຮຽກຮ້ອງ​ອຳນາດ​ຈາກ​ສະຫວັນມາ​ອວຍພອນ​ໃຫ້​ບ້ານ​ຂອງ​ພວກ​ເຮົາ ແລະ ບາງເທື່ອ​ໃຫ້​ສົ່ງ​ສິ່ງ​ອັດສະຈັນ​ລົງມາ​ດ້ວຍ. ເພິ່ນ​ໄດ້​ເພິ່ງ​ພາອາໄສ​ອຳນາດ​ແຫ່ງ​ການ​ອະທິຖານ, ຖານະ​ປະໂລຫິດ, ແລະ ຄຳ​ສັນຍາ​ແຫ່ງ​ພັນທະ​ສັນຍາ. ເພິ່ນ​ໄດ້​ຊື່ສັດ​ໃນ​ການ​ຮັບ​ໃຊ້​ຂອງ​ເພິ່ນຕໍ່​​ພຣະ​ຜູ້​ເປັນ​ເຈົ້າ. ຄວາມ​ອຸທິດ​ຕົນ​ທີ່​ໝັ້ນຄົງ​ຂອງ​ເພິ່ນ​ໄດ້​ຄ້ຳ​ຊູ​ພວກ​ເຮົາ, ລູກໆ​ຂອງ​ເພິ່ນ. ເພິ່ນ​ມັກ​ຈະ​ກ່າວ​ຊ້ຳ​ຂໍ້​​ພຣະ​ຄຳ​ພີ​ນີ້: ​ພຣະ​ຜູ້​ເປັນ​ເຈົ້າ, ຖືກ​ຜູກ​ມັດ​ເມື່ອ​ພວກ​ເຮົາ​ເຮັດຕາມ​ສິ່ງ​ທີ່​​ພຣະ​ອົງ​ກ່າວ; ແຕ່​ເມື່ອ​ພວກ​ເຮົາ​ບໍ່​ເຮັດ​ຕາມ​ສິ່ງ​ທີ່​​ພຣະ​ອົງ​ກ່າວ, ແລ້ວ​ພວກ​ເຮົາ​ກໍ​ບໍ່​ມີ​ຄຳ​ສັນຍາ.”4 ນັ້ນ​ຄື​ຄຳ​ຂວັນ​ຂອງ​ເພິ່ນ, ແລະ ເພິ່ນ​ກໍ​ໄດ້​ຮູ້​ວ່າ​ມັນ​ຈິງ. ເພິ່ນ​ໄດ້​ເຂົ້າໃຈ​ຄວາມ​ໝາຍ​ຂອງ​ການ​ເປັນ​ຜູ້ຮັກສາ​ພັນທະ​ສັນຍາ. ໂລກ​ບໍ່​ໄດ້​ເຄີຍ​ຮັບ​ຮູ້​ເພິ່ນ​ເລີຍ. ເພິ່ນ​ບໍ່​ຢາກ​ໄດ້​ມັນ​ເລີຍ. ເພິ່ນ​ໄດ້​ເຂົ້າໃຈ​ວ່າ​ເພິ່ນ​ເປັນ​ໃຜ ແລະ ເປັນ​ຂອງ​ໃຜ—ທິດາ​ຂອງ​​ພຣະ​ເຈົ້າ. ແທ້​ຈິງ​ແລ້ວ, ອາດ​ສາມາດ​ກ່າວ​ໄດ້​ວ່າ ແມ່​ຂອງ​ພວກ​ຂ້າພະເຈົ້າ​ໄດ້​ປະຕິບັດບົດບາດ​ຂອງ​​ເພິ່ນໄດ້​ດີ​ທີ່​ສຸດ.

ຄັ້ງ​ໜຶ່ງ ປະທານ​ກໍ​ດອນ ບີ ຮິງ​ລີ ໄດ້​ກ່າວ​ກ່ຽວ​ກັບ​ສະຕີ ແລະ ຜູ້​ເປັນ​ແມ່​ວ່າ:

“ເຮົາ​ບໍ່​ຕ້ອງ​ລືມ​ເລີຍ​ເຖິງ​ຄວາມ​ເຂັ້ມແຂງ​ຂອງ​ສະຕີ. ... ​ແມ່ນແມ່​ນັ້ນ​ເອງ​ທີ່​ມີ ອິດ​​ທິ​ພົນ​ຕໍ່​ຊີວິດ​ຂອງ​ລູກ​ຂອງ​ພວກ​ນາງ​ໂດຍ​ກົງ. ... ແມ່ນ​ແມ່​ນັ້ນ​ເອງທີ່​ລ້ຽງ​ດູ. ​ແມ່ນ​ແມ່ນັ້ນ​ເອງ​ທີ່ຊ່ອຍ​ໃຫ້​ພວກ​ເຂົາ​ເຕີບ​ໂຕ​ໃນ​ວິທີ​ທາງ​ຂອງ​​ພຣະ​ຜູ້​ເປັນ​ເຈົ້າ. ອິດ​​ທິພົນ​ຂອງ​ພວກ​ນາງ​ນັ້ນ​ແມ່ນ​ຈຳເປັນ​ທີ່​ສຸດ. ...

“... ພວກ​ນາງ​ເປັນ​ຜູ້​ສ້າງ​ຊີວິດ. ພວກ​ນາງ​ເປັນ​ຜູ້​ລ້ຽງ​ດູ​​ເດັກ. ພວກ​ນາງ​ເປັນ​ຄູ​ສອນຂອງ​ຍິງ​ໜຸ່ມ. ພວກ​ນາງ​ເປັນ​ຄູ່​ຄອງ​ທີ່​ຂາດ​ບໍ່​ໄດ້. ພວກ​ນາງ​ເປັນ​ຜູ້​ຮ່ວມ​ງານຂອງ​ເຮົາ​ໃນ​ການ​ສ້າງສາ​ອານາຈັກ​ຂອງ​​ພຣະ​ເຈົ້າ. ບົດບາດ​ຂອງ​ພວກ​ນາງ​ຍິ່ງ​ໃຫຍ່​ພຽງ​ໃດ, ສ່ວນ​ບໍລິຈາກ​ຂອງ​ພວກ​ນາງປະເສີດ​ພຽງ​ໃດ. ພວກ​ນາງ​ເພີ່ມ​ຄຸນ​ນະ​ພາບ​ໃຫ້​ແກ່​ຊີວິດ​ຫລາຍ​ພຽງ​ໃດ.”5

ສະນັ້ນ ພໍ່​ແມ່​ຈະ​ສອນ​ໃຫ້​ລູກ​ສາວ​ຮູ້ຈັກເຖິງ​ຄວາມ​ສູງ​ສັກ ແລະ ຄວາມ​ຈິງ​ນິລັນດອນ ວ່ານາງ​ເປັນ​ທິດາ​ຂອງ​​ພຣະ​ເຈົ້າ​ໄດ້​ແນວໃດ? ເຮົາ​ຈະ​ຊ່ອຍ​ນາງ​ໃຫ້ກ້າວ​ອອກ​ໄປ​ຈາກ​ໂລກ ແລະ ກ້າວ​ເຂົ້າ​ໄປ​ໃກ້ອານາຈັກ​ຂອງ​​ພຣະ​ເຈົ້າ​ໄດ້​ແນວໃດ?

ໃນ​ໂລກ​ທີ່​ສິນ​ທຳ​ນັບ​ມື້​ນັບ​ມີ​ໜ້ອຍ​ລົງ, ຍິງ​ໜຸ່ມ​ຕ້ອງການ​ສະຕີ ແລະ ບຸລຸດ​ທີ່​ຈະ “ຢືນ​ເປັນ​ພະຍານ​ຂອງ​​ພຣະ​ເຈົ້າ​ໃນ​ທຸກເວລາ ແລະ ໃນ​ທຸກ​ສິ່ງ, ແລະ ໃນ​ທຸກບ່ອນ.” ສິ່ງ​ນີ້​ບໍ່​ເຄີຍ​ສຳຄັນ​​ຫລາຍ​ໄປ​​ກວ່າໃນ​ເວລາ​ນີ້. ຍິງ​ໜຸ່ມ​ຕ້ອງການ​ແມ່ ແລະ ຕ້ອງການ​ຄູ ຜູ້​ຈະ​ເປັນ​ຕົວຢ່າງ​ຂອງ​ການ​ເປັນ​ສະຕີ​ຜູ້​ບໍລິສຸດ. ແມ່, ຄວາມ​ສຳພັນ​ຂອງ​ພວກ​ທ່ານ​ກັບ​ລູກ​ສາວ​ຂອງ​ທ່ານ​ນັ້ນ ມີ​ຄວາມ​ສຳຄັນຫລາຍ​ທີ່​ສຸດ, ແລະ ຕົວຢ່າງ​ຂອງ​ທ່ານ​ກໍ​ຄື​ກັນ. ວິທີ​ທີ່​ທ່ານ​ຮັກ ແລະ ໃຫ້​ກຽດ​ພໍ່​ຂອງ​ນາງ, ຖານະ​ປະໂລຫິດ​ຂອງ​ລາວ, ແລະ ບົດບາດ​ແຫ່ງ​ສະຫວັນ ຂອງ​ລາວ ຈະ​ຖືກ​ສະແດງ​ໃຫ້​ເຫັນ ແລະ ບາງທີ​ຈະ​ຖືກ​ຂະຫຍາຍ​ໃນ​ທ່າ​ທາງ ແລະ ການ​ປະພຶດ​ຂອງ​ລູກ​ສາວ​ຂອງ​ທ່ານ.

ບົດບາດ​ທີ່​ເຮົາ​ຕ້ອງ “ປະຕິບັດ​ໃຫ້​ດີ​ທີ່​ສຸດ” ນັ້ນ​ຄື​ຫຍັງ? ໃບ​ການ​ປະກາດ​ຕໍ່​ໂລກກໍ​ແຈ່ມ​ແຈ້ງ​ດີ ວ່າ:

“ໃນ​ແຜນ​ຂອງ​​ພຣະ​ເຈົ້າ​ນັ້ນ​ແມ່ນ​ວ່າ, ພໍ່​ຈະ​ເປັນ​ຜູ້ນຳ​ພາ​ຄອບຄົວ​ດ້ວຍ​ຄວາມ​ຮັກ ແລະ ດ້ວຍ​ຄວາມ​ຊອບ​ທຳ ແລະ ມີໜ້າ​ທີ່​ຮັບຜິດຊອບ​ທີ່​ຈະ​ຈັດ​ຫາ​ສິ່ງ​ທີ່​ຈຳເປັນ​ຕ່າງໆ ແລະ ປົກ​ປັກ​ຮັກສາ​ຄອບຄົວ​ຂອງ​ຕົນ. ຜູ້​ເປັນ​ແມ່​ມີໜ້າ​ທີ່​ຮັບຜິດຊອບ​ຕົ້ນຕໍ​ທີ່​ຈະ​ລ້ຽງ​ດູ​ລູກເຕົ້າ. ໃນ​ໜ້າທີ່​ຮັບຜິດຊອບ​ອັນ​ສັກສິດ​ນີ້, ພໍ່​ແມ່​ຕ້ອງ​ໄດ້​ຊ່ອຍ​ກັນ​ແລະ​ກັນ ແລະ ເປັນ​ຫຸ້ນ​ສ່ວນ​ທີ່​ເທົ່າ​ທຽມ​ກັນ. ...

“ພວກ​ເຮົາ​ຂໍ​ເຕືອນ​ວ່າ ຜູ້​ໃດ​ທີ່​ລະເມີດ​ກົດ​ພົມມະຈັນ, ຜູ້​ໃດ​ທີ່​ທຳຮ້າຍ​ລູກ​ເມຍ, ຫລື ຜູ້​ໃດ​ທີ່​ບໍ່​ເຮັດ​ໜ້າທີ່​ຮັບຜິດຊອບ​ຂອງ​ຕົນ​ໃນ​ການ​ລ້ຽງ​ດູ​ຄອບຄົວ ຈະ​ຖືກ​ຕັດສິນ​ໃສ່​ໂທດ​ຢູ່​ຕໍ່​​ພຣະ​ພັກ​ຂອງ​​ພຣະ​ເຈົ້າ​ໃນ​ມື້ໜຶ່ງ.”6

ໃນ​ສັງຄົມ​ທີ່​ຂາດ​ສິນ​ທຳ​ຂອງ​ວັນ​ເວລາ​ຂອງ​ສາດສະດາ​ມໍ​ມອນ, ເພິ່ນ​ໄດ້​ໂສກເສົ້າ ອາໄລ ທີ່​ສິ່ງ​ອັນ​ເປັນ​ທີ່​ຮັກ ແລະ ມີຄ່າ​ທີ່​ສຸດ​ເໜືອກ​ວ່າ​ທຸກ​ສິ່ງ—ຊຶ່ງ​ຄື​ພົມມະຈັນ ແລະ ຄວາມ​ບໍລິສຸດ ຖືກ​ເອົາ​ໄປ​ຈາກ​ພວກ​ສະຕີ.7

ອີກ​ເທື່ອ​ໜຶ່ງ, ຂ້າພະເຈົ້າ​ຂໍ​ຮຽກຮ້ອງ​ອີ​ກວ່າ ໃຫ້​ກັບ​ຄືນ​ມາສູ່​ຄຸນ​ນະ​ທຳ. ຄຸນນະ​ທຳ​ເປັນ​ພະລັງ ແລະ ອຳນາດ​ຂອງ​ທິດາ​ຂອງ​​ພຣະ​ເຈົ້າ. ໂລກ​ຈະ​ເປັນແບບ​ໃດ​ຖ້າ​ຫາ​ກວ່າ​ຄຸນ​ນະ​ທຳ—ແບບແຜນ​ຂອງ​ຄວາມ​ນຶກ​ຄິດ ແລະ ການ​ປະພຶດ​ຕາມມາດຕະຖານ​ຂອງ​ສິນ​ທຳ​ທີ່​ສູງ​ກວ່າ, ຮ່ວມ​ທັງ​ພົມມະຈັນ8—ຖືກ​ນຳ​ມາ​ໃຊ້​ຢູ່​ໃນສັງຄົມ​ຂອງ​ເຮົາ​ອີ​ກ ວ່າເປັນ​ຫລັກ​ທຳ​ທີ່​ມີຄ່າ​ທີ່​ສຸດ​ເໜືອ​ທຸກ​ສິ່ງ? ຖ້າ​ຫາກ​ຄວາມ​ອະທຳ, ຮູບ​ພາບລາມົກ, ແລະ ການ​ທຳຮ້າຍ​ມີ​ໜ້ອຍ​ລົງ, ແລ້ວຈະ​ມີ​ການ​ແຕ່ງງານ​ທີ່​ແຕກສະຫລາຍ, ຊີວິດ​ທີ່​ແຕກ​ສະຫລາຍ, ແລະ ຫົວໃຈ​ທີ່​ແຕກ​ສະຫລາຍ​ນ້ອຍ​ລົງ​ບໍ? ສື່ສານ​ມວນ​ຊົນ​ຈະ​ສາມາດ​ຍົກ​ລະດັບ​ຈິດໃຈ ແລະ ເຮັດ​ໃຫ້​ສາມາດ​ໄດ້​ບໍ ແທນ​ທີ່​ຈະ​ເຮັດ​ໃຫ້​ທິດາ​ຂອງ​​ພຣະ​ເຈົ້າ​ເປັນ​ສິ່ງ​ຂອງ ແລະ ເສຍ​ກຽດ​ສັກ​ສີ? ຖ້າ ມະນຸດ​ທຸກໆ​ຄົນ​ເຂົ້າໃຈ​ຄວາມ​ສຳຄັນ​ຂອງ​ຖ້ອຍ​ຄຳ ທີ່​ວ່າ “ເຮົາ​ຄື​ທິດາຂອງ​​ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ,” ​ແລ້ວສະຕີ​ຈະ​ຖືກນັບຖື ແລະ ປະຕິບັດ​ຕໍ່​ແນວໃດ?

ເມື່ອ​ຫລາຍ​ປີ​ກ່ອນ, ຕອນ​ທີ່​ສູນ​ກາງ​ປະຊຸມ​ໃຫຍ່​ນີ້​ກຳລັງ​ຖືກ​ສ້າງ ແລະ ໃກ້​ຈະ​ສຳເລັດ, ຂ້າ​ພະເຈົ້າ​ໄດ້​ເຂົ້າ​ມາ​ໃນ​ອາຄານ​ສັກສິດ​ນີ້ ໃນ​ຂັ້ນ​ລະບຽງ ໃສ່​ໝວກ​ປ້ອງ​ກັນ ແລະ ແວ່ນຕາ​ປະກັນ​ໄພ, ພ້ອມ​ທີ່​ຈະ​ດູດ​ພົມ ທີ່​ສາມີ​ຂອງ​ຂ້າພະເຈົ້າ​ໄດ້​ຊ່ອຍ​ປູ. ບ່ອນ​ທີ່​ເວທີ​ປາໄສ​ຕັ້ງ​ຢູ່​ໃນ​ເວລາ​ນີ້ ໄດ້​ເປັນ​ບ່ອນ​ທີ່​ລົດ​ຕັກ​ເຕີ​ໄດ້​ຍົກຍ້າຍ​ຂີ້​ດິນ, ແລະ ​ອາຄານ​ນີ້ມີ​ຂີ້ຝຸ່ນ​ໜາ​ຕຶບ, ເມື່ອ​ມັນ​ໄດ້​ຕົກລົງ​ຢູ່​​ພຶ້ນ, ມັນ​ກໍ​ໄດ້​ຕົກລົງ​ໃສ່​ພົມ​ໃໝ່​ນັ້ນ​ດ້ວຍ. ໜ້າທີ່​ຂອງ​ຂ້າພະເຈົ້າ​ແມ່ນ​ດູດ​ພົມ. ສະນັ້ນຂ້າພະເຈົ້າ​ໄດ້​ດູດ​ພົມ​ນັ້ນ, ດູດ​ແລ້ວ ດູດ​ອີກ. ຫລັງ​ຈາກ​ສາມ​ມື້, ຈັກ​ດູດ​ພົມ​ນ້ອຍ​​ຂອງ​ຂ້າພະ​ເຈົ້ານັ້ນກໍ​ໄດ້​ຕາຍ​ ໃຊ້​ການ​ບໍ່​ໄດ້​ເລີຍ!

ຕອນ​ບ່າຍ ກ່ອນ​ກອງ​ປະຊຸມ​ໃຫຍ່​ສາມັນ​ຄັ້ງ​ທຳ​ອິດ​ຖືກ​ຈັດ​ຂຶ້ນໃນ​ອາຄານ​ທີ່ສວຍ​ງາມ​ແຫ່ງ​ນີ້, ສາມີ​ຂອງ​ຂ້າພະເຈົ້າ​ໄດ້​ໂທ​ຫາ​ຂ້າພະເຈົ້າ. ລາວ​ກຳລັງ​ຈະປູ​ພົມ​ແຜ່ນ​ສຸດ​ທ້າຍ—ຢູ່​ກ້ອງ​ແທ່ນ​ປາ​ໄສ​ແຫ່ງ​ປະຫວັດສາດ​ນີ້​ເອງ.

ລາວ​ໄດ້​ຖາມ​ວ່າ, “ອ້າຍ​ຄວນ​ຂຽນ​​ພຣະ​ຄຳ​ພີ​ຂໍ້​ໃດ​ໃສ່​ຂ້າງ​ຫລັງ​ຂອງ​ພົມ​ແຜ່ນ​ນີ້?”

ແລະ ຂ້າພະເຈົ້າ​ໄດ້​ເວົ້າ​ວ່າ, “ໂມ​ໄຊ​ຢາ 18:9: ‘ຢືນ​ເປັນ​ພະຍານ​ຂອງພຣະ​ເຈົ້າ​ໃນ​ທຸກ​ເວລາ ແລະ ໃນ​ທຸກ​ສິ່ງ, ແລະ ໃນ​ທຸກ​ບ່ອນ.’”

ໃນ​ໂລກ​ທີ່​ທ້າ​ທາຍ​ຫລາຍ​ແທ້ໆ​ນີ້, ນັ້ນ​ຄື​ສິ່ງ​ທີ່​ຂ້າພະເຈົ້າ​ເຫັນ​ຍິງ​ໜຸ່ມ ແລະ ສະຕີ​ໃນສາດສະໜາ​ຈັກ​ນີ້​ກຳລັງ​ເຮັດ​ຢູ່. ພວກ​ນາງ​ເປັນ​ອິດ​​ທິ​ພົນ​ສຳລັບ​ຄວາມ​ດີງາມ. ພວກ​ນາງ​ບໍລິສຸດ ແລະ ເປັນ​ຕົວຢ່າງ, ສະຫລຽວ​ສະຫລາດ ແລະ ດຸໝັ່ນ. ພວກ​ນາງ​ກຳລັງ​ເຮັດ​ຄວາມ​ແຕກ​ຕ່າງ ເພາະວ່າ​ພວກ​ນາງ ເປັນ​ຄົນ ແຕກ​ຕ່າງ. ພວກ​ນາງ​ເຮັດ​ພາກສ່ວນ​ຂອງ​ຕົນ​ໄດ້​ດີ​ຫລາຍ.

ເມື່ອ​ຫລາຍ​ປີ​ກ່ອນ, ຕອນ​ຂ້າພະເຈົ້າ​ໄດ້​ດູດ​ພົມ​ນີ້—ພະຍາຍາມ​ທີ່​ຈະ​ປະຕິບັດ​ບົດບາດ​ນ້ອຍໆ​ຂອງ​ຂ້າພະເຈົ້າ​ໃຫ້​ດີ​ທີ່​ສຸດ—ຂ້າພະເຈົ້າ​ບໍ່​ໄດ້​ຮູ້​ເລີຍ​ວ່າ​ມື້ໜຶ່ງ ຂ້າພະເຈົ້າ​ຈະ​ໄດ້​ມາ​ຢືນ​ຢູ່​ທີ່​ນີ້​ດ້ວຍ​ໃຫ້​ຕີນ​ຂອງ​ຂ້າພະເຈົ້າ​ແຕະຕ້ອງ​ພົມ​ທີ່ຢູ່ກ້ອງ​ແທ່ນ​ປາ​ໄສ​ນີ້.

ມື້ນີ້​ໃນ​ຖານະ​ທິດາ​ຂອງ​​ພຣະ​ເຈົ້າ, ຂ້າພະເຈົ້າ​ຢືນ​ເປັນ​ພະຍານ​ວ່າ ​ພຣະ​ອົງ​ຊົງ​​ພຣະ​ຊົນຢູ່. ​ພຣະເຢ​ຊູ​ຄື​​ພຣະຄຣິດ. ​ພຣະ​ອົງ​ເປັນ​​ພຣະ​ຜູ້​ໄຖ່​ຂອງເຮົາ. ແມ່ນ​ຜ່ານ​ການ​ເສຍ​ສະລະ​ຊົດ​ໃຊ້, ອັນ​ບໍ່​ມີ​ຂອບ​ເຂດ​ຂອງ​​ພຣະ​ອົງ​ນັ້ນ ທີ່​ມື້ໜຶ່ງ ຂ້າພະເຈົ້າ​ຈະ​ກັບ​ຄືນ​ໄປ​ຢູ່​ກັບ​​ພຣະ​ອົງ—ຖືກ​​ພິ​ສຸດ​ແລ້ວ, ບໍລິສຸດ, ແລະ ຖືກ​ຜະ​ນຶກ​ເຂົ້າ​ກັບ​ຄອບຄົວ​ນິລັນດອນ. ຂ້າພະເຈົ້າ​ຈະ​ສັນ​ລະ​ເສີນ​​ພຣະ​ອົງຕະຫລອດ​ໄປ ສຳລັບ​ສິດ​ທິພິເສດ​ຂອງ​ການ​ເປັນ​ສະຕີ, ເປັນ​ພັນ​ລະ​ຍາ, ແລະ ເປັນ​ແມ່. ຂ້າພະເຈົ້າ​ເປັນ​ພະຍານ​ວ່າ ເຮົາ​ຖືກ​ນຳພາ​ໂດຍ​ສາດສະດາ ຂອງ​​ພຣະ​ເຈົ້າ, ຄື ປະທານ ທອມ​​ມັສ ແອັສ ມອນ​ສັນ, ແລະ ຮູ້ສຶກ​ບຸນຄຸນ​ຕໍ່​ສຸພາບ​ບຸລຸດ​ຜູ້​ຊອບ​ທຳ, ທີ່​ອຳນາດ​ແຫ່ງ​ຖານະ​ປະໂລຫິດຂອງ​ເຂົາເຈົ້າ​ເປັນ​ພອນ​ໃຫ້​ແກ່​ຊີວິດ​ຂອງ​ຂ້າພະເຈົ້າ. ແລະ ຂ້າພະເຈົ້າ​ຈະ​ຮູ້ສຶກບຸນຄຸນ​ຕະຫລອດ​ໄປ ສຳລັບ​ພະລັງ​ທີ່​ຂ້າພະເຈົ້າ​ໄດ້​ຮັບ ຜ່ານ​ອຳນາດ​ແຫ່ງ​ການ​ຊົດ​ໃຊ້​ອັນ​ເປັນນິດ​ຂອງ​​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ ໃນ​ຂະນະ​ທີ່​ຂ້າພະເຈົ້າ​ພະຍາຍາມ​ຕໍ່​ໄປ ທີ່​ຈະ “ປະຕິບັດ​ບົດບາດ​ຂອງ [ຂ້າພະເຈົ້າ] ໃຫ້​ດີ​ທີ່​ສຸດ.” ໃນ​​ພຣະ​ນາມ​ຂອງ​ພຣະເຢ​ຊູ​​ຄຣິດ, ອາແມນ.

Mostrar las referencias

  1.  

    1. Young Women Personal Progress (booklet, 2009), 3.

  2.  

    2. ໂມ​ໄຊ​ຢາ 18:9.

  3.  

    3. ເບິ່ງ Matthew O. Richardson, “‘What E‘er Thou Art, Act Well Thy Part’: John Allan’s Albany Crescent Stone,” Journal of Mormon History, vol. 33 (Fall 2007), 31–61; Francis M. Gibbons, David O. McKay: Apostle to the World, Prophet of God (1986), 45.

  4.  

    4. ເບິ່ງ Doctrine and Covenants 82:10.

  5.  

    5. Gordon B. Hinckley, “Standing Strong and Immovable,” Worldwide Leadership Training Meeting, Jan. 10, 2004, 21.

  6.  

    6. “ຄອບຄົວ: ການ​ປະກາດ​ຕໍ່​ໂລກ,” Ensign or Liahona, Nov. 2010, 129.

  7.  

    7. ເບິ່ງ ໂມ​​ໂຣ​ໄນ 9:9.

  8.  

    8. ເບິ່ງ Young Women Personal Progress, 70.