​ເຮົາ​ເປັນ​ໜຶ່ງ

​ໂດຍ​ ປະທານ​ເຮັນຣີ ບີ ​ໄອຣິງ

ທີ່​ປຶ​ກສາ​ທີ​ໜຶ່ງ​ໃນຝ່າຍ​ປະທານສູງ​ສຸດ


​ເຮັນຣີ ບີ ​ໄອຣິງ
ຂ້າພະ​ເຈົ້າອະທິຖານ​ວ່າ ບໍ່​ວ່າ​ເຮົາ​ຈະ​ອາ​ໄສ​ຢູ່​ບ່ອນ​ໃດ ​ແລະ ​ເຮົາ​ມີໜ້າ​ທີ່​ໃດ​ກໍ​ຕາມ​ ​ໃນ​ຖານ​ະປະ​ໂລຫິດ​ຂອງ​ພຣະ​ເຈົ້າ, ​ເຮົາ​ຈະ​ເປັນ​ໜຶ່ງ​ໃນ​ອຸດົມ​ການ ​ເພື່ອ​ນຳພຣະກິດ​ຕິ​ຄຸນ​ໄປ​ສູ່​ໂລກ.

ພຣະຜູ້​ເປັນ​ເຈົ້າ​ໄດ້ບອກ​ຢ່າງແຈ່ມ​ແຈ້ງ​ເຖິງ​ຍຸກ​ສຸດ​ທ້າຍ​ນັບ​ແຕ່​ຕົ້ນ ວ່າ​ເຮົາ​ຈະ​ນຳພຣະ​ກິດ​ຕິ​ຄຸນ​ໄປ​ຫາ​ທົ່ວ​ໂລກ. ສິ່ງ​ທີ່​ພຣະອົງ​ໄດ້​ກ່າວ​ກັບຜູ້​ດຳລົງ​ຖານະ​ປະ​ໂລຫິດ​ຈຳນວນ​ໜຶ່ງ​ໃນ​ປີ 1831 ​ເທົ່າ​ກັບ​ພຣະອົງ​ໄດ້​ກ່າວ​ກັບ​ຫລາຍໆ​ຄົນ​ໃນ​​ເວລາ​ນີ້. ບໍ່​ວ່າ​​ເຮົາ​ຈະ​ມີ​ອາຍຸ​, ຄວາມ​ສາມາດ, ການ​ເອີ້ນ​ໃນ​ໂບດຫລາຍ​ນ້ອຍປານ​ໃດ, ຫລື ອາ​ໄສຢູ່​ບ່ອນ​ໃດ​ກໍ​ຕາມ, ​ເຮົາ​ຈະ​ເປັນ​ໜຶ່ງ​ໃນ​ວຽກ​ງານ​ທີ່​ຊ່ອຍ​ພຣະອົງກູ້​ຈິດ​ວິນ​ຍານ ຈົນ​ກວ່າ​ພຣະອົງ​ຈະ​ສະ​ເດັດ​ຄືນ​ມາ​ອີກ. ພຣະອົງ​ໄດ້​ກ່າວ​ກັບຜູ້ຄົນ​ລຸ້ນທຳ​ອິດ​ທີ່​ໄດ້​ທຳ​ງານ​ໃນ​ສວນ​ອະ​ງຸ່ນວ່າ:

ພຣະອົງ​ໄດ້ມອບພຣະບັນຍັດ​ຂໍ້​ໜຶ່ງ​ໃຫ້​​​ເຂົາ​ເຈົ້າ, ວ່າມະນຸດ​ທຸກ​ຄົນ, ທັງແອວ​ເດີ, ປະ​ໂລຫິດ, ຄູ​ສອນ, ​ແລະ ສະມາຊິກນຳ​ອີກ, ​ຈະໄປ​ດ້ວຍ​ສຸດ​ພະລັງຂອງ​ຕົນ, ດ້ວຍ​ເຫື່ອ​ແຮງ​ຂອງ​ມື​ຕົນ, ​ເພື່ອຕຽມ ​ແລະ ບັນລຸສິ່ງຊຶ່ງ​ພຣະອົງ​ໄດ້ບັນຊາ.

ໃຫ້ການ​ສັ່ງສອນຂອງ​​​ເຂົາ​ເຈົ້າ​ເປັນ​ສຽງ​ເຕືອນ, ມະນຸດທຸກຄົນ​ເຕືອນເພື່ອນ​ບ້ານຂອງ​ຕົນ, ​ດ້ວຍຄວາມນິ້ມ​ນວນ ​ແລະ ດ້ວຍຄວາມ​ອ່ອນ​ໂຍນ.

​ໃຫ້​​ເຂົາ​ເຈົ້າອອກ​ໄປ​ຈາກ​ບັນດາ​ຄົນ​ຊົ່ວ. ຊ່ອຍ​ຕົວ​​ເອງ​​ໃຫ້ລອດ. ​ຜູ້ທີ່​ຖືພາ​ສະ​ນະ​ຂອງ​ພຣະຜູ້​ເປັນ​ເຈົ້າຕ້ອງຮັກສາ​ຕົວ​ໃຫ້​ສະອາດ.1

ບັດ​ນີ້, ພວກ​ເຈົ້າ ຜູ້​ດຳລົງ​ຢູ່​ໃນ​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນ ສາມາດ​ເຫັນ​​ໄດ້ວ່າ ພຣະບັນຊາ​ຂອງ​ພຣະຜູ້​ເປັນ​ເຈົ້າ​ແມ່ນ​ຮ່ວມ​ດ້ວຍ​ພວກ​ເຈົ້າ. ​ໂດຍ​ທີ່ພວກ​ເຈົ້າ​ຮູ້​ວ່າ ພຣະຜູ້​ເປັນ​ເຈົ້າຈະ​ຕຽມ​ທາງ​ໄວ້​ໃຫ້​ສະ​ເໝີ​ ​ເພື່ອ​ຈະ​ໄດ້​ສຳ​ເລັດ​ໃນ​ສິ່ງ​ທີ່​ພຣະອົງ​ບັນຊາ, ພວກ​ເຈົ້າ​ຈຶ່ງ​ສາມາດ​ຄາດຫວັງ​​ໄດ້ວ່າ ພຣະອົງ​ຈະ​ເຮັດ​ສິ່ງ​ນັ້ນສຳລັບ​ພວກ​ເຈົ້າ​ທຸກ​ຄົນ.

ຂ້າພະ​ເຈົ້າຈະ​ບອກ​ທ່ານ​ວ່າ​ພຣະອົງ​ເຮັດ​ແນວ​ໃດ ສຳລັບ​ຊາຍ​ໜຸ່ມຄົນ​ໜຶ່ງ ຜູ້​ຕອນ​ນີ້​ດຳລົງ​ຢູ່​ໃນ​ຕຳ​ແໜ່ງປະ​ໂລຫິດ​​ໃນຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນ. ລາວ​ມີ​ອາຍຸ 16 ປີ. ລາວ​ອາ​ໄສ​ຢູ່​ປະ​ເທດ​ໜຶ່ງ ບ່ອນ​ທີ່​ຜູ້​ສອນ​ສາດສະໜາ​ຄູ່​ທຳ​ອິດ​ໄດ້​​ໄປເຖິງ​ພຽງ​ແຕ່​ໜຶ່ງ​ປີ​ກ່ອນ. ​ເຂົາ​ເຈົ້າຖືກ​ສົ່ງ​ໄປ​ຫາ​ສອງ​ເມືອງ, ​ແຕ່​ບໍ່​ແມ່ນ​​ເມືອງ​ທີ່​ຊາຍ​ໜຸ່ມ​ຄົນ​ນີ້ອາ​ໄສ​ຢູ່.

ຕອນ​ລາວ​ຍັງ​ນ້ອຍ, ພໍ່​ແມ່​ຂອງ​ລາວ​ໄດ້​ພາລາ​ວມາ​ຢູ່​ລັດ​ຢູທາ​ເພື່ອ​ຄວາມ​ປອດ​ໄພ. ຄອບຄົວ​ໄດ້​ຖືກ​ສິດສອນ ​ແລະ ​ໄດ້​ຮັບ​ບັບຕິ​ສະມາ​​ໂດຍ​ຜູ້​ສອນ​ສາດສະໜາ. ລາວບໍ່​ໄດ້​ຮັບ​ບັບຕິ​ສະມາ​ເຂົ້າ​ໃນ​ສາດສະໜາ​ຈັກ ​ເພາະ​ລາວ​ຍັງ​ບໍ່​ເຖິງ​​ແປດ​ປີ​ເທື່ອ​ຕອນ​ນັ້ນ.

ພໍ່​ແມ່​ຂອງ​ລາວ​ໄດ້​ຕາຍ​ໄປຢູ່​ໃນ​ອຸປະຕິ​ເຫດ. ສະນັ້ນ​ແມ່​ຕູ້​ຂອງ​ລາວ​ຈຶ່ງໄດ້​ໃຫ້​ລາວ​ກັບ​ຄືນ​ບ້ານ, ຂ້າມ​ນ້ຳຂ້າມ​ທະ​ເລ, ກັບ​ຄືນ​ໄປ​ຫາບ້ານ​ເກີດ​ເມືອງ​ນອນ​ຂອງ​ລາວ.

​ໃນ​ເດືອນ​ມິ​ນາປີ​ກາຍ​ນີ້ ລາວ​ໄດ້​ຍ່າງ​ໄປ​ຕາມ​ຖະໜົນ​ສາຍ​ໜຶ່ງ ​ແລະ ຮູ້ສຶກ​ວ່າ​ລາວ​ຄວນ​ເວົ້າກັບ​ຜູ້ຍິງ​ແປກ​ໜ້າ​ຄົນ​ໜຶ່ງ. ລາວ​ໄດ້​ເວົ້າລົມ​ກັບ​ຜູ້ຍິງ​ຄົນ​ນັ້ນ​​ເປັນ​ພາສາ​ອັງ​ກິດ​ຕາມ​ທີ່​ລາວ​ຍັງ​ຈື່​ໄດ້. ນາງ​ເປັນ​​ນາຍ​​ແພດ​ທີ່​ປະທານ​ເຜີຍ​ແຜ່​ໄດ້​ສົ່ງ​​ໄປ​ຫາຕົວ​ເມືອງ ​ເພື່ອ​ຊອກ​ຫາ​ທີ່​ພັກ ​​ແລະ ​ເພື່ອ​ໃຊ້​ເປັນ​ບ່ອນ​ປະຖົມພະຍາບານ​ຜູ້​ສອນ​ສາດສະໜາ​ຜູ້​ໄດ້​ຖືກ​ສົ່ງ​ໄປ​ຫາ​ເຂດ​ນັ້ນ. ທັງ​ສອງ​ໄດ້​ກາຍ​ເປັນ​ເພື່ອນ​​ໃນ​ຂະນະ​ທີ່​ເວົ້າລົມ​ກັນ. ​ເມື່ອ​ນາງ​ກັບ​ຄືນ​ໄປ​ຫາ​ຫ້ອງການ​ເຜີຍ​ແຜ່, ນາງ​ໄດ້​ບອກ​ຜູ້​ສອນ​ສາດສະໜາ​ກ່ຽວ​ກັບ​ຊາຍ​ໜຸ່ມ​ຄົນ​ນີ້.

​ແອວ​ເດີ​ສອງ​ຄົນ​ທຳ​ອິດ​ໄດ້​​ໄປ​ເຖິງ​ໃນ​ເດືອນ​ກັນຍາ, ປີ 2012. ​ເດັກ​ກຳພ້າ​ຄົນ​ນີ້​ເປັນ​ຜູ້​ຮັບ​ບັບຕິ​ສະມາ​ຄົນ​ທຳ​ອິດ​​ເຂົ້າ​ໃນ​ສາດສະໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ​ເມື່ອ​ເຖິງ​ເດືອນ​ມິ​ນາປີ​ນີ້ ລາວ​ໄດ້​ເປັນ​ສະມາຊິກ​ໄດ້​ສີ່​ເດືອນ​ແລ້ວ. ລາວ​ໄດ້​ຖືກ​ແຕ່ງຕັ້ງ​ເປັນ​ປະ​ໂລຫິດ​ໃນ​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນ ​ແລະ ກໍ​ສາມາດ​​ໃຫ້ບັບຕິ​ສະມາ​​ແກ່ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​​ຄົນທີ​ສອງ. ລາວ​ເປັນ​ຊາຍ​ຄົນ​ທຳ​ອິດ​ທີ່​ໄດ້​ຮັບ​ຖານະ​ປະ​ໂລຫິດ ​ເພື່ອ​ເຕົ້າ​ໂຮມ​ລູກຄົນ​ອື່ນໆ​ຂອງ​ພຣະບິດາ​ເທິງ​ສະຫວັນ ​ເພື່ອ​ຈັດຕັ້ງສາດສະໜາ​ຈັກ​ຢູ່​ໃນ​ເມືອງ​ທີ່​ມີ​ປະຊາຊົນ​ປະມານ 130,000 ຄົນ.

​ໃນ​ວັນອາທິດ​ຂອງ​​ເທດສະການ​ອິດສະ​ເຕີ, ວັນ​ທີ 31 ​ເດືອນ​ມິ​ນາ, ປີ 2013, ສະມາຊິກ​ຂອງ​ສາດສະໜາ​ຈັກ​ຢູ່​ທີ່​ນັ້ນ​ໄດ້​ເຕີບ​ໂຕ​ຂຶ້ນ ມີ​ສະມາຊິກ​ຢູ່​ດ້ວຍ​ກັນ​ຫົກ​ຄົນ. ລາວ​ເປັນ​ພຽງ​ສະມາຊິກ​ຄົນ​ດຽວ​ທີ່​ໄປ​ໂບດ​ໃນ​ມື້ນັ້ນ. ຫົວ​ເຂົ່າ​ຂອງ​ລາວ​ໄດ້​ຮັບ​ບາດ​ເຈັບ​ໃນ​ຄືນ​ກ່ອນ, ​ແຕ່​ລາວ​ໄດ້​ຕັ້ງ​ໃຈ​ທີ່​ຈະ​​ໄປໂບດ. ລາວ​ໄດ້​ອະທິຖານ​ຂໍ​ໃຫ້​ລາວ​ສາມາດ​ຍ່າງ​ໄປ​ໄດ້. ລາວ​ຮັບ​ສິນ​ລະ​ລຶກຮ່ວມ​ກັບ​ພວກ​ແອວ​ເດີ​ສີ່​ຄົນ ​ແລະ ຜູ້​ສອນ​ສາດສະໜາຄູ່​ອາວຸ​ໂສຄູ່​ໜຶ່ງ.

​ເລື່ອງ​ນີ້ອາດ​ຟັງ​ຄື​ວ່າ​ບໍ່​ໄດ້​ເປັນ​​ເລື່ອງ​ໜ້າ​ອັດສະຈັນ​​ໃຈ​ແນວ​ໃດ ​ຍົກ​ເວັ້ນ​ແຕ່​ທ່ານ​ຮູ້​ເຖິງ​ແບບ​ແຜນ​ຂອງ​ພຣະຫັດ​ຂອງ​ພຣະ​ເຈົ້າ​ໃນ​ການ​ສ້າງອານາຈັກ​ຂອງ​ພຣະອົງ. ຂ້າພະ​ເຈົ້າ​ເຄີຍ​ເຫັນ​ມາ​ແລ້ວ​ຫລາຍ​ເທື່ອ.

ຂ້າພະ​ເຈົ້າ​ໄດ້​ເຫັນ​ມັນ​ຢູ່​ລັດ​ນິວ​ເມັກ​ຊິ​ໂກ ຕອນ​ຂ້າພະ​ເຈົ້າຍັງ​ນ້ອຍ. ​ເປັນ​ເວລາ​ຫລາຍ​ລຸ້ນຄົນ ບັນດາ​ສາດສະດາ​ໄດ້​ບອກ​ເຮົາ​ວ່າ ​ເຮົາ​ຕ້ອງ​ຊ່ອຍ​ຜູ້​ສອນ​ສາດສະໜາ​ຊອກ​ຫາ ​ແລະ ສອນ​ຜູ້​ມີ​​ໃຈ​ທີ່​ຊື່ສັດ ​ແລະ ​ແລ້ວ​ຮັກ​ຄົນ​ທີ່​ເຂົ້າມາ​ໃນ​ອານາຈັກ.

ຂ້າພະ​ເຈົ້າ​ໄດ້​ເຫັນ​ດ້ວຍ​ຕົວ​ເອງສິ່ງ​ທີ່​ຜູ້ນຳ​ຖານະ​ປະ​ໂລຫິດ ​ແລະ ສະມາຊິກ​ທີ່​ຊື່ສັດ​ສາມາດ​ເຮັດ. ​ໃນ​ປີ 1955 ຂ້າພະ​ເຈົ້າ​ໄດ້​​ເຂົ້າ​ເປັນ​ທະຫານ​ອາກາດ​ຂອງ​ສະຫະລັດ. ອະທິການ​ຂອງ​ຂ້າພະ​ເຈົ້າ​ໄດ້​ມອບ​ພອນ​ໃຫ້​ຂ້າພະ​ເຈົ້າ ກ່ອນ​ຂ້າພະ​ເຈົ້າ​​ໄປ​ປະຈຳການ​ຢູ່​ຄ້າຍ​ບ່ອນ​ທຳ​ອິດ, ​ໃນ​ເມືອງອາ​ເບີ​ເຄີ​ກີ, ລັດນິວ​ເມັກ​ຊິ​ໂກ.

​​​ໃນ​ພອນ​ຂອງ​ເພິ່ນ, ​ເພິ່ນ​ໄດ້​ກ່າວ​ວ່າ ການ​ຮັບ​ໃຊ້​ຂອງ​ຂ້າພະ​ເຈົ້າ​​ເປັນ​ທະຫານ​ອາກາດ ຈະ​ເປັນ​ການ​ຮັບ​ໃຊ້​ເຜີຍ​ແຜ່. ຂ້າພະ​ເຈົ້າ​ໄດ້​ໄປ​ໂບດ​ໃນ​ວັນ​ອາທິດ ​ຢູ່​ເມືອງອາ​ເບີ​ເຄີ​ກີ ຫວອດ​ທີ​ໜຶ່ງ. ຊາຍ​ຄົນ​ໜຶ່ງ​ໄດ້​ຍ່າງ​ມາ​ຫາ​ຂ້າພະ​ເຈົ້າ, ​ໄດ້​ແນະນຳ​ຕົວ​ວ່າ ​ເພິ່ນ​ເປັນ​ປະທານ​ທ້ອງ​ຖິ່ນ, ​ແລະ ​ໄດ້​ບອກ​ຂ້າພະ​ເຈົ້າວ່າ ​ເພິ່ນ​ຢາກ​ຂໍ​ໃຫ້​ຂ້າພະ​ເຈົ້າ​ເປັນ​ຜູ້​ສອນ​ສາດສະໜາ​ປະຈຳ​ທ້ອງ​ຖິ່ນ.

ຂ້າພະ​ເຈົ້າ​ໄດ້​ບອກ​ເພິ່ນ​ວ່າ ຂ້າພະ​ເຈົ້າ​ມາ​ຝຶກ​ຢູ່​ທີ່​ນັ້ນ​ ​​ແລະ ບໍ່​ດົນ​ກໍຈະ​ຖືກ​ສົ່ງ​ໄປ​ຫາ​ບ່ອນ​ໃໝ່. ​ເພິ່ນ​ເວົ້າວ່າ, “​ເລື່ອງ​ນັ້ນ ຂ້ອຍ​ບໍ່ຮູ້, ​ແຕ່​ພວກ​ເຮົາ​ຢາກ​ເອີ້ນ​ເຈົ້າ​ໃຫ້​ຮັບ​ໃຊ້.” ​ໃນ​​ໄລຍະ​ຝຶກ​​ເປັນ​ທະຫານ​ອາກາດ​ຢູ່​ນັ້ນ, ​​ເປັນ​ແບບ​ບັງ​ເອີນ, ຈາກ​ທະຫານ​ຈຳນວນ​ຫລາຍ​ຮ້ອຍ​ຄົນ ຂ້າພະ​ເຈົ້າ​ໄດ້ຖືກ​ເລືອກ​​ໃຫ້​ຮັບ​ຕຳ​ແໜ່ງ​​ແທນ​ທະຫານ​ຄົນ​ໜຶ່ງຢູ່​ສູນ​ກາງ​ໃຫຍ່ ຜູ້​ທີ່​ໄດ້​ເສຍ​ຊີວິດ​ໄປ​ແບບ​ກະທັນຫັນ.

ສະນັ້ນ, ຂ້າພະ​ເຈົ້າຈຶ່ງ​ໄດ້​ໃຊ້​ເວລາ​ຢູ່​ທີ່​ນັ້ນສອງ​ປີ, ​ເຮັດ​ວຽກ​ຢູ່​ໃນ​ຫ້ອງການ. ສ່ວນ​ຫລາຍ​ແລ້ວໃນ​ຕອນ​​ແລງ ​ແລະ ​ໃນ​ທ້າຍ​ອາທິດ, ຂ້າພະ​ເຈົ້າ​ໄດ້​ສອນ​ພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ​ໃຫ້​ຜູ້​ຄົນ​ທີ່ສະມາຊິກ​ໄດ້ພາ​ມາ​ຫາ​ພວກ​ເຮົາ.

ຄູ​ສອນຂອງ​ຂ້າພະ​ເຈົ້າ ​ແລະ ຂ້າພະ​ເຈົ້າ​ໄດ້​ໃຊ້​ເວລາ​ປະມານ 40 ຊົ່ວ​ໂມງ​ຕໍ່​ເດືອນ​ໃນ​ການ​ຮັບ​ໃຊ້​ເຜີຍ​ແຜ່ ​ໂດຍ​ບໍ່​ຈຳ​ເປັນ​ຕ້ອງ​ໄປ​ເຄາະ​ປະຕູ ​ເພື່ອ​ຊອກສອນ​ຄົນ. ຜູ້​ຄົນ​ໄດ້​ມາ​ຫາ​ພວກ​ເຮົາ​ບໍ່​ຂາດ ຈົນ​ບາງ​ເທື່ອ​ພວກ​ເຮົາ​ຕ້ອງ​ໄດ້​ສອນ​ສອງ​ຄອບຄົວ​ພ້ອມ​ກັນ​. ຂ້າພະ​ເຈົ້າ​ໄດ້​ເຫັນ​ດ້ວຍ​ຕົນ​ເອງ ​ເຖິງ​ອຳນາດ ​ແລະ ພອນ​​ໃນ​ການ​ເອີ້ນ​​ຂອງ​ສາດສະດາ​ ​ໃຫ້ສະມາຊິກ​ເປັນ​ຜູ້​ສອນ​ສາດສະໜາ.

​ໃນ​ມື້​ວັນ​ອາທິດ​ສຸດ​ທ້າຍ ກ່ອນ​ຂ້າພະ​ເຈົ້າອອກ​ຈາກ​ເມືອງອາ​ເບີ​ເຄີ​ກີ, ສະ​ເຕກ​ແຫ່ງ​ທຳ​ອິດ​ໄດ້​ຖືກ​ຈັດຕັ້ງຂຶ້ນ​ໃນ​ເມືອງ​ນັ້ນ. ຕອນ​ນີ້​ມີ​ພຣະວິຫານ​ທີ່​ສັກສິດ​, ບ້ານ​ຂອງ​ພຣະຜູ້​ເປັນ​ເຈົ້າຕັ້ງຢູ່, ຢູ່​​ໃນ​ເມືອງບ່ອນ​ທີ່​ພວກ​ເຮົາ​ໄດ້​ພົບ​ກັບ​ໄພ່​ພົນ​ຂອງ​ພຣະ​ເຈົ້າຢູ່​ໃນ​ໂບດ ຜູ້​ໄດ້​ພາ​ໝູ່​ເພື່ອນ​ມາ​ໃຫ້​ສອນ ​ແລະ ມາ​ຮູ້ສຶກ​ເຖິງ​ພຣະວິນ​ຍານ. ​ເຂົາ​ເຈົ້າຮູ້ສຶກ​ສະບາຍ​ໃຈ​ຢູ່​ໃນ​ສາດສະໜາ​ຈັກທີ່​ແທ້​ຈິງ​ຂອງພຣະຜູ້​ເປັນ​ເຈົ້າ.

​ເທື່ອ​ໜຶ່ງ​ອີກ ຂ້າພະ​ເຈົ້າ​ໄດ້​ເຫັນ​ຢູ່​ລັດ​ນິວອິງ​ແລນ ຕອນ​ຂ້າພະ​ເຈົ້າ​ໄປ​ເຂົ້າ​ໂຮງຮຽນ. ຂ້າພະ​ເຈົ້າ​ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ທີ່​ປຶກສາ​ຂອງ​ປະທານ​ທ້ອງ​ຖິ່ນ​ທີ່​ດີ​ເດັ່ນ​ຄົນ​ໜຶ່ງ ຜູ້​ຊຶ່ງ​​ແຕ່​ກ່ອນ​ບໍ່​ສົນ​ໃຈ​ສາດສະໜາ​ຈັກ ​ແຕ່​ບັດ​ນີ້​ກາຍ​ເປັນ​ຊາຍ​ທີ່​​ເຂັ້ມ​ແຂງຫລາຍ​​ຄົນ​ໜຶ່ງ.​ ກ່ອນໜ້ານັ້ນ ຄູ​ສອນ​ປະຈຳ​ບ້ານ​ຂອງ​ເພິ່ນຮັກ​​ແພງ​ເພິ່ນ​ຫລາຍ ຈົນ​ວ່າ​ບໍ່​ສົນ​ໃຈ​ກັບການ​ສູບ​ກອກ​ຂອງ​ເພິ່ນ ​ແລະ ​ເບິ່ງ​ວ່າ​ພຣະຜູ້​ເປັນ​ເຈົ້າຈະ​ເຮັດ​ແນວ​ໃດ​ກັບ​ເພິ່ນ. ປະທານ​ທ້ອງ​ຖິ່ນ ​ແລະ ຂ້າພະ​ເຈົ້າ​ໄດ້​ຂີ່​ລົດ​ຂຶ້ນຄ້ອຍ​ ​ແລະ ​ເລາະ​ໄປ​ຕາມ​ແຄມ​ທະ​ເລ ​ເພື່ອ​ໄປຢ້ຽມຢາມ​ສາຂາ​ນ້ອຍ ທີ່ມີ​ເຕັມ​ໄປ​ທົ່ວ​ລັດມາ​ຊາ​ສຸ​ເຊ​ດ ​ແລະ ລັດ​ໂລດ​ໄອ​ແລນ ​ເພື່ອ​ເສີມ​ສ້າງ ​ແລະ ​ເປັນ​ພອນ​ໃຫ້​ແກ່​ອານາຈັກ​ຂອງ​ພຣະ​ເຈົ້າ.

​​​​ໃນ​ຊ່ວງ​​ໄລຍະປີ​ທີ່ຂ້າພະ​ເຈົ້າ​ໄດ້​ຮັບ​ໃຊ້​ຮ່ວມ​ກັບ​ຊາຍ​ທີ່​ດີ​ເດັ່ນ​ຄົນ​ນີ້, ພວກ​ເຮົາ​ໄດ້​​ເຫັນ​ສະມາຊິກ​ພາ​ໝູ່​ເພື່ອນ​ມາ​ໂບດ ​ໂດຍ​ຕົວຢ່າງ ​ແລະ ຄຳ​ເຊື້ອ​ເຊີນ​ໃຫ້​ມາ​ຟັງ​ຜູ້​ສອນ​ສາດສະໜາ. ຕາມ​ທີ່​ຂ້າພະ​ເຈົ້າ​ໄດ້ສັງ​ເກດ​​ເຫັນ, ການ​​ເຕີບ​ໂຕ​ຂອງ​ສາຂາ​ເຫລົ່ານັ້ນ​ເບິ່ງ​ຄື​ຊ້າໆ ​ແລະ ບໍ່​ໝັ້ນຄົງ. ​ແຕ່​ໃນ​ວັນ​ອາທິດມື້​ທີ່​ຂ້າພະ​ເຈົ້າຈາກ​ໄປ, ຊຶ່ງ​ເປັນ​ເວລາ​ຫ້າ​ປີ​ທີ່​ໄດ້​ຢູ່​ນຳ​ເຂົາ​ເຈົ້າ, ອັກຄະ​ສາວົກ​ສອງ​ຄົນ​ໄດ້​ມາ​ປ່ຽນ​ທ້ອງ​ຖິ່ນຂອງ​ພວກ​ເຮົາ​​ເປັນ​ສະ​ເຕກ​, ​ໃນ​ຕຶກ ລອງ​ເຟ​ໂລ ພາກ ​ໃນ​ເມືອງ​ແຄ​ມບຣີຈ໌.

ຫລາຍ​ປີ​ຈາກ​ນັ້ນຂ້າພະ​ເຈົ້າ​ໄດ້​ກັບ​ຄືນ​ໄປ​ຮ່ວມກອງ​ປະຊຸມ​ສະ​ເຕກຢູ່​ທີ່​ນັ້ນ. ປະທານ​ສະ​ເຕກ​ໄດ້​ພາ​ຂ້າພະ​ເຈົ້າ​ໄປ​ເບິ່ງຄ້ອຍ​ທີ່​ເຕັມ​ໄປ​ດ້ວຍ​ກ້ອນ​ຫີນ ຢູ່​ໃນ​ເມືອງ ​ແບ​ວມ້ອນ. ​ເພິ່ນ​ເວົ້າວ່າ ບ່ອນ​ນັ້ນ​ເໝາະ​ສົມສຳລັບ​ພຣະວິຫານ​ຂອງ​ພຣະ​ເຈົ້າ. ຊຶ່ງ​ຕອນ​ນີ້​ພຣະວິຫານ​ຫລັງ​ໜຶ່ງ​ໄດ້ຕັ້ງຢູ່​ທີ່​ນັ້ນ. ​ເມື່ອ​ຂ້າພະ​ເຈົ້າຫລຽວ​​ເບິ່ງ​ບ່ອນ​ນັ້ນ, ຂ້າພະ​ເຈົ້າຈື່​ຈຳສະມາຊິກ​ຜູ້​ຖ່ອມ​ຕົນ​ໃນ​ສາຂາ​ນ້ອຍໆ​ທີ່​ຂ້າພະ​ເຈົ້າ​ເຄີຍ​ນັ່ງ​ຢູ່​ນຳ, ​ເພື່ອນ​ບ້ານ​ທີ່​ເຂົາ​ເຈົ້າ​​ໄດ້ເຊື້ອ​ເຊີນ​ມາ, ​ແລະ ຜູ້​ສອນ​ສາດສະໜາ​ທີ່​​ໄດ້ສອນ​ເຂົາ​ເຈົ້າ.

ຢູ່​ໃນ​ກອງ​ປະຊຸມ​ນີ້​ກໍ​ມີ​ມັກຄະ​ນາຍົກ​ໃໝ່​ຄົນ​ໜຶ່ງມາ​ຮ່ວມ​ນຳ. ຂ້າພະ​ເຈົ້າ​ໄດ້​ຢູ່​ນຳ​ປະ​ໂລຫິດ​ຄົນ​​ທີ່​ຂ້າພະ​ເຈົ້າ​​ໄດ້​ກ່າວ​ເຖິງ​ຕອນ​ທຳ​ອິດ ທີ່​ມີ​ແຕ່​ລາວ​ໄປ​ໂບດ​ໃນວັນ​ອາທິດອິດສະ​ເຕີ​ມື້ນັ້ນ. ມັກຄະ​ນາຍົກ​ໃໝ່​ຄົນ​ນີ້ ດີ​ໃຈ​ຫລາຍ​ທີ່​ພໍ່​ຂອງ​ລາວ​ບອກ​ວ່າ ລາວ​ສາມາດ​ໄປ​ຮ່ວມ​ກອງ​ປະຊຸມ​ຖານະ​ປະ​ໂລຫິດ​ນຳ​ພໍ່​ຄືນ​ນີ້. ພໍ່​ຂອງ​ລາວ​ເປັນ​ຜູ້​ສອນ​ສາດສະໜາ​ທີ່​ເກັ່ງ​ກ້າ​ຢູ່​ໃນ​ເຂດ​ເຜີຍ​ແຜ່​ທີ່​ພໍ່​ຕູ້​ຂອງ​ລາວ​ໄດ້​ເປັນ​ປະທານ​. ຂ້າພະ​ເຈົ້າ​ໄດ້​ເຫັນ​ຢູ່​ໃນປຶ້ມ ຄູ່​ມື​ຂອງ​ຜູ້​ສອນ​ສາດສະໜາ ສະ​ບັບປີ 1937 ​ເຖິງ​ຄວາມ​ດີ​ເດັ່ນ​ຂອງ​ພໍ່​ຕູ້​ທວດ​ຂອງ​ລາວ. ຄອບຄົວ​ຂອງ​ລາວ​ມີ​ມໍລະດົກອັນ​ດີງາມເລື່ອງການ​ນຳ​ຜູ້​ຄົນ​ມາຫາສາດສະໜາ​ຈັກ.

ຂ້າພະ​ເຈົ້າ​ໄດ້​ເວົ້າລົມ​ນຳ​ອະທິການ​ຂອງ​ມັກຄະ​ນາຍົກ​ຄົນ​ນັ້ນ ​ເພື່ອ​ຈະ​ໄດ້​ຮູ້ຈັກ​ວ່າ​ເພິ່ນ​ຄາດ​ຫວັງ​ແນວ​ໃດ ​​ໃນຖານະ​ປະ​ໂລຫິດ​ ​ໃນ​ການ​ເຕົ້າ​ໂຮມ​ຈິດ​ວິນ​ຍານ​ສຳລັບ​ພຣະຜູ້​ເປັນ​ເຈົ້າ. ອະທິການ​ກໍ​ມີ​ຄວາມ​ກະຕືລືລົ້ນ ​ເມື່ອ​ເພິ່ນບອກ​ກ່ຽວ​ກັບ​ຜູ້ນຳ​ເຜີຍ​ແຜ່​ປະຈຳ​ຫວອດ​ທີ່ໄດ້​ຕິດຕາມ​ເບິ່ງ​ຜູ້​ສົນ​ໃຈ. ​ເພິ່ນ​ໄດ້​ຮັບ​ຂໍ້​ມູນ​ນັ້ນ​ເປັນ​ປະ​ຈຳ ​ໂດຍ​ການ​ຕິດ​ຕໍ່​ກັບ​ຜູ້​ສອນ​ສາດສະໜາ.

ອະທິການ ​ແລະ ສະພາ​ຫວອດ​ຂອງ​ເພິ່ນ​ໄດ້​ສົນທະນາ​ກັນ​ກ່ຽວ​ກັບ​ຄວາມ​ກ້າວໜ້າ​ຂອງ​ຜູ້​ສົນ​ໃຈ. ​ເຂົາ​ເຈົ້າ​ໄດ້​ຕັດສິນ​ໃຈ​ກ່ຽວ​ກັບ​ສິ່ງ​ທີ່​ເຂົາ​ເຈົ້າສາມາດ​ເຮັດ​ໄດ້​ສຳລັບ​ແຕ່ລະຄົນ ​ແລະ ​​ຄອບຄົວ​ຂອງ​​ເຂົາ​​ ​ເພື່ອ​ຜູກ​ມິດ​ກັບ​ເຂົາ​ ກ່ອນ​ການ​ບັບຕິ​ສະມາ, ​ເພື່ອ​​ໃຫ້​ເຂົາ​ມີ​ສ່ວນ​ຮ່ວມ​​ໃນ​ກິດຈະກຳ​ຕ່າງໆ, ​ແລະ ​ເພື່ອ​ລ້ຽງ​ດູ​ຄົນ​ທີ່​ໄດ້​ຮັບ​ບັບຕິ​ສະມາ​ແລ້ວ. ​ເພິ່ນ​ໄດ້​ເວົ້າວ່າ ບາງ​ເທື່ອຜູ້​ສອນ​ສາດສະໜາມີ​ນັດ​ຫລາຍ ຈົນ​ວ່າ​ຕ້ອງ​ໄດ້​ແຍກ​ກັນ​ສອນ ​ໂດຍ​ເອົາ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນ​ໄປ​ນຳ​ເພື່ອ​ເປັນ​ຄູ່.

​ແຜນ​ການ​ເຜີຍ​ແຜ່​ຂອງ​ຫວອດ​ແມ່ນ​ຮ່ວມ​ດ້ວຍ​ຈຸດ​ເປົ້າໝາຍ​ຂອງ​ກຸ່ມ​ໂຄຣຳ ທີ່​ຈະ​ເຊື້ອ​ເຊີນ​ຄົນ​ທີ່​ເຂົາ​ເຈົ້າຮູ້ຈັກ ​ໃຫ້​ພົບ​ກັບ​ຜູ້​ສອນ​ສາດສະໜາ. ​ແມ່ນ​ແຕ່​ຝ່າຍ​ປະທານ​ກຸ່ມ​ມັກຄະ​ນາຍົກ ກໍ​ຖືກ​ເຊື້ອ​ເຊີນ​ໃຫ້​ຕັ້ງ​ເປົ້າໝາຍ ​ແລະ ວາງ​ແຜນ​ໃຫ້​ສະມາຊິກ​ໃນ​ກຸ່ມ​ໂຄ​ຣຳຂອງ​ຕົນ ຊ່ອຍ​ນຳ​ຄົນ​ທີ່​ເຂົາ​ເຈົ້າຮູ້ຈັກ​ມາ​ຫາ​ອານາ​ຈັກ​ຂອງ​ພຣະ​ເຈົ້າ.

ບັດ​ນີ້, ມັກຄະ​ນາຍົກ​ຢູ່​ໃນ​ຫວອດ​ທີ່​ເຂັ້ມ​ແຂງ ​ແລະ ປະ​ໂລຫິດ​ທີ່ຢູ່​ໃນ​ກຸ່ມ​ສະມາຊິກ​​ໃໝ່ ​ແລະ ນ້ອຍ ​ເບິ່ງ​ຄື​ວ່າ​ບໍ່ມີ​ຫຍັງ​ທີ່ຄ້າຍຄື​ກັນ​ຫລາຍ. ​ແລະ ທ່ານ​ອາດ​ບໍ່​​ເຄີຍ​ເຫັນສິ່ງ​ທີ່​ຄ້າຍຄື​ກັນ​ຫລາຍ​​ໃນ​ປະສົບ​ການ​ຂອງ​ທ່ານ ​ໃນ​ການ​ສ້າງສາ​ສາດສະໜາ​ຈັກ ກັບ​ປະສົບ​ການ​ທີ່​ເກີດ​ຂຶ້ນຢູ່​ໃນ​ລັດ​ນິວ​​ເມັ​ກຊິ​ໂກ ​ແລະ ​ໃນ​ລັດ​ນິວອິງ​ແລນ.

​ແຕ່​ມີ​ວິທີ​ໜຶ່ງ ຊຶ່ງ​ເຮົາ​ເປັນ​ໜຶ່ງ​ໃນ​ຖານະ​ປະ​ໂລຫິດ​ຂອງ​ເຮົາ. ​ເຮົາ​​ຊຳລະ​ລ້າງ​ຕົນ​ເອງ ​ແລະ ປະຕິບັດ​ໜ້າ​ທີ່​ຂອງ​ເຮົາ ຕາມ​ພຣະບັນຊາ​ທີ່​ໃຫ້​ນຳພຣະກິດ​ຕິ​ຄຸນ​ໄປ​ຫາ​ລູກທຸກ​ຄົນ​ຂອງ​ພຣະ​ບິດາ​ເທິງ​ສະຫວັນຂອງ​ເຮົາ.

​ເຮົາ​ແບ່ງປັນ​ປະສົບ​ການ​ ​ໃນ​ວິທີ​ທີ່​ພຣະຜູ້​ເປັນ​ເຈົ້າສ້າງ​ອານາຈັກ​ຂອງ​ພຣະ​ອົງ​ຢູ່​ໃນ​ໂລກ. ຢູ່​ໃນ​ສາດສະໜາ​ຈັກ​ຂອງ​ພຣະອົງ, ​ດ້ວຍ​ເຄື່ອງມື​ທີ່​ດີ​ເດັ່ນ ​ແລະ ດ້ວຍ​ອົງການ​ຊ່ອຍ​ເຫລືອ ​ເຮົາ​ມີ​ຄວາມ​ຈິງ​ທີ່​ບັນດາ​ສາດສະດາ​ທັງຫລາຍ​ໄດ້​ສອນ ​ເຖິງ​ວິທີ​ທີ່​ຈະ​ບັນລຸ​ວຽກ​ງານ​ເຜີຍ​ແຜ່​ໃນ​ຖານະ​ປະ​ໂລຫິດຂອງ​ເຮົາ.

​ໃນ​ກອງ​ປະຊຸມ​ໃຫຍ່​ສາມັນ ​ເດືອນ​ເມສາ ປີ 1959, ປະທານ​ເດ​ວິດ ​ໂອ ມິກ​ເຄ ​ໄດ້​ສອນ​ຫລັກ​ທຳ​ນີ້, ​ເຊັ່ນ​ດຽວ​ກັບ​ສາດສະດາ​ທ່ານ​ອື່ນໆ​ນັບ​ແຕ່​ວັນ​ເວລາ​ຂອງ​ເພິ່ນ, ຮ່ວມ​ທັງ​ປະທານ​ທອມ​ມັສ ​ແອັສ ມອນ​ສັນ. ປະທານມິກ​ເຄ ​ໄດ້​​​ເລົ່າ​ເລື່ອງ​ໃນ​ທ້າຍ​ຄຳ​ປາ​ໄສ​ຂອງ​ເພິ່ນ​ວ່າ ​ໃນ​ປີ 1923 ​ໃນ​ເຂດ​ເຜີ​ຍ​ແຜ່ຢູ່​ອັງກິດ, ​ສະມາຊິກ​ຂອງ​ສາດສະໜາ​ຈັກ​ໄດ້​ຮັບ​ຄຳ​ແນະນຳ​ໂດຍ​ທົ່ວ​ໄປ. ​ເຂົາ​ເຈົ້າຖືກ​ບອກ​ວ່າ​ ບໍ່​ໃຫ້​ໃຊ້​ຈ່າຍ​ເງິນ​ຄຳ​ໃນ​ການ​ໂຄສະນາ​ເພື່ອ​ຕໍ່ສູ້​ກັບ​ຜູ້​ຄົນ​ທີ່​ຕໍ່ຕ້ານ​ສາດສະໜາ​ຈັກ. ປະທານມິກ​ເຄ ​ໄດ້​ກ່າວ​ວ່າ: “ໃຫ້​ມອບໜ້າ​ທີ່​ຮັບຜິດຊອບ​ໃຫ້​ແກ່​ສະມາຊິກ​ທຸກ​ຄົນ​ຂອງ​ສາດສະໜາ​ຈັກ ວ່າ​​ໃນ​ປີ​ຕໍ່​ໄປ​ຫລັງ​ຈາກ 1923 ສະມາຊິກ​​ທຸກຄົນ​ຈະ​ເປັນ​ຜູ້​ສອນ​ສາດສະໜາ. ສະມາຊິກ​ທຸກຄົນ​ຈະ​ເປັນ​ຜູ້​ສອນ​ສາດສະໜາ! ບໍ່​ວ່າ​ຈະ​ເປັນ​ການ​ພາ​ແມ່​ມາ​ໂບດ, ຫລື ອາດ​ເປັນ​ພໍ່; ບາງທີ​ສາມີ​ ຫລື ພັນ​ລະ​ຍາ. ບາງ​ຄົນ​ຈະ​ໄດ້​ຍິນ​ຂ່າວ​ປະ​ເສີດ​ແຫ່ງ​ຄວາມ​ຈິງ​ຜ່ານ​ທາງ​ຕົວ​ທ່ານ.”

​ແລະ ປະທານມິກ​ເຄ ​ໄດ້​ກ່າວ​ຕື່ມ​ວ່າ: “​ແລະ ນັ້ນຄື​ຂ່າວສານ​ຂອງ​ມື້​ນີ້. ສະມາຊິກ​​ທຸກຄົນ—ໜຶ່ງ​ລ້ານ​ເຄິ່ງ—​ເປັນ​ຜູ້​ສອນ​ສາດສະໜາ!2

​ເມື່ອ​ມັນ​ຖືກ​ປະກາດ​ໃນ​ປີ 2002 ວ່າວຽກ​ງານ​ເຜີຍ​ແຜ່​ເປັນ​ໜ້າ​ທີ່​ຮັບຜິດຊອບ​ຂອງ​ອະທິການ, ຂ້າພະ​ເຈົ້າມີ​ຄວາມ​ປະຫລາດ​ໃຈ​ຫລາຍ. ​ຂ້າພະ​ເຈົ້າ​ເຄີຍ​ເປັນ​ອະທິການ. ເບິ່ງ​ຄື​ວ່າ ພວກ​ເພິ່ນ​ກໍ​ມີໜ້າ​ທີ່​ຢ່າງ​ອື່ນ​ຫລາຍ​ແລ້ວ​ທີ່​ຈະ​ປະຕິບັດ​ສຳລັບສາດສະໜາ​ຈັກ ​ໃນ​ການ​ປະຕິບັດ​ຕໍ່​ສະມາຊິກ ​ແລະ ​ໃນ​ການຄວບ​ຄຸມ​ການຈັດຕັ້ງຢູ່​ໃນ​ຫວອດ.

ອະທິການ​ຄົນ​ໜຶ່ງ​ທີ່​ຂ້າພະ​ເຈົ້າຮູ້ຈັກ ​ໄດ້​ເຫັນ​ມັນ​ວ່າ ບໍ່​ໄດ້​ເປັນ​ສິ່ງ​​ເພີ່ມ​ເຕີມ​ພາລະ ​ແຕ່​ເປັນ​ໂອກາດ​ທີ່​ຈະ​ໃຫ້​ຫວອດ​ມີ​ຄວາມ​ເປັນ​ໜຶ່ງ​ໃນ​ອຸດົມ​ການ​ອັນ​ຍິ່ງ​ໃຫຍ່ ຊຶ່ງ​ສະມາຊິກ​ທຸກ​ຄົນ​ກາຍ​ເປັນ​ຜູ້​ສອນ​ສາດສະໜາ. ​ເພິ່ນ​ໄດ້​ເອີ້ນ​ໃຫ້​ມີ​ຜູ້ນຳ​ເຜີຍ​ແຜ່​ປະຈຳ​ຫວອດ. ​ເພິ່ນ​ໄດ້​ພົບ​ກັບ​ຜູ້​ສອນ​ສາດສະໜາ​ທຸກ​ວັນ​ເສົາ ​ເພື່ອ​ຮຽນ​ຮູ້​ກ່ຽວ​ກັບ​ວຽກ​ງານ​ຂອງ​ເຂົາ​ເຈົ້າ ​ແລະ ​ຊຸກຍູ້​ເຂົາ​ເຈົ້າ ​ແລະ ຈະ​ຮຽນ​ຮູ້​ເຖິງ​ຄວາມ​ກ້າວໜ້າ​ຂອງ​ຜູ້​ສົນ​ໃຈ​ຂອງ​ເຂົາ​ເຈົ້າ. ສະ​ພາ​ຫວອດ​ໄດ້​ພົບ​ວິທີ​ທີ່​ຈະ​ໃຫ້​ອົງການ​ຕ່າງໆ ​ແລະ ກຸ່ມ​ໂຄຣຳ​ໃຊ້ປະສົບ​ການ​ຮັບ​ໃຊ້​ໃນ​ການ​ຕຽມ​ວຽກ​ງານ​ເຜີຍ​ແຜ່. ​ແລະ ​ໃນ​ການ​ເປັນ​ຜູ້​ຕັດສິນ​ໃນ​ອິດສະ​ຣາ​ເອນ, ເພິ່ນ​​ໄດ້ຊ່ອຍຊາວ​ໜຸ່ມ​ໃຫ້​ຮູ້ສຶກ​ເຖິງ​ພອນ​ຂອງ​ການ​ຊົດ​ໃຊ້ ​ເພື່ອ​ຮັກສາ​ຕົນ​ໃຫ້​ບໍລິສຸດ.

ບໍ່​ດົນ​ມາ​ນີ້ ຂ້າພະ​ເຈົ້າ​ໄດ້​ຂໍ​ໃຫ້​ເພິ່ນອະທິ​ບາຍ​ກ່ຽວ​ກັບ​ຈຳນວນ​ຂອງ​ສະມາຊິກ​ໃໝ່​ຢູ່​ໃນ​ຫວອດ​ຂອງ​ເພິ່ນ ​ແລະ ຈຳນວນ​ຊາຍ​ໜຸ່ມ​ທີ່​ຕຽມ​ພ້ອມ​ແລ້ວ ​ແລະ ຕື່ນ​ເຕັ້ນທີ່​ຈະ​ນຳພຣະກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດອອກ​ໄປ​ສູ່​ໂລກ. ​ເພິ່ນ​ເວົ້າວ່າ ​ເບິ່ງ​ຄື​ວ່າມັນ​ບໍ່​ເປັນ​ພາລະ​ຂອງ​ຄົນ​ໃດ​, ​ແຕ່ມັນ​ເປັນ​ສິ່ງ​ທີ່​ເຮັດ​ໃຫ້​ເຂົາ​ເຈົ້າກາຍ​ເປັນ​ໜຶ່ງ​ໃນ​ຄວາມ​ກະຕືລືລົ້ນທີ່​ຈະ​ນຳ​ຜູ້​ຄົນ​​ເຂົ້າມາສູ່​ຊຸມ​ຊົນ​ຂອງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ ຊຶ່ງນຳ​ຄວາມສຸກ​ມາ​ໃຫ້​ເຂົາ​ເຈົ້າຫລາຍ​ທີ່​ສຸດ.

ສຳລັບ​ບາງ​ຄົນ​ແມ່ນ​​ເພື່ອ​ແນວ​ນັ້ນ. ​​ເຊັ່ນ​ດຽວ​ກັບ​ພວກ​ລູກ​ຊາຍ​ຂອງ​​ໂມ​ໄຊ​ຢາ, ​ເຂົາ​ເຈົ້າ​ໄດ້​ໜີ​ຈາກ​ບາບ ​ແລະ ​ໄດ້​ຮັບ​ການ​ປິ່ນປົວ​ໂດຍ​ການ​ຊົດ​ໃຊ້​ຢູ່​ໃນ​ສາດສະໜາ​ຈັກ​ຂອງ​ພຣະ​ເຈົ້າ.​ ດ້ວຍ​ຄວາມ​ຮັກ ​ແລະ ຄວາມ​ກະຕັນຍູ​ສຳລັບ​ຂອງ​ປະທານ​ຂອງ​ພຣະຜູ້​ຊ່ອຍ​ໃຫ້​ລອດ, ​ເຂົາ​ເຈົ້າຢາກ​ຊ່ອຍ​ເຫລືອ​ທຸກ​ຄົນ​ທີ່​ເຂົາ​ເຈົ້າສາມາດ​ຊ່ອຍ​​ໄດ້ ​ໃຫ້​ໜີ​ຈາກ​ຄວາ​ມ​ໂສກ​ເສົ້າ​ເນື່ອງ​ດ້ວຍ​ບາບ, ຮູ້ສຶກ​​ເຖິງ​ຄວາມສຸກ​ແຫ່ງ​ການ​ໃຫ້​ອະ​ໄພ, ​ແລະ ຮ່ວມ​ກັບ​ເຂົາ​ເຈົ້າຢູ່​ໃນ​ບ່ອນ​ປອດ​ໄພ​ໃນ​ອານາ​ຈັກ​ຂອງ​ພຣະ​ເຈົ້າ.

ມັນ​ເປັນຄວາມ​ຮັກ​ຂອງ​ພຣະ​ເຈົ້າ ​ແລະ ຄວາມ​ຮັກຕໍ່ໝູ່​ເພື່ອນ ​ແລະ ​ເພື່ອນ​ບ້ານ​ຂອງ​ເຂົາ​ເຈົ້າ ທີ່​ເຮັດ​ໃຫ້​ເຂົາ​ເຈົ້າ​ເປັນ​ໜຶ່ງ​​ໃນ​ການ​ຮັບ​ໃຊ້​ຜູ້​ຄົນ. ​ເຂົາ​ເຈົ້າ​ໄດ້​ຕັດສິນ​ໃຈ​ເອົາ​ພຣະກິດ​ຕິ​ຄຸນ​ໄປ​ຫາ​ທຸກ​ຄົນ​ຢູ່​ໃນ​ບ່ອນ​ທີ່​ເຂົາ​ເຈົ້າອາ​ໄສ​ຢູ່. ​ແລະ ​ເຂົາ​ເຈົ້າຕຽມ​ລູກໆ​ໃຫ້​ມີຄ່າ​ຄວນຕໍ່​ການ​ເອີ້ນ​ຂອງ​ພຣະຜູ້​ເປັນ​ເຈົ້າ​ທີ່ໃຫ້​ໄປ​ສອນ, ​ເພື່ອ​ເປັນ​ພະຍານ, ​ແລະ ​ເພື່ອ​ຮັບ​ໃຊ້​ຢູ່​ໃນ​ເຂດ​ອື່ນ​ໃນ​ສວນ​ອະ​ງຸ່ນຂອງ​ພຣະອົງ.

ບໍ່​ວ່າ​ຈະ​ເປັນ​ຢູ່​ໃນ​ຫວອດ​ໃຫຍ່​ທີ່​ມັກຄະ​ນາຍົກ​ຄົນ​ໃໝ່​ເຮັດ​ໜ້າ​ທີ່​ຂອງ​ລາວ ​ເພື່ອ​ແບ່ງປັນ​ພຣະກິດ​ຕິ​ຄຸນ ​ແລະ ​ເພື່ອ​ສ້າງສາ​ອານາຈັກ ຫລື ​ໃນ​ກຸ່ມ​ນ້ອຍໆ​ຢູ່​ແດນ​ໄກ ບ່ອນ​ທີ່​ປະ​ໂລຫິດ​ຄົນ​ໃໝ່ຮັບ​ໃຊ້, ​ແຕ່​ເຂົາ​ເຈົ້າຈະ​ເປັນ​ໜຶ່ງ​ໃນ​ຈຸດປະສົງ. ມັກຄະ​ນາຍົກ​ຈະ​ຖືກ​ດົນ​ໃຈ​ດ້ວຍ​ຄວາມ​ຮັກ​ຕໍ່​ພຣະ​ເຈົ້າ ທີ່​ຈະ​ເອື້ອມ​ອອກ​ໄປ​ຫາ​​ເພື່ອນ​ທີ່​ຍັງບໍ່​ໄດ້​ເປັນ​ສະມາຊິກ. ​ລາວຈະ​ພາ​ເພື່ອນ​ມາ​ຮ່ວມ​ກິດຈະກຳ​ບາງ​ຢ່າງ​ຂອງ​ສາດສະໜາ​ຈັກນຳ ​ແລະ ​ເຊື້ອ​ເຊີນ​ເຂົາ ​ແລະ ຄອບຄົວ​ຂອງ​ເຂົາ​ໃຫ້​ຮຽນ​ຈາກ​ຜູ້​ສອນ​ສາດສະໜາ. ຕໍ່​ຄົນ​ທີ່​ໄດ້​ຮັບ​ບັບຕິ​ສະມາ, ລາວຈະ​ເປັນ​ເພື່ອນ​ທີ່​ເຂົາ​ເຈົ້າຕ້ອງການ.

ປະ​ໂລຫິດ​ຈະ​ເຊື້ອ​ເຊີນ​ຄົນ​ອື່ນໆ​ໃຫ້​ມາ​ຮ່ວມກັບໄພ່​ພົນ​ຂອງ​ພຣະ​ເຈົ້າ​ໃນ​ກຸ່ມນ້ອຍໆ​ຂອງ​ລາວ ບ່ອນ​ທີ່​ລາວ​ຮູ້ສຶກ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ​ແລະ ພອນ​​ແຫ່ງ​ຄວາມ​ສະຫງົບ​ຂອງ​ການ​ຊົດ​ໃຊ້.

ຖ້າ​ຫາກ​ລາວ​ຊື່ສັດ​ຕໍ່​ໄປ​ໃນ​ໜ້າ​ທີ່​ຖານະ​ປະ​ໂລຫິດ​ຂອງ​ລາວ, ​ແລ້ວ​ລາວ​ຈະ​ເຫັນ​ກຸ່ມ​ນ້ອຍໆ​ຂອງ​ລາວ ກາຍ​ເປັນ​ສາຂາ, ​ແລ້ວ​ສະ​ເຕກຂອງ​ສີ​ໂອນ​ຈະ​ມາຕັ້ງຢູ່​ໃນເມືອງ​ຂອງ​ລາວ. ຈະ​ມີ​ຫວອດ​ທີ່​ມີ​ອະທິ​ການ​ທີ່​ດີ​ຄອຍ​ດູ​ແລ. ອາດ​ເປັນ​ລູກ​ຊາຍ​ຄົນ​ໜຶ່ງ​ຂອງ​ລາວ ຫລື ຫລານ​ຊາຍ​ຜູ້​ໃນ​ມື້ໜຶ່ງຈະ​ພາ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ເຈົ້າຂຶ້ນ​ໄປ​ເທິງ​ຄ້ອຍ​ ​ແລະ ​ເວົ້າວ່າ, “ບ່ອນ​ນີ້​ຄົງ​ເປັນ​ບ່ອນ​ທີ່​ເໝາະ​ສົມ​ສຳລັບ​ພຣະວິຫານ​ນໍ.”

ຂ້າພະ​ເຈົ້າອະທິຖານ​ວ່າ ບໍ່​ວ່າ​ເຮົາ​ຈະ​ອາ​ໄສ​ຢູ່​ບ່ອນ​ໃດ ​ແລະ ​ເຮົາ​ມີໜ້າ​ທີ່​ໃດ​ກໍ​ຕາມ​ ​ໃນ​ຖານ​ະປະ​ໂລຫິດ​ຂອງ​ພຣະ​ເຈົ້າ, ​ເຮົາ​ຈະ​ເປັນ​ໜຶ່ງ​ໃນ​ອຸດົມ​ການ ​ເພື່ອ​ນຳພຣະກິດ​ຕິ​ຄຸນ​ໄປ​ສູ່​ໂລກ ​ແລະວ່າ​ເຮົາ​ຈະ​ຊຸກຍູ້​ຜູ້​ຄົນ​ທີ່​ເຮົາ​ຮັກ​ໃຫ້​ສະອາດ​ຈາກ​ບາບ ​ແລະ ມີ​ຄວາມສຸກກັບ​ເຮົາ​ໃນ​ອານາຈັກ​ຂອງ​ພຣະ​ເຈົ້າ. ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

Mostrar referencias

  1.  

    1. ​ເບິ່ງ Doctrine and Covenants 38:40–42.

  2.  

    2. David O. McKay, in Conference Report, Apr. 1959, 122.