ພຣະ​ຄຳ​ພີ
1 ນີໄຟ 10


ບົດ​ທີ 10

ລີໄຮ​ທຳ​ນາຍ​ວ່າ​ຊາວ​ຢິວ​ຈະ​ຖືກ​ພາ​ໄປ​ເປັນ​ຊະ​ເລີຍ​ຂອງ​ຊາວ​ບາ​ບີ​ໂລນ—ເພິ່ນ​ບອກ​ເຖິງ​ການ​ສະ​ເດັດ​ມາ​ຂອງ​ພຣະ​ເມ​ຊີ​ອາ​ຂອງ​ຊາວ​ຢິວ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ຜູ້​ໄຖ່—ລີໄຮ​ບອກ​ເຖິງ​ການ​ມາ​ຂອງ​ຄົນ​ຜູ້​ໜຶ່ງ​ທີ່​ຈະ​ໃຫ້​ບັບຕິ​ສະມາ​ແກ່​ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ—ລີໄຮ​ບອກ​ເຖິງ​ການ​ສິ້ນ​ພຣະ​ຊົນ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ເມ​ຊີ​ອາ—ເພິ່ນ​ປຽບ​ທຽບ​ການ​ກະ​ຈັດ​ກະ​ຈາຍ ແລະ ການ​ເຕົ້າ​ໂຮມ​ຂອງ​ຊາວ​ອິດສະ​ຣາເອນ​ກັບ​ຕົ້ນ​ໝາກ​ກອກ​ເທດ—ນີໄຟ​ເວົ້າ​ເຖິງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ຄວາມ​ຕ້ອງ​ການ​ສຳ​ລັບ​ຄວາມ​ຊອບ​ທຳ. ປະ​ມານ 600–592 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ນີໄຟ​ຈະ​ໃຫ້​ເລື່ອງ​ລາວ​ໄວ້​ໃນ ແຜ່ນ​ຈາລຶກ​ເຫລົ່າ​ນີ້​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແລະ ການ​ປົກ​ຄອງ​ຂອງ​ຂ້າ​ພະ​ເຈົ້າ; ດັ່ງ​ນັ້ນ, ເພື່ອ​ຈະ​ໃຫ້​ເປັນ​ໄປ​ຕາມ​ເລື່ອງ​ລາວ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຈຶ່ງ​ຈະ​ເວົ້າ​ເຖິງ​ເລື່ອງ​ບິດາ, ແລະ ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ​ນຳ​ອີກ.

2 ເພາະ​ຈົ່ງ​ເບິ່ງ, ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເລົ່າ​ເລື່ອງ​ກ່ຽວ​ກັບ ຄວາມ​ຝັນ ຂອງ​ເພິ່ນ​ຈົບ​ລົງ​ແລ້ວ, ແລະ ໄດ້​ຊັກ​ຊວນ​ພວກ​ເຂົາ​ທັງ​ໝົດ​ໃຫ້​ມີ​ຄວາມ​ພາກ​ພຽນ, ແລະ ເພິ່ນ​ກໍ​ໄດ້​ເວົ້າ​ກ່ຽວ​ກັບ​ຊາວ​ຢິວ​ນຳ​ອີກ—

3 ວ່າ​ຫລັງ​ຈາກ​ພວກ​ເຂົາ​ຖືກ​ທຳ​ລາຍ​ພ້ອມ​ທັງ​ມະຫາ​ນະຄອນ ເຢຣູ​ຊາເລັມ​ແລ້ວ, ຄົນ​ຈຳນວນ​ຫລວງ​ຫລາຍ​ຈະ​ຖືກ ຈັບ​ໄປ​ເປັນ​ຊະ​ເລີຍ​ໃນ ບາ​ບີ​ໂລນ​ຕາມ​ເວລາ​ອັນ​ເໝາະ​ສົມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ພວກ​ເຂົາ​ຈະ​ໄດ້ ກັບ​ຕ່າວ​ຄືນ​ອີກ, ແທ້​ຈິງ​ແລ້ວ, ແມ່ນ​ພວກ​ເຂົາ​ຈະ​ຖືກ​ນຳ​ກັບ​ມາ​ຈາກ​ການ​ເປັນ​ຊະ​ເລີຍ; ແລະ ຫລັງ​ຈາກ​ໄດ້​ຖືກ​ນຳ​ກັບ​ມາ​ຈາກ​ການ​ເປັນ​ຊະ​ເລີຍ​ແລ້ວ ພວກ​ເຂົາ​ຈຶ່ງ​ຈະ​ໄດ້​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ ຊຶ່ງ​ເປັນ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຂົາ.

4 ແທ້​ຈິງ​ແລ້ວ, ແມ່ນ​ເປັນ ຫົກ​ຮ້ອຍ​ປີ​ນັບ​ຕັ້ງ​ແຕ່​ເວລາ​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ອອກ​ຈາກ​ເຢຣູ​ຊາເລັມ​ມາ, ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ລ້ຽງ​ຄົນ​ຜູ້​ໜຶ່ງ​ໃຫ້​ເປັນ ສາດ​ສະ​ດາ​ໃນ​ບັນ​ດາ​ຊາວ​ຢິວ—ຄື ພຣະ​ເມ​ຊີ​ອາ ຫລື ອີກ​ຄຳ​ໜຶ່ງ​ເອີ້ນ​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ໂລກ.

5 ແລະ ເພິ່ນ​ໄດ້​ໃຫ້​ຖ້ອຍ​ຄຳ​ກ່ຽວ​ກັບ​ສາດ​ສະ​ດາ​ທັງ​ຫລາຍ​ນຳ​ອີກ​ວ່າ ມີ​ຄົນ​ຈຳນວນ​ຫລວງ​ຫລາຍ​ທີ່​ໄດ້ ສະແດງ​ໃຫ້​ເຫັນ​ຫລາຍ​ເລື່ອງ​ກ່ຽວ​ກັບ​ພຣະ​ເມ​ຊີ​ອາ​ອົງ​ນີ້, ຫລື ພຣະ​ຜູ້​ໄຖ່​ຂອງ​ໂລກ​ອົງ​ນີ້.

6 ດັ່ງ​ນັ້ນ, ມະນຸດ​ຊາດ​ທັງ​ປວງ ຊຶ່ງ​ຢູ່​ໃນ​ສະພາບ​ຫາຍ​ຍະ​ນະ​ຢູ່​ໃນ​ສະພາບ ຕົກ​ຕ່ຳ ແລະ ຈະ​ບໍ່​ພົ້ນ​ເລີຍ ນອກ​ຈາກ​ພວກ​ເຂົາ​ຈະ​ວາງ​ໃຈ​ໃນ​ພຣະ​ຜູ້​ໄຖ່​ອົງ​ນີ້.

7 ແລະ ເພິ່ນ​ໄດ້​ເວົ້າ​ກ່ຽວ​ກັບ ສາດ​ສະ​ດາ​ຜູ້​ໜຶ່ງ​ອີກ ຜູ້​ທີ່​ຈະ​ມາ​ກ່ອນ​ພຣະ​ເມ​ຊີ​ອາ, ເພື່ອ​ຕຽມ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ—

8 ແທ້​ຈິງ​ແລ້ວ, ແມ່ນ​ເພິ່ນ​ຈະ​ອອກ​ໄປ ແລະ ຮ້ອງ​ປະ​ກາດ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ວ່າ: ຈົ່ງ ຕຽມ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເຖີດ ແລະ ເຮັດ​ໃຫ້​ທາງ​ຂອງ​ພຣະ​ອົງ​ຊື່​ຕົງ; ເພາະ​ຈະ​ມີ​ຜູ້​ໜຶ່ງ​ທີ່​ທ່ານ​ບໍ່​ຮູ້​ຈັກ ຈະ​ມາ​ຢືນ​ຢູ່​ໃນ​ບັນ​ດາ​ພວກ​ທ່ານ ແລະ ເພິ່ນ​ຜູ້​ນີ້​ຍິ່ງ​ໃຫຍ່​ກວ່າ​ຂ້າ​ພະ​ເຈົ້າ, ຜູ້​ທີ່​ເຖິງ​ແມ່ນ​ແຕ່​ສາຍ​ເກີບ​ຂອງ​ເພິ່ນ ຂ້າ​ພະ​ເຈົ້າ​ກໍ​ບໍ່​ສົມ​ຄວນ​ຈະ​ແກ້​ໃຫ້. ແລະ ບິດາ​ຂອງ​ຂ້າ​ພະ​ເຈົ້າ​ເວົ້າ​ຢ່າງ​ຍືດ​ຍາວ​ກ່ຽວ​ກັບ​ເລື່ອງ​ນີ້.

9 ແລະ ບິດາ​ຂອງ​ຂ້າ​ພະ​ເຈົ້າ​ກ່າວ​ອີກ​ວ່າ ເພິ່ນ​ຈະ​ໃຫ້​ບັບຕິ​ສະມາ​ໃນ ເບັດ​ທາ​ບາ​ຣາ ເລີຍ​ຈາກ​ແມ່​ນ້ຳ​ຈໍແດນ​ໄປ; ແລະ ເພິ່ນ​ຍັງ​ກ່າວ​ອີກ​ວ່າ ເພິ່ນ​ຈະ​ໃຫ້ ບັບຕິ​ສະມາ​ດ້ວຍ​ນ້ຳ; ແລະ ເພິ່ນ​ຈະ​ໃຫ້​ບັບຕິ​ສະມາ​ພຣະ​ເມ​ຊີ​ອາ​ດ້ວຍ​ນ້ຳ​ຄື​ກັນ.

10 ແລະ ຫລັງ​ຈາກ​ເພິ່ນ​ໃຫ້​ບັບຕິ​ສະມາ​ແກ່​ພຣະ​ເມ​ຊີ​ອາ​ດ້ວຍ​ນ້ຳ​ແລ້ວ, ເພິ່ນ​ຈະ​ເຫັນ ແລະ ເປັນ​ພະຍານ​ວ່າ, ເພິ່ນ​ໄດ້​ໃຫ້​ບັບຕິ​ສະມາ​ແກ່ ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ, ຜູ້​ທີ່​ຈະ​ຍົກ​ເອົາ​ບາບ​ຂອງ​ໂລກ​ໄປ.

11 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ເວົ້າ​ຂໍ້​ຄວາມ​ຈົບ​ແລ້ວ, ເພິ່ນ​ໄດ້​ເວົ້າ​ກັບ​ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ ຊຶ່ງ​ຈະ​ໃຊ້​ສັ່ງ​ສອນ​ໃນ​ບັນ​ດາ​ຊາວ​ຢິວ, ແລະ ກ່ຽວ​ກັບ ການ​ເສື່ອມ​ໂຊມ​ດ້ວຍ ຄວາມ​ບໍ່​ເຊື່ອ​ຖື​ຂອງ​ຊາວ​ຢິວ​ນຳ​ອີກ. ແລະ ຫລັງ​ຈາກ​ພວກ​ເຂົາ ປະ​ຫານ​ພຣະ​ເມ​ຊີ​ອາ​ຜູ້​ທີ່​ຈະ​ສະ​ເດັດ​ມາ, ຫລັງ​ຈາກ​ທີ່​ພຣະ​ອົງ​ຖືກ​ປະ​ຫານ​ຊີ​ວິດ​ແລ້ວ, ພຣະ​ອົງ​ຈະ ລຸກ​ຂຶ້ນ​ຈາກ​ຄວາມ​ຕາຍ ແລະ ຈະ​ສະແດງ​ພຣະ​ອົງ​ເອງ​ໃຫ້​ປະຈັກ​ແກ່​ຄົນ​ຕ່າງ​ຊາດ ໂດຍ ພຣະ​ວິນ​ຍານ​ບໍ​ລິ​ສຸດ.

12 ແທ້​ຈິງ​ແລ້ວ, ບິດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເວົ້າຢ່າງ​ຍືດ​ຍາວ​ກ່ຽວ​ກັບ​ຄົນ​ຕ່າງ​ຊາດ, ແລະ ກ່ຽວ​ກັບ​ເຊື້ອ​ສາຍ​ອິດສະ​ຣາເອນ​ອີກ​ວ່າ​ພວກ​ເຂົາ​ປຽບ​ເໝືອນ ຕົ້ນ​ໝາກ​ກອກ​ເທດ​ທີ່​ກິ່ງ​ງ່າ​ຈະ​ຫັກ ແລະ ກະ​ຈັດ​ກະ​ຈາຍ​ໄປ​ທົ່ວ​ຜືນ​ແຜ່ນດິນ​ໂລກ.

13 ດັ່ງນັ້ນ, ເພິ່ນ​ກ່າວ​ວ່າ​ມັນ​ຈຳ​ເປັນ​ຈະ​ຕ້ອງ​ເປັນ​ໄປ​ວ່າ ພວກ​ເຮົາ​ຈະ​ຖືກ​ນຳ​ໄປ​ຫາ ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ​ພ້ອມ​ກັນ, ເພື່ອ​ຈະ​ເຮັດ​ໃຫ້​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສຳ​ເລັດ, ຄື​ພວກ​ເຮົາ​ຈະ​ກະ​ຈັດ​ກະ​ຈາຍ​ໄປ​ທົ່ວ​ຜືນ​ແຜ່ນ​ດິນ​ໂລກ.

14 ແລະ ຫລັງ​ຈາກ​ທີ່​ເຊື້ອ​ສາຍ​ອິດສະ​ຣາເອນ​ກະ​ຈັດ​ກະ​ຈາຍ​ໄປ, ພວກ​ເຂົາ​ຈະ​ມາ ເຕົ້າ​ໂຮມ​ກັນ​ອີກ; ຫລື, ໂດຍ​ສະ​ຫລຸບ, ຫລັງ​ຈາກ​ທີ່ ຄົນ​ຕ່າງ​ຊາດ​ໄດ້​ຮັບ​ຄວາມ​ສົມ​ບູນ​ຂອງ​ພຣະ​ກິດ​ຕິ​ຄຸນ​ແລ້ວ, ກິ່ງ​ງ່າ​ເດີມ​ຂອງ ຕົ້ນ​ໝາກ​ກອກ​ເທດ, ຫລື ເຊື້ອ​ສາຍ​ອິດສະ​ຣາເອນ​ທີ່​ເຫລືອ​ຢູ່​ນັ້ນ​ຈະ​ຖືກ​ຕໍ່​ເຂົ້າ​ກັນ​ຄືນ, ຫລື ມີ​ຄວາມ​ຮູ້​ເຖິງ​ພຣະ​ເມ​ຊີ​ອາ​ທີ່​ແທ້​ຈິງ ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຂົາ ແລະ ພຣະ​ຜູ້​ໄຖ່​ຂອງ​ພວກ​ເຂົາ.

15 ແລະ ຕາມ​ພາ​ສາ​ນີ້ ບິດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ທຳ​ນາຍ ແລະ ເວົ້າ​ຕໍ່​ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ, ແລະ ອີກ​ຫລາຍ​ເລື່ອງ ຊຶ່ງ​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຂຽນ​ໄວ້​ໃນ​ໜັງ​ສື​ເຫລັ້ມ​ນີ້; ເພາະ​ຂ້າ​ພະ​ເຈົ້າ​ຂຽນ​ຫລາຍ​ເລື່ອງ​ທີ່​ສົມ​ຄວນ​ສຳ​ລັບ​ຂ້າ​ພະ​ເຈົ້າ​ໄວ້​ໃນ ໜັງ​ສື​ອີກ​ເຫລັ້ມ​ໜຶ່ງ​ຂອງ​ຂ້າ​ພະ​ເຈົ້າ​ເອງ.

16 ແລະ ເລື່ອງ​ທັງ​ໝົດ​ທີ່​ຂ້າ​ພະ​ເຈົ້າ​ເວົ້າ​ເຖິງ​ເປັນ​ໄປ​ໃນ​ເວລາ​ທີ່​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ອາ​ໄສ​ຢູ່​ໃນ​ຜ້າ​ເຕັ້ນ​ໃນ​ຮ່ອມ​ພູ​ເລ​ມູ​ເອນ.

17 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ຂ້າ​ພະ​ເຈົ້ານີໄຟ​ໄດ້​ຍິນ ຄຳ​ເວົ້າ​ທັງ​ໝົດ​ຂອງ​ບິດາ​ຂອງ​ຂ້າພະ​ເຈົ້າ​ກ່ຽວ​ກັບ​ເລື່ອງ​ທີ່​ເພິ່ນ​ເຫັນ​ໃນ ພາບ​ນິມິດ, ແລະ ເລື່ອງ​ທີ່​ເພິ່ນ​ໄດ້​ເວົ້າ​ໂດຍ​ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຊຶ່ງ​ເປັນ​ອຳນາດ​ທີ່​ເພິ່ນ​ໄດ້​ຮັບ​ມາ​ໂດຍ​ມີ​ສັດທາ​ໃນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ—ແລະ ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຄື ພຣະ​ເມ​ຊີ​ອາ​ຜູ້​ທີ່​ຈະ​ສະ​ເດັດ​ມາ—ຂ້າພະ​ເຈົ້າ​ນີໄຟ​ມີ​ຄວາມ​ປາດ​ຖະ​ໜາ​ຄື​ກັນ​ວ່າ​ຈະ​ໄດ້​ເຫັນ, ແລະ ຈະ​ໄດ້​ຍິນ, ແລະ ຈະ​ໄດ້​ຮູ້​ເຖິງ​ເລື່ອງ​ເຫລົ່າ​ນີ້, ໂດຍ​ອຳນາດ​ຂອງ ພຣະ​ວິນ​ຍານ​ບໍ​ລິ​ສຸດ ຊຶ່ງ​ເປັນ​ຂອງ​ປະທານ​ຂອງ​ພຣະ​ເຈົ້າ​ທີ່​ໃຫ້​ຄົນ​ທັງ​ຫລາຍ​ຜູ້​ທີ່​ສະແຫວງ​ຫາ​ພຣະ​ອົງ ຢ່າງ​ພາກ​ພຽນ ໃນ​ສະ​ໄໝ ກ່ອນ​ຄື​ກັນ​ກັບ​ສະ​ໄໝ​ທີ່​ພຣະ​ອົງ​ສະແດງ​ພຣະ​ອົງ​ເອງໃຫ້​ປະຈັກ​ແກ່​ລູກ​ຫລານ​ມະນຸດ.

18 ເພາະ​ພຣະ​ອົງ​ເປັນ ເໝືອນ​ກັນ ເຊັ່ນ​ມື້​ວານ​ນີ້, ມື້​ນີ້, ແລະ ຕະຫລອດ​ການ; ແລະ ທາງ​ມີ​ຕຽມ​ໄວ້​ສຳ​ລັບ​ມະນຸດ​ທັງ​ປວງ​ຕັ້ງ​ແຕ່​ການ​ວາງ​ຮາກ​ຖານ​ຂອງ​ໂລກ, ຖ້າ​ຫາກ​ເປັນ​ໄປ​ວ່າ ພວກ​ເຂົາ​ຈະ​ກັບ​ໃຈ ແລະ ມາ​ຫາ​ພຣະ​ອົງ.

19 ເພາະ​ຜູ້​ທີ່​ສະແຫວງ​ຫາ​ຢ່າງ​ພາກ​ພຽນ​ຈະ​ໄດ້​ພົບ; ແລະ ຄວາມ​ລຶກ​ລັບ​ຂອງ​ພຣະ​ເຈົ້າ​ຈະ​ຖືກ​ເປີດ​ອອກ​ໃຫ້​ແກ່​ພວກ​ເຂົາ, ໂດຍ​ອຳນາດ​ຂອງ ພຣະ​ວິນ​ຍານ​ບໍ​ລິ​ສຸດ, ໃນ​ສະ​ໄໝ​ນີ້​ກໍ​ຄື​ກັນ​ກັບ​ສະ​ໄໝ​ກ່ອນ, ແລະ ສະ​ໄໝ​ກ່ອນ​ກໍ​ຄື​ກັນ​ກັບ​ສະ​ໄໝ​ທີ່​ຈະ​ມາ​ເຖິງ; ດັ່ງ​ນັ້ນ, ເສັ້ນ​ທາງ​ເດີນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ເປັນ​ຮອບ​ໜຶ່ງ​ທີ່​ເປັນ​ຊົ່ວ​ນິ​ລັນ​ດອນ.

20 ສະນັ້ນ, ໂອ້ ມະນຸດ, ຈົ່ງ​ຈຳ​ໄວ້​ວ່າ, ທ່ານ​ຈະ​ຖືກ​ນຳ​ມາ​ຫາ ການ​ພິ​ພາກ​ສາ​ເພາະ​ການ​ກະ​ທຳ​ທຸກ​ຢ່າງ​ຂອງ​ທ່ານ.

21 ດັ່ງ​ນັ້ນ, ຖ້າ​ຫາກ​ທ່ານ​ພະ​ຍາ​ຍາມ​ເຮັດ​ຄວາມ​ຊົ່ວ​ໃນ​ວັນ​ເວລາ​ແຫ່ງ ການ​ທົດ​ລອງ​ຂອງ​ທ່ານ, ເວລາ​ນັ້ນ​ທ່ານ​ຈະ​ເຫັນ​ວ່າ​ທ່ານ​ເປັນ​ຜູ້​ທີ່ ເປິ​ເປື້ອນ​ຕໍ່​ໜ້າ​ບັນ​ລັງ​ພິ​ພາກ​ສາ​ຂອງ​ພຣະ​ເຈົ້າ; ແລະ ສິ່ງ​ທີ່​ເປິ​ເປື້ອນ​ຈະ​ບໍ່​ສາ​ມາດ​ຢູ່​ກັບ​ພຣະ​ເຈົ້າ​ໄດ້; ດັ່ງ​ນັ້ນ, ທ່ານ​ກໍ​ຈະ​ຖືກ​ປະ​ຖິ້ມ​ຕະຫລອດ​ການ.

22 ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ປະທານ​ສິດ​ອຳນາດ​ເພື່ອ​ໃຫ້​ຂ້າ​ພະ​ເຈົ້າ​ເວົ້າ​ເລື່ອງ​ເຫລົ່າ​ນີ້, ແລະ ບໍ່​ປະ​ຕິ​ເສດ​ເລື່ອງ​ເຫລົ່າ​ນີ້​ອີກ.