ພຣະ​ຄຳ​ພີ
1 ນີໄຟ 19


ບົດ​ທີ 19

ນີໄຟ​ເຮັດ​ແຜ່ນ​ຈາລຶກ​ດ້ວຍ​ໂລ​ຫະ ແລະ ຂຽນ​ປະຫວັດ​ສາດ​ຂອງ​ຜູ້​ຄົນ​ຂອງ​ເພິ່ນ—ພຣະ​ເຈົ້າ​ຂອງ​ອິດສະ​ຣາເອນ ຈະ​ສະ​ເດັດ​ມາ​ໃນ​ຫົກ​ຮ້ອຍ​ປີ​ນັບ​ແຕ່​ລີໄຮ​ໜີ​ຈາກ​ເຢຣູ​ຊາເລັມ—ນີໄຟ​ບອກ​ເຖິງ​ຄວາມ​ທຸກ​ທໍ​ລະ​ມານ ແລະ ການ​ຄຶງ​ເທິງ​ໄມ້​ກາງ​ແຂນ—ຊາວ​ຢິວ​ຈະ​ຖືກ​ກຽດ​ຊັງ ແລະ ຈະ​ກະ​ຈັດ​ກະ​ຈາຍ​ໄປ​ຈົນ​ເຖິງ​ຍຸກ​ສຸດ​ທ້າຍ, ເມື່ອ​ເວລາ​ທີ່​ພວກ​ເຂົາ​ຈະ​ກັບ​ຄືນ​ມາ​ຫາ​ພຣະ​ຜູ້​ເປັນ​ເຈົ້າ. ປະ​ມານ 588–570 ປີ ກ່ອນ ຄ.ສ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ຂ້າ​ພະ​ເຈົ້າ, ດັ່ງ​ນັ້ນ​ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ເຮັດ​ແຜ່ນ​ຈາລຶກ​ດ້ວຍ​ໂລ​ຫະ​ເພື່ອ​ຂ້າ​ພະ​ເຈົ້າ​ຈະ​ໄດ້​ຈາລຶກ​ເລື່ອງ​ລາວ​ຕ່າງໆ​ຂອງ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ໄວ້​ໃນ​ນັ້ນ. ແລະ ໃນ ແຜ່ນ​ຈາລຶກ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ຂຶ້ນ​ນີ້ ຂ້າ​ພະ​ເຈົ້າ​ຕ້ອງ​ຈາລຶກ​ເລື່ອງ​ລາວ​ຕ່າງໆ​ຂອງ ບິດາ​ຂອງ​ຂ້າ​ພະ​ເຈົ້າ ແລະ ການ​ເດີນ​ທາງ​ຂອງ​ພວກ​ເຮົາ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ແລະ ຄຳ​ທຳ​ນາຍ​ຂອງ​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ນຳ​ອີກ; ແລະ ຄຳ​ທຳ​ນາຍ​ຫລາຍ​ຢ່າງ​ຂອງ​ຂ້າ​ພະ​ເຈົ້າ​ເອງ ຂ້າ​ພະ​ເຈົ້າ​ໄດ້​ຂຽນ​ໄວ້​ໃນ​ນັ້ນ​ນຳ​ອີກ.

2 ແລະ ຂ້າ​ພະ​ເຈົ້າ​ບໍ່​ຮູ້​ຈັກ​ໃນ​ເວລາ​ທີ່​ຂ້າ​ພະ​ເຈົ້າ​ເຮັດ​ມັນ​ຂຶ້ນ​ວ່າ ຂ້າ​ພະ​ເຈົ້າ​ຈະ​ໄດ້​ຮັບ​ບັນ​ຊາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ເຮັດ ແຜ່ນ​ຈາລຶກ​ເຫລົ່າ​ນີ້; ດັ່ງ​ນັ້ນ, ບັນ​ທຶກ​ຂອງ​ບິດາ​ຂອງ​ຂ້າ​ພະ​ເຈົ້າ ແລະ ລຳ​ດັບ​ການ​ສືບ​ເຊື້ອ​ສາຍ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ເພິ່ນ ແລະ ສ່ວນ​ໃຫຍ່​ຂອງ​ການ​ກະ​ທຳ​ຂອງ​ພວກ​ເຮົາ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ຈຶ່ງ​ມີ​ຈາລຶກ​ໄວ້​ໃນ​ແຜ່ນ​ຈາລຶກ​ເຫລັ້ມ​ທຳ​ອິດ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ເຖິງ​ນັ້ນ; ດັ່ງ​ນັ້ນ, ສິ່ງ​ທີ່​ເປັນ​ຄວາມ​ຈິງ​ທີ່​ເກີດ​ຂຶ້ນ​ກ່ອນ​ຂ້າ​ພະ​ເຈົ້າ​ເຮັດ ແຜ່ນ​ຈາລຶກ​ເຫລົ່າ​ນີ້ ຈຶ່ງ​ມີ​ກ່າວ​ໄວ້​ສະ​ເພາະ​ໃນ​ແຜ່ນ​ຈາລຶກ​ເຫລັ້ມ​ທຳ​ອິດ.

3 ແລະ ຫລັງ​ຈາກ​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ແຜ່ນ​ຈາລຶກ​ເຫລົ່າ​ນີ້​ຕາມ​ພຣະ​ບັນ​ຍັດ​ແລ້ວ, ຂ້າ​ພະ​ເຈົ້າ​ນີໄຟ​ໄດ້​ຮັບ​ພຣະ​ບັນ​ຍັດ​ວ່າ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແລະ ຄຳ​ທຳ​ນາຍ​ຢ່າງ​ແຈ່ມ​ແຈ້ງ ແລະ ມີ​ຄ່າ​ຢ່າງ​ຫລວງ​ຫລາຍ​ຈະ​ຖືກ​ຂຽນ​ໄວ້​ໃນ ແຜ່ນ​ຈາລຶກ​ເຫລົ່າ​ນີ້; ແລະ ສິ່ງ​ທີ່​ຖືກ​ຂຽນ​ໄວ້​ຈະ​ໄດ້​ຮັບ​ການ​ຮັກ​ສາ​ໄວ້ ເພື່ອ​ເປັນ​ຄຳ​ແນະນຳ​ໃຫ້​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ຜູ້​ທີ່​ຈະ​ໄດ້​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ​ນີ້, ແລະ ເພື່ອ​ຈຸດ​ປະສົງ​ອັນ ສະຫລາດ​ອື່ນໆ​ອີກ​ທີ່​ຈຸດ​ປະສົງ​ນັ້ນ ເປັນ​ທີ່​ຮູ້​ຈັກ​ແກ່​ພຣະ​ຜູ້​ເປັນ​ເຈົ້າ.

4 ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ​ນີໄຟ​ໄດ້​ເຮັດ​ບັນ​ທຶກ​ອັນ​ໜຶ່ງ​ໄວ້​ໃນ​ແຜ່ນ​ຈາລຶກ​ອື່ນໆ ຊຶ່ງ​ໃຫ້​ເລື່ອງ​ລາວ ຫລື ຊຶ່ງ​ໃຫ້​ເລື່ອງ​ລາວ​ສ່ວນ​ຫລາຍ​ກ່ຽວ​ກັບ​ສົງ​ຄາມ ແລະ ການ​ຂັດ​ແຍ້ງ ແລະ ຄວາມ​ພິນາດ​ຂອງ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ. ແລະ ຂ້າ​ພະ​ເຈົ້າ​ເຮັດ​ການ​ນີ້ ແລະ ສັ່ງ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ວ່າ ພວກ​ເຂົາ​ຄວນ​ເຮັດ​ແນວ​ໃດ​ຫລັງ​ຈາກ​ທີ່​ຂ້າ​ພະ​ເຈົ້າ​ຈາກ​ໄປ​ແລ້ວ ແລະ ວ່າ​ແຜ່ນ​ຈາລຶກ​ເຫລົ່າ​ນີ້​ຈະ​ຖືກ​ມອບ​ໃຫ້​ຈາກ​ລຸ້ນ​ໜຶ່ງ​ຕໍ່​ໃຫ້​ລຸ້ນ​ໜຶ່ງ, ຫລື ຈາກ​ສາດ​ສະ​ດາ​ຜູ້​ໜຶ່ງ​ຕໍ່​ໃຫ້​ສາດ​ສະ​ດາ​ອີກ​ຜູ້​ໜຶ່ງ ຈົນ​ກວ່າ​ຈະ​ໄດ້​ຮັບ​ພຣະ​ບັນ​ຍັດ​ເພີ່ມ​ເຕີມ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ.

5 ແລະ ເລື່ອງ​ລາວ​ຂອງ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ ການ​ເຮັດ​ແຜ່ນ​ຈາລຶກ​ເຫລົ່າ​ນີ້​ຈະ​ມີ​ກ່າວ​ຕໍ່​ຈາກ​ນີ້​ໄປ; ແລະ ແລ້ວ​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ດຳ​ເນີນ​ການ​ຕາມ​ທີ່​ຂ້າ​ພະ​ເຈົ້າ​ເວົ້າ​ມາ; ແລະ ການ​ນີ້​ຂ້າ​ພະ​ເຈົ້າ​ເຮັດ​ເພື່ອ​ສິ່ງ​ທີ່​ສັກ​ສິດ​ຈະ​ໄດ້​ຮັບ​ການ ຮັກ​ສາ​ໄວ້​ເພື່ອ​ໃຫ້​ເປັນ​ຄວາມ​ຮູ້​ແກ່​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ.

6 ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າ​ພະ​ເຈົ້າ​ກໍ​ບໍ່​ໄດ້​ຂຽນ​ອັນ​ໃດ​ໃນ​ແຜ່ນ​ຈາລຶກ​ນີ້ ນອກ​ຈາກ​ເລື່ອງ​ທີ່​ຂ້າ​ພະ​ເຈົ້າ​ຄິດ​ວ່າ​ມັນ ສັກ​ສິດ. ແລະ ບັດ​ນີ້, ຖ້າ​ຫາກ​ຂ້າ​ພະ​ເຈົ້າ​ເຮັດ​ຜິດ​ໄປ​ແມ່ນ​ແຕ່​ຄົນ​ແຕ່​ກ່ອນ​ກໍ​ຍັງ​ໄດ້​ເຮັດ​ຜິດ​ໄປ; ຂ້າ​ພະ​ເຈົ້າ​ຈະ​ບໍ່​ແກ້​ຕົວ​ໃຫ້​ຕົນ​ເອງ​ວ່າ​ເປັນ​ຄວາມ​ຜິດ​ຂອງ​ຜູ້​ອື່ນ, ແຕ່​ຂ້າ​ພະ​ເຈົ້າ​ຂໍ​ແກ້​ຕົວ​ວ່າ​ມັນ​ເປັນ​ເພາະ ຄວາມ​ອ່ອນ​ແອ​ທີ່​ມີ​ຢູ່​ກັບ​ຂ້າ​ພະ​ເຈົ້າ​ອັນ​ເປັນ​ເລື່ອງ​ຂອງ​ເນື້ອ​ໜັງ.

7 ເພາະ​ສິ່ງ​ທີ່​ບາງ​ຄົນ​ຖື​ວ່າ​ມີ​ຄຸນ​ຄ່າ​ທີ່​ສຸດ​ຕໍ່​ຮ່າງ​ກາຍ ແລະ ຈິດ​ວິນ​ຍານ, ບາງ​ຄົນ​ຈະ​ຖື​ວ່າ ບໍ່​ມີ​ຄຸນ​ຄ່າ ແລະ ຢຽບ​ຍ່ຳ​ໄວ້​ໃຕ້​ຕີນ​ຂອງ​ຕົນ. ແທ້​ຈິງ​ແລ້ວ, ເຖິງ​ແມ່ນ​ພຣະ​ເຈົ້າ​ຂອງ​ອິດສະ​ຣາເອນ​ອົງ​ນີ້​ຍັງ​ຖືກ​ມະນຸດ ຢຽບ​ຍ່ຳ​ໄວ້​ໃຕ້​ຕີນ​ຂອງ​ເຂົາ; ຂ້າ​ພະ​ເຈົ້າ​ເວົ້າ​ວ່າ​ຢຽບ​ຍ່ຳ​ໄວ້​ໃຕ້​ຕີນ​ຂອງ​ເຂົາ ແຕ່​ຂ້າ​ພະ​ເຈົ້າ​ຈະ​ເວົ້າ​ດ້ວຍ​ອີກ​ຄຳ​ໜຶ່ງ​ຄື—​ເຂົາ​ຖື​ວ່າ​ພຣະ​ອົງ​ບໍ່​ມີ​ຄຸນ​ຄ່າ ແລະ ບໍ່​ເຊື່ອ​ຟັງ​ສຸ​ລະ​ສຽງ​ແນະນຳ​ຂອງ​ພຣະ​ອົງ ແຕ່​ຢ່າງ​ໃດ.

8 ແລະ ຈົ່ງ​ເບິ່ງ​ພຣະ​ອົງ​ຈະ ສະ​ເດັດ​ມາ​ຕາມ​ຄຳ​ເວົ້າ​ຂອງ​ທູດ​ໃນ ຫົກ​ຮ້ອຍ​ປີ​ນັບ​ແຕ່​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ໜີ​ຈາກ​ເຢຣູ​ຊາເລັມ.

9 ແລະ ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ມະນຸດ​ສະໂລກ, ເຂົາ​ຈະ​ຕັດ​ສິນ​ພຣະ​ອົງ​ວ່າ​ບໍ່​ມີ​ຄ່າ; ດັ່ງ​ນັ້ນ ເຂົາ​ຈຶ່ງ​ຂ້ຽນ​ພຣະ​ອົງ ແລະ ພຣະ​ອົງ​ໄດ້​ທົນ ແລະ ເຂົາ​ຕີ​ພຣະ​ອົງ ແລະ ພຣະ​ອົງ​ໄດ້​ທົນ; ແທ້​ຈິງ​ແລ້ວ, ເຂົາ ຖົ່ມ​ນ້ຳ​ລາຍ​ໃສ່​ພຣະ​ອົງ ແລະ ພຣະ​ອົງ​ໄດ້​ທົນ, ເພາະ​ຄວາມ​ກະ​ລຸ​ນາ​ຮັກ​ຫອມ​ຂອງ​ພຣະ​ອົງ ແລະ ຄວາມ​ອົດ​ກັ້ນ​ທີ່​ພຣະ​ອົງ​ມີ​ຕໍ່​ລູກ​ຫລານ​ມະນຸດ.

10 ແລະ ພຣະ​ເຈົ້າ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ຜູ້​ຖືກ ນຳ​ພາ​ອອກ​ຈາກ​ເອຢິບ​ຈາກ​ຄວາມ​ເປັນ​ທາດ ແລະ ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ຈາກ​ພຣະ​ອົງ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ແທ້​ຈິງ​ແລ້ວ, ພຣະ​ເຈົ້າ​ຂອງ​ອັບ​ຣາ​ຮາມ, ແລະ ຂອງ​ອີ​ຊາກ, ແລະ ພຣະ​ເຈົ້າ​ຂອງ​ຢາໂຄບ​ໄດ້ ຍອມ​ຕົວ​ຂອງ​ພຣະ​ອົງ​ເອງ​ຢ່າງ​ມະນຸດ​ໃຫ້​ຕົກ​ຢູ່​ໃນ​ກຳ​ມື​ຂອງ​ຄົນ​ຊົ່ວ​ຕາມ​ຄຳ​ເວົ້າ​ຂອງ​ທູດ, ແລະ ຖືກ ຍົກ​ຂຶ້ນ​ຕາມ​ຄຳ​ເວົ້າ​ຂອງ ຊີ​ໂນກ, ແລະ ຖືກ ຄຶງ​ໄວ້​ເທິງ​ໄມ້​ກາງ​ແຂນ​ຕາມ​ຄຳ​ເວົ້າ​ຂອງ​ນີ​ອຳ, ແລະ ຖືກ​ຝັງ​ໄວ້​ໃນ ອຸບ​ມຸງ​ຕາມ​ຄຳ​ເວົ້າ​ຂອງ ຊີ​ນັດ, ຊຶ່ງ​ເພິ່ນ​ເວົ້າກ່ຽວ​ກັບ​ສາມ​ມື້​ແຫ່ງ ຄວາມ​ມືດ ຊຶ່ງ​ຈະ​ເປັນ​ເຄື່ອງ​ໝາຍ​ຂອງ​ການ​ສິ້ນ​ພຣະ​ຊົນ​ໃຫ້​ຄົນ​ທີ່​ຢູ່​ຕາມ​ເກາະ​ໃນ​ທະເລ​ຮູ້​ຈັກ, ໂດຍ​ສະ​ເພາະ​ໃຫ້​ຄົນ​ທີ່​ເປັນ ເຊື້ອ​ສາຍ​ອິດສະ​ຣາເອນ​ຫລາຍ​ກວ່າ​ຄົນ​ອື່ນໆ.

11 ເພາະ​ສາດ​ສະ​ດາ​ໄດ້​ເວົ້າ​ໄວ້​ດັ່ງ​ນີ້: ຄື​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ ສະ​ເດັດ​ມາ​ຢ້ຽມ​ຢາມ​ເຊື້ອ​ສາຍ​ອິດສະ​ຣາເອນ​ທັງ​ໝົດ​ຢ່າງ​ແນ່​ນອນ​ໃນ​ມື້​ນັ້ນ, ອາດ​ຈະ​ເປັນ​ໂດຍ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ ເພາະ​ຄວາມ​ຊອບ​ທຳ​ຂອງ​ພວກ​ເຂົາ​ອັນ​ນຳ​ມາ​ຊຶ່ງ​ຄວາມ​ປິ​ຕິ​ຍິນ​ດີ ແລະ ຄວາມ​ລອດ​ອັນ​ຍິ່ງ​ໃຫຍ່​ຂອງ​ພວກ​ເຂົາ, ແລະ ຄົນ​ອື່ນໆ​ດ້ວຍ ຟ້າ​ຮ້ອງ ແລະ ຟ້າ​ຜ່າ​ແຫ່ງ​ອຳນາດ​ຂອງ​ພຣະ​ອົງ, ດ້ວຍ​ພະ​ຍຸ​ຝົນ​ຟ້າ​ຄະ​ນອງ, ດ້ວຍ​ໄຟ, ແລະ ດ້ວຍ​ຄວັນ, ແລະ ດ້ວຍ​ອາຍ​ແຫ່ງ ຄວາມ​ມືດ ແລະ ດ້ວຍ ແຜ່ນ​ດິນ​ແຍກ​ອອກ​ຈາກ​ກັນ​ພ້ອມ​ທັງ ພູ​ເຂົາ ຊຶ່ງ​ຈະ​ຖືກ​ຍົກ​ອອກ​ໄປ.

12 ແລະ ສາດ​ສະ​ດາ ຊີ​ນັດ​ໄດ້​ເວົ້າ​ໄວ້​ວ່າ ເລື່ອງ ທັງ​ໝົດ​ນີ້​ຈະ​ຕ້ອງ​ເກີດ​ຂຶ້ນ​ຢ່າງ​ແນ່​ນອນ. ແລະ ຫີນ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ຕ້ອງ​ແຍກ​ອອກ; ແລະ ຍ້ອນ​ສຽງ​ຄວນ​ຄາງ​ຂອງ​ແຜ່ນ​ດິນ​ໂລກ, ກະສັດ​ຈຳນວນ​ຫລວງ​ຫລາຍ​ຂອງ​ເກາະ​ໃນ​ທະເລ​ຈະ​ຖືກ​ພຣະ​ວິນ​ຍານ​ຂອງ​ພຣະ​ເຈົ້າ​ກະ​ທຳ​ໃຫ້​ຮ້ອງ​ອອກ​ມາ​ວ່າ: ພຣະ​ເຈົ້າ​ແຫ່ງ​ທຳ​ມະ​ຊາດ​ຮັບ​ທຸກ​ທໍ​ລະ​ມານ.

13 ແລະ ສຳ​ລັບ​ຄົນ​ທີ່​ຢູ່​ໃນ​ເຢຣູ​ຊາເລັມ, ສາດ​ສະ​ດາ​ໄດ້​ເວົ້າ​ໄວ້​ວ່າ, ພວກ​ເຂົາ​ຈະ​ຖືກ​ຄົນ​ທັງ​ປວງ ຂ້ຽນ​ຕີ ເພາະ​ພວກ​ເຂົາ ຄຶງ​ພຣະ​ເຈົ້າ​ຂອງ​ອິດສະ​ຣາເອນ​ໄວ້​ເທິງ​ໄມ້​ກາງ​ແຂນ ແລະ ຫັນ​ໃຈ​ຂອງ​ພວກ​ເຂົາ​ໄປ​ປະ​ຕິ​ເສດ​ເຄື່ອງ​ໝາຍ ແລະ ການ​ແປກ​ປະ​ຫລາດ ແລະ ອຳນາດ ແລະ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ເຈົ້າ​ແຫ່ງ​ອິດສະ​ຣາເອນ.

14 ສາດ​ສະ​ດາ​ໄດ້​ເວົ້າ​ໄວ້​ວ່າ ແລະ ເປັນ​ຍ້ອນ​ພວກ​ເຂົາ​ຫັນ​ໃຈ​ໄປ ແລະ ດູ​ໝິ່ນ​ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດສະ​ຣາເອນ, ພວກ​ເຂົາ​ຈະ​ແຊະໆ​ຊຳໆ​ໄປ​ໃນ​ເນື້ອ​ໜັງ, ແລະ ຕາຍ, ແລະ ກັບ​ເປັນ​ຜູ້​ຖືກ ຕິ​ສິນ ນິນ​ທາ, ແລະ ຖືກ​ກຽດ​ຊັງ​ຢູ່​ໃນ​ບັນ​ດາ​ປະ​ຊາ​ຊາດ​ທັງ​ປວງ.

15 ເຖິງ​ຢ່າງ​ໃດ​ກໍ​ຕາມ, ສາດ​ສະ​ດາ​ຍັງ​ໄດ້​ເວົ້າ​ອີກ​ວ່າ, ເມື່ອ​ມື້​ນັ້ນ​ມາ​ເຖິງ ເມື່ອ​ພວກ​ເຂົາ​ຈະ​ບໍ່​ຫັນ​ໃຈ​ຂອງ​ພວກ​ເຂົາ​ມາ​ຕໍ່​ຕ້ານ​ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດສະ​ຣາເອນ ອີກ​ຕໍ່​ໄປ, ເມື່ອ​ນັ້ນ​ພຣະ​ອົງ​ຈະ​ລະ​ນຶກ​ເຖິງ ພັນທະ​ສັນ​ຍາ ຊຶ່ງ​ພຣະ​ອົງ​ໄດ້​ເຮັດ​ໄວ້​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ.

16 ແທ້​ຈິງ​ແລ້ວ, ເມື່ອ​ນັ້ນ​ພຣະ​ອົງ​ຈະ​ລະ​ນຶກ​ເຖິງ ເກາະ​ໃນ​ທະເລ; ແທ້​ຈິງ​ແລ້ວ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, ເຮົາ​ຈະ ເຕົ້າ​ໂຮມ ແລະ ທຸກ​ຄົນ​ທີ່​ເປັນ​ເຊື້ອ​ສາຍ​ອິດສະ​ຣາເອນ​ຈະ​ມາ​ເຕົ້າ​ໂຮມ​ກັນ​ຈາກ​ສີ່​ສ່ວນ​ຂອງ​ແຜ່ນ​ດິນ​ໂລກ ຕາມ​ຄຳ​ເວົ້າ​ຂອງ​ສາດ​ສະ​ດາ​ຊີ​ນັດ.

17 ແທ້​ຈິງ​ແລ້ວ, ແລະ ທົ່ວ​ຜືນ​ແຜ່ນ​ດິນ​ໂລກ​ຈະ ເຫັນ​ຄວາມ​ລອດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ສາດ​ສະ​ດາ​ໄດ້​ເວົ້າ​ໄວ້​ວ່າ​ທຸກ​ປະ​ຊາ​ຊາດ, ທຸກ​ຕະ​ກຸນ, ທຸກ​ພາ​ສາ, ແລະ ທຸກ​ຜູ້​ຄົນ​ທັງ​ປວງ​ຈະ​ໄດ້​ຮັບ​ພອນ.

18 ແລະ ຂ້າ​ພະ​ເຈົ້າ​ນີໄຟ​ໄດ້​ຂຽນ​ເລື່ອງ​ເຫລົ່າ​ນີ້​ເຖິງ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ເພື່ອ​ບາງ​ທີ​ຂ້າ​ພະ​ເຈົ້າ​ຈະ​ໄດ້​ຊັກ​ຊວນ​ພວກ​ເຂົາ​ໃຫ້​ລະ​ນຶກ​ເຖິງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ຜູ້​ໄຖ່​ຂອງ​ພວກ​ເຂົາ.

19 ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ເວົ້າ​ກ່ຽວ​ກັບ​ເຊື້ອ​ສາຍ​ອິດສະ​ຣາເອນ​ທຸກ​ຄົນ, ຖ້າ​ເປັນ​ໄປ​ວ່າ​ພວກ​ເຂົາ​ຈະ​ໄດ້​ຮັບ ເລື່ອງ​ເຫລົ່າ​ນີ້.

20 ເພາະ​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ວຽກ​ທາງ​ວິນ​ຍານ​ເພື່ອ​ຜູ້​ທີ່​ຢູ່​ໃນ​ເຢຣູ​ຊາເລັມ​ຊຶ່ງ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ອິດ​ເມື່ອຍ​ຈົນ​ວ່າ​ຂ້າ​ພະ​ເຈົ້າ​ອ່ອນ​ເພຍ​ໄປ​ໝົດ, ເພາະ​ຖ້າ​ຫາກ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ເມດ​ຕາ​ທີ່​ຈະ​ສະແດງ​ແກ່​ຂ້າ​ພະ​ເຈົ້າ ກ່ຽວ​ກັບ​ຄົນ​ເຫລົ່າ​ນັ້ນ​ເໝືອນ​ດັ່ງ​ທີ່​ພຣະ​ອົງ​ໄດ້​ສະແດງ​ແກ່​ສາດ​ສະ​ດາ​ໃນ​ສະ​ໄໝ​ກ່ອນ​ແລ້ວ, ຂ້າ​ພະ​ເຈົ້າ​ກໍ​ຈະ​ຕາຍ​ເໝືອນ​ກັນ.

21 ແລະ ພຣະ​ອົງ​ໄດ້​ສະແດງ​ເລື່ອງ​ທັງ​ໝົດ​ທີ່ ກ່ຽວ​ກັບ​ພວກ​ເຂົາ​ແກ່ ສາດ​ສະ​ດາ​ໃນ​ສະ​ໄໝ​ກ່ອນ​ໂດຍ​ແນ່​ແທ້; ແລະ ພຣະ​ອົງ​ໄດ້​ສະແດງ​ແກ່​ສາດ​ສະ​ດາ​ຫລາຍ​ທ່ານ​ກ່ຽວ​ກັບ​ພວກ​ເຮົາ​ນຳ​ອີກ; ດັ່ງ​ນັ້ນ, ຈຶ່ງ​ເປັນ​ການ​ຈຳ​ເປັນ​ທີ່​ພວກ​ເຮົາ​ຕ້ອງ​ຮູ້​ກ່ຽວ​ກັບ​ພວກ​ເຂົາ ເພາະ​ມັນ​ມີ​ຂຽນ​ໄວ້​ໃນ​ແຜ່ນ​ຈາລຶກ​ທອງ​ເຫລືອງ.

22 ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ນີໄຟ​ໄດ້​ສິດ​ສອນ​ເລື່ອງ​ເຫລົ່າ​ນີ້​ໃຫ້​ແກ່​ພວກ​ອ້າຍ​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ; ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ອ່ານ​ຫລາຍ​ເລື່ອງ​ທີ່​ມີ​ຈາລຶກ​ໄວ້​ຢູ່​ໃນ ແຜ່ນ​ຈາລຶກ​ທອງ​ເຫລືອງ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ຮູ້​ກ່ຽວ​ກັບ​ການ​ກະ​ທຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກັບ​ຜູ້​ຄົນ​ສະ​ໄໝ​ກ່ອນ​ໃນ​ແຜ່ນ​ດິນ​ອື່ນໆ.

23 ແລະ ຂ້າ​ພະ​ເຈົ້າ​ໄດ້​ອ່ານ​ຫລາຍ​ເລື່ອງ​ຊຶ່ງ​ມີ​ຂຽນ​ຢູ່​ໃນ ໜັງ​ສື​ໂມເຊ​ໃຫ້​ພວກ​ເຂົາ​ຟັງ; ແຕ່​ວ່າ ເພື່ອ​ຂ້າ​ພະ​ເຈົ້າ​ຈະ​ໄດ້​ຊັກ​ຊວນ​ໃຫ້​ພວກ​ເຂົາ​ເຊື່ອ​ຢ່າງ​ເຕັມ​ທີ່​ໃນ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ຜູ້​ໄຖ່​ຂອງ​ພວກ​ເຂົາ, ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ອ່ານ​ເລື່ອງ​ທີ່​ມີ​ຂຽນ​ໄວ້​ໂດຍ​ສາດ​ສະ​ດາ ເອຊາ​ຢາ​ໃຫ້​ພວກ​ເຂົາ​ຟັງ; ເພາະ​ຂ້າ​ພະ​ເຈົ້າ​ໄດ້ ປຽບ​ທຽບ​ພຣະ​ຄຳ​ພີ​ທັງ​ໝົດ​ກັບ​ຕົວ​ພວກ​ເຮົາ, ເພື່ອ​ມັນ​ຈະ​ໄດ້​ເປັນ ຜົນ​ປະ​ໂຫຍດ ແລະ ເປັນ​ການ​ຮຽນ​ຮູ້​ຂອງ​ພວກ​ເຮົາ.

24 ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ພວກ​ເຂົາ ມີ​ຄວາມ​ວ່າ: ພວກ​ເຈົ້າ​ຈົ່ງ​ຟັງ​ຄຳ​ເວົ້າ​ຂອງ​ສາດ​ສະ​ດາ ເພາະ ພວກ​ເຈົ້າ​ເປັນ​ສ່ວນ​ໜຶ່ງ​ທີ່​ເຫລືອ​ຢູ່​ຂອງ​ເຊື້ອ​ສາຍ​ອິດສະ​ຣາເອນ, ຜູ້​ເປັນ ກິ່ງ​ງ່າ​ທີ່​ແຕກ​ຫັກ​ອອກ​ມາ; ພວກ​ເຈົ້າ​ຈົ່ງ​ຟັງ​ຄຳ​ເວົ້າ​ຂອງ​ສາດ​ສະ​ດາ​ທີ່​ໄດ້​ຂຽນ​ໄວ້​ກ່ຽວ​ກັບ​ເຊື້ອ​ສາຍ​ອິດສະ​ຣາເອນ​ທຸກ​ຄົນ, ແລະ ຈົ່ງ​ປຽບ​ທຽບ​ຂໍ້​ຄວາມ​ນັ້ນ​ກັບ​ຕົວ​ຂອງ​ພວກ​ເຈົ້າ​ເອງ, ເພື່ອ​ພວກ​ເຈົ້າ​ຈະ​ມີ​ຄວາມ​ຫວັງ​ເຊັ່ນ​ດຽວ​ກັນ​ກັບ​ພີ່​ນ້ອງ​ຂອງ​ພວກ​ເຈົ້າ​ຊຶ່ງ​ພວກ​ເຈົ້າ​ໄດ້​ແຕກ​ອອກ​ມາ​ຈາກ​ພວກ​ເຂົາ; ເພາະ​ສາດ​ສະ​ດາ​ໄດ້​ຂຽນ​ໄວ້​ແນວ​ນັ້ນ.