ໜັງສື​ນີ​ໄຟ​ສະບັບ​ທີໜຶ່ງ

ບົດ​ທີ 2

ລີ​ໄຮ​ອອກ​ເດີນທາງ​ພ້ອມ​ດ້ວຍ​ຄອບຄົວ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານທີ່​ຢູ່​ຝັ່ງທະ​ເລ​ແດງ—ເຂົາ​ເຈົ້າ​ໄດ້​ປະ​ຖິ້ມ​ຊັບສົມບັດ​ຂອງ​ເຂົາ​ເຈົ້າ—ລີ​ໄຮໄດ້​ຖະ​ຫວາຍ​ເຄື່ອງບູຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ແລະ ສອນ​ລູກ​ຊາຍ​ຂອງ​ເພິ່ນ ໃຫ້​ຮັກສາ​ພຣະ​ບັນຍັດ—ເລ​ມັນ​ກັບ​ເລ​ມູ​ເອນ​ຈົ່ມ​ໃຫ້​ບິດາ​ຂອງ​ຕົນ. ນີ​ໄຟ​ກັບ​ແຊມ​ເຊື່ອ​ຟັງ ແລະ ອະທິຖານ​ໃນ​ສັດທາ—ພຣະ​ຜູ້​ເປັນ​ເຈົ້າສັ່ງ​ກັບ​ນີ​ໄຟ, ແລະ ລາວ​ໄດ້​ຖືກ​ເລືອກ​ໃຫ້​ເປັນ​ຜູ້​ປົກຄອງ​ພວກ​ອ້າຍ​ຂອງ​ລາວ. ປະມານ 600 ປີ ກ່ອນ ຄ.ສ.

 ເພາະ​ຈົ່ງ​ເບິ່ງ, ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນຊາ​ບິດາ​ຂອງ​ຂ້າພະ​ເຈົ້າ, ແທ້​ຈິງ​ແລ້ວ, ແມ່ນ​ຢູ່​ໃນ​ຄວາມ​ຝັນ ແລະ ກ່າວ​ກັບ​ເພິ່ນ​ວ່າ: ເຈົ້າ​ເປັນ​ສຸກ​ແລ້ວ​ລີ​ໄຮ​ເພາະ​ສິ່ງ​ທີ່​ເຈົ້າ​ກະທຳ​ໄວ້, ແລະ ເພາະ​ເຈົ້າຊື່ສັດ ແລະ ປະກາດ​ກັບ​ຜູ້​ຄົນ​ພວກ​ນີ້ ເຖິງ​ເລື່ອງ​ທີ່​ເຮົາ​ສັ່ງ​ເຈົ້າ, ຈົ່ງ​ເບິ່ງ, ພວກ​ເຂົາ​ພະຍາຍາມ​ຈະ​ເອົາ​ຊີວິດ​ຂອງ​ເຈົ້າ.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນຊາ​ບິດາ​ຂອງ​ຂ້າພະ​ເຈົ້າຢູ່​ໃນ​ຄວາມ​ຝັນ​ວ່າ ເພິ່ນ​ຄວນ​ນຳ​ຄອບຄົວ​ຂອງ​ເພິ່ນ​ອອກ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເພິ່ນ​ເປັນ​ຄົນ​ເຊື່ອ​ຟັງ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ດັ່ງນັ້ນ ເພິ່ນ​ຈຶ່ງ​ເຮັດ​ຕາມ​ຄຳ​ທີ່​ພຣະ​ອົງ​ບັນຊາ​ເພິ່ນ.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເພິ່ນ​ໄດ້​ອອກ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ. ແລະ ເພິ່ນ​ໄດ້​ປະ​ຖິ້ມ​ເຮືອນ​ຊານ ແລະ ແຜ່ນດິນຊຶ່ງ​ເປັນ​ມູນ​ມໍລະດົກ​ຂອງ​ເພິ່ນ, ແລະ ຄຳ​ຂອງ​ເພິ່ນ, ແລະ ເງິນ​ຂອງ​ເພິ່ນ, ແລະ ຂອງ​ມີຄ່າ​ຂອງ​ເພິ່ນ, ແລະ ບໍ່​ໄດ້​ເອົາ​ສິ່ງ​ໃດ​ໄປ​ກັບ​ເພິ່ນ​ເລີຍ, ນອກ​ຈາກ​ຄອບຄົວ, ແລະ ສະບຽງ​ອາຫານ, ແລະ ຜ້າ​ເຕັ້ນ, ແລະ ອອກ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ.

 ແລະ ເພິ່ນ​ລົງ​ມາ​ເຖິງ​ຊາຍ​ແດນ​ໃກ້​ຝັ່ງ​ທະ​ເລ​ແດງ; ແລະ ເພິ່ນ​ເດີນທາງ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ​ໃນຊາຍ​ແດນ ຊຶ່ງຢູ່​ໃກ້​ທະ​ເລ​ແດງ​ເຂົ້າ​ໄປ​ອີກ; ແລະ ເພິ່ນ​ໄດ້​ເດີນ​ທາງ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ​ກັບ​ຄອບຄົວ​ຂອງ​ເພິ່ນ​ທີ່​ມີ​ຊາ​ໄຣ​ຢາ, ມານ​ດາຂອງ​ຂ້າພະ​ເຈົ້າ, ແລະ ພວກ​ອ້າຍ​ຂອງ​ຂ້າພະ​ເຈົ້າຄື ເລ​ມັນ, ເລ​ມູ​ເອນ, ແລະ ແຊມ.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ເພິ່ນ​ເດີນທາງ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ​ໄດ້​ສາມ​ມື້, ເພິ່ນ​ໄດ້​ຕັ້ງຜ້າ​ເຕັ້ນ​ຂອງ​ເພິ່ນ​ຂຶ້ນ​ໃນ​ຮ່ອມ​ພູ​ທີ່​ຢູ່​ແຄມ​ຝັ່ງ​ຂອງ​ແມ່​ນ້ຳ​ສາຍ​ໜຶ່ງ.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເພິ່ນ​ໄດ້​ສ້າງ​ແທ່ນ​ບູຊາ​ດ້ວຍ​ຫີນ, ແລະ ທຳ​ການ​ຖະຫວາຍ​ເຄື່ອງ​ບູຊາ ແດ່​ພຣະ​ຜູ້​ເປັນ​ເຈົ້າ, ແລະ ຖະຫວາຍ​ຄວາມ​ຂອບ​ພຣະ​ຄຸນ​ແດ່​ພຣະ​ຜູ້​ເປັນ​ເຈົ້າອົງ​ເປັນ​ພຣະ​ເຈົ້າຂອງ​ພວກ​ເຮົາ.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເພິ່ນ​ຕັ້ງຊື່​ແມ່ນ້ຳນັ້ນວ່າ ເລ​ມັນ, ແລະ ມັນ​ໄຫລ​ລົງ​ສູ່​ທະ​ເລ​ແດງ, ແລະ ຮ່ອມ​ພູ​ຢູ່​ໃນ​ຊາຍ​ແດນ​ໃກ້​ປາກ​ແມ່ນ້ຳສາຍ​ນັ້ນ.

 ແລະ ເມື່ອ​ບິດາ​ຂອງ​ຂ້າພະ​ເຈົ້າ​ເຫັນ​ວ່າ ແມ່ນ້ຳ​ໄຫລ​ລົງ​ໄປ​ສູ່ອ່າງ​ນ້ຳທະ​ເລ​ແດງ, ເພິ່ນ​ຈຶ່ງ​ເວົ້າ​ກັບ​ເລ​ມັນ​ມີ​ຄວາມ​ວ່າ: ໂອ້ ຂໍ​ໃຫ້​ລູກ​ຈົ່ງ​ເປັນ​ຄື​ກັນ​ກັບ​ແມ່ນ້ຳ​ສາຍ​ນີ້ ຊຶ່ງ​ໄຫລ​ໄປ​ຫາ​ອ່າງ​ນ້ຳ​ແຫ່ງ​ຄວາມ​ຊອບ​ທຳ​ທັງ​ປວງ​ຕະຫລອດ​ເວລາ​ດ້ວຍ​ເທີ້ນ!

 10 ແລະ ເພິ່ນ​ເວົ້າກັບ​ເລ​ມູ​ເອນ​ອີກ​ວ່າ: ໂອ້ ຂໍ​ໃຫ້​ລູກ​ຈົ່ງ​ເປັນ​ເໝືອນ​ດັ່ງ​ຮ່ອມ​ພູ​ນີ້, ຊຶ່ງໝັ້ນຄົງ ແລະ ແນ່​ວ​ແນ່, ແລະ ບໍ່​ຫວັ່ນ​ໄຫວ​ໃນ​ການ​ຮັກສາ​ພຣະ​ບັນຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ!

 11 ບັດ​ນີ້​ເພິ່ນ​ເວົ້າ​ເຊັ່ນ​ນີ້ ເພາະ​ຄວາມ​ແຂງ​ຄໍ​ຂອງ​ເລ​ມັນ​ກັບ​ເລ​ມູ​ເອນ; ເພາະ​ຈົ່ງ​ເບິ່ງ ພວກ​ເຂົາໄດ້​ຈົ່ມ​ໃຫ້​ບິດາ​ຂອງ​ພວກ​ເຂົາ​ຫລາຍ​ສິ່ງ​ຫລາຍ​ຢ່າງ, ເພາະ​ເພິ່ນ​ເປັນ​ຄົນ​ເຫັນ​ພາບ​ນິມິດ, ແລະ ພາ​ພວກ​ເຂົາ​ອອກ​ຈາກ​ເຢຣູ​ຊາເລັມ, ແຜ່ນ​ດິນ​ຊຶ່ງ​ເປັນ​ມູນ​ມໍລະດົກ​ຂອງ​ພວກ​ເຂົາ, ແລະ ຈາກ​ຄຳ​ຂອງ​ພວກ​ເຂົາ, ແລະ ເງິນ​ຂອງ​ພວກ​ເຂົາ, ແລະ ຂອງ​ມີຄ່າ​ຂອງ​ພວກ​ເຂົາ​ໃຫ້​ມາ​ຕາຍ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ. ແລະ ການ​ນີ້​ຄົນ​ທັງ​ສອງ​ກ່າວ​ວ່າ ເພິ່ນ​ກະທຳ​ໄປ​ດ້ວຍ​ຄວາມ​ຄິດ​ຝັນ​ອັນ​ໂງ່​ຈ້າ​ທີ່​ເກີດ​ຂຶ້ນ​ໃນ​ໃຈ​ຂອງ​ເພິ່ນ​ເອງ.

 12 ແລະ ເຖິງ​ແມ່ນ​ວ່າ​ເລ​ມັນ​ກັບ​ເລ​ມູ​ເອນ​ເປັນ​ອ້າຍ​ໃຫຍ່​ກໍ​ຕາມ, ແຕ່​ພວກ​ເຂົາ​ໄດ້​ຈົ່ມ​ໃຫ້​ບິດາ​ຂອງ​ຕົນ. ແລະ ພວກ​ເຂົາ​ໄດ້​ຈົ່ມ​ເພາະ​ບໍ່​ຮູ້​ການ​ກະທຳ​ຂອງ​ພຣະ​ເຈົ້າອົງ​ນັ້ນຜູ້ສ້າງ​ພວກ​ເຂົາ.

 13 ພວກ​ເຂົາ​ທັງ​ບໍ່​ເຊື່ອ​ວ່າ​ເຢຣູ​ຊາເລັມ, ມະຫາ​ນະຄອນ​ທີ່​ຍິ່ງ​ໃຫຍ່, ຈະ​ຖືກ​ທຳລາຍ​ໄດ້​ຕາມ​ຄຳ​ເວົ້າ​ຂອງ​ສາດສະດາ. ແລະ ພວກ​ເຂົາ​ເປັນ​ເໝືອນ​ດັ່ງ​ຊາວ​ຢິວຜູ້​ຢູ່​ໃນ​ເຢຣູ​ຊາເລັມ, ທີ່​ພະຍາຍາມ​ຈະ​ເອົາ​ຊີວິດ​ຂອງ​ບິດາ​ຂອງ​ຂ້າພະ​ເຈົ້າ​ໄປ.

 14 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ບິດາ​ຂອງ​ຂ້າພະ​ເຈົ້າ​ໄດ້​ເວົ້າກັບ​ພວກ​ເຂົາ​ໃນ​ຮ່ອມ​ພູ​ເລ​ມູ​ເອນ, ໂດຍ​ທີ່​ເພິ່ນ​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ, ຈົນ​ຮ່າງກາຍ​ຂອງ​ພວກ​ເຂົາ​ສັ່ນ​ຢູ່​ຕໍ່ໜ້າ​ເພິ່ນ. ແລະ ເພິ່ນ​ໄດ້​ເຮັດ​ໃຫ້​ພວກ​ເຂົາ​ອັບອາຍ​ຈົນ​ບໍ່​ກ້າ​ຕໍ່​ວ່າ​ເພິ່ນ; ດັ່ງນັ້ນ, ພວກ​ເຂົາ​ຈຶ່ງ​ເຮັດ​ຕາມ​ທີ່​ເພິ່ນ​ບັນຊາ.

 15 ແລະ ບິດາ​ຂອງ​ຂ້າພະ​ເຈົ້າອາ​ໄສ​ຢູ່​ໃນ​ຜ້າ​ເຕັ້ນ.

 16 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າພະ​ເຈົ້ານີ​ໄຟ​ໂດຍທີ່​ມີອາຍຸ​ໜ້ອຍ​ຢູ່, ແຕ່​ວ່າ​ມີຮ່າງກາຍ​ສູງ​ໃຫຍ່ ແລະ ມີ​ຄວາມ​ປາ​ຖະໜາ​ອັນ​ແຮງ​ກ້າ​ຢາກ​ຮູ້ຈັກ​ຄວາມ​ລຶກລັບ​ຂອງ​ພຣະ​ເຈົ້າ, ດັ່ງນັ້ນ ຂ້າພະ​ເຈົ້າຈຶ່ງ​ໄດ້​ຮ້ອງ​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ; ແລະ ຈົ່ງ​ເບິ່ງ ພຣະ​ອົງ​ໄດ້​ສະ​ເດັດ​ມາ​ຫາ​ຂ້າພະ​ເຈົ້າ, ແລະ ເຮັດ​ໃຫ້​ໃຈ​ຂອງ​ຂ້າພະ​ເຈົ້າອ່ອນ​ລົງ​ຈົນ​ວ່າຂ້າພະ​ເຈົ້າ​ເຊື່ອ​ຄຳ​ເວົ້າທີ່ບິດາ​ຂອງ​ຂ້າພະ​ເຈົ້າ​ເວົ້າມາ​ທັງ​ໝົດ; ດັ່ງນັ້ນ, ຂ້າພະ​ເຈົ້າຈຶ່ງ​ບໍ່​ໄດ້​ກະບົດ​ຕໍ່​ເພິ່ນ ເໝືອນ​ດັ່ງ​ພວກ​ອ້າຍ​ຂອງ​ຂ້າພະ​ເຈົ້າ.

 17 ແລະ ຂ້າພະ​ເຈົ້າ​ໄດ້​ເວົ້າກັບ​ແຊມ​ເພື່ອ​ເຮັດ​ໃຫ້​ລາວ​ຮູ້ຈັກ​ເລື່ອງ​ທີ່​ພຣະ​ຜູ້​ເປັນ​ເຈົ້າສະ​ແດງ​ໃຫ້​ປະກົດ ຕໍ່​ຂ້າພະ​ເຈົ້າດ້ວຍ​ພຣະ​ວິນ​ຍານ​ບໍລິສຸດ​ຂອງ​ພຣະ​ອົງ. ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ລາວ​ເຊື່ອ​ໃນ​ຄຳ​ເວົ້າຂອງ​ຂ້າພະ​ເຈົ້າ.

 18 ແຕ່​ຈົ່ງ​ເບິ່ງ ເລ​ມັນ​ກັບ​ເລ​ມູ​ເອນ​ບໍ່​ເຊື່ອ​ຄຳ​ເວົ້າ​ຂອງ​ຂ້າພະ​ເຈົ້າ; ແລະ ດ້ວຍ​ຄວາມ​ໂສກ​ເສົ້າ​ເພາະ​ຄວາມ​ແຂງ​ກະດ້າງ​ຂອງ​ໃຈ​ຂອງ​ພວກ​ເຂົາ, ຂ້າພະ​ເຈົ້າ​ຈຶ່ງ​ໄດ້​ຮ້ອງ​ທູນ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ເພື່ອ​ພວກ​ເຂົາ.

 19 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ຜູ້​ເປັນ​ເຈົ້າ​ຮັບ​ສັ່ງ​ກັບ​ຂ້າພະ​ເຈົ້າ, ມີ​ຄວາມ​ວ່າ: ເຈົ້າ​ເປັນ​ສຸກ​ແລ້ວ​ນີ​ໄຟ​ເພາະ​ສັດທາ​ຂອງ​ເຈົ້າ, ເພາະ​ເຈົ້າ​ສະ​ແຫວງ​ຫາ​ເຮົາ​ຢ່າງ​ພາກ​ພຽນ, ດ້ວຍ​ໃຈ​ອັນ​ຕ່ຳຕ້ອຍ.

 20 ແລະ ຕາບ​ໃດ​ທີ່​ເຈົ້າຈະ​ຮັກສາ​ບັນຍັດ​ຂອງ​ເຮົາ, ເຈົ້າຈະ​ຮຸ່ງ​ເຮືອງ, ແລະ ຈະ​ຖືກ​ພາ​ໄປ​ຫາ​ແຜ່ນດິນ​ແຫ່ງ​ຄຳ​ສັນຍາ; ແທ້​ຈິງ​ແລ້ວ, ແມ່ນ​ແຜ່ນດິນ​ທີ່​ເຮົາ​ຕຽມ​ໄວ້​ໃຫ້​ເຈົ້າ; ແທ້​ຈິງ​ແລ້ວ, ແມ່ນ​ແຜ່ນດິນ​ຊຶ່ງ​ປະ​ເສີດ​ເລີດ​ລ້ຳກວ່າ​ແຜ່ນດິນ​ອື່ນ​ໃດ​ທັງ​ສິ້ນ.

 21 ແລະ ຕາບ​ໃດ​ທີ່​ພວກ​ອ້າຍ​ຂອງ​ເຈົ້າຍັງ​ກະບົດ​ຕໍ່​ເຈົ້າ, ພວກ​ເຂົາ​ຈະ​ຖືກ​ຕັດ​ອອກ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

 22 ແລະ ຕາບ​ໃດ​ທີ່​ເຈົ້າ​ຍັງ​ຮັກສາ​ບັນຍັດ​ຂອງ​ເຮົາ, ເຈົ້າ​ຈະ​ຖືກ​ກະທຳ​ໃຫ້​ເປັນ​ຜູ້​ປົກຄອງ ແລະ ຜູ້​ສອນ​ພວກ​ອ້າຍ​ຂອງ​ເຈົ້າ.

 23 ເພາະ​ຈົ່ງ​ເບິ່ງ, ໃນ​ມື້ນັ້ນທີ່​ພວກ​ເຂົາ​ກະບົດ​ຕໍ່​ເຮົາ, ເຮົາ​ຈະ​ສາບ​ແຊ່ງ​ພວກ​ເຂົາ ເຖິງ​ຂະໜາດ​ວ່າ​ເປັນ​ການ​ສາບ​ແຊ່ງ​ຢ່າງ​ສາຫັດ, ແລະ ພວກ​ເຂົາ​ຈະ​ບໍ່​ມີ​ອຳນາດ​ເໜືອກວ່າ​ລູກ​ຫລານ​ຂອງ​ເຈົ້າ​ເວັ້ນ​ເສຍ​ແຕ່​ພວ​ກ​ເຂົາ​ຈະ​ກະບົດ​ຕໍ່​ເຮົາ​ເໝືອນ​ກັນ.

 24 ແລະ ຖ້າ​ຫາກ​ເປັນ​ໄປ​ວ່າ ພວກ​ເຂົາ​ກະບົດ​ຕໍ່​ເຮົາ, ພວກ​ເຂົາ​ກໍ​ຈະ​ເປັນ​ໄພ​ພິບັດ​ແກ່​ລູກ​ຫລານ​ຂອງ​ເຈົ້າ, ນີ້​ເພື່ອ​ຊ່ອຍຕັກ​ເຕືອນ​ພວກ​ເຂົາ​ທາງ​ຄວາມ​ຊົງ​ຈຳ.