ພຣະ​ຄຳ​ພີ
1 ນີໄຟ 21


ບົດ​ທີ 21

ພຣະ​ເມ​ຊີ​ອາ​ຈະ​ເປັນ​ແສງ​ສະ​ຫວ່າງ​ໃຫ້​ແກ່​ຄົນ​ຕ່າງ​ຊາດ ແລະ ຈະ​ປ່ອຍ​ນັກ​ໂທດ​ເປັນ​ອິດສະ​ລະ—ອິດສະ​ຣາເອນ​ຈະ​ເຕົ້າ​ໂຮມ​ກັນ​ໂດຍ​ອຳນາດ​ໃນ​ຍຸກ​ສຸດ​ທ້າຍ—ກະສັດ​ຈະ​ເປັນ​ພໍ່​ລ້ຽງ​ຂອງ​ພວກ​ເຂົາ—ປຽບ​ທຽບ​ກັບ ເອຊາ​ຢາ 49. ປະ​ມານ 588–570 ປີ ກ່ອນ ຄ.ສ.

1 ແລະ ອີກ​ເທື່ອ​ໜຶ່ງ: ຈົ່ງ​ເຊື່ອ​ຟັງ, ໂອ້ ທ່ານ​ຜູ້​ເປັນ​ເຊື້ອ​ສາຍ​ອິດສະ​ຣາເອນ, ທ່ານ​ທຸກ​ຄົນ​ທີ່​ແຕກ​ອອກ​ມາ ແລະ ຖືກ​ຂັບ​ໄລ່​ໄປ​ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ນັກ​ທຳ​ຂອງ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ; ແທ້​ຈິງ​ແລ້ວ, ທ່ານ​ທຸກ​ຄົນ​ທີ່​ແຕກ​ອອກ​ມາ ແລະ ກະ​ຈັດ​ກະ​ຈາຍ​ໄປ​ຕ່າງ​ຖິ່ນ​ຖານ ຜູ້​ທີ່​ເປັນ​ຄົນ​ຂອງ​ຂ້າ​ພະ​ເຈົ້າ, ໂອ້ ເຊື້ອ​ສາຍ​ອິດສະ​ຣາເອນ​ເອີຍ. ຈົ່ງ​ຟັງ, ໂອ້ ເກາະ​ເອີຍ, ຈົ່ງ​ຟັງ​ຂ້າ​ພະ​ເຈົ້າ, ແລະ ຈົ່ງ​ເຊື່ອ​ຟັງ​ຄົນ​ຂອງ​ທ່ານ​ຜູ້​ທີ່​ຢູ່ ໄກ; ພຣະ​ເຈົ້າ​ໄດ້​ເອີ້ນ​ຂ້າ​ພະ​ເຈົ້າ​ຕັ້ງ​ແຕ່​ຂ້າ​ພະ​ເຈົ້າ​ຢູ່​ໃນ​ທ້ອງ; ພຣະ​ອົງ​ໄດ້​ບົ່ງ​ຊື່​ຂອງ​ຂ້າ​ພະ​ເຈົ້າ​ຕັ້ງ​ແຕ່​ຂ້າ​ພະ​ເຈົ້າ​ຢູ່​ໃນ​ອຸ​ທອນ​ແມ່​ຂອງ​ຂ້າ​ພະ​ເຈົ້າ.

2 ແລະ ພຣະ​ອົງ​ໄດ້​ເຮັດ​ໃຫ້​ປາກ​ຂອງ​ຂ້າ​ພະ​ເຈົ້າ​ເປັນ​ຄື​ກັນ​ກັບ​ດາບ​ທີ່​ແຫລມ​ຄົມ; ພຣະ​ອົງ​ໄດ້​ເຊື່ອງ​ຂ້າ​ພະ​ເຈົ້າ​ໃນ​ຮົ່ມ​ພຣະ​ຫັດ​ຂອງ​ພຣະ​ອົງ, ແລະ ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ເປັນ​ລູກ​ສອນ​ທີ່​ເຫລື້ອມ​ເປັນ​ເງົາ;

3 ແລະ ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ເຈົ້າ​ຄື​ຜູ້ ຮັບ​ໃຊ້​ຂອງ​ເຮົາ, ໂອ້ ອິດສະ​ຣາເອນ​ເອີຍ, ໃນ​ເຈົ້າ​ເຮົາ​ຈະ​ໄດ້​ຮັບ​ກຽດ​ຕິ​ຍົດ.

4 ຫລັງ​ຈາກ​ນັ້ນ ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ວ່າ ຂ້າ​ພະ​ເຈົ້າ​ໄດ້​ອອກ​ແຮງ​ງານ​ໂດຍ​ບໍ່​ມີ​ປະ​ໂຫຍດ; ຂ້າ​ພະ​ເຈົ້າ​ໄດ້​ເປືອງ​ແຮງ​ຂອງ​ຂ້າ​ພະ​ເຈົ້າ​ລ້າໆ ແລະ ບໍ່​ມີ​ປະ​ໂຫຍດ; ແຕ່​ແນ່​ນອນ ຄວາມ​ຍຸດ​ຕິ​ທຳ​ອັນ​ຄວນ​ຕົກ​ແກ່​ຂ້າ​ພະ​ເຈົ້າ​ຢູ່​ກັບ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ຄ່າ​ຕອບ​ແທນ​ຂອງ​ຂ້າ​ພະ​ເຈົ້າ​ນັ້ນ​ຢູ່​ກັບ​ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ.

5 ແລະ ບັດ​ນີ້, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ—​ຜູ້ ປັ້ນ​ຂ້າ​ພະ​ເຈົ້າ​ຕັ້ງ​ແຕ່​ຢູ່​ໃນ​ທ້ອງ​ເພື່ອ​ຂ້າ​ພະ​ເຈົ້າ​ຈະ​ໄດ້​ເປັນ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ ເພື່ອ​ຈະ​ນຳ​ຢາໂຄບ​ມາ​ຫາ​ພຣະ​ອົງ—ເຖິງ​ແມ່ນ​ອິດສະ​ຣາເອນ​ບໍ່​ໄດ້​ມາ​ຮ່ວມ​ກັນ, ຂ້າ​ພະ​ເຈົ້າ​ກໍ​ຍັງ​ຈະ​ມີ​ກຽດ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ​ຈະ​ເປັນ​ກຳ​ລັງ​ໃຫ້​ຂ້າ​ພະ​ເຈົ້າ.

6 ແລະ ພຣະ​ອົງ​ກ່າວ​ວ່າ: ມັນ​ເປັນ​ການ​ເລັກ​ໜ້ອຍ​ທີ່​ເຈົ້າ​ຈະ​ເປັນ​ຜູ້​ຮັບ​ໃຊ້​ຂອງ​ເຮົາ ເພື່ອ​ສະຖາ​ປະນາ ເຜົ່າ​ຕ່າງໆ​ຂອງ​ຢາໂຄບ ແລະ ເພື່ອ​ນຳ​ຊາວ​ອິດສະ​ຣາເອນ​ທີ່​ເກັບ​ຮັກ​ສາ​ໄວ້​ກັບ​ຄືນ​ມາ ແລະ ເຮົາ​ຈະ​ໃຫ້​ເຈົ້າ​ເປັນ ແສງ​ສະ​ຫວ່າງ​ແກ່ ຄົນ​ຕ່າງ​ຊາດ​ນຳ​ອີກ, ເພື່ອ​ເຈົ້າ​ຈະ​ໄດ້​ເປັນ​ຄວາມ​ລອດ​ຂອງ​ເຮົາ​ທີ່​ໃຫ້​ແກ່​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ.

7 ພຣະ​ຜູ້​ເປັນ​ເຈົ້າ ພຣະ​ຜູ້​ໄຖ່​ຂອງ​ອິດສະ​ຣາເອນ, ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ພຣະ​ອົງ​ໄດ້​ກ່າວ​ດັ່ງ​ນີ້, ພຣະ​ອົງ​ຜູ້​ທີ່​ມະນຸດ​ໝິ່ນ​ປະ​ໝາດ, ຕໍ່​ພຣະ​ອົງ​ຜູ້​ທີ່​ປະ​ຊາ​ຊາດ​ລັງ​ກຽດ, ຕໍ່​ຜູ້​ຮັບ​ໃຊ້​ຂອງ​ຜູ້​ປົກ​ຄອງ: ກະສັດ​ຈະ​ເຫັນ ແລະ ລຸກ​ຂຶ້ນ, ເຈົ້າ​ຊາຍ​ຈະ​ນະມັດ​ສະການ​ເຊັ່ນ​ກັນ, ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊື່​ສັດ.

8 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້: ໃນ​ເວລາ​ໂປດ​ປານ ເຮົາ​ໄດ້​ຍິນ​ເຈົ້າ, ໂອ້ ເກາະ​ໃນ​ທະເລ ແລະ ໃນ​ວັນ​ແຫ່ງ​ຄວາມ​ລອດ ເຮົາ​ໄດ້​ຊ່ວຍ​ເຈົ້າ ແລະ ເຮົາ​ຈະ​ຮັກ​ສາ​ເຈົ້າ; ແລະ ມອບ ຜູ້​ຮັບ​ໃຊ້​ຂອງ​ເຮົາ​ໃຫ້​ແກ່​ເຈົ້າ ເພື່ອ​ເປັນ​ພັນທະ​ສັນ​ຍາ​ຂອງ​ຜູ້​ຄົນ ເພື່ອ​ສະຖາ​ປະນາ​ແຜ່ນ​ດິນ​ໂລກ ເພື່ອ​ໃຫ້​ໄດ້​ຮັບ​ມູນ​ມໍ​ລະ​ດົກ​ທີ່​ຮ້າງ​ວ່າງ​ເປົ່າ;

9 ເພື່ອ​ເຈົ້າ​ຈະ​ກ່າວ​ກັບ ນັກ​ໂທດ​ວ່າ: ຈົ່ງ​ອອກ​ໄປ; ກັບ​ຜູ້​ທີ່​ນັ່ງ​ຢູ່​ໃນ ຄວາມ​ມືດ​ວ່າ: ຈົ່ງ​ສະແດງ​ຕົວ​ຂອງ​ເຈົ້າ ເຂົາ​ຈະ​ມີ​ອາຫານ​ການ​ກິນ​ຕາມ​ທາງ ແລະ ບ່ອນ​ສູງ​ທຸກ​ແຫ່ງ​ຈະ​ເປັນ ບ່ອນ​ຫາ​ກິນ​ຂອງ​ເຂົາ.

10 ເຂົາ​ຈະ​ບໍ່​ຫິວ​ເຂົ້າ ແລະ ບໍ່​ກະ​ຫາຍ​ນ້ຳ, ຄວາມ​ຮ້ອນ ແລະ ແສງ​ແດດ​ຈະ​ບໍ່​ເຜົາ​ໄຫມ້​ເຂົາ ເພາະ​ພຣະ​ອົງ​ໄດ້​ເມດ​ຕາ​ເຂົາ, ແລະ ຈະ​ນຳ​ເຂົາ​ໄປ​ເຖິງ​ແມ່ນ​ຕາມ​ແຫລ່ງ​ນ້ຳ ພຣະ​ອົງ​ກໍ​ຈະ​ນຳ​ເຂົາ​ໄປ.

11 ແລະ ເຮົາ​ຈະ​ເຮັດ​ໃຫ້​ພູ​ເຂົາ​ທັງ​ໝົດ​ຂອງ​ເຮົາ​ເປັນ​ທາງ ແລະ ທາງ​ຫລວງ​ຂອງ​ເຮົາ​ສູງ​ຂຶ້ນ.

12 ແລະ ເມື່ອ​ນັ້ນ ໂອ້ ເຊື້ອ​ສາຍ​ອິດສະ​ຣາເອນ​ເອີຍ, ຈົ່ງ​ເບິ່ງ, ຄົນ​ເຫລົ່າ​ນີ້ ຈະ​ມາ​ຈາກ​ທາງ​ໄກ ແລະ ບາງ​ຈຳ​ພວກ​ຈະ​ມາ​ຈາກ​ທາງ​ເໜືອ ແລະ ຈາກ​ທາງ​ຕາ​ເວັນ​ຕົກ ແລະ ບາງ​ຈຳ​ພວກ​ຈະ​ມາ​ຈາກ​ແຜ່ນ​ດິນ​ຊີ​ນີມ.

13 ໂອ້ ຟ້າ​ສະຫວັນ, ຈົ່ງ ຮ້ອງ​ເພງ​ເຖີດ; ໂອ້ ແຜ່ນ​ດິນ, ຈົ່ງ​ປິ​ຕິ​ຍິນ​ດີ​ເຖີດ; ເພາະ​ຕີນ​ຂອງ​ຄົນ​ທີ່​ຢູ່​ທາງ​ຕາ​ເວັນ​ອອກ​ຈະ​ມີ​ບ່ອນ​ຮັບ​ຮອງ; ແລະ ໂອ້ ພູ​ເຂົາ​ຈົ່ງ​ເປັ່ງ​ສຽງ​ຮ້ອງ​ເພງ​ເຖີດ ເພາະ​ເຂົາ​ຈະ​ບໍ່​ຖືກ​ລົງ​ທັນ​ອີກ​ຕໍ່​ໄປ; ເພາະ​ພຣະ​ເຈົ້າ​ປອບ​ໂຍນ​ຜູ້​ຄົນ​ຂອງ​ພຣະ​ອົງ​ແລ້ວ ແລະ ຈະ​ເມດ​ຕາ​ຄົນ​ຂອງ​ພຣະ​ອົງ​ຜູ້​ທີ່​ເປັນ​ທຸກ.

14 ແຕ່​ຈົ່ງ​ເບິ່ງ, ຊີໂອນ​ກ່າວ​ວ່າ: ພຣະ​ຜູ້​ເປັນ​ເຈົ້າ​ຄົງ​ປະ​ປ່ອຍ​ຂ້າ​ນ້ອຍ​ແລ້ວ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ຂ້າ​ນ້ອຍ ຄົງ​ລືມ​ຂ້າ​ນ້ອຍ​ແລ້ວ—​ແຕ່​ພຣະ​ອົງ​ຈະ​ສະແດງ​ວ່າ ພຣະ​ອົງ​ຈະ​ບໍ່​ກະ​ທຳ​ເຊັ່ນ​ນັ້ນ.

15 ຜູ້​ຍິງ​ຈະ​ລືມ​ລູກ​ທີ່​ຍັງ​ກິນ​ນົມ​ຂອງ​ນາງ ແລະ ຈະ​ບໍ່​ມີ​ເມດ​ຕາ​ສົງ​ສານ​ລູກ​ທີ່​ເກີດ​ຈາກ​ອຸ​ທອນ​ຂອງ​ນາງ​ບໍ? ແທ້​ຈິງ​ແລ້ວ, ນາງ​ອາດ ລືມ​ໄດ້, ແຕ່​ເຮົາ​ຈະ​ບໍ່​ລືມ​ເຈົ້າ, ໂອ້ ເຊື້ອ​ສາຍ​ອິດສະ​ຣາເອນ.

16 ຈົ່ງ​ເບິ່ງ, ເຮົາ​ຈາລຶກ​ເຈົ້າ​ໄວ້​ໃນ ຝາ​ມື​ຂອງ​ເຮົາ; ກຳ​ແພງ​ເມືອງ​ຂອງ​ເຈົ້າ​ຢູ່​ຕໍ່​ໜ້າ​ເຮົາ​ຕະຫລອດ​ເວລາ.

17 ລູກ​ຫລານ​ຂອງ​ເຈົ້າ​ຈະ​ຟ້າວ​ຕໍ່​ຕ້ານ​ຜູ້​ທຳ​ລາຍ​ເຈົ້າ; ແລະ ຜູ້​ທີ່​ເຮັດ​ໃຫ້​ເຈົ້າ ເສຍ​ຫາຍ​ຈະ​ໄປ​ຈາກ​ເຈົ້າ.

18 ຈົ່ງ​ຫລຽວ​ເບິ່ງ​ອ້ອມ​ຮອບ​ຄົນ​ທັງ​ໝົດ​ນີ້​ມາ ລວມ​ກັນ ແລະ ເຂົາ​ຈະ​ມາ​ຫາ​ເຈົ້າ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ເຮົາ​ມີ​ຊີ​ວິດ​ຢູ່​ສັນ​ໃດ ເຈົ້າ​ຈະ​ໄດ້​ເຂົາ​ທຸກ​ຄົນ​ມາ​ເປັນ​ເຄື່ອງ​ນຸ່ງ​ຫົ່ມ​ຂອງ​ເຈົ້າ​ເໝືອນ​ກັບ​ເຄື່ອງ​ປະ​ດັບ ແລະ ຜູກ​ມັດ​ໄວ້​ເໝືອນ​ດັ່ງ​ເຈົ້າ​ສາວ​ສັນ​ນັ້ນ.

19 ເພາະ​ບ່ອນ​ທີ່​ບໍ່​ມີ​ປະ​ໂຫຍດ ແລະ ບ່ອນ​ທີ່​ແຫ້ງ​ແລ້ງ, ແລະ ແຜ່ນ​ດິນ​ແຫ່ງ​ຄວາມ​ພິນາດ​ຂອງ​ເຈົ້າ​ຈົນ​ກະ​ທັ້ງ​ບັດ​ນີ້​ຈະ​ແຄບ​ເກີນ​ໄປ ເພາະ​ດ້ວຍ​ຜູ້​ອາ​ໄສ; ແລະ ພວກ​ທີ່​ກືນ​ກິນ​ເຈົ້າ​ຈະ​ຫ່າງ​ໄກ​ໄປ​ຈາກ​ເຈົ້າ.

20 ລູກ​ຫລານ​ທີ່​ເຈົ້າ​ຈະ​ມີ​ຫລັງ​ຈາກ​ເຈົ້າ​ສູນ​ເສຍ​ພວກ​ທຳ​ອິດ​ໄປ​ຈະ​ເວົ້າ​ເຂົ້າ​ຫູ​ຂອງ​ເຈົ້າ​ວ່າ: ບ່ອນ​ນີ້ ແຄບ​ເກີນ​ໄປ​ສຳ​ລັບ​ລູກ; ຈົ່ງ​ຫາ​ບ່ອນ​ໃໝ່​ໃຫ້​ລູກ​ຢູ່​ເຖີດ.

21 ເມື່ອ​ນັ້ນ ເຈົ້າ​ຈະ​ກ່າວ​ຢູ່​ໃນ​ໃຈ​ວ່າ: ແມ່ນ​ໃຜ​ໜໍ​ເກີດ​ຄົນ​ເຫລົ່າ​ນີ້​ໃຫ້​ເຮົາ, ເມື່ອ​ເຫັນ​ເຮົາ​ສູນ​ເສຍ​ລູກ​ຫລານ​ຂອງ​ເຮົາ​ໄປ, ແລະ ເຮົາ​ເປັນ​ຜູ້ ສູນ​ເສຍ​ທຸກ​ສິ່ງ, ເປັນ​ຊະ​ເລີຍ ແລະ ຍົກ​ຍ້າຍ​ໄປ​ມາ? ແມ່ນ​ຜູ້​ໃດ​ໜໍ​ລ້ຽງ​ດູ​ຄົນ​ເຫລົ່າ​ນີ້? ຈົ່ງ​ເບິ່ງ ເຮົາ​ຖືກ​ປະ​ຖິ້ມ​ໄວ້​ຕາມ​ລຳ​ພັງ ຄົນ​ເຫລົ່າ​ນີ້​ໄປ​ຢູ່​ບ່ອນ​ໃດ​ມາ?

22 ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້: ຈົ່ງ​ເບິ່ງ, ເຮົາ​ຈະ​ຍົກ​ມື​ກວັກ ຄົນ​ຕ່າງ​ຊາດ ແລະ ຍົກ ສັນ​ຍານ​ຂອງ​ເຮົາ​ຕໍ່​ຜູ້​ຄົນ; ແລະ ເຂົາ​ຈະ​ອູ້ມ​ລູກ​ຊາຍ​ຂອງ​ເຈົ້າ​ມາ​ໃນ​ອ້ອມ ແຂນ​ຂອງ​ເຂົາ, ແລະ ສ່ວນ​ລູກ​ສາວ​ຂອງ​ເຈົ້າ​ນັ້ນ ເຂົາ​ຈະ​ໃສ່​ບ່າ​ແບກ​ມາ.

23 ແລະ ກະສັດ​ຈະ​ເປັນ ພໍ່​ລ້ຽງ​ຂອງ​ເຈົ້າ ແລະ ລາ​ຊີ​ນີ​ທັງ​ຫລາຍ​ຈະ​ເປັນ​ແມ່​ລ້ຽງ​ຂອງ​ເຈົ້າ; ເຂົາ​ເຫລົ່າ​ນັ້ນ​ຈະ​ກົ້ມ​ໜ້າ​ລົງ​ເຖິງ​ດິນ​ກາບ​ເຈົ້າ, ເຂົາ​ຈະ​ເລຍ​ຂີ້​ຝຸ່ນ​ທີ່​ຕີນ​ຂອງ​ເຈົ້າ; ແລ້ວ​ເຈົ້າ​ຈະ​ຮູ້​ວ່າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ; ຜູ້​ທີ່ ລໍ​ຄອຍ​ເຮົາ​ຈະ​ບໍ່​ປະ​ສົບ​ຄວາມ​ອາຍ.

24 ຈະ​ເອົາ​ເຫຍື່ອ​ໄປ​ຈາກ​ຜູ້​ທີ່​ມີ​ກຳ​ລັງ ຫລື ຈະ​ຊ່ວຍ ຊະ​ເລີຍ​ຂອງ​ຜູ້​ຊະນະ​ໃຫ້​ພົ້ນ​ໄດ້​ບໍ?

25 ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້, ເຖິງ​ແມ່ນ​ຊະ​ເລີຍ​ຂອງ​ຄົນ​ທີ່​ຍິ່ງ​ໃຫຍ່​ກໍ​ຈະ​ຖືກ​ເອົາ​ໄປ, ແລະ ເຫຍື່ອ​ຂອງ​ຄົນ​ທີ່​ຫ້ຽມ​ໂຫດ​ກໍ​ຈະ​ຖືກ​ຊ່ວຍ​ໃຫ້​ພົ້ນ; ເພາະ​ເຮົາ​ຈະ​ຕໍ່​ສູ້​ກັບ​ຜູ້​ທີ່​ຕໍ່​ສູ້​ເຈົ້າ, ແລະ ເຮົາ​ຈະ​ຊ່ວຍ​ລູກ​ຫລານ​ຂອງ​ເຈົ້າ​ໃຫ້​ລອດ.

26 ແລະ ເຮົາ​ຈະ ໃຫ້​ຜູ້​ບີບ​ບັງ​ຄັບ​ເຈົ້າ​ກິນ​ເນື້ອ​ຂອງ​ຕົນ​ເອງ; ແລະ ເຂົາ​ຈະ​ເມົາ​ເລືອດ​ຂອງ​ເຂົາ​ເອງ​ເໝືອນ​ເມົາ​ເຫລົ້າ​ອະງຸ່ນ; ແລະ ມະນຸດ​ທັງ​ປວງ​ຈະ ຮູ້​ວ່າ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ຄື​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ເຈົ້າ, ແລະ ພຣະ​ຜູ້​ມີ​ລິດ​ທາ​ນຸ​ພາບ​ຂອງ​ຢາໂຄບ.