ພຣະ​ຄຳ​ພີ
1 ນີໄຟ 22


ບົດ​ທີ 22

ອິດສະ​ຣາເອນ​ຈະ​ກະ​ຈັດ​ກະ​ຈາຍ​ໄປ​ທົ່ວ​ທຸກ​ແຫ່ງ​ຂອງ​ຜືນ​ແຜ່ນ​ດິນ​ໂລກ—ຄົນ​ຕ່າງ​ຊາດ​ຈະ​ບຳ​ລຸງ ແລະ ລ້ຽງ​ດູ​ອິດສະ​ຣາເອນ​ດ້ວຍ​ພຣະ​ກິດ​ຕິ​ຄຸນ​ໃນ​ຍຸກ​ສຸດ​ທ້າຍ—ອິດສະ​ຣາເອນ​ຈະ​ເຕົ້າ​ໂຮມ​ກັນ ແລະ ຈະ​ລອດ, ແລະ ຄົນ​ຊົ່ວ​ຈະ​ຖືກ​ໄຟ​ເຜົາ​ຄື​ກັນ​ກັບ​ເຟືອງ​ເຂົ້າ—ອາ​ນາ​ຈັກ​ຂອງ​ຊາຕານ​ຈະ​ຖືກ​ທຳ​ລາຍ ແລະ ຊາຕານ​ຈະ​ຖືກ​ມັດ​ໄວ້. ປະ​ມານ 588–570 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ຂ້າ​ພະ​ເຈົ້າ​ນີໄຟ​ໄດ້​ອ່ານ​ເລື່ອງ​ເຫລົ່າ​ນີ້​ທີ່​ມີ​ຈາລຶກ​ໄວ້​ໃນ ແຜ່ນ​ຈາລຶກ​ທອງ​ເຫລືອງ​ແລ້ວ, ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ມາ​ຫາ​ຂ້າ​ພະ​ເຈົ້າ ແລະ ຖາມ​ວ່າ: ເລື່ອງ​ທີ່​ເຈົ້າ​ອ່ານ​ມາ​ນັ້ນ​ໝາຍ​ຄວາມ​ວ່າ​ແນວ​ໃດ? ຈົ່ງ​ເບິ່ງ, ຈະ​ໃຫ້​ພວກ​ເຮົາ​ເຂົ້າ​ໃຈ​ເລື່ອງ​ເຫລົ່າ​ນີ້​ວ່າ​ມັນ​ເປັນ​ຕາມ​ເລື່ອງ​ທາງ​ວິນ​ຍານ​ທີ່​ຈະ​ເກີດ​ຂຶ້ນ​ຝ່າຍ​ວິນ​ຍານ ແລະ ບໍ່​ແມ່ນ​ຝ່າຍ​ເນື້ອ​ໜັງ​ບໍ?

2 ແລະ ຂ້າ​ພະ​ເຈົ້າ​ນີໄຟ​ກ່າວ​ກັບ​ພວກ​ເຂົາ​ວ່າ: ຈົ່ງ​ເບິ່ງ ເລື່ອງ​ເຫລົ່າ​ນີ້​ໄດ້​ຖືກ ສະແດງ​ໃຫ້​ປະຈັກ​ແກ່ ສາດ​ສະ​ດາ​ໂດຍ​ສຸ​ລະ​ສຽງ​ຂອງ​ພຣະ​ວິນ​ຍານ; ເພາະ​ໂດຍ ພຣະ​ວິນ​ຍານ​ທຸກ​ຢ່າງ​ທີ່​ຈະ​ເກີດ​ກັບ​ລູກ​ຫລານ​ມະນຸດ​ຕາມ​ທາງ​ເນື້ອ​ໜັງ​ຍ່ອມ​ເປັນ​ທີ່​ຮູ້​ແກ່​ສາດ​ສະ​ດາ.

3 ດັ່ງ​ນັ້ນ, ເລື່ອງ​ທີ່​ເຮົາ​ອ່ານ​ມາ​ນັ້ນ ຈຶ່ງ​ເປັນ​ເລື່ອງ​ກ່ຽວ​ກັບ​ທັງ ຝ່າຍ​ໂລກ ແລະ ຝ່າຍ​ວິນ​ຍານ​ເພາະ​ເບິ່ງ​ວ່າ​ບໍ່​ຊ້າ​ກໍ​ໄວ​ທີ່​ເຊື້ອ​ສາຍ​ອິດສະ​ຣາເອນ​ຈະ ກະ​ຈັດ​ກະ​ຈາຍ​ໄປ​ທົ່ວ​ຜືນ​ແຜ່ນ​ດິນ​ໂລກ ແລະ ໃນ​ບັນ​ດາ​ປະ​ຊາ​ຊາດ​ທັງ​ປວງ​ນຳ​ອີກ.

4 ແລະ ຈົ່ງ​ເບິ່ງ, ມີ​ຄົນ​ຈຳນວນ​ຫລວງ​ຫລາຍ​ທີ່​ຫາຍ​ສາບ​ສູນ​ໄປ​ແລ້ວ​ຈາກ​ຄວາມ​ຮູ້​ຂອງ​ຜູ້​ທີ່​ຢູ່​ໃນ​ເຢຣູ​ຊາເລັມ. ແທ້​ຈິງ​ແລ້ວ, ສ່ວນ​ໃຫຍ່​ຂອງ​ຄົນ​ທຸກ ເຜົ່າ​ໄດ້​ຖືກ ພາ​ໄປ; ແລະ ເຂົາ​ໄດ້​ກະ​ຈັດ​ກະ​ຈາຍ​ໄປ​ຕາມ ເກາະ​ໃນ​ທະເລ; ແລະ ເຂົາ​ຢູ່​ໃສ​ບໍ່​ມີ​ໃຜ​ໃນ​ພວກ​ເຮົາ​ຮູ້​ເລີຍ, ນອກ​ຈາກ​ພວກ​ເຮົາ​ຮູ້​ມາ​ວ່າ​ເຂົາ​ໄດ້​ຖືກ​ພາ​ໄປ​ເທົ່າ​ນັ້ນ.

5 ແລະ ເນື່ອງ​ຈາກ​ເຂົາ​ຖືກ​ພາ​ໄປ ຈຶ່ງ​ມີ​ສາດ​ສະ​ດາ​ທຳ​ນາຍ​ເຖິງ​ເລື່ອງ​ເຫລົ່າ​ນີ້ ຊຶ່ງ​ກ່ຽວ​ກັບ​ເຂົາ ແລະ ກ່ຽວ​ກັບ​ທຸກ​ຄົນ​ຊຶ່ງ​ຕໍ່​ຈາກ​ນີ້​ຈະ​ກະ​ຈັດ​ກະ​ຈາຍ​ໄປ ແລະ ສັບ​ສົນ​ເພາະ​ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດສະ​ຣາເອນ; ເພາະ​ເຂົາ​ເຮັດ​ໃຈ​ແຂງ​ກະ​ດ້າງ​ຕໍ່​ພຣະ​ອົງ; ດັ່ງ​ນັ້ນ, ເຂົາ​ຈຶ່ງ​ຈະ​ກະ​ຈັດ​ກະ​ຈາຍ​ໄປ​ໃນ​ບັນ​ດາ​ປະ​ຊາ​ຊາດ​ທັງ​ປວງ ແລະ ຈະ​ເປັນ​ທີ່ ກຽດ​ຊັງ​ຂອງ​ທຸກ​ຄົນ.

6 ເຖິງ​ຢ່າງ​ໃດ​ກໍ​ຕາມ, ຫລັງ​ຈາກ​ເຂົາ​ໄດ້​ຮັບ​ການ ບຳ​ລຸງ​ລ້ຽງ​ດູ​ຈາກ ຄົນ​ຕ່າງ​ຊາດ​ແລ້ວ, ພຣະ​ເຈົ້າ​ຍົກ​ພຣະ​ຫັດ​ໃຫ້​ຄົນ​ຕ່າງ​ຊາດ, ແລະ ຕັ້ງ​ເຂົາ​ໄວ້​ເປັນ​ຫລັກ​ສັນ​ຍານ, ແລະ ລູກ​ຫລານ​ຂອງ​ເຂົາ​ຈະ​ຖືກ​ອູ້ມ​ມາ​ໃນ​ອ້ອມ​ແຂນ ແລະ ລູກ​ສາວ​ຂອງ​ເຂົາ​ຈະ​ຖືກ​ແບກ​ມາ​ເທິງ​ບ່າ, ຈົ່ງ​ເບິ່ງ ເລື່ອງ​ເຫລົ່າ​ນີ້ ຊຶ່ງ​ມີ​ເວົ້າ​ໄວ້​ເປັນ​ເລື່ອງ​ຝ່າຍ​ໂລກ; ເພາະ​ພັນທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ເປັນ​ດັ່ງ​ນັ້ນ; ແລະ ໝາຍ​ເຖິງ​ພວກ​ເຮົາ​ໃນ​ວັນ​ທີ່​ຈະ​ມາ​ເຖິງ, ແລະ ພີ່​ນ້ອງ​ທຸກ​ຄົນ​ຂອງ​ພວກ​ເຮົາ​ທີ່​ເປັນ​ເຊື້ອ​ສາຍ​ອິດສະ​ຣາເອນ​ນຳ​ອີກ.

7 ແລະ ໝາຍ​ຄວາມ​ວ່າ ເວລາ​ຈະ​ມາ​ເຖິງ​ຄື ຫລັງ​ຈາກ​ເຊື້ອ​ສາຍ​ອິດສະ​ຣາເອນ​ທັງ​ໝົດ​ໄດ້​ກະ​ຈັດ​ກະ​ຈາຍ​ໄປ ແລະ ສັບ​ສົນ​ແລ້ວ, ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຍົກ​ປະເທດ​ທີ່​ຍິ່ງ​ໃຫຍ່​ປະເທດ​ໜຶ່ງ​ຂຶ້ນ​ໃນ​ບັນ​ດາ ຄົນ​ຕ່າງ​ຊາດ, ແທ້​ຈິງ​ແລ້ວ, ມັນ​ແມ່ນ​ຜືນ​ແຜ່ນ​ດິນ​ນີ້ ແລະ ໂດຍ​ພວກ​ເຂົາ​ລູກ​ຫລານ​ຂອງ​ພວກ​ເຮົາ​ຈຶ່ງ​ຈະ ກະ​ຈັດ​ກະ​ຈາຍ​ໄປ.

8 ແລະ ຫລັງ​ຈາກ​ທີ່​ລູກ​ຫລານ​ຂອງ​ພວກ​ເຮົາ​ໄດ້​ກະ​ຈັດ​ກະ​ຈາຍ​ໄປ​ແລ້ວ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເຮັດ ສິ່ງ​ອັດ​ສະ​ຈັນ​ຢ່າງ​ໜຶ່ງ​ໃນ​ບັນ​ດາ ຄົນ​ຕ່າງ​ຊາດ ຊຶ່ງ​ຈະ ມີ​ຄຸນ​ຄ່າ​ທີ່​ຍິ່ງ​ໃຫຍ່​ກັບ​ລູກ​ຫລານ​ຂອງ​ພວກ​ເຮົາ; ດັ່ງ​ນັ້ນ, ມັນ​ຈຶ່ງ​ເປັນ​ເໝືອນ​ກັບ​ພວກ​ເຂົາ​ຖືກ​ບຳ​ລຸງ​ລ້ຽງ​ຈາກ​ຄົນ​ຕ່າງ​ຊາດ ແລະ ຖືກ​ອູ້ມ​ມາ​ໃນ​ອ້ອມ​ແຂນ​ຂອງ​ພວກ​ເຂົາ ແລະ ແບກ​ໃສ່​ບ່າ​ຂອງ​ພວກ​ເຂົາ​ມາ.

9 ແລະ ມັນ​ຈະ ມີ​ຄຸນ​ຄ່າ​ກັບ​ຄົນ​ຕ່າງ​ຊາດ, ແລະ ບໍ່​ພຽງ​ແຕ່​ກັບ​ຄົນ​ຕ່າງ​ຊາດ​ເທົ່າ​ນັ້ນ ແຕ່ ຍັງ​ມີ​ຄຸນ​ຄ່າ​ກັບ ເຊື້ອ​ສາຍ​ອິດສະ​ຣາເອນ​ທັງ​ໝົດ​ນຳ​ອີກ, ໃນ​ວັນ​ທີ່​ຈະ​ໃຫ້​ຮູ້​ຈັກ​ເຖິງ ພັນທະ​ສັນ​ຍາ​ຂອງ​ພຣະ​ບິດາ​ເທິງ​ສະຫວັນ​ທີ່​ຊົງ​ກະທຳ​ໄວ້​ກັບ​ອັບ​ຣາ​ຮາມ, ໂດຍ​ກ່າວ​ວ່າ: ໃນ ລູກ​ຫລານ​ຂອງ​ເຈົ້າ​ທຸກ​ຕະ​ກຸນ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ໄດ້ ຮັບ​ພອນ.

10 ແລະ ພວກ​ອ້າຍ​ຂອງ​ເຮົາ​ເອີຍ, ເຮົາ​ຢາກ​ໃຫ້​ພວກ​ເຈົ້າ​ຮູ້​ວ່າ ທຸກ​ຕະ​ກຸນ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ຮັບ​ພອນ​ບໍ່​ໄດ້ ເວັ້ນ​ເສຍ​ແຕ່​ພຣະ​ອົງ​ຈະ ກາງ​ແຂນ​ຂອງ​ພຣະ​ອົງ​ຕໍ່​ສາຍ​ຕາ​ຂອງ​ປະ​ຊາ​ຊາດ​ເສຍ​ກ່ອນ.

11 ດັ່ງ​ນັ້ນ, ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ດຳ​ເນີນ​ການ​ກາງ​ແຂນ​ຂອງ​ພຣະ​ອົງ​ຕໍ່​ສາຍ​ຕາ​ຂອງ​ປະ​ຊາ​ຊາດ, ໂດຍ​ນຳ​ເອົາ​ພັນທະ​ສັນ​ຍາ​ຂອງ​ພຣະ​ອົງ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ມາ​ໃຫ້​ຜູ້​ທີ່​ເປັນ​ເຊື້ອ​ສາຍ​ອິດສະ​ຣາເອນ.

12 ດັ່ງ​ນັ້ນ, ພຣະ​ອົງ​ຈະ​ນຳ​ພວກ​ເຂົາ​ອອກ​ມາ​ຈາກ​ການ​ເປັນ​ຊະ​ເລີຍ​ນຳ​ອີກ, ແລະ ພວກ​ເຂົາ​ຈະ​ຖືກ ເຕົ້າ​ໂຮມ​ເຂົ້າມາ​ຫາ​ແຜ່ນ​ດິນ​ຊຶ່ງ​ເປັນ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຂົາ; ແລະ ພວກ​ເຂົາ​ຈະ​ຖືກ​ນຳ​ອອກ​ຈາກ​ການ​ປິດ​ບັງ ແລະ ອອກ​ຈາກ ຄວາມ​ມືດ; ແລະ ພວກ​ເຂົາ​ຈະ​ຮູ້​ຈັກ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຄື ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່​ຂອງ​ພວກ​ເຂົາ, ພຣະ​ຜູ້​ມີ​ລິດ​ທາ​ນຸ​ພາບ​ຂອງ​ອິດສະ​ຣາເອນ.

13 ແລະ ເລືອດ​ຂອງ​ສາດ​ສະ​ໜາ​ຈັກ​ໃຫຍ່ ແລະ ໜ້າ​ກຽດ​ຊັງ​ນັ້ນ ຊຶ່ງ​ເປັນ​ໂສ​ເພ​ນີ​ຂອງ​ແຜ່ນ​ດິນ​ໂລກ​ທັງ​ໝົດ ຈະ​ໄຫລ​ລົງ​ໃສ່​ຫົວ​ຂອງ​ພວກ​ເຂົາ​ເອງ, ເພາະ​ພວກ​ເຂົາ​ຈະ​ເຮັດ ສົງ​ຄາມ​ລະຫວ່າງ​ພວກ​ເຂົາ​ເອງ, ແລະ ດາບ​ໃນ​ມື​ຂອງ​ພວກ​ເຂົາ ເອງ​ຈະ​ຕົກ​ໃສ່​ຫົວ​ຂອງ​ພວກ​ເຂົາ​ເອງ ແລະ ພວກ​ເຂົາ​ຈະ​ມຶນ​ເມົາ​ດ້ວຍ​ເລືອດ​ຂອງ​ພວກ​ເຂົາ​ເອງ.

14 ໂອ້ ເຊື້ອ​ສາຍ​ອິດສະ​ຣາເອນ​ເອີຍ ແລະ ທຸກ ປະ​ຊາ​ຊາດ​ທີ່​ຈະ​ເຮັດ​ສົງ​ຄາມ​ຕໍ່​ຕ້ານ​ເຈົ້າ​ຈະ​ຫັນ​ມາ​ຕໍ່​ສູ້​ກັນ​ເອງ ແລະ ພວກ​ເຂົາ​ຈະ ຕົກ​ຫລຸມ​ຊຶ່ງ​ຂຸດ​ໄວ້​ດັກ​ຜູ້​ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ແລະ ທຸກ​ຄົນ​ທີ່ ຕໍ່​ສູ້​ກັບ​ຊີໂອນ​ຈະ​ຖືກ​ທຳ​ລາຍ; ແລະ ໂສ​ເພ​ນີ​ໃຫຍ່​ຜູ້​ນັ້ນ, ຜູ້​ເຮັດ​ໃຫ້​ທາງ​ທີ່​ຖືກ​ຕ້ອງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ບິດ​ເບືອນ​ໄປ, ແທ້​ຈິງ​ແລ້ວ, ສາດ​ສະ​ໜາ​ຈັກ​ໃຫຍ່ ແລະ ໜ້າ​ກຽດ​ຊັງ​ຈະ​ເພ​ພັງ​ລົງ​ຢູ່ ພື້ນ​ດິນ ແລະ ການ​ຕົກ​ຂອງ​ມັນ​ຈະ​ໃຫຍ່​ຫລວງ​ທີ່​ສຸດ.

15 ເພາະ​ຈົ່ງ​ເບິ່ງ, ສາດ​ສະ​ດາ​ໄດ້​ກ່າວ​ວ່າ, ເວລາ​ຈະ​ມາ​ເຖິງ​ຢ່າງ​ວ່ອງ​ໄວ​ຄື ຊາຕານ​ຈະ​ບໍ່​ມີ​ອຳນາດ​ເໜືອ​ໃຈ​ຂອງ​ລູກ​ຫລານ​ມະນຸດ​ອີກ; ເພາະ​ວັນ​ເວລາ​ຈະ​ມາ​ເຖິງ​ໃນ​ບໍ່​ຊ້າ​ນີ້ ເມື່ອ​ຄົນ​ທີ່​ອວດ​ດີ ແລະ ຄົນ​ທີ່​ເຮັດ​ຄວາມ​ຊົ່ວ​ຮ້າຍ ຈະ​ເປັນ​ຄື​ກັນ​ກັບ ເຟືອງ​ເຂົ້າ; ແລະ ວັນ​ເວລາ​ຈະ​ມາ​ເຖິງ​ເມື່ອ​ພວກ​ເຂົາ​ຈະ​ຕ້ອງ​ຖືກ ໄຟ​ເຜົາ.

16 ເພາະ​ວັນ​ເວລາ​ຈະ​ມາ​ເຖິງ​ໃນ​ບໍ່​ຊ້າ​ນີ້​ຄື ຄວາມ​ສົມ​ບູນ​ຂອງ ພຣະ​ພິ​ໂລດ​ຂອງ​ພຣະ​ເຈົ້າ​ຈະ​ເທ​ລົງ​ມາ​ເທິງ​ລູກ​ຫລານ​ມະນຸດ​ທຸກ​ຄົນ; ເພາະ​ພຣະ​ອົງ​ຈະ​ບໍ່​ຍອມ​ໃຫ້​ຄົນ​ຊົ່ວ​ມາ​ທຳ​ລາຍ​ຄົນ​ຊອບ​ທຳ.

17 ດັ່ງ​ນັ້ນ, ພຣະ​ອົງ​ຈະ ຮັກ​ສາ ຄົນ​ຊອບ​ທຳ​ໄວ້​ໃນ​ອຳນາດ​ຂອງ​ພຣະ​ອົງ​ເຖິງ​ແມ່ນ​ຈະ​ເປັນ​ໄປ​ວ່າ ຄວາມ​ສົມ​ບູນ​ຂອງ​ພຣະ​ພິ​ໂລດ​ຂອງ​ພຣະ​ອົງ​ຕ້ອງ​ມາ​ເຖິງ ແລະ ຄົນ​ຊອບ​ທຳ​ຈະ​ໄດ້​ຮັບ​ການ​ຮັກ​ສາ ເຖິງ​ແມ່ນ​ຈະ​ເປັນ​ການ​ທຳ​ລາຍ​ສັດ​ຕູ​ຂອງ​ພວກ​ເຂົາ​ດ້ວຍ​ໄຟ. ດັ່ງ​ນັ້ນ​ຄົນ​ຊອບ​ທຳ​ບໍ່​ຕ້ອງ​ຢ້ານ​ກົວ ເພາະ​ສາດ​ສະ​ດາ​ໄດ້​ກ່າວ​ໄວ້​ວ່າ, ພວກ​ເຂົາ​ຈະ​ລອດ​ເຖິງ​ແມ່ນ​ວ່າ​ມັນ​ຈະ​ເປັນ​ຄື​ກັນ​ກັບ​ໄຟ​ກໍ​ຕາມ.

18 ຈົ່ງ​ເບິ່ງ, ພວກ​ອ້າຍ​ຂອງ​ເຮົາ​ເອີຍ, ເຮົາ​ເວົ້າ​ກັບ​ພວກ​ເຈົ້າ​ວ່າ ສິ່ງ​ເຫລົ່າ​ນີ້​ຈະ​ຕ້ອງ​ມາ​ເຖິງ​ໃນ​ບໍ່​ຊ້າ​ນີ້; ແທ້​ຈິງ​ແລ້ວ, ແມ່ນ​ເລືອດ​ກັບ​ໄຟ, ແລະ ອາຍ​ຄວັນ​ຈະ​ຕ້ອງ​ມາ​ເຖິງ; ແລະ ມັນ​ຈະ​ຕ້ອງ​ມີ​ຂຶ້ນ​ໃນ​ຜືນ​ແຜ່ນ​ດິນ​ໂລກ​ນີ້; ແລະ ມັນ​ຈະ​ມາ​ເຖິງ​ມະນຸດ​ຕາມ​ທາງ​ເນື້ອ​ໜັງ​ຖ້າ​ຫາກ​ພວກ​ເຂົາ​ເຮັດ​ໃຈ​ແຂງ​ກະ​ດ້າງ​ຕໍ່​ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດສະ​ຣາເອນ.

19 ຈົ່ງ​ເບິ່ງ, ຄົນ​ຊອບ​ທຳ​ຈະ​ບໍ່​ຕາຍ; ເພາະ​ເວລາ​ຈະ​ຕ້ອງ​ມາ​ເຖິງ​ຢ່າງ​ແນ່​ນອນ​ຄື ທຸກ​ຄົນ​ທີ່​ຕໍ່​ຕ້ານ​ຊີໂອນ​ຈະ​ຖືກ​ຕັດ​ອອກ.

20 ແລະ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຕຽມ​ທາງ​ໄວ້​ໃຫ້​ຜູ້​ຄົນ​ຂອງ​ພຣະ​ອົງ​ຢ່າງ​ແນ່​ນອນ ເພື່ອ​ໃຫ້​ຄຳ​ເວົ້າ​ຂອງ​ໂມເຊ​ສຳ​ເລັດ, ຊຶ່ງ​ເພິ່ນ​ໄດ້​ກ່າວ​ໄວ້ ມີ​ຄວາມ​ວ່າ: ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ​ຈະ​ຍົກ ສາດ​ສະ​ດາ​ທ່ານ​ໜຶ່ງ​ຂຶ້ນ​ຄື​ກັນ​ກັບ​ຂ້າ​ພະ​ເຈົ້າ​ໃຫ້​ເຈົ້າ; ເຈົ້າ​ຈະ​ໄດ້​ຍິນ​ຈາກ​ເພິ່ນ​ຜູ້​ນັ້ນ​ທຸກ​ຢ່າງ ບໍ່​ວ່າ​ເລື່ອງ​ອັນ​ໃດ​ກໍ​ຕາມ​ທີ່​ເພິ່ນ​ຜູ້​ນັ້ນ​ເວົ້າ​ກັບ​ເຈົ້າ. ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ຜູ້​ໃດ​ທີ່​ບໍ່​ຟັງ​ສາດ​ສະ​ດາ​ຜູ້​ນັ້ນ​ຈະ​ຖືກ ຕັດ​ອອກ​ຈາກ​ບັນ​ດາ​ຜູ້​ຄົນ.

21 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ນີໄຟ​ປະ​ກາດ​ກັບ​ພວກ​ເຈົ້າ​ວ່າ ສາດ​ສະ​ດາ​ຜູ້​ທີ່​ໂມເຊ​ເວົ້າ​ເຖິງ​ຄື ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດສະ​ຣາເອນ; ດັ່ງ​ນັ້ນ, ພຣະ​ອົງ​ຈະ​ກະ​ທຳ ການ​ພິ​ພາກ​ສາ​ດ້ວຍ​ຄວາມ​ຊອບ​ທຳ.

22 ແລະ ຄົນ​ຊອບ​ທຳ​ບໍ່​ຕ້ອງ​ຢ້ານ​ກົວ​ເພາະ​ພວກ​ເຂົາ​ຄື​ຜູ້​ທີ່​ຈະ​ບໍ່​ຖືກ​ທຳ​ລາຍ, ແຕ່​ຈະ​ເປັນ​ອາ​ນາ​ຈັກ​ຂອງ​ມານ ຊຶ່ງ​ມັນ​ຈະ​ຖືກ​ສ້າງ​ຂຶ້ນ​ໃນ​ບັນ​ດາ​ລູກ​ຫລານ​ມະນຸດ, ຊຶ່ງ​ອາ​ນາ​ຈັກ​ນັ້ນ​ຖືກ​ສະຖາ​ປະນາ​ຂຶ້ນ​ໃນ​ບັນ​ດາ​ຜູ້​ຄົນ​ທີ່​ຢູ່​ໃນ​ເນື້ອ​ໜັງ—

23 ເພາະ​ວັນ​ເວລາ​ຈະ​ມາ​ເຖິງ​ຢ່າງ​ວ່ອງ​ໄວ​ຄື ເມື່ອ ສາດ​ສະ​ໜາ​ຈັກ​ທຸກ​ແຫ່ງ​ທີ່​ສ້າງ​ຂຶ້ນ​ເພື່ອ​ຫາ​ຜົນ​ປະ​ໂຫຍດ, ແລະ ສາດ​ສະ​ໜາ​ຈັກ​ທີ່​ສ້າງ​ຂຶ້ນ​ເພື່ອ​ມີ​ອຳນາດ​ທາງ​ເນື້ອ​ໜັງ, ແລະ ສາດ​ສະ​ໜາ​ຈັກ​ທີ່​ສ້າງ​ຂຶ້ນ​ເພື່ອ​ເປັນ​ທີ່ ນິ​ຍົມ​ໃນ​ສາຍ​ຕາ​ຂອງ​ໂລກ, ແລະ ສາດ​ສະ​ໜາ​ຈັກ​ທີ່​ສະແຫວງ​ຫາ​ຄວາມ​ໂລບ​ມາກ​ທາງ​ເນື້ອ​ໜັງ ແລະ ສິ່ງ​ຂອງ​ທາງ​ໂລກ ແລະ ເຮັດ​ຄວາມ​ຊົ່ວ​ຮ້າຍ​ນາງໆ​ປະ​ການ; ແທ້​ຈິງ​ແລ້ວ, ໂດຍ​ສະ​ຫລຸບ, ພວກ​ທີ່​ເປັນ​ອາ​ນາ​ຈັກ​ຂອງ​ມານ​ຄື ຜູ້​ທີ່​ຕ້ອງ​ຢ້ານ​ກົວ​ຕົວ​ສັ່ນ ແລະ ຫວັ່ນ​ໄຫວ, ພວກ​ເຂົາ​ຈະ​ຕ້ອງ​ຖືກ​ນຳ​ລົງ​ຕ່ຳ​ຢູ່​ພື້ນ​ດິນ; ພວກ​ເຂົາ​ຈະ​ຕ້ອງ​ຖືກ ໄຟ​ເຜົາ​ຄື​ກັນ​ກັບ​ເຟືອງ​ເຂົ້າ ແລະ ນີ້​ຈະ​ເປັນ​ຕາມ​ຄຳ​ເວົ້າ​ຂອງ​ສາດ​ສະ​ດາ.

24 ແລະ ວັນ​ເວລາ​ຈະ​ມາ​ເຖິງ​ຢ່າງ​ວ່ອງ​ໄວ​ຄື ຄົນ​ຊອບ​ທຳ​ຈະ​ຕ້ອງ​ຖືກ​ພາ​ຂຶ້ນ​ໄປ​ຄື​ກັນ​ກັບ ລູກ​ງົວ​ໃນ​ຄອກ ແລະ ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດສະ​ຣາເອນ​ຈະ​ປົກ​ຄອງ​ດ້ວຍ​ລິດ​ເດດ, ດ້ວຍ​ອຳນາດ ແລະ ລັດ​ສະ​ໝີ​ພາບ​ອັນ​ຍິ່ງ​ໃຫຍ່.

25 ແລະ ພຣະ​ອົງ​ຈະ ເຕົ້າ​ໂຮມ​ລູກ​ຫລານ​ຂອງ​ພຣະ​ອົງ​ຈາກ​ສີ່​ສ່ວນ​ຂອງ​ແຜ່ນ​ດິນ​ໂລກ ແລະ ພຣະ​ອົງ​ຈະ​ນັບ​ຈຳນວນ​ແກະ​ຂອງ​ພຣະ​ອົງ, ແລະ ພວກ​ເຂົາ​ກໍ​ຈະ​ຮູ້​ຈັກ​ພຣະ​ອົງ ແລະ ຈະ​ມີ​ແກະ​ຄອກ​ດຽວ ແລະ ມີ ຜູ້​ລ້ຽງ​ຜູ້​ດຽວ, ແລະ ພຣະ​ອົງ​ຈະ​ລ້ຽງ​ແກະ​ຂອງ​ພຣະ​ອົງ, ແລະ ໃນ​ຕົວ​ຂອງ​ພຣະ​ອົງ ພວກ​ເຂົາ​ຈະ​ພົບ ທົ່ງ​ຫຍ້າ.

26 ແລະ ເພາະ​ຄວາມ​ຊອບ​ທຳ​ຂອງ​ຜູ້​ຄົນ​ຂອງ​ພຣະ​ອົງ, ຊາຕານ​ຈຶ່ງ​ບໍ່​ມີ​ອຳນາດ; ດັ່ງ​ນັ້ນ, ມັນ​ຈຶ່ງ​ຫລຸດ​ອອກ​ມາ​ບໍ່​ໄດ້​ເປັນ​ເວລາ ຫລາຍ​ປີ ເພາະ​ມັນ​ບໍ່​ມີ​ອຳນາດ​ເໜືອ​ໃຈ​ຂອງ​ຜູ້​ຄົນ; ເພາະ​ພວກ​ເຂົາ​ຢູ່​ໃນ​ຄວາມ​ຊອບ​ທຳ ແລະ ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດສະ​ຣາເອນ ປົກ​ຄອງ.

27 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ນີໄຟ​ກ່າວ​ກັບ​ພວກ​ເຈົ້າ​ວ່າ ເລື່ອງ​ທັງ​ໝົດ​ນີ້​ຕ້ອງ​ມາ​ເຖິງ​ຕາມ​ທາງ​ຝ່າຍ​ເນື້ອ​ໜັງ.

28 ແຕ່, ຈົ່ງ​ເບິ່ງ, ທຸກ​ປະ​ຊາ​ຊາດ, ທຸກ​ຕະ​ກຸນ, ທຸກ​ພາ​ສາ, ແລະ ທຸກ​ຜູ້​ຄົນ​ທັງ​ປວງ​ຈະ​ຢູ່​ຢ່າງ​ປອດ​ໄພ​ໃນ ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດສະ​ຣາເອນ ຖ້າ​ຫາກ​ເປັນ​ໄປ​ວ່າ​ພວກ​ເຂົາ​ຈະ ກັບ​ໃຈ.

29 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ນີໄຟ​ຂໍ​ຈົບ​ພຽງ​ເທົ່າ​ນີ້; ເພາະ​ວ່າ​ເຮົາ​ບໍ່​ກ້າ​ເວົ້າ​ກ່ຽວ​ກັບ​ເລື່ອງ​ເຫລົ່າ​ນີ້​ອີກ​ຕໍ່​ໄປ.

30 ດັ່ງ​ນັ້ນ, ພວກ​ອ້າຍ​ຂອງ​ເຮົາ​ເອີຍ, ເຮົາ​ຢາກ​ໃຫ້​ພວກ​ເຈົ້າ​ພິ​ຈາ​ລະ​ນາ​ວ່າ ເລື່ອງ​ຊຶ່ງ​ມີ​ຂຽນ​ໄວ້​ໃນ ແຜ່ນ​ຈາລຶກ​ທອງ​ເຫລືອງ​ນີ້​ເປັນ​ຄວາມ​ຈິງ; ແລະ ມັນ​ໃຫ້​ຖ້ອຍ​ຄຳ​ວ່າ​ມະນຸດ​ຕ້ອງ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ.

31 ດັ່ງ​ນັ້ນ, ພວກ​ເຈົ້າ​ບໍ່​ຕ້ອງ​ຄິດ​ວ່າ​ເຮົາ​ກັບ​ບິດາ​ຂອງ​ເຮົາ​ເທົ່າ​ນັ້ນ​ທີ່​ເປັນ​ຜູ້​ໃຫ້​ຖ້ອຍ​ຄຳ ແລະ ສິດ​ສອນ​ສິ່ງ​ເຫລົ່າ​ນີ້. ດັ່ງ​ນັ້ນ, ຖ້າ​ພວກ​ເຈົ້າ​ຈະ​ເຊື່ອ​ຟັງ ພຣະ​ບັນ​ຍັດ ແລະ ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ, ພວກ​ເຈົ້າ​ຈະ​ລອດ​ໃນ​ວັນ​ສຸດ​ທ້າຍ. ແລະ ເປັນ​ໄປ​ດັ່ງ​ນັ້ນ. ອາ​ແມນ.