ພຣະ​ຄຳ​ພີ
1 ນີໄຟ 5


ບົດ​ທີ 5

ຊາ​ໄຣ​ຢາ​ຈົ່ມ​ໃຫ້​ລີໄຮ—ທັງ​ສອງ​ປິ​ຕິ​ຍິນ​ດີ​ໃນ​ການ​ກັບ​ມາ​ຂອງ​ພວກ​ລູກ​ຊາຍ​ຂອງ​ເຂົາ​ເຈົ້າ—ເຂົາ​ເຈົ້າ​ຖວາຍ​ເຄື່ອງ​ບູຊາ—ແຜ່ນ​ຈາລຶກ​ທອງ​ເຫລືອງ​ບັນ​ຈຸ​ການ​ບັນ​ທຶກ​ຂອງ​ໂມເຊ ແລະ ສາດ​ສະ​ດາ​ຄົນ​ອື່ນໆ—ລີໄຮ​ເປັນ​ຜູ້​ສືບ​ຕະ​ກຸນ​ຂອງ​ໂຢເຊັບ—ລີໄຮ​ທຳ​ນາຍ​ກ່ຽວ​ກັບ​ລູກ​ຫລານ​ຂອງ​ເພິ່ນ ແລະ ກ່ຽວ​ກັບ​ການ​ຮັກ​ສາ​ແຜ່ນ​ຈາລຶກ​ໄວ້. ປະ​ມານ 600–592 ປີ ກ່ອນ ຄ.ສ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ພວກ​ເຮົາ​ລົງ​ມາ​ຫາ​ບິດາ​ຂອງ​ພວກ​ເຮົາ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ຈົ່ງ​ເບິ່ງ, ເພິ່ນ​ເຕັມ​ໄປ​ດ້ວຍ​ຄວາມ​ປິ​ຕິ​ຍິນ​ດີ, ແລະ ຊາ​ໄຣ​ຢາ​ແມ່​ຂອງ​ຂ້າ​ພະ​ເຈົ້າ​ກໍ​ດີ​ໃຈ​ຢ່າງ​ຍິ່ງ, ເພາະ​ເພິ່ນ​ໄດ້​ເປັນ​ທຸກ​ເພາະ​ພວກ​ເຮົາ​ແທ້ໆ.

2 ເພາະ​ເພິ່ນ​ຄິດ​ວ່າ​ພວກ​ເຮົາ​ຕາຍ​ເສຍ​ແລ້ວ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ; ແລະ ເພິ່ນ​ໄດ້​ຈົ່ມ​ໃຫ້​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ນຳ​ອີກ, ໂດຍ​ບອກ​ເພິ່ນ​ວ່າ ເພິ່ນ​ເປັນ​ຄົນ​ຊ່າງ​ເຫັນ​ພາບ; ມີ​ຄວາມ​ວ່າ: ຈົ່ງ​ເບິ່ງ ເຈົ້າ​ນຳ​ພວກ​ເຮົາ​ອອກ​ມາ​ຈາກ​ແຜ່ນ​ດິນ ຊຶ່ງ​ເປັນ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຮົາ, ແລະ ຂ້ອຍ​ໄດ້​ເສຍ​ລູກ​ຊາຍ​ໄປ​ໝົດ​ແລ້ວ, ແລະ ພວກ​ເຮົາ​ກຳ​ລັງ​ຈະ​ຕາຍ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

3 ແລະ ດ້ວຍ​ພາ​ສາ​ຢ່າງ​ນີ້​ທີ່​ມານດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຈົ່ມ​ໃຫ້​ບິດາ​ຂອງ​ຂ້າ​ພະ​ເຈົ້າ.

4 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ບິດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ເພິ່ນ, ມີ​ຄວາມ​ວ່າ: ຂ້ອຍ​ຮູ້​ວ່າ​ຂ້ອຍ​ເປັນ​ຄົນ​ຊ່າງ ເຫັນ​ພາບ; ເພາະ​ຖ້າ​ຫາກ​ຂ້ອຍ​ບໍ່​ເຫັນ​ເລື່ອງ​ຕ່າງໆ​ຂອງ​ພຣະ​ເຈົ້າ​ໃນ ພາບ​ແລ້ວ ຂ້ອຍ​ຈະ​ບໍ່​ຮູ້​ຈັກ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ເຈົ້າ, ແຕ່​ຈະ​ຍັງ​ຢູ່​ທີ່​ເຢຣູ​ຊາເລັມ, ແລະ ຕາຍ​ກັບ​ພີ່​ນ້ອງ​ຂອງ​ຂ້ອຍ.

5 ແຕ່​ຈົ່ງ​ເບິ່ງ, ຂ້ອຍ​ໄດ້​ຮັບ ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ, ຊຶ່ງ​ໃນ​ສິ່ງ​ນີ້​ຂ້ອຍ​ປິ​ຕິ​ຍິນ​ດີ; ແທ້​ຈິງ​ແລ້ວ, ແລະ ຂ້ອຍ ຮູ້​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ປົດ​ປ່ອຍ​ພວກ​ລູກ​ຊາຍ​ຂອງ​ຂ້ອຍ​ໃຫ້​ພົ້ນ​ຈາກ​ກຳ​ມື​ຂອງ​ລາ​ບານ, ແລະ ນຳ​ພວກ​ເຂົາ​ລົງ​ມາ​ຫາ​ພວກ​ເຮົາ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ອີກ.

6 ແລະ ດ້ວຍ​ພາ​ສາ​ຢ່າງ​ນີ້, ລີໄຮ​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ປອບ​ໃຈ​ຊາ​ໄຣ​ຢາ​ມານດາ​ຂອງ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ ພວກ​ເຮົາ​ໃນ​ຂະນະ​ທີ່​ພວກ​ເຮົາ​ເດີນ​ທາງ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ຂຶ້ນ​ໄປ​ຫາ​ແຜ່ນ​ດິນ​ເຢຣູ​ຊາເລັມ ເພື່ອ​ເອົາ​ບັນ​ທຶກ​ຂອງ​ຊາວ​ຢິວ.

7 ແລະ ເມື່ອ​ພວກ​ເຮົາ​ກັບ​ມາ​ເຖິງ​ຜ້າ​ເຕັ້ນ​ຂອງ​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ແລ້ວ, ຈົ່ງ​ເບິ່ງ, ພວກ​ເພິ່ນ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ປິ​ຕິ​ຍິນ​ດີ, ແລະ ມານດາ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ສະ​ບາຍ​ໃຈ​ຂຶ້ນ.

8 ແລະ ເພິ່ນ​ໄດ້​ເວົ້າ, ມີ​ຄວາມ​ວ່າ: ບັດ​ນີ້​ຂ້ອຍ​ຮູ້​ແນ່​ນອນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້ ບັນ​ຊາ​ສາ​ມີ​ຂອງ​ຂ້ອຍ​ໃຫ້​ໜີ​ມາ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ; ແທ້​ຈິງ​ແລ້ວ, ແລະ ຂ້ອຍ​ຮູ້​ເຖິງ​ຄວາມ​ແນ່​ນອນ​ອີກ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ປົກ​ປ້ອງ​ພວກ​ລູກ​ຊາຍ​ຂອງ​ຂ້ອຍ, ແລະ ປົດ​ປ່ອຍ​ພວກ​ເຂົາ​ໃຫ້​ພົ້ນ​ຈາກ​ກຳ​ມື​ຂອງ​ລາ​ບານ, ແລະ ປະທານ​ອຳນາດ​ໃຫ້​ພວກ​ເຂົາ​ເພື່ອ​ຈະ ສຳ​ເລັດ​ໃນ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ບັນ​ຊາ​ພວກ​ເຂົາ. ແລະ ເພິ່ນ​ໄດ້​ເວົ້າ​ດ້ວຍ​ພາ​ສາ​ຢ່າງ​ນີ້.

9 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເພິ່ນ​ທັງ​ສອງ​ມີ​ຄວາມ​ປິ​ຕິ​ຍິນ​ດີ​ຢ່າງ​ຍິ່ງ, ແລະ ໄດ້​ຖວາຍ ເຄື່ອງ​ບູຊາ ແລະ ເຄື່ອງ​ເຜົາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ; ແລະ ພວກ​ເພິ່ນ​ໄດ້​ຖວາຍ ຄວາມ​ຂອບ​ພຣະ​ຄຸນ​ແດ່​ພຣະ​ເຈົ້າ​ຂອງ​ອິດສະ​ຣາເອນ.

10 ແລະ ຫລັງ​ຈາກ​ພວກ​ເພິ່ນ​ຖວາຍ​ຄວາມ​ຂອບ​ພຣະ​ຄຸນ​ແດ່​ພຣະ​ເຈົ້າ​ຂອງ​ອິດສະ​ຣາເອນ​ແລ້ວ, ລີໄຮ​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຈັບ​ເອົາ​ບັນ​ທຶກ ຊຶ່ງ​ຈາລຶກ​ໄວ້​ໃນ ແຜ່ນ​ຈາລຶກ​ທອງ​ເຫລືອງ​ຂຶ້ນ​ມາ, ແລະ ເພິ່ນ​ໄດ້​ຄົ້ນ​ຄວ້າ​ມັນ​ຕັ້ງ​ແຕ່​ຕົ້ນ.

11 ແລະ ເພິ່ນ​ເຫັນ​ວ່າ​ມັນ​ປະກອບ​ດ້ວຍ ໜັງ​ສື​ຫ້າ​ເຫລັ້ມ​ຂອງ​ໂມເຊ, ຊຶ່ງ​ໃຫ້​ເລື່ອງ​ລາວ​ເຖິງ​ການ​ສ້າງ​ໂລກ, ແລະ ເຖິງ​ອາດາມ ແລະ ເອວາ​ຜູ້​ເປັນ​ບິດາ​ມານດາ​ຜູ້​ທຳ​ອິດ​ຂອງ​ພວກ​ເຮົາ​ນຳ​ອີກ;

12 ແລະ ບັນ​ທຶກ​ຂອງ​ຊາວ​ຢິວ​ຕັ້ງ​ແຕ່​ຕົ້ນ, ຈົນ​ລົງ​ມາ​ເຖິງ​ໄລ​ຍະ​ເລີ່ມ​ຕົ້ນ​ການ​ປົກ​ຄອງ​ຂອງ​ເຊ​ເດ​ກີ​ຢາ, ກະສັດ​ແຫ່ງ​ຢູ​ດາ​ນຳ​ອີກ;

13 ແລະ ຄຳ​ທຳ​ນາຍ​ຂອງ​ສາດ​ສະ​ດາ​ຜູ້​ບໍ​ລິ​ສຸດ, ຕັ້ງ​ແຕ່​ຕົ້ນ, ຈົນ​ລົງ​ມາ​ເຖິງ​ໄລ​ຍະ​ເລີ່ມ​ຕົ້ນ​ການ​ປົກ​ຄອງ​ຂອງ ເຊ​ເດ​ກີ​ຢາ​ນຳ​ອີກ; ແລະ ຄຳ​ທຳ​ນາຍ​ຫລາຍ​ຂໍ້ ຊຶ່ງ​ເວົ້າ​ດ້ວຍ​ປາກ​ຂອງ ເຢເຣ​ມີຢາ.

14 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື, ລີໄຮ​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ພົບ​ລຳ​ດັບ​ການ​ສືບ​ເຊື້ອ​ສາຍ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ເພິ່ນ​ໃນ ແຜ່ນ​ຈາລຶກ​ທອງ​ເຫລືອງ​ນຳ​ອີກ. ດັ່ງ​ນັ້ນ, ເພິ່ນ​ຈຶ່ງ​ຮູ້​ວ່າ ເພິ່ນ​ເປັນ​ຜູ້​ສືບ​ຕະ​ກຸນ​ຂອງ ໂຢເຊັບ; ແທ້​ຈິງ​ແລ້ວ, ແມ່ນ​ໂຢເຊັບ​ຜູ້​ທີ່​ເປັນ​ລູກ​ຊາຍ​ຂອງ ຢາໂຄບ​ຄົນ​ທີ່​ຖືກ ຂາຍ​ໄປ​ຫາ​ເອຢິບ, ແລະ ເປັນ​ຜູ້​ທີ່​ໄດ້​ຮັບ​ການ​ບຳ​ລຸງ ຮັກ​ສາ​ໂດຍ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເພື່ອ​ລາວ​ຈະ​ໄດ້​ບຳ​ລຸງ​ຮັກ​ສາ​ຢາໂຄບ, ຜູ້​ເປັນ​ບິດາ​ຂອງ​ລາວ, ແລະ ຄອບ​ຄົວ​ຂອງ​ເພິ່ນ​ທັງ​ໝົດ​ໃຫ້​ພົ້ນ​ຈາກ​ຄວາມ​ຕາຍ​ດ້ວຍ​ຄວາມ​ອຶດ​ຢາກ.

15 ແລະ ພຣະ​ເຈົ້າ​ອົງ​ດຽວ​ກັນ​ນັ້ນ ຜູ້​ບຳ​ລຸງ​ຮັກ​ສາ​ພວກ​ເຂົາ, ໄດ້ ນຳ​ພວກ​ເຂົາ​ໃຫ້​ພົ້ນ​ຈາກ​ການ​ເປັນ​ຊະ​ເລີຍ ແລະ ໃຫ້​ພົ້ນ​ຈາກ​ແຜ່ນ​ດິນ​ເອຢິບ.

16 ແລະ ລີໄຮ ບິດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຄົ້ນ​ພົບ​ລຳ​ດັບ​ການ​ສືບ​ເຊື້ອ​ສາຍ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ເພິ່ນ. ແລະ ລາ​ບານ​ກໍ​ເປັນ​ຜູ້​ສືບ​ຕະ​ກຸນ​ຂອງ ໂຢເຊັບ​ເໝືອນ​ກັນ, ດັ່ງ​ນັ້ນ ລາ​ບານ ແລະ ບັນ​ພະ​ບຸ​ລຸດ​ຂອງ​ເພິ່ນ ຈຶ່ງ​ໄດ້​ຮັກ​ສາ​ບັນ​ທຶກ​ນີ້​ໄວ້.

17 ແລະ ບັດ​ນີ້​ເມື່ອ​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ເຫັນ​ສິ່ງ​ເຫລົ່າ​ນີ້​ທັງ​ໝົດ, ເພິ່ນ​ກໍ​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ, ແລະ ເລີ່ມ​ທຳ​ນາຍ​ກ່ຽວ​ກັບ​ລູກ​ຫລານ​ຂອງ​ເພິ່ນ—

18 ວ່າ​ແຜ່ນ​ຈາລຶກ​ທອງ​ເຫລືອງ​ເຫລົ່າ​ນີ້​ຈະ​ເຂົ້າ​ໄປ​ຫາ​ທຸກ​ປະ​ຊາ​ຊາດ, ທຸກ​ຕະ​ກຸນ, ທຸກ​ພາ​ສາ, ແລະ ທຸກ​ຜູ້​ຄົນ​ທັງ​ປວງ ຜູ້​ເປັນ​ລູກ​ຫລານ​ຂອງ​ເພິ່ນ.

19 ດັ່ງ​ນັ້ນ, ເພິ່ນ​ກ່າວ​ວ່າ ແຜ່ນ​ຈາລຶກ​ທອງ​ເຫລືອງ​ເຫລົ່າ​ນີ້​ຈະ​ບໍ່​ຖືກ​ທຳ​ລາຍ ເລີຍ; ທັງ​ຈະ​ບໍ່​ມົວ​ໝອງ​ຕໍ່​ໄປ​ອີກ​ໂດຍ​ກາ​ລະ​ເວລາ. ແລະ ເພິ່ນ​ໄດ້​ທຳ​ນາຍ​ໄວ້​ຫລາຍ​ເລື່ອງ​ກ່ຽວ​ກັບ​ລູກ​ຫລານ​ຂອງ​ເພິ່ນ.

20 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຈົນ​ເຖິງ​ເວລາ​ນີ້ ຂ້າ​ພະ​ເຈົ້າ​ກັບ​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຮັກ​ສາ​ພຣະ​ບັນ​ຍັດ​ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ບັນ​ຊາ​ພວກ​ເຮົາ.

21 ແລະ ພວກ​ເຮົາ​ໄດ້​ຮັບ​ບັນ​ທຶກ​ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ບັນ​ຊາ​ພວກ​ເຮົາ, ແລະ ຄົ້ນ​ຄວ້າ​ມັນ ແລະ ພົບ​ວ່າ​ເປັນ​ສິ່ງ​ເພິ່ງ​ປາດ​ຖະ​ໜາ; ແທ້​ຈິງ​ແລ້ວ, ແມ່ນ ມີ​ຄຸນ​ຄ່າ​ຫລາຍ​ຕໍ່​ພວກ​ເຮົາ ເຖິງ​ຂະ​ໜາດ​ທີ່​ພວກ​ເຮົາ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄວ້​ເພື່ອ​ລູກ​ຫລານ​ຂອງ​ພວກ​ເຮົາ.

22 ດັ່ງ​ນັ້ນ ມັນ​ຈຶ່ງ​ເປັນ​ຄວາມ​ສະຫລຽວ​ສະຫລາດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ທີ່​ພວກ​ເຮົາ​ຈະ​ເອົາ​ມັນ​ໄປ​ນຳ, ເວລາ​ເດີນ​ທາງ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ໄປ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ.