ໜັງສື​ນີ​ໄຟ​ສະບັບ​ທີໜຶ່ງ

ບົດ 

ເລື່ອງລາວ​ຂອງ​ລີ​ໄຮ ແລະ ຊາ​ໄຣ​ຢາ ພັນ​ລະ​ຍາ​ຂອງ​ເພິ່ນພ້ອມ​ດ້ວຍ​ລູກ​ຊາຍ​ສີ່​ຄົນ ທີ່​ມີ​ຊື່ວ່າ (ເລີ່ມ​ຕັ້ງ​ແຕ່​ລູກ​ກົກ) ເລ​ມັນ, ເລ​ມູ​ເອນ, ແຊມ, ແລະ ນີ​ໄຟ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຕືອນ​ລີ​ໄຮ​ໃຫ້​ອອກ​ຈາກ​ແຜ່ນດິນ​ເຢຣູ​ຊາເລັມ​ເພາະ​ເພິ່ນ​ທຳນາຍ​ແກ່​ຜູ້​ຄົນ​ກ່ຽວ​ກັບ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ ແລະ ພວກ​ເຂົາ​ພະຍາ​ຍາມ​ທຳ​ລາຍ​ຊີວິດຂອງ​ເພິ່ນ. ເພິ່ນ​ເດີນທາງ​ສາມ​ວັນ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ​ກັບ​ຄອບຄົວ​ຂອງ​ເພິ່ນ. ນີ​ໄຟ​ພາ​ພວກ​ອ້າຍ​ກັບ​ໄປ​ແຜ່ນດິນ​ເຢຣູ​ຊາເລັມ​ເພື່ອ​ຕາມ​ເອົາ​ບັນທຶກ​ຂອງ​ຊາວ​ຢິວ. ເລື່ອງ​ລາວ​ກ່ຽວ​ກັບ​ຄວາມທຸກ​ເວດທະນາ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ໄດ້​ລູກ​ສາວ​ຂອງ​ອິດ​ຊະ​ມາ​ເອນ​ມາ​ເປັນ​ເມຍ. ເຂົາ​ເຈົ້າພາ​ຄອບຄົວ​ອອກ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ. ຄວາມ​ຍາກ​ລຳບາກ ແລະ ຄວາມທຸກ​ທໍລະມານ​ຂອງ​ເຂົາ​ເຈົ້າ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ. ການ​ເດີນ​ທາງ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ມາ​ເຖິງ​ນ້ຳ​ອັນ​ກວ້າງ​ໃຫຍ່. ພວກ​ອ້າຍ​ຂອງ​ນີ​ໄຟ​ທໍລະ​ຍົດ​ຕໍ່​ລາວ. ລາວ​ເຮັດ​ໃຫ້​ພວກ​ເຂົາ​ຍອມ​ຈຳນົນ ແລະ ສ້າງ​ເຮືອ​ລຳ​ໜຶ່ງ. ເຂົາ​ເຈົ້າ​ເອີ້ນ​ບ່ອນ​ນັ້ນວ່າ ອຸດົມ​ສົມບູນ. ເຂົາ​ເຈົ້າ​ຂ້າມ​ນ້ຳ​ອັນ​ກວ້າງ​ໃຫຍ່​ໄປ​ສູ່​ແຜ່ນດິນ​ແຫ່ງ​ຄຳ​ສັນຍາ ແລະ ອື່ນໆ. ທັງ​ນີ້​ເປັນ​ໄປ​ຕາມ​ເລື່ອງ​ລາວ​ຂອງ​ນີ​ໄຟ ຫລື ອີກ​ປະການ​ໜຶ່ງ ຂ້າພະ​ເຈົ້າ​ນີ​ໄຟ​ເປັນ​ຜູ້​ຂຽນ​ບັນທຶກ​ນີ້.
ບົດ​ທີ 1
ນີ​ໄຟ​ເລີ່ມ​ບັນທຶກ​ກ່ຽວ​ກັບ​ຜູ້​ຄົນ​ຂອງ​ລາວ—ລີ​ໄຮ​ເຫັນ​ພາບ​ນິມິດ​ທີ່​ເປັນ​ເສົາ​ໄຟ ແລະ ອ່ານ​ຈາກ​ໜັງສື​ຄຳທຳນາຍ—ເພິ່ນ​ສັນລະ​ເສີນ​ພຣະ​ເຈົ້າ, ບອກ​ລ່ວງ​ໜ້າ​ເຖິງ​ການສະ​ເດັດ​ມາ​ຂອງ​ພຣະ​ເມ​ຊີ​ອາ ແລະ ທຳນາຍ​ເຖິງ​ຄວາມ​ພິນາດ​ທີ່​ຈະ​ມາ​ເຖິງ​ເມືອງ​ເຢຣູ​ຊາເລັມ—ເພິ່ນຖືກ​ຊາວ​ຢິວຂົ່ມເຫັງ. ປະມານ 600 ປີ ກ່ອນ ຄ.ສ.
ບົດ​ທີ 2
ລີ​ໄຮ​ອອກ​ເດີນທາງ​ພ້ອມ​ດ້ວຍ​ຄອບຄົວ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານທີ່​ຢູ່​ຝັ່ງທະ​ເລ​ແດງ—ເຂົາ​ເຈົ້າ​ໄດ້​ປະ​ຖິ້ມ​ຊັບສົມບັດ​ຂອງ​ເຂົາ​ເຈົ້າ—ລີ​ໄຮໄດ້​ຖະ​ຫວາຍ​ເຄື່ອງບູຊາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ແລະ ສອນ​ລູກ​ຊາຍ​ຂອງ​ເພິ່ນ ໃຫ້​ຮັກສາ​ພຣະ​ບັນຍັດ—ເລ​ມັນ​ກັບ​ເລ​ມູ​ເອນ​ຈົ່ມ​ໃຫ້​ບິດາ​ຂອງ​ຕົນ. ນີ​ໄຟ​ກັບ​ແຊມ​ເຊື່ອ​ຟັງ ແລະ ອະທິຖານ​ໃນ​ສັດທາ—ພຣະ​ຜູ້​ເປັນ​ເຈົ້າສັ່ງ​ກັບ​ນີ​ໄຟ, ແລະ ລາວ​ໄດ້​ຖືກ​ເລືອກ​ໃຫ້​ເປັນ​ຜູ້​ປົກຄອງ​ພວກ​ອ້າຍ​ຂອງ​ລາວ. ປະມານ 600 ປີ ກ່ອນ ຄ.ສ.
ບົດ​ທີ 3
ລູກ​ຊາຍ​ຂອງ​ລີ​ໄຮ​ກັບ​ຄືນ​ໄປ​ເຢຣູ​ຊາເລັມ​ເພື່ອ​ເອົາ​ແຜ່ນ​ຈາລຶກ​ທອງ​ເຫລືອງ—ລາ​ບານບໍ່​ຍອມ​ມອບ​ແຜ່ນ​ຈາລຶກໃຫ້—ນີ​ໄຟ​ຊັກ​ຊວນ ແລະ ຊຸກ​ຍູ້​ພວກ​ອ້າຍ​ຂອງ​ລາວ—ລາ​ບານ​ຍຶດ​ເອົາ​ຊັບ​ສົມບັດ​ຂອງ​ເຂົາ​ເຈົ້າ ແລະ ພະຍາຍາມ​ຂ້າ​ເຂົາ​ເຈົ້າ—ເລ​ມັນ​ກັບ​ເລ​ມູ​ເອນ​ຕີ​ນີ​ໄຟ ແລະ ແຊມ ແລະ ທູດ​ໄດ້​ຕຳ​ນິພວກ​ເຂົາ. ປະມານ 600–592 ປີ ກ່ອນ ຄ.ສ.
ບົດ​ທີ 4
ນີ​ໄຟ​ຂ້າລາ​ບານ​ໂດຍ​ການ​ບັນຊາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ດ້ວຍ​ກົນອຸບາຍ​ຈຶ່ງ​ໄດ້ຮັບ​ແຜ່ນ​ຈາລຶກ​ທອງ​ເຫລືອງ ໄວ້​ໃນ​ຄວາມຄອບ​ຄອງ—ໂຊ​ລຳ​ເລືອກ​ເຂົ້າຮ່ວມ​ກັບ​ຄອບຄົວ​ຂອງ​ລີ​ໄຮ​ໃນ​ຖິ່ນ​ແຫ້ງ​ແລ້ງກັນດານ. ປະມານ 600–592 ປີ ກ່ອນ ຄ.ສ.
ບົດ​ທີ 5
ຊາ​ໄຣ​ຢາ​ຈົ່ມ​ໃຫ້​ລີ​ໄຮ—ທັງ​ສອງ​ປິ​ຕິ​ຍິນ​ດີໃນ​ການ​ກັບ​ມາ​ຂອງ​ພວກ​ລູກ​ຊາຍ​ຂອງ​ເຂົາ​ເຈົ້າ—ເຂົາ​ເຈົ້າຖະຫວາຍ​ເຄື່ອງ​ບູຊາ—ແຜ່ນ​ຈາລຶກ​ທອງ​ເຫລືອງ​ບັນຈຸ​ການ​ບັນທຶກ​ຂອງ​ໂມ​ເຊ ແລະ ສາດສະດາ​ຄົນ​ອື່ນໆ—ລີ​ໄຮ​ເປັນ​ຜູ້​ສືບ​ຕະກຸນ​ຂອງ​ໂຢ​ເຊັບ—ລີ​ໄຮ​ທຳ​ນາຍ​ກ່ຽວ​ກັບ​ລູກ​ຫລານ​ຂອງ​ເພິ່ນ ແລະ ກ່ຽວ​ກັບ​ການ​ຮັກສາ​ແຜ່ນ​ຈາລຶກ​ໄວ້. ປະມານ 600–592 ປີ ກ່ອນ ຄ.ສ.
ບົດ​ທີ 6
ນີ​ໄຟ​ບັນທຶກ​ເລື່ອງ​ລາວ​ຂອງ​ພຣະ​ເຈົ້າ—ຈຸດ​ປະສົງ​ຂອງນີ​ໄຟ​ແມ່ນ​ຢາກ​ຊັກ​ຊວນ​ໃຫ້​ມະນຸດ​ເຂົ້າມາ​ຫາ​ພຣະ​ເຈົ້າຂອງ​ອັບ​ຣາ​ຮາມ ແລະ ໄດ້ຮັບຄວາມ​ລອດ. ປະມານ 600–592 ປີ ກ່ອນ ຄ.ສ.
ບົດ​ທີ 7
ພວກ​ລູກ​ຊາຍ​ຂອງ​ລີ​ໄຮ​ກັບ​ຄືນ​ໄປ​ເຢຣູ​ຊາເລັມ ແລະ ອິດ​ຊະ​ມາ​ເອນ​ກັບ​ຄອບ​ຄົວ​ຕົກລົງ​ໃຈ​ມາ​ຮ່ວມ​ກັບ​ພວກ​ລີ​ໄຮ—ເລ​ມັນ ແລະ ການ​ຂັດ​ຂືນຕ່າງໆ—ນີ​ໄຟ​ຊັກ​ຊວນ​ພວກ​ອ້າຍ​ຂອງ​ລາວ​ໃຫ້​ມີ​ສັດທາ​ໃນ​ພຣະ​ຜູ້​ເປັນ​ເຈົ້າ—ພວກ​ເຂົາ​ມັດ​ລາວ​ດ້ວຍ​ເຊືອກ ແລະ ວາງ​ແຜນການ​ທີ່​ຈະ​ທຳລາຍ​ລາວ—ລາວ​ຖືກ​ປ່ອຍ​ເປັນ​ອິດ​ສະລະ​ໂດຍ​ອຳນາດ​ແຫ່ງ​ສັດທາ—ພວກ​ອ້າຍ​ຂອງ​ລາວ​ຮ້ອງ​ຂໍ​ເພື່ອ​ການ​ອະ​ໄພ​ໂທດ—ລີ​ໄຮ​ກັບ​ຜູ້​ຄົນ​ຂອງ​ເພິ່ນ​ຖະຫວາຍ​ເຄື່ອງ​ບູຊາ ແລະ ເຄື່ອງ​ເຜົາ. ປະມານ 600–592 ປີ ກ່ອນ ຄ.ສ.
ບົດ​ທີ 8
ລີ​ໄຮ​ເຫັນ​ພາບ​ນິມິດ​ຂອງຕົ້ນ​ໄມ້​ແຫ່ງ​ຊີວິດ—ເພິ່ນ​ຮັບ​ສ່ວນ​ໝາກ​ໄມ້ ແລະ ປາ​ຖະໜາ​ໃຫ້​ຄອບຄົວ​ຂອງ​ເພິ່ນ​ໄດ້​ຮັບ​ສ່ວນ​ເໝືອນ​ກັນ—ເພິ່ນ​ເຫັນ​ຮາວ​ເຫລັກ, ທາງ​ຊື່ ແລະ ແຄບ, ແລະ ໝອກ​ແຫ່ງ​ຄວາມ​ມືດ​ປົກ​ຄຸມ​ຜູ້​ຄົນ—ຊາ​ໄຣ​ຢາ, ນີ​ໄຟ, ແລະ ແຊມ​ໄດ້​ຮັບ​ສ່ວນ​ໝາກ​ໄມ້, ແຕ່​ວ່າ​ເລ​ມັນ​ກັບ​ເລ​ມູ​ເອນ​ປະຕິ​ເສດ​ບໍ່​ຮັບ. ປະມານ 600–592 ປີ ກ່ອນ ຄ.ສ.
ບົດ​ທີ 9
ນີ​ໄຟ​ເຮັດ​ບັນທຶກ​ສອງ​ຊຸດ—ແຕ່​ລະ​ຊຸດ​ເອີ້ນ​ວ່າ​ແຜ່ນ​ຈາລຶກ​ຂອງ​ນີ​ໄຟ—ແຜ່ນ​ຈາລຶກ​ໃຫຍ່​ປະ​ກອບ​ດ້ວຍ​ປະຫວັດ​ສາດ​ຂອງ​ການ​ປົກຄອງ​ແຜ່ນດິນ; ແຜ່ນ​ຈາລຶກ​ນ້ອຍ​ສ່ວນ​ໃຫຍ່​ແມ່ນ​ກ່ຽວ​ກັບ​ສິ່ງ​ສັກສິດ. ປະມານ 600–592 ປີ ກ່ອນ ຄ.ສ.
ບົດ​ທີ 10
ລີ​ໄຮ​ທຳນາຍ​ວ່າ​ຊາວ​ຢິວ​ຈະ​ຖືກ​ພາ​ໄປ​ເປັນ​ຊະ​ເລີຍ​ຂອງ​ຊາວ​ບາ​ບີ​ໂລນ—ເພິ່ນ​ບອກ​ເຖິງ​ການ​ສະ​ເດັດ​ມາ​ຂອງ​ພຣະ​ເມ​ຊີ​ອາ​ຂອງ​ຊາວ​ຢິວ, ພຣະ​ຜູ້​ຊ່ອຍ​ໃຫ້​ລອດ, ພຣະ​ຜູ້​ໄຖ່—ລີ​ໄຮ​ບອກ​ເຖິງ​ການ​ມາ​ຂອງ​ຄົນ​ຜູ້​ໜຶ່ງ​ທີ່​ຈະ​ໃຫ້​ບັບຕິ​ສະ​ມາ​ລູກ​ແກະ​ຂອງ​ພຣະ​ເຈົ້າ—ລີ​ໄຮ​ບອກ​ເຖິງ​ການ​ສິ້ນ​ພຣະ​ຊົນ ແລະ ການ​ຟື້ນ​ຄືນ​ຊີວິດ​ຂອງ​ພຣະ​ເມ​ຊີ​ອາ—ເພິ່ນ​ປຽບ​ທຽບ​ການ​ກະຈັດ​ກະຈາຍ ແລະ ການ​ເຕົ້າ​ໂຮມ​ຂອງ​ຊາວ​ອິດ​ສະ​ຣາ​ເອນ​ກັບຕົ້ນໝາກກອກ​ເທດ—ນີ​ໄຟ​ເວົ້າ​ເຖິງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍລິສຸດ, ແລະ ຄວາມ​ຕ້ອງການ​ສຳລັບຄວາມ​ຊອບ​ທຳ. ປະມານ 600–592 ປີ ກ່ອນ ຄ.ສ.
ບົດ​ທີ 11
ນີ​ໄຟ​ເຫັນ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ເຫັນ​ພາບ​ນິມິດ​ຂອງຕົ້ນ​ໄມ້​ແຫ່ງ​ຊີວິດ—ເພິ່ນເຫັນ​ມານ​ດາຂອງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ ແລະ ຮຽນ​ຮູ້​ເຖິງ​ຄວາມ​ເມດ​ຕາ​ກະລຸນາ​ຂອງ​ພຣະ​ເຈົ້າ—ເພິ່ນເຫັນ​ການ​ບັບຕິ​ສະມາ, ການ​ປະຕິບັດ​ສາດສະໜາ​ກິດ, ແລະ ການ​ຄຶງ​ໄວ້​ເທິງ​ໄມ້​ກາງ​ແຂນ​ຂອງ​ລູກ​ແກະ​ຂອງ​ພຣະ​ເຈົ້າ—ເພິ່ນເຫັນ​ການ​ເອີ້ນ ແລະ ການ​ປະຕິບັດ​ສາດສະໜາ​ກິດ​ຂອງ​ອັກຄະ​ສາວົກ​ສິບ​ສອງ​ຂອງ​ລູກ​ແກະ. ປະມານ 600–592 ປີ ກ່ອນ ຄ.ສ.
ບົດ​ທີ 12
ນີ​ໄຟ​ເຫັນ​ພາບ​ນິມິດກ່ຽວ​ກັບ​ແຜ່ນດິນ​ແຫ່ງ​ຄຳ​ສັນຍາ; ຄວາມ​ຊອບ​ທຳ, ຄວາມ​ຊົ່ວ​ຮ້າຍ, ແລະ ການ​ຕົກ​ຂອງ​ຄົນ​ເຫລົ່າ​ນັ້ນ; ການສະ​ເດັດ​ມາ​ຂອງ​ລູກ​ແກະ​ຂອງ​ພຣະ​ເຈົ້າ​ໃນ​ບັນດາ​ພວກ​ເຂົາ; ວິທີ​ທີ່​ສານຸສິດ​ສິບ​ສອງ​ຄົນ​ກັບ​ອັກຄະ​ສາວົກ​ສິບ​ສອງຈະ​ຕັດສິນ​ອິດ​ສະ​ຣາ​ເອນ; ຄວາມ​ໜ້າ​ລັງ​ກຽດ ແລະ ສົກກະປົກ​ຂອງ​ຜູ້​ທີ່​ເສື່ອມ​ໂຊມ​ຢູ່​ໃນ​ຄວາມ​ບໍ່​ເຊື່ອ​ຖື. ປະມານ 600–592 ປີ ກ່ອນ ຄ.ສ.
ບົດ​ທີ 13
ນີ​ໄຟ​ເຫັນ​ພາບ​ນິມິດ​ກ່ຽວ​ກັບ​ສາ​ດສະ​ໜາຈັກ​ຂອງ​ມານ​ຖືກ​ສ້າງ​ຂຶ້ນຢູ່​ໃນ​ບັນດາ​ຄົນ​ຕ່າງ​ຊາດ, ການຄົ້ນພົບ ແລະ ການ​ສ້າງຕັ້ງອາ​ເມ​ຣິ​ກາ, ການ​ສູນ​ເສຍ​ຂໍ້ຄວາມ​ຫລາຍ​ຕອນ ຊຶ່ງ​ແຈ່ມ​ແຈ້ງ ແລະ ມີຄ່າ​ໃນ​ພຣະຄຣິສຕະທຳຄຳ​ພີ, ຜົນ​ຂອງ​ການ​ປະ​ຖິ້ມ​ຄວາມ​ເຊື່ອ​ຂອງ​ຄົນ​ຕ່າງ​ຊາດ, ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ, ການ​ກັບ​ມາ​ຂອງ​ພຣະ​ຄຳ​ພີ​ໃນ​ຍຸກ​ສຸດ​ທ້າຍ, ແລະ ການ​ສ້າງຕັ້ງຂອງ​ສີ​ໂອນ. ປະມານ 600–592 ປີ ກ່ອນ ຄ.ສ.
ບົດ​ທີ 14
ທູດ​ບອກ​ນີ​ໄຟ​ເຖິງ​ພອນ ແລະ ການ​ສາບ​ແຊ່ງ​ຊຶ່ງຕົກ​ມາ​ຫາ​ຄົນ​ຕ່າງ​ຊາດ—ມີ​ສາດສະໜາ​ຈັກ​ສອງ​ແຫ່​ງ​ເທົ່າ​ນັ້ນຄື: ສາດສະໜາຈັກ​ຂອງ​ລູກ​ແກະ​ຂອງ​ພຣະ​ເຈົ້າ ແລະ ສາດສະໜາ​ຈັກ​ຂອງ​ມານ—ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໃນ​ທຸກ​ປະຊາ​ຊາດ​ຖືກ​ຂົ່ມ​ເຫັງ​ໂດຍ​ສາດສະໜາ​ຈັກ​ໃຫຍ່ ແລະ ໜ້າ​ກຽດ​ຊັງ—ອັກຄະ​ສາວົກ​ໂຢຮັນ​ຈະ​ຂຽນ​ກ່ຽວ​ກັບ​ການ​ຈົບ​ຂອງ​ໂລກ. ປະມານ 600–592 ປີ ກ່ອນ ຄ.ສ.
ບົດ​ທີ 15
ລູກ​ຫລານ​ຂອງ​ລີ​ໄຮ​ຈະ​ໄດ້ຮັບພຣະ​ກິດ​ຕິ​ຄຸນ​ຈາກ​ຄົນ​ຕ່າງ​ຊາດ​ໃນ​ຍຸກ​ສຸດ​ທ້າຍ—ການ​ເຕົ້າ​ໂຮມ​ຂອງ​ຊາວ​ອິດ​ສະ​ຣາ​ເອນ​ຄື​ກັນ​ກັບ​ຕົ້ນໝາກກອກ​ເທດ ຊຶ່ງກິ່ງ​ງ່າ​ເດີມ​ຂອງ​ມັນ​ຈະ​ຖືກ​ຕໍ່​ເຂົ້າກັນ​ອີກ—ນີ​ໄຟ​ແປ​ພາບ​ນິມິດ​ກ່ຽວ​ກັບຕົ້ນ​ໄມ້​ແຫ່ງ​ຊີວິດ ແລະ ເວົ້າ​ເຖິງ​ຄວາມ​ຍຸດ​ຕິ​ທຳ​ຂອງ​ພຣະ​ເຈົ້າ​ໃນ​ການ​ແຍກ​ຄົນ​ຊົ່ວ​ອອກ​ຈາກ​ຄົນ​ຊອບ​ທຳ. ປະມານ 600–592 ປີ ກ່ອນ ຄ.ສ.
ບົດ​ທີ 16
ຄົນ​ຊົ່ວ​ຖື​ເອົາ​ຄວາມ​ຈິງ​ເປັນ​ເລື່ອງ​ຮຸນ​ແຮງ—ລູກ​ຊາຍ​ຂອງ​ລີ​ໄຮ​ແຕ່ງງານ​ກັບ​ລູກ​ສາວ​ຂອງ​ອິດ​ຊະ​ມາ​ເອນ—ເລຍ​ໂຮ​ນາ​ພາ​ພວກ​ເຂົາ​ເດີນທາງ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ—ຂ່າວສານ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຖືກ​ຂຽນ​ໄວ້​ເທິງເລຍ​ໂຮ​ນາ​ເປັນ​ບາງ​ຄັ້ງ—ການຕາຍ​ຂອງ​ອິດ​ຊະ​ມາ​ເອນ; ຄອບຄົວ​ຂອງ​ລາວ​ຈົ່ມ​ຍ້ອນ​ຄວາມທຸກ​ທໍລະມານ. ປະມານ 600–592 ປີ ກ່ອນ ຄ.ສ.
ບົດ​ທີ 17
ນີ​ໄຟ​ໄດ້​ຖືກ​ບັນຊາ​ໃຫ້​ສ້າງ​ເຮືອ​ໃຫຍ່​ລຳ​ໜຶ່ງ—ພວກ​ອ້າຍ​ຂອງ​ເພິ່ນຂັດຂວາງ​ເພິ່ນ—ເພິ່ນ​ຊັກ​ຊວນ​ພວກ​ເຂົາ​ໂດຍ​ການ​ເລົ່າ​ປະຫວັດສາດ​ທີ່​ພຣະ​ເຈົ້າ​ໄດ້​ກະທຳ​ກັບ​ອິດ​ສະ​ຣາ​ເອນ—ນີ​ໄຟເຕັມ​ໄປ​ດ້ວຍ​ອຳນາດ​ຂອງ​ພຣະ​ເຈົ້າ—ພວກ​ອ້າຍ​ຂອງ​ເພິ່ນ​ຖືກ​ຫ້າມ​ບໍ່​ໃຫ້​ແຕະຕ້ອງ​ຮ່າງກາຍ​ຂອງ​ເພິ່ນ, ຖ້າ​ບໍ່​ດັ່ງນັ້ນພວກ​ເຂົາ​ຈະ​ຫ່ຽວ​ແຫ້ງ​ເໝືອນ​ດັ່ງ​ຕົ້ນອໍ້​ແຫ້ງ. ປະມານ 592–591 ປີ ກ່ອນ ຄ.ສ.
ບົດ​ທີ 18
ເຮືອ​ໄດ້​ສຳ​ເລັດ—ການ​ເກີດ​ຂອງ​ຢາ​ໂຄບ ແລະ ໂຢ​ເຊັບ​ໄດ້​ເວົ້າ​ເຖິງ—ຄອບຄົວ​ເລີ່ມ​ອອກ​ເດີນ​ທາງ​ໄປ​ຫາ​ແຜ່ນດິນ​ແຫ່ງ​ຄຳ​ສັນຍາ—ລູກ​ຊາຍ​ຂອງ​ອິດ​ຊະ​ມາ​ເອນ ແລະ ພວກ​ເມຍ​ຂອງ​ພວກ​ເຂົາ​ເຂົ້າຮ່ວມການ​ສະນຸກ​ສະໜານ ແລະ ກໍ່​ການ​ກະບົດ—ນີ​ໄຟ​ຖືກ​ມັດ ແລະ ເຮືອໄດ້​ຖືກ​ພັດ​ກັບ​ຄືນ​ດ້ວຍ​ລົມພາຍຸ​ທີ່ຮ້າຍ​ແຮງ ແລະ ຫນ້າ​ຢ້ານ​ກົວ—ນີ​ໄຟ​ໄດ້​ຮັບ​ການ​ປົດ​ປ່ອຍ ແລະ ໂດຍ​ການ​ອະທິຖານ​ຂອງ​ເພິ່ນ​ລົມ​ພາຍຸ​ໄດ້​ຢຸດ​ລົງ—ຜູ້ຄົນ​ມາ​ເຖິງ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນຍາ. ປະມານ 591–589 ປີ ກ່ອນ ຄ.ສ.
ບົດ​ທີ 19
ນີ​ໄຟ​ເຮັດ​ແຜ່ນ​ຈາລຶກ​ດ້ວຍ​ໂລຫະ ແລະ ຂຽນ​ປະຫວັດສາດ​ຂອງ​ຜູ້​ຄົນ​ຂອງ​ເພິ່ນ—ພຣະ​ເຈົ້າຂອງ​ອິດ​ສະ​ຣາ​ເອນ ຈະ​ສະ​ເດັດ​ມາ​ໃນ​ຫົກ​ຮ້ອຍ​ປີ​ນັບ​ແຕ່​ລີ​ໄຮ​ໜີ​ຈາກ​ເຢຣູ​ຊາເລັມ—ນີ​ໄຟ​ບອກ​ເຖິງ​ຄວາມທຸກ​ເວດທະນາ ແລະ ການ​ຄຶງ​ເທິງ​ໄມ້​ກາງ​ແຂນ—ຊາວ​ຢິວຈະ​ຖືກ​ກຽດ​ຊັງ ແລະ ຈະ​ກະຈັດກະຈາຍ​ໄປຈົນ​ເຖິງ​ຍຸກ​ສຸດ​ທ້າຍ, ເມື່ອ​ເວລາ​ທີ່​ພວກ​ເຂົາ​ຈະ​ກັບ​ຄືນ​ມາ​ຫາ​ພຣະຜູ້​ເປັນ​ເຈົ້າ. ປະມານ 588–570 ປີ ກ່ອນ ຄ.ສ.
ບົດ​ທີ 20
ພຣະ​ຜູ້ເປັນ​ເຈົ້າ​ເປີດ​ເຜີຍ​ພຣະ​ປະສົງ​ຂອງ​ພຣະ​ອົງ​ແກ່​ອິດ​ສະ​ຣາ​ເອນ—ອິດ​ສະ​ຣາ​ເອນ​ຈະ​ອອກ​ໄປ​ຈາກ​ບາ​ບີ​ໂລນ ແລະ ຖືກ​ເລືອກ​ໃນ​ເຕົາ​ໄຟ​ແຫ່ງ​ຄວາມ​ທຸກ​ທໍລະມານ—ປຽບທຽບ​ກັບ​ເອ​ຊາ​ຢາ 48. ປະມານ 588–570 ປີ ກ່ອນ ຄ.ສ.
ບົດ​ທີ 21
ພຣະ​ເມ​ຊີ​ອາ​ຈະ​ເປັນ​ແສງ​ສະຫວ່າງ​ໃຫ້​ແກ່​ຄົນ​ຕ່າງ​ຊາດ ແລະ ຈະ​ປ່ອຍ​ນັກ​ໂທດ​ເປັນ​ອິດ​ສະລະ—ອິດ​ສະ​ຣາ​ເອນ​ຈະ​ເຕົ້າ​ໂຮມ​ກັນ​ໂດຍ​ອຳນາດ​ໃນ​ຍຸກ​ສຸດ​ທ້າຍ—ກະ​ສັດ​ຈະ​ເປັນ​ພໍ່​ລ້ຽງ​ຂອງ​ພວກ​ເຂົາ—ປຽບທຽບ​ກັບ​ເອ​ຊາ​ຢາ 49. ປະມານ 588–570 ປີ ກ່ອນ ຄ.ສ.
ບົດ​ທີ 22
ອິດ​ສະ​ຣາ​ເອນ​ຈະ​ກະຈັດກະຈາຍ​ໄປ​ທົ່ວ​ທຸກ​ແຫ່ງ​ຂອງ​ແຜ່ນດິນ​ໂລກ—ຄົນ​ຕ່າງ​ຊາດ​ຈະ​ບຳລຸງ ແລະ ລ້ຽງ​ດູ​ອິດ​ສະ​ຣາ​ເອນ​ດ້ວຍ​ພຣະ​ກິດ​ຕິ​ຄຸນ​ໃນ​ຍຸກ​ສຸດ​ທ້າຍ—ອິດ​ສະ​ຣາ​ເອນ​ຈະ​ເຕົ້າ​ໂຮມ​ກັນ ແລະ ຈະ​ລອດ, ແລະ ຄົນ​ຊົ່ວ​ຈະ​ຖືກ​ໄຟ​ເຜົາ​ຄືກັນ​ກັບ​ມັດ​ເຟືອງ​ເຂົ້າ—ອານາຈັກ​ຂອງ​ຊາຕານຈະ​ຖືກ​ທຳລາຍ ແລະ ຊາ​ຕານ​ຈະ​ຖືກ​ມັດ​ໄວ້. ປະມານ 588–570 ປີ ກ່ອນ ຄ.ສ.