ພຣະ​ຄຳ​ພີ
2 ນີໄຟ 10


ບົດ​ທີ 10

ຢາໂຄບ​ອະ​ທິ​ບາຍ​ວ່າ ຊາວ​ຢິວ​ຈະ​ຄຶງ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ​ໄວ້​ເທິງ​ໄມ້​ກາງ​ແຂນ—ພວກ​ເຂົາ​ຈະ​ກະ​ຈັດ​ກະ​ຈາຍ​ໄປ​ຈົນ​ກວ່າ ພວກ​ເຂົາ​ເລີ່ມ​ເຊື່ອ​ຖື​ໃນ​ພຣະ​ອົງ—ອາ​ເມຣິ​ກາ​ຈະ​ເປັນ​ແຜ່ນ​ດິນ​ແຫ່ງ​ເສ​ລີ​ພາບ​ທີ່​ຈະ​ບໍ່​ມີ​ກະສັດ​ປົກ​ຄອງ—ທຳ​ຕົນ​ເຂົ້າ​ກັບ​ພຣະ​ເຈົ້າ ແລະ ຮັບ​ຄວາມ​ລອດ​ຜ່ານ​ທາງ​ພຣະ​ຄຸນ​ຂອງ​ພຣະ​ອົງ. ປະ​ມານ 559–545 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ຢາໂຄບ​ຂໍ​ເວົ້າ​ກັບ​ທ່ານ​ອີກ ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ ກິ່ງ​ງ່າ​ອັນ​ຊອບ​ທຳ​ນີ້ ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ມາ​ແລ້ວ.

2 ເພາະ​ຈົ່ງ​ເບິ່ງ, ຄຳ​ສັນ​ຍາ​ທີ່​ພວກ​ເຮົາ​ໄດ້​ຮັບ​ມາ​ເປັນ​ຄຳ​ສັນ​ຍາ​ທີ່​ໄດ້​ເຮັດ​ໄວ້​ກັບ​ພວກ​ເຮົາ​ຕາມ​ທາງ​ຂອງ​ເນື້ອ​ໜັງ. ດັ່ງ​ນັ້ນ​ເໝືອນ​ດັ່ງ​ສິ່ງ​ທີ່​ສະແດງ​ກັບ​ຂ້າ​ພະ​ເຈົ້າ​ແລ້ວ​ວ່າ ລູກ​ຫລານ​ຂອງ​ພວກ​ເຮົາ​ຢ່າງ​ຫລວງ​ຫລາຍ​ຈະ​ຕາຍ​ໃນ​ເນື້ອ​ໜັງ​ເພາະ​ຄວາມ​ບໍ່​ເຊື່ອ​ຖື, ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ເຈົ້າ​ຈະ​ເມດ​ຕາ​ຄົນ​ຢ່າງ​ຫລວງ​ຫລາຍ; ແລະ ລູກ​ຫລານ​ຂອງ​ພວກ​ເຮົາ​ຈະ​ຖືກ​ນຳ​ກັບ​ຄືນ​ມາ​ເພື່ອ​ເຂົາ​ຈະ​ໄດ້​ມາ​ຫາ​ສິ່ງ​ທີ່​ຈະ​ໃຫ້​ຄວາມ​ຮູ້​ອັນ​ແທ້​ຈິງ​ແກ່​ເຂົາ​ກ່ຽວ​ກັບ​ພຣະ​ຜູ້​ໄຖ່​ຂອງ​ເຂົາ.

3 ດັ່ງ​ນັ້ນ, ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ທ່ານ​ມາ​ແລ້ວ, ຈຶ່ງ​ຈຳ​ຕ້ອງ​ເໝາະ​ສົມ​ທີ່​ພຣະ​ຄຣິດ—​ເພາະ​ມື້​ຄືນ​ນີ້ ທູດ​ໄດ້​ເວົ້າ​ກັບ​ຂ້າພະ​ເຈົ້າ​ວ່າ ນີ້​ຈະ​ເປັນ​ພຣະ​ນາມ​ຂອງ​ພຣະ​ອົງ—ຈະ ສະ​ເດັດ​ມາ​ໃນ​ບັນ​ດາ​ຊາວ​ຢິວ, ໃນ​ບັນດາ​ຜູ້​ທີ່​ຊົ່ວ​ຫລາຍ​ກວ່າ​ພວກ​ອື່ນ​ໃນ​ໂລກ; ແລະ ເຂົາ​ຈະ ຄຶງ​ພຣະ​ອົງ​ໄວ້​ເທິງ​ໄມ້​ກາງ​ແຂນ—​ເພາະ​ມັນ​ຈຳ​ຕ້ອງ​ເປັນ​ໄປ​ແນວ​ນັ້ນ ກັບ​ພຣະ​ເຈົ້າ​ຂອງ​ພວກ​ເຮົາ, ແລະ ຈະ​ບໍ່​ມີ​ປະຊາ​ຊາດ​ອື່ນ​ໃດ​ໃນ​ແຜ່ນ​ດິນ​ໂລກ​ນີ້​ຈະ ຄຶງ ພຣະ​ເຈົ້າ​ຂອງ​ເຂົາ​ໄວ້​ເທິງ​ໄມ້​ກາງ​ແຂນ.

4 ເພາະ​ຖ້າ​ຫາກ ສິ່ງ​ມະຫັດ​ສະຈັນ​ທີ່​ຍິ່ງ​ໃຫຍ່​ໄດ້​ຖືກ​ກະ​ທຳ​ຂຶ້ນ​ໃນ​ບັນ​ດາ​ປະ​ຊາ​ຊາດ​ອື່ນໆ​ແລ້ວ ເຂົາ​ຈະ​ກັບ​ໃຈ, ແລະ ຮູ້​ຈັກ​ວ່າ ພຣະ​ອົງ​ຄື​ພຣະ​ເຈົ້າ​ຂອງ​ເຂົາ.

5 ແຕ່​ເພາະ ການ​ຫລອກ​ລວງ​ຂອງ​ປະ​ໂລຫິດ ແລະ ຄວາມ​ຊົ່ວ​ຮ້າຍ​ຂອງ​ຄົນ​ທີ່​ເຢຣູ​ຊາເລັມ​ຈະ​ເຮັດ​ຄໍ​ແຂງ ກັບ​ພຣະ​ອົງ, ໃຫ້​ພຣະ​ອົງ​ຖືກ​ຄຶງ​ໄວ້​ເທິງ​ໄມ້​ກາງ​ແຂນ.

6 ດັ່ງ​ນັ້ນ, ຍ້ອນ​ຄວາມ​ຊົ່ວ​ຮ້າຍ​ຂອງ​ເຂົາ, ຄວາມ​ພິນາດ, ຄວາມ​ອຶດ​ຢາກ, ພະ​ຍາດ​ໂລ​ຄາ, ແລະ ການ​ນອງ​ເລືອດ​ຈະ​ເກີດ​ຂຶ້ນ​ກັບ​ເຂົາ; ແລະ ຜູ້​ໃດ​ທີ່​ບໍ່​ຖືກ​ທຳ​ລາຍ​ກໍ​ຈະ ກະ​ຈັດ​ກະ​ຈາຍ​ໄປ​ໃນ​ບັນ​ດາ​ທຸກ​ປະ​ຊາ​ຊາດ.

7 ແຕ່​ຈົ່ງ​ເບິ່ງ, ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້: ເວລາ​ນັ້ນ​ຈະ​ມາ​ເຖິງ​ທີ່​ພວກ​ເຂົາ​ຈະ​ເຊື່ອ​ຖື​ໃນ​ເຮົາ​ວ່າ ເຮົາ​ຄື​ພຣະ​ຄຣິດ, ເມື່ອ​ນັ້ນ​ເຮົາ​ໃຫ້​ພັນທະ​ສັນ​ຍາ​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ​ວ່າ ພວກ​ເຂົາ​ຈະ​ຖືກ​ນຳ​ກັບ​ຄືນ​ມາ​ໃນ​ແຜ່ນ​ດິນ​ໂລກ ໃນ​ເນື້ອ​ໜັງ​ເພື່ອ​ໄປ​ຫາ​ແຜ່ນ​ດິນ​ຊຶ່ງ​ເປັນ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຂົາ.

8 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ຈະ​ຖືກ ເຕົ້າ​ໂຮມ​ເຂົ້າ​ມາ​ຈາກ​ການ​ແຕກ​ກະ​ຈັດ​ກະ​ຈາຍ​ໄປ​ເປັນ ເວລາ​ດົນ​ນານ​ຂອງ​ພວກ​ເຂົາ, ຈາກ ເກາະ​ໃນ​ທະເລ, ແລະ ຈາກ​ສີ່​ທິດ​ຂອງ​ແຜ່ນ​ດິນ​ໂລກ; ແລະ ປະ​ຊາ​ຊາດ​ຂອງ​ຄົນ​ຕ່າງ​ຊາດ​ຈະ​ຍິ່ງ​ໃຫຍ່​ໃນ​ສາຍ​ພຣະ​ເນດ​ຂອງ​ເຮົາ​ໃນ ການ​ນຳ​ພວກ​ເຂົາ​ໄປ​ຫາ​ແຜ່ນ​ດິນ​ຊຶ່ງ​ເປັນ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຂົາ, ພຣະ​ເຈົ້າ​ກ່າວ.

9 ແທ້​ຈິງ​ແລ້ວ, ກະສັດ​ຂອງ​ຄົນ​ຕ່າງ​ຊາດ​ຈະ​ເປັນ​ພໍ່​ລ້ຽງ​ຂອງ​ເຂົາ ແລະ ລາ​ຊີ​ນີ​ທັງ​ຫລາຍ​ຈະ​ເປັນ​ແມ່​ລ້ຽງ​ຂອງ​ເຂົາ; ດັ່ງ​ນັ້ນ, ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຍິ່ງ​ໃຫຍ່​ຕໍ່​ຄົນ​ຕ່າງ​ຊາດ, ເພາະ​ພຣະ​ອົງ​ໄດ້​ຮັບ​ສັ່ງ​ໄວ້, ແລະ ແມ່ນ​ໃຜ​ຈະ​ໂຕ້​ຖຽງ​ໄດ້?

10 ແຕ່​ຈົ່ງ​ເບິ່ງ, ພຣະ​ເຈົ້າ​ໄດ້​ກ່າວ​ວ່າ, ແຜ່ນ​ດິນ​ຈະ​ເປັນ​ແຜ່ນ​ດິນ​ມູນ​ມໍ​ລະ​ດົກ​ຂອງ​ເຈົ້າ, ແລະ ຄົນ​ຕ່າງ​ຊາດ​ຈະ​ໄດ້​ຮັບ​ພອນ​ຢູ່​ໃນ​ແຜ່ນ​ດິນ​ນີ້.

11 ແລະ ແຜ່ນ​ດິນ​ນີ້​ຈະ​ເປັນ​ແຜ່ນ​ດິນ​ແຫ່ງ ເສ​ລີ​ພາບ​ສຳ​ລັບ​ຄົນ​ຕ່າງ​ຊາດ, ແລະ ບໍ່​ມີ ກະສັດ​ໃນ​ແຜ່ນ​ດິນ​ນີ້ ທີ່​ຈະ​ຍົກ​ໄວ້​ໃຫ້​ຄົນ​ຕ່າງ​ຊາດ.

12 ແລະ ເຮົາ​ຈະ​ເສີມ​ກຳ​ລັງ​ແຜ່ນ​ດິນ​ນີ້​ໃຫ້​ສາ​ມາດ​ຕ້ານ​ທານ​ກັບ​ປະ​ຊາ​ຊາດ​ອື່ນໆ​ທັງ​ໝົດ.

13 ແລະ ຜູ້​ທີ່ ຕໍ່​ສູ້​ກັບ​ຊີໂອນ​ຈະ​ຕ້ອງ ຕາຍ, ພຣະ​ເຈົ້າ​ກ່າວ.

14 ແລະ ຜູ້​ທີ່​ແຕ່ງ​ຕັ້ງ​ກະສັດ​ໃຫ້​ຂັດ​ແຍ້ງ​ເຮົາ​ຈະ​ຕ້ອງ​ຕາຍ, ເພາະ​ເຮົາ​ພຣະ​ຜູ້​ເປັນ​ເຈົ້າ ກະສັດ​ແຫ່ງ​ສະຫວັນ​ຈະ​ເປັນ​ກະສັດ​ຂອງ​ເຂົາ, ແລະ ຜູ້​ໄດ້​ຍິນ​ຄຳ​ເວົ້າ​ຂອງ​ເຮົາ, ເຮົາ​ຈະ​ເປັນ ແສງ​ສະ​ຫວ່າງ​ໃຫ້​ແກ່​ເຂົາ​ຕະຫລອດ​ໄປ.

15 ດັ່ງ​ນັ້ນ, ເພາະ​ເຫດ​ນີ້ ເພື່ອ ພັນທະ​ສັນ​ຍາ​ຂອງ​ເຮົາ​ຊຶ່ງ​ເຮົາ​ກະ​ທຳ​ໄວ້​ກັບ​ລູກ​ຫລານ​ມະນຸດ​ຈະ​ສຳ​ເລັດ ເພື່ອ​ເຮົາ​ຈະ​ໄດ້​ເຮັດ​ກັບ​ເຂົາ​ເວລາ​ທີ່​ເຂົາ​ຢູ່​ໃນ​ເນື້ອ​ໜັງ, ເຮົາ​ຈະ​ຕ້ອງ​ທຳ​ລາຍ​ວຽກ​ງານ ລັບ​ແຫ່ງ ຄວາມ​ມືດ ແລະ ແຫ່ງ​ຄາດ​ຕະ​ກອນ ແລະ ແຫ່ງ​ຄວາມ​ໜ້າ​ກຽດ​ຊັງ.

16 ດັ່ງນັ້ນ, ຜູ້​ທີ່​ຕໍ່​ສູ້ກັບ ຊີໂອນ, ທັງ​ຊາວ​ຢິວ ແລະ ຄົນ​ຕ່າງ​ຊາດ, ທັງ​ຂ້າ​ທາດ ແລະ ຜູ້​ເປັນ​ອິດ​ສະ​ລະ, ທັງ​ຊາຍ ແລະ ຍິງ​ຈະ​ຕ້ອງ​ຕາຍ​ເພາະ ເຂົາ​ເປັນ​ໂສ​ເພ​ນີ​ຂອງ​ແຜ່ນ​ດິນ​ໂລກ​ທັງ​ໝົດ; ເພາະ ຜູ້​ໃດ ບໍ່​ໄດ້​ເປັນ​ຝ່າຍ​ເຮົາ ຈະ ຕໍ່​ຕ້ານ​ເຮົາ, ພຣະ​ເຈົ້າ​ຂອງ​ພວກ​ເຮົາ​ກ່າວ.

17 ເພາະ​ເຮົາ​ຈະ​ເຮັດ​ໃຫ້​ສັນ​ຍາ​ຂອງ​ເຮົາ ຊຶ່ງ​ເຮົາ​ກະ​ທຳ​ໄວ້​ກັບ​ລູກ​ຫລານ​ມະນຸດ ສຳ​ເລັດ​ຄື, ເຮົາ​ຈະ​ເຮັດ​ກັບ​ເຂົາ​ເວລາ​ທີ່​ເຂົາ​ຢູ່​ໃນ​ເນື້ອ​ໜັງ—

18 ດັ່ງ​ນັ້ນ, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ພຣະ​ເຈົ້າ​ກ່າວ​ໄວ້​ດັ່ງ​ນີ້: ເຮົາ​ຈະ​ເຮັດ​ໃຫ້​ລູກ​ຫລານ​ຂອງ​ເຈົ້າ​ເປັນ​ທຸກ​ດ້ວຍ​ມື​ຂອງ​ຄົນ​ຕ່າງ​ຊາດ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຮົາ​ຈະ​ເຮັດ​ໃຫ້​ໃຈ​ຂອງ ຄົນ​ຕ່າງ​ຊາດ​ອ່ອນ​ໂຍນ​ເພື່ອ​ເຂົາ​ຈະ​ເປັນ​ຄື​ບິດາ​ຂອງ​ຄົນ​ເຫລົ່າ​ນັ້ນ; ດັ່ງ​ນັ້ນ, ຄົນ​ຕ່າງ​ຊາດ​ຈະ​ໄດ້ ຮັບ​ພອນ ແລະ ຖືກ ນັບ​ເຂົ້າ​ຢູ່​ກັບ​ບັນ​ດາ​ເຊື້ອ​ສາຍ​ອິດສະ​ຣາເອນ.

19 ດັ່ງ​ນັ້ນ, ເຮົາ​ຈະ ຕັ້ງ​ແຜ່ນ​ດິນ​ນີ້​ໄວ້​ເພື່ອ​ລູກ​ຫລານ​ຂອງ​ເຈົ້າ, ແລະ ຜູ້​ທີ່​ຈະ​ຖືກ​ນັບ​ເຂົ້າ​ຢູ່​ໃນ​ບັນ​ດາ​ລູກ​ຫລານ​ຂອງ​ເຈົ້າ​ຕະຫລອດ​ໄປ, ເພື່ອ​ໃຫ້​ເປັນ​ແຜ່ນ​ດິນ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຂົາ; ເພາະ​ມັນ​ເປັນ​ແຜ່ນ​ດິນ​ທີ່​ປະ​ເສີດ ເໜືອ​ກວ່າ​ແຜ່ນ​ດິນ​ອື່ນ​ໃດ​ທັງ​ສິ້ນ, ພຣະ​ເຈົ້າ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ, ດັ່ງ​ນັ້ນ, ເຮົາ​ຈະ​ໃຫ້​ຄົນ​ທັງ​ປວງ​ທີ່​ອາ​ໄສ​ຢູ່​ໃນ​ນັ້ນ​ເປັນ​ຜູ້​ທີ່​ນະມັດ​ສະການ​ເຮົາ, ພຣະ​ເຈົ້າ​ກ່າວ.

20 ແລະ ບັດ​ນີ້, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ໂດຍ​ທີ່​ເຫັນ​ວ່າ ພຣະ​ເຈົ້າ​ຂອງ​ພວກ​ເຮົາ​ຜູ້​ເມດ​ຕາ ປະທານ​ຄວາມ​ຮູ້​ອັນ​ຍິ່ງ​ໃຫຍ່​ໃຫ້​ພວກ​ເຮົາ​ກ່ຽວ​ກັບ​ສິ່ງ​ເຫລົ່າ​ນີ້, ຂໍ​ໃຫ້​ພວກ​ເຮົາ​ລະ​ນຶກ​ເຖິງ​ພຣະ​ອົງ ແລະ ປະ​ຖິ້ມ​ບາບ​ຂອງ​ພວກ​ເຮົາ, ແລະ ຢ່າ​ໄດ້​ເຮັດ​ຄໍ​ຕົກ ເພາະ​ວ່າ​ພວກ​ເຮົາ​ບໍ່​ໄດ້​ຖືກ​ປະ​ຖິ້ມ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກ​ເຮົາ​ຍັງ​ຖືກ ຂັບ​ໄລ່​ອອກ​ຈາກ​ແຜ່ນ​ດິນ ຊຶ່ງ​ເປັນ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຮົາ; ແຕ່​ພວກ​ເຮົາ​ຖືກ​ນຳ​ມາ​ຫາ ແຜ່ນ​ດິນ​ທີ່​ດີ​ກວ່າ, ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ໃຫ້​ທະເລ​ເປັນ ທາງ​ເດີນ​ຂອງ​ພວກ​ເຮົາ ແລະ ພວກ​ເຮົາ​ຢູ່​ໃນ ເກາະ​ແຫ່ງ​ໜຶ່ງ​ໃນ​ທະເລ.

21 ແຕ່​ຄຳ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກັບ​ຜູ້​ທີ່​ຢູ່​ໃນ ເກາະ​ໃນ​ທະເລ​ນັ້ນ​ຍິ່ງ​ໃຫຍ່; ດັ່ງ​ນັ້ນ, ເມື່ອ​ກ່າວ​ຄຳ​ວ່າ ເກາະ​ຈຶ່ງ​ຈຳ​ຕ້ອງ​ມີ​ຫລາຍ​ກວ່າ​ນີ້, ເພາະ​ມັນ​ເປັນ​ບ່ອນ​ຢູ່​ອາ​ໄສ​ຂອງ​ພີ່​ນ້ອງ​ຂອງ​ພວກ​ເຮົາ​ຄື​ກັນ.

22 ເພາະ​ຈົ່ງ​ເບິ່ງ, ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້ ພາ​ຜູ້​ຄົນ​ໄປ​ຈາກ​ເຊື້ອ​ສາຍ​ອິດສະ​ຣາເອນ​ເປັນ​ບາງ​ຄັ້ງ ຕາມ​ພຣະ​ປະສົງ ແລະ ຄວາມ​ພໍ​ພຣະ​ໄທ​ຂອງ​ພຣະ​ອົງ. ແລະ ບັດ​ນີ້​ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຈື່​ຈຳ​ເຂົາ​ທຸກ​ຄົນ​ທີ່​ແຕກ​ແຍກ​ອອກ​ມາ, ດັ່ງ​ນັ້ນ, ພຣະ​ອົງ​ຈຶ່ງ​ຈື່​ຈຳ​ພວກ​ເຮົາ​ເໝືອນ​ກັນ.

23 ສະນັ້ນ, ຈົ່ງ​ເຮັດ​ໃຫ້​ໃຈ​ຂອງ​ທ່ານ​ຊື່ນ​ບານ, ແລະ ຈົ່ງ​ຈື່​ຈຳ​ໄວ້​ວ່າ ທ່ານ ມີ​ສິດ​ທີ່​ຈະ ເຮັດ​ເພື່ອ​ຕົນ​ເອງ—ທີ່​ຈະ ເລືອກ​ທາງ​ແຫ່ງ​ຄວາມ​ຕາຍ​ອັນ​ເປັນ​ນິດ ຫລື ທາງ​ແຫ່ງ​ຊີ​ວິດ​ນິ​ລັນ​ດອນ.

24 ດັ່ງ​ນັ້ນ, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຈົ່ງ​ທຳ​ຕົນ​ເອງ​ໃຫ້​ເຂົ້າ​ກັບ​ພຣະ​ປະສົງ​ຂອງ​ພຣະ​ເຈົ້າ, ແລະ ບໍ່​ແມ່ນ​ເຂົ້າ​ກັບ​ຄວາມ​ປະສົງ​ຂອງ​ມານ ແລະ ເນື້ອ​ໜັງ ແລະ ຈົ່ງ​ຈື່​ຈຳ​ໄວ້​ຫລັງ​ຈາກ​ທ່ານ​ທຳ​ຕົນ​ເອງ​ເຂົ້າ​ກັບ​ພຣະ​ເຈົ້າ​ແລ້ວ, ວ່າ​ຈະ​ເປັນ​ໂດຍ ພຣະ​ຄຸນ​ຂອງ​ພຣະ​ເຈົ້າ​ເທົ່າ​ນັ້ນ​ທີ່​ທ່ານ​ຈະ ລອດ.

25 ດັ່ງ​ນັ້ນ, ຂໍ​ໃຫ້​ພຣະ​ເຈົ້າ​ຈົ່ງ​ຍົກ​ທ່ານ​ຂຶ້ນ​ຈາກ​ຄວາມ​ຕາຍ​ໂດຍ​ອຳນາດ​ແຫ່ງ​ການ​ຟື້ນ​ຄືນ​ຊີ​ວິດ​ເຖີດ, ແລະ ຈາກ​ຄວາມ​ຕາຍ​ອັນ​ເປັນ​ນິດ​ໂດຍ​ອຳນາດ​ແຫ່ງ ການ​ຊົດ​ໃຊ້ ເພື່ອ​ທ່ານ​ຈະ​ຖືກ​ຮັບ​ເຂົ້າ​ໃນ​ອາ​ນາ​ຈັກ​ນິ​ລັນ​ດອນ​ຂອງ​ພຣະ​ເຈົ້າ ເພື່ອ​ທ່ານ​ຈະ​ໄດ້​ສັນ​ລະ​ເສີນ​ພຣະ​ອົງ​ໂດຍ​ພຣະ​ຄຸນ​ແຫ່ງ​ສະຫວັນ. ອາ​ແມນ.