ພຣະ​ຄຳ​ພີ
2 ນີໄຟ 13


ບົດ​ທີ 13

ຢູ​ດາ ແລະ ເຢຣູ​ຊາເລັມ​ຈະ​ຖືກ​ລົງ​ໂທດ​ເພາະ​ການ​ບໍ່​ເຊື່ອ​ຟັງ​ຂອງ​ພວກ​ເຂົາ—ພຣະ​ຜູ້​ເປັນ​ເຈົ້າ​ອ້ອນ​ວອນ​ເພື່ອ ແລະ ພິ​ພາກ​ສາ​ຜູ້​ຄົນ​ຂອງ​ພຣະ​ອົງ—ທິດາ​ຂອງ​ຊີໂອນ​ຖືກ​ສາບ​ແຊ່ງ ແລະ ທໍ​ລະ​ມານ​ເພາະ​ຄວາມ​ເປັນ​ຢູ່​ທາງ​ໂລກ​ຂອງ​ພວກ​ເຂົາ—ປຽບ​ທຽບ​ກັບ​ເອຊາ​ຢາ 3. ປະ​ມານ 559–545 ປີ ກ່ອນ ຄ.ສ.

1 ເພາະ​ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ, ຈອມ​ໂຍທາ​ຈະ​ເອົາ​ສິ່ງ​ທີ່​ຄ້ຳ​ຈູນ​ຊີ​ວິດ​ເຊັ່ນ, ອາຫານ​ທັງ​ໝົດ ແລະ ນ້ຳ​ທີ່​ມີ​ທັງ​ໝົດ​ອອກ​ຈາກ​ເຢຣູ​ຊາເລັມ ແລະ ຈາກ​ຢູ​ດາ—

2 ຜູ້​ຍິ່ງ​ໃຫຍ່ ແລະ ນັກ​ຮົບ, ຜູ້​ຕັດ​ສິນ, ແລະ ສາດ​ສະ​ດາ, ຜູ້​ທຳ​ນາຍ, ແລະ ຜູ້​ອາ​ວຸ​ໂສ;

3 ຜູ້​ບັງ​ຄັບ​ຫ້າ​ສິບ​ຄົນ, ແລະ ຜູ້​ທີ່​ມີ​ກຽດ, ຜູ້​ປຶກ​ສາ, ແລະ ຜູ້​ມີ​ເລ່​ຫລ່ຽມ​ທີ່​ມີ​ຝີ​ມື​ດີ, ແລະ ນັກ​ເວົ້າ​ທີ່​ມີ​ໂວ​ຫານ.

4 ແລະ ເຮົາ​ຈະ​ກະ​ທຳ​ໃຫ້​ເດັກ​ນ້ອຍ​ເປັນ​ເຈົ້າ​ຊາຍ​ຂອງ​ພວກ​ເຂົາ, ແລະ ເດັກ​ເກີດ​ໃໝ່​ຈະ​ປົກ​ຄອງ​ພວກ​ເຂົາ.

5 ແລະ ທຸກ​ຄົນ​ຈະ​ຖືກ​ຂົ່ມ​ເຫັງ​ໂດຍ​ພວກ​ກັນ​ເອງ, ແລະ ໂດຍ​ເພື່ອນ​ບ້ານ​ຂອງ​ຕົນ; ເດັກ​ນ້ອຍ​ຈະ​ປະ​ພຶດ​ອວດ​ດີ​ຕໍ່​ຜູ້​ອາ​ວຸ​ໂສ, ແລະ ຄົນ​ຊົ່ວ​ຈະ​ຕໍ່​ຕ້ານ​ຄົນ​ມີ​ກຽດ.

6 ເມື່ອ​ຄົນ​ຜູ້​ໜຶ່ງ​ຈະ​ຍຶດ​ຕົວ​ພີ່​ນ້ອງ​ຂອງ​ເຂົາ​ໄວ້​ໃນ​ເຮືອນ​ຂອງ​ບິດາ​ຂອງ​ເຂົາ, ແລະ ຈະ​ເວົ້າ​ວ່າ: ເຈົ້າ​ມີ​ເສື້ອ​ຜ້າ​ແລ້ວ, ຂໍ​ໃຫ້​ເຈົ້າ​ເປັນ​ຜູ້​ນຳ​ຂອງ​ເຮົາ​ເຖີດ, ແລະ ຢ່າ​ໃຫ້ ຄວາມ​ຫາຍ​ຍະ​ນະ​ເກີດ​ຈາກ​ມື​ຂອງ​ເຈົ້າ—

7 ໃນ​ມື້​ນັ້ນ​ເຂົາ​ຈະ​ຄັດ​ຄ້ານ​ໂດຍ​ກ່າວ​ວ່າ: ເຮົາ​ຈະ​ບໍ່​ເປັນ ຜູ້​ປິ່ນ​ປົວ​ເພາະ​ວ່າ​ໃນ​ເຮືອນ​ຂອງ​ເຮົາ​ບໍ່​ມີ​ອາຫານ ຫລື ເຄື່ອງ​ນຸ່ງ​ຫົ່ມ; ຢ່າ​ເຮັດ​ໃຫ້​ເຮົາ​ເປັນ​ຜູ້​ປົກ​ຄອງ​ຜູ້​ຄົນ​ເລີຍ.

8 ເພາະ​ເຢຣູ​ຊາເລັມ ພິນາດ​ແລ້ວ, ແລະ ຢູ​ດາ​ກໍ ຕົກ​ແລ້ວ, ເພາະ​ວາ​ຈາ​ຂອງ​ພວກ​ເຂົາ ແລະ ການ​ກະ​ທຳ​ຂອງ​ພວກ​ເຂົາ​ທີ່​ຕໍ່​ຕ້ານ​ພຣະ​ຜູ້​ເປັນ​ເຈົ້າ, ເຮັດ​ໃຫ້​ຂຸ່ນ​ເຄືອງ​ພຣະ​ເນດ​ແຫ່ງ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ.

9 ການ​ສະແດງ​ສີ​ໜ້າ​ຂອງ​ພວກ​ເຂົາ​ເປັນ​ພະຍານ​ກ່າວ​ໂທດ​ພວກ​ເຂົາ, ແລະ ປະ​ກາດ​ບາບ​ຂອງ​ພວກ​ເຂົາ​ເປັນ​ຄື​ກັນ​ກັບ ໂຊ​ໂດມ, ແລະ ພວກ​ເຂົາ​ຈະ​ລີ້​ຊ່ອນ​ບໍ່​ໄດ້. ວິບັດ​ແກ່​ຈິດ​ວິນ​ຍານ​ຂອງ​ພວກ​ເຂົາ, ເພາະ​ພວກ​ເຂົາ​ໃຫ້​ລາງ​ວັນ​ຄວາມ​ຊົ່ວ​ແກ່​ຕົວ!

10 ຈົ່ງ​ເວົ້າ​ກັບ​ຄົນ​ຊອບ​ທຳ​ວ່າ ເຂົາ​ທັງ​ຫລາຍ​ຈະ ເປັນ​ສຸກ; ເພາະ​ພວກ​ເຂົາ​ຈະ​ໄດ້​ຮັບ​ຜົນ​ຂອງ​ການ​ກະ​ທຳ​ຂອງ​ພວກ​ເຂົາ​ເອງ.

11 ວິບັດ​ແກ່​ຄົນ​ຊົ່ວ ເພາະ​ເຂົາ​ຈະ​ຕາຍ; ເພາະ​ລາງ​ວັນ​ຈາກ​ມື​ຂອງ​ເຂົາ​ຈະ​ມາ​ສູ່​ເຂົາ!

12 ແລະ ຜູ້​ຄົນ​ຂອງ​ເຮົາ, ເດັກ​ນ້ອຍ​ເປັນ​ຜູ້​ຂົ່ມ​ເຫັງ​ພວກ​ເຂົາ, ແລະ ຜູ້​ຍິງ​ປົກ​ຄອງ​ພວກ​ເຂົາ. ໂອ້ ຜູ້​ຄົນ​ຂອງ​ເຮົາ, ເຂົາ​ທີ່​ຈະ ນຳ​ພາ​ເຈົ້າ​ເປັນ​ເຫດ​ໃຫ້​ເຈົ້າ​ຫລົງ​ຜິດ ແລະ ທຳ​ລາຍ​ທາງ​ເດີນ​ຂອງ​ເຈົ້າ.

13 ພຣະ​ຜູ້​ເປັນ​ເຈົ້າ​ຢືນ​ຂຶ້ນ​ເພື່ອ ສາບານ ແລະ ຢືນ​ຂຶ້ນ​ເພື່ອ​ພິ​ພາກ​ສາ​ຜູ້​ຄົນ.

14 ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເຂົ້າ​ມາ​ໃນ​ການ​ພິ​ພາກ​ສາ​ພ້ອມ​ດ້ວຍ​ຜູ້​ອາ​ວຸ​ໂສ​ຂອງ​ຜູ້​ຄົນ​ຂອງ​ພຣະ​ອົງ ແລະ ເຈົ້າ​ຊາຍ​ຂອງ​ພວກ​ນັ້ນ; ເພາະ​ເຈົ້າ​ໄດ້ ກິນ ສວນ​ອະງຸ່ນ​ເຂົ້າ​ໄປ ແລະ ຂອງ​ທີ່​ປຸ້ນ​ມາ​ຈາກ ຄົນ​ຍາກ​ຈົນ​ກໍ​ຢູ່​ໃນ​ບ້ານ​ຂອງ​ເຈົ້າ.

15 ເຈົ້າ​ໝາຍ​ຄວາມ​ວ່າ​ແນວ​ໃດ? ເຈົ້າ​ຟາດ​ຟັນ​ຜູ້​ຄົນ​ຂອງ​ເຮົາ​ເປັນ​ຕ່ອນໆ, ແລະ ບົດ​ໜ້າ​ຂອງ​ຄົນ​ຍາກ​ຈົນ, ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍທາ​ໄດ້​ກ່າວ.

16 ຍິ່ງ​ໄປ​ກວ່າ​ນັ້ນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ: ຍ້ອນ​ວ່າ​ລູກ​ສາວ​ຂອງ​ຊີໂອນ ຊຶ່ງ​ເປັນ​ຄົນ​ຈອງ​ຫອງ, ແລະ ຍ່າງ​ຍື່ນ​ຄໍ​ໄປ​ທາງ​ໜ້າ ແລະ ເຮັດ​ຕາ​ຢົ້ວ​ຢວນ, ຍ່າງ​ໄປ ແລະ ເຮັດ​ກະ​ຕຸ້ງ​ກະ​ຕິ້ງ, ແລະ ເຮັດ​ບາດ​ຕີນ​ດັງ​ຕຶ້ງ​ຕັ້ງ—

17 ສະນັ້ນ ພຣະ​ຜູ້​ເປັນ​ເຈົ້າ ຈະ​ລົງ​ທັນ​ໃຫ້​ກະ​ໂຈມ​ໃນ​ຫົວ​ຂອງ​ລູກ​ສາວ​ຂອງ​ຊີໂອນ​ເປັນ​ເກັດ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ຈະ ພົບ​ເຫັນ​ສ່ວນ​ລຶກ​ລັບ​ຂອງ​ພວກ​ເຂົາ.

18 ໃນ​ມື້​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເອົາ​ຄວາມ​ກ້າ​ຫານ​ຂອງ​ເຄື່ອງ​ປະ​ດັບ​ທີ່​ມີ​ສຽງ​ຂອງ​ພວກ​ເຂົາ, ແລະ ໝວກ, ແລະ ສາຍ​ຄໍ​ຄື​ກັນ​ກັບ​ດວງ​ເດືອນ​ໄປ;

19 ສ້ອຍ​ຄໍ ແລະ ສ້ອຍ​ແຂນ, ແລະ ຜ້າ​ຄຸມ;

20 ໝວກ, ແລະ ເຄື່ອງ​ປະ​ດັບ​ຂາ, ແລະ ຜ້າ​ມັດ​ຜົມ, ແລະ ແຜ່ນ​ປະ​ດັບ, ແລະ ຕຸ້ມ​ຫູ;

21 ແຫວນ, ແລະ ເຄື່ອງ​ເອ້​ປະ​ດັບ​ດັງ;

22 ເສື້ອ​ຜ້າ​ເປັນ​ຊຸດ​ທີ່​ປ່ຽນ​ຖ່າຍ​ໄດ້, ແລະ ເສື້ອ​ຄຸມ, ແລະ ຜ້າ​ປົກ​ຫົວ, ແລະ ກິບ​ໜີບ​ຜົມ;

23 ແວ່ນ, ແລະ ຜ້າ​ລີ​ນິນ​ເນື້ອ​ດີ, ແລະ ຜ້າ​ຄຸມ, ແລະ ຜ້າ​ປົກ​ໜ້າ.

24 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ, ແທນ​ກິ່ນ​ຫອມ​ຫວນ​ຈະ​ເປັນ​ກິ່ນ​ເໝັນ; ແທນ​ຜ້າ​ຄຽນ​ແອວ​ຈະ​ເປັນ ຜ້າ​ຂາດ​ສ້ອຍ; ແລະ ແທນ​ຜົມ​ຕົກ​ແຕ່ງ​ຢ່າງ​ດີ​ຈະ​ເປັນ​ຫົວ​ລ້ານ; ແທນ ຜ້າ​ຄຸມ​ທ້ອງ​ຈະ​ເປັນ​ກະ​ສອບ​ຜ້າ; ການ​ເຜົາ​ໄໝ້​ແທນ​ຄວາມ​ສວຍ​ງາມ.

25 ພວກ​ຜູ້​ຊາຍ​ຂອງ​ເຈົ້າ​ຈະ​ລົ້ມ​ຕາຍ​ດ້ວຍ​ດາບ​ກັບ​ຜູ້​ຍິ່ງ​ໃຫຍ່​ຂອງ​ເຈົ້າ​ໃນ​ສົງ​ຄາມ.

26 ແລະ ປະຕູ​ຂອງ​ນາງ​ຈະ​ຄ່ຳ​ຄວນ ແລະ ເປັນ​ທຸກ; ແລະ ນາງ​ຈະ​ຢູ່​ໂດດ​ດ່ຽວ, ແລະ ນັ່ງ​ຢູ່​ພື້ນ​ດິນ.

      • ເຮັບ​ເຣີ ພັນ (ບາດ​ແຜ); ຍົກ​ຕົວຢ່າງ, ເຮົາ​ບໍ່​ສາມາດ​ແກ້​ໄຂ​ບັນຫາ​ຂອງ​ເຈົ້າ.

      • ເຮັບ​ເຣີ ຜູ້​ປົກຄອງ, ຫລື ຜູ້ນຳ.

      • ເຮັບ​ເຣີ ຖືກ​ທຳລາຍ, ຫລື ຖືກ​ເຜົາ​ໄໝ້.

      • ອຊຢ 5:7.

      • ອສ ຂອງ​ທີ່ລັກ​ມາ.

      • 2 ນຟ 28:12–13.

      • ອສ ຍ່າງ​ດ້ວຍ​ບາດກ້າວ​ສູ​ສີ​ກັນ​ໄປ, ຢ່າງ​ໄວໆ ໃນ​ແບບ​ດັດ​ຈະລິດ.

      • ເຮັບ​ເຣີ ເປີດ​ເຜີຍ; ໝາຍ​ເຖິງ “ເຮັດ​ໃຫ້​ເຂົາ​ອັບ​ອາຍ.”

      • ອາດ​ເປັນ​ດາງ​ງວມ​ຜົມ. ຜູ້ນຳ​ມັກ​ບໍ່​ເຫັນ​ດ້ວຍ​ກັບ​ເຄື່ອງ​ປະດັບ​ຂອງ​ຜູ້ຍິງ ຊຶ່ງ​ກ່າວ​ເຖິງ​ຢູ່​ໃນ ຂໍ້​ທີ 18–23.

      • ອສ ເຄື່ອງ​ປະດັບ​ທີ່​ມີ​ຮູບ​ລັກ​ສະນະ​ຄື​ເດືອນ​ອອກ​ໃໝ່.

      • ເຮັບ​ເຣີ ຜ້າ​ຄຸມ​ໜ້າ.

      • ເຮັບ​ເຣີ ເສື້ອ​ຜ້າ​ທີ່​ສວຍ​ສົດ​ງົດ​ງາມ.

      • ພ ເສື້ອ​ຜ້າ​ທີ່​ສວຍ​ສົດ​ງົດ​ງາມ.

      • ເຮັບ​ເຣີ ຜ້າ​ຂີ້ລິ້ວ.

      • ພ ເສື້ອ​ຄຸມ.

      • ພ ການ​ຕີ​ກາ​ດ້ວຍ​ເຫລັກ​ເຜົາ (​ເຄື່ອງໝາຍ​ຂອງ​ການ​ເປັນ​ຂ້າ​ທາດ).