ພຣະ​ຄຳ​ພີ
2 ນີໄຟ 14


ບົດ​ທີ 14

ຊີໂອນ ແລະ ທິດາ​ຂອງ​ມັນ​ຈະ​ຖືກ​ໄຖ່ ແລະ ເຮັດ​ໃຫ້​ສະອາດ​ພາຍ​ໃນ​ພັນ​ປີ—ປຽບ​ທຽບ​ກັບ​ເອຊາ​ຢາ 4. ປະ​ມານ 559–545 ປີ ກ່ອນ ຄ.ສ.

1 ແລະ ໃນ​ມື້​ນັ້ນ, ຜູ້​ຍິງ​ເຈັດ​ຄົນ​ຈະ​ຍຶດ​ຜູ້​ຊາຍ​ຄົນ​ດຽວ​ໄວ້, ໂດຍ​ກ່າວ​ວ່າ: ພວກ​ເຮົາ​ຈະ​ກິນ​ເຂົ້າ​ຈີ່​ຂອງ​ພວກ​ເຮົາ​ເອງ, ແລະ ນຸ່ງ​ເສື້ອ​ຜ້າ​ຂອງ​ພວກ​ເຮົາ​ເອງ; ຂໍ​ພຽງ​ແຕ່​ໃຫ້​ພວກ​ເຮົາ​ໃຊ້​ຊື່​ຂອງ​ທ່ານ ໃຫ້​ພົ້ນ​ຈາກ ຄວາມ​ຕິ​ຕຽນ​ເຖີດ.

2 ໃນ​ມື້​ນັ້ນ ກິ່ງ​ງ່າ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສວຍ​ງາມ ແລະ ຮຸ່ງ​ເຫລື້ອມ; ໝາກ​ຜົນ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ດີ​ເລີດ ແລະ ໜ້າ​ຊື່ນ​ຊົມ​ແກ່​ຊາວ​ອິດສະ​ຣາເອນ​ຜູ້​ໜີ​ລອດ​ມາ​ໄດ້.

3 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື, ຜູ້​ທີ່​ເຫລືອ​ຢູ່​ໃນ​ຊີໂອນ ແລະ ຄ້າງ​ຢູ່​ເຢຣູ​ຊາເລັມ ຈະ​ຖືກ​ເອີ້ນ​ວ່າ​ຜູ້​ບໍ​ລິ​ສຸດ, ທຸກ​ຄົນ​ຈະ​ຖືກ​ບັນ​ທຶກ​ໄວ້​ໃນ​ບັນ​ດາ​ຜູ້​ມີ​ຊີ​ວິດ​ໃນ​ເຢຣູ​ຊາເລັມ—

4 ເມື່ອ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈະ ລ້າງ​ຄວາມ​ສົກ​ກະ​ປົກ​ອອກ​ຈາກ​ທິດາ​ຂອງ​ຊີໂອນ, ແລະ ຈະ​ຊຳລະ​ເລືອດ​ຂອງ​ເຢຣູ​ຊາເລັມ​ຈາກ​ທ່າມ​ກາງ​ພວກ​ນັ້ນ​ໂດຍ​ວິນ​ຍານ​ແຫ່ງ​ການ​ພິ​ພາກ​ສາ ແລະ ໂດຍ​ວິນ​ຍານ​ແຫ່ງ ການ​ເຜົາ​ໄໝ້.

5 ແລະ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສ້າງ​ເມກ ແລະ ຄວັນ​ເພື່ອ​ຕອນ​ກາງ​ເວັນ ແລະ ແສງ​ຂອງ​ແປວ​ໄຟ ເພື່ອ​ຕອນ​ກາງ​ຄືນ​ຢູ່​ເໜືອ​ທີ່​ອາ​ໄສ​ທຸກ​ແຫ່ງ​ຂອງ​ພູ​ຊີໂອນ, ແລະ ຢູ່​ເໜືອ​ບ່ອນ​ຊຸມ​ນຸມ​ເມືອງ​ນັ້ນ; ເພາະ​ຈະ​ມີ​ການ​ປ້ອງ​ກັນ ເໜືອ​ລັດ​ສະ​ໝີ​ພາບ​ທັງ​ມວນ​ຂອງ​ຊີໂອນ.

6 ແລະ ຈະ​ມີ​ສະຖານ​ທີ່​ນະມັດ​ສະການ​ເປັນ​ຮົ່ມ​ບັງ​ແດດ​ໃນ​ຕອນ​ກາງ​ເວັນ, ແລະ ເປັນ ບ່ອນ​ລີ້​ໄພ, ແລະ ເປັນ​ບ່ອນ​ກຳ​ບັງ​ພະ​ຍຸ ແລະ ຝົນ.