ພຣະ​ຄຳ​ພີ
2 ນີໄຟ 15


ບົດ​ທີ 15

ສວນ​ອະງຸ່ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ (ອິດສະ​ຣາເອນ) ຈະ​ເປົ່າ​ແປນ, ແລະ ຜູ້​ຄົນ​ຂອງ​ພຣະ​ອົງ​ຈະ​ກະ​ຈັດ​ກະ​ຈາຍ​ໄປ—ວິບັດ​ຈະ​ມາ​ເຖິງ​ພວກ​ເຂົາ​ໃນ​ສະພາບ​ທີ່​ຫລົງ​ຜິດ ແລະ ການ​ກະ​ຈັດ​ກະ​ຈາຍ​ໄປ​ຂອງ​ພວກ​ເຂົາ—ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຍົກ​ເຄື່ອງ​ສັນ​ຍານ​ຂຶ້ນ ແລະ ເຕົ້າ​ໂຮມ​ອິດສະ​ຣາເອນ—ປຽບ​ທຽບ​ກັບ​ເອຊາ​ຢາ 5. ປະ​ມານ 559–545 ປີ ກ່ອນ ຄ.ສ.

1 ແລະ ຈາກ​ນັ້ນ​ຂ້າ​ພະ​ເຈົ້າ​ຈະ​ຮ້ອງ​ເພງ​ເຖິງ​ເພື່ອນ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຊຶ່ງ​ເປັນ ເພງ​ຂອງ​ທີ່​ຮັກ​ຂອງ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ສວນ​ອະງຸ່ນ​ຂອງ​ພຣະ​ອົງ. ທີ່​ຮັກ​ຂອງ​ຂ້າ​ພະ​ເຈົ້າ​ມີ​ສວນ​ອະງຸ່ນ​ຢູ່​ແປງ​ໜຶ່ງ​ໃນ​ເນີນ​ພູ​ທີ່​ອຸ​ດົມ​ສົມ​ບູນ​ດ້ວຍ​ໝາກ​ຜົນ.

2 ແລະ ພຣະ​ອົງ​ໄດ້​ລ້ອມ​ຮົ້ວ​ໃຫ້​ມັນ, ແລະ ເກັບ​ຫີນ​ໃນ​ນັ້ນ​ອອກ, ແລະ ປູກ ແນວ​ອະງຸ່ນ​ພັນ​ດີ​ທີ່​ສຸດ, ແລະ ສ້າງ​ຫໍ​ສູງ​ໄວ້​ກາງ​ສວນ, ແລະ ເຮັດ​ເຄື່ອງ​ປັ່ນ​ໝາກ​ອະງຸ່ນ​ໃນ​ນັ້ນ​ອີກ; ແລະ ພຣະ​ອົງ​ຫວັງ​ວ່າ​ມັນ​ຈະ​ໄດ້​ໝາກ​ອະງຸ່ນ​ດີ, ແຕ່​ໄດ້​ຮັບ​ໝາກ​ອະງຸ່ນ​ປ່າ.

3 ແລະ ບັດ​ນີ້, ໂອ້ ຜູ້​ອາ​ໄສ​ຂອງ​ເຢຣູ​ຊາເລັມ, ແລະ ຜູ້​ຄົນ​ຂອງ​ຢູ​ດາ, ເຮົາ​ຂໍ​ໃຫ້​ເຈົ້າ​ຕັດ​ສິນ​ລະຫວ່າງ​ເຮົາ​ກັບ​ສວນ​ອະງຸ່ນ​ຂອງ​ເຮົາ.

4 ແລະ ຍັງ​ມີ​ອັນ​ໃດ​ອີກ​ແດ່ ທີ່​ເຮົາ​ຍັງ​ບໍ່​ໄດ້​ເຮັດ​ໃນ​ສວນ​ນີ້? ດັ່ງ​ນັ້ນ, ເມື່ອ​ເຮົາ​ຫວັງ​ວ່າ​ຈະ​ໄດ້​ໝາກ​ອະງຸ່ນ, ແຕ່​ໄດ້​ຮັບ​ໝາກ​ອະງຸ່ນ​ສົ້ມ​ໝົດ.

5 ແລະ ບັດ​ນີ້​ໄປ​ເຖີດ; ເຮົາ​ຈະ​ບອກ​ເຈົ້າ​ວ່າ ເຮົາ​ຈະ​ເຮັດ​ແນວ​ໃດ​ກັບ​ສວນ​ອະງຸ່ນ​ຂອງ​ເຮົາ—​ເຮົາ​ຈະ ມ້າງ​ຮົ້ວ​ຂອງ​ມັນ​ອອກ, ແລະ ມັນ​ກໍ​ຈະ​ຖືກ​ກິນ​ໝົດ; ແລະ ເຮົາ​ຈະ​ມ້າງ​ກຳ​ແພງ​ຂອງ​ມັນ​ອອກ, ແລະ ມັນ​ກໍ​ຈະ​ຖືກ​ຢຽບ​ຍ່ຳ​ລົງ;

6 ແລະ ເຮົາ​ຈະ​ປ່ອຍ​ໃຫ້​ຫຍ້າ​ເກີດ​ເຕັມ​ໄປ​ທົ່ວ, ແລະ ກິ່ງ​ງ່າ​ຂອງ​ມັນ​ຈະ​ບໍ່​ຖືກ​ລິ​ອອກ ແລະ ດິນ​ຈະ​ບໍ່​ຖືກ​ພວນ; ແຕ່​ຈະ​ມີ ເຄືອ ແລະ ກົກ​ໜາມ​ຂຶ້ນ​ມາ; ເຮົາ​ຈະ​ສັ່ງ​ເມກ​ບໍ່​ໃຫ້ ຝົນ​ຕົກ​ລົງ​ມາ​ຮຳ​ສວນ​ນີ້.

7 ເພາະ ສວນ​ອະງຸ່ນ​ຂອງ​ຈອມ​ໂຍທາ​ນັ້ນ​ຄື​ເຊື້ອ​ສາຍ​ອິດສະ​ຣາເອນ, ແລະ ຄົນ​ຂອງ​ຢູ​ດາ​ຄື​ໄມ້​ພັນ​ດີ​ຂອງ​ພຣະ​ອົງ; ແລະ ພຣະ​ອົງ​ຈະ​ລໍ​ຄອຍ ການ​ພິ​ພາກ​ສາ, ແລະ ຈົ່ງ​ເບິ່ງ, ການ​ຂົ່ມ​ເຫັງ​ຄວາມ​ຊອບ​ທຳ; ແຕ່​ຈົ່ງ​ເບິ່ງ, ສຽງ​ຮ້ອງ​ໄຫ້.

8 ວິບັດ​ແກ່​ຜູ້​ທີ່​ເສີມ ເຮືອນ​ຫລັງ​ໜຶ່ງ​ເຂົ້າ​ກັບ​ເຮືອນ​ອີກ​ຫລັງ​ໜຶ່ງ, ຈົນ​ວ່າ​ບໍ່​ມີ​ບ່ອນ​ວ່າງ​ເປົ່າ, ຊຶ່ງ​ພວກ​ເຂົາ​ຈະ​ໄດ້ ຢູ່​ໂດຍ​ລຳ​ພັງ​ໃນ​ທ່າມ​ກາງ​ຂອງ​ແຜ່ນ​ດິນ​ນັ້ນ!

9 ຈອມ​ໂຍທາ​ໄດ້​ກ່າວ​ໃຫ້​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ວ່າ, ເປັນ​ຄວາມ​ຈິງ​ທີ່​ບ້ານ​ເຮືອນ​ຫລາຍ​ຫລັງ​ຈະ​ຕ້ອງ​ຮ້າງ​ເປົ່າ, ແລະ ບ້ານ​ໃຫຍ່​ເມືອງ​ງາມ​ຈະ​ປາດ​ສະ​ຈາກ​ຜູ້​ອາ​ໄສ​ຢູ່.

10 ແທ້​ຈິງ​ແລ້ວ, ສວນ​ອະງຸ່ນ​ສິບ​ເອ​ເຄີ​ຈະ​ໃຫ້​ຜົນ​ເທົ່າ​ກັບ​ໜຶ່ງ ບັດ, ແລະ ເມັດ​ພືດ​ໜຶ່ງ​ໂຮ​ເມີ ຈະ​ມີ​ຄ່າ​ແຕ່​ໜຶ່ງ​ເອ​ຟາ.

11 ວິບັດ​ແກ່​ຜູ້​ຄົນ​ທີ່​ຕື່ນ​ເຊົ້າ ເພື່ອ ເລີ່ມ​ຕົ້ນ​ດື່ມ​ຂອງ​ມຶນ​ເມົາ, ແລະ ດື່ມ​ຕໍ່​ໄປ​ຈົນ​ເຖິງ​ຕອນ​ກາງ​ຄືນ, ເພາະ ເຫລົ້າ​ອະງຸ່ນ​ຈະ​ເຮັດ​ໃຫ້​ພວກ​ເຂົາ​ມຶນ​ເມົາ!

12 ແລະ ພິນ, ແລະ ຊໍ, ກອງ, ແລະ ປີ່, ແລະ ເຫລົ້າ​ອະງຸ່ນ​ໃນ​ງານ​ລ້ຽງ​ພວກ​ເຂົາ; ແຕ່​ພວກ​ເຂົາ​ບໍ່​ໄດ້ ເອົາ​ໃຈ​ໃສ່​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເລີຍ, ທັງ​ບໍ່​ພິ​ຈາ​ລະ​ນາ​ການ​ກະ​ທຳ​ຈາກ​ພຣະ​ຫັດ​ຂອງ​ພຣະ​ອົງ​ອີກ.

13 ສະນັ້ນ, ຜູ້​ຄົນ​ຂອງ​ເຮົາ​ຈຶ່ງ​ໄປ​ຫາ​ການ​ເປັນ​ຊະ​ເລີຍ​ເພາະ​ພວກ​ເຂົາ​ບໍ່​ມີ ຄວາມ​ຮູ້; ແລະ ຜູ້​ມີ​ກຽດ​ຂອງ​ພວກ​ເຂົາ​ກໍ​ຫິວ​ໂຫຍ, ແລະ ຝູງ​ຊົນ​ຂອງ​ພວກ​ເຂົາ​ຫ່ຽວ​ແຫ້ງ​ໄປ​ດ້ວຍ​ຄວາມ​ຫິວ​ກະ​ຫາຍ.

14 ສະນັ້ນ, ນະລົກ​ຈຶ່ງ​ຂະ​ຫຍາຍ​ຕົວ​ຂອງ​ມັນ​ອອກ, ແລະ ເປີດ​ປາກ​ຂອງ​ມັນ​ອອກ​ກວ້າງ​ຈົນ​ແທກ​ບໍ່​ໄດ້; ແລະ ລັດ​ສະ​ໝີ​ພາບ​ຂອງ​ພວກ​ເຂົາ, ແລະ ຝູງ​ຊົນ​ຂອງ​ພວກ​ເຂົາ, ແລະ ຄວາມ​ວາງ​ທ່າ​ຂອງ​ພວກ​ເຂົາ, ແລະ ຜູ້​ທີ່​ປິ​ຕິ​ຍິນ​ດີ​ຈະ​ລົງ​ໄປ​ຫາ​ນະລົກ​ນັ້ນ.

15 ແລະ ຄົນ​ຕ່ຳ​ຊ້າ​ຈະ​ຖືກ​ນຳ​ລົງ​ໄປ, ແລະ ຄົນ​ໃຫຍ່​ໂຕ​ຈະ​ອ່ອນ​ນ້ອມ, ແລະ ສາຍ​ຕາ​ຂອງ​ຄົນ​ທະນົງ​ຕົວ ຈະ​ອ່ອນ​ໂຍນ.

16 ແລະ ຈອມ​ໂຍທາ​ຈະ​ສູງ​ສົ່ງ​ໃນ ການ​ພິ​ພາກ​ສາ, ແລະ ພຣະ​ເຈົ້າ​ທີ່​ບໍ​ລິ​ສຸດ​ຈະ​ຖືກ​ເຮັດ​ໃຫ້​ສັກ​ສິດ​ໃນ​ຄວາມ​ຊອບ​ທຳ.

17 ຈາກ​ນັ້ນ​ຝູງ​ແກະ​ຈະ​ຫາ​ກິນ​ຕາມ​ພາ​ສາ​ຂອງ​ມັນ, ແລະ ບ່ອນ​ຮົກ​ຮ້າງ​ຂອງ​ພວກ​ທີ່​ອ້ວນ​ພີ​ຈະ​ມີ​ພວກ​ທີ່​ແປກ​ໜ້າ​ມາ​ກິນ​ນຳ.

18 ວິບັດ​ແກ່​ຜູ້​ທີ່​ດຶງ​ຄວາມ​ຊົ່ວ​ຮ້າຍ​ດ້ວຍ​ເຊືອກ​ແຫ່ງ ຄວາມ​ໂອ້​ອວດ, ແລະ ດຶງ​ບາບ ຄື​ກັບ​ວ່າ ດຶງ​ເຊືອກ​ແກ່​ກວຽນ;

19 ຜູ້​ກ່າວ​ວ່າ: ໃຫ້​ພຣະ​ອົງ ຮີບ​ຮ້ອນ, ໃຫ້​ພຣະ​ອົງ​ເລັ່ງ​ງານ​ຂອງ​ພຣະ​ອົງ; ເພື່ອ​ເຮົາ​ຈະ​ໄດ້ ເຫັນ; ແລະ ຂໍ​ໃຫ້​ຄຳ​ແນະນຳ​ຂອງ​ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດສະ​ຣາເອນ​ເຂົ້າ​ມາ​ໃກ້, ເພື່ອ​ເຮົາ​ຈະ​ໄດ້​ຮູ້.

20 ວິບັດ​ແກ່​ຜູ້​ທີ່ ເອີ້ນ​ຄວາມ​ຊົ່ວ​ວ່າ​ດີ, ແລະ ຄວາມ​ດີ​ວ່າ​ຊົ່ວ, ແລະ ເອີ້ນ ຄວາມ​ມືດ​ວ່າ​ແຈ້ງ, ແລະ ຄວາມ​ແຈ້ງ​ວ່າ​ມືດ, ແລະ ເອີ້ນ​ຄວາມ​ຂົມ​ວ່າ​ຫວານ, ແລະ ຄວາມ​ຫວານ​ວ່າ​ຂົມ!

21 ວິບັດ​ແກ່ ຄົນ​ສະຫລາດ​ໃນ​ສາຍ​ຕາ​ຂອງ​ຕົນ​ເອງ ແລະ ຄວາມ​ສ້ຽມ​ແຫລມ​ໃນ​ສາຍ​ຕາ​ຂອງ​ຕົນ​ເອງ!

22 ວິບັດ​ແກ່​ຄົນ​ໃຫຍ່​ໂຕ​ທີ່​ດື່ມ​ເຫລົ້າ​ອະງຸ່ນ, ແລະ ແກ່​ຄົນ​ແຂງ​ແຮງ​ທີ່​ປະ​ສົມ​ເຄື່ອງ​ດື່ມ​ແຮງ;

23 ຜູ້​ທີ່​ຮັບ​ຮອງ​ຄົນ​ຊົ່ວ​ເພື່ອ​ລາງ​ວັນ, ແລະ ເອົາ​ຄວາມ​ຊອບ​ທຳ​ຂອງ​ຄົນ​ຊອບ​ທຳ​ໄປ​ຈາກ​ເຂົາ!

24 ສະນັ້ນ, ຄື​ກັນ​ກັບ ໄຟ​ໄໝ້ ເຟືອງ​ເຂົ້າ, ແລະ ແປວ​ໄຟ​ລາມ​ເລຍ ຂີ້​ແກບ, ຮາກ​ຂອງ​ມັນ​ຈະ​ຜຸ​ອອກ, ແລະ ດອກ​ຂອງ​ມັນ​ຈະ​ຂຸ​ຫລົ່ນ​ຄື​ກັນ​ກັບ​ຂີ້​ຝຸ່ນ; ເພາະ​ວ່າ​ພວກ​ເຂົາ​ໂຍນ​ກົດ​ຂອງ​ຈອມ​ໂຍທາ​ຖິ້ມ, ແລະ ປະ​ໝາດ​ພຣະ​ຄຳ​ຂອງ​ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດສະ​ຣາເອນ.

25 ສະນັ້ນ, ພຣະ​ພິ​ໂລດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ເກີດ​ກັບ​ຜູ້​ຄົນ​ຂອງ​ພຣະ​ອົງ, ແລະ ພຣະ​ອົງ​ຈະ​ເດ່​ພຣະ​ຫັດ​ອອກ​ໄປ ຕໍ່​ຕ້ານ​ພວກ​ເຂົາ, ແລະ ລົງ​ທັນ​ພວກ​ເຂົາ; ແລະ ເນີນ​ພູ​ໄດ້​ສັ່ນ​ສະ​ເທືອນ, ແລະ ຊາກ​ສົບ​ຂອງ​ພວກ​ເຂົາ​ສີກ​ຂາດ​ຢູ່​ກາງ​ຖະ​ໜົນ. ເພາະ​ທັງ​ໝົດ​ນີ້​ພຣະ​ພິ​ໂລດ​ຂອງ​ພຣະ​ອົງ​ຍັງ​ບໍ່​ເຊົາ​ເທື່ອ, ແຕ່​ພຣະ​ຫັດ​ຂອງ​ພຣະ​ອົງ​ຍັງ​ຍື່ນ​ອອກ​ມາ.

26 ແລະ ພຣະ​ອົງ​ຈະ​ຍົກ ເຄື່ອງ​ສັນ​ຍານ​ໃຫ້​ແກ່​ປະ​ຊາ​ຊາດ​ທີ່​ຢູ່​ຫ່າງ​ໄກ, ແລະ ຈະ ເປັ່ງ​ສຽງ​ເອີ້ນ​ພວກ​ເຂົາ​ຈາກ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ; ແລະ ຈົ່ງ​ເບິ່ງ, ພວກ​ເຮົາ​ຈະ ມາ​ດ້ວຍ​ຄວາມ​ຟ້າວ​ຟັ່ງ; ບໍ່​ມີ​ຜູ້​ໃດ​ໃນ​ບັນ​ດາ​ພວກ​ເຂົາ​ຈະ​ອິດ​ເມື່ອຍ ແລະ ເຕະ​ສະ​ດຸດ.

27 ບໍ່​ມີ​ຜູ້​ໃດ​ຈະ​ເຫງົາ​ນອນ ຫລື ນອນ​ຫລັບ; ທັງ​ຜ້າ​ຄຽນ​ແອວ​ກໍ​ບໍ່​ຫລຸດ, ຫລື ສາຍ​ຮັດ​ເກີບ​ກໍ​ບໍ່​ຂາດ;

28 ລູກ​ທະ​ນູ​ຂອງ​ພວກ​ເຂົາ​ຈະ​ແຫລມ, ແລະ ຄັນ​ທະ​ນູ​ທັງ​ໝົດ​ຈະ​ກົ່ງ, ແລະ ເລັບ​ມ້າ​ຂອງ​ພວກ​ເຂົາ​ຈະ​ຄື​ກັນ​ກັບ​ຫີນ​ເຫລັກ​ໄຟ, ແລະ ລໍ້​ລົດ​ຂອງ​ພວກ​ເຂົາ​ຈະ​ຄື​ກັນ​ກັບ​ລົມ​ໝຸນ, ແລະ ສຽງ​ຂອງ​ມັນ​ຈະ​ດັງ​ກ້ອງ​ຄື​ກັນ​ກັບ​ສຽງ​ສິງ.

29 ມັນ​ຈະ​ດັງ​ກ້ອງ​ຄື​ກັນ​ກັບ ສິງ​ໜຸ່ມ; ແທ້​ຈິງ​ແລ້ວ, ມັນ​ຈະ​ດັງ​ກ້ອງ, ແລະ ຄາບ​ເຫຍື່ອ, ແລະ ມັນ​ຈະ​ຂົນ​ໄປ​ເສຍ​ດ້ວຍ​ຄວາມ​ປອດ​ໄພ, ແລະ ບໍ່​ມີ​ໃຜ​ຍາດ​ເອົາ​ໄດ້.

30 ແລະ ໃນ​ມື້​ນັ້ນ, ມັນ​ຈະ​ສົ່ງ​ສຽງ​ດັງ​ຕໍ່​ຕ້ານ​ສັດ​ຕູ​ຄື​ກັນ​ກັບ​ສຽງ​ດັງ​ຂອງ​ນ້ຳ​ທະເລ; ແລະ ຖ້າ​ຫາກ​ຜູ້​ໃດ​ຜູ້​ໜຶ່ງ​ຫລຽວ​ເບິ່ງ​ແຜ່ນ​ດິນ, ຈົ່ງ​ເບິ່ງ, ຄວາມ​ມືດ ແລະ ຄວາມ​ເສົ້າ​ສະ​ຫລົດ​ໃຈ, ແລະ ຄວາມ​ສະ​ຫວ່າງ​ກໍ​ຖືກ​ເຮັດ​ໃຫ້​ມືດ​ມົວ​ໃນ​ຟ້າ​ສະຫວັນ​ເສຍ.