ໜັງສື​ນີ​ໄຟ​ສະ​ບັບທີ​ສອງ

ບົດ​ທີ 16

ເອຊາ​ຢາ​ເຫັນ​ພຣະຜູ້​ເປັນ​ເຈົ້າ—ບາບ​ຂອງ​ເອຊາ​ຢາ​ໄດ້​ຮັບ​ການ​ອະ​ໄພ​ໂທດ—ເພິ່ນ​ຖືກ​ເອີ້ນ​ໃຫ້ທຳນາຍ—ເພິ່ນ​ທຳນາຍ​ເຖິງ​ການ​ປະຕິ​ເສດ​ຄຳ​ສອນ​ຂອງ​ພຣະ​ຄຣິດ​ຂອງ​ຊາວ​ຢິວ—ຜູ້​ທີ່​ເຫລືອ​ຢູ່​ຈະ​ກັບ​ຄືນ​ມາ—ປຽບທຽບ​ກັບ​ເອ​ຊາ​ຢາ 6. ປະມານ 559–545 ປີ ກ່ອນ ຄ.ສ.

 ໃນ​ປີທີ່​ກະສັດ​ອຸດ​ສີ​ຢາ​ສິ້ນ​ຊີວິດ​ນັ້ນ, ຂ້າພະ​ເຈົ້າ​ໄດ້​ເຫັນ​ພຣະຜູ້​ເປັນ​ເຈົ້າ​ປະທັບ​ຢູ່​ເທິງ​ບັນລັງ​ສູງ​ເດັ່ນ, ຊາຍ​ລະ​ໄບຜ້າ​ເຄື່ອງ​ທົງ​ຂອງ​ພຣະ​ອົງ​ແຜ່​ເຕັມ​ພຣະ​ວິຫານ.

 ຢູ່​ເໜືອ​ພຣະ​ອົງ​ມີ​ເຊ​ຣາ​ຟີມ​ຫລາຍ​ອົງ​ຢືນຢູ່; ແຕ່​ລະ​ອົງ​ມີ​ປີກ​ຫົກ​ປີກ, ແຕ່​ລະ​ອົງ​ເອົາ​ສອງ​ປີກ​ປົກ​ໜ້າ, ສອງ​ປີກ​ປົກ​ຕີນ, ແລະ ອີກ​ສອງ​ປີກ​ໃຊ້​ບິນ​ໄປ.

 ແຕ່​ລະ​ອົງຮ້ອງ​ໃສ່​ກັນ ແລະ ກ່າວ​ວ່າ: ບໍລິສຸດ, ບໍລິສຸດ, ບໍລິສຸດ, ພຣະຜູ້​ເປັນ​ເຈົ້າ​ແຫ່ງ​ຈັກກະ​ວານ; ລັດສະໝີ​ພາບ​ຂອງ​ພຣະ​ອົງ​ແຜ່​ກະຈາຍ​ໄປ​ທົ່ວ​ແຜ່ນດິນ​ໂລກ.

 ສຽງ​ຮ້ອງ​ຂອງ​ແຕ່​ລະ​ອົງ​ໄດ້​ເຮັດ​ໃຫ້​ຮາກ​ຖານ​ພຣະ​ວິຫານ​ສັ່ນ​ສະ​ເທືອນ, ແລະ ມີ​ຄວັນ​ເຕັມ​ພຣະ​ວິຫານ​ນັ້ນ.

 ຈາກ​ນັ້ນຂ້າພະ​ເຈົ້າ​ໄດ້​ເວົ້າວ່າ: ວິບັດ​ເກີດ​ກັບ​ຂ້າພະ​ເຈົ້າ! ເພາະ​ຂ້າພະ​ເຈົ້າ​ໄດ້​ຮັບ​ເຄາະ ແລະ ໝົດ​ຫວັງ​ແລ້ວ, ຄຳ​ເວົ້າທຸກໆ​ຄຳ​ທີ່​ອອກ​ຈາກ​ປາກ​ຂອງ​ຂ້າພະ​ເຈົ້າລ້ວນ​ແລ້ວ​ແຕ່​ເປັນ​ບາບ, ຂ້າພະ​ເຈົ້າຢູ່​ນຳ​ຊົນ​ຊາດ​ທີ່​ເວົ້າ​ແຕ່​ບາບ​ຫຍາບຊ້າ, ບັດ​ນີ້ຂ້າພະ​ເຈົ້າ​ໄດ້​ເຫັນ​ກະສັດ​ຄື ຈອມ​ໂຍທາ​ກັບ​ຕາ​ຕົນ​ເອງ​ແລ້ວ.

 ຕໍ່​ມາ ມີ​ເຊ​ຣາ​ຟີມ​ອົງ​ໜຶ່ງ​ໄດ້​ບິນ​ມາ​ຫາ​ຂ້າພະ​ເຈົ້າ, ມີ​ຖ່ານ​ໄຟ​ສີ​ແດງ​ໃນ​ມື​ຂອງ​ພຣະ​ອົງ, ຊຶ່ງພຣະ​ອົງ​ໄດ້​ຈັບ​ເອົາ​ມາ​ຈາກ​ແທ່ນ​ບູຊາ​ດ້ວຍ​ຄີມ​ໜີບ;

 ແລະ ພຣະ​ອົງ​ໄດ້​ເອົາ​ຖ່ານ​ໄຟ​ນັ້ນ​ແປະ​ໃສ່​ປາກ​ຂອງ​ຂ້າພະ​ເຈົ້າ, ແລ້ວ​ກ່າວ​ວ່າ: ສິ່ງ​ນີ້​ໄດ້​ຖືກ​ປາກ​ຂອງ​ເຈົ້າ​ແລ້ວ; ຄວາມ​ຊົ່ວ​ຮ້າຍ​ຂອງ​ເຈົ້າກໍ​ຖືກ​ຍົກ​ເລີກ, ແລະ ບາບ​ຂອງ​ເຈົ້າກໍ​ໄດ້​ຮັບ​ອະ​ໄພ.

 ແລະ ຂ້າພະ​ເຈົ້າ​ໄດ້​ຍິນ​ສຸລະສຽງ​ຂອງ​ພຣະຜູ້​ເປັນ​ເຈົ້າອີກ, ມີ​ຄວາມ​ວ່າ: ເຮົາ​ຈະ​ສົ່ງ​ຜູ້​ໃດ​ໄປ, ແລະ ແມ່ນ​ໃຜ​ຈະ​ໄປ​ເພື່ອ​ພວກ​ເຮົາ? ຈາກ​ນັ້ນຂ້າພະ​ເຈົ້າ​ໄດ້​ທູນ​ວ່າ: ຂ້ານ້ອຍ​ຈະ​ໄປ​ດອກ; ຈົ່ງ​ສົ່ງ​ຂ້ານ້ອຍ​ໄປ​ຖ້ອນ.

 ແລະ ພຣະ​ອົງ​ໄດ້​ກ່າວ​ວ່າ: ຈົ່ງ​ໄປ​ບອກຜູ້ຄົນ​ພວກ​ນີ້ວ່າ—ພວກ​ເຈົ້າຈະ​ຟັງ​ຫລາຍ​ປານ​ໃດ, ພວກ​ເຈົ້າກໍ​ຈະ​ບໍ່​ເຂົ້າ​ໃຈ; ພວກ​ເຈົ້າຈະ​ເບິ່ງ​ຄັກ​ປານ​ໃດ, ພວກ​ເຈົ້າກໍ​ຈະ​ບໍ່​ຮູ້​ວ່​າແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ.

 10 ຈົ່ງ​ເຮັດ​ໃຫ້​ໃຈ​ຜູ້ຄົນພວກ​ນີ້​ມືດ​ມົນ, ແລະ ເຮັດ​ໃຫ້​ຫູ​ຂອງ​ພວກ​ເຂົາ​ໜວກ, ແລະ ປິດ​ຕາ​ຂອງ​ພວກ​ເຂົາ​ເສຍ—ຢ້ານ​ວ່າ​ພວກ​ເຂົາ​ຈະ​ເຫັນ​ດ້ວຍ​ຕາ​ຂອງ​ພວກ​ເຂົາ, ແລະ ໄດ້​ຍິນ​ດ້ວຍ​ຫູ​ຂອງ​ພວກ​ເຂົາ, ແລະ ເຂົ້າ​ໃຈ​ດ້ວຍ​ໃຈ​ຂອງ​ພວກ​ເຂົາ, ແລ້ວ​ປ່ຽນ​ໃຈ​ເຫລື້ອມ​ໃສ ແລະ ໄດ້​ຮັບ​ການ​ປິ່ນປົວ.

 11 ຈາກ​ນັ້ນຂ້າພະ​ເຈົ້າ​ໄດ້​ທູນ​ຖາມ​ວ່າ: ພຣະ​ອົງ​ເຈົ້າ​ເອີຍ, ຈະ​ໃຫ້​ເປັນ​ຢ່າງ​ນີ້​ນານ​ປານ​ໃດ? ແລະ ພຣະ​ອົງ​ໄດ້​ຕອບ​ວ່າ: ຈົນ​ກວ່າ​ຫົວ​ເມືອງ​ທັງຫລາຍ​ຮ້າງ​ເປົ່າ​ປາ​ດສະ​ຈາກ​ຜູ້​ອາ​ໄສ​ຢູ່, ແລະ ເຮືອນ​ບໍ່​ມີ​ຄົນ;

 12 ແລະ ພຣະ​ອົງ​ຈະ​ກວາດ​ຕ້ອນ​ຝູງຄົນ​ອອກ​ໜີ​ໄປ​ໄກໆ, ເພາະ​ຈະ​ມີ​ການ​ປະ​ຖິ້ມ​ອັນ​ໃຫຍ່​ຫລວງ​ໃນ​ທ່າມກາງ​ແຜ່ນດິນ.

 13 ເຖິງ​ແມ່ນ​ວ່າ​ຍັງ​ເຫລືອ​ຄົນ​ຢູ່​ພຽງ​ໜຶ່ງ​ໃນ​ສິບ, ແລະ ພວກ​ເຂົາ​ຈະ​ກັບ​ມາ, ແລະ ຖືກ​ກິນ​ຄື​ກັນ​ກັບຕົ້ນຖິນ ແລະ ຕົ້ນ​ໂອກ, ຊຶ່ງ​ເນື້ອ​ແທ້​ຂອງ​ມັນ​ຢູ່​ໃນຕົ້ນ​ເວລາ​ໃບ​ຂອງ​ມັນ​ຫລົ່ນ​ອອກ​ໄປ; ເພື່ອ​ແກ່ນ​ບໍລິສຸດ​ຈະ​ເປັນ​ເນື້ອ​ແທ້​ຂອງ​ມັນ.