ພຣະ​ຄຳ​ພີ
2 ນີໄຟ 19


ບົດ​ທີ 19

ເອຊາ​ຢາ​ກ່າວ​ກ່ຽວ​ກັບ​ພຣະ​ເມ​ຊີ​ອາ—ຜູ້​ຄົນ​ໃນ​ຄວາມ​ມືດ​ຈະ​ເຫັນ​ແສງ​ສະ​ຫວ່າງ​ອັນ​ຍິ່ງ​ໃຫຍ່—ເດັກ​ນ້ອຍ​ຜູ້​ໜຶ່ງ​ໄດ້​ເກີດ​ມາ​ໃຫ້​ແກ່​ພວກ​ເຮົາ​ແລ້ວ—ເພິ່ນ​ຈະ​ເປັນ​ອົງ​ສັນ​ຕິ​ລາດ ແລະ ຈະ​ປົກ​ຄອງ​ລາ​ຊາ​ບັນ​ລັງ​ຂອງ​ດາວິດ—ປຽບ​ທຽບ​ກັບ​ເອຊາ​ຢາ 9. ປະ​ມານ 559–545 ປີ ກ່ອນ ຄ.ສ.

1 ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄວາມ​ໝົ່ນ​ໝອງ​ຈະ​ຍັງ​ບໍ່​ເທົ່າ​ກັບ​ທີ່​ເຄີຍ​ເປັນ​ມາ​ໃນ​ຄວາມ​ເດືອດ​ຮ້ອນ​ຂອງ​ມັນ, ເມື່ອ​ຄັ້ງ​ທຳ​ອິດ ພຣະ​ອົງ​ໄດ້​ເຮັດ​ໃຫ້ ແຜ່ນ​ດິນ​ເສ​ບູ​ໂລນ ແລະ ແຜ່ນ​ດິນ​ເນັບທະລີ​ເປັນ​ທຸກ​ພໍ​ສົມ​ຄວນ, ແລະ ຕໍ່​ມາ​ໄດ້​ເຮັດ​ໃຫ້​ທຸກ​ໜັກ​ຫລາຍ​ຂຶ້ນ​ໂດຍ​ທາງ​ທະເລ​ແດງ​ເລີຍ​ຈາກ​ແມ່​ນ້ຳ​ຈໍແດນ ໃນ​ຄາ​ລີ​ເລ​ຂອງ​ປະ​ຊາ​ຊາດ.

2 ຜູ້​ທີ່​ດຳ​ເນີນ​ໄປ​ໃນ ຄວາມ​ມືດ​ໄດ້​ເຫັນ​ແສງ​ສະ​ຫວ່າງ​ຢ່າງ​ໃຫຍ່​ຫລວງ​ມາ​ແລ້ວ; ຄວາມ​ສະ​ຫວ່າງ​ຍ່ອມ​ສ່ອງ​ເຖິງ​ຜູ້​ທີ່​ຢູ່​ໃນ​ແຜ່ນ​ດິນ​ຂອງ​ເງົາ​ແຫ່ງ​ຄວາມ​ຕາຍ.

3 ພຣະ​ອົງ​ໄດ້​ເຮັດ​ໃຫ້​ປະ​ຊາ​ຊາດ​ເພີ່ມ​ທະ​ວີ​ຂຶ້ນ ແລະ ເຮັດ​ໃຫ້​ຄວາມ​ສຸກ ເພີ່ມ​ຂຶ້ນ—ພວກ​ເຂົາ​ປິ​ຕິ​ຍິນ​ດີ​ໃນ​ສິ່ງ​ທີ່​ພຣະ​ອົງ​ເຮັດ​ເໝືອນ​ດັ່ງ​ຄົນ​ປິ​ຕິ​ຍິນ​ດີ​ເມື່ອ​ຍາມ​ເກັບ​ກ່ຽວ ຫລື ເໝືອນ​ດັ່ງ​ຄາວ​ທີ່​ພວກ​ເຂົາ​ແບ່ງ​ປັນ​ຂອງ​ທີ່​ຍຶດ​ມາ​ໄດ້.

4 ເພາະ​ພຣະ​ອົງ​ໄດ້​ຫັກ​ແອກ​ທີ່​ເຮັດ​ໃຫ້​ພວກ​ເຂົາ​ໜັກ​ໜ່ວງ, ແລະ ໄມ້​ຄານ​ທີ່​ພາດ​ບ່າ​ຂອງ​ພວກ​ເຂົາ​ຫັກ​ແລ້ວ.

5 ເພາະ​ທຸກ​ສະ​ໜາມ​ຮົບ​ຂອງ​ນັກ​ຮົບ​ຍ່ອມ​ມີ​ສຽງ​ອຶກ​ກະ​ທຶກ​ຢ່າງ​ສັບ​ສົນ, ແລະ ອາ​ພອນ​ໂຊກ​ໄປ​ດ້ວຍ​ເລືອດ; ແຕ່​ນີ້​ຈະ​ເປັນ​ໄປ​ດ້ວຍ​ການ​ເຜົາ​ໄໝ້.

6 ເພາະ​ວ່າ ເດັກ​ນ້ອຍ​ຜູ້​ໜຶ່ງ​ຈະ​ເກີດ​ມາ​ເພື່ອ​ພວກ​ເຮົາ, ຈະ​ປະທານ​ບຸດ​ຊາຍ​ຜູ້​ໜຶ່ງ​ໃຫ້​ແກ່​ພວກ​ເຮົາ, ແລະ ພຣະ​ອົງ​ຈະ​ເປັນ ຜູ້​ປົກ​ຄອງ​ພວກ​ເຮົາ, ພຣະ​ນາມ​ຂອງ​ພຣະ​ອົງ​ຈະ​ຖືກ​ເອີ້ນ​ວ່າ ຜູ້​ປະ​ເສີດ, ຜູ້​ປຶກ​ສາ, ພຣະ​ເຈົ້າ​ຜູ້​ຊົງ​ລິດ​ທາ​ນຸ​ພາບ, ພຣະ​ບິດາ​ຜູ້​ເປັນ​ນິດ, ອົງ ສັນ​ຕິ​ລາດ.

7 ຄວາມ​ຈະ​ເລີນ​ແຫ່ງ ການ​ປົກ​ຄອງ ແລະ ສັນ​ຕິ​ສຸກ ຈະ​ບໍ່​ມີ​ທີ່​ສຸດ, ເທິງ​ບັນ​ລັງ​ຂອງ​ດາວິດ, ແລະ ເໜືອ​ອາ​ນາ​ຈັກ​ຂອງ​ເພິ່ນ​ເພື່ອ​ວາງ​ລະບຽບ, ແລະ ສະຖາ​ປະນາ​ຂຶ້ນ​ດ້ວຍ​ຄວາມ​ສະຫລາດ​ສ່ອງ​ໃສ ແລະ ຍຸດ​ຕິ​ທຳ, ເລີ່ມ​ແຕ່​ບັດ​ນີ້​ຈົນ​ເຖິງ​ຕະຫລອດ​ການ. ຄວາມ​ມຸ້ງ​ໝັ້ນ​ຂອງ​ຈອມ​ໂຍທາ​ຈະ​ທຳ​ການ​ນີ້.

8 ພຣະ​ຜູ້​ເປັນ​ເຈົ້າ​ສົ່ງ​ພຣະ​ຄຳ​ຂອງ​ພຣະ​ອົງ​ເຖິງ​ຢາໂຄບ ແລະ ມັນ​ສ່ອງ​ແສງ​ມາ​ເຖິງ ອິດສະ​ຣາເອນ.

9 ແລະ ຜູ້​ຄົນ​ທັງ​ປວງ​ຈະ​ຮູ້​ຈັກ ເຖິງ​ແມ່ນ​ເອຟະ​ຣາອີມ ແລະ ຜູ້​ອາ​ໄສ​ຂອງ​ຊາ​ມາ​ເຣຍ​ທີ່​ກ່າວ​ດ້ວຍ​ຄວາມ​ຈອງ​ຫອງ ແລະ ດ້ວຍ​ຄວາມ​ເຍີ້​ຍິ່ງ​ຂອງ​ໃຈ​ວ່າ:

10 ຕຶກ​ທີ່​ສ້າງ​ຂຶ້ນ​ດ້ວຍ​ດິນ​ຈີ່​ໄດ້​ເພ​ພັງ​ລົງ​ແລ້ວ, ແຕ່​ພວກ​ເຮົາ​ຈະ​ສ້າງ​ຂຶ້ນ​ໃໝ່​ດ້ວຍ​ຫີນ; ກົກ​ເດື່ອ​ຖືກ​ໂຄ່ນ​ລົງ​ແລ້ວ, ແຕ່​ພວກ​ເຮົາ​ຈະ​ປູກ​ຕົ້ນ​ສີ​ດາ​ແທນ.

11 ສະນັ້ນ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເຮັດ​ໃຫ້​ຜູ້​ປໍ​ລະ​ປັກ​ຂອງ ເຣ​ສິນ​ຕໍ່​ສູ້​ກັບ​ເພິ່ນ, ແລະ ຮວບ​ຮວມ​ສັດ​ຕູ​ຂອງ​ເພິ່ນ​ເຂົ້າ​ກັນ;

12 ຊາວ​ຊີ​ເຣຍ​ຢູ່​ທາງ​ໜ້າ ແລະ ຊາວ​ຟີລິດ​ສະຕິນ​ຢູ່​ທາງ​ຫລັງ; ແລະ ດ້ວຍ​ປາກ​ທີ່​ອ້າ​ໄວ້ ພວກ​ເຂົາ​ຈະ ກືນ​ກິນ​ອິດສະ​ຣາເອນ. ເພາະ​ທັງ​ໝົດ​ນີ້ ພຣະ​ພິ​ໂລດ​ຂອງ​ພຣະ​ອົງ​ຍັງ​ບໍ່​ທັນ​ເຊົາ​ເທື່ອ, ແຕ່​ພຣະ​ຫັດ​ຂອງ​ພຣະ​ອົງ​ຍັງ​ຍື່ນ​ອອກ​ມາ.

13 ເພາະ​ຜູ້​ຄົນ ບໍ່​ໄດ້​ຫັນ​ໄປ​ຫາ​ພຣະ​ອົງ ຜູ້​ລົງ​ທັນ​ພວກ​ເຂົາ, ທັງ​ພວກ​ເຂົາ​ບໍ່​ສະແຫວງ​ຫາ​ຈອມ​ໂຍທາ.

14 ສະນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຕັດ​ຫົວ ແລະ ຫາງ​ກິ່ງ​ກ້ານ ແລະ ຕົ້ນ​ອອກ​ຈາກ​ອິດສະ​ຣາເອນ​ໃນ​ມື້​ດຽວ.

15 ຜູ້​ອະ​ວຸ​ໂສ​ຈະ​ເປັນ​ຫົວ ແລະ ສາດ​ສະ​ດາ​ທີ່​ສິດ​ສອນ​ຄວາມ​ຕົວະ​ຈະ​ເປັນ​ຫາງ.

16 ເພາະ​ຜູ້​ນຳ​ຂອງ​ຜູ້​ຄົນ​ພວກ​ນີ້​ເປັນ​ເຫດ​ໃຫ້​ເຂົາ​ທຳ​ຜິດ; ແລະ ຄົນ​ທີ່​ຖືກ​ພວກ​ເຂົາ​ນຳ​ໄປ​ຍ່ອມ​ຖືກ​ທຳ​ລາຍ.

17 ສະນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ຈະ​ບໍ່​ມີ​ຄວາມ​ສຸກ​ໃນ​ຊາຍ​ໜຸ່ມ​ຂອງ​ເຂົາ, ແລະ ທັງ​ບໍ່​ມີ ເມດ​ຕາ​ສົງ​ສານ​ຕໍ່​ລູກ​ກຳ​ພ້າ​ພໍ່ ແລະ ແມ່​ໝ້າຍ​ຄົນ​ໃດ​ເລີຍ; ເພາະ​ວ່າ​ທຸກໆ​ຄົນ​ໃນ​ພວກ​ເຂົາ​ເປັນ​ຄົນ​ໜ້າ​ຊື່​ໃຈ​ຄົດ, ແລະ ເປັນ​ຄົນ​ເຮັດ​ຊົ່ວ ແລະ ທຸກໆ​ປາກ​ເວົ້າ​ແຕ່ ແນວ​ໂງ່. ເພາະ​ທັງ​ໝົດ​ນີ້​ພຣະ​ພິ​ໂລດ​ຂອງ​ພຣະ​ອົງ​ຍັງ​ບໍ່​ທັນ​ເຊົາ​ເທື່ອ, ແຕ່ ພຣະ​ຫັດ​ຂອງ​ພຣະ​ອົງ​ຍັງ​ຍື່ນ​ອອກ​ມາ.

18 ເພາະ​ຄວາມ​ຊົ່ວ​ຮ້າຍ​ເຜົາ​ໄໝ້​ດັ່ງ​ໄຟ ມັນ​ຈະ​ກືນ​ກິນ​ເຄືອ ແລະ ກົກ​ໜາມ, ແລະ ຈະ​ເກີດ​ໄຟ​ຕາມ​ກໍ​ໄມ້​ໃນ​ປ່າ, ແລະ ມັນ​ຈະ​ລຸກ​ລາມ​ຂຶ້ນ​ຄື​ກັນ​ກັບ​ການ​ພຸ່ງ​ຂຶ້ນ​ຂອງ​ຄວັນ.

19 ດ້ວຍ​ພຣະ​ພິ​ໂລດ​ຂອງ​ຈອມ​ໂຍທາ, ແຜ່ນ​ດິນ​ຈຶ່ງ​ມືດ ແລະ ຜູ້​ຄົນ​ຈະ​ເປັນ​ຄື​ນ້ຳ​ມັນ​ເຊື້ອ​ໄຟ; ບໍ່​ມີ​ຜູ້​ໃດ​ຈະ​ໄວ້​ຊີ​ວິດ​ອ້າຍ​ນ້ອງ​ຂອງ​ຕົນ​ເລີຍ.

20 ແລະ ເຂົາ​ຈະ​ຍາດ​ຊີງ​ເອົາ​ມື​ຂວາ ແລະ ຍັງ​ຫິວ​ໂຫຍ​ຢູ່; ແລະ ເຂົາ​ຈະ ກິນ​ມື​ຊ້າຍ​ແຕ່​ເຂົາ​ຍັງ​ບໍ່​ພໍ​ໃຈ; ເຂົາ​ຈະ​ກິນ​ເນື້ອ​ໜັງ​ທີ່​ແຂນ​ຂອງ​ຕົນ​ເອງ​ນຳ​ອີກ—

21 ມາ​ນາ​ເຊ, ເອຟະ​ຣາອີມ; ແລະ ເອຟະ​ຣາອີມ, ມາ​ນາ​ເຊ; ທັງ​ສອງ​ຈະ​ຮ່ວມ​ກັນ​ຕໍ່​ສູ້ ຢູ​ດາ. ເພາະ​ທັງ​ໝົດ​ນີ້ ພຣະ​ພິ​ໂລດ​ຂອງ​ພຣະ​ອົງ​ຍັງ​ບໍ່​ທັນ​ເຊົາ​ເທື່ອ, ແຕ່​ພຣະ​ຫັດ​ຂອງ​ພຣະ​ອົງ​ຍັງ​ຍື່ນ​ອອກ​ມາ.