ພຣະ​ຄຳ​ພີ
2 ນີໄຟ 1


ໜັງ​ສື​ນີໄຟ​ສະບັບ​ທີ​ສອງ

ເລື່ອງ​ລາວ​ກ່ຽວ​ກັບ​ການ​ມໍ​ລະ​ນະ​ກຳ​ຂອງ​ລີໄຮ. ພວກ​ອ້າຍ​ຂອງ​ນີໄຟ​ກະ​ບົດ​ຕໍ່​ເພິ່ນ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຕືອນ​ນີໄຟ​ໃຫ້​ອອກ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ. ການ​ເດີນ​ທາງ​ຂອງ​ເພິ່ນ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ແລະ ອື່ນໆ.

ບົດ​ທີ 1

ລີໄຮ​ທຳ​ນາຍ​ກ່ຽວ​ກັບ​ແຜ່ນ​ດິນ​ແຫ່ງ​ເສ​ລີ​ພາບ—ລູກ​ຫລານ​ຂອງ​ເພິ່ນ​ຈະ​ກະ​ຈັດ​ກະ​ຈາຍ​ໄປ ແລະ ຈະ​ຖືກ​ລົງ​ທັນ​ຖ້າ​ຫາກ​ວ່າ​ພວກ​ເຂົາ​ປະ​ຕິ​ເສດ​ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດສະ​ຣາເອນ—ເພິ່ນ​ຊັກ​ຊວນ​ພວກ​ລູກ​ຊາຍ​ຂອງ​ເພິ່ນ ໃຫ້​ສວມ​ຍຸດ​ທະ​ພັນ​ແຫ່ງ​ຄວາມ​ຊອບ​ທຳ. ປະ​ມານ 588–570 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ຂ້າ​ພະ​ເຈົ້າ​ນີໄຟ​ໄດ້​ສິດ​ສອນ​ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ​ແລ້ວ, ລີໄຮ ບິດາ​ຂອງ​ພວກ​ເຮົາ​ໄດ້​ເວົ້າ​ກັບ​ພວກ​ເຂົາ​ຫລາຍ​ເລື່ອງ​ອີກ ແລະ ໄດ້​ທວນ​ຄືນ​ກັບ​ພວກ​ເຂົາ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກະ​ທຳ​ສິ່ງ​ທີ່​ຍິ່ງ​ໃຫຍ່​ພຽງ​ໃດ​ສຳ​ລັບ​ພວກ​ເຂົາ​ໃນ​ການ​ນຳ​ພວກ​ເຂົາ​ອອກ​ຈາກ​ແຜ່ນ​ດິນ​ເຢຣູ​ຊາເລັມ.

2 ແລະ ເພິ່ນ​ໄດ້​ເວົ້າ​ກັບ​ພວກ​ເຂົາ​ເຖິງ ການ​ກະ​ບົດ​ຂອງ​ພວກ​ເຂົາ​ເວລາ​ຢູ່​ໃນ​ຜືນ​ນ້ຳ​ນັ້ນ ແລະ ພຣະ​ເມດ​ຕາ​ຂອງ​ພຣະ​ເຈົ້າ​ທີ່​ໄວ້​ຊີ​ວິດ​ຂອງ​ພວກ​ເຂົາ, ເພື່ອ​ພວກ​ເຂົາ​ຈະ​ບໍ່​ຖືກ​ກືນ​ລົງ​ໄປ​ໃນ​ທະເລ.

3 ແລະ ເພິ່ນ​ໄດ້​ເວົ້າ​ກັບ​ພວກ​ເຂົາ​ອີກ​ເຖິງ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ ຊຶ່ງ​ພວກ​ເຂົາ​ໄດ້​ຮັບ—ວ່າ​ພຣະ​ເຈົ້າ​ມີ​ຄວາມ​ເມດ​ຕາ​ພຽງ​ໃດ​ທີ່​ໄດ້​ເຕືອນ​ພວກ​ເຮົາ​ໃຫ້​ພວກ​ເຮົາ​ໜີ​ອອກ​ຈາກ​ແຜ່ນ​ດິນ​ເຢຣູ​ຊາເລັມ.

4 ເພາະ​ຈົ່ງ​ເບິ່ງ ເພິ່ນ​ໄດ້​ເວົ້າ​ວ່າ ພໍ່​ໄດ້​ເຫັນ ພາບ​ນິມິດ​ພາບ​ໜຶ່ງ, ໃນ​ພາບ​ນັ້ນ​ພໍ່​ຮູ້​ວ່າ ເຢຣູ​ຊາເລັມ​ໄດ້​ຖືກ​ທຳ​ລາຍ​ແລ້ວ ແລະ ຖ້າ​ພວກ​ເຮົາ​ຍັງ​ຢູ່​ໃນ​ເມືອງ​ເຢຣູ​ຊາເລັມ​ພວກ​ເຮົາ​ກໍ​ຈະ ຕາຍ​ຄື​ກັນ.

5 ແຕ່​ເພິ່ນ​ໄດ້​ເວົ້າ​ວ່າ ທັງ​ທີ່​ມີ​ຄວາມ​ທຸກ, ພວກ​ເຮົາ​ຍັງ​ໄດ້​ຮັບ ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ ຊຶ່ງ​ເປັນ​ແຜ່ນ​ດິນ​ແຫ່ງ​ໜຶ່ງ​ທີ່ ປະ​ເສີດ​ເລີດ​ລ້ຳ​ກວ່າ​ແຜ່ນ​ດິນ​ອື່ນ​ໃດ​ທັງ​ສິ້ນ; ເປັນ​ແຜ່ນ​ດິນ​ທີ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ພັນທະ​ສັນ​ຍາ​ກັບ​ພໍ່​ວ່າ ຈະ​ເປັນ​ແຜ່ນ​ດິນ​ມູນ​ມໍ​ລະ​ດົກ​ຂອງ​ລູກ​ຫລານ​ຂອງ​ພໍ່. ແທ້​ຈິງ​ແລ້ວ, ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ແຜ່ນ​ດິນ​ນີ້​ເປັນ ພັນທະ​ສັນ​ຍາ​ກັບ​ພໍ່ ແລະ ກັບ​ລູກ​ຫລານ​ຂອງ​ພໍ່​ຕະຫລອດ​ການ, ແລະ ກັບ​ຄົນ​ທັງ​ໝົດ​ທີ່​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ນຳ​ອອກ​ຈາກ​ປະເທດ​ອື່ນໆ​ອີກ.

6 ດັ່ງ​ນັ້ນ​ພໍ່, ລີໄຮ, ຈຶ່ງ​ທຳ​ນາຍ​ຕາມ​ການ​ກະ​ທຳ​ຂອງ​ພຣະ​ວິນ​ຍານ ຊຶ່ງ​ຢູ່​ໃນ​ພໍ່​ວ່າ ຈະ ບໍ່​ມີ​ຜູ້​ໃດ​ເຂົ້າ​ມາ​ຢູ່​ໃນ​ແຜ່ນ​ດິນ​ນີ້​ໄດ້ ນອກ​ຈາກ​ຈະ​ເປັນ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ນຳ​ເຂົາ​ມາ​ເທົ່າ​ນັ້ນ.

7 ດັ່ງ​ນັ້ນ ແຜ່ນ​ດິນ​ນີ້​ຈຶ່ງ​ຖືກ​ຕັ້ງ​ໄວ້​ເພື່ອ​ຄົນ​ທີ່​ພຣະ​ອົງ​ຈະ​ນຳ​ມາ. ແລະ ຖ້າ​ຫາກ​ເປັນ​ໄປ​ວ່າ​ພວກ​ເຂົາ​ຈະ​ຮັບ​ໃຊ້​ພຣະ​ອົງ​ຕາມ​ພຣະ​ບັນ​ຍັດ​ທີ່​ປະທານ​ໄວ້, ມັນ​ຈະ​ເປັນ​ແຜ່ນ​ດິນ​ແຫ່ງ ເສ​ລີ​ພາບ​ສຳ​ລັບ​ພວກ​ເຂົາ; ດັ່ງ​ນັ້ນ, ພວກ​ເຂົາ​ຈະ​ບໍ່​ຖືກ​ນຳ​ລົງ​ໄປ​ເປັນ​ຊະ​ເລີຍ; ຖ້າ​ຫາກ​ເປັນ​ເຊັ່ນ​ນັ້ນ, ກໍ​ເປັນ​ເພາະ​ຄວາມ​ຊົ່ວ​ຮ້າຍ ເພາະ​ຖ້າ​ຫາກ​ຄວາມ​ຊົ່ວ​ຮ້າຍ​ມີ​ຢູ່​ທົ່ວ​ໄປ ແຜ່ນ​ດິນ​ນີ້​ຈະ​ຖືກ ສາບ​ແຊ່ງ​ໃຫ້​ແກ່​ພວກ​ເຂົາ, ແຕ່​ສຳ​ລັບ​ຄົນ​ຊອບ​ທຳ ມັນ​ຈະ​ເປັນ​ພອນ​ຕະຫລອດ​ການ.

8 ແລະ ຈົ່ງ​ເບິ່ງ, ມັນ​ເປັນ​ຄວາມ​ສະຫລຽວ​ສະຫລາດ​ທີ່​ແຜ່ນ​ດິນ​ນີ້​ໄດ້​ຖືກ​ຮັກ​ສາ​ໄວ້ ທີ່​ບໍ່​ໃຫ້​ປະ​ຊາ​ຊາດ​ອື່ນ​ຮູ້ ເພາະ​ຈົ່ງ​ເບິ່ງ​ຫລາຍ​ປະ​ຊາ​ຊາດ​ຈະ​ເຂົ້າ​ມາ​ຢຽບ​ຍ່ຳ​ແຜ່ນ​ດິນ​ນີ້ ຈົນ​ວ່າ​ມັນ​ບໍ່​ມີ​ບ່ອນ​ເປັນ​ມູນ​ມໍ​ລະ​ດົກ​ເລີຍ.

9 ດັ່ງ​ນັ້ນ​ພໍ່, ລີໄຮ, ໄດ້​ຮັບ​ຄຳ​ສັນ​ຍາ​ວ່າ ຕາບ​ໃດ​ຜູ້​ທີ່​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ນຳ​ອອກ​ຈາກ​ແຜ່ນ​ດິນ​ເຢຣູ​ຊາເລັມ ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ພວກ​ເຂົາ​ຈະ ຮຸ່ງ​ເຮືອງ​ຢູ່​ໃນ​ແຜ່ນ​ດິນ​ນີ້; ແລະ ພວກ​ເຂົາ​ຈະ​ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ໃຫ້​ພົ້ນ​ຈາກ​ປະ​ຊາ​ຊາດ​ອື່ນໆ​ທັງ​ສິ້ນ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ແຜ່ນ​ດິນ​ນີ້​ເປັນ​ຂອງ​ຕົນ ແລະ ຖ້າ​ຫາກ​ເປັນ​ໄປ​ວ່າ ພວກ​ເຂົາ​ຈະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ພວກ​ເຂົາ​ຈະ​ໄດ້​ຮັບ​ພອນ​ຢູ່​ໃນ​ແຜ່ນ​ດິນ​ນີ້, ແລະ ຈະ​ບໍ່​ມີ​ຜູ້​ໃດ​ບຽດ​ບຽນ​ພວກ​ເຂົາ ຫລື ຈະ​ເອົາ​ແຜ່ນ​ດິນ ຊຶ່ງ​ເປັນ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຂົາ​ໄປ ແລະ ພວກ​ເຂົາ​ຈະ​ຢູ່​ຢ່າງ​ປອດ​ໄພ​ຕະຫລອດ​ໄປ.

10 ແຕ່​ຈົ່ງ​ເບິ່ງ, ເມື່ອ​ເວລາ​ນັ້ນ​ມາ​ເຖິງ ທີ່​ພວກ​ເຂົາ​ຈະ​ເສື່ອມ​ໂຊມ​ຢູ່​ໃນ​ຄວາມ​ບໍ່​ເຊື່ອ​ຖື, ຫລັງ​ຈາກ​ພວກ​ເຂົາ​ໄດ້​ຮັບ​ພອນ​ອັນ​ຍິ່ງ​ໃຫຍ່​ຈາກ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ—ໂດຍ​ມີ​ຄວາມ​ຮູ້​ເຖິງ​ການ​ສ້າງ​ໂລກ ແລະ ມະນຸດ​ທັງ​ປວງ​ຮູ້​ເຖິງ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຕັ້ງ​ແຕ່​ການ​ສ້າງ​ໂລກ, ມີ​ອຳນາດ​ທີ່​ປະທານ​ໃຫ້​ພວກ​ເຂົາ​ເພື່ອ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ດ້ວຍ​ສັດທາ; ມີ​ພຣະ​ບັນ​ຍັດ​ທຸກ​ປະ​ການ​ຕັ້ງ​ແຕ່​ຕົ້ນ, ແລະ ໄດ້​ຮັບ​ການ​ນຳ​ມາ​ໂດຍ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້ ເຂົ້າ​ມາ​ສູ່​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ​ອັນ​ມີ​ຄຸນ​ຄ່າ​ນີ້—ຈົ່ງ​ເບິ່ງ, ພໍ່​ຂໍ​ເວົ້າ​ວ່າ ຖ້າ​ຫາກ​ວັນ​ນັ້ນ​ມາ​ເຖິງ​ທີ່​ພວກ​ເຂົາ​ຈະ​ປະ​ຕິ​ເສດ​ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດສະ​ຣາເອນ, ພຣະ​ເມ​ຊີ​ອາ​ອົງ​ແທ້​ຈິງ, ຊຶ່ງ​ເປັນ​ພຣະ​ຜູ້​ໄຖ່​ຂອງ​ພວກ​ເຂົາ ແລະ ພຣະ​ເຈົ້າ​ຂອງ​ພວກ​ເຂົາ, ຈົ່ງ​ເບິ່ງ, ການ​ພິ​ພາກ​ສາ​ອັນ​ທ່ຽງ​ທຳ​ຂອງ​ພຣະ​ອົງ​ຈະ​ຢູ່​ເທິງ​ພວກ​ເຂົາ.

11 ແທ້​ຈິງ​ແລ້ວ, ພຣະ​ອົງ​ຈະ​ຊົງ​ນຳ ປະ​ຊາ​ຊາດ​ອື່ນໆ​ມາ​ຫາ​ພວກ​ເຂົາ, ແລະ ພຣະ​ອົງ​ຈະ​ປະທານ​ອຳນາດ​ໃຫ້​ແກ່​ພວກ​ນັ້ນ, ແລະ ພຣະ​ອົງ​ຈະ​ເອົາ​ແຜ່ນ​ດິນ​ທີ່​ເປັນ​ຂອງ​ພວກ​ເຂົາ​ໄປ​ຈາກ​ພວກ​ເຂົາ, ແລະ ພຣະ​ອົງ​ຈະ​ເຮັດ​ໃຫ້​ພວກ​ເຂົາ ກະ​ຈັດ​ກະ​ຈາຍ​ໄປ ແລະ ຖືກ​ລົງ​ທັນ.

12 ແທ້​ຈິງ​ແລ້ວ, ເມື່ອ​ລຸ້ນ​ໜຶ່ງ​ຜ່ານ​ໄປ​ເຖິງ​ອີກ​ລຸ້ນ​ໜຶ່ງ, ມັນ​ຈະ​ເກີດ​ມີ ການ​ນອງ​ເລືອດ ແລະ ຈະ​ມີ​ການ​ມາ​ຢ້ຽມ​ຢາມ​ຄັ້ງ​ຍິ່ງ​ໃຫຍ່​ໃນ​ບັນ​ດາ​ພວກ​ເຂົາ; ດັ່ງ​ນັ້ນ, ລູກ​ຂອງ​ພໍ່, ພໍ່​ຢາກ​ໃຫ້​ລູກ​ຈື່​ຈຳ​ໄວ້; ແທ້​ຈິງ​ແລ້ວ, ພໍ່​ຢາກ​ໃຫ້​ລູກ​ເຊື່ອ​ຟັງ​ຄຳ​ເວົ້າ​ຂອງ​ພໍ່.

13 ໂອ້, ໃຫ້​ລູກ​ຕື່ນ; ຕື່ນ​ຈາກ​ການ​ນອນ​ຫລັບ​ຢ່າງ​ແຈບ​ຈົມ​ນັ້ນ​ເຖີດ, ແທ້​ຈິງ​ແລ້ວ, ເຖິງ​ແມ່ນ​ຈາກ​ການ​ນອນ​ຫລັບ​ຂອງ ນະລົກ ແລະ ສັ່ນ ສາຍ​ໂສ້​ອັນ​ເປັນ​ຕາ​ຢ້ານ​ຊຶ່ງ​ຜູກ​ມັດ​ລູກ​ໃຫ້​ຫລຸດ​ອອກ ຊຶ່ງ​ເປັນ​ສາຍ​ໂສ້​ທີ່​ຜູກ​ມັດ​ລູກ​ຫລານ​ມະນຸດ, ຊຶ່ງ​ນຳ​ພວກ​ເຂົາ​ລົງ​ໄປ​ເປັນ​ຊະ​ເລີຍ​ໃນ ເຫວ​ເລິກ​ແຫ່ງ​ຄວາມ​ທຸກ​ທໍ​ລະ​ມານ ແລະ ວິບັດ​ຊົ່ວ​ນິ​ລັນ​ດອນ.

14 ຈົ່ງ​ຕື່ນ​ເຖີດ ແລະ ຈົ່ງ​ລຸກ​ຂຶ້ນ​ຈາກ​ພື້ນ​ດິນ, ແລະ ຟັງ​ຄຳ​ເວົ້າ​ຂອງ ພໍ່​ທີ່​ກຳ​ລັງ​ສັ່ນ​ຢູ່ ຊຶ່ງ​ໃນ​ບໍ່​ຊ້າ​ລູກ​ຈະ​ຕ້ອງ​ເອົາ​ແຂນ​ຂາ​ໄປ​ວາງ​ໄວ້​ໃນ ຫລຸມ​ສົບ​ອັນ​ເຢັນ ແລະ ງຽບ​ສະ​ຫງັດ ຊຶ່ງ​ຈາກ​ບ່ອນ​ນັ້ນ​ບໍ່​ມີ​ຜູ້​ເດີນ​ທາງ​ຄົນ​ໃດ​ກັບ​ມາ​ໄດ້; ແລະ ອີກ​ບໍ່​ພໍ​ເທົ່າ​ໃດ​ມື້​ພໍ່​ກໍ​ຈະ​ໄປ​ຕາມ ທາງ​ຂອງ​ມວນ​ໂລກ​ທັງ​ປວງ​ແລ້ວ.

15 ແຕ່​ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້ ໄຖ່​ຈິດ​ວິນ​ຍານ​ຂອງ​ພໍ່​ຈາກ​ນະລົກ; ພໍ່​ໄດ້​ເຫັນ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ ແລະ ພໍ່​ໄດ້​ຖືກ​ລ້ອມ​ໄວ້​ໃນ​ອ້ອມ ພຣະ​ພາຫາ​ແຫ່ງ ຄວາມ​ຮັກ​ຂອງ​ພຣະ​ອົງ​ຊົ່ວ​ນິ​ລັນ​ດອນ.

16 ແລະ ພໍ່​ປາດ​ຖະ​ໜາ​ຢາກ​ໃຫ້​ລູກ​ຈື່​ຈຳ​ທີ່​ຈະ​ປະ​ຕິ​ບັດ​ຕາມ ຂໍ້​ກຳ​ນົດ ແລະ ການ​ພິ​ພາກ​ສາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ຈົ່ງ​ເບິ່ງ, ນີ້​ແມ່ນ​ຄວາມ​ຫ່ວງ​ໃຍ​ຂອງ​ຈິດ​ວິນ​ຍານ​ຂອງ​ພໍ່​ມາ​ຕັ້ງ​ແຕ່​ຕົ້ນ.

17 ໃຈ​ຂອງ​ພໍ່​ຖືກ​ຖ່ວງ​ລົງ​ເພາະ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ເປັນ​ບາງ​ຄັ້ງ, ເພາະ​ພໍ່​ຢ້ານ​ກົວ​ຄວາມ​ແຂງ​ກະ​ດ້າງ​ເພາະ​ໃຈ​ຂອງ​ລູກ, ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ລູກ​ຈະ​ສະ​ເດັດ​ມາ​ດ້ວຍ​ຄວາມ​ສົມ​ບູນ​ແຫ່ງ ພຣະ​ພິ​ໂລດ​ໃຫ້​ລູກ ຈົນ​ວ່າ​ລູກ​ຖືກ ຕັດ​ອອກ ແລະ ຖືກ​ທຳ​ລາຍ​ຕະຫລອດ​ການ;

18 ຫລື​ວ່າ, ຄຳ​ສາບ​ແຊ່ງ​ຈະ​ມາ​ເຖິງ​ລູກ​ເປັນ​ເວລາ ຫລາຍ​ລຸ້ນ​ຄົນ; ແລະ ລູກ​ຈະ​ຖືກ​ຢ້ຽມ​ຢາມ​ດ້ວຍ​ດາບ ແລະ ດ້ວຍ​ຄວາມ​ອຶດ​ຢາກ, ແລະ ຖືກ​ກຽດ​ຊັງ, ແລະ ນຳ​ໄປ​ຕາມ​ຄວາມ​ປະສົງ ແລະ ເປັນ​ຊະ​ເລີຍ​ຂອງ ມານ.

19 ໂອ້ ລູກ​ຂອງ​ພໍ່, ເພື່ອ​ວ່າ​ສິ່ງ​ເຫລົ່າ​ນີ້​ຈະ​ບໍ່​ໄດ້​ມາ​ເຖິງ​ລູກ, ແຕ່​ເພື່ອ​ໃຫ້​ລູກ​ໄດ້​ເປັນ​ຜູ້​ຖືກ​ຄັດ​ເລືອກ ແລະ ເປັນ​ທີ່​ຊົງ ໂປດ​ປານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ແຕ່​ຈົ່ງ​ເບິ່ງ, ພຣະ​ປະສົງ​ຂອງ​ພຣະ​ອົງ​ຈະ​ສຳ​ເລັດ; ເພາະ ທາງ​ຂອງ​ພຣະ​ອົງ​ເປັນ​ທາງ​ທີ່​ຊອບ​ທຳ​ຕະຫລອດ​ໄປ.

20 ແລະ ພຣະ​ອົງ​ໄດ້​ກ່າວ​ວ່າ: ຕາບ​ໃດ​ທີ່​ເຈົ້າ​ຈະ​ຮັກ​ສາ ບັນ​ຍັດ​ຂອງ​ເຮົາ ເຈົ້າ​ຈະ ຮຸ່ງ​ເຮືອງ​ຢູ່​ໃນ​ແຜ່ນ​ດິນ​ນັ້ນ; ແຕ່​ຕາບ​ໃດ​ທີ່​ເຈົ້າ​ຈະ​ບໍ່​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ ເຈົ້າ​ຈະ​ຖືກ​ຕັດ​ອອກ​ຈາກ​ທີ່​ປະ​ທັບ​ຂອງ​ເຮົາ.

21 ແລະ ບັດ​ນີ້, ເພື່ອ​ຈິດ​ວິນ​ຍານ​ຂອງ​ພໍ່​ຈະ​ມີ​ຄວາມ​ປິ​ຕິ​ຍິນ​ດີ​ໃນ​ລູກ, ແລະ ເພື່ອ​ໃຈ​ຂອງ​ພໍ່​ຈະ​ຈາກ​ໂລກ​ນີ້​ໄປ​ດ້ວຍ​ຄວາມ​ຍິນ​ດີ, ເພື່ອ​ພໍ່​ຈະ​ບໍ່​ຖືກ​ນຳ​ລົງ​ສູ່​ຫລຸມ​ສົບ​ດ້ວຍ​ຄວາມ​ໂສກ​ເສົ້າ ແລະ ຄວາມ​ເສົ້າ​ສະ​ຫລົດ​ໃຈ, ສະນັ້ນ​ຈົ່ງ​ລຸກ​ຂຶ້ນ​ຈາກ​ພື້ນ​ດິນ, ລູກ​ຂອງ​ພໍ່, ແລະ ເປັນ ບຸ​ລຸດ, ແລະ ຈົ່ງ​ຕັ້ງ​ໃຈ ເດັດ​ດ່ຽວ ແລະ ໃຈ​ດຽວ, ສາ​ມັກ​ຄີ​ກັນ​ໃນ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ລູກ​ຈະ​ບໍ່​ໄດ້​ລົງ​ໄປ​ສູ່​ຄວາມ​ເປັນ​ຊະ​ເລີຍ;

22 ເພື່ອ​ລູກ​ຈະ​ບໍ່​ຖືກ​ສາບ​ແຊ່ງ​ດ້ວຍ​ຄຳ​ສາບ​ແຊ່ງ​ຢ່າງ​ສາ​ຫັດ; ແລະ ເພື່ອ​ລູກ​ຈະ​ບໍ່​ກໍ່​ຄວາມ​ບໍ່​ພໍ​ພຣະ​ໄທ​ຂອງ​ພຣະ​ເຈົ້າ​ຜູ້ ທ່ຽງ​ທຳ​ໃຫ້​ເກີດ​ກັບ​ລູກ​ຈົນ​ໄປ​ສູ່​ຄວາມ​ພິນາດ​ອີກ; ແທ້​ຈິງ​ແລ້ວ, ຄວາມ​ພິນາດ​ນິ​ລັນ​ດອນ​ຂອງ​ທັງ ຈິດ​ວິນ​ຍານ ແລະ ຮ່າງ​ກາຍ.

23 ຕື່ນ​ເຖີດ, ລູກ​ຂອງ​ພໍ່; ຈົ່ງ​ຖື ຍຸດ​ທະ​ພັນ​ແຫ່ງ​ຄວາມ​ຊອບ​ທຳ. ສັ່ນ​ສາຍ​ໂສ້​ທີ່​ຜູກ​ມັດ​ລູກ​ໃຫ້​ຫລຸດ​ອອກ, ແລະ ອອກ​ມາ​ຈາກ​ການ​ປິດ​ບັງ, ແລະ ຈົ່ງ​ລຸກ​ຂຶ້ນ​ຈາກ​ພື້ນ​ດິນ.

24 ຈົ່ງ​ຢ່າ​ກະ​ບົດ​ຕໍ່​ນ້ອງ​ຊາຍ​ຂອງ​ລູກ​ອີກ​ຕໍ່​ໄປ, ຊຶ່ງ​ຄວາມ​ຄິດ​ເຫັນ​ຂອງ​ລາວ​ປະ​ເສີດ, ແລະ ເປັນ​ຜູ້​ຮັກ​ສາ​ພຣະ​ບັນ​ຍັດ​ມາ​ຕັ້ງ​ແຕ່​ເວລາ​ທີ່​ພວກ​ເຮົາ​ໄດ້​ອອກ​ຈາກ​ເມືອງ​ເຢຣູ​ຊາເລັມ; ແລະ ເປັນ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ​ໃນ​ການ​ນຳ​ພວກ​ເຮົາ​ມາ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ, ເພາະ​ຖ້າ​ບໍ່​ແມ່ນ​ຍ້ອນ​ລາວ​ແລ້ວ, ພວກ​ເຮົາ​ກໍ​ຕ້ອງ​ຕາຍ​ເພາະ ຄວາມ​ຫິວ​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ; ເຖິງ​ປານ​ນັ້ນ, ລູກ​ຍັງ​ພະ​ຍາ​ຍາມ​ຈະ ເອົາ​ຊີ​ວິດ​ຂອງ​ລາວ; ແທ້​ຈິງ​ແລ້ວ, ລາວ​ໄດ້​ທົນ​ຮັບ​ເອົາ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ຫລາຍ​ເພາະ​ລູກ.

25 ແລະ ພໍ່​ຢ້ານ​ກົວ ແລະ ຕົວ​ສັ່ນ​ຫລາຍ​ເພາະ​ລູກ, ຍ້ອນ​ຢ້ານ​ວ່າ​ລູກ​ຈະ​ລຳ​ບາກ​ອີກ; ເພາະ​ຈົ່ງ​ເບິ່ງ, ລູກ​ຫາ​ວ່າ​ລາວ​ພະ​ຍາ​ຍາມ​ຊອກ​ຫາ​ອຳນາດ ແລະ ສິດ​ອຳນາດ​ເໜືອ​ກວ່າ​ລູກ; ແຕ່​ພໍ່​ຮູ້​ວ່າ​ລາວ​ບໍ່​ໄດ້​ພະ​ຍາ​ຍາມ​ຊອກ​ຫາ​ອຳນາດ ແລະ ສິດ​ອຳນາດ​ເໜືອ​ກວ່າ​ລູກ​ເລີຍ, ແຕ່​ລາວ​ພະ​ຍາ​ຍາມ​ຊອກ​ຫາ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ເຈົ້າ ແລະ ຄວາມ​ຜາ​ສຸກ​ນິ​ລັນ​ດອນ​ຂອງ​ລູກ​ເອງ.

26 ແລະ ລູກ​ໄດ້​ຈົ່ມ​ເພາະ​ລາວ​ກົງ​ໄປ​ກົງ​ມາ​ກັບ​ລູກ. ລູກ​ເວົ້າ​ວ່າ​ລາວ​ໄດ້​ໃຊ້ ຄວາມ​ຮຸນ​ແຮງ; ລູກ​ເວົ້າ​ວ່າ​ລາວ​ໄດ້​ຮ້າຍ​ໃຫ້​ລູກ; ແຕ່​ຈົ່ງ​ເບິ່ງ, ຄວາມ​ຮຸນ​ແຮງ​ຂອງ​ລາວ​ເປັນ​ຄວາມ​ຮຸນ​ແຮງ​ຂອງ​ອຳນາດ​ແຫ່ງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຊຶ່ງ​ຢູ່​ກັບ​ລາວ; ແລະ ສິ່ງ​ທີ່​ລູກ​ເອີ້ນ​ວ່າ​ໃຈ​ຮ້າຍ​ນັ້ນ​ຄື​ຄວາມ​ຈິງ​ຕາມ​ທີ່​ຢູ່​ໃນ​ພຣະ​ເຈົ້າ ຊຶ່ງ​ລາວ​ບັງ​ຄັບ​ບໍ່​ໄດ້, ຊຶ່ງ​ລາວ​ໄດ້​ສະແດງ​ໃຫ້​ປະຈັກ​ຢ່າງ​ອາດ​ຫານ​ເຖິງ​ຄວາມ​ຊົ່ວ​ຮ້າຍ​ຂອງ​ລູກ.

27 ແລະ ມັນ​ຈຶ່ງ​ຈຳ​ເປັນ​ທີ່ ອຳນາດ​ຂອງ​ພຣະ​ເຈົ້າ​ຕ້ອງ​ຢູ່​ກັບ​ລາວ, ເຖິງ​ແມ່ນ​ກັບ​ຄຳ​ສັ່ງ​ຂອງ​ລາວ​ທີ່​ລູກ​ຈະ​ຕ້ອງ​ເຊື່ອ​ຟັງ. ແຕ່​ຈົ່ງ​ເບິ່ງ, ບໍ່​ແມ່ນ​ລາວ, ແຕ່​ແມ່ນ ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຊຶ່ງ​ຢູ່​ກັບ​ລາວ​ທີ່ ເປີດ​ປາກ​ຂອງ​ລາວ​ໃຫ້​ເວົ້າ ຊຶ່ງ​ລາວ​ປິດ​ບໍ່​ໄດ້.

28 ແລະ ບັດ​ນີ້​ລູກ​ຂອງ​ພໍ່, ເລມັນ, ແລະ ເລ​ມູ​ເອນ ແລະ ແຊມ​ກໍ​ຄື​ກັນ, ແລະ ລູກ​ຂອງ​ພໍ່​ຜູ້​ເປັນ​ລູກ​ຂອງ​ອິດ​ຊະ​ມາ​ເອນ​ກໍ​ເໝືອນ​ກັນ, ຈົ່ງ​ເບິ່ງ, ຖ້າ​ຫາກ​ລູກ​ຈະ​ເຊື່ອ​ຟັງ​ສຽງ​ຂອງ​ນີໄຟ ລູກ​ຈະ​ບໍ່​ຕາຍ. ແລະ ຖ້າ​ຫາກ​ລູກ​ເຊື່ອ​ຟັງ​ຄວາມ​ລາວ ພໍ່​ຈະ​ໃຫ້ ພອນ​ແກ່​ລູກ, ແທ້​ຈິງ​ແລ້ວ, ແມ່ນ​ພອນ​ປະ​ການ​ທຳ​ອິດ​ຂອງ​ພໍ່.

29 ແຕ່​ຖ້າ​ຫາກ​ລູກ​ບໍ່​ເຊື່ອ​ຟັງ​ຄວາມ​ຂອງ​ລາວ ພໍ່​ຈະ​ເອົາ​ພອນ​ປະ​ການ ທຳ​ອິດ​ຂອງ​ພໍ່​ໄປ, ແທ້​ຈິງ​ແລ້ວ, ແມ່ນ​ພອນ​ປະ​ການ​ທຳ​ອິດ​ຂອງ​ພໍ່, ແລະ ມັນ​ຈະ​ຢູ່​ກັບ​ລາວ.

30 ແລະ ບັດ​ນີ້, ໂຊຣຳ, ຂ້າ​ພະ​ເຈົ້າ​ຢາກ​ເວົ້າ​ກັບ​ເຈົ້າ​ວ່າ: ຈົ່ງ​ເບິ່ງ, ເຈົ້າ​ເປັນ ຄົນ​ໃຊ້​ຂອງ​ລາ​ບານ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຈົ້າ​ຍັງ​ຖືກ​ພາ​ອອກ​ມາ​ຈາກ​ແຜ່ນ​ດິນ​ເຢຣູ​ຊາເລັມ, ແລະ ຂ້າ​ພະ​ເຈົ້າ​ຮູ້​ວ່າ​ເຈົ້າ​ເປັນ​ເພື່ອນ​ທີ່​ແທ້​ຈິງ​ຂອງ​ນີໄຟ, ລູກ​ຂອງ​ຂ້າ​ພະ​ເຈົ້າ​ຕະຫລອດ​ໄປ.

31 ດັ່ງ​ນັ້ນ, ເພາະ​ວ່າ​ເຈົ້າ​ເປັນ​ຄົນ​ຊື່​ສັດ​ຕະຫລອດ​ມາ ລູກ​ຫລານ​ຂອງ​ເຈົ້າ​ຈະ​ໄດ້​ຮັບ​ພອນ ພ້ອມ​ກັບ​ລູກ​ຫລານ​ຂອງ​ລາວ ພວກ​ເຂົາ​ຈະ​ຢູ່​ດ້ວຍ​ຄວາມ​ຮຸ່ງ​ເຮືອງ​ຍາວ​ນານ​ໃນ​ແຜ່ນ​ດິນ​ນີ້ ແລະ ບໍ່​ມີ​ສິ່ງ​ໃດ​ນອກ​ຈາກ​ຈະ​ເປັນ​ຄວາມ​ຊົ່ວ​ຮ້າຍ​ໃນ​ບັນ​ດາ​ພວກ​ເຂົາ​ທີ່​ຈະ​ເປັນ​ອັນ​ຕະ​ລາຍ ຫລື ລົບ​ກວນ​ຄວາມ​ຮຸ່ງ​ເຮືອງ​ຂອງ​ພວກ​ເຂົາ​ໃນ​ແຜ່ນ​ດິນ​ນີ້​ຕະຫລອດ​ໄປ.

32 ດັ່ງ​ນັ້ນ, ຖ້າ​ຫາກ​ເຈົ້າ​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຕັ້ງ​ແຜ່ນ​ດິນ​ນີ້​ໄວ້ ເພື່ອ​ຄວາມ​ໝັ້ນ​ຄົງ​ຂອງ​ລູກ​ຫລານ​ຂອງ​ເຈົ້າ​ກັບ​ລູກ​ຫລານ​ຂອງ​ລູກ​ຂ້າ​ພະ​ເຈົ້າ.