ໜັງສື​ນີ​ໄຟ​ສະ​ບັບທີ​ສອງ

ບົດ​ທີ 2

ການ​ໄຖ່​ມາ​ເຖິງ​ໂດຍ​ຜ່ານ​ທາງ​ພຣະ​ເມ​ຊີ​ອາ​ຜູ້​ບໍລິສຸດ—ອິດສະ​ລະພາບ​ໃນ​ການ​ເລືອກ (ອຳ​ເພີ​ໃຈ) ເປັນ​ສິ່ງ​ສຳຄັນ​ຫລາຍ​ທີ່​ມີ​ຢູ່ ແລະ ດຳ​ເນີນ​ຕໍ່​ໄປ—ອາ​ດາມ​ຕົກເພື່ອ​ມະນຸດ​ຈະ​ໄດ້​ເປັນ​ຢູ່—ມະນຸດ​ມີ​ສິດ​ທີ່​ຈະ​ເລືອກ​ເສລີ​ພາບ ແລະ ຊີວິດ​ນິລັນດອນ. ປະມານ 588–570 ປີ ກ່ອນ ຄ.ສ.

 ແລະ ບັດ​ນີ້ຢາ​ໂຄບພໍ່​ຂໍ​ເວົ້າກັບ​ລູກ​ວ່າ: ລູກ​ເປັນ​ລູກ​ຄົນ​ທຳ​ອິດ​ຂອງ​ພໍ່​ໃນ​ວັນ​ແຫ່ງ​ຄວາມທຸກ​ຍາກ​ລຳ​ບາກ​ຂອງ​ພໍ່​ຢູ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ. ແລະ ຈົ່ງ​ເບິ່ງ, ໃນ​ໄວ​ເດັກ​ຂອງ​ລູກ, ລູກ​ໄດ້​ຮັບ​ຄວາມທຸກ​ທໍລະມານ ແລະ ຄວາມ​ເສົ້າສະຫລົດ​ໃຈ​ມາ​ຫລາຍ ເພາະ​ຄວາມ​ຫຍາບ​ຄາຍ​ຂອງ​ພວກ​ອ້າຍ​ຂອງ​ລູກ.

 ເຖິງ​ຢ່າງ​ໃດ​ກໍ​ຕາມຢາ​ໂຄບລູກ​ຄົນ​ທຳ​ອິດ​ຂອງ​ພໍ່​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ, ລູກ​ຍັງ​ຮູ້​ເຖິງ​ຄວາມ​ຍິ່ງ​ໃຫຍ່ຂອງ​ພຣະ​ເຈົ້າ; ແລະ ພຣະ​ອົງ​ໄດ້​ຕັ້ງຄວາມທຸກ​ທໍລະມານ​ຂອງ​ລູກ​ໄວ້​ເພື່ອ​ຜົນ​ປະ​ໂຫຍດຂອງ​ລູກ.

 ດັ່ງນັ້ນ, ຈິດ​ວິນ​ຍານ​ຂອງ​ລູກ​ຈະ​ໄດ້​ຮັບ​ພອນ, ແລະ ລູກ​ຈະ​ຢູ່​ຢ່າງ​ປອດ​ໄພ​ກັບ​ນີ​ໄຟ​ອ້າຍ​ຂອງ​ລູກ, ແລະ ລູກ​ຈະ​ໃຊ້​ວັນ​ເວລາ​ຂອງ​ລູກ​ໄປ​ໃນ​ການ​ຮັບ​ໃຊ້​ພຣະ​ເຈົ້າຂອງ​ລູກ. ດັ່ງນັ້ນ, ພໍ່​ຮູ້​ວ່າ ລູກ​ຖືກ​ໄຖ່​ແລ້ວ ເພາະ​ຄວາມ​ຊອບ​ທຳ​ຂອງ​ພຣະຜູ້​ໄຖ່​ຂອງ​ໂລກ, ເພາະ​ລູກ​ເຫັນ​ແລ້ວ​ວ່າ ໃນ​ຄວາມ​ສົມບູນ​ແຫ່ງ​ເວລາ ພຣະ​ອົງ​ຈະ​ສະ​ເດັດ​ມາ ເພື່ອ​ນຳ​ຄວາມ​ລອດ​ມາ​ໃຫ້​ມະນຸດ.

 ແລະ ລູກ​ໄດ້​ເຫັນ​ລັດສະໝີ​ພາບ​ຂອງ​ພຣະ​ອົງ​ແລ້ວ​ໃນ​ໄວ​ເດັກ​ຂອງ​ລູກ; ດັ່ງນັ້ນ, ລູກ​ໄດ້​ຮັບ​ພອນ​ຄື​ກັນ​ກັບ​ຄົນ​ທີ່​ພຣະ​ອົງ​ຈະ​ປະຕິບັດ​ໃນເນື້ອ​ໜັງ; ເພາະ​ພຣະ​ວິນ​ຍານ​ເປັນ​ເໝືອນ​ກັບ​ເຊັ່ນ ມື້ວານ​ນີ້, ມື້​ນີ້ ແລະ ຕະຫລອດການ. ແລະ ເສັ້ນທາງ​ຖືກ​ຕຽມ​ໄວ້​ຕັ້ງ​ແຕ່​ການ​ຕົກ​ຂອງ​ມະນຸດ, ແລະ ຄວາມ​ລອດ​ເປັນ​ຂອງ​ໃຫ້​ລ້າໆ.

 ແລະ ມະນຸດ​ໄດ້​ຮັບ​ການ​ແນະນຳ​ຢ່າງ​ພຽງພໍ​ຈົນ​ຮູ້ຈັກ​ຄວາມ​ດີ​ຈາກ​ຄວາມ​ຊົ່ວ. ແລະ ມີ​ກົດ​ໃຫ້​ມະນຸດ ແລະ ໂດຍ​ທາງ​ກົດ​ບໍ່​ມີ​ເນື້ອ​ໜັງ​ອັນ​ໃດ​ທີ່​ຖືກຕ້ອງ; ຫລື​ໂດຍ​ທາງ​ກົດ​ມະນຸດ​ຍ່ອມ​ຖືກ​ຕັດ​ອອກ. ແທ້​ຈິງ​ແລ້ວ, ໂດຍ​ກົດ​ທາງ​ຝ່າຍ​ໂລກ ພວກ​ເຂົາ​ໄດ້​ຖືກ​ຕັດ​ອອກ ແລະ ໂດຍ​ກົດ​ທາງ​ຝ່າຍ​ວິນ​ຍານ ພວກ​ເຂົາ​ຈຶ່ງ​ຕາຍ​ຈາກ​ສິ່ງ​ທີ່​ດີ ແລະ ກາຍ​ມາ​ເປັນ​ຄົນ​ເສົ້າສະຫລົດ​ໃຈ​ຕະຫລອດ​ໄປ.

 ດັ່ງນັ້ນ, ການ​ໄຖ່​ຈຶ່ງ​ມາ​ເຖິງ​ໂດຍ​ຜ່ານ​ທາງ​ພຣະ​ເມ​ຊີ​ອາ​ຜູ້​ບໍລິສຸດ; ເພາະ​ພຣະ​ອົງ​ເຕັມ​ປ່ຽມ​ໄປ​ດ້ວຍ ພຣະ​ຄຸນ ແລະ ຄວາມ​ຈິງ.

 ຈົ່ງ​ເບິ່ງ, ພຣະ​ອົງ​ໄດ້​ຖະຫວາຍ​ພຣະ​ອົງ​ເອງ​ໃຫ້​ເປັນ​ເຄື່ອງ​ບູຊາ​ເພື່ອ​ບາບ, ເພື່ອ​ຕອບ​ທີ່ສຸດ​ຂອງ​ກົດ​ໃຫ້​ຄົນ​ທັງ​ປວງ​ຜູ້​ມີ​ໃຈ​ທີ່ຊອກ​ຊ້ຳ ແລະ ມີ​ວິນ​ຍານ​ທີ່​ສຳນຶກ​ຜິດ; ແລະ ຈະ​ຕອບ​ທີ່​ສຸດ​ຂອງ​ກົດ​ໃຫ້​ໃຜ​ອີກ​ບໍ່​ໄດ້.

 ດັ່ງນັ້ນ, ມັນ​ສຳຄັນ​ພຽງ​ໃດ​ທີ່​ຈະ​ເຮັດ​ໃຫ້​ສິ່ງ​ເຫລົ່າ​ນີ້​ເປັນ​ທີ່​ຮູ້ຈັກ​ແກ່​ຊາວ​ໂລກ ເພື່ອ​ພວກ​ເຂົາ​ຈະ​ໄດ້ຮູ້​ວ່າ ບໍ່​ມີ​ເນື້ອ​ໜັງ​ໃດ​ຈະ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ​ໄດ້ ນອກ​ຈາກ​ເປັນ​ຄຸນ​ຄວາມ​ດີ, ແລະ ພຣະ​ເມດ​ຕາ, ແລະ ພຣະ​ຄຸນ​ຂອງ​ພຣະ​ເມ​ຊີ​ອາ​ຜູ້​ບໍລິສຸດ ຜູ້​ໄດ້​ມອບ​ຊີວິດ​ຂອງ​ພຣະ​ອົງ​ຕາມ​ທາງ​ແຫ່ງ​ເນື້ອ​ໜັງ ແລະ ຮັບ​ເອົາ​ອຳນາດ​ຂອງ​ພຣະ​ວິນ​ຍານ, ເພື່ອ​ພຣະ​ອົງ​ຈະ​ໄດ້​ເຮັດ​ໃຫ້​ເກີດ​ການ​ຟື້ນ​ຄືນ​ຊີວິດ​ຂອງ​ຄົນ​ຕາຍ ໂດຍ​ເປັນ​ຜູ້​ທຳ​ອິດ​ທີ່​ຈະ​ຂຶ້ນມາ.

 ດັ່ງນັ້ນ, ພຣະ​ອົງ​ຈຶ່ງ​ເປັນ​ຜົນ​ທຳ​ອິດ​ໃຫ້​ແກ່​ພຣະ​ເຈົ້າ ເພາະ​ພຣະ​ອົງ​ຈະ​ວິ​ງ​ວອນ​ແທນ​ລູກ​ຫລານ​ມະນຸດ​ທັງ​ປວງ; ແລະ ຄົນ​ທີ່​ເຊື່ອ​ໃນ​ພຣະ​ອົງ​ເທົ່າ​ນັ້ນຈະ​ລອດ.

 10 ແລະ ເປັນ​ເພາະ​ການ​ວິ​ງວອນ​ແທນ​ທຸກໆ​ຄົນ, ມະນຸດ​ທັງ​ປວງ​ຍ່ອມ​ມາ​ຫາ​ພຣະ​ເຈົ້າ; ດັ່ງນັ້ນ, ພວກ​ເຂົາ​ຢືນ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ອົງ ເພື່ອ​ຮັບ​ການ​ພິພາກສາ​ຂອງ​ພຣະ​ອົງ​ຕາມ​ຄວາມ​ຈິງ ແລະ ຄວາມ​ບໍລິສຸດ ຊຶ່ງມີ​ຢູ່​ໃນ​ພຣະ​ອົງ. ດັ່ງນັ້ນ, ທີ່​ສຸດ​ຂອງ​ກົດ ຊຶ່ງພຣະຜູ້​ບໍລິສຸດ​ປະທານ​ໄວ້​ໃຫ້​ເພື່ອ​ການ​ລົງ​ໂທດ ຊຶ່ງມີ​ຕິດ​ຢູ່​ນັ້ນ, ຊຶ່ງ​ໂທດທີ່​ມີ​ຕິດ​ຢູ່​ນັ້ນ ເປັນ​ສິ່ງ​ກົງກັນຂ້າມ​ກັບ​ສິ່ງ​ທີ່​ເປັນຄວາມ​ສຸກ ຊຶ່ງມີ​ຕິດ​ຢູ່​ເພື່ອ​ຕອບ​ທີ່ສຸດ​ຂອງ​ການ​ຊົດ​ໃຊ້—

 11 ເພາະ​ມັນ​ຈຳ​ເປັນ​ວ່າ ຕ້ອງ​ມີ​ການ​ກົງກັນຂ້າມ​ໃນ​ທຸກ​ຢ່າງ. ລູກ​ຄົນ​ທຳ​ອິດ​ຂອງ​ພໍ່​ທີ່​ໄດ້​ເກີດ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນດານ​ເອີຍ, ຖ້າ​ບໍ່​ດັ່ງນັ້ນຈະ​ເຮັດ​ໃຫ້​ເກີດ​ຄວາມ​ຊອບ​ທຳ​ບໍ່​ໄດ້, ບໍ່​ມີ​ທັງ​ຄວາມ​ຊົ່ວ​ຮ້າຍ, ບໍ່​ມີ​ທັງ​ຄວາມ​ບໍລິສຸດ ຫລື ຄວາມທຸກ​ທໍລະມານ, ບໍ່​ມີ​ທັງ​ຄວາມ​ດີ ຫລື ຄວາມ​ຊົ່ວ. ດັ່ງນັ້ນ, ທຸກ​ຢ່າງ​ຈຶ່ງ​ຈຳ​ເປັນ​ຈະ​ຕ້ອງ​ສານ​ປະກອບ​ເຂົ້າກັນ​ເປັນອັນ​ດຽວ; ດັ່ງນັ້ນ ຖ້າ​ຫາກ​ມັນ​ເປັນອັນ​ດຽວ​ກັນ ມັນ​ກໍ​ຈະ​ຕ້ອງ​ຢູ່​ຄື​ກັນ​ກັບ​ຕາຍ​ໂດຍ​ບໍ່​ມີ​ຊີວິດ, ທັງ​ບໍ່​ມີ​ຄວາມ​ຕາຍ ຫລື ຄວາມ​ເນົ່າ​ເປື່ອຍ ຫລື ຄວາມ​ບໍ່​ເນົ່າ​ເປື່ອຍ, ຄວາມສຸກ ຫລື ຄວາມທຸກ​ທໍລະມານ, ທັງ​ຄວາມ​ຮູ້ສຶກ ຫລື ຄວາມ​ບໍ່​ຮູ້ສຶກ.

 12 ດັ່ງນັ້ນ, ມັນ​ຈະ​ຕ້ອງ​ຖືກ​ສ້າງ​ຂຶ້ນ​ສຳລັບ​ສິ່ງ​ທີ່​ບໍ່​ມີ​ຄຸນຄ່າ; ດັ່ງນັ້ນ ຈະ​ບໍ່​ມີ​ຈຸດ​ມຸ້ງ​ໝາຍ​ໃນ​ທີ່​ສຸດ​ຂອງ​ການສ້າງ​ມັນ. ດັ່ງນັ້ນ, ສິ່ງ​ນີ້​ຈຳ​ຕ້ອງ​ທຳລາຍ​ຄວາມ​ສະຫລຽວ​ສະຫລາດ​ຂອງ​ພຣະ​ເຈົ້າ ແລະ ຈຸດ​ມຸ້ງ​ໝາຍ​ອັນ​ເປັນ​ນິລັນດອນ​ຂອງ​ພຣະ​ອົງ, ແລະ ອຳນາດ, ແລະ ຄວາມ​ເມດ​ຕາ, ແລະ ຄວາມ​ຍຸດ​ຕິ​ທຳ​ຂອງ​ພຣະ​ເຈົ້ານຳ​ອີກ.

 13 ແລະ ຖ້າ​ຫາກ​ຈະ​ເວົ້າວ່າ​ບໍ່​ມີ​ກົດ, ລູກ​ຈະ​ເວົ້າອີກ​ວ່າ​ບໍ່​ມີ​ບາບ. ຖ້າ​ຫາກ​ລູກ​ຈະ​ເວົ້າວ່າ​ບໍ່​ມີ​ບາບ ລູກ​ຈະ​ເວົ້າອີກ​ວ່າ​ບໍ່​ມີ​ຄວາມ​ຊອບທຳ. ແລະ ຖ້າ​ຫາກ​ບໍ່​ມີ​ຄວາມ​ຊອບ​ທຳ​ກໍ​ບໍ່​ມີ​ຄວາມສຸກ. ແລະ ຖ້າ​ຫາກ​ບໍ່​ມີ​ຄວາມ​ຊອບ​ທຳ ຫລື ຄວາມສຸກ​ກໍ​ບໍ່​ມີ​ໂທດ ຫລື ຄວາມທຸກ​ທໍລະມານ. ແລະ ຖ້າ​ຫາກ​ບໍ່​ມີ​ສິ່ງ​ເຫລົ່າ​ນີ້ ກໍ​ບໍ່​ມີ​ພຣະ​ເຈົ້າ. ແລະ ຖ້າ​ຫາກ​ບໍ່​ມີ​ພຣະ​ເຈົ້າ, ພວກ​ເຮົາ​ກໍ​ບໍ່​ໄດ້​ເປັນ​ຢູ່, ທັງ​ໂລກ​ກໍ​ບໍ່​ມີ​ຢູ່; ເພາະ​ຈະ​ມີ​ການ​ສ້າງ​ສິ່ງ​ຕ່າງໆ​ບໍ່​ໄດ້, ທັງ​ຈະ​ກະທຳ ຫລື ຈະ​ຖືກ​ກະທຳ​ບໍ່​ໄດ້; ດັ່ງນັ້ນ, ທຸກ​ຢ່າງ​ຕ້ອງ​ຫາຍ​ໄປ.

 14 ແລະ ບັດ​ນີ້, ລູກ​ຂອງ​ພໍ່, ພໍ່​ເວົ້າ​ເລື່ອງ​ເຫລົ່າ​ນີ້​ກັບ​ລູກ​ເພື່ອ​ຜົນ​ປະ​ໂຫຍດ​ໃນ​ການ​ຮຽນ​ຮູ້​ຂອງ​ລູກ ເພາະວ່າ​ມີ​ພຣະ​ເຈົ້າ ແລະ ພຣະ​ອົງ​ໄດ້​ສ້າງ​ທຸກ​ຢ່າງ, ທັງ​ທ້ອງຟ້າ ແລະ ແຜ່ນດິນ​ໂລກ, ແລະ ທຸກ​ຢ່າງ​ທີ່ຢູ່​ໃນ​ນັ້ນ, ທັງ​ສິ່ງ​ທີ່​ໄດ້​ກະທຳ ແລະ ສິ່ງ​ທີ່​ຈະ​ຖືກ​ກະທຳ.

 15 ແລະ ເພື່ອນຳ​ມາ​ຊຶ່ງຈຸດ​ມຸ້ງ​ໝາຍ​ອັນ​ເປັນ​ນິລັນດອນ​ຂອງ​ພຣະ​ອົງ​ໃນ​ທີ່ສຸດ​ຂອງ​ມະນຸດ ຫລັງ​ຈາກ​ພຣະ​ອົງ​ໄດ້​ສ້າງ​ບິດາ​ມານ​ດາ​ຜູ້​ທຳ​ອິດ​ຂອງ​ພວກ​ເຮົາ, ແລະ ສັດ​ໃນ​ທົ່ງ ແລະ ນົກ​ໃນ​ອາກາດ​ແລ້ວ, ແລະ ໂດຍ​ສະ​ຫລຸບ​ທຸກ​ຢ່າງ​ທີ່​ຖືກ​ສ້າງ​ຂຶ້ນ, ຈຳ​ເປັນ​ຕ້ອງ​ມີ​ການ​ກົງກັນ​ຂ້າມ ເຖິງ​ວ່າ​ໝາກ​ໄມ້​ທີ່​ຕ້ອງ​ຫ້າມ​ຍັງ​ກົງກັນຂ້າມ​ກັບຕົ້ນ​ໄມ້​ແຫ່ງ​ຊີວິດ; ຢ່າງ​ໜຶ່ງ​ຫວານ ແລະ ອີກ​ຢ່າງ​ໜຶ່ງ​ຂົມ.

 16 ດັ່ງນັ້ນ, ອົງ​ພຣະ​ເຈົ້າຈຶ່ງ​ປະທານ​ໃຫ້​ມະນຸດ ເພື່ອ​ພວກ​ເຂົາ​ຈະ​ກະທຳ​ດ້ວຍ​ຕົວ​ເອງ. ດັ່ງນັ້ນ, ມະນຸດ​ກະທຳ​ດ້ວຍ​ຕົວ​ເອງ​ບໍ່​ໄດ້ ນອກ​ຈາກ​ຈະ​ເປັນ​ໄປ​ເພື່ອ​ພວກ​ເຂົາ​ຖືກ​ຊັກ​ຈູງ​ໂດຍ​ຢ່າງ​ໜຶ່ງ ຫລື ອີກ​ຢ່າງ​ໜຶ່ງ.

 17 ແລະ ພໍ່, ລີ​ໄຮ​ຕາມ​ເລື່ອງ​ທີ່​ອ່ານ​ມາ​ແລ້ວ ພໍ່​ຈຳ​ຕ້ອງ​ຄິດ​ວ່າ ທູດ​ຂອງ​ພຣະ​ເຈົ້າ​ໄດ້​ຕົກ​ຈາກ​ສະຫວັນ​ຕາມ​ເລື່ອງທີ່​ໄດ້​ບັນທຶກ​ໄວ້; ດັ່ງນັ້ນ, ລາວ​ຈຶ່ງ​ກາຍ​ເປັນ​ມານ​ໂດຍ​ສະ​ແຫວງ​ຫາ​ແຕ່​ສິ່ງ​ທີ່​ຊົ່ວ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ.

 18 ແລະ ເນື່ອງ​ຈາກ​ລາວ​ຕົກ​ຈາກ​ສະ​ຫວັນ ແລະ ເສົ້າສະຫລົດ​ໃຈ​ຕະ​ຫລອດ​ໄປ, ລາວ​ຈຶ່ງ​ສະ​ແຫວງ​ຫາ​ຄວາມ​ທຸກ​ຍາກ​ໃຫ້​ມະນຸດຊາດ​ທັງ​ປວງ​ອີກ. ດັ່ງນັ້ນ, ລາວ​ໄດ້​ກ່າວ​ກັບ​ເອວາ, ແທ້​ຈິງ​ແລ້ວ, ແມ່ນ​ງູ​ເຫົ່າ​ຕົວນັ້ນ, ຜູ້​ເປັນ​ມານ, ຊຶ່ງ​ເປັນ​ບິດາຂອງ​ຄວາມຂີ້​ຕົວະ​ທັງ​ປວງ. ດັ່ງນັ້ນ, ມັນ​ໄດ້​ກ່າວ​ວ່າ: ຈົ່ງ​ກິນ​ໝາກ​ໄມ້​ທີ່​ຕ້ອງ​ຫ້າມ​ເສຍ, ແລ້ວ​ເຈົ້າຈະ​ບໍ່​ຕາຍ, ແຕ່​ເຈົ້າ​ຈະ​ເປັນ​ເໝືອນດັ່ງ​ພຣະ​ເຈົ້າ ຊຶ່ງຮູ້​ຄວາມ​ດີ ແລະ ຄວາມ​ຊົ່ວ.

 19 ແລະ ຫລັງ​ຈາກ​ອາ​ດາມ ແລະ ເອວາ​ຮັບ​ສ່ວນ​ໝາກ​ໄມ້​ທີ່ຕ້ອງ​ຫ້າມ​ແລ້ວ ເຂົາ​ທັງ​ສອງ​ຖືກ​ໄລ່​ອອກ​ຈາກ​ສວນ​ເອ​ເດນ​ໃຫ້​ໄປ​ໄຖ​ດິນ.

 20 ແລະ ເຂົາ​ທັງ​ສອງ​ໄດ້​ມີລູກ​ຫລານ; ແທ້​ຈິງ​ແລ້ວ, ແມ່ນ​ຄອບຄົວ​ຂອງ​ແຜ່ນດິນ​ໂລກ​ທັງໝົດ.

 21 ແລະ ວັນ​ເວລາ​ຂອງ​ລູກ​ຫລານ​ມະນຸດ​ໄດ້​ຖືກ​ຍືດຍາວ​ອອກ​ໄປ, ຕາມ​ພຣະ​ປະສົງ​ຂອງ​ພຣະ​ເຈົ້າ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ກັບ​ໃຈ​ໃນ​ເວລາ​ທີ່ຢູ່​ໃນ​ເນື້ອໜັງ; ດັ່ງນັ້ນ, ສະພາບ​ຂອງ​ພວກ​ເຂົາ​ເປັນ​ສະພາບ​ຂອງ​ການ​ທົດ​ລອງ, ແລະ ເວລາ​ຂອງ​ພວກ​ເຂົາ​ຖືກ​ເຮັດ​ໃຫ້​ດົນ​ນານ​ອອກ​ໄປ​ຕາມ​ພຣະ​ບັດ​ຍັດ, ຊຶ່ງອົງ​ພຣະ​ຜູ້ເປັນເຈົ້າປະທານ​ໃຫ້​ລູກ​ຫລານ​ມະນຸດ. ເພາະ​ພຣະ​ອົງ​ປະທານ​ພຣະ​ບັນຍັດ​ວ່າ ມະນຸດ​ທັງ​ປວງ​ຕ້ອງ​ກັບ​ໃຈ; ເພາະ​ພຣະ​ອົງ​ໄດ້​ສະ​ແດງ​ຕໍ່​ມະນຸດ​ທັງ​ປວງ​ວ່າ ພວກ​ເຂົາ​ຫລົງ​ລືມ​ໄປ ເພາະ​ການ​ລ່ວງ​ລະ​ເມີດ​ຂອງ​ບິດາ​ມານ​ດາ​ຂອງ​ພວກ​ເຂົາ.

 22 ແລະ ບັດ​ນີ້, ຈົ່ງ​ເບິ່ງ​ຖ້າ​ຫາກ​ອາ​ດາມ​ບໍ່​ລ່ວງ​ລະ​ເມີດ​ລາວ​ກໍ​ຈະ​ບໍ່​ຕົກ, ແຕ່​ລາວ​ຄົງ​ຈະ​ຢູ່​ໃນ​ສວນ​ເອ​ເດນ. ແລະ ທຸກ​ຢ່າງ​ທີ່​ຖືກ​ສ້າງ​ຂຶ້ນ​ກໍ​ຕ້ອງ​ຄົງ​ຍັງ​ຢູ່​ໃນ​ສະພາບ​ດຽວ​ກັບ​ທີ່​ມັນ​ເປັນ​ຢູ່​ຫລັງ​ຈາກ​ຖືກ​ສ້າງ​ຂຶ້ນ ແລະ ມັນ​ຕ້ອງ​ຢູ່​ຕະ​ຫລອດ​ໄປ ແລະ ບໍ່​ມີ​ທີ່​ສຸດ.

 23 ແລະ ເຂົາ​ທັງ​ສອງ​ຈະ​ບໍ່​ມີ​ລູກ; ດັ່ງນັ້ນ, ພວກ​ເຂົາ​ຈະ​ຄົງ​ຢູ່​ໃນ​ສະພາບ​ຂອງ​ຄວາມ​ບໍ່​ມີ​ດຽງສາ, ບໍ່​ມີ​ຄວາມສຸກ, ເພາະ​ພວກ​ເຂົາ​ບໍ່​ຮູ້ຈັກ​ຄວາມທຸກ​ທໍລະມານ; ບໍ່​ເຮັດ​ຄວາມ​ດີ ເພາະ​ພວກ​ເຂົາ​ບໍ່​ຮູ້ຈັກ​ບາບ.

 24 ແຕ່​ຈົ່ງ​ເບິ່ງ, ທຸກ​ຢ່າງ​ເປັນ​ໄປ​ໂດຍ​ຄວາມ​ສະຫລຽວ​ສະຫລາດ​ຂອງ​ພຣະ​ອົງ​ຜູ້​ຮູ້ຈັກ​ທຸກ​ເລື່ອງ.

 25 ອາ​ດາມ​ຕົກ​ເພື່ອ​ມະນຸດ​ຈະ​ໄດ້​ເປັນ​ຢູ່; ແລະ ມະນຸດ​ເປັນ​ຢູ່​ກໍ​ເພື່ອ​ພວກ​ເຂົາ​ຈະ​ໄດ້​ມີ​ຄວາມສຸກ.

 26 ແລະ ພຣະ​ເມ​ຊີ​ອາ​ຈະ​ສະ​ເດັດ​ມາ​ໃນ​ຄວາມ​ສົມບູນ​ແຫ່ງ​ເວລາ, ເພື່ອ​ພຣະ​ອົງ​ຈະ​ໄດ້​ໄຖ່​ລູກ​ຫລານ​ມະນຸດ​ໃຫ້​ລອດ​ຈາກ​ການ​ຕົກ. ແລະ ເພາະວ່າ​ພວກ​ເຂົາ​ຖືກ​ໄຖ່​ຈາກ​ການ​ຕົກ ພວກ​ເຂົາ​ຍ່ອມ​ເປັນ​ອິດ​ສະລະ​ຕະຫລອດ​ການ​ຮູ້ຈັກ​ຄວາມ​ດີ​ຈາກ​ຄວາມ​ຊົ່ວ​ທີ່​ຈະ​ກະທຳ​ດ້ວຍ​ຕົນ​ເອງ ແລະ ທີ່​ຈະ​ບໍ່​ຖືກ​ກະທຳ​ນອກ​ຈາກ​ເປັນ​ໄປ​ໂດຍ​ໂທດ​ຂອງ​ກົດ​ໃນ​ວັນ​ສຸດ​ທ້າຍ ແລະ ຍິ່ງ​ໃຫຍ່​ຕາມ​ພຣະ​ບັນຍັດ ຊຶ່ງພຣະ​ເຈົ້າປະທານ​ໃຫ້.

 27 ດັ່ງນັ້ນ, ມະນຸດ​ເປັນ​ອິດ​ສະລະ​ຕາມ​ທາງ​ຂອງ​ເນື້ອ​ໜັງ; ແລະ ໄດ້​ຮັບ​ທຸກ​ຢ່າງ ຊຶ່ງ​ສົມ​ຄວນ​ກັບ​ມະນຸດ​ທີ່​ພວກ​ເຂົາ​ຈະ​ໄດ້​ຮັບ. ແລະ ພວກ​ເຂົາ​ເປັນ​ອິດ​ສະລະ​ທີ່​ຈະ​ເລືອກ​ເສລີ​ພາບ ແລະ ຊີວິດ​ນິລັນ​ດອນ, ໂດຍ​ທາງ​ພຣະ​ຜູ້​ເປັນ​ກາງ​ທີ່​ຍິ່ງ​ໃຫຍ່​ຂອງ​ມະນຸດ​ທັງ​ປວງ, ຫລື ຈະ​ເລືອກ​ການ​ເປັນ​ຊະ​ເລີຍ ແລະ ຄວາມ​ຕາຍ​ຕາມ​ການ​ເປັນ​ຊະ​ເລີຍ ແລະ ອຳນາດ​ຂອງ​ມານ; ເພາະ​ມັນ​ສະ​ແຫວງ​ຫາ​ເພື່ອ​ມະນຸດ​ທັງ​ປວງ​ຈະ​ໄດ້​ເສົ້າ​ສະ​ຫລົດ​ໃຈ​ຄື​ກັນ​ກັບ​ມັນ.

 28 ແລະ ບັດ​ນີ້, ລູກ​ຂອງ​ພໍ່, ພໍ່​ຢາກ​ໃຫ້​ລູກ​ຫລຽວ​ຫາ​ພຣະຜູ້​ເປັນກາງຜູ້​ຍິ່ງ​ໃຫຍ່​ອົງ​ນີ້, ແລະ ໃຫ້​ເຊື່ອ​ຟັງ​ພຣະ​ບັນຍັດ​ອັນ​ຍິ່ງ​ໃຫຍ່​ຂອງ​ພຣະ​ອົງ; ແລະ ຊື່ສັດ​ຕໍ່​ຄຳຂອງ​ພຣະ​ອົງ, ແລະ ເລືອກ​ຊີວິດ​ນິລັນດອນຕາມ​ພຣະ​ປະສົງ​ຂອງ​ພຣະ​ວິນ​ຍານ​ອັນ​ສັກສິດ​ຂອງ​ພຣະ​ອົງ;

 29 ແລະ ບໍ່​ເລືອກ​ຄວາມ​ຕາຍ​ນິລັນ​ດອນ​ຕາມ​ຄວາມ​ປະສົງ​ຂອງ​ເນື້ອ​ໜັງ ແລະ ຄວາມ​ຊົ່ວ ຊຶ່ງຢູ່​ໃນ​ນັ້ນ ຊຶ່ງ​ໃຫ້​ອຳ​ນາ​ດ​ແກ່​ວິນ​ຍານ​ຂອງ​ມານ​ທີ່​ຈະ​ຈັບ​ກຸມ, ທີ່​ຈະ​ນຳ​ລູກ​ລົງ​ນະລົກ ເພື່ອ​ມັນ​ຈະ​ໄດ້​ປົກຄອງ​ລູກ​ໃນ​ອານາຈັກ​ຂອງ​ມັນ.

 30 ພໍ່​ເວົ້າສອງ​ສາມ​ຄຳນີ້​ໄວ້​ກັບ​ລູກ​ທຸກ​ຄົນ, ລູກ​ຂອງ​ພໍ່, ໃນ​ວັນ​ສຸດ​ທ້າຍ​ແຫ່ງ​ການ​ທົດ​ລອງ​ຂອງ​ພໍ່ ແລະ ພໍ່​ເລືອກ​ສ່ວນ​ໃຫຍ່​ຕາມ​ເວົ້າຂອງ​ສາດສະດາ. ແລະ ພໍ່​ບໍ່​ມີ​ຈຸດປະສົງ​ອື່ນ​ໃດ​ນອກ​ຈາກ​ວ່າ ຈະ​ເປັນຄວາມ​ຜາ​ສຸກ​ອັນ​ເປັນນິດ​ຂອງ​ຈິດ​ວິນ​ຍານ​ຂອງ​ລູກ. ອາ​ແມນ.