ພຣະ​ຄຳ​ພີ
2 ນີໄຟ 20


ບົດ​ທີ 20

ຄວາມ​ພິນາດ​ຂອງ​ອັດ​ຊີ​ເຣຍ​ເປັນ​ລັກ​ສະ​ນະ​ຂອງ​ຄວາມ​ພິນາດ​ຂອງ​ຄົນ​ຊົ່ວ​ໃນ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ—ຫລັງ​ຈາກ​ພຣະ​ອົງ​ໄດ້​ສະ​ເດັດ​ກັບ​ຄືນ​ມາ ມັນ​ຈະ​ມີ​ຄົນ​ພຽງ​ເລັກ​ໜ້ອຍ​ເຫລືອ​ຢູ່—ຜູ້​ທີ່​ເຫລືອ​ຢູ່​ຂອງ​ຢາໂຄບ​ຈະ​ກັບ​ມາ​ໃນ​ມື້​ນັ້ນ—ປຽບ​ທຽບ​ກັບ​ເອຊາ​ຢາ 10. ປະ​ມານ 559–545 ປີ ກ່ອນ ຄ.ສ.

1 ວິບັດ​ແກ່​ຜູ້​ທີ່​ອອກ​ຄຳ​ສັ່ງ​ອັນ​ບໍ່​ຊອບ​ທຳ ແລະ ຂຽນ​ເລື່ອງ​ທຸກ​ໜັກ​ຊຶ່ງ​ເຂົາ​ກຳ​ນົດ​ຂຶ້ນ;

2 ເພື່ອ​ຫັນ​ຄົນ​ຂັດ​ສົນ​ອອກ​ໄປ​ຈາກ ການ​ພິ​ພາກ​ສາ, ແລະ ເພື່ອ​ເອົາ​ສິດ​ທິ​ຈາກ​ຄົນ​ທຸກ​ຍາກ​ຂອງ​ຜູ້​ຄົນ​ຂອງ​ເຮົາ​ໄປ, ເພື່ອ ແມ່​ໝ້າຍ​ຈະ​ໄດ້​ເປັນ​ເຄື່ອງ​ຮັບ​ຮອງ​ຂອງ​ພວກ​ເຂົາ, ແລະ ເພື່ອ​ພວກ​ເຂົາ​ຈະ​ໄດ້​ກະ​ທຳ​ໃຫ້​ເດັກ​ກຳ​ພ້າ​ພໍ່​ເປັນ​ເຫຍື່ອ​ຂອງ​ພວກ​ເຂົາ!

3 ແລະ ພວກ​ເຈົ້າ​ຈະ​ເຮັດ​ແນວ​ໃດ​ໃນ​ວັນ​ແຫ່ງ ການ​ມາ​ຢ້ຽມ​ຢາມ ແລະ ໃນ​ຄວາມ​ເປົ່າ​ປ່ຽວ​ທີ່​ຈະ​ມາ​ຈາກ​ທາງ​ໄກ? ພວກ​ເຈົ້າ​ຈະ​ໜີ​ໄປ​ເພິ່ງ​ຜູ້​ໃດ? ແລະ ຈະ​ຖິ້ມ​ລັດ​ສະ​ໝີ​ພາບ​ຂອງ​ພວກ​ເຈົ້າ​ໄວ້​ບ່ອນ​ໃດ?

4 ປາດ​ສະ​ຈາກ​ເຮົາ​ແລ້ວ ພວກ​ເຂົາ​ຈະ​ກົ້ມ​ຫົວ​ລົງ​ໃຫ້​ນັກ​ໂທດ, ແລະ ພວກ​ເຂົາ​ຈະ​ລົ້ມ​ຕາຍ​ຢູ່​ກັບ​ພວກ​ທີ່​ຖືກ​ປະ​ຫານ. ເພາະ​ທັງ​ໝົດ​ນີ້​ພຣະ​ພິ​ໂລດ​ຂອງ​ພຣະ​ອົງ​ຍັງ​ບໍ່​ທັນ​ເຊົາ​ເທື່ອ, ແຕ່​ພຣະ​ຫັດ​ຂອງ​ພຣະ​ອົງ​ຍັງ​ຍື່ນ​ອອກ​ມາ.

5 ໂອ້ ຊາວ​ອັດ​ຊີ​ເຣຍ​ເອີຍ, ຜູ້​ເປັນ​ໄມ້​ຄ້ອນ​ແຫ່ງ​ຄວາມ​ໂມ​ໂຫ​ຂອງ​ເຮົາ ແລະ ເປັນ​ໄມ້​ແສ້​ແຫ່ງ​ຄວາມ​ເຄືອງ​ແຄ້ນ ຂອງ​ເຂົາ.

6 ເຮົາ​ຈະ​ສົ່ງ​ເຂົາ​ໄປ ຕໍ່​ສູ້​ກັບ​ປະ​ຊາ​ຊາດ​ທີ່​ໜ້າ​ຊື່​ໃຈ​ຄົດ, ແລະ ເຮົາ​ຈະ​ບັນ​ຊາ​ເຂົາ​ໃຫ້​ໄປ​ຕໍ່​ສູ້​ກັບ​ຜູ້​ທີ່​ເຮົາ​ພິ​ໂລດ​ເພື່ອ​ຍາດ​ເອົາ​ຂອງ​ທີ່​ປຸ້ນ​ມາ ແລະ ເພື່ອ​ຍາດ​ເອົາ​ເຫຍື່ອ ແລະ ເພື່ອ​ຢຽບ​ຍ້ຳ​ພວກ​ເຂົາ​ລົງ​ຄື​ກັນ​ກັບ​ຂີ້​ຕົມ​ໃນ​ຖະ​ໜົນ.

7 ແຕ່​ເຂົາ​ບໍ່​ໄດ້​ຕັ້ງ​ໃຈ​ແນວ​ນັ້ນ, ແລະ ໃຈ​ຂອງ​ເຂົາ​ກໍ​ບໍ່​ຄິດ​ແນວ​ນັ້ນ; ແຕ່​ໃນ​ໃຈ​ຂອງ​ເຂົາ ຄື​ຈະ​ທຳ​ລາຍ ແລະ ຕັດ​ປະ​ຊາ​ຊາດ​ອອກ​ເສຍ​ບໍ່​ແມ່ນ​ພຽງ​ເລັກ​ໜ້ອຍ.

8 ເພາະ​ເຂົາ​ໄດ້​ເວົ້າ​ວ່າ: ຜູ້​ບັງ​ຄັບ​ບັນ​ຊາ​ຂອງ​ເຮົາ​ເປັນ​ກະສັດ​ໝົດ​ແລ້ວ​ແມ່ນ​ບໍ?

9 ເມືອງ​ການ​ໂນ​ກໍ​ເປັນ​ເມືອງ​ກັກ​ເກ​ມິດ​ແລ້ວ​ແມ່ນ​ບໍ? ເມືອງ​ຮາ​ມັດ​ກໍ​ເປັນ​ເມືອງ​ອາກ​ປັດ​ແລ້ວ​ແມ່ນ​ບໍ? ເມືອງ​ຊາ​ມາ​ເຣຍ​ກໍ​ເປັນ​ເມືອງ​ດາ​ມັສ​ກັດ​ແລ້ວ​ແມ່ນ​ບໍ?

10 ເໝືອນ​ດັ່ງ ມື​ຂອງ​ເຮົາ​ໄປ​ເຖິງ​ບັນ​ດາ​ລາ​ຊາ​ອາ​ນາ​ຈັກ​ຂອງ​ຮູບ​ບູຊາ, ຊຶ່ງ​ຮູບ​ຄວັດ​ສະ​ຫລັກ​ຂອງ​ພວກ​ເຂົາ​ນັ້ນ​ດີ​ລື່ນ​ຂອງ​ເຢຣູ​ຊາເລັມ ແລະ ຂອງ​ຊາ​ມາ​ເຣຍ;

11 ຈະ​ເປັນ​ໄປ​ບໍ່​ໄດ້​ບໍ​ວ່າ ເຮົາ​ຈະ​ບໍ່​ເຮັດ​ຫຍັງ​ກັບ​ເຢຣູ​ຊາເລັມ ແລະ ຮູບ​ບູຊາ​ຂອງ​ມັນ​ຄື​ກັນ​ກັບ​ເຮົາ​ໄດ້​ເຮັດ​ມາ​ແລ້ວ​ກັບ​ຊາ​ມາ​ເຣຍ ແລະ ຮູບ​ບູຊາ​ຂອງ​ມັນ?

12 ດັ່ງ​ນັ້ນ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ອົງ​ພຣະ​ເຈົ້າ​ໄດ້​ສຳ​ເລັດ​ພາ​ລະ​ກິດ​ທັງ​ໝົດ​ຂອງ​ພຣະ​ອົງ​ທີ່​ພູ​ຊີໂອນ ແລະ ທີ່​ເຢຣູ​ຊາເລັມ​ແລ້ວ, ພຣະ​ອົງ​ຈະ​ລົງ​ໂທດ ຜົນ​ຂອງ​ໃຈ​ທີ່​ອວດ​ດີ​ຂອງ​ກະສັດ​ແຫ່ງ ອັດ​ຊີ​ເຣຍ ແລະ ລັດ​ສະ​ໝີ​ພາບ​ແຫ່ງ​ຄວາມ​ໄຝ່​ສູງ​ຂອງ​ເຂົາ.

13 ເພາະ ເຂົາ​ໄດ້​ກ່າວ​ວ່າ: ດ້ວຍ​ຄວາມ​ຮຸນ​ແຮງ​ຂອງ​ມື​ເຮົາ ແລະ ດ້ວຍ​ປັນ​ຍາ​ຂອງ​ເຮົາ, ເຮົາ​ຈຶ່ງ​ໄດ້​ເຮັດ​ສິ່ງ​ເຫລົ່າ​ນີ້​ຂຶ້ນ​ມາ; ເພາະ​ເຮົາ​ມີ​ຄວາມ​ເຂົ້າ​ໃຈ; ເຮົາ​ຈຶ່ງ​ໄດ້​ຍ້າຍ​ເຂດ​ແດນ​ຂອງ​ຜູ້​ຄົນ ແລະ ປຸ້ນ​ເອົາ​ຊັບ​ສົມ​ບັດ​ຈາກ​ພວກ​ເຂົາ, ແລະ ເຮົາ​ໄດ້​ກົດ​ຂີ່​ຜູ້​ອາ​ໄສ​ເໝືອນ​ດັ່ງ​ຄົນ​ກ້າ;

14 ແລະ ມື​ຂອງ​ເຮົາ​ພົບ​ຂອງ​ມີ​ຄ່າ​ຂອງ​ຜູ້​ຄົນ​ຄື​ກັນ​ກັບ​ຮັງ​ນົກ; ແລະ ເຮົາ​ເຕົ້າ​ໂຮມ​ແຜ່ນ​ດິນ​ໂລກ​ໄວ້ ທັງ​ໝົດ​ຄື​ກັນ​ກັບ​ຄົນ​ເກັບ​ໄຂ່​ທີ່​ເຫລືອ; ແລະ ບໍ່​ມີ​ຜູ້​ໃດ​ເໜັງ​ປີກ ຫລື ເປີດ​ປາກ ຫລື ສົ່ງ​ສຽງ.

15 ຂວານ ຈະ​ອວດ​ອ້າງ​ຕົວ​ມັນ​ເອງ​ກັບ​ຜູ້​ທີ່​ໃຊ້​ມັນ​ບໍ? ເລື່ອຍ​ຈະ​ຫັນ​ຄົມ​ໃສ່​ຄົນ​ທີ່​ໃຊ້​ມັນ​ບໍ? ໄມ້​ສ້າວ​ຈະ​ແກວ່ງ​ຕົວ​ມັນ​ເອງ​ໃສ່​ຄົນ​ທີ່​ຍົກ​ມັນ​ຂຶ້ນ​ບໍ? ຫລື ວ່າ​ໄມ້​ຄ້ອນ​ເທົ້າ​ຈະ​ຍົກ​ຕົວ​ມັນ​ຂຶ້ນ​ເອງ​ຄື​ກັບ​ວ່າ​ບໍ່​ແມ່ນ​ໄມ້​ບໍ?

16 ສະນັ້ນ​ພຣະ​ຜູ້​ເປັນ​ເຈົ້າ, ຈອມ​ໂຍທາ, ຈະ​ສົ່ງ​ຄວາມ​ຜອມ​ແຫ້ງ​ມາ​ໃນ​ບັນ​ດາ​ຄົນ​ອ້ວນ​ພີ​ຂອງ​ພຣະ​ອົງ; ແລະ ພາຍ​ໃຕ້ ລັດ​ສະ​ໝີ​ພາບ​ຂອງ​ເຂົາ ພຣະ​ອົງ​ຈະ​ກໍ່​ການ​ເຜົາ​ໄໝ້​ຂຶ້ນ​ຄື​ກັນ​ກັບ​ການ​ເຜົາ​ໄໝ້​ຂອງ​ໄຟ.

17 ແລະ ຄວາມ​ສະ​ຫວ່າງ​ຂອງ​ອິດສະ​ຣາເອນ​ຈະ​ເປັນ​ແສງ​ໄຟ ແລະ ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ເຂົາ​ຈະ​ກາຍ​ເປັນ​ແປວ​ໄຟ ແລະ ຈະ​ເຜົາ​ໄໝ້ ແລະ ກືນ​ກິນ​ເຄືອ ແລະ ກົກ​ໜາມ​ໃນ​ມື້​ດຽວ;

18 ແລະ ຈະ ກິນ​ລັດ​ສະ​ໝີ​ພາບ​ຂອງ​ປ່າ​ໄມ້​ຂອງ​ເຂົາ, ແລະ ສວນ​ໝາກ​ໄມ້​ຂອງ​ເຂົາ, ທັງ​ຈິດ​ວິນ​ຍານ ແລະ ຮ່າງ​ກາຍ; ແລະ ເຂົາ​ຈະ​ເປັນ​ເໝືອນ​ເວລາ​ຄົນ​ເຈັບ​ຊູດ​ຊີດ​ລົງ​ໄປ.

19 ແລະ ຕົ້ນ​ໄມ້​ທີ່ ເຫລືອ​ໃນ​ປ່າ​ຂອງ​ເຂົາ​ຈະ​ເຫລືອ​ຢູ່​ພຽງ​ເລັກ​ໜ້ອຍ, ຈົນ​ວ່າ​ເດັກ​ນ້ອຍ​ຈະ​ນັບ​ໄດ້.

20 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ໃນ ມື້​ນັ້ນ​ຄື, ຜູ້​ທີ່​ເຫລືອ​ຢູ່​ຂອງ​ອິດສະ​ຣາເອນ ແລະ ຄົນ​ທີ່​ໂຕນ​ໜີ​ໄປ​ຂອງ ເຊື້ອ​ສາຍ​ຂອງ​ຢາໂຄບ​ຈະ​ບໍ່ ເພິ່ງ​ພາ​ອາ​ໄສ​ຜູ້​ທີ່​ຂ້ຽນ​ຕີ​ເຂົາ​ອີກ​ຕໍ່​ໄປ, ແຕ່​ຈະ​ເພິ່ງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດສະ​ຣາເອນ​ດ້ວຍ​ຄວາມ​ຈິງ.

21 ຜູ້​ທີ່​ເຫລືອ​ຢູ່, ແທ້​ຈິງ​ແລ້ວ, ແມ່ນ​ຜູ້​ທີ່​ເຫລືອ​ຢູ່​ຂອງ​ຢາໂຄບ, ຈະ​ກັບ​ມາ​ຫາ​ພຣະ​ເຈົ້າ​ຜູ້​ຊົງ​ມີ​ລິດ​ເດດ.

22 ອິດສະ​ຣາເອນ​ເອີຍ ເຖິງ​ແມ່ນ​ວ່າ​ຜູ້​ຄົນ​ຂອງ​ເຈົ້າ​ຈະ​ເປັນ​ຄື​ດັ່ງ​ດິນ​ຊາຍ​ໃນ​ທະເລ, ເຖິງ​ຢ່າງ​ໃດ​ກໍ​ຕາມ, ມີ​ແຕ່​ສ່ວນ​ໜຶ່ງ​ທີ່​ເຫລືອ​ຢູ່​ຂອງ​ເຂົາ​ເທົ່າ​ນັ້ນ​ທີ່​ຈະ​ກັບ​ມາ; ການ​ທຳ​ລາຍ​ນັ້ນ​ໄດ້​ກຳ​ນົດ​ໄວ້​ແລ້ວ ຈະ ທ່ວມ​ທົ້ນ​ໄປ​ດ້ວຍ​ຄວາມ​ຊອບ​ທຳ.

23 ເພາະ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍທາ​ຈະ ທຳ​ລາຍ, ເຖິງ​ແມ່ນ​ກຳ​ນົດ​ໄວ້​ທົ່ວ​ແຜ່ນ​ດິນ.

24 ສະນັ້ນ, ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍທາ​ໄດ້​ກ່າວ​ດັ່ງ​ນີ້: ໂອ້ ຜູ້​ຄົນ​ຂອງ​ເຮົາ​ເອີຍ ຜູ້​ທີ່​ຢູ່​ໃນ​ຊີໂອນ, ຢ່າ​ໄດ້​ຢ້ານ​ກົວ​ຊາວ​ອັດ​ຊີ​ເຣຍ​ເລີຍ; ເຂົາ​ຈະ​ຕີ​ເຈົ້າ​ດ້ວຍ​ໄມ້​ຄ້ອນ ແລະ ຍົກ​ໄມ້​ແສ້​ຂອງ​ເຂົາ​ຂຶ້ນ​ໃສ່ ເໝືອນ​ທີ່​ໃນ​ເອຢິບ.

25 ເພາະ​ຍັງ​ອີກ​ບໍ່​ນານ​ຄວາມ​ເຄືອງ​ແຄ້ນ​ຈະ​ຢຸດ​ລົງ, ແລະ ຄວາມ​ພິ​ໂລດ​ຂອງ​ເຮົາ​ຈະ​ມຸ້ງ​ເຖິງ​ການ​ທຳ​ລາຍ​ເຂົາ.

26 ແລະ ຈອມ​ໂຍທາ​ຈະ​ໃຫ້​ເກີດ​ໄພ​ພິ​ບັດ​ກັບ​ເຂົາ​ດັ່ງ​ທີ່​ພຣະ​ອົງ​ໂຈມ​ຕີ​ຄົນ​ຂອງ ມີ​ດີ​ອານ​ທີ່​ໜ້າ​ຜາ​ໂອ​ເຣັບ; ແລະ ໄມ້​ແສ້​ຂອງ​ພຣະ​ອົງ​ຈະ​ເຄ່ຍ​ຢູ່​ໃນ​ທະເລ ດັ່ງ​ນັ້ນ ພຣະ​ອົງ​ຈະ​ຍົກ​ມັນ​ຂຶ້ນ​ຢ່າງ​ທີ່​ໃນ​ເອຢິບ.

27 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ໃນ​ມື້​ນັ້ນ​ຄື ພາ​ລະ​ຂອງ​ເຂົາ​ຈະ​ຖືກ​ຍົກ​ອອກ​ຈາກ​ບ່າ​ຂອງ​ເຈົ້າ ແລະ ແອກ​ຂອງ​ເຂົາ​ຈະ​ອອກ​ຈາກ​ຄໍ​ຂອງ​ເຈົ້າ, ແລະ ແອກ​ຈະ​ຖືກ​ທຳ​ລາຍ​ເພາະ ການ​ຊະໂລມ.

28 ເຂົາ​ໄດ້​ມາ​ຮອດ​ອາ​ອີ​ແລ້ວ, ເຂົາ​ໄດ້​ຂ້າມ​ມິກ​ໂລນ​ໄປ; ເຂົາ​ໄດ້​ເກັບ​ສະ​ບຽງ​ອາຫານ​ໄວ້​ທີ່​ມິກ​ມາດ.

29 ເຂົາ​ເຫລົ່າ​ນັ້ນ​ໄດ້​ຜ່ານ​ທາງ​ນັ້ນ​ໄປ​ແລ້ວ; ເຂົາ​ຢຸດ​ພັກ​ທີ່​ເກ​ບາ; ຣາ​ມັດ​ຢ້ານ​ກົວ​ຫລາຍ; ກີ​ເບ​ອາ​ຂອງ​ໂຊນ​ໄດ້​ໜີ​ໄປ​ແລ້ວ.

30 ໂອ້ ທິດາ​ຂອງ​ການ​ລີມ​ເອີຍ, ຈົ່ງ​ສົ່ງ​ສຽງ​ຂຶ້ນ​ໃຫ້​ໄດ້​ຍິນ​ໄປ​ຮອດ​ລາ​ອິດ​ເຖີດ, ໂອ້ ອາ​ນາ​ທົດ​ທີ່​ໜ້າ​ສົງ​ສານ​ເອີຍ.

31 ມັດ​ເມ​ນາ​ໄດ້​ຍ້າຍ​ອອກ​ໄປ​ແລ້ວ; ຜູ້​ອາ​ໄສ​ຂອງ​ເກ​ບີມ​ໄດ້​ເຕົ້າ​ໂຮມ​ກັນ​ເພື່ອ​ຈະ​ໜີ​ໄປ.

32 ໃນ​ມື້​ນັ້ນ​ເອງ​ເຂົາ​ຈະ​ຢຸດ​ຢູ່​ທີ່​ເມືອງ​ໂນບ, ເຂົາ​ຈະ​ຍົກ​ກຳ​ປັ້ນ​ໃສ່​ພູ​ເຂົາ​ຂອງ​ທິດາ​ຂອງ​ຊີໂອນ, ເນີນ​ພູ​ຂອງ​ເຢຣູ​ຊາເລັມ.

33 ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ, ຈອມ​ໂຍທາ​ຈະ​ຕັດ​ກິ່ງ​ງ່າ​ດ້ວຍ​ກຳ​ລັງ​ອັນ​ໜ້າ​ຢ້ານ​ກົວ; ແລະ ພວກ​ທີ່ ສູງ​ຍິ່ງ​ຈະ​ຖືກ​ໂຄ່ນ​ລົງ​ມາ; ແລະ ພວກ​ທີ່​ຈອງ​ຫອງ​ຈະ​ຕ້ອງ​ຖືກ​ເຮັດ​ໃຫ້​ອ່ອນ​ນ້ອມ​ລົງ.

34 ແລະ ພຣະ​ອົງ​ຈະ​ຖາງ​ສຸມ​ໄມ້​ໃນ​ປ່າ​ດ້ວຍ​ຂວານ, ແລະ ເລ​ບາ​ນອນ​ຈະ​ຕົກ​ໂດຍ​ພຣະ​ຜູ້​ມີ​ລິດ​ທາ​ນຸ​ພາບ.

      • ອສ ການ​ລົງ​ໂທດ.

      • ອສ ຕໍ່ສູ້​ກັບ​ອິດສະຣາ​ເອນ.

      • ອສ ການ​ອວດ​ອ້າງ​ທີ່​ຈອງ​ຫອງ.

      • ຊຟຢ 2:13.

      • ອສ ກະສັດ​ແຫ່ງ​ອັດ​ຊີ​ເຣຍ​ສາ​ມາດ​ຮຸ່ງ​ເຮືອງ​ກວ່າ​ພຣະ​ເຈົ້າ​ບໍ?

      • ຄຳ​ປຽບທຽບ​ທັງ​ໝົດ​ໃນ​ຂໍ້​ນີ້ ຖາມ​ຄຳ​ຖາມ​ຢ່າງ​ດຽວ​ກັນ: ມະນຸດ (ຍົກ​ຕົວຢ່າງ, ກະສັດ​ແຫ່ງ​ອັດ​ຊີ​ເຣຍ) ສາ​ມາດ​ຮຸ່ງ​ເຮືອງ​ກວ່າ​ພຣະ​ເຈົ້າ​ບໍ?

      • ອສ ອັດ​ຊີ​ເຣຍ​ຈະ​ສູນ​ຫາຍ​ໄປ​ໝົດ.

      • ອສ ຜູ້​ທີ່​ເຫລືອ​ຢູ່​ຂອງ​ກອງ​ທັບ​ແຫ່ງ​ອັດ​ຊີ​ເຣຍ.

      • ອສ ຍຸກ​ສຸດ​ທ້າຍ.

      • ອມ 9:8–9.

      • ອສ ເພິ່ງ​ອາ​ໄສ.

      • ອສ ເຮັດ​ໃຫ້​ຄຳ​ສັ່ງ​ພິນາດ.

      • ອສ ດັ່ງ​ທີ່​ຊາວ​ເອ​ຢິບ​ໄດ້​ເຮັດ​ໃນ​ສະ​ໄໝ​ກ່ອນ. ອພຍ 1:13–14.

      • ອສ ຄວາມ​ກ້າວໜ້າ​ຂອງກອງທັບ​ແຫ່ງ​ອັດ​ຊີ​ເຣຍທີ່​ເດີນ​ໄປ​ຫາ​ເຢຣູຊາ​ເລັມ​ໄດ້​ຖືກ​ສືບ​ຮູ້; ແລ້ວ (ຂໍ້​ທີ 33–34) ການ​ກະທຳ​ຂອງ​ພຣະຜູ້​ເປັນ​ເຈົ້າ​ທີ່​ຕໍ່​ຕ້ານ​ພວກ​ເຂົາ ໄດ້​ຖືກ​ບັນຍາຍ​ໄວ້​ເປັນ​ຄຳ​ອຸປະມາ.