ບົດທີ 21
ຍາດວົງຂອງເຢຊີ (ພຣະຄຣິດ) ຈະຕັດສິນດ້ວຍຄວາມຊອບທຳ—ຄວາມຮູ້ຂອງພຣະເຈົ້າຈະປົກຄຸມແຜ່ນດິນໂລກພາຍໃນພັນປີ—ພຣະຜູ້ເປັນເຈົ້າຈະຍົກຫລັກສັນຍານຂຶ້ນ ແລະ ເຕົ້າໂຮມອິດສະຣາເອນ—ປຽບທຽບກັບເອຊາຢາ 11. ປະມານ 559–545 ປີ ກ່ອນ ຄ.ສ.
1 ແລະ ຈະມີ ກກິ່ງໄມ້ອອກມາຈາກ ຂຍາດວົງຂອງ ຄເຢຊີ, ແລະ ຮຸ່ນໄມ້ຈະເກີດອອກມາຈາກຮາກຂອງເພິ່ນ.
2 ແລະ ກພຣະວິນຍານຂອງພຣະຜູ້ເປັນເຈົ້າຈະສະຖິດຢູ່ເທິງເພິ່ນ, ວິນຍານແຫ່ງປັນຍາ ແລະ ຄວາມເຂົ້າໃຈ, ວິນຍານແຫ່ງການແນະນຳ ແລະ ພະລັງ, ວິນຍານແຫ່ງຄວາມຮູ້ ແລະ ແຫ່ງຄວາມຢຳເກງພຣະຜູ້ເປັນເຈົ້າ;
3 ແລະ ຈະເຮັດໃຫ້ເພິ່ນມີຄວາມເຂົ້າໃຈຢ່າງວ່ອງໄວໃນຄວາມຢ້ານກົວພຣະຜູ້ເປັນເຈົ້າ; ແລະ ເພິ່ນຈະບໍ່ ກຕັດສິນຕາມສາຍຕາຂອງເພິ່ນ, ທັງຈະບໍ່ຕຳນິຕາມທີ່ຫູຂອງເພິ່ນ ໄດ້ຍິນ.
4 ແຕ່ເພິ່ນຈະຕັດສິນຄົນທຸກຍາກດ້ວຍ ກຄວາມຊອບທຳ, ແລະ ຂຕຳນິດ້ວຍຄວາມທ່ຽງທຳ ເພື່ອ ຄຄົນໃຈອ່ອນໂຍນຂອງແຜ່ນດິນໂລກ; ແລະ ປ້ອງກັນສິດທິຂອງຜູ້ທີ່ຕ່ຳຕ້ອຍ, ແຜ່ນດິນໂລກຈະຖືກຕີດ້ວຍຄຳສັ່ງຂອງເພິ່ນ, ແລະ ຄົນຊົ່ວກໍຈະຕາຍດ້ວຍຄຳຕັດສິນຂອງເພິ່ນ.
5 ແລະ ຄວາມຊອບທຳຈະເປັນຜ້າຄຽນແອວຂອງເພິ່ນ, ແລະ ຄວາມຊື່ສັດຈະເປັນຜ້າຄຽນ ກບັ້ນແອວຂອງເພິ່ນ.
6 ໝາປ່າຈະຢູ່ກັບລູກແກະ, ເສືອດາວຈະນອນຢູ່ນຳລູກແບ້, ແລະ ລູກງົວກັບສິງໜຸ່ມ ແລະ ລູກສັດອ້ວນ ຈະຢູ່ດ້ວຍກັນ; ແລະ ເດັກນ້ອຍຄົນໜຶ່ງຈະນຳພວກມັນໄປ.
7 ແລະ ງົວແມ່ກັບໝີຈະກິນນຳກັນ; ລູກຂອງພວກມັນກໍຈະນອນຢູ່ນຳກັນ; ແລະ ສິງຈະກິນເຟືອງເຂົ້າຄືກັນກັບງົວເຖິກ.
8 ແລະ ເດັກນ້ອຍກິນນົມຈະຫລິ້ນໃນຮູຂອງ ກງູພິດ, ແລະ ເດັກນ້ອຍທີ່ເຊົານົມ ຈະວາງມືຂອງເຂົາໃນກົງ ຂງູຮ້າຍ.
9 ພວກມັນຈະ ກບໍ່ທຳຮ້າຍ ຫລື ທຳລາຍໄປທົ່ວພູເຂົາອັນສັກສິດຂອງເຮົາ ເພາະແຜ່ນດິນໂລກຈະເຕັມໄປ ຂດ້ວຍຄວາມຮູ້ກ່ຽວກັບພຣະຜູ້ເປັນເຈົ້າເໝືອນດັ່ງທະເລທີ່ເຕັມໄປດ້ວຍນ້ຳ.
10 ແລະ ໃນ ກມື້ນັ້ນກະສັດອົງໃໝ່ຈາກ ຂຍາດວົງຂອງເຢຊີຈະເປັນສັນຍາລັກຂອງຊົນຊາດທັງຫລາຍ; ຄຄົນຕ່າງຊາດຈະສະແຫວງຫາ ງມັນ; ແລະ ການພັກຜ່ອນຂອງເພິ່ນຈະມີລັດສະໝີພາບ.
11 ແລະ ເຫດການຈະບັງເກີດຂຶ້ນໃນມື້ນັ້ນຄື ພຣະເຈົ້າຈະວາງພຣະຫັດລົງອີກເປັນເທື່ອ ກທີສອງ ເພື່ອນຳເອົາຜູ້ຄົນຂອງພຣະອົງທີ່ຍັງເຫລືອຢູ່ກັບມາຈາກອັດຊີເຣຍ, ແລະ ຈາກເອຢິບ, ແລະ ຈາກປັດໂຣ, ແລະ ຈາກກູເຊ, ແລະ ຈາກເອລາມ, ແລະ ຈາກຊີນາ, ແລະ ຈາກຮາມັດ, ແລະ ຈາກເກາະໃນທະເລ.
12 ແລະ ພຣະອົງຈະຕັ້ງ ກຫລັກສັນຍານຂຶ້ນໃຫ້ແກ່ປະຊາຊາດ ແລະ ຈະຊຸມນຸມອິດສະຣາເອນທີ່ ຂຖືກຂັບໄລ່ອອກໄປ ແລະ ຄເຕົ້າໂຮມຄົນຂອງຢູດາທີ່ກະຈັດກະຈາຍໄປເພື່ອເຂົ້າມາຈາກສີ່ທິດຂອງແຜ່ນດິນໂລກ.
13 ແລະ ກຄວາມອິດສາຂອງເອຟະຣາອີມຈະໝົດໄປ, ແລະ ຜູ້ປໍລະປັກຂອງຢູດາຈະຖືກຕັດອອກ; ຂເອຟະຣາອີມຈະບໍ່ອິດສາ ຄຢູດາ, ແລະ ຢູດາຈະບໍ່ລົບກວນເອຟະຣາອີມ.
14 ແຕ່ພວກເຂົາຈະ ກບິນລົງທີ່ບ່າຂອງຟີລິດສະຕິນທາງຕາເວັນຕົກ; ພວກເຂົາຈະຮ່ວມກັນປຸ້ນທາງຕາເວັນອອກ; ພວກເຂົາຈະຍຶດເອົາເອໂດມ ແລະໂມອາບ; ແລະ ລູກຫລານຂອງອຳໂມນຈະເຊື່ອຟັງພວກເຂົາ.
15 ແລະ ພຣະຜູ້ເປັນເຈົ້າຈະ ກທຳລາຍລີ້ນຂອງທະເລເອຢິບໃຫ້ໝົດສິ້ນ; ແລະ ດ້ວຍລົມອັນມີລິດເດດຂອງພຣະອົງ, ພຣະອົງຈະຍົກພຣະຫັດເທິງແມ່ນ້ຳ ແລະ ຈະຕີມັນໃຫ້ເປັນຮ່ອງນ້ຳເຈັດສາຍ ແລະ ໃຫ້ຄົນຂ້າມໄປໄດ້ໂດຍຕີນບໍ່ປຽກ.
16 ແລະ ຈະມີ ກທາງຫລວງຈາກອັດຊີເຣຍສຳລັບຜູ້ຄົນຂອງພຣະອົງທີ່ຍັງເຫລືອຢູ່ດັ່ງທີ່ມີຢູ່ສຳລັບອິດສະຣາເອນໃນວັນທີ່ພວກເຂົາຂຶ້ນມາຈາກແຜ່ນດິນເອຢິບ.