ພຣະ​ຄຳ​ພີ
2 ນີໄຟ 22


ບົດ​ທີ 22

ພາຍ​ໃນ​ພັນ​ປີ​ມະນຸດ​ທຸກ​ຄົນ​ຈະ​ສັນ​ລະ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ—ພຣະ​ອົງ​ຈະ​ຢູ່​ໃນ​ບັນ​ດາ​ພວກ​ເຂົາ—ປຽບ​ທຽບ​ກັບ​ເອຊາ​ຢາ 12. ປະ​ມານ 559–545 ປີ ກ່ອນ ຄ.ສ.

1 ແລະ ໃນ​ມື້​ນັ້ນ​ທ່ານ​ຈະ​ກ່າວ​ວ່າ: ໂອ້ ພຣະຜູ້ເປັນເຈົ້າ, ຂ້າ​ນ້ອຍ​ຈະ​ສັນ​ລະ​ເສີນ​ພຣະ​ອົງ; ເຖິງ​ແມ່ນ​ວ່າ ພຣະ​ອົງ​ຈະ​ພຣະ​ພິ​ໂລດ​ໃຫ້​ຂ້າ​ນ້ອຍ​ກໍ​ຕາມ ພຣະ​ພິ​ໂລດ​ຂອງ​ພຣະ​ອົງ​ຍັງ​ຫັນ​ກັບ​ໄປ, ແລະ ພຣະ​ອົງ​ປອບ​ໃຈ​ຂ້າ​ນ້ອຍ.

2 ຈົ່ງ​ເບິ່ງ, ພຣະ​ເຈົ້າ​ເປັນ​ຄວາມ​ລອດ​ຂອງ​ຂ້າ​ນ້ອຍ; ຂ້າ​ນ້ອຍ​ຈະ ວາງ​ໃຈ ແລະ ຈະ​ບໍ່​ຢ້ານ​ກົວ​ເພາະ​ພຣະ​ຜູ້​ເປັນ​ເຈົ້າ ພຣະ​ເຢ​ໂຮ​ວາ ເປັນ​ກຳ​ລັງ​ຂອງ​ຂ້າ​ນ້ອຍ ແລະ ບົດ​ເພງ​ຂອງ​ຂ້າ​ນ້ອຍ; ແລະ ພຣະ​ອົງ​ເປັນ​ຄວາມ​ລອດ​ຂອງ​ຂ້າ​ນ້ອຍ​ອີກ.

3 ສະນັ້ນ, ດ້ວຍ​ຄວາມ​ສຸກ ທ່ານ​ຈະ​ຕັກ ນ້ຳ​ຈາກ​ບໍ່​ແຫ່ງ​ຄວາມ​ລອດ.

4 ແລະ ໃນ​ມື້​ນັ້ນ​ທ່ານ​ຈະ​ກ່າວ​ວ່າ: ຈົ່ງ ສັນ​ລະ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ, ຈົ່ງ​ຮ້ອງ​ທູນ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ, ຈົ່ງ​ປະ​ກາດ​ການ​ກະ​ທຳ​ຂອງ​ພຣະ​ອົງ​ໃຫ້​ບັນ​ດາ​ຜູ້​ຄົນ​ທັງ​ຫລາຍ, ຈົ່ງ​ກ່າວ​ວ່າ​ພຣະ​ນາມ​ຂອງ​ພຣະ​ອົງ​ສູງ​ສົ່ງ.

5 ຈົ່ງ ຮ້ອງ​ເພງ​ສັນ​ລະ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ; ພຣະ​ອົງ​ຈະ​ເຮັດ​ສິ່ງ​ທີ່​ດີ​ເລີດ​ໃຫ້​ເລື່ອງ​ນີ້​ຮູ້​ກັນ​ທົ່ວ​ໄປ​ໃນ​ແຜ່ນ​ດິນ​ໂລກ.

6 ຜູ້​ອາ​ໄສ​ຂອງ​ຊີໂອນ​ເອີຍ, ຈົ່ງ ຮ້ອງ​ໂຮ ແລະ ຮ້ອງ​ເພງ​ດ້ວຍ​ຄວາມ​ຊື່ນ​ບານ; ເພາະ​ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດສະ​ຣາເອນ​ນັ້ນ​ຍິ່ງ​ໃຫຍ່​ໃນ​ທ່າມ​ກາງ​ຂອງ​ພວກ​ເຂົາ.