ພຣະ​ຄຳ​ພີ
2 ນີໄຟ 25


ບົດ​ທີ 25

ນີໄຟ​ພາກ​ພູມ​ໃຈ​ໃນ​ຄວາມ​ແຈ່ມ​ແຈ້ງ—ຄຳ​ທຳ​ນາຍ​ຂອງ​ເອຊາ​ຢາ​ຈະ​ເປັນ​ທີ່​ເຂົ້າ​ໃຈ​ໃນ​ຍຸກ​ສຸດ​ທ້າຍ—ຊາວ​ຢິວ​ຈະ​ກັບ​ຄືນ​ມາ​ຈາກ​ບາ​ບີ​ໂລນ, ຄຶງ​ພຣະ​ເມ​ຊີ​ອາ​ໄວ້​ເທິງ​ໄມ້​ກາງ​ແຂນ, ແລະ ກະ​ຈັດ​ກະ​ຈາຍ​ໄປ ແລະ ຖືກ​ຂ້ຽນ​ຕີ—ພວກ​ເຂົາ​ຈະ​ຖືກ​ນຳ​ກັບ​ຄືນ​ມາ​ໃໝ່​ເມື່ອ​ພວກ​ເຂົາ​ເຊື່ອ​ໃນ​ພຣະ​ເມ​ຊີ​ອາ—ພຣະ​ອົງ​ຈະ​ສະ​ເດັດ​ມາ​ເປັນ​ຄັ້ງ​ທຳ​ອິດ​ໃນ​ຫົກ​ຮ້ອຍ​ປີ​ຫລັງ​ຈາກ​ລີໄຮ​ໄດ້​ອອກ​ຈາກ​ເຢຣູ​ຊາເລັມ—ຊາວ​ນີໄຟ​ຮັກ​ສາ​ກົດ​ຂອງ​ໂມເຊ ແລະ ເຊື່ອ​ໃນ​ພຣະ​ຄຣິດ ຊຶ່ງ​ເປັນ​ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດສະ​ຣາເອນ. ປະ​ມານ 559–545 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ນີໄຟ​ຂໍ​ເວົ້າ​ໄວ້​ບາງ​ຢ່າງ​ກ່ຽວ​ກັບ​ຄຳ​ເວົ້າ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ບັນ​ທຶກ​ໄວ້, ຊຶ່ງ​ເວົ້າ​ອອກ​ຈາກ​ປາກ​ຂອງ​ເອຊາ​ຢາ. ເພາະ​ຈົ່ງ​ເບິ່ງ, ເອຊາ​ຢາ​ໄດ້​ເວົ້າ​ຫລາຍ​ເລື່ອງ​ຊຶ່ງ ຍາກ​ທີ່​ຈະ​ເຂົ້າ​ໃຈ​ສຳ​ລັບ​ຜູ້​ຄົນ​ຢ່າງ​ຫລວງ​ຫລາຍ​ຂອງ​ຂ້າ​ພະ​ເຈົ້າ; ເພາະ​ພວກ​ເຂົາ​ບໍ່​ຮູ້​ເຖິງ​ວິ​ທີ​ການ​ທຳ​ນາຍ​ໃນ​ບັນ​ດາ​ຊາວ​ຢິວ.

2 ເພາະ​ຂ້າ​ພະ​ເຈົ້າ​ນີໄຟ​ບໍ່​ໄດ້​ສິດ​ສອນ​ພວກ​ເຂົາ​ຫລາຍ​ເລື່ອງ​ກ່ຽວ​ກັບ​ວິ​ທີ​ຂອງ​ຊາວ​ຢິວ ເພາະ ວຽກ​ງານ​ຂອງ​ພວກ​ເຂົາ​ເປັນ​ວຽກ​ງານ​ແຫ່ງ​ຄວາມ​ມືດ, ແລະ ການ​ປະ​ຕິ​ບັດ​ຂອງ​ພວກ​ເຂົາ​ເປັນ​ການ​ປະ​ຕິ​ບັດ​ອັນ​ໜ້າ​ກຽດ​ຊັງ.

3 ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ​ຈຶ່ງ​ບັນ​ທຶກ​ເຖິງ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ ເຖິງ​ຄົນ​ທັງ​ປວງ​ໃນ​ເວລາ​ຕໍ່​ໄປ, ເພື່ອ​ຈະ​ໄດ້​ຮັບ​ເລື່ອງ​ເຫລົ່າ​ນີ້ ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ບັນ​ທຶກ​ໄວ້, ເພື່ອ​ພວກ​ເຂົາ​ຈະ​ໄດ້​ຮູ້​ຈັກ​ການ​ພິ​ພາກ​ສາ​ຂອງ​ພຣະ​ເຈົ້າ​ທີ່​ຈະ​ມາ​ເຖິງ​ປະ​ຊາ​ຊາດ​ທັງ​ປວງ​ຕາມ​ພຣະ​ຄຳ​ທີ່​ພຣະ​ອົງ​ໄດ້​ກ່າວ​ໄວ້.

4 ດັ່ງ​ນັ້ນ, ຈົ່ງ​ເຊື່ອ​ຟັງ​ເຖີດ, ໂອ້ ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ ຊຶ່ງ​ເປັນ​ຂອງ​ເຊື້ອ​ສາຍ​ອິດສະ​ຣາເອນ, ແລະ ຈົ່ງ​ຕັ້ງ​ໃຈ​ຟັງ​ຄຳ​ຂອງ​ຂ້າ​ພະ​ເຈົ້າ; ເພາະ​ເນື່ອງ​ຈາກ​ຄຳ​ເວົ້າ​ຂອງ​ເອຊາ​ຢາ​ບໍ່​ແຈ່ມ​ແຈ້ງ​ແກ່​ທ່ານ, ເຖິງ​ຢ່າງ​ໃດ​ກໍ​ຕາມ, ມັນ​ຍັງ​ແຈ່ມ​ແຈ້ງ​ແກ່​ຄົນ​ທັງ​ປວງ​ທີ່​ເຕັມ​ໄປ​ດ້ວຍ ວິນ​ຍານ​ແຫ່ງ ການ​ທຳ​ນາຍ. ແຕ່​ຂ້າ​ພະ​ເຈົ້າ​ໃຫ້​ຄຳ​ທຳ​ນາຍ​ແກ່​ທ່ານ​ເລື່ອງ​ໜຶ່ງ​ຕາມ​ວິນ​ຍານ​ທີ່​ມີ​ຢູ່​ກັບ​ຂ້າ​ພະ​ເຈົ້າ; ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ຈະ​ທຳ​ນາຍ​ໃຫ້ ແຈ່ມ​ແຈ້ງ​ຕາມ​ວິນ​ຍານ​ທີ່​ມີ​ຢູ່​ກັບ​ຂ້າ​ພະ​ເຈົ້າ ນັບ​ຕັ້ງ​ແຕ່​ເວລາ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ອອກ​ຈາກ​ເຢຣູ​ຊາເລັມ​ມາ​ກັບ​ບິດາ​ຂອງ​ຂ້າ​ພະ​ເຈົ້າ; ເພາະ​ຈົ່ງ​ເບິ່ງ, ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ເບີກ​ບານ​ໃນ​ຄວາມ​ແຈ່ມ​ແຈ້ງ​ທີ່​ມີ​ແກ່​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ຮຽນ​ຮູ້.

5 ແທ້​ຈິງ​ແລ້ວ, ແລະ ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ເບີກ​ບານ​ໃນ​ຄຳ​ເວົ້າ​ຂອງ ເອຊາ​ຢາ, ເພາະ​ຂ້າ​ພະ​ເຈົ້າ​ອອກ​ຈາກ​ເຢຣູ​ຊາເລັມ ແລະ ຕາ​ຂອງ​ຂ້າ​ພະ​ເຈົ້າ​ເຫັນ​ສິ່ງ​ຕ່າງໆ​ຂອງ ຊາວ​ຢິວ, ແລະ ຂ້າ​ພະ​ເຈົ້າ​ຮູ້​ວ່າ ຊາວ​ຢິວ​ເຂົ້າ​ໃຈ​ເລື່ອງ​ຂອງ​ສາດ​ສະ​ດາ, ແລະ ບໍ່​ມີ​ຄົນ​ອື່ນ​ໃດ​ທີ່​ເຂົ້າ​ໃຈ​ເລື່ອງ​ນີ້ ຊຶ່ງ​ໄດ້​ເວົ້າ​ໄວ້​ກັບ​ຊາວ​ຢິວ​ເໝືອນ​ກັບ​ພວກ​ເຂົາ, ນອກ​ຈາກ​ພວກ​ເຂົາ​ຈະ​ໄດ້​ຮັບ​ການ​ສິດ​ສອນ​ມາ​ຕາມ​ວິ​ທີ​ອັນ​ເປັນ​ເລື່ອງ​ຂອງ​ຊາວ​ຢິວ.

6 ແຕ່​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ນີໄຟ​ບໍ່​ໄດ້​ສິດ​ສອນ​ລູກ​ຫລານ​ຂອງ​ຂ້າ​ພະ​ເຈົ້າ​ຕາມ​ວິ​ທີ​ຂອງ​ຊາວ​ຢິວ; ແຕ່​ຈົ່ງ​ເບິ່ງ ຂ້າ​ພະ​ເຈົ້າ​ເອງ​ຢູ່​ທີ່​ເຢຣູ​ຊາເລັມ, ດັ່ງ​ນັ້ນ​ຂ້າ​ພະ​ເຈົ້າ​ຈຶ່ງ​ຮູ້​ຈັກ​ກ່ຽວ​ກັບ​ພາກ​ພື້ນ​ຕ່າງໆ​ໂດຍ​ອ້ອມ​ຮອບ; ແລະ ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ລູກ​ຫລານ​ຂອງ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ການ​ພິ​ພາກ​ສາ​ຂອງ​ພຣະ​ເຈົ້າ ຊຶ່ງ​ໄດ້ ເກີດ​ຂຶ້ນ​ແລ້ວ​ກັບ​ບັນ​ດາ​ຊາວ​ຢິວ​ມາ​ເຖິງ​ລູກ​ຫລານ​ຂອງ​ຂ້າ​ພະ​ເຈົ້າ​ຕາມ​ເລື່ອງ​ທັງ​ໝົດ​ທີ່​ເອຊາ​ຢາ​ເວົ້າ​ໄວ້ ແລະ ຂ້າ​ພະ​ເຈົ້າ​ບໍ່​ໄດ້​ບັນ​ທຶກ​ໄວ້.

7 ແຕ່​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ເລີ່ມ​ດ້ວຍ​ການ​ທຳ​ນາຍ​ຂອງ​ຂ້າ​ພະ​ເຈົ້າ​ເອງ​ຕາມ ຄວາມ​ແຈ່ມ​ແຈ້ງ​ຂອງ​ຂ້າ​ພະ​ເຈົ້າ; ຊຶ່ງ​ໃນ​ນັ້ນ​ຂ້າ​ພະ​ເຈົ້າ​ຮູ້​ວ່າ ບໍ່​ມີ​ໃຜ​ກະ​ທຳ​ຜິດ​ໄດ້; ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ວັນ​ທີ່​ຄຳ​ທຳ​ນາຍ​ຂອງ​ເອຊາ​ຢາ​ຈະ​ເປັນ​ຄວາມ​ຈິງ​ນັ້ນ ມະນຸດ​ຈະ​ຮູ້​ຈັກ​ຢ່າງ​ແນ່​ນອນ​ເຖິງ​ເວລາ​ເມື່ອ​ມັນ​ຈະ​ບັງ​ເກີດ​ຂຶ້ນ.

8 ດັ່ງ​ນັ້ນ, ມັນ​ຈຶ່ງ ມີ​ຄຸນ​ຄ່າ​ຕໍ່​ລູກ​ຫລານ​ມະນຸດ ແລະ ຄົນ​ທີ່​ຄິດ​ວ່າ​ມັນ​ບໍ່​ມີ​ຄຸນ​ຄ່າ, ຂ້າ​ພະ​ເຈົ້າ​ຈະ​ເວົ້າ​ກັບ​ພວກ​ເຂົາ​ໂດຍ​ສະ​ເພາະ ແລະ ເຈາະ​ຈົງ​ຖ້ອຍ​ຄຳ​ເຫລົ່າ​ນີ້​ເຖິງ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ ເອງ; ເພາະ​ຂ້າ​ພະ​ເຈົ້າ​ຮູ້​ວ່າ​ມັນ​ຈະ​ມີ​ຄຸນ​ຄ່າ​ໃຫຍ່​ຫລວງ​ກັບ​ພວກ​ເຂົາ​ໃນ ຍຸກ​ສຸດ​ທ້າຍ; ເພາະ​ໃນ​ມື້​ນັ້ນ​ພວກ​ເຂົາ​ຈະ​ເຂົ້າ​ໃຈ​ມັນ; ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ບັນ​ທຶກ​ມັນ​ໄວ້​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ພວກ​ເຂົາ.

9 ແລະ ຄື​ກັນ​ກັບ​ລຸ້ນ​ໜຶ່ງ​ຖືກ ທຳ​ລາຍ​ໄປ​ແລ້ວ​ໃນ​ບັນ​ດາ​ຊາວ​ຢິວ ເພາະ​ຄວາມ​ຊົ່ວ​ຮ້າຍ, ດັ່ງ​ນັ້ນ ພວກ​ເຂົາ​ຈຶ່ງ​ຖືກ​ທຳ​ລາຍ​ຈາກ​ລຸ້ນ​ສູ່​ລຸ້ນ ຕາມ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ; ແລະ ບໍ່​ມີ​ໃຜ​ພາຍ​ໃນ​ພວກ​ເຂົາ​ເຄີຍ​ຖືກ​ທຳ​ລາຍ​ນອກ​ຈາກ​ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ ບອກ​ພວກ​ເຂົາ​ໄວ້​ລ່ວງ​ໜ້າ.

10 ດັ່ງ​ນັ້ນ ມັນ​ຖືກ​ບອກ​ແກ່​ພວກ​ເຂົາ​ແລ້ວ​ກ່ຽວ​ກັບ​ຄວາມ​ພິນາດ ຊຶ່ງ​ຈະ​ເກີດ​ກັບ​ພວກ​ເຂົາ​ໃນ​ທັນ​ທີ​ຫລັງ​ຈາກ​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ອອກ​ຈາກ​ເຢຣູ​ຊາເລັມ​ມາ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກ​ເຂົາ​ຍັງ​ເຮັດ​ໃຈ​ແຂງ​ກະ​ດ້າງ; ແລະ ຕາມ​ການ​ທຳ​ນາຍ​ຂອງ​ຂ້າ​ພະ​ເຈົ້າ, ພວກ​ເຂົາ​ຈຶ່ງ​ຖືກ ທຳ​ລາຍ, ເວັ້ນ​ເສຍ​ແຕ່​ພວກ​ທີ່​ຖືກ ພາ​ໄປ​ເປັນ​ຊະ​ເລີຍ​ໃນ​ບາ​ບີ​ໂລນ.

11 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ເວົ້າ​ເລື່ອງ​ນີ້ ເພາະ​ວິນ​ຍານ​ຊຶ່ງ​ຢູ່​ໃນ​ຂ້າ​ພະ​ເຈົ້າ. ແລະ ທັງ​ທີ່​ພວກ​ເຂົາ​ຖືກ​ພາ​ໄປ​ແລ້ວ ພວກ​ເຂົາ​ກໍ​ຈະ​ກັບ​ມາ​ອີກ ແລະ ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ​ເຢຣູ​ຊາເລັມ; ດັ່ງ​ນັ້ນ, ພວກ​ເຂົາ​ຈຶ່ງ​ຈະ​ຖືກ ນຳ​ກັບ​ຄືນ​ໄປ​ຫາ​ແຜ່ນ​ດິນ ຊຶ່ງ​ເປັນ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຂົາ​ອີກ.

12 ແຕ່​ຈົ່ງ​ເບິ່ງ, ພວກ​ເຂົາ​ຈະ​ມີ​ສົງ​ຄາມ ແລະ ຂ່າວ​ລື​ເລື່ອງ​ສົງ​ຄາມ; ແລະ ເມື່ອ​ວັນ​ນັ້ນ​ຈະ​ມາ​ເຖິງ​ທີ່ ພຣະ​ອົງ​ດຽວ​ທີ່​ຖື​ກຳເນີດ​ຈາກ​ພຣະ​ບິດາ, ແທ້​ຈິງ​ແລ້ວ, ແມ່ນ​ພຣະ​ບິດາ​ແຫ່ງ​ສະຫວັນ ແລະ ແຫ່ງ​ແຜ່ນ​ດິນ​ໂລກ​ຈະ​ສະແດງ​ພຣະ​ອົງ​ເອງ​ໃຫ້​ປະຈັກ​ແກ່​ພວກ​ເຂົາ​ໃນ​ເນື້ອ​ໜັງ, ຈົ່ງ​ເບິ່ງ, ພວກ​ເຂົາ​ຈະ​ປະ​ຕິ​ເສດ​ພຣະ​ອົງ​ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ ແລະ ຄວາມ​ແຂງ​ກະ​ດ້າງ​ຂອງ​ໃຈ​ຂອງ​ພວກ​ເຂົາ ແລະ ຄວາມ​ແຂງ​ຄໍ​ຂອງ​ພວກ​ເຂົາ.

13 ຈົ່ງ​ເບິ່ງ, ພວກ​ເຂົາ​ຈະ ຄຶງ​ພຣະ​ອົງ​ໄວ້​ເທິງ​ໄມ້​ກາງ​ແຂນ; ແລະ ຫລັງ​ຈາກ​ພຣະ​ອົງ​ຖືກ​ວາງ​ໄວ້​ໃນ ອຸບ​ມຸງ ສາມ​ມື້, ພຣະ​ອົງ​ຈະ ລຸກ​ຂຶ້ນ​ຈາກ​ຄວາມ​ຕາຍ​ໂດຍ​ອຳນາດ​ແຫ່ງ​ການ​ປິ່ນ​ປົວ​ຂອງ​ພຣະ​ອົງ ແລະ ຄົນ​ທັງ​ປວງ​ທີ່​ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ​ຈະ​ລອດ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ. ດັ່ງ​ນັ້ນ, ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ຈຶ່ງ​ເບີກ​ບານ​ທີ່​ຈະ​ທຳ​ນາຍ​ກ່ຽວ​ກັບ​ພຣະ​ອົງ​ເພາະ​ວ່າ​ຂ້າ​ພະ​ເຈົ້າ ເຫັນ​ວັນ​ຂອງ​ພຣະ​ອົງ​ແລ້ວ, ແລະ ໃຈ​ຂອງ​ຂ້າ​ພະ​ເຈົ້າ​ເທີດ​ທູນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ.

14 ແລະ ຈົ່ງ​ເບິ່ງ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ ພຣະ​ເມ​ຊີ​ອາ​ລຸກ​ຂຶ້ນ​ຈາກ​ຄວາມ​ຕາຍ​ແລ້ວ, ແລະ ໄດ້​ສະແດງ​ພຣະ​ອົງ​ເອງ​ໃຫ້​ປະຈັກ​ແກ່​ຜູ້​ຄົນ​ຂອງ​ພຣະ​ອົງ, ແລະ ແກ່​ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ຈະ​ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ​ແລ້ວ, ຈົ່ງ​ເບິ່ງ, ເຢຣູ​ຊາເລັມ​ຈະ​ຖືກ ທຳ​ລາຍ​ອີກ; ເພາະ​ວິບັດ​ແກ່​ຜູ້​ທີ່​ຕໍ່​ສູ້​ກັບ​ພຣະ​ເຈົ້າ ແລະ ຜູ້​ຄົນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ.

15 ດັ່ງ​ນັ້ນ, ຊາວ​ຢິວ​ຈະ ກະ​ຈັດ​ກະ​ຈາຍ​ໄປ​ໃນ​ບັນ​ດາ​ປະ​ຊາ​ຊາດ​ທັງ​ປວງ; ແທ້​ຈິງ​ແລ້ວ, ບາ​ບີ​ໂລນ​ຈະ​ຖືກ​ທຳ​ລາຍ​ຄື​ກັນ; ດັ່ງ​ນັ້ນ, ຊາວ​ຢິວ​ຈະ​ກະ​ຈັດ​ກະ​ຈາຍ​ໄປ​ຍ້ອນ​ປະ​ຊາ​ຊາດ​ອື່ນໆ.

16 ແລະ ຫລັງ​ຈາກ​ພວກ​ເຂົາ​ຖືກ​ກະ​ຈັດ​ກະ​ຈາຍ​ໄປ​ແລ້ວ ແລະ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຂ້ຽນ​ຕີ​ພວກ​ເຂົາ​ໂດຍ​ປະ​ຊາ​ຊາດ​ອື່ນໆ​ເປັນ​ເວລາ​ຫລາຍ​ລຸ້ນ​ຄົນ, ແທ້​ຈິງ​ແລ້ວ, ຈາກ​ລຸ້ນ​ສູ່​ລຸ້ນ ຈົນ​ວ່າ​ພວກ​ເຂົາ​ຈະ​ຖືກ​ຊັກ​ຊວນ​ໃຫ້ ເຊື່ອ​ໃນ​ພຣະ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ແລະ ການ​ຊົດ​ໃຊ້​ທີ່​ບໍ່​ມີ​ຂອບ​ເຂດ​ເພື່ອ​ມະນຸດ​ຊາດ​ທັງ​ປວງ—​ແລະ ມື້​ນັ້ນ​ຈະ​ມາ​ເຖິງ ເມື່ອ​ພວກ​ເຂົາ​ຈະ​ເຊື່ອ​ໃນ​ພຣະ​ຄຣິດ, ແລະ ນະມັດ​ສະການ​ພຣະ​ບິດາ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ​ດ້ວຍ​ໃຈ​ທີ່​ບໍ​ລິ​ສຸດ ແລະ ມື​ທີ່​ສະອາດ, ແລະ ບໍ່​ຊອກ​ຫາ​ພຣະ​ເມ​ຊີ​ອາ​ອົງ​ອື່ນ​ອີກ​ຕໍ່​ໄປ, ເມື່ອ​ໃນ​ເວລາ​ນັ້ນ ມື້​ຈະ​ມາ​ເຖິງ​ທີ່​ສົມ​ຄວນ​ເມື່ອ​ພວກ​ເຂົາ​ຈະ​ຕ້ອງ​ເຊື່ອ​ສິ່ງ​ເຫລົ່າ​ນີ້.

17 ແລະ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຍົກ​ພຣະ​ຫັດ​ອີກ​ເປັນ​ຄັ້ງ​ທີ​ສອງ​ເພື່ອ ນຳ​ເອົາ​ຜູ້​ຄົນ​ຂອງ​ພຣະ​ອົງ​ກັບ​ຄືນ​ມາ​ຈາກ​ການ​ຫລົງ​ທາງ ແລະ ສະພາບ​ຂອງ​ການ​ຕົກ. ດັ່ງ​ນັ້ນ, ພຣະ​ອົງ​ຈະ ເລີ່ມ​ທຳ​ງານ​ແປກ​ປະ​ຫລາດ ແລະ ອັດ​ສະ​ຈັນ ໃນ​ບັນ​ດາ​ລູກ​ຫລານ​ມະນຸດ.

18 ດັ່ງ​ນັ້ນ, ພຣະ​ອົງ​ຈະ​ນຳ​ເອົາ ພຣະ​ຄຳ​ຂອງ​ພຣະ​ອົງ​ອອກ​ມາ​ໃຫ້​ພວກ​ເຂົາ, ຊຶ່ງ​ພຣະ​ຄຳ​ນັ້ນ​ຈະ ພິ​ພາກ​ສາ​ພວກ​ເຂົາ​ໃນ​ວັນ​ສຸດ​ທ້າຍ ເພາະ​ຈະ​ປະທານ​ພຣະ​ຄຳ​ໃຫ້​ພວກ​ເຂົາ​ດ້ວຍ​ຈຸດ​ປະສົງ​ທີ່​ຈະ​ໃຫ້​ພວກ​ເຂົາ ຄຳ​ນຶງ​ເຖິງ​ພຣະ​ເມ​ຊີ​ອາ​ອົງ​ແທ້​ຈິງ, ຜູ້​ທີ່​ຖືກ​ພວກ​ເຂົາ​ປະ​ຕິ​ເສດ; ແລະ ເພື່ອ​ໃຫ້​ແນ່​ໃຈ​ຕໍ່​ພວກ​ເຂົາ​ວ່າ ພວກ​ເຂົາ​ບໍ່​ຈຳ​ເປັນ​ຕ້ອງ​ຊອກ​ຫາ​ພຣະ​ເມ​ຊີ​ອາ​ທີ່​ຈະ​ສະ​ເດັດ​ມາ​ຕໍ່​ໄປ​ອີກ, ເພາະ​ຈະ​ບໍ່​ມີ​ອົງ​ໃດ​ສະ​ເດັດ​ມາ​ນອກ​ຈາກ​ຈະ​ເປັນ ພຣະ​ເມ​ຊີ​ອາ​ປອມ; ຊຶ່ງ​ຈະ​ຫລອກ​ລວງ​ຜູ້​ຄົນ​ເພາະ​ວ່າ​ມີ​ພຣະ​ເມ​ຊີ​ອາ​ອົງ​ດຽວ​ທີ່​ສາດ​ສະ​ດາ​ໄດ້​ເວົ້າ​ເຖິງ, ແລະ ພຣະ​ເມ​ຊີ​ອາ​ອົງ​ນັ້ນ​ຄື ພຣະ​ອົງ​ຈະ​ຖືກ​ຊາວ​ຢິວ​ປະ​ຕິ​ເສດ.

19 ເພາະ​ຕາມ​ຄຳ​ຂອງ​ສາດ​ສະ​ດາ​ເວົ້າ​ແລ້ວ ພຣະ​ເມ​ຊີ​ອາ​ຈະ​ສະ​ເດັດ​ມາ​ພາຍ​ໃນ ຫົກ​ຮ້ອຍ​ປີ​ນັບ​ແຕ່​ເວລາ​ທີ່​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ໜີ​ອອກ​ຈາກ​ເຢຣູ​ຊາເລັມ​ມາ; ແລະ ຕາມ​ຄຳ​ເວົ້າ​ຂອງ​ສາດ​ສະ​ດາ ແລະ ຄຳ​ເວົ້າ​ຂອງ ທູດ​ຂອງ​ພຣະ​ເຈົ້າ​ຄື​ກັນ, ພຣະ​ນາມ​ຂອງ​ພຣະ​ອົງ​ຈະ​ເປັນ​ພຣະ​ເຢຊູ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ.

20 ແລະ ບັດ​ນີ້, ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ມາ​ແລ້ວ​ຢ່າງ​ແຈ່ມ​ແຈ້ງ ເພື່ອ​ພວກ​ທ່ານ​ຈະ​ເຂົ້າ​ໃຈ​ຜິດ​ບໍ່​ໄດ້, ແລະ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພຣະ​ຊົນ​ສັນ​ໃດ ຜູ້​ຊຶ່ງ​ໄດ້ ນຳ​ພາ​ອິດສະ​ຣາເອນ​ອອກ​ຈາກ​ແຜ່ນ​ດິນ​ເອຢິບ ແລະ ປະທານ​ອຳນາດ​ໃຫ້​ໂມເຊ ເພື່ອ​ເພິ່ນ​ຈະ ປິ່ນ​ປົວ​ຜູ້​ຄົນ​ເວລາ​ພວກ​ເຂົາ​ຖືກ​ງູ​ພິດ​ຕອດ, ຖ້າ​ພວກ​ເຂົາ​ຫລຽວ​ເບິ່ງ ງູ​ທີ່​ຍົກ​ຂຶ້ນ​ຢູ່​ຕໍ່​ໜ້າ​ເຂົາ ແລະ ປະທານ​ອຳນາດ​ໃຫ້​ເພິ່ນ​ອີກ ເພື່ອ​ເພິ່ນ​ຈະ​ໄດ້ ຕີ​ຫີນ ແລະ ນ້ຳ​ໄດ້​ໄຫລ​ອອກ​ມາ; ແທ້​ຈິງ​ແລ້ວ, ຈົ່ງ​ເບິ່ງ ຂ້າ​ພະ​ເຈົ້າ​ຂໍ​ເວົ້າ​ກັບ​ພວກ​ທ່ານ​ວ່າ ຕາບ​ໃດ​ສິ່ງ​ເຫລົ່າ​ນີ້​ເປັນ​ຄວາມ​ຈິງ ແລະ ຕາບ​ໃດ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່ ຈະ​ບໍ່​ມີ ນາມ​ອື່ນ​ໃດ​ປະທານ​ໃຫ້​ພາຍ​ໃຕ້​ສະຫວັນ​ສັນ​ນັ້ນ ນອກ​ຈາກ​ຈະ​ເປັນ​ພຣະ​ເຢຊູ​ຄຣິດ​ອົງ​ນີ້, ອົງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ມາ​ແລ້ວ, ຊຶ່ງ​ໂດຍ​ພຣະ​ນາມ​ນີ້​ມະນຸດ​ຈະ​ລອດ​ໄດ້.

21 ດັ່ງ​ນັ້ນ, ດ້ວຍ​ເຫດ​ນີ້ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ສັນ​ຍາ​ກັບ​ຂ້າ​ພະ​ເຈົ້າ​ວ່າ ສິ່ງ​ເຫລົ່າ​ນີ້​ທີ່​ຂ້າ​ພະ​ເຈົ້າ ບັນ​ທຶກ ຈະ​ຖືກ​ເກັບ​ມ້ຽນ ແລະ ຮັກ​ສາ​ໄວ້, ແລະ ມອບ​ຕໍ່ໆ​ກັນ​ໄປ​ໃຫ້​ລູກ​ຫລານ​ຂອງ​ຂ້າ​ພະ​ເຈົ້າ​ຈາກ​ລຸ້ນ​ສູ່​ລຸ້ນ, ເພື່ອ​ຄຳ​ສັນ​ຍາ​ຈະ​ໄດ້​ສຳ​ເລັດ​ກັບ​ໂຢເຊັບ​ຄື ລູກ​ຫລານ​ຂອງ​ເພິ່ນ​ຈະ​ບໍ່ ຕາຍ​ເລີຍ​ຕາບ​ໃດ​ທີ່​ແຜ່ນ​ດິນ​ໂລກ​ຍັງ​ຕັ້ງ​ຢູ່.

22 ດັ່ງ​ນັ້ນ, ສິ່ງ​ເຫລົ່າ​ນີ້​ຈະ​ໄປ​ຈາກ​ລຸ້ນ​ສູ່​ລຸ້ນ ຕາບ​ໃດ​ແຜ່ນ​ດິນ​ໂລກ​ຍັງ​ຕັ້ງ​ຢູ່ ແລະ ຈະ​ໄປ​ຕາມ​ພຣະ​ປະສົງ ແລະ ຄວາມ​ພໍ​ພຣະ​ໄທ​ຂອງ​ພຣະ​ເຈົ້າ; ແລະ ປະ​ຊາ​ຊາດ​ຜູ້​ຈະ​ໄດ້​ເປັນ​ເຈົ້າ​ຂອງ ຈະ​ໄດ້​ຖືກ ພິ​ພາກ​ສາ​ຕາມ​ຂໍ້​ຄວາມ​ທີ່​ໄດ້​ບັນ​ທຶກ​ໄວ້.

23 ເພາະ​ພວກ​ເຮົາ​ເຮັດ​ການ​ຢ່າງ​ພາກ​ພຽນ​ທີ່​ຈະ​ບັນ​ທຶກ ແລະ ຈະ ຊັກ​ຊວນ​ລູກ​ຫລານ​ຂອງ​ພວກ​ເຮົາ ແລະ ພີ່​ນ້ອງ​ຂອງ​ພວກ​ເຮົາ​ອີກ​ໃຫ້​ເຊື່ອ​ໃນ​ພຣະ​ຄຣິດ ແລະ ໃຫ້​ທຳ​ຕົນ​ປອງ​ດອງ​ກັບ​ພຣະ​ເຈົ້າ ເພາະ​ພວກ​ເຮົາ​ຮູ້​ວ່າ ຫລັງ​ຈາກ​ພວກ​ເຮົາ ເຮັດ​ທຸກ​ຢ່າງ​ໄດ້​ແລ້ວ ໂດຍ ພຣະ​ຄຸນ​ພວກ​ເຮົາ​ຈຶ່ງ​ລອດ.

24 ແລະ ທັງ​ທີ່​ພວກ​ເຮົາ​ເຊື່ອ​ຖື​ໃນ​ພຣະ​ຄຣິດ, ພວກ​ເຮົາ​ຍັງ ຮັກ​ສາ​ກົດ​ຂອງ​ໂມເຊ ແລະ ລະ​ນຶກ​ຫາ​ພຣະ​ຄຣິດ​ດ້ວຍ​ຄວາມ​ຕັ້ງ​ໃຈ​ຈົນ​ກວ່າ​ກົດ​ຈະ​ສຳ​ເລັດ.

25 ເພາະ​ວ່າ ກົດ​ປະທານ​ໃຫ້​ເພື່ອ​ຈຸດ​ມຸ້ງ​ໝາຍ​ນີ້; ດັ່ງ​ນັ້ນ ກົດ​ຈຶ່ງ ຕາຍ​ສຳ​ລັບ​ພວກ​ເຮົາ, ແລະ ພວກ​ເຮົາ​ຈະ​ເຮັດ​ໃຫ້​ມີ​ຊີ​ວິດ​ໃນ​ພຣະ​ຄຣິດ​ເພາະ​ສັດທາ​ຂອງ​ພວກ​ເຮົາ; ພວກ​ເຮົາ​ກໍ​ຍັງ​ຮັກ​ສາ​ກົດ​ໄວ້ ເພາະ​ພຣະ​ບັນ​ຍັດ.

26 ແລະ ພວກ​ເຮົາ ເວົ້າ​ເຖິງ​ພຣະ​ຄຣິດ, ພວກ​ເຮົາ​ປິ​ຕິ​ຍິນ​ດີ​ໃນ​ພຣະ​ຄຣິດ, ພວກ​ເຮົາ​ສັ່ງ​ສອນ​ເລື່ອງ​ພຣະ​ຄຣິດ, ພວກ​ເຮົາ ທຳ​ນາຍ​ເຖິງ​ພຣະ​ຄຣິດ, ແລະ ພວກ​ເຮົາ​ບັນ​ທຶກ​ຕາມ​ຄຳ​ທຳ​ນາຍ​ຂອງ​ພວກ​ເຮົາ ເພື່ອ ລູກ​ຫລານ​ຂອງ​ພວກ​ເຮົາ ຈະ​ໄດ້​ຮູ້​ວ່າ ພວກ​ເຂົາ​ຈະ​ຫລຽວ​ຫາ​ແຫລ່ງ​ໃດ​ເພື່ອ ການ​ປົດ​ບາບ​ຂອງ​ພວກ​ເຂົາ.

27 ດັ່ງ​ນັ້ນ, ພວກ​ເຮົາ​ຈຶ່ງ​ເວົ້າ​ກ່ຽວ​ກັບ​ກົດ ເພື່ອ​ລູກ​ຫລານ​ຂອງ​ພວກ​ເຮົາ​ຈະ​ໄດ້​ຮູ້​ຈັກ​ຄວາມ​ຕາຍ​ຂອງ​ກົດ ແລະ ພວກ​ເຂົາ​ໂດຍ​ທີ່​ຮູ້​ຈັກ​ຄວາມ​ຕາຍ​ຂອງ​ກົດ​ແລ້ວ, ຈຶ່ງ​ໄດ້​ມຸ້ງ​ຫາ​ຊີ​ວິດ​ນັ້ນ​ຊຶ່ງ​ມີ​ຢູ່​ໃນ​ພຣະ​ຄຣິດ ແລະ ຮູ້​ວ່າ​ມີ​ກົດ​ເພື່ອ​ຈຸດ​ມຸ້ງ​ໝາຍ​ອັນ​ໃດ ແລະ ເພື່ອ​ພວກ​ເຂົາ​ບໍ່​ຄວນ​ຈະ​ເຮັດ​ໃຈ​ແຂງ​ກະ​ດ້າງ​ຕໍ່​ພຣະ​ອົງ ເມື່ອ​ຄວນ​ຈະ​ຍົກ​ເລີກ​ກົດ​ຫລັງ​ຈາກ​ກົດ​ສຳ​ເລັດ​ໃນ​ພຣະ​ຄຣິດ​ແລ້ວ.

28 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ, ພວກ​ທ່ານ​ເປັນ​ຄົນ ແຂງ​ຄໍ; ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ເວົ້າ​ກັບ​ພວກ​ທ່ານ​ຢ່າງ​ແຈ່ມ​ແຈ້ງ​ເພື່ອ​ພວກ​ທ່ານ​ຈະ​ເຂົ້າ​ໃຈ​ຜິດ​ບໍ່​ໄດ້. ແລະ ຂໍ້​ຄວາມ​ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ໄວ້​ຈະ​ຢືນ​ເປັນ ປະຈັກ​ພະຍານ​ກ່າວ​ໂທດ​ພວກ​ທ່ານ; ເພາະ​ວ່າ​ມັນ​ພຽງ​ພໍ​ທີ່​ຈະ ສິດ​ສອນ​ທາງ​ທີ່​ຖືກ​ຕ້ອງ​ໃຫ້​ຜູ້​ໃດ​ຜູ້​ໜຶ່ງ​ເພາະ​ທາງ​ທີ່​ຖືກ​ຕ້ອງ​ຄື ເຊື່ອ​ໃນ​ພຣະ​ຄຣິດ ແລະ ບໍ່​ປະ​ຕິ​ເສດ​ພຣະ​ອົງ; ເພາະ​ໂດຍ​ການ​ປະ​ຕິ​ເສດ​ພຣະ​ອົງ ພວກ​ທ່ານ​ກໍ​ປະ​ຕິ​ເສດ​ສາດ​ສະ​ດາ ແລະ ກົດ​ນຳ​ອີກ.

29 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຂໍ​ເວົ້າ​ກັບ​ພວກ​ທ່ານ​ວ່າ ທາງ​ທີ່​ຖືກ​ຕ້ອງ​ຄື ເຊື່ອ​ໃນ​ພຣະ​ຄຣິດ ແລະ ບໍ່​ປະ​ຕິ​ເສດ​ພຣະ​ອົງ; ແລະ ພຣະ​ຄຣິດ​ຄື ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດສະ​ຣາເອນ; ດັ່ງ​ນັ້ນ ພວກ​ທ່ານ​ຈຶ່ງ​ຕ້ອງ​ກາບ​ລົງ​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ ແລະ ນະມັດ​ສະການ​ພຣະ​ອົງ​ດ້ວຍ​ສຸດ ພະ​ລັງ, ຄວາມ​ຄິດ, ແລະ ກຳ​ລັງ​ຂອງ​ພວກ​ທ່ານ, ແລະ ທັງ​ຈິດ​ວິນ​ຍານ​ຂອງ​ພວກ​ທ່ານ, ແລະ ຖ້າ​ຫາກ​ພວກ​ທ່ານ​ເຮັດ​ແບບ​ນີ້; ພວກ​ທ່ານ​ຈະ​ບໍ່​ມີ​ທາງ​ຖືກ​ຂັບ​ໄລ່​ອອກ​ໄປ.

30 ແລະ ຕາບ​ໃດ​ທີ່​ມັນ​ຍັງ​ສົມ​ຄວນ, ພວກ​ທ່ານ​ຕ້ອງ​ຮັກ​ສາ​ການ​ປະ​ຕິ​ບັດ ແລະ ພິ​ທີ​ການ​ຕ່າງໆ​ຂອງ​ພຣະ​ເຈົ້າ​ຈົນ​ກວ່າ​ກົດ​ທີ່​ປະທານ​ໃຫ້​ໂມເຊ​ຈະ​ສຳ​ເລັດ.