ພຣະ​ຄຳ​ພີ
2 ນີໄຟ 28


ບົດ​ທີ 28

ສາດ​ສະ​ໜາ​ຈັກ​ທີ່​ບໍ່​ຖືກ​ຕ້ອງ​ຈະ​ຖືກ​ສະຖາ​ປະນາ​ຂຶ້ນ​ໃນ​ຍຸກ​ສຸດ​ທ້າຍ—ພວກ​ເຂົາ​ຈະ​ສິດ​ສອນ​ຄຳ​ສອນ​ທີ່​ຜິດ, ບໍ່​ມີ​ປະ​ໂຫຍດ, ແລະ ໂງ່​ຈ້າ—ຈະ​ມີ​ການ​ປະ​ຖິ້ມ​ຄວາມ​ເຊື່ອ​ຢູ່​ທົ່ວ​ໄປ​ຍ້ອນ​ຜູ້​ສອນ​ປອມ—ມານ​ຈະ​ເຮັດ​ໃຫ້​ໃຈ​ຂອງ​ຄົນ​ໂຫດ​ຮ້າຍ—ມັນ​ຈະ​ສິດ​ສອນ​ຄຳ​ສອນ​ທີ່​ຜິດ​ໃນ​ທຸກ​ວິ​ທີ​ທາງ. ປະ​ມານ 559–545 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້, ຈົ່ງ​ເບິ່ງ​ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ພວກ​ທ່ານ​ແລ້ວ​ຕາມ​ທີ່​ພຣະ​ວິນ​ຍານ​ບັນ​ຊາ​ຂ້າ​ພະ​ເຈົ້າ; ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ​ຈຶ່ງ​ຮູ້​ວ່າ​ມັນ​ຕ້ອງ​ເກີດ​ຂຶ້ນ​ຢ່າງ​ແນ່​ນອນ.

2 ແລະ ເລື່ອງ​ຂອງ​ມັນ​ຈະ​ຖືກ​ບັນ​ທຶກ​ອອກ​ຈາກ ໜັງ​ສື ຊຶ່ງ ມີ​ຄຸນ​ຄ່າ ຢ່າງ​ໃຫຍ່​ຫລວງ​ຕໍ່​ລູກ​ຫລານ​ມະນຸດ, ແລະ ໂດຍ​ສະ​ເພາະ​ກັບ​ລູກ​ຫລານ​ຂອງ​ພວກ​ເຮົາ, ຊຶ່ງ​ເປັນ​ສ່ວນ​ໜຶ່ງ​ທີ່​ເຫລືອ​ຢູ່​ຂອງ​ເຊື້ອ​ສາຍ​ອິດສະ​ຣາເອນ.

3 ເພາະ​ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ໃນ​ມື້​ນັ້ນ​ຄື ສາດ​ສະ​ໜາ​ຈັກ​ທີ່​ຖືກ​ສ້າງ​ຂຶ້ນ​ຈະ​ບໍ່​ແມ່ນ​ເພື່ອ​ພຣະ​ຜູ້​ເປັນ​ເຈົ້າ, ແຕ່​ລະ​ແຫ່ງ​ຈະ​ກ່າວ​ຕໍ່​ຕ້ານ​ຊຶ່ງ​ກັນ​ແລະ​ກັນ​ວ່າ: ຈົ່ງ​ເບິ່ງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ເປັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ແຫ່ງ​ອື່ນໆ​ຈະ​ເວົ້າ​ວ່າ: ຂ້າ​ພະ​ເຈົ້າ​ເປັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ແລະ ທຸກ​ຄົນ​ທີ່​ສ້າງ​ສາດ​ສະ​ໜາ​ຈັກ​ຂຶ້ນ​ທີ່​ບໍ່​ແມ່ນ​ເພື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເວົ້າ​ດັ່ງ​ນັ້ນ—

4 ແລະ ພວກ​ເຂົາ​ຈະ​ຂັດ​ແຍ້ງ​ກັນ; ແລະ ປະ​ໂລ​ຫິດ​ຂອງ​ພວກ​ເຂົາ​ຈະ​ຂັດ​ແຍ້ງ​ກັນ, ແລະ ພວກ​ເຂົາ​ຈະ​ສິດ​ສອນ​ດ້ວຍ ການ​ຮຽນ​ຮູ້​ຂອງ​ພວກ​ເຂົາ, ແລະ ປະ​ຕິ​ເສດ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ທີ່​ປະທານ​ການ​ເວົ້າ​ອອກ​ມາ.

5 ແລະ ພວກ​ເຂົາ​ຈະ ປະ​ຕິ​ເສດ ອຳນາດ​ຂອງ​ພຣະ​ເຈົ້າ, ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດສະ​ຣາເອນ ແລະ ພວກ​ເຂົາ​ເວົ້າ​ກັບ​ຜູ້​ຄົນ​ວ່າ: ຈົ່ງ​ເຊື່ອ​ຟັງ​ພວກ​ເຮົາ, ແລະ ພວກ​ທ່ານ​ຈົ່ງ​ຟັງ​ກົດ​ເກນ​ຂອງ​ພວກ​ເຮົາ; ເພາະ​ຈົ່ງ​ເບິ່ງ, ທຸກ​ມື້​ນີ້ ບໍ່​ມີ​ພຣະ​ເຈົ້າ, ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ຜູ້​ໄຖ່​ໄດ້​ທຳ​ງານ​ຂອງ​ພຣະ​ອົງ​ແລ້ວ, ແລະ ພຣະ​ອົງ​ໄດ້​ປະທານ​ອຳນາດ​ຂອງ​ພຣະ​ອົງ​ໃຫ້​ມະນຸດ;

6 ຈົ່ງ​ເບິ່ງ, ພວກ​ທ່ານ​ຈົ່ງ​ເຊື່ອ​ຟັງ​ກົດ​ເກນ​ຂອງ​ຂ້າ​ພະ​ເຈົ້າ; ຖ້າ​ຫາກ​ຜູ້​ໃດ​ຈະ​ກ່າວ​ວ່າ​ມີ​ສິ່ງ​ມະຫັດ​ສະຈັນ​ກະ​ທຳ ໂດຍ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ, ຢ່າ​ເຊື່ອ​ເຂົາ; ເພາະ​ທຸກ​ມື້​ນີ້​ພຣະ​ອົງ​ບໍ່​ແມ່ນ​ພຣະ​ເຈົ້າ​ແຫ່ງ ສິ່ງ​ມະຫັດ​ສະຈັນ; ພຣະ​ອົງ​ໄດ້​ທຳ​ງານ​ຂອງ​ພຣະ​ອົງ​ແລ້ວ.

7 ແທ້​ຈິງ​ແລ້ວ, ຈະ​ມີ​ຄົນ​ເປັນ​ຈຳນວນ​ຫລວງ​ຫລາຍ​ທີ່​ຈະ​ເວົ້າ​ວ່າ: ຈົ່ງ ກິນ, ຈົ່ງ​ດື່ມ, ແລະ ຈົ່ງ​ມ່ວນ​ຊື່ນ​ເຖີດ, ເພາະ​ວ່າ​ມື້​ອື່ນ​ນີ້​ພວກ​ເຮົາ​ກໍ​ຈະ​ຕາຍ​ແລ້ວ; ແລະ ມັນ​ຈະ​ດີ​ສຳ​ລັບ​ພວກ​ເຮົາ.

8 ແລະ ຈະ​ມີ​ຄົນ​ເປັນ​ຈຳນວນ​ຫລວງ​ຫລາຍ​ທີ່​ຈະ​ເວົ້າ​ອີກ​ວ່າ: ຈົ່ງ​ກິນ, ຈົ່ງ​ດື່ມ, ຈົ່ງ​ມ່ວນ​ຊື່ນ​ເຖີດ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ຈົ່ງ​ຢ້ານ​ກົວ​ພຣະ​ເຈົ້າ—ພຣະ​ອົງ ຈະ​ຍອມ​ແກ່​ການ​ກະ​ທຳ​ບາບ​ເລັກ​ໜ້ອຍ; ແທ້​ຈິງ​ແລ້ວ, ຈົ່ງ ຕົວະ​ໜ້ອຍ​ໜຶ່ງ, ຈົ່ງ​ເອົາ​ປຽບ​ຜູ້​ອື່ນ​ເພາະ​ຄຳ​ເວົ້າ​ຂອງ​ເຂົາ, ຈົ່ງ​ຂຸດ ຂຸມ​ດັກ​ເພື່ອນ​ບ້ານ; ບໍ່​ມີ​ອັນ​ຕະ​ລາຍ​ແນວ​ໃດ​ໃນ​ການ​ເຮັດ​ສິ່ງ​ນີ້, ແລະ ຈົ່ງ​ເຮັດ​ສິ່ງ​ທັງ​ໝົດ​ນີ້, ເພາະ​ມື້​ອື່ນ​ພວກ​ເຮົາ​ກໍ​ຈະ​ຕາຍ​ແລ້ວ, ແລະ ຖ້າ​ຫາກ​ຈະ​ເປັນ​ໄປ​ວ່າ​ພວກ​ເຮົາ​ຜິດ, ພຣະ​ເຈົ້າ​ຈະ​ຕີ​ສອນ​ພວກ​ເຮົາ​ສອງ​ສາມ​ເທື່ອ ແລະ ພາຍ​ຫລັງ​ມາ, ພວກ​ເຮົາ​ກໍ​ຈະ​ລອດ​ຢູ່​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ.

9 ແທ້​ຈິງ​ແລ້ວ, ຈະ​ມີ​ຄົນ​ເປັນ​ຈຳນວນ​ຫລວງ​ຫລາຍ​ທີ່​ຈະ​ສິດ​ສອນ​ຕາມ​ວິ​ທີ​ນີ້, ຄຳ​ສອນ ທີ່​ຜິດ ແລະ ບໍ່​ມີ​ປະ​ໂຫຍດ ແລະ ໂງ່​ຈ້າ ແລະ ອວດ​ອົ່ງ​ຢູ່​ໃນ​ໃຈ​ຂອງ​ພວກ​ເຂົາ, ແລະ ຈະ​ພະ​ຍາ​ຍາມ​ຢ່າງ​ໜັກ ເພື່ອ​ເຊື່ອງ​ແຜນ​ຂອງ​ພວກ​ເຂົາ​ໃຫ້​ພົ້ນ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ; ແລະ ວຽກ​ງານ​ຂອງ​ພວກ​ເຂົາ​ຈະ​ຢູ່​ໃນ​ຄວາມ​ມືດ.

10 ແລະ ເລືອດ​ຂອງ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ຈະ​ຮ້ອງ​ຈາກ​ພື້ນ​ດິນ​ເພື່ອ​ຕໍ່​ຕ້ານ​ພວກ​ເຂົາ.

11 ແທ້​ຈິງ​ແລ້ວ, ພວກ​ເຂົາ​ທັງ​ໝົດ​ອອກ​ໄປ​ຈາກ ທາງ​ແລ້ວ; ພວກ​ເຂົາ​ກັບ ເນົ່າ​ເປື່ອຍ.

12 ຍ້ອນ​ວ່າ ຄວາມ​ທະນົງ​ໃຈ, ແລະ ຍ້ອນ​ວ່າ​ຜູ້​ສອນ​ປອມ ແລະ ຄຳ​ສອນ​ຜິດ, ສາດ​ສະ​ໜາ​ຈັກ​ຂອງ​ພວກ​ເຂົາ​ຈຶ່ງ​ກັບ​ທຸ​ຈະ​ລິດ, ແລະ ສາດ​ສະ​ໜາ​ຈັກ​ຂອງ​ພວກ​ເຂົາ​ອວດ​ອ້າງ; ຍ້ອນ​ຄວາມ​ທະນົງ​ໃຈ ພວກ​ເຂົາ​ຈຶ່ງ​ອວດ​ອົ່ງ.

13 ພວກ​ເຂົາ ປຸ້ນ ຄົນ​ຍາກ​ຈົນ​ເພາະ​ບ່ອນ​ລີ້​ໄພ​ອັນ​ສວຍ​ງາມ; ພວກ​ເຂົາ​ປຸ້ນ​ສະ​ດົມ​ຄົນ​ຍາກ​ຈົນ​ເພາະ​ເສື້ອ​ຜ້າ​ອັນ​ສວຍ​ງາມ​ຂອງ​ພວກ​ເຂົາ; ແລະ ພວກ​ເຂົາ​ຂົ່ມ​ເຫັງ​ຄົນ​ອ່ອນ​ໂຍນ ແລະ ຄົນ​ຕ່ຳ​ຕ້ອຍ​ໃນ​ໃຈ, ຍ້ອນ​ພວກ​ເຂົາ ທະນົງ​ໃຈ​ຂອງ​ພວກ​ເຂົາ, ພວກ​ເຂົາ​ຈຶ່ງ​ອວດ​ອົ່ງ.

14 ພວກ​ເຂົາ ແຂງ​ຄໍ ແລະ ຫລຽວ​ໜ້າ​ຂຶ້ນ; ແທ້​ຈິງ​ແລ້ວ, ແລະ ເພາະ​ຄວາມ​ທະນົງ​ໃຈ ແລະ ຄວາມ​ຊົ່ວ​ຮ້າຍ, ແລະ ຄວາມ​ໜ້າ​ກຽດ​ຊັງ ແລະ ການ​ໂສ​ເພ​ນີ, ພວກ​ເຂົາ​ຈຶ່ງ ຫລົງ​ທາງ​ໄປ​ໝົດ​ນອກ​ຈາກ​ບໍ່​ເທົ່າ​ໃດ​ຄົນ, ຊຶ່ງ​ເປັນ​ຜູ້​ຕິດ​ຕາມ​ທີ່​ຖ່ອມ​ຕົວ​ຂອງ​ພຣະ​ຄຣິດ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກ​ເຂົາ​ຍັງ​ຖືກ​ພາ​ໄປ​ຈົນ​ເຮັດ​ຜິດ​ຫລາຍ​ເທື່ອ​ຍ້ອນ​ວ່າ​ພວກ​ເຂົາ​ຖືກ​ສິດ​ສອນ​ດ້ວຍ​ກົດ​ເກນ​ຂອງ​ມະນຸດ.

15 ໂອ້ ຄົນ ສະຫລາດ, ແລະ ຄົນ​ມີ​ການ​ສຶກ​ສາ, ແລະ ຄົນ​ຮັ່ງ​ມີ​ທີ່​ອວດ​ອົ່ງ, ຍ້ອນ ຄວາມ​ທະນົງ​ໃຈ​ຂອງ​ພວກ​ເຂົາ, ແລະ ຄົນ​ທັງ​ຫລາຍ​ທີ່​ສັ່ງ​ສອນ​ຄຳ​ສອນ​ຜິດ, ແລະ ຄົນ​ທັງ​ຫລາຍ​ທີ່​ທຳ​ການ​ໂສ​ເພ​ນີ, ແລະ ບິດ​ເບືອນ​ທາງ​ທີ່​ຖືກ​ຕ້ອງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ວິບັດ, ວິບັດ, ວິບັດ​ແກ່​ພວກ​ນັ້ນ, ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່​ໄດ້​ກ່າວ​ໄວ້, ເພາະ​ພວກ​ເຂົາ​ຈະ​ຖືກ​ຊຸກ​ລົງ​ນະລົກ!

16 ວິບັດ​ແກ່​ພວກ​ເຂົາ​ທີ່ ຫັນ​ສິ່ງ​ທີ່​ທ່ຽງ​ທຳ​ໄປ​ເພື່ອ​ສິ່ງ​ທີ່​ບໍ່​ມີ​ຄຸນ​ຄ່າ ແລະ ໝິ່ນ​ປະ​ໝາດ​ສິ່ງ​ທີ່​ດີ ແລະ ກ່າວ​ວ່າ ສິ່ງ​ນັ້ນ​ເປັນ​ສິ່ງ​ທີ່​ບໍ່​ມີ​ຄຸນ​ຄ່າ! ເພາະ​ມື້​ນັ້ນ​ຈະ​ມາ​ເຖິງ ເມື່ອ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສະ​ເດັດ​ມາ​ຢ້ຽມ​ຢາມ ຜູ້​ອາ​ໄສ​ຂອງ​ແຜ່ນ​ດິນ​ໂລກ​ຢ່າງ​ວ່ອງ​ໄວ; ແລະ ໃນ​ມື້​ນັ້ນ ເມື່ອ​ພວກ​ເຂົາ​ສຸກ ເຕັມ​ທີ່​ໃນ​ຄວາມ​ຊົ່ວ​ຮ້າຍ​ແລ້ວ ພວກ​ເຂົາ​ກໍ​ຈະ​ຕາຍ.

17 ແຕ່​ຈົ່ງ​ເບິ່ງ, ຖ້າ​ຫາກ​ຜູ້​ອາ​ໄສ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ກັບ​ໃຈ​ຈາກ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ຕົນ ພວກ​ເຂົາ​ຈະ​ບໍ່​ຖືກ​ທຳ​ລາຍ, ຈອມ​ໂຍທາ​ໄດ້​ກ່າວ.

18 ແຕ່​ຈົ່ງ​ບິ່ງ, ສາດ​ສະ​ໜາ​ຈັກ​ໃຫຍ່ ແລະ ໜ້າ​ກຽດ​ຊັງ​ນັ້ນ​ແມ່ນ ໂສ​ເພ​ນີ​ຂອງ​ແຜ່ນ​ດິນ​ໂລກ​ທັງ​ໝົດ, ຕ້ອງ ພັງ​ທະ​ລາຍ​ລົງ​ສູ່​ແຜ່ນ​ດິນ ແລະ ການ​ຕົກ​ຂອງ​ມັນ​ຕ້ອງ​ໃຫຍ່​ຫລວງ.

19 ເພາະ​ວ່າ​ອາ​ນາ​ຈັກ​ຂອງ​ມານ​ຕ້ອງ ສັ່ນ​ສະ​ເທືອນ ແລະ ຄົນ​ທີ່​ເປັນ​ຂອງ​ມັນ​ຈຶ່ງ​ຈຳ​ຕ້ອງ​ຖືກ​ກະ​ຕຸ້ນ​ໃຫ້​ໄປ​ສູ່ ການ​ກັບ​ໃຈ, ຖ້າ​ບໍ່​ດັ່ງ​ນັ້ນ ມານ​ຈະ​ຈັບ​ພວກ​ເຂົາ​ໄວ້​ດ້ວຍ ໂສ້​ອັນ​ເປັນ​ນິດ​ຂອງ​ມັນ, ແລະ ພວກ​ເຂົາ​ຈະ​ຖືກ​ຍຸ​ຍົງ​ໃຫ້​ຮ້າຍ​ກາດ ແລະ ຕາຍ​ໄປ;

20 ເພາະ​ຈົ່ງ​ເບິ່ງ, ໃນ​ມື້​ນັ້ນ​ມານ​ຈະ ແຜ່​ເຂົ້າ​ໄປ​ໃນ​ໃຈ​ຂອງ​ລູກ​ຫລານ​ມະນຸດ, ແລະ ຍຸ​ຍົງ​ພວກ​ເຂົາ​ໃຫ້​ຄຽດ​ແຄ້ນ​ໃຫ້​ສິ່ງ​ທີ່​ດີ.

21 ແລະ ມານ​ຈະ​ເຮັດ​ໃຫ້​ຄົນ​ອື່ນໆ ສະຫງົບ ແລະ ກ່ອມ​ພວກ​ນັ້ນ​ໄປ​ໃນ​ຄວາມ​ໝັ້ນ​ຄົງ​ທີ່​ເຕັມ​ໄປ​ດ້ວຍ​ກາມ​ມະ​ລົມ​ຈົນ​ວ່າ​ພວກ​ນັ້ນ​ຈະ​ເວົ້າ​ວ່າ: ທຸກ​ຢ່າງ​ດີ​ໃນ​ຊີໂອນ; ແທ້​ຈິງ​ແລ້ວ, ຊີໂອນ​ຮຸ່ງ​ເຮືອງ​ໃນ​ທຸກ​ດ້ານ—​ແລະ ມານ​ກ່ອມ​ຈິດ​ວິນ​ຍານ​ຂອງ​ພວກ​ເຂົາ​ດັ່ງ​ນີ້, ແລະ ພາ​ພວກ​ເຂົາ​ລົງ​ໄປ​ຫາ​ນະລົກ​ຢ່າງ​ລະ​ມັດ​ລະ​ວັງ.

22 ແລະ ຈົ່ງ​ເບິ່ງ, ມານ​ຍົກ​ຍໍ​ຄົນ​ອື່ນໆ​ໄປ, ແລະ ບອກ​ວ່າ​ບໍ່​ມີ ນະລົກ; ແລະ ມານ​ກ່າວ​ກັບ​ພວກ​ນີ້​ວ່າ: ເຮົາ​ບໍ່​ແມ່ນ​ມານ ເພາະ​ວ່າ​ບໍ່​ມີ​ມານ​ເລີຍ—​ແລະ ມັນ​ຈະ​ສື່ມ​ໃສ່​ໃນ​ຫູ​ຂອງ​ພວກ​ນີ້​ເຊັ່ນ​ນັ້ນ, ຈົນ​ວ່າ​ມັນ​ຈັບ​ພວກ​ນີ້​ໄວ້ ດ້ວຍ ໂສ້​ອັນ​ເປັນ​ຕາ​ຢ້ານ​ຂອງ​ມັນ, ຊຶ່ງ​ຈາກ​ນັ້ນ​ຍ່ອມ​ບໍ່​ມີ​ການ​ປົດ​ປ່ອຍ.

23 ແທ້​ຈິງ​ແລ້ວ, ພວກ​ເຂົາ​ຈະ​ຖືກ​ຈັບ​ໄວ້​ດ້ວຍ​ຄວາມ​ຕາຍ ແລະ ນະລົກ; ແລະ ຄວາມ​ຕາຍ, ແລະ ນະລົກ, ແລະ ມານ, ແລະ ທຸກ​ຢ່າງ​ທີ່​ຖືກ​ຍຶດ​ໄວ້​ນັ້ນ​ຕ້ອງ​ຢືນ​ຢູ່​ຕໍ່​ໜ້າ​ພຣະ​ທີ່​ນັ່ງ​ຂອງ​ພຣະ​ເຈົ້າ, ແລະ ຮັບ ການ​ພິ​ພາກ​ສາ​ຕາມ​ວຽກ​ງານ​ຂອງ​ພວກ​ເຂົາ, ຊຶ່ງ​ຫລັງ​ຈາກ​ນັ້ນ​ພວກ​ເຂົາ​ຕ້ອງ​ໄປ​ຫາ​ບ່ອນ​ທີ່​ຕຽມ​ໄວ້​ໃຫ້​ພວກ​ເຂົາ, ເຖິງ​ແມ່ນ​ໄປ​ສູ່ ທະເລ​ໄຟ ແລະ ມາດ, ຊຶ່ງ​ເປັນ​ຄວາມ​ທໍ​ລະ​ມານ​ທີ່​ບໍ່​ມີ​ວັນ​ສິ້ນ​ສຸດ.

24 ສະນັ້ນ ວິບັດ​ແກ່​ຜູ້​ຊຶ່ງ​ຢູ່​ຢ່າງ​ບໍ່​ທຸກ​ຮ້ອນ​ໃນ​ຊີໂອນ!

25 ວິບັດ​ແກ່​ຜູ້​ທີ່​ຮ້ອງ​ອອກ​ມາ​ວ່າ: ທຸກ​ຢ່າງ​ດີ!

26 ແທ້​ຈິງ​ແລ້ວ, ວິບັດ​ແກ່​ຜູ້​ທີ່ ເຊື່ອ​ຟັງ​ກົດ​ເກນ​ຂອງ​ມະນຸດ ແລະ ປະ​ຕິ​ເສດ​ອຳນາດ​ຂອງ​ພຣະ​ເຈົ້າ, ແລະ ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ!

27 ແທ້​ຈິງ​ແລ້ວ, ວິບັດ​ແກ່​ຜູ້​ທີ່​ກ່າວ​ວ່າ: ເຮົາ​ໄດ້​ຮັບ​ແລ້ວ ແລະ ບໍ່ ຕ້ອງ​ການ​ອີກ!

28 ແລະ ໂດຍ​ສະ​ຫລຸບ, ວິບັດ​ແກ່​ຄົນ​ທັງ​ຫລາຍ​ທີ່​ຕົວ​ສັ່ນ ແລະ ໃຈ​ຮ້າຍ​ຍ້ອນ​ວ່າ​ຄວາມ​ຈິງ​ຂອງ​ພຣະ​ເຈົ້າ! ເພາະ​ຈົ່ງ​ເບິ່ງ, ຄົນ​ທີ່​ຖືກ​ສ້າງ​ຂຶ້ນ​ເທິງ ດານ​ຫີນ​ຍ່ອມ​ຮັບ​ມັນ​ດ້ວຍ​ຄວາມ​ດີ; ແລະ ຄົນ​ທີ່​ຖືກ​ສ້າງ​ຂຶ້ນ​ໃນ​ຮາກ​ຖານ​ທີ່​ເປັນ​ດິນ​ຊາຍ ຍ່ອມ​ຕົວ​ສັ່ນ​ຢ້ານ​ວ່າ​ຕົນ​ຈະ​ຕົກ.

29 ວິບັດ​ແກ່​ຜູ້​ທີ່​ກ່າວ​ວ່າ: ເຮົາ​ໄດ້​ຮັບ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ແລ້ວ, ແລະ ເຮົາ ບໍ່​ຕ້ອງ​ການ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ອີກ, ເພາະ​ວ່າ​ເຮົາ​ມີ​ພໍ​ແລ້ວ!

30 ເພາະ​ຈົ່ງ​ເບິ່ງ, ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້: ເຮົາ​ຈະ​ໃຫ້​ແກ່​ລູກ​ຫລານ​ມະນຸດ​ເປັນ​ບັນ​ທັດ, ເປັນ ຂໍ້​ເລັກໆ​ໜ້ອຍໆ, ນີ້​ໜ້ອຍ​ໜຶ່ງ ແລະ ນັ້ນ​ໜ້ອຍ​ໜຶ່ງ; ແລະ ຜູ້​ທີ່​ເຊື່ອ​ຟັງ​ກົດ​ເກນ​ຂອງ​ເຮົາ ແລະ ງ່ຽງ​ຫູ​ຟັງ​ຄຳ​ແນະນຳ​ຂອງ​ເຮົາ ຍ່ອມ​ເປັນ​ສຸກ, ເພາະ​ວ່າ​ເຂົາ​ຈະ​ຮຽນ​ຮູ້​ເຖິງ ປັນ​ຍາ; ເມື່ອ​ເຂົາ ຮັບ​ໄວ້ ເຮົາ​ຈະ​ໃຫ້​ເຂົາ ອີກ; ແລະ ສຳ​ລັບ​ຜູ້​ທີ່​ຈະ​ກ່າວ​ວ່າ ເຮົາ​ມີ​ພໍ​ແລ້ວ, ມັນ​ຈະ​ຖືກ​ເອົາ​ໄປ​ຈາກ​ເຂົາ​ເຖິງ​ແມ່ນ​ສິ່ງ​ທີ່​ເຂົາ​ມີ​ຢູ່​ກໍ​ຈະ​ຖືກ​ເອົາ​ໄປ.

31 ຜູ້​ທີ່ ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ມະນຸດ ຫລື ເຮັດ​ໃຫ້​ເນື້ອ​ໜັງ​ເປັນ​ແຂນ​ຂອງ​ເຂົາ, ຫລື ຈະ​ເຊື່ອ​ຟັງ​ກົດ​ເກນ​ຂອງ​ມະນຸດ, ຍ່ອມ​ຖືກ​ສາບ​ແຊ່ງ, ນອກ​ຈາກ​ຈະ​ມີ​ກົດ​ເກນ​ໃຫ້​ເຂົາ​ໂດຍ​ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

32 ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈອມ​ໂຍທາ​ໄດ້​ກ່າວ​ໄວ້​ວ່າ, ວິບັດ​ແກ່​ຄົນ​ຕ່າງ​ຊາດ! ເພາະ​ວ່າ​ເຖິງ​ແມ່ນ​ເຮົາ​ຈະ​ຍື່ນ​ແຂນ​ຂອງ​ເຮົາ​ອອກ​ໄປ​ໃຫ້​ພວກ​ເຂົາ​ທຸກໆ​ວັນ, ພວກ​ເຂົາ​ຍັງ​ປະ​ຕິ​ເສດ​ເຮົາ; ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ, ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຮົາ​ກໍ​ຈະ​ເມດ​ຕາ​ພວກ​ເຂົາ​ຖ້າ​ຫາກ​ພວກ​ເຂົາ​ຈະ​ກັບ​ໃຈ ແລະ ມາ​ຫາ​ເຮົາ; ເພາະ​ວ່າ ແຂນ​ຂອງ​ເຮົາ​ຍື່ນ​ອອກ​ໄປ​ຕະຫລອດ​ທັງ​ວັນ, ອົງ​ພຣະ​ຜູ້​ເປັນ​ເຈົ້າ, ຈອມ​ໂຍທາ​ໄດ້​ກ່າວ.