ພຣະ​ຄຳ​ພີ
2 ນີໄຟ 30


ບົດ​ທີ 30

ຄົນ​ຕ່າງ​ຊາດ​ທີ່​ປ່ຽນ​ໃຈ​ເຫລື້ອມ​ໃສ​ຈະ​ຖືກ​ນັບ​ເຂົ້າ​ຢູ່​ກັບ​ຜູ້​ຄົນ​ແຫ່ງ​ພັນທະ​ສັນ​ຍາ—ຊາວ​ເລມັນ​ກັບ​ຊາວ​ຢິວ ເປັນ​ຈຳນວນ​ຫລວງ​ຫລາຍ​ຈະ​ເຊື່ອ​ຖື​ພຣະ​ຄຳ ແລະ ຈະ​ກັບ​ກາຍ​ເປັນ​ຜູ້​ຄົນ​ທີ່​ໜ້າ​ຊົມ—ອິດສະ​ຣາເອນ​ຈະ​ຖືກ​ນຳ​ກັບ​ຄືນ ແລະ ຄົນ​ຊົ່ວ​ຈະ​ຖືກ​ທຳ​ລາຍ. ປະ​ມານ 559–545 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຈະ​ເວົ້າ​ກັບ​ພວກ​ທ່ານ; ເພາະ​ວ່າ ຂ້າ​ພະ​ເຈົ້າ​ນີໄຟ​ຈະ​ບໍ່​ຍອມ​ໃຫ້​ພວກ​ທ່ານ​ຄິດ​ວ່າ ພວກ​ທ່ານ​ຊອບ​ທຳ​ຫລາຍ​ກວ່າ​ຄົນ​ຕ່າງ​ຊາດ. ເພາະ​ຈົ່ງ​ເບິ່ງ, ຖ້າ​ຫາກ​ພວກ​ທ່ານ​ບໍ່​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ພວກ​ທ່ານ​ກໍ​ຈະ​ຕາຍ​ຄື​ກັນ​ໝົດ; ຍ້ອນ​ວ່າ​ຂໍ້​ຄວາມ​ທີ່​ເວົ້າ​ໄວ້ ພວກ​ທ່ານ​ກໍ​ຈຳ​ຕ້ອງ​ຄິດ​ວ່າ​ຄົນ​ຕ່າງ​ຊາດ​ຖືກ​ທຳ​ລາຍ​ໃຫ້​ສິ້ນ​ໄປ.

2 ເພາະ​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ພວກ​ທ່ານ​ວ່າ ຄົນ​ຕ່າງ​ຊາດ​ຜູ້​ໃດ​ທີ່​ຈະ​ກັບ​ໃຈ​ຍ່ອມ​ເປັນ​ຜູ້​ຄົນ​ແຫ່ງ ພັນທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ແລະ ຊາວ​ຢິວ​ຜູ້​ໃດ​ທີ່​ຈະ​ບໍ່​ກັບ​ໃຈ​ຈະ​ຖືກ​ປະ​ຖິ້ມ ເພາະ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ມີ​ພັນທະ​ສັນ​ຍາ​ກັບ​ຜູ້​ໃດ​ນອກ​ຈາກ​ກັບ​ຄົນ​ທີ່ ກັບ​ໃຈ ແລະ ເຊື່ອ​ຖື​ໃນ​ພຣະ​ບຸດ​ຂອງ​ພຣະ​ອົງ ຜູ້​ເປັນ​ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດສະ​ຣາເອນ.

3 ແລະ ບັດ​ນີ້, ຂ້າ​ພະ​ເຈົ້າ​ຈະ​ທຳ​ນາຍ​ເພີ່ມ​ເຕີມ​ອີກ​ກ່ຽວ​ກັບ​ຊາວ​ຢິວ​ກັບ​ຄົນ​ຕ່າງ​ຊາດ. ເພາະ​ຫລັງ​ຈາກ​ໜັງ​ສື​ທີ່​ຂ້າ​ພະ​ເຈົ້າ​ເວົ້າ​ເຖິງ​ຈະ​ປະກົດ​ອອກ​ມາ, ແລະ ຖືກ​ບັນ​ທຶກ​ໄວ້​ໃຫ້​ຄົນ​ຕ່າງ​ຊາດ, ແລະ ຖືກ​ຜະ​ນຶກ​ໄວ້​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ອີກ, ແລະ ກໍ​ຈະ​ມີ​ຄົນ​ຈຳນວນ​ຫລວງ​ຫລາຍ​ທີ່​ຈະ ເຊື່ອ​ຖື​ຂໍ້​ຄວາມ​ທີ່​ຂຽນ​ໄວ້; ແລະ ພວກ​ເຂົາ​ຈະ​ນຳ​ເອົາ​ມັນ​ອອກ​ໄປ​ຫາ​ພວກ​ທີ່​ເຫລືອ​ຢູ່​ຂອງ​ລູກ​ຫລານ​ຂອງ​ພວກ​ເຮົາ.

4 ແລະ ເວລາ​ນັ້ນ​ຜູ້​ທີ່​ເຫລືອ​ຢູ່​ຂອງ​ລູກ​ຫລານ​ຂອງ​ພວກ​ເຮົາ​ຈະ​ໄດ້​ຮູ້​ຈັກ​ກ່ຽວ​ກັບ​ພວກ​ເຮົາ​ວ່າ ພວກ​ເຮົາ​ມາ​ຈາກ​ເຢຣູ​ຊາເລັມ​ແບບ​ໃດ, ແລະ ວ່າ​ພວກ​ເຂົາ​ເປັນ​ຜູ້​ສືບ​ຕະ​ກຸນ​ຂອງ​ຊາວ​ຢິວ.

5 ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢຊູ​ຄຣິດ​ຈະ​ຖືກ​ປະ​ກາດ​ໃນ​ບັນ​ດາ ພວກ​ເຂົາ; ດັ່ງ​ນັ້ນ, ພວກ​ເຂົາ​ຈະ​ຖືກ​ນຳ​ກັບ​ມາ​ຫາ ຄວາມ​ຮູ້​ເລື່ອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ ແລະ ຄວາມ​ຮູ້​ເລື່ອງ​ພຣະ​ເຢຊູ​ຄຣິດ​ອີກ, ຊຶ່ງ​ມີ​ຢູ່​ໃນ​ບັນ​ດາ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ.

6 ແລະ ເມື່ອ​ນັ້ນ ພວກ​ເຂົາ​ຈະ​ປິ​ຕິ​ຍິນ​ດີ​ເພາະ​ພວກ​ເຂົາ​ຈະ​ຮູ້​ຈັກ​ວ່າ ມັນ​ເປັນ​ພອນ​ໃຫ້​ພວກ​ເຂົາ​ຈາກ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ; ແລະ ສະ​ເກັດ​ແຫ່ງ​ຄວາມ​ມືດ​ຂອງ​ພວກ​ເຂົາ​ຈະ​ເລີ່ມ​ຕົກ​ຈາກ​ຕາ​ຂອງ​ພວກ​ເຂົາ; ແລະ ບໍ່​ເທົ່າ​ໃດ​ລຸ້ນ​ຄົນ​ຈະ​ຜ່ານ​ໄປ​ໃນ​ບັນ​ດາ​ພວກ​ເຂົາ, ຈົນ​ວ່າ​ພວກ​ເຂົາ​ຈະ​ເປັນ​ຄົນ​ຂາວ ແລະ ໜ້າ​ຊົມ.

7 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ຊາວ​ຢິວ​ຊຶ່ງ​ກະ​ຈັດ​ກະ​ຈາຍ​ໄປ​ຈະ ເລີ່ມ​ເຊື່ອ​ໃນ​ພຣະ​ຄຣິດ​ອີກ; ແລະ ພວກ​ເຂົາ​ຈະ​ເລີ່ມ​ທ້ອນ​ໂຮມ​ກັນ​ເຂົ້າ​ມາ​ໃນ​ຜືນ​ແຜ່ນ​ດິນ; ແລະ ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ຈະ​ເຊື່ອ​ໃນ​ພຣະ​ຄຣິດ ກໍ​ຈະ​ກັບ​ເປັນ​ຜູ້​ຄົນ​ທີ່​ໜ້າ​ຊົມ​ຄື​ກັນ.

8 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ອົງ​ພຣະ​ຜູ້​ເປັນ​ເຈົ້າ ຈະ​ເລີ່ມ​ທຳ​ງານ​ຂອງ​ພຣະ​ອົງ​ໃນ​ບັນ​ດາ​ທຸກ​ປະ​ຊາ​ຊາດ, ທຸກ​ຕະ​ກຸນ, ທຸກ​ພາ​ສາ, ແລະ ທຸກ​ຜູ້​ຄົນ​ທັງ​ປວງ, ເພື່ອ​ຈະ​ນຳ​ການ​ຟື້ນ​ຟູ​ມາ​ຫາ​ຜູ້​ຄົນ​ຂອງ​ພຣະ​ອົງ​ໃນ​ແຜ່ນ​ດິນ​ໂລກ.

9 ແລະ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ ພິ​ພາກ​ສາ​ຄົນ​ຍາກ​ຈົນ​ດ້ວຍ​ຄວາມ​ຊອບ​ທຳ, ແລະ ຕຳ​ນິ​ດ້ວຍ​ຄວາມ​ທ່ຽງ​ທຳ ເພື່ອ ຄົນ​ໃຈ​ອ່ອນ​ໂຍນ​ຂອງ​ແຜ່ນ​ດິນ​ໂລກ. ແລະ ແຜ່ນ​ດິນ​ໂລກ​ຈະ​ຖືກ​ລົງ​ໂທດ​ຕາມ​ຄຳ​ສັ່ງ​ຂອງ​ພຣະ​ອົງ; ແລະ ຄົນ​ຊົ່ວ​ກໍ ຈະ​ຕາຍ​ດ້ວຍ​ຄຳ​ພິ​ພາກ​ສາ​ຂອງ​ພຣະ​ອົງ.

10 ເພາະ​ວ່າ ເວລາ​ມາ​ເຖິງ​ຢ່າງ​ວ່ອງ​ໄວ ຊຶ່ງ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເຮັດ​ໃຫ້​ເກີດ ຄວາມ​ແບ່ງ​ແຍກ​ຢ່າງ​ໃຫຍ່​ຫລວງ​ໃນ​ບັນ​ດາ​ຜູ້​ຄົນ, ແລະ ພຣະ​ອົງ​ຈະ​ທຳ​ລາຍ​ຄົນ​ຊົ່ວ; ແລະ ພຣະ​ອົງ​ຈະ ໄວ້​ຊີ​ວິດ​ຜູ້​ຄົນ​ຂອງ​ພຣະ​ອົງ, ແທ້​ຈິງ​ແລ້ວ, ຖ້າ​ຫາກ​ຈະ​ເປັນ​ໄປ​ວ່າ​ພຣະ​ອົງ​ຈະ​ຕ້ອງ ທຳ​ລາຍ​ຄົນ​ຊົ່ວ​ດ້ວຍ​ໄຟ.

11 ແລະ ຄວາມ​ຊອບ​ທຳ​ຈະ​ເປັນ​ຜ້າ​ຄຽນ​ອຸ​ທອນ​ຂອງ​ພຣະ​ອົງ, ແລະ ຄວາມ​ຊື່​ສັດ​ຈະ​ເປັນ​ຜ້າ​ຄຽນ​ບັ້ນ​ອຸ​ທອນ​ຂອງ​ພຣະ​ອົງ.

12 ແລະ ຈາກ​ນັ້ນ​ໝາ​ປ່າ​ຈະ​ຢູ່​ກັບ​ລູກ​ແກະ, ເສືອ​ດາວ​ຈະ​ນອນ​ຢູ່​ນຳ​ລູກ​ແບ້, ແລະ ລູກ​ງົວ​ກັບ​ສິງ​ໜຸ່ມ, ແລະ ລູກ​ສັດ​ອ້ວນ​ຈະ​ຢູ່​ນຳ​ກັນ; ແລະ ເດັກ​ນ້ອຍ​ຄົນ​ໜຶ່ງ​ຈະ​ນຳ​ພວກ​ມັນ​ໄປ.

13 ແລະ ງົວ​ແມ່​ກັບ​ໝີ​ຈະ​ກິນ​ນຳ​ກັນ; ລູກ​ຂອງ​ພວກ​ມັນ​ກໍ​ຈະ​ນອນ​ຢູ່​ນຳ​ກັນ; ແລະ ສິງ​ຈະ​ກິນ​ເຟືອງ​ເຂົ້າ​ຄື​ກັນ​ກັບ​ງົວ​ເຖິກ.

14 ແລະ ເດັກ​ນ້ອຍ​ກິນ​ນົມ​ຈະ​ຫລິ້ນ​ໃນ​ຮູ​ຂອງ​ງູ​ພິດ, ແລະ ເດັກ​ນ້ອຍ​ທີ່​ເຊົາ​ນົມ ຈະ​ວາງ​ມື​ຂອງ​ເຂົາ​ໃນ​ກົງ​ງູ​ຮ້າຍ.

15 ພວກ​ມັນ​ຈະ​ບໍ່​ທຳ​ຮ້າຍ ຫລື ທຳ​ລາຍ​ໄປ​ທົ່ວ​ພູ​ເຂົາ​ອັນ​ສັກ​ສິດ​ຂອງ​ເຮົາ ເພາະ​ແຜ່ນ​ດິນ​ໂລກ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຮູ້​ກ່ຽວ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ເໝືອນ​ດັ່ງ​ທະເລ​ທີ່​ເຕັມ​ໄປ​ດ້ວຍ​ນ້ຳ.

16 ດັ່ງ​ນັ້ນ, ເລື່ອງ​ຂອງ​ປະ​ຊາ​ຊາດ ທັງ​ໝົດ​ຈະ​ເປັນ​ທີ່​ຮູ້​ຈັກ​ກັນ; ແທ້​ຈິງ​ແລ້ວ, ທຸກ​ຢ່າງ​ຈະ​ເປັນ​ທີ່ ຮູ້​ຈັກ​ແກ່​ລູກ​ຫລານ​ມະນຸດ.

17 ບໍ່​ມີ​ຫຍັງ​ທີ່​ຈະ​ເປັນ​ຄວາມ​ລັບ​ເພາະ​ມັນ​ຈະ​ຖືກ ເປີດ​ເຜີຍ; ຈະ​ບໍ່​ມີ​ງານ​ແຫ່ງ​ຄວາມ​ມືດ​ເພາະ​ມັນ​ຈະ​ຖືກ​ສະແດງ​ໃຫ້​ປະຈັກ​ໃນ​ຄວາມ​ສະ​ຫວ່າງ; ແລະ ບໍ່​ມີ​ສິ່ງ​ໃດ​ຈະ​ຖືກ​ຜະ​ນຶກ​ໄວ້​ໃນ​ແຜ່ນ​ດິນ​ໂລກ​ເພາະ​ມັນ​ຈະ​ຖືກ​ປ່ອຍ​ອອກ​ມາ.

18 ດັ່ງ​ນັ້ນ, ທຸກ​ຢ່າງ​ທີ່​ຖືກ​ເປີດ​ເຜີຍ​ແກ່​ລູກ​ຫລານ​ມະນຸດ​ຈະ​ຖືກ​ເປີດ​ເຜີຍ​ໃນ​ນັ້ນ; ແລະ ຊາຕານ​ຈະ​ບໍ່​ມີ​ອຳນາດ​ເໜືອ​ໃຈ​ຂອງ​ລູກ​ຫລານ​ມະນຸດ ອີກ​ເປັນ​ເວລາ​ດົນ​ນານ. ແລະ ບັດ​ນີ້, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຂໍ​ຈົບ​ຂໍ້​ຄວາມ​ຂອງ​ຂ້າ​ພະ​ເຈົ້າ​ໄວ້​ເທົ່າ​ນີ້.