ພຣະ​ຄຳ​ພີ
2 ນີໄຟ 31


ບົດ​ທີ 31

ນີໄຟ​ເວົ້າ​ວ່າ​ເປັນ​ດ້ວຍ​ເຫດ​ໃດ​ພຣະ​ຄຣິດ​ຈຶ່ງ​ຮັບ​ບັບຕິ​ສະມາ—ມະນຸດ​ຄວນ​ຕິດ​ຕາມ​ພຣະ​ຄຣິດ, ຮັບ​ບັບຕິ​ສະມາ, ຮັບ​ເອົາ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ​ເພື່ອ​ຄວາມ​ລອດ—ການ​ກັບ​ໃຈ ແລະ ການ​ບັບຕິ​ສະມາ​ແມ່ນ​ປະຕູ​ທີ່​ຈະ​ນຳ​ໄປ​ເຖິງ​ທາງ​ຄັບ ແລະ ແຄບ—ຊີ​ວິດ​ນິ​ລັນ​ດອນ​ມາ​ເຖິງ​ຜູ້​ທີ່​ຮັກ​ສາ​ພຣະ​ບັນ​ຍັດ​ຫລັງ​ຈາກ​ບັບຕິ​ສະມາ. ປະ​ມານ 559–545 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ນີໄຟ​ຈົບ ການ​ທຳ​ນາຍ​ຂອງ​ຂ້າ​ພະ​ເຈົ້າ​ທີ່​ໃຫ້​ກັບ​ພວກ​ທ່ານ, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ. ແລະ ຂ້າ​ພະ​ເຈົ້າ​ໄດ້​ບັນ​ທຶກ​ທັງ​ໝົດ​ໄວ້​ບໍ່​ໄດ້​ນອກ​ຈາກ​ສອງ​ສາມ​ເລື່ອງ​ທີ່​ຂ້າ​ພະ​ເຈົ້າ​ຮູ້​ວ່າ​ຕ້ອງ​ເກີດ​ຂຶ້ນ​ຢ່າງ​ແນ່​ນອນ; ທັງ​ຂ້າ​ພະ​ເຈົ້າ​ບັນ​ທຶກ​ໄວ້​ບໍ່​ໄດ້​ນອກ​ຈາກ​ຄຳ​ເວົ້າ​ສອງ​ສາມ​ຄຳ​ຂອງ​ຢາໂຄບ​ນ້ອງ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ.

2 ດັ່ງ​ນັ້ນ, ເລື່ອງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ບັນ​ທຶກ​ໄວ້​ກໍ​ພຽງ​ພໍ​ສຳ​ລັບ​ຂ້າ​ພະ​ເຈົ້າ, ນອກ​ຈາກ​ຈະ​ເປັນ​ຄຳ​ເວົ້າ​ສອງ​ສາມ​ຄຳ ຊຶ່ງ​ຂ້າ​ພະ​ເຈົ້າ​ຕ້ອງ​ເວົ້າ​ກ່ຽວ​ກັບ ຄຳ​ສອນ​ຂອງ​ພຣະ​ຄຣິດ; ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ​ຈະ​ເວົ້າ​ກັບ​ພວກ​ທ່ານ​ຢ່າງ​ແຈ່ມ​ແຈ້ງ​ຕາມ​ຄວາມ​ແຈ່ມ​ແຈ້ງ​ຂອງ​ການ​ທຳ​ນາຍ​ຂອງ​ຂ້າ​ພະ​ເຈົ້າ.

3 ເພາະ​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ເບີກ​ບານ​ໃນ​ຄວາມ​ແຈ່ມ​ແຈ້ງ; ເພາະ​ຕາມ​ວິ​ທີ​ນີ້ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ທຳ​ງານ​ຢູ່​ໃນ​ບັນ​ດາ​ລູກ​ຫລານ​ມະນຸດ. ເພາະ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ປະທານ ຄວາມ​ສະ​ຫວ່າງ​ໃຫ້​ແກ່​ຄວາມ​ເຂົ້າ​ໃຈ; ເພາະ​ພຣະ​ອົງ​ຮັບ​ສັ່ງ​ກັບ​ມະນຸດ​ຕາມ ພາ​ສາ​ຂອງ​ພວກ​ເຂົາ ຊຶ່ງ​ໄປ​ສູ່​ຄວາມ​ເຂົ້າ​ໃຈ​ຂອງ​ພວກ​ເຂົາ.

4 ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ພວກ​ທ່ານ​ຈົດ​ຈຳ​ວ່າ ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ພວກ​ທ່ານ​ແລ້ວ​ກ່ຽວ​ກັບ ສາດ​ສະ​ດາ​ຜູ້​ນັ້ນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະແດງ​ໃຫ້​ຂ້າ​ພະ​ເຈົ້າ​ເຫັນ, ທີ່​ຈະ​ໃຫ້​ບັບຕິ​ສະມາ​ແກ່ ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ, ຊຶ່ງ​ຈະ​ຍົກ​ເອົາ​ບາບ​ຂອງ​ໂລກ​ໄປ.

5 ແລະ ບັດ​ນີ້, ຖ້າ​ຫາກ​ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ, ໂດຍ​ທີ່​ພຣະ​ອົງ​ບໍ​ລິ​ສຸດ​ຍັງ​ຈຳ​ຕ້ອງ​ຮັບ ບັບຕິ​ສະມາ​ດ້ວຍ​ນ້ຳ ເພື່ອ​ໃຫ້​ຄວາມ​ຊອບ​ທຳ​ທັງ​ໝົດ​ສຳ​ເລັດ, ໂອ້ ແລ້ວ​ພວກ​ເຮົາ ໂດຍ​ທີ່​ບໍ່​ບໍ​ລິ​ສຸດ ຈະ​ຍັງ​ຕ້ອງ​ຮັບ​ບັບຕິ​ສະມາ​ຍິ່ງ​ກວ່າ​ນັ້ນ​ພຽງ​ໃດ, ແທ້​ຈິງ​ແລ້ວ, ແມ່ນ​ດ້ວຍ​ນ້ຳ!

6 ແລະ ບັດ​ນີ້, ຂ້າ​ພະ​ເຈົ້າ​ຢາກ​ຖາມ​ພວກ​ທ່ານ, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ​ວ່າ, ດ້ວຍ​ເລື່ອງ​ໃດ​ທີ່​ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ​ໄດ້​ເຮັດ​ໃຫ້​ຄວາມ​ຊອບ​ທຳ​ທັງ​ໝົດ​ສຳ​ເລັດ ໂດຍ​ການ​ຮັບ​ບັບຕິ​ສະມາ​ດ້ວຍ​ນ້ຳ?

7 ພວກ​ທ່ານ​ບໍ່​ຮູ້​ບໍ​ວ່າ​ພຣະ​ອົງ​ບໍ​ລິ​ສຸດ? ແຕ່​ເຖິງ​ແມ່ນ​ພຣະ​ອົງ​ບໍ​ລິ​ສຸດ, ພຣະ​ອົງ​ຍັງ​ສະແດງ​ແກ່​ລູກ​ຫລານ​ມະນຸດ​ວ່າ ຕາມ​ທາງ​ຂອງ​ເນື້ອ​ໜັງ ພຣະ​ອົງ​ຖ່ອມ​ຕົວ​ຕໍ່​ພຣະ​ພັກ​ຂອງ​ພຣະ​ບິດາ, ແລະ ເປັນ​ພະຍານ​ຕໍ່​ພຣະ​ບິດາ​ວ່າ ຈະ ເຊື່ອ​ຟັງ​ພຣະ​ອົງ​ໃນ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ.

8 ດັ່ງ​ນັ້ນ, ຫລັງ​ຈາກ​ພຣະ​ອົງ​ຮັບ​ບັບຕິ​ສະມາ​ດ້ວຍ​ນ້ຳ​ແລ້ວ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈຶ່ງ​ສະ​ເດັດ​ລົງ​ມາ​ເທິງ​ພຣະ​ອົງ​ໃນ ຮູບ ນົກ​ເຂົາ.

9 ແລະ ອີກ​ຢ່າງ​ໜຶ່ງ, ມັນ​ສະແດງ​ໃຫ້​ລູກ​ຫລານ​ມະນຸດ​ເຫັນ​ຄວາມ​ຄັບ​ຂອງ​ທາງ, ແລະ ຄວາມ​ແຄບ​ຂອງ ປະຕູ, ຊຶ່ງ​ໂດຍ​ທາງ​ນັ້ນ​ພວກ​ເຂົາ​ຈະ​ເຂົ້າ​ໄປ​ໂດຍ​ທີ່​ພຣະ​ອົງ​ເຮັດ​ເປັນ​ຕົວ​ຢ່າງ​ໄວ້​ຕໍ່​ໜ້າ​ພວກ​ເຂົາ​ແລ້ວ.

10 ແລະ ພຣະ​ອົງ​ໄດ້​ກ່າວ​ກັບ​ລູກ​ຫລານ​ມະນຸດ​ວ່າ: ພວກ​ທ່ານ​ຈົ່ງ ຕາມ​ເຮົາ​ມາ​ເຖີດ. ດັ່ງ​ນັ້ນ, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ພວກ​ເຮົາ​ຈະ ຕາມ​ພຣະ​ເຢຊູ​ໄດ້​ບໍ​ນອກ​ຈາກ​ພວກ​ເຮົາ​ຈະ​ເຕັມ​ໃຈ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ບິດາ?

11 ແລະ ພຣະ​ບິດາ​ໄດ້​ກ່າວ​ວ່າ: ຈົ່ງ​ກັບ​ໃຈ! ຈົ່ງ​ກັບ​ໃຈ, ແລະ ຮັບ​ບັບຕິ​ສະມາ​ໃນ​ພຣະ​ນາມ​ຂອງ​ບຸດ​ທີ່​ຮັກ​ຂອງ​ເຮົາ.

12 ແລະ ສຸລະສຽງ​ຂອງ​ພຣະ​ບຸດ​ມາ​ເຖິງ​ຂ້າ​ພະ​ເຈົ້າ​ອີກ, ມີ​ຄວາມ​ວ່າ: ຄົນ​ທີ່​ຮັບ​ບັບຕິ​ສະມາ​ໃນ​ນາມ​ຂອງ​ເຮົາ, ພຣະ​ບິດາ​ຈະ ປະທານ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃຫ້​ພວກ​ເຂົາ​ເໝືອນ​ກັບ​ເຮົາ; ດັ່ງ​ນັ້ນ, ຈົ່ງ ຕາມ​ເຮົາ​ມາ, ແລະ ເຮັດ​ສິ່ງ​ທີ່​ເຈົ້າ​ເຫັນ​ເຮົາ​ເຮັດ.

13 ດັ່ງ​ນັ້ນ, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຮູ້​ວ່າ ຖ້າ​ຫາກ​ພວກ​ທ່ານ​ຈະ​ໄປ​ຕາມ​ພຣະ​ບຸດ​ດ້ວຍ​ຈຸດ​ປະສົງ​ເຕັມ​ທີ່​ແຫ່ງ​ໃຈ ໂດຍ​ບໍ່​ເປັນ​ຄົນ​ໜ້າ​ຊື່​ໃຈ​ຄົດ ແລະ ບໍ່​ມີ​ການ​ຫລອກ​ລວງ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ, ແຕ່​ດ້ວຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງ, ໂດຍ​ການ​ກັບ​ໃຈ​ຈາກ​ບາບ​ຂອງ​ພວກ​ທ່ານ, ໂດຍ​ການ​ເປັນ​ພະຍານ​ຕໍ່​ພຣະ​ບິດາ​ວ່າ ພວກ​ທ່ານ​ເຕັມ​ໃຈ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ຄຣິດ​ໂດຍ ການ​ບັບຕິ​ສະມາ—​ແທ້​ຈິງ​ແລ້ວ, ໂດຍ​ການ​ຕາມ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ທ່ານ​ລົງ​ໄປ​ໃນ​ນ້ຳ​ຕາມ​ພຣະຄຳ​ຂອງ​ພຣະ​ອົງ ຈົ່ງ​ເບິ່ງ​ເມື່ອ​ນັ້ນ​ທ່ານ​ຈະ​ໄດ້​ຮັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ; ແທ້​ຈິງ​ແລ້ວ, ເມື່ອ​ນັ້ນ ການ​ບັບຕິ​ສະມາ​ດ້ວຍ​ໄຟ ແລະ ດ້ວຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຈະ​ມາ​ເຖິງ; ແລະ ເມື່ອ​ນັ້ນ​ພວກ​ທ່ານ​ຈະ​ເວົ້າ​ໄດ້​ດ້ວຍ ລີ້ນ​ຂອງ​ທູດ, ແລະ ຮ້ອງ​ສັນ​ລະ​ເສີນ​ແດ່​ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດສະ​ຣາເອນ.

14 ແຕ່​ຈົ່ງ​ເບິ່ງ, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ສຸລະ​ສຽງ​ຂອງ​ພຣະ​ບຸດ​ມາ​ເຖິງ​ຂ້າ​ພະ​ເຈົ້າ, ມີ​ຄວາມ​ວ່າ: ຫລັງ​ຈາກ​ເຈົ້າ​ກັບ​ໃຈ​ຈາກ​ບາບ​ຂອງ​ເຈົ້າ ແລະ ເປັນ​ພະຍານ​ຕໍ່​ພຣະ​ບິດາ​ວ່າ ເຈົ້າ​ເຕັມ​ໃຈ​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ ໂດຍ​ການ​ບັບຕິ​ສະມາ​ດ້ວຍ​ນ້ຳ, ແລະ ຮັບ​ການ​ບັບຕິ​ສະມາ​ດ້ວຍ​ໄຟ ແລະ ດ້ວຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ເວົ້າ​ດ້ວຍ​ວາ​ຈາ​ໃໝ່, ແທ້​ຈິງ​ແລ້ວ, ແມ່ນ​ດ້ວຍ​ວາ​ຈາ​ຂອງ​ທູດ, ແລະ ຫລັງ​ຈາກ​ນັ້ນ​ຈະ ປະ​ຕິ​ເສດ​ເຮົາ, ມັນ​ຈະ​ເປັນ​ການ ດີ​ກວ່າ ສຳ​ລັບ​ເຈົ້າ​ຖ້າ​ຫາກ​ເຈົ້າ​ບໍ່​ໄດ້​ຮູ້​ຈັກ​ເຮົາ​ເລີຍ.

15 ແລະ ຂ້າ​ພະ​ເຈົ້າ​ໄດ້​ຍິນ​ສຸລະ​ສຽງ​ຈາກ​ພຣະ​ບິດາ, ມີ​ຄວາມ​ວ່າ: ແທ້​ຈິງ​ແລ້ວ, ຄຳ​ຂອງ​ຜູ້​ເປັນ​ທີ່​ຮັກ​ຂອງ​ເຮົາ​ຈິງ ແລະ ຊື່​ສັດ. ຜູ້​ໃດ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ ຜູ້​ນັ້ນ​ຈະ​ລອດ.

16 ແລະ ບັດ​ນີ້, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຮູ້​ດ້ວຍ​ສິ່ງ​ນີ້​ວ່າ ນອກ​ຈາກ​ມະນຸດ​ຈະ ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ​ໃນ​ການ​ທຳ​ຕາມ ຕົວ​ຢ່າງ​ຂອງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຜູ້​ຊົງ​ພຣະ​ຊົນ​ຢູ່, ເຂົາ​ຈະ​ລອດ​ບໍ່​ໄດ້.

17 ດັ່ງ​ນັ້ນ, ຈົ່ງ​ເຮັດ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ບອກ​ພວກ​ທ່ານ​ວ່າ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ພວກ​ທ່ານ ແລະ ພຣະ​ຜູ້​ໄຖ່​ຂອງ​ພວກ​ທ່ານ​ເຮັດ; ເພາະ​ດ້ວຍ​ເຫດ​ນີ້ ສິ່ງ​ເຫລົ່າ​ນີ້​ຈຶ່ງ​ຖືກ​ສະແດງ​ແກ່​ຂ້າ​ພະ​ເຈົ້າ ເພື່ອ​ພວກ​ທ່ານ​ຈະ​ໄດ້​ຮູ້​ຈັກ​ປະຕູ ຊຶ່ງ​ໂດຍ​ທາງ​ນັ້ນ​ພວກ​ທ່ານ​ຄວນ​ເຂົ້າ​ໄປ. ເພາະ​ປະຕູ​ທີ່​ພວກ​ທ່ານ​ຄວນ​ເຂົ້າ​ໄປ​ຄື​ການ​ກັບ​ໃຈ ແລະ ຮັບ ການ​ບັບຕິ​ສະມາ​ດ້ວຍ​ນ້ຳ; ແລະ ເວລາ​ນັ້ນ ການ​ປົດ​ບາບ​ຂອງ​ພວກ​ທ່ານ​ຈະ​ມາ​ເຖິງ​ໂດຍ​ໄຟ ແລະ ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

18 ແລະ ເມື່ອ​ພວກ​ທ່ານ​ຍອມ​ຢູ່​ໃນ ທາງ ຄັບ ແລະ ແຄບ​ນີ້​ຊຶ່ງ​ນຳ​ໄປ​ຫາ​ຊີ​ວິດ​ນິ​ລັນ​ດອນ; ແທ້​ຈິງ​ແລ້ວ, ພວກ​ທ່ານ​ເຂົ້າ​ໄປ​ໃນ​ປະຕູ​ແລ້ວ; ພວກ​ທ່ານ​ເຮັດ​ຕາມ​ພຣະ​ບັນ​ຍັດ​ຂອງ​ພຣະ​ບິດາ ແລະ ພຣະ​ບຸດ; ແລະ ພວກ​ທ່ານ​ຮັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ຊຶ່ງ​ເປັນ ພະຍານ​ເຖິງ​ພຣະ​ບິດາ ແລະ ພຣະ​ບຸດ​ເພື່ອ​ໃຫ້​ສັນ​ຍາ ຊຶ່ງ​ພຣະ​ອົງ​ເຮັດ​ໄວ້​ສຳ​ເລັດ, ຄື​ຖ້າ​ຫາກ​ພວກ​ທ່ານ​ເຂົ້າ​ໄປ​ທາງ​ນັ້ນ ພວກ​ທ່ານ​ຈະ​ໄດ້​ຮັບ.

19 ແລະ ບັດ​ນີ້, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຫລັງ​ຈາກ​ພວກ​ທ່ານ​ເຂົ້າ​ໄປ​ໃນ​ທາງ​ຄັບ ແລະ ແຄບ​ນັ້ນ​ແລ້ວ, ຂ້າ​ພະ​ເຈົ້າ​ຢາກ​ຖາມ​ວ່າ​ເຮັດ​ທຸກ​ຢ່າງ ແລ້ວ​ບໍ? ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ພວກ​ທ່ານ​ວ່າ, ບໍ່​ເລີຍ; ເພາະ​ພວກ​ທ່ານ​ບໍ່​ໄດ້​ມາ​ເຖິງ​ທີ່​ນີ້​ນອກ​ຈາກ​ເປັນ​ໄປ​ໂດຍ​ພຣະ​ຄຳ​ຂອງ​ພຣະ​ຄຣິດ, ພ້ອມ​ດ້ວຍ ສັດທາ​ອັນ​ບໍ່​ສັ່ນ​ສະ​ເທືອນ​ໃນ​ພຣະ​ອົງ, ໂດຍ ໄວ້​ວາງ​ໃຈ​ຢ່າງ​ເຕັມ​ທີ່​ໃນ​ພຣະ​ຄຸນ​ຄວາມ​ດີ​ຂອງ​ພຣະ​ອົງ ຜູ້​ຊົງ​ອາ​ນຸ​ພາບ​ເພື່ອ​ຊ່ວຍ​ໃຫ້​ລອດ.

20 ດັ່ງ​ນັ້ນ, ພວກ​ທ່ານ​ຕ້ອງ ມຸ້ງ​ໜ້າ​ດ້ວຍ​ຄວາມ​ໝັ້ນ​ຄົງ​ໃນ​ພຣະ​ຄຣິດ, ໂດຍ​ມີ​ຄວາມ​ສະ​ຫວ່າງ​ຢ່າງ​ບໍ​ລິ​ບູນ​ຂອງ ຄວາມ​ຫວັງ ແລະ ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ແລະ ຂອງ​ມະນຸດ​ທັງ​ປວງ. ດັ່ງ​ນັ້ນ, ຖ້າ​ຫາກ​ພວກ​ທ່ານ​ຈະ​ມຸ້ງ​ໜ້າ​ຊື່ນ​ຊົມ​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ຄຣິດ ແລະ ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ​ແລ້ວ, ຈົ່ງ​ເບິ່ງ, ພຣະ​ບິດາ​ໄດ້​ກ່າວ​ໄວ້​ດັ່ງ​ນີ້: ເຈົ້າ​ຈະ​ມີ​ຊີ​ວິດ​ນິ​ລັນ​ດອນ.

21 ແລະ ບັດ​ນີ້, ຈົ່ງ​ເບິ່ງ​ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ນີ້​ຄື ທາງ​ນັ້ນ ແລະ ບໍ່​ມີ​ທາງ ຫລື ພຣະ​ນາມ​ອື່ນ​ໃດ​ຈະ​ປະທານ​ໃຫ້​ພາຍ​ໃຕ້​ສະຫວັນ​ອີກ​ເລີຍ ຊຶ່ງ​ໂດຍ​ທາງ​ນັ້ນ​ມະນຸດ​ຈະ​ລອດ​ໄດ້​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ. ແລະ ບັດ​ນີ້, ຈົ່ງ​ເບິ່ງ ນີ້​ຄື ຄຳ​ສອນ​ຂອງ​ພຣະ​ຄຣິດ, ແລະ ຄື​ຄຳ​ສອນ​ອັນ​ດຽວ ແລະ ແທ້​ຈິງ​ຂອງ ພຣະ​ບິດາ ແລະ ຂອງ​ພຣະ​ບຸດ ແລະ ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຊຶ່ງ​ເປັນ ພຣະ​ເຈົ້າ​ອົງ​ດຽວ, ທີ່​ເປັນ​ຢູ່​ຕະຫລອດ​ການ. ອາ​ແມນ.