ພຣະ​ຄຳ​ພີ
2 ນີໄຟ 32


ບົດ​ທີ 32

ເຫລົ່າ​ທູດ​ກ່າວ​ໂດຍ​ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ—ມະນຸດ​ຄວນ​ອະ​ທິ​ຖານ ແລະ ຮັບ​ຄວາມ​ຮູ້​ເພີ່ມ​ເຕີມ​ເພື່ອ​ຕົວ​ເອງ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ປະ​ມານ 559–545 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້, ຈົ່ງ​ເບິ່ງ​ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຄິດ​ວ່າ​ພວກ​ທ່ານ​ໄຕ່​ຕອງ​ຢູ່​ໃນ​ໃຈ​ແລ້ວ​ກ່ຽວ​ກັບ​ສິ່ງ​ທີ່​ພວກ​ທ່ານ​ຄວນ​ເຮັດ​ຫລັງ​ຈາກ​ເຂົ້າ​ໄປ​ໃນ​ທາງ​ນັ້ນ. ແຕ່​ຈົ່ງ​ເບິ່ງ, ເຫດ​ໃດ​ພວກ​ທ່ານ​ຈຶ່ງ​ໄຕ່​ຕອງ​ເລື່ອງ​ເຫລົ່າ​ນີ້​ຢູ່​ໃນ​ໃຈ​ອີກ?

2 ພວກ​ທ່ານ​ຈຳ​ໄດ້​ບໍ​ວ່າ ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ພວກ​ທ່ານ​ວ່າ ຫລັງ​ຈາກ ຮັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ແລ້ວ ພວກ​ທ່ານ​ຈະ​ເວົ້າ​ດ້ວຍ​ລີ້ນ​ຂອງ​ທູດ? ແລະ ບັດ​ນີ້, ພວກ​ທ່ານ​ຈະ​ເວົ້າ​ດ້ວຍ ລີ້ນ​ຂອງ​ທູດ​ໄດ້​ແນວ​ໃດ​ນອກ​ຈາກ​ຈະ​ເປັນ​ໄປ​ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ?

3 ເຫລົ່າ​ທູດ​ກ່າວ​ໂດຍ​ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ; ດັ່ງ​ນັ້ນ ພວກ​ເພິ່ນ​ຈຶ່ງ​ກ່າວ​ພຣະ​ຄຳ​ຂອງ​ພຣະ​ຄຣິດ. ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ພວກ​ທ່ານ​ວ່າ, ຈົ່ງ ຊື່ນ​ຊົມ​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ຄຣິດ; ເພາະ​ຈົ່ງ​ເບິ່ງ, ພຣະ​ຄຳ​ຂອງ​ພຣະ​ຄຣິດ​ຈະ​ບອກ​ພວກ​ທ່ານ​ທຸກ​ຢ່າງ​ທີ່​ພວກ​ທ່ານ​ຄວນ​ເຮັດ.

4 ດັ່ງ​ນັ້ນ, ບັດ​ນີ້​ຫລັງ​ຈາກ​ຂ້າ​ພະ​ເຈົ້າ​ເວົ້າ​ຂໍ້​ຄວາມ​ນີ້​ແລ້ວ ຖ້າ​ຫາກ​ພວກ​ທ່ານ​ບໍ່​ເຂົ້າ​ໃຈ​ມັນ​ກໍ​ເປັນ​ເພາະ​ພວກ​ທ່ານ​ບໍ່ ໝັ່ນ​ຂໍ ແລະ ທັງ​ພວກ​ທ່ານ​ບໍ່​ໝັ່ນ​ເຄາະ; ດັ່ງ​ນັ້ນ, ພວກ​ທ່ານ​ຈຶ່ງ​ບໍ່​ຖືກ​ພາ​ມາ​ຫາ​ຄວາມ​ສະ​ຫວ່າງ, ແຕ່​ຕ້ອງ​ຕາຍ​ຢູ່​ໃນ​ຄວາມ​ມືດ.

5 ເພາະ​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ພວກ​ທ່ານ​ອີກ​ວ່າ ຖ້າ​ຫາກ​ພວກ​ທ່ານ​ຈະ​ເຂົ້າ​ໄປ​ໂດຍ​ທາງ​ນັ້ນ ແລະ ໄດ້​ຮັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ພຣະ​ອົງ​ຈະ​ສະແດງ​ທຸກ​ຢ່າງ​ທີ່​ພວກ​ທ່ານ​ຄວນ​ເຮັດ​ໃຫ້​ແກ່​ພວກ​ທ່ານ.

6 ຈົ່ງ​ເບິ່ງ, ນີ້​ຄື​ຄຳ​ສອນ​ຂອງ​ພຣະ​ຄຣິດ, ແລະ ຈະ​ບໍ່​ມີ​ຄຳ​ສອນ​ປະທານ​ໃຫ້​ອີກ​ຈົນ​ຫລັງ​ຈາກ​ພຣະ​ອົງ​ຈະ ສະແດງ​ພຣະ​ອົງ​ເອງ​ໃຫ້​ປະຈັກ​ແກ່​ພວກ​ທ່ານ​ໃນ​ເນື້ອ​ໜັງ. ແລະ ເມື່ອ​ພຣະ​ອົງ​ຈະ​ສະແດງ​ພຣະ​ອົງ​ເອງ​ໃຫ້​ປະຈັກ​ແກ່​ທ່ານ​ໃນ​ເນື້ອ​ໜັງ​ແລ້ວ, ສິ່ງ​ທີ່​ພຣະ​ອົງ​ຈະ​ກ່າວ​ກັບ​ພວກ​ທ່ານ, ພວກ​ທ່ານ​ຈົ່ງ​ປະ​ຕິ​ບັດ.

7 ແລະ ບັດ​ນີ້, ຂ້າ​ພະ​ເຈົ້າ​ນີໄຟ​ເວົ້າ​ອີກ​ບໍ່​ໄດ້; ພຣະ​ວິນ​ຍານ​ຢຸດ​ການ​ເອີ່ຍ​ປາກ​ຂອງ​ຂ້າ​ພະ​ເຈົ້າ ແລະ ຂ້າ​ພະ​ເຈົ້າ​ຈະ​ຖືກ​ຖິ້ມ​ໃຫ້​ເປັນ​ທຸກ​ເພາະ​ຄວາມ ບໍ່​ເຊື່ອ​ຖື, ແລະ ຄວາມ​ຊົ່ວ​ຮ້າຍ, ແລະ ຄວາມ​ໂງ່​ຈ້າ ແລະ ຄວາມ​ແຂງ​ຄໍ​ຂອງ​ມະນຸດ; ເພາະ​ພວກ​ເຂົາ​ບໍ່​ສະແຫວງ​ຫາ​ຄວາມ​ຮູ້​ທັງ​ບໍ່​ເຂົ້າ​ໃຈ​ຄວາມ​ຮູ້​ອັນ​ຍິ່ງ​ໃຫຍ່​ທີ່​ມີ​ໃຫ້​ພວກ​ເຂົາ​ດ້ວຍ​ຄວາມ​ແຈ່ມ​ແຈ້ງ, ເຖິງ​ແມ່ນ​ຄວາມ​ແຈ່ມ​ແຈ້ງ​ເທົ່າ​ທີ່​ຖ້ອຍ​ຄຳ​ຈະ ແຈ່ມ​ແຈ້ງ​ໄດ້.

8 ແລະ ບັດ​ນີ້, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ເຫັນ​ວ່າ ພວກ​ທ່ານ​ຍັງ​ໄຕ່​ຕອງ​ຢູ່​ໃນ​ໃຈ; ແລະ ມັນ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ໂສກ​ເສົ້າ​ທີ່​ຕ້ອງ​ໄດ້​ເວົ້າ​ກ່ຽວ​ກັບ​ເລື່ອງ​ນີ້​ກັບ​ພວກ​ທ່ານ. ເພາະ​ຖ້າ​ຫາກ​ພວກ​ທ່ານ​ຈະ​ເຊື່ອ​ຟັງ​ພຣະ​ວິນ​ຍານ​ຊຶ່ງ​ສິດ​ສອນ​ມະນຸດ​ໃຫ້ ອະ​ທິ​ຖານ, ພວກ​ທ່ານ​ຈະ​ຮູ້​ວ່າ​ພວກ​ທ່ານ​ຕ້ອງ​ອະ​ທິ​ຖານ; ເພາະ ວິນ​ຍານ​ຊົ່ວ​ບໍ່​ສິດ​ສອນ​ມະນຸດ​ໃຫ້​ອະ​ທິ​ຖານ, ແຕ່​ສິດ​ສອນ​ເຂົາ​ວ່າ​ບໍ່​ຕ້ອງ​ອະ​ທິ​ຖານ.

9 ແຕ່​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຂໍ​ເວົ້າ​ກັບ​ພວກ​ທ່ານ​ວ່າ ພວກ​ທ່ານ​ຕ້ອງ ອະ​ທິ​ຖານ​ສະເໝີ ແລະ ບໍ່​ຕ້ອງ​ທໍ້​ຖອຍ; ວ່າ​ພວກ​ທ່ານ​ຕ້ອງ​ບໍ່​ເຮັດ​ສິ່ງ​ໃດ​ທີ່​ຈະ​ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ນອກ​ຈາກ​ຂັ້ນ​ທຳ​ອິດ​ພວກ​ທ່ານ​ຕ້ອງ​ອະ​ທິ​ຖານ​ຫາ​ພຣະ​ບິດາ​ໃນ ພຣະ​ນາມ​ຂອງ​ພຣະ​ຄຣິດ​ເສຍ​ກ່ອນ, ເພື່ອ​ພຣະ​ອົງ​ຈະ​ເຮັດ​ໃຫ້​ການ​ປະ​ຕິ​ບັດ​ຂອງ​ພວກ​ທ່ານ​ສັກ​ສິດ​ແກ່​ພວກ​ທ່ານ, ເພື່ອ​ການ​ປະ​ຕິ​ບັດ​ຂອງ​ພວກ​ທ່ານ​ຈະ​ເປັນ​ໄປ​ເພື່ອ ຄວາມ​ຜາ​ສຸກ​ຂອງ​ຈິດ​ວິນ​ຍານ​ຂອງ​ພວກ​ທ່ານ​ເອງ.