ພຣະ​ຄຳ​ພີ
2 ນີໄຟ 33


ບົດ​ທີ 33

ຄຳ​ເວົ້າ​ຂອງ​ນີໄຟ​ເປັນ​ຄວາມ​ຈິງ—ມັນ​ເປັນ​ພະຍານ​ເຖິງ​ພຣະ​ຄຣິດ—ຜູ້​ທີ່​ເຊື່ອ​ໃນ​ພຣະ​ຄຣິດ​ຈະ​ເຊື່ອ​ຖ້ອຍ​ຄຳ​ຂອງ​ນີໄຟ, ຊຶ່ງ​ຈະ​ຢືນ​ເປັນ​ພະຍານ​ຕໍ່​ໜ້າ​ບັນ​ລັງ​ພິ​ພາກ​ສາ. ປະ​ມານ 559–545 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ນີໄຟ​ບັນ​ທຶກ​ເລື່ອງ​ທັງ​ໝົດ​ທີ່​ສິດ​ສອນ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ໄວ້​ບໍ່​ໄດ້; ທັງ​ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ບັນ​ທຶກ ໄວ້​ໄດ້​ດີ​ເທົ່າ​ກັບ​ການ​ເວົ້າ; ເພາະ​ວ່າ​ເມື່ອ​ມີ​ຜູ້​ໃດ ເວົ້າ​ໂດຍ​ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຍ່ອມ​ນຳ​ຄຳ​ເວົ້າ​ໄປ​ຫາ​ໃຈ​ຂອງ​ລູກ​ຫລານ​ມະນຸດ.

2 ແຕ່​ຈົ່ງ​ເບິ່ງ, ມີ​ຄົນ​ເປັນ​ຈຳນວນ​ຫລວງ​ຫລາຍ​ທີ່​ເຮັດ​ໃຈ ແຂງ​ກະ​ດ້າງ​ຕໍ່​ພຣະ​ວິນ​ຍານ​ສັກ​ສິດ ຈົນ​ພຣະ​ອົງ​ບໍ່​ມີ​ບ່ອນ​ຢູ່​ໃນ​ພວກ​ເຂົາ; ດັ່ງ​ນັ້ນ, ພວກ​ເຂົາ​ຈຶ່ງ​ປະ​ຖິ້ມ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ທີ່​ໄດ້​ບັນ​ທຶກ​ໄວ້ ແລະ ຖື​ວ່າ​ມັນ​ບໍ່​ມີ​ຄຸນ​ຄ່າ.

3 ແຕ່​ຂ້າ​ພະ​ເຈົ້າ​ນີໄຟ​ບັນ​ທຶກ​ເລື່ອງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຂຽນ​ໄວ້, ແລະ ຂ້າ​ພະ​ເຈົ້າ​ຖື​ວ່າ​ມັນ​ມີ ຄຸນ​ຄ່າ​ອັນ​ໃຫຍ່​ຫລວງ, ແລະ ໂດຍ​ສະ​ເພາະ​ຕໍ່​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ. ເພາະ​ຂ້າ​ພະ​ເຈົ້າ ອະ​ທິ​ຖານ​ຢູ່​ຕະຫລອດ​ເວລາ ເພື່ອ​ພວກ​ເຂົາ​ໃນ​ເວລາ​ກາງ​ເວັນ, ແລະ ຕາ​ຂອງ​ຂ້າ​ພະ​ເຈົ້າ​ເຮັດ​ໃຫ້​ໝອນ​ຂອງ​ຂ້າ​ພະ​ເຈົ້າ​ປຽກ​ໃນ​ເວລາ​ກາງ​ຄືນ ເພາະ​ພວກ​ເຂົາ; ແລະ ຂ້າ​ພະ​ເຈົ້າ​ຮ້ອງ​ທູນ​ຕໍ່​ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ​ດ້ວຍ​ສັດທາ ແລະ ຂ້າ​ພະ​ເຈົ້າ​ຮູ້​ວ່າ, ພຣະ​ອົງ​ຈະ​ໄດ້​ຍິນ​ສຽງ​ຂອງ​ຂ້າ​ພະ​ເຈົ້າ.

4 ແລະ ຂ້າ​ພະ​ເຈົ້າ​ຮູ້​ວ່າ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ອຸ​ທິດ​ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ພະ​ເຈົ້າ ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ. ແລະ ຂໍ້​ຄວາມ​ທີ່​ຂ້າ​ພະ​ເຈົ້າ​ບັນ​ທຶກ​ໄວ້​ດ້ວຍ​ຄວາມ​ອ່ອນ​ແອ​ຈະ​ຖືກ​ເຮັດ​ໃຫ້ ເຂັ້ມ​ແຂງ​ຂຶ້ນ​ເພື່ອ​ພວກ​ເຂົາ; ເພາະ​ມັນ​ຈະ ຊັກ​ຊວນ​ໃຫ້​ພວກ​ເຂົາ​ເຮັດ​ຄວາມ​ດີ; ມັນ​ຈະ​ເຮັດ​ໃຫ້​ພວກ​ເຂົາ​ຮູ້​ເລື່ອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ; ແລະ ມັນ​ກ່າວ​ເຖິງ​ພຣະ​ເຢຊູ ແລະ ຊັກ​ຊວນ​ໃຫ້​ພວກ​ເຂົາ​ເຊື່ອ​ໃນ​ພຣະ​ອົງ ແລະ ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ ຊຶ່ງ​ມັນ​ຄື​ຊີ​ວິດ ນິ​ລັນ​ດອນ.

5 ແລະ ມັນ​ໄດ້​ກ່າວ ຮຸນ​ແຮງ​ຕິ​ຕຽນ​ບາບ, ຕາມ ຄວາມ​ແຈ່ມ​ແຈ້ງ​ຂອງ​ຄວາມ​ຈິງ; ດັ່ງ​ນັ້ນ, ບໍ່​ມີ​ຜູ້​ໃດ​ຈະ​ກຽດ​ຊັງ ຂໍ້​ຄວາມ​ທີ່​ຂ້າ​ພະ​ເຈົ້າ​ບັນ​ທຶກ​ໄວ້​ນອກ​ຈາກ​ພວກ​ເຂົາ​ຈະ​ເປັນ​ຂອງ​ວິນ​ຍານ​ຂອງ​ມານ.

6 ຂ້າ​ພະ​ເຈົ້າ​ປາບ​ປື້ມ​ໃນ​ຄວາມ​ແຈ່ມ​ແຈ້ງ; ຂ້າ​ພະ​ເຈົ້າ​ປາບ​ປື້ມ​ໃນ​ຄວາມ​ຈິງ; ຂ້າ​ພະ​ເຈົ້າ​ປາບ​ປື້ມ​ໃນ​ພຣະ​ເຢຊູ​ຂອງ​ຂ້າ​ພະ​ເຈົ້າ, ເພາະ​ພຣະ​ອົງ​ໄດ້ ໄຖ່​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ​ຈາກ​ນະລົກ.

7 ຂ້າ​ພະ​ເຈົ້າ​ມີ ຄວາມ​ໃຈ​ບຸນ​ຕໍ່​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ, ແລະ ສັດທາ​ອັນ​ແຮງ​ກ້າ​ໃນ​ພຣະ​ຄຣິດ ວ່າ​ຂ້າ​ພະ​ເຈົ້າ​ຈະ​ພົບ​ຈິດ​ວິນ​ຍານ​ຫລວງ​ຫລາຍ​ທີ່​ບໍ່​ມີ​ມົນ​ທິນ​ທີ່​ບັນ​ລັງ​ພິ​ພາກ​ສາ​ຂອງ​ພຣະ​ອົງ.

8 ຂ້າ​ພະ​ເຈົ້າ​ມີ​ຄວາມ​ໃຈ​ບຸນ​ຕໍ່ ຊາວ​ຢິວ—ຂ້າ​ພະ​ເຈົ້າ​ກ່າວ​ວ່າ​ຊາວ​ຢິວ​ເພາະ​ຂ້າ​ພະ​ເຈົ້າ​ໝາຍ​ເຖິງ​ຜູ້​ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ໜີ​ຈາກ​ມາ.

9 ແລະ ຂ້າ​ພະ​ເຈົ້າ​ມີ​ຄວາມ​ໃຈ​ບຸນ​ຕໍ່ ຄົນ​ຕ່າງ​ຊາດ​ນຳ​ອີກ. ແຕ່​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຫວັງ​ໃນ​ຄົນ​ເຫລົ່າ​ນີ້​ບໍ່​ໄດ້ ຖ້າ​ຫາກ​ພວກ​ເຂົາ​ບໍ່ ປອງ​ດອງ​ກັບ​ພຣະ​ຄຣິດ, ແລະ ເຂົ້າ​ໄປ​ໃນ​ປະຕູ​ທີ່ ແຄບ ແລະ ເດີນ​ໄປ​ໃນ​ທາງ​ທີ່ ຄັບ ຊຶ່ງ​ນຳ​ໄປ​ສູ່​ຊີ​ວິດ, ແລະ ດຳ​ເນີນ​ຕໍ່​ໄປ​ໃນ​ທາງ​ນັ້ນ​ຈົນ​ເຖິງ​ທີ່​ສຸດ​ຂອງ​ວັນ​ເວລາ​ແຫ່ງ​ການ​ທົດ​ລອງ.

10 ແລະ ບັດ​ນີ້, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ​ກັບ​ຊາວ​ຢິວ​ນຳ​ອີກ, ແລະ ພວກ​ທ່ານ​ທັງ​ຫລາຍ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ, ຈົ່ງ​ເຊື່ອ​ຟັງ​ຂໍ້​ຄວາມ​ເຫລົ່າ​ນີ້ ແລະ ເຊື່ອ​ໃນ​ພຣະ​ຄຣິດ; ແລະ ຖ້າ​ຫາກ​ພວກ​ທ່ານ​ບໍ່​ເຊື່ອ​ໃນ​ຂໍ້​ຄວາມ​ເຫລົ່າ​ນີ້​ກໍ​ຈົ່ງ​ໃຫ້​ເຊື່ອ​ໃນ​ພຣະ​ຄຣິດ. ແລະ ຖ້າ​ຫາກ​ພວກ​ທ່ານ​ຈະ​ເຊື່ອ​ໃນ​ພຣະ​ຄຣິດ ພວກ​ທ່ານ​ຈະ​ເຊື່ອ​ໃນ ຂໍ້​ຄວາມ​ເຫລົ່າ​ນີ້, ເພາະ​ມັນ​ເປັນ ພຣະ​ຄຳ​ຂອງ​ພຣະ​ຄຣິດ, ແລະ ພຣະ​ອົງ​ໄດ້​ປະທານ​ໃຫ້​ຂ້າ​ພະ​ເຈົ້າ; ແລະ ມັນ ສິດ​ສອນ​ຄົນ​ທັງ​ປວງ​ວ່າ ພວກ​ເຂົາ​ຄວນ​ເຮັດ​ຄວາມ​ດີ.

11 ແລະ ຖ້າ​ຫາກ​ພວກ​ທ່ານ​ຕັດ​ສິນ​ວ່າ​ມັນ​ບໍ່​ເປັນ​ພຣະ​ຄຳ​ຂອງ​ພຣະ​ຄຣິດ—​ເພາະ​ພຣະ​ຄຣິດ​ຈະ​ສະແດງ​ແກ່​ພວກ​ທ່ານ​ໃນ​ວັນ​ສຸດ​ທ້າຍ​ດ້ວຍ ອຳນາດ ແລະ ລັດ​ສະ​ໝີ​ພາບ​ອັນ​ຍິ່ງ​ໃຫຍ່​ວ່າ ມັນ​ເປັນ​ພຣະ​ຄຳ​ຂອງ​ພຣະ​ອົງ; ແລະ ພວກ​ທ່ານ​ກັບ​ຂ້າ​ພະ​ເຈົ້າ​ຈະ​ປະ​ເຊີນ​ໜ້າ​ກັນ​ຢູ່ ບ່ອນ​ພິ​ພາກ​ສາ​ຂອງ​ພຣະ​ອົງ; ແລະ ພວກ​ທ່ານ​ຈະ​ຮູ້​ວ່າ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ບັນ​ຊາ​ຈາກ​ພຣະ​ອົງ​ໃຫ້​ບັນ​ທຶກ​ເລື່ອງ​ເຫລົ່າ​ນີ້​ເຖິງ​ແມ່ນ​ຂ້າ​ພະ​ເຈົ້າ​ອ່ອນ​ແອ.

12 ແລະ ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ຕໍ່​ພຣະ​ບິດາ​ໃນ​ພຣະ​ນາມ​ຂອງ​ພຣະ​ຄຣິດ​ວ່າ ຫລາຍ​ຄົນ​ພວກ​ເຮົາ​ຖ້າ​ຫາກ​ບໍ່​ແມ່ນ​ໝົດ​ທຸກ​ຄົນ ຂໍ​ໃຫ້​ໄດ້​ຮັບ​ຄວາມ​ລອດ​ໃນ ອາ​ນາ​ຈັກ​ຂອງ​ພຣະ​ອົງ​ໃນ​ວັນ​ຍິ່ງ​ໃຫຍ່ ແລະ ສຸດ​ທ້າຍ​ນັ້ນ​ເທີ້ນ.

13 ແລະ ບັດ​ນີ້, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຄົນ​ທັງ​ປວງ​ທີ່​ເປັນ​ເຊື້ອ​ສາຍ​ອິດສະ​ຣາເອນ, ແລະ ທ່ານ​ທັງ​ຫລາຍ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ, ຂ້າ​ພະ​ເຈົ້າ​ຂໍ​ເວົ້າ​ກັບ​ພວກ​ທ່ານ​ຄື​ສຽງ​ຂອງ​ຄົນ​ທີ່ ຮ້ອງ​ອອກ​ມາ​ຈາກ​ພື້ນ​ດິນ: ລາ​ກ່ອນ​ຈົນ​ກວ່າ​ວັນ​ອັນ​ຍິ່ງ​ໃຫຍ່​ນັ້ນ​ຈະ​ມາ​ເຖິງ.

14 ແລະ ຕໍ່​ຜູ້​ທີ່​ບໍ່​ຍອມ​ຮັບ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ຂອງ​ພຣະ​ເຈົ້າ, ແລະ ບໍ່​ນັບ​ຖື ຖ້ອຍ​ຄຳ​ຂອງ​ຊາວ​ຢິວ, ແລະ ຄຳ​ເວົ້າ​ຂອງ​ຂ້າ​ພະ​ເຈົ້າ​ນຳ​ອີກ, ແລະ ກັບ​ຖ້ອຍ​ຄຳ​ຊຶ່ງ​ຈະ​ອອກ​ຈາກ​ປາກ​ຂອງ​ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ, ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ອຳ​ລາ​ອັນ​ເປັນ​ນິດ​ກັບ​ທ່ານ, ເພາະ​ຂໍ້​ຄວາມ​ເຫລົ່າ​ນີ້​ຈະ ກ່າວ​ໂທດ​ທ່ານ​ໃນ​ວັນ​ສຸດ​ທ້າຍ.

15 ເພາະ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຜະ​ນຶກ​ໄວ້​ເທິງ​ແຜ່ນ​ດິນ​ໂລກ, ຈະ​ຖືກ​ນຳ​ມາ​ຟ້ອງ​ທ່ານ​ທີ່ ບັນ​ລັງ​ພິ​ພາກ​ສາ; ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ບັນ​ຊາ​ຂ້າ​ພະ​ເຈົ້າ​ດັ່ງ​ນີ້, ແລະ ຂ້າ​ພະ​ເຈົ້າ​ຕ້ອງ​ເຊື່ອ​ຟັງ. ອາ​ແມນ.