ພຣະ​ຄຳ​ພີ
2 ນີໄຟ 3


ບົດ​ທີ 3

ໂຢເຊັບ​ໃນ​ເອຢິບ​ເຫັນ​ຊາວ​ນີໄຟ​ໃນ​ພາບ​ນິມິດ—ເພິ່ນ​ໄດ້​ທຳ​ນາຍ​ເຖິງ​ໂຈເຊັບ ສະມິດ, ຜູ້​ພະ​ຍາ​ກອນ​ຍຸກ​ສຸດ​ທ້າຍ; ແລະ ເຖິງ​ໂມເຊ​ຜູ້​ທີ່​ໄດ້​ນຳ​ພາ​ຊາວ​ອິດສະ​ຣາເອນ​ອອກ​ໄປ; ແລະ ເຖິງ​ການ​ອອກ​ມາ​ຂອງ​ພຣະ​ຄຳ​ພີ​ມໍມອນ. ປະ​ມານ 588–570 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້​ພໍ່​ຂໍ​ເວົ້າ​ກັບ​ລູກ, ໂຢເຊັບ ລູກ​ຫລ້າ​ຂອງ​ພໍ່. ລູກ​ໄດ້​ເກີດ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ແຫ່ງ​ຄວາມ​ທຸກ​ຂອງ​ພໍ່; ແທ້​ຈິງ​ແລ້ວ, ໃນ​ວັນ​ແຫ່ງ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ອັນ​ໃຫຍ່​ຫລວງ​ທີ່​ສຸດ​ຂອງ​ພໍ່​ທີ່​ແມ່​ຂອງ​ລູກ​ໄດ້​ກຳເນີດ​ລູກ​ມາ.

2 ແລະ ຂໍ​ພຣະ​ຜູ້​ເປັນ​ເຈົ້າ​ຈົ່ງ​ຕັ້ງ ແຜ່ນ​ດິນ​ນີ້ ຊຶ່ງ​ເປັນ​ແຜ່ນ​ດິນ​ທີ່​ມີ​ຄຸນ​ຄ່າ​ທີ່​ສຸດ​ໄວ້​ໃຫ້​ລູກ ເພື່ອ​ເປັນ​ມູນ​ມໍ​ລະ​ດົກ​ຂອງ​ລູກ ແລະ ເປັນ​ມູນ​ມໍ​ລະ​ດົກ​ຂອງ​ລູກ​ຫລານ​ຂອງ​ລູກ​ກັບ​ພວກ​ອ້າຍ​ຂອງ​ລູກ, ເພື່ອ​ຄວາມ​ໝັ້ນ​ຄົງ​ຂອງ​ລູກ​ຕະຫລອດ​ໄປ ຖ້າ​ຫາກ​ເປັນ​ໄປ​ວ່າ​ລູກ​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດສະ​ຣາເອນ.

3 ແລະ ບັດ​ນີ້, ໂຢເຊັບ​ລູກ​ຜູ້​ຫລ້າ​ຂອງ​ພໍ່, ຜູ້​ທີ່​ພໍ່​ໄດ້​ພາ​ອອກ​ມາ​ຈາກ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ແຫ່ງ​ຄວາມ​ທຸກ​ຂອງ​ພໍ່, ຂໍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ຈົ່ງ​ປະທານ​ພອນ​ໃຫ້​ແກ່​ລູກ​ຕະຫລອດ​ໄປ​ເພື່ອ​ລູກ​ຫລານ​ຂອງ​ລູກ​ຈະ​ບໍ່​ຖືກ ທຳ​ລາຍ​ໃຫ້​ໝົດ​ສິ້ນ​ໄປ.

4 ເພາະ​ຈົ່ງ​ເບິ່ງ, ລູກ​ເປັນ​ຜົນ​ແອວ​ຂອງ​ພໍ່; ແລະ ພໍ່​ເປັນ​ຜູ້​ສືບ​ຕະ​ກຸນ​ຂອງ ໂຢເຊັບ ຜູ້​ຊຶ່ງ​ຖືກ​ພາ​ໄປ​ເປັນ ຊະ​ເລີຍ​ໃນ​ເອຢິບ. ແລະ ພັນທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຊຶ່ງ​ກະ​ທຳ​ໄວ້​ກັບ​ໂຢເຊັບ​ນັ້ນ​ຍິ່ງ​ໃຫຍ່.

5 ດັ່ງນັ້ນ, ໂຢເຊັບ​ໄດ້ ເຫັນ​ວັນ​ເວລາ​ຂອງ​ພວກ​ເຮົາ. ແລະ ໂຢເຊັບ​ໄດ້​ຮັບ​ສັນ​ຍາ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ຈາກ​ຜົນ​ແອວ​ຂອງ​ລາວ, ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຍົກ ກິ່ງ​ງ່າ ອັນ​ຊອບ​ທຳ​ຂຶ້ນ​ເພື່ອ​ເຊື້ອ​ສາຍ​ອິດສະ​ຣາເອນ; ບໍ່​ແມ່ນ​ພຣະ​ເມ​ຊີ​ອາ, ແຕ່​ເປັນ​ກິ່ງ​ງ່າຊຶ່ງ​ຈະ​ຖືກ​ຫັກ​ອອກ​ມາ, ເຖິງ​ຢ່າງ​ໃດ​ກໍ​ຕາມ, ມັນ​ກໍ​ຈະ​ຖືກ​ຈົດ​ຈຳ​ໄວ້​ໃນ​ພັນທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ ພຣະ​ເມ​ຊີ​ອາ​ຈະ​ຖືກ​ສະແດງ​ໃຫ້​ປະຈັກ​ແກ່​ພວກ​ເຂົາ​ໃນ​ຍຸກ​ສຸດ​ທ້າຍ ດ້ວຍ​ພຣະ​ວິນ​ຍານ​ແຫ່ງ​ອຳນາດ​ຂອງ​ການ​ນຳ​ພວກ​ເຂົາ​ອອກ​ຈາກ ຄວາມ​ມືດ​ໄປ​ຫາ​ແສງ​ສະ​ຫວ່າງ—​ແທ້​ຈິງ​ແລ້ວ, ອອກ​ຈາກ​ຄວາມ​ມືດ​ທີ່​ປິດ​ບັງ ແລະ ອອກ​ຈາກ​ຄວາມ​ເປັນ​ຊະ​ເລີຍ​ໄປ​ຫາ​ອິດສະ​ລະພາບ.

6 ເພາະ​ໂຢເຊັບ​ໃຫ້​ຖ້ອຍ​ຄຳ​ໄວ້​ແທ້ໆ ຊຶ່ງ​ມີ​ຄວາມ​ວ່າ: ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ ຈະ​ຍົກ ຜູ້​ພະ​ຍາ​ກອນ​ຜູ້​ໜຶ່ງ​ຂຶ້ນ​ມາ​ໃຫ້​ແກ່ ຜົນ​ແອວ​ຂອງ​ຂ້າ​ພະ​ເຈົ້າ, ຊຶ່ງ​ຈະ​ເປັນ​ຜູ້​ພະ​ຍາ​ກອນ​ທີ່​ປະ​ເສີດ.

7 ແທ້​ຈິງ​ແລ້ວ, ໂຢເຊັບ​ໄດ້​ກ່າວ​ໄວ້​ວ່າ: ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ດັ່ງ​ນີ້: ເຮົາ​ຈະ​ຍົກ ຜູ້​ພະ​ຍາ​ກອນ​ທີ່​ປະ​ເສີດ​ຜູ້​ໜຶ່ງ​ຂຶ້ນ​ຈາກ​ຜົນ​ແອວ​ຂອງ​ເຈົ້າ. ແລະ ລາວ​ຈະ​ເປັນ​ຜູ້​ທີ່​ໜ້າ​ນັບ​ຖື​ຢ່າງ​ສູງ​ໃນ​ບັນ​ດາ​ຜົນ​ແອວ​ຂອງ​ເຈົ້າ ແລະ ເຮົາ​ຈະ​ໃຫ້​ບັນ​ຍັດ​ແກ່​ລາວ​ເພື່ອ​ລາວ​ຈະ​ໄດ້​ກະ​ທຳ​ວຽກ​ງານ​ສິ່ງ​ໜຶ່ງ​ເພື່ອ​ຜົນ​ແອວ​ຂອງ​ເຈົ້າ, ຜູ້​ເປັນ​ພີ່​ນ້ອງ​ຂອງ​ລາວ ຊຶ່ງ​ຈະ​ມີ​ຄ່າ​ອັນ​ຍິ່ງ​ໃຫຍ່​ກັບ​ພວກ​ເຂົາ, ເຖິງ​ແມ່ນ​ຕໍ່​ການ​ນຳ​ພວກ​ເຂົາ​ມາ​ຫາ​ຄວາມ​ຮູ້​ຂອງ​ພັນທະ​ສັນ​ຍາ ຊຶ່ງ​ເຮົາ​ໄດ້​ເຮັດ​ໄວ້​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ເຈົ້າ.

8 ແລະ ເຮົາ​ຈະ​ໃຫ້​ບັນ​ຍັດ​ແກ່​ລາວ​ຂໍ້​ໜຶ່ງ​ວ່າ ລາວ​ຈະ​ບໍ່​ເຮັດ​ງານ ອື່ນ ນອກ​ຈາກ​ງານ​ທີ່​ເຮົາ​ຈະ​ສັ່ງ​ລາວ. ແລະ ເຮົາ​ຈະ​ເຮັດ​ໃຫ້​ລາວ​ຍິ່ງ​ໃຫຍ່​ໃນ​ສາຍ​ຕາ​ຂອງ​ເຮົາ; ເພາະ​ລາວ​ຈະ​ເຮັດ​ວຽກ​ງານ​ຂອງ​ເຮົາ.

9 ແລະ ລາວ​ຈະ​ຍິ່ງ​ໃຫຍ່​ເໝືອນ​ກັນ​ກັບ ໂມເຊ​ຜູ້​ຊຶ່ງ​ເຮົາ​ກ່າວ​ໄວ້​ວ່າ​ຈະ​ຍົກ​ຂຶ້ນ​ໃຫ້​ເຈົ້າ​ເພື່ອ ປົດ​ປ່ອຍ​ຜູ້​ຄົນ​ຂອງ​ເຮົາ, ໂອ້ ເຊື້ອ​ສາຍ​ອິດສະ​ຣາເອນ.

10 ແລະ ເຮົາ​ຈະ​ຍົກ​ໂມເຊ​ຂຶ້ນ​ເພື່ອ​ປົດ​ປ່ອຍ​ຜູ້​ຄົນ​ຂອງ​ເຈົ້າ​ອອກ​ຈາກ​ແຜ່ນ​ດິນ​ເອຢິບ.

11 ແຕ່​ເຮົາ​ຈະ​ຍົກ​ຜູ້​ພະ​ຍາ​ກອນ​ຜູ້​ໜຶ່ງ​ຂຶ້ນ​ຈາກ​ຜົນ​ແອວ​ຂອງ​ເຈົ້າ; ແລະ ເຮົາ​ຈະ​ໃຫ້ ອຳນາດ​ແກ່​ລາວ ເພື່ອ​ຈະ​ນຳ​ຄຳ​ເວົ້າ​ຂອງ​ເຮົາ​ອອກ​ມາ​ຫາ​ລູກ​ຫລານ​ຂອງ​ຜົນ​ແອວ​ຂອງ​ເຈົ້າ—​ແລະ ບໍ່​ພຽງ​ແຕ່​ເພື່ອ​ການ​ນຳ​ຄຳ​ເວົ້າ​ຂອງ​ເຮົາ​ອອກ​ມາ​ເທົ່າ​ນັ້ນ, ແຕ່​ຈະ​ເຮັດ​ໃຫ້​ພວກ​ເຂົາ​ເນັ້ນ​ໜັກ​ໃນ​ຄຳ​ເວົ້າ​ຂອງ​ເຮົາ, ຊຶ່ງ​ຈະ​ອອກ​ໄປ​ໃນ​ບັນ​ດາ​ພວກ​ເຂົາ​ແລ້ວ ພຣະ​ເຈົ້າ​ໄດ້​ກ່າວ​ໄວ້.

12 ດັ່ງນັ້ນ, ຜົນ​ແອວ​ຂອງ​ເຈົ້າຈະ ບັນ​ທຶກ; ແລະ ຜົນ​ແອວ​ຂອງ ຢູ​ດາ​ຈະ ບັນ​ທຶກ; ແລະ ເລື່ອງ​ທີ່​ຈະ​ບັນ​ທຶກ​ໄວ້​ໂດຍ​ຜົນ​ແອວ​ຂອງ​ເຈົ້າ, ແລະ ເລື່ອງ​ທີ່​ຈະ​ບັນ​ທຶກ​ໄວ້​ຈາກ​ຜົນ​ແອວ​ຂອງ​ຢູ​ດາ​ຈະ​ເຕີບ​ໂຕ​ພ້ອມ​ກັນ, ຊຶ່ງນຳ​ໄປ​ຫາ​ການ​ເຮັດ​ໃຫ້​ຄຳ​ສອນ​ທີ່​ຜິດ​ນັ້ນ ຍອມ​ຈຳ​ນົນ ແລະ ກຳ​ຈັດ​ການ​ຂັດ​ແຍ້ງ, ແລະ ສະຖາ​ປະນາ​ສັນ​ຕິ​ສຸກ​ຂຶ້ນ​ໃນ​ບັນ​ດາ​ຜົນ​ແອວ​ຂອງ​ເຈົ້າ, ແລະ ນຳ​ພວກ​ເຂົາ​ມາ​ຫາ ຄວາມ​ຮູ້​ເຖິງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ​ໃນ​ຍຸກ​ສຸດ​ທ້າຍ, ແລະ ນຳ​ມາ​ຫາ​ຄວາມ​ຮູ້​ຂອງ​ພັນທະ​ສັນ​ຍາ​ຂອງ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.

13 ແລະ ໃນ​ມື້​ນັ້ນ​ຄວາມ​ອ່ອນ​ແອ​ຂອງ​ພວກ​ເຂົາ​ຈະ​ຖືກ​ເຮັດ​ໃຫ້​ເຂັ້ມ​ແຂງ ເພາະ​ວຽກ​ງານ​ຂອງ​ເຮົາ​ຈະ​ເລີ່ມ​ຕົ້ນ​ໃນ​ບັນ​ດາ​ຜູ້​ຄົນ​ທັງ​ໝົດ​ຂອງ​ເຮົາ, ເພື່ອ​ການ​ນຳ​ເຈົ້າ​ກັບ​ຄືນ, ໂອ້ ເຊື້ອ​ສາຍ​ອິດສະ​ຣາເອນ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ.

14 ແລະ ໂຢເຊັບ​ໄດ້​ທຳ​ນາຍ​ໄວ້ ມີ​ຄວາມ​ວ່າ: ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ປະທານ​ພອນ​ໃຫ້​ຜູ້​ພະ​ຍາ​ກອນ​ຜູ້​ນັ້ນ; ແລະ ຜູ້​ທີ່​ພະ​ຍາ​ຍາມ​ທຳ​ລາຍ​ເພິ່ນ​ຈະ​ຍອມ​ຈຳ​ນົນ; ເພາະ​ຄຳ​ສັນ​ຍາ​ນີ້, ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ມາ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ກ່ຽວ​ກັບ​ຜົນ​ແອວ​ຂອງ​ຂ້າ​ພະ​ເຈົ້າ​ຈະ​ສຳ​ເລັດ. ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ແນ່​ໃຈ​ໃນ​ຄວາມ​ສຳ​ເລັດ​ແຫ່ງ​ຄຳ​ສັນ​ຍາ​ນີ້;

15 ແລະ ຊື່​ຂອງ​ເພິ່ນ​ຈະ​ຖືກ​ເອີ້ນ​ຕາມ ຊື່​ຂອງ​ຂ້າ​ພະ​ເຈົ້າ; ແລະ ເອີ້ນ​ຕາມ ຊື່​ຂອງ​ພໍ່​ຂອງ​ເພິ່ນ ແລະ ເພິ່ນ​ຈະ​ເປັນ​ເໝືອນ​ດັ່ງ​ຂ້າ​ພະ​ເຈົ້າ; ເພາະ​ເລື່ອງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ນຳ​ອອກ​ມາ​ໂດຍ​ມື​ຂອງ​ເພິ່ນ, ແລະ ອຳນາດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ນຳ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ມາ​ຫາ​ຄວາມ​ລອດ.

16 ແທ້​ຈິງ​ແລ້ວ, ໂຢເຊັບ​ໄດ້​ທຳ​ນາຍ​ໄວ້​ວ່າ: ຂ້າ​ພະ​ເຈົ້າ​ແນ່​ໃຈ​ເຖິງ​ເລື່ອງ​ນີ້, ມັນ​ເໝືອນ​ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ແນ່​ໃຈ​ໃນ​ຄຳ​ສັນ​ຍາ​ຂອງ​ໂມເຊ; ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ, ເຮົາ​ຈະ ຮັກ​ສາ​ລູກ​ຫລານ​ຂອງ​ເຈົ້າ​ຕະຫລອດ​ໄປ.

17 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ: ເຮົາ​ຈະ​ຍົກ​ໂມເຊ​ຂຶ້ນ; ແລະ ເຮົາ​ຈະ​ໃຫ້​ອຳນາດ​ແກ່​ລາວ​ໃນ​ໄມ້​ຄ້ອນ​ເທົ້າ, ແລະ ເຮົາ​ຈະ​ມອບ​ການ​ພິ​ພາກ​ສາ​ໃຫ້​ແກ່​ລາວ​ໃນ​ການ​ບັນ​ທຶກ. ແຕ່​ເຮົາ​ຈະ​ບໍ່​ປ່ອຍ​ລີ້ນ​ຂອງ​ລາວ​ໃຫ້​ເວົ້າ​ຫລາຍ, ເພາະ​ເຮົາ​ຈະ​ບໍ່​ເຮັດ​ໃຫ້​ລາວ​ຍິ່ງ​ໃຫຍ່​ໃນ​ການ​ເວົ້າ, ແຕ່​ເຮົາ​ຈະ ຂຽນ​ກົດ​ຂອງ​ເຮົາ​ໃຫ້​ລາວ​ດ້ວຍ​ນິ້ວ​ມື​ຂອງ​ເຮົາ​ເອງ ແລະ ເຮົາ​ຈະ​ໃຫ້​ມີ​ຜູ້ ເວົ້າ​ແທນ​ລາວ.

18 ແລະ ພຣະ​ອົງ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ອີກ​ວ່າ: ເຮົາ​ຈະ​ຍົກ​ຂຶ້ນ​ໄວ້​ເພື່ອ​ຜົນ​ແອວ​ຂອງ​ເຈົ້າ, ແລະ ເຮົາ​ຈະ​ໃຫ້​ມີ​ຜູ້​ເວົ້າ​ແທນ​ລາວ. ແລະ ເຮົາ, ຈົ່ງ​ເບິ່ງ, ເຮົາ​ຈະ​ໃຫ້​ແກ່​ລາວ​ເພື່ອ​ລາວ​ຈະ​ໄດ້​ຂຽນ​ເລື່ອງ​ທີ່​ຜົນ​ແອວ​ຂອງ​ເຈົ້າ​ຂຽນ​ເຖິງ​ຜົນ​ແອວ​ຂອງ​ເຈົ້າ; ແລະ ຜູ້​ເວົ້າ​ຂອງ​ຜົນ​ແອວ​ຂອງ​ເຈົ້າ​ຈະ​ປະ​ກາດ​ມັນ.

19 ແລະ ຄຳ​ເວົ້າ​ທີ່​ລາວ​ຈະ​ຂຽນ​ນັ້ນ​ຈະ​ເປັນ​ຄຳ​ເວົ້າ​ທີ່​ສະຫລຽວ​ສະຫລາດ​ຂອງ​ເຮົາ ຊຶ່ງ​ສົມ​ຄວນ​ທີ່​ຈະ​ອອກ​ໄປ​ສູ່​ຜົນ​ແອວ​ຂອງ​ເຈົ້າ. ແລະ ມັນ​ຈະ​ເປັນ​ຄື​ກັນ​ກັບ​ວ່າ ຜົນ​ແອວ​ຂອງ​ເຈົ້າ​ຮ້ອງ​ບອກ​ພວກ​ເຂົາ ຈາກ​ພື້ນ​ດິນ ເພາະ​ເຮົາ​ຮູ້​ຈັກ​ສັດທາ​ຂອງ​ພວກ​ເຂົາ.

20 ແລະ ພວກ​ເຂົາ​ຈະ ຮ້ອງ​ຈາກ​ພື້ນ​ດິນ, ແທ້​ຈິງ​ແລ້ວ, ເຖິງ​ແມ່ນ​ຈະ​ຮ້ອງ​ການ​ກັບ​ໃຈ​ໃຫ້​ພີ່​ນ້ອງ​ຂອງ​ພວກ​ເຂົາ, ເຖິງ​ແມ່ນ​ຫລັງ​ຈາກ​ຄົນ​ຫລາຍ​ລຸ້ນ​ຜ່ານ​ພວກ​ເຂົາ​ໄປ. ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ສຽງ​ຮ້ອງ​ຂອງ​ພວກ​ເຂົາ​ຈະ​ໄປ​ເຖິງ​ຕາມ​ຄວາມ​ງ່າຍ​ດາຍ​ຂອງ​ຄຳ​ເວົ້າ​ຂອງ​ພວກ​ເຂົາ.

21 ເພາະ​ສັດທາ​ຂອງ​ພວກ​ເຂົາ ຄຳ​ເວົ້າ​ຂອງ​ພວກ​ເຂົາ​ຈະ​ອອກ​ຈາກ​ປາກ​ຂອງ​ເຮົາ​ໄປ​ຫາ​ພີ່​ນ້ອງ​ຂອງ​ພວກ​ເຂົາ​ຜູ້​ເປັນ​ຜົນ​ແອວ​ຂອງ​ເຈົ້າ, ແລະ ເຮົາ​ຈະ​ເຮັດ​ໃຫ້​ຄວາມ​ອ່ອນ​ແອ​ຂອງ​ຄຳ​ເວົ້າ​ຂອງ​ພວກ​ເຂົາ​ເຂັ້ມ​ແຂງ​ດ້ວຍ​ສັດທາ​ຂອງ​ພວກ​ເຂົາ, ເພື່ອ​ຈື່​ຈຳ​ພັນທະ​ສັນ​ຍາ​ຂອງ​ເຮົາ ຊຶ່ງ​ເຮົາ​ໄດ້​ເຮັດ​ໄວ້​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ເຈົ້າ.

22 ແລະ ບັດ​ນີ້, ຈົ່ງ​ເບິ່ງ​ໂຢເຊັບ​ລູກ​ຂອງ​ພໍ່, ບັນ​ພະ​ບຸ​ລຸດ​ຂອງ​ພໍ່​ໃນ​ອະ​ດີດ​ໄດ້ ທຳ​ນາຍ​ໄວ້​ຕາມ​ນີ້.

23 ດັ່ງ​ນັ້ນ, ເປັນ​ຍ້ອນ​ພັນທະ​ສັນ​ຍາ​ນີ້​ລູກ​ຈຶ່ງ​ໄດ້​ຮັບ​ພອນ; ເພາະ​ລູກ​ຫລານ​ຂອງ​ລູກ​ຈະ​ບໍ່​ຖືກ​ທຳ​ລາຍ ເພາະ​ພວກ​ເຂົາ​ຈະ​ເຊື່ອ​ຟັງ​ຖ້ອຍ​ຄຳ​ຈາກ​ໜັງ​ສື​ນັ້ນ.

24 ແລະ ຈະ​ມີ​ຜູ້​ຍິ່ງ​ໃຫຍ່​ຜູ້​ໜຶ່ງ​ໃນ​ບັນ​ດາ​ພວກ​ເຂົາ, ຜູ້​ຈະ​ສ້າງ​ຄວາມ​ດີ​ຫລາຍ​ຢ່າງ​ທັງ​ທາງ​ຄຳ​ເວົ້າ ແລະ ພາກ​ປະ​ຕິ​ບັດ, ໂດຍ​ເປັນ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ເຈົ້າ​ດ້ວຍ​ສັດທາ​ຢ່າງ​ຫລວງ​ຫລາຍ​ໃນ​ອັນ​ທີ່​ຈະ​ເຮັດ​ການ​ແປກ​ປະ​ຫລາດ​ອັນ​ຍິ່ງ​ໃຫຍ່ ແລະ ເຮັດ​ສິ່ງ​ນັ້ນ ຊຶ່ງ​ໃຫຍ່​ຫລວງ​ໃນ​ສາຍ​ພຣະ​ເນດ​ຂອງ​ພຣະ​ເຈົ້າ ເພື່ອ​ເຮັດ​ໃຫ້​ເກີດ​ການ​ຟື້ນ​ຟູ​ຢ່າງ​ຫລວງ​ຫລາຍ​ກັບ​ເຊື້ອ​ສາຍ​ອິດສະ​ຣາເອນ ແລະ ກັບ​ລູກ​ຫລານ​ຂອງ​ພີ່​ນ້ອງ​ຂອງ​ລູກ.

25 ແລະ ບັດ​ນີ້, ລູກ​ເປັນ​ສຸກ​ແລ້ວ​ໂຢເຊັບ. ຈົ່ງ​ເບິ່ງ, ລູກ​ຍັງ​ນ້ອຍ​ຢູ່; ດັ່ງ​ນັ້ນ ຈົ່ງ​ເຊື່ອ​ຟັງ​ຄຳ​ເວົ້າ​ຂອງ​ນີໄຟ​ອ້າຍ​ຂອງ​ລູກ ແລະ ມັນ​ຈະ​ເປັນ​ໄປ​ກັບ​ລູກ​ເຖິງ​ແມ່ນ​ຕາມ​ຖ້ອຍ​ຄຳ​ທີ່​ພໍ່​ເວົ້າ​ໄວ້. ຈົ່ງ​ຈື່​ຈຳ​ຄຳ​ເວົ້າ​ຂອງ​ພໍ່​ຜູ້​ກຳ​ລັງ​ຈະ​ຕາຍ. ອາ​ແມນ.