ພຣະ​ຄຳ​ພີ
2 ນີໄຟ 5


ບົດ​ທີ 5

ຊາວ​ນີໄຟ​ແຍກ​ຕົວ​ຂອງ​ພວກ​ເຂົາ​ອອກ​ຈາກ​ຊາວ​ເລມັນ, ພວກ​ເຂົາ​ຮັກ​ສາ​ກົດ​ຂອງ​ໂມເຊ ແລະ ສ້າງ​ພຣະ​ວິຫານ—ຍ້ອນ​ຄວາມ​ບໍ່​ເຊື່ອ​ຖື​ຂອງ​ພວກ​ເຂົາ, ຊາວ​ເລມັນ​ຈຶ່ງ​ຖືກ​ຕັດ​ອອກ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ຖືກ​ສາບ​ແຊ່ງ, ແລະ ກາຍ​ເປັນ​ໄພ​ພິ​ບັດ​ຕໍ່​ຊາວ​ນີໄຟ. ປະ​ມານ 588–559 ປີ ກ່ອນ ຄ.ສ.

1 ຈົ່ງ​ເບິ່ງ, ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ນີໄຟ​ໄດ້​ຮ້ອງ​ທູນ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ​ຫລາຍ​ຢ່າງ ເພາະ ຄວາມ​ຮ້າຍ​ກາດ​ຂອງ​ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ.

2 ແຕ່​ຈົ່ງ​ເບິ່ງ, ຄວາມ​ຮ້າຍ​ກາດ​ຂອງ​ພວກ​ເຂົາ​ທີ່​ມີ​ຕໍ່​ຂ້າ​ພະ​ເຈົ້າ​ໄດ້​ເພີ່ມ​ທະ​ວີ​ຂຶ້ນ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ໄດ້​ພະ​ຍາ​ຍາມ​ຈະ​ເອົາ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ.

3 ແທ້​ຈິງ​ແລ້ວ, ພວກ​ເຂົາ​ໄດ້​ຈົ່ມ​ໃຫ້​ຂ້າ​ພະ​ເຈົ້າ ມີ​ຄວາມ​ວ່າ: ນ້ອງ​ຊາຍ​ຂອງ​ພວກ​ເຮົາ​ຄິດ​ຢາກ ປົກ​ຄອງ​ພວກ​ເຮົາ; ແລະ ພວກ​ເຮົາ​ມີ​ຄວາມ​ລຳ​ບາກ​ມາ​ຫລາຍ​ເພາະ​ລາວ; ດັ່ງ​ນັ້ນ, ບັດ​ນີ້​ໃຫ້​ພວກ​ເຮົາ​ຂ້າ​ລາວ​ຖິ້ມ​ເສຍ, ເພື່ອ​ວ່າ​ພວກ​ເຮົາ​ຈະ​ບໍ່​ໄດ້​ເປັນ​ທຸກ​ເພາະ​ຄຳ​ເວົ້າ​ຂອງ​ລາວ​ອີກ. ເພາະ​ຈົ່ງ​ເບິ່ງ, ພວກ​ເຮົາ​ຈະ​ບໍ່​ຍອມ​ໃຫ້​ລາວ​ມາ​ເປັນ​ຜູ້​ປົກ​ຄອງ​ພວກ​ເຮົາ, ເພາະ​ເປັນ​ເລື່ອງ​ຂອງ​ພວກ​ເຮົາ​ຜູ້​ເປັນ​ອ້າຍ​ທີ່​ຈະ​ປົກ​ຄອງ​ດູ​ແລ​ຜູ້​ຄົນ​ພວກ​ນີ້.

4 ບັດ​ນີ້​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ບັນ​ທຶກ​ຄຳ​ເວົ້າ​ທັງ​ໝົດ​ທີ່​ພວກ​ເຂົາ​ໄດ້​ຈົ່ມ​ໃຫ້​ຂ້າ​ພະ​ເຈົ້າ​ໃນ​ແຜ່ນ​ຈາລຶກ​ເຫລົ່າ​ນີ້. ແຕ່​ມັນ​ພຽງ​ພໍ​ສຳ​ລັບ​ຂ້າ​ພະ​ເຈົ້າ​ທີ່​ຈະ​ເວົ້າ​ວ່າ, ພວກ​ເຂົາ​ໄດ້​ພະ​ຍາ​ຍາມ​ຈະ​ເອົາ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ.

5 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ຜູ້​ເປັນ​ເຈົ້າ​ໄດ້ ເຕືອນ​ຂ້າ​ພະ​ເຈົ້າ​ວ່າ ຂ້າ​ພະ​ເຈົ້າ ນີໄຟ​ຄວນ​ໜີ​ຈາກ​ພວກ​ເຂົາ ແລະ ໜີ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ກັບ​ຄົນ​ທັງ​ໝົດ​ທີ່​ຈະ​ໄປ​ກັບ​ຂ້າ​ພະ​ເຈົ້າ.

6 ດັ່ງ​ນັ້ນ, ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ນີໄຟ​ໄດ້​ພາ​ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ​ໄປ ແລະ ໂຊຣຳ​ກັບ​ຄອບ​ຄົວ​ຂອງ​ພວກ​ເຂົາ​ອີກ, ແລະ ແຊມ, ອ້າຍ​ຂອງ​ຂ້າ​ພະ​ເຈົ້າ​ກັບ​ຄອບ​ຄົວ​ຂອງ​ລາວ, ແລະ ຢາໂຄບ​ກັບ​ໂຢເຊັບ, ນ້ອງ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ, ແລະ ນ້ອງ​ສາວ​ຂອງ​ຂ້າ​ພະ​ເຈົ້າ​ອີກ. ແລະ ທຸກ​ຄົນ​ທີ່​ຈະ​ໄປ​ກັບ​ຂ້າ​ພະ​ເຈົ້າ. ແລະ ທຸກ​ຄົນ​ທີ່​ຈະ​ໄປ​ກັບ​ຂ້າ​ພະ​ເຈົ້າ​ຄື​ຜູ້​ທີ່​ເຊື່ອ​ໃນ ການ​ເຕືອນ ແລະ ການ​ເປີດ​ເຜີຍ​ຂອງ​ພຣະ​ເຈົ້າ; ດັ່ງ​ນັ້ນ, ພວກ​ເຂົາ​ໄດ້​ເຊື່ອ​ຟັງ​ຄຳ​ເວົ້າ​ຂອງ​ຂ້າ​ພະ​ເຈົ້າ.

7 ແລະ ພວກ​ເຮົາ​ໄດ້​ເອົາ​ຜ້າ​ເຕັ້ນ​ຂອງ​ພວກ​ເຮົາ ແລະ ເຄື່ອງ​ຂອງ​ຕ່າງໆ​ທີ່​ຈະ​ເອົາ​ໄປ​ກັບ​ພວກ​ເຮົາ​ໄດ້ ແລະ ໄດ້​ເດີນ​ທາງ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ຫລາຍ​ມື້. ແລະ ຫລັງ​ຈາກ​ພວກ​ເຮົາ​ໄດ້​ເດີນ​ທາງ​ໄປ​ເປັນ​ເວລາ​ຫລາຍ​ມື້ ພວກ​ເຮົາ​ໄດ້​ຕັ້ງ​ຜ້າ​ເຕັ້ນ​ຂອງ​ພວກ​ເຮົາ​ຂຶ້ນ.

8 ແລະ ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ພວກ​ເຮົາ​ເອີ້ນ​ຊື່​ບ່ອນ​ນັ້ນ​ວ່າ ນີໄຟ; ດັ່ງ​ນັ້ນ ພວກ​ເຮົາ​ຈຶ່ງ​ໄດ້​ເອີ້ນ​ບ່ອນ​ນັ້ນ​ວ່າ ນີໄຟ.

9 ແລະ ຄົນ​ທັງ​ໝົດ​ທີ່​ຢູ່​ກັບ​ຂ້າ​ພະ​ເຈົ້າ​ໄດ້​ຍອມ​ເອີ້ນ​ຕົນ​ເອງ​ວ່າ​ເປັນ ຄົນ​ຂອງ​ນີໄຟ.

10 ແລະ ພວກ​ເຮົາ​ໄດ້​ຍຶດ​ຖື​ທີ່​ຈະ​ຮັກ​ສາ​ຄຳ​ພິ​ພາກ​ສາ, ແລະ ຂໍ້​ກຳ​ນົດ, ແລະ ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ທຸກ​ສິ່ງ​ທຸກ​ຢ່າງ, ຕາມ ກົດ​ຂອງ​ໂມເຊ.

11 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຢູ່​ກັບ​ພວກ​ເຮົາ, ແລະ ພວກ​ເຮົາ​ໄດ້​ຮຸ່ງ​ເຮືອງ​ຢ່າງ​ຍິ່ງ; ເພາະ​ພວກ​ເຮົາ​ໄດ້​ຫວ່ານ​ເມັດ​ພືດ, ແລະ ພວກ​ເຮົາ​ໄດ້​ເກັບ​ກ່ຽວ​ອີກ​ເປັນ​ຈຳນວນ​ຫລວງ​ຫລາຍ. ແລະ ພວກ​ເຮົາ​ໄດ້​ເລີ່ມ​ລ້ຽງ​ສັດ ແລະ ຝູງ​ສັດ​ໃຊ້​ງານ, ແລະ ສັດ​ທຸກ​ຊະ​ນິດ.

12 ແລະ ຂ້າ​ພະ​ເຈົ້າ​ນີໄຟ​ໄດ້​ນຳ​ແຜ່ນ​ຈາລຶກ​ທີ່​ໄດ້​ບັນ​ທຶກ​ໄວ້​ໃນ ແຜ່ນ​ຈາລຶກ​ທອງ​ເຫລືອງ​ມາ​ນຳ ແລະ ລູກ​ກົມ ຫລື ເຂັມ​ຊີ້​ທິດ ຊຶ່ງ​ໄດ້​ຕຽມ​ໄວ້​ໃຫ້​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ໂດຍ​ພຣະ​ຫັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຕາມ​ທີ່​ມີ​ບັນ​ທຶກ​ໄວ້​ນັ້ນ.

13 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຮົາ​ໄດ້​ເລີ່ມ​ຮຸ່ງ​ເຮືອງ​ຂຶ້ນ​ຢ່າງ​ຍິ່ງ ແລະ ມີ​ຄົນ​ທະ​ວີ​ຂຶ້ນ​ໃນ​ແຜ່ນ​ດິນ​ນັ້ນ.

14 ແລະ ຂ້າ​ພະ​ເຈົ້າ​ນີໄຟ​ໄດ້​ເອົາ ດາບ​ຂອງ​ລາ​ບານ​ມາ, ແລະ ໄດ້​ເຮັດ​ດາບ​ແບບ​ນັ້ນ​ຫລາຍ​ດວງ, ຢ້ານ​ວ່າ​ດ້ວຍ​ວິ​ທີ​ໃດ​ວິ​ທີ​ໜຶ່ງ ຜູ້​ຄົນ​ຊຶ່ງ​ບັດ​ນີ້​ມີ​ຊື່​ວ່າ ຊາວ​ເລມັນ​ຈະ​ມາ​ຮຸກ​ຮານ​ພວກ​ເຮົາ ແລະ ຈະ​ທຳ​ລາຍ​ພວກ​ເຮົາ; ເພາະ​ຂ້າ​ພະ​ເຈົ້າ​ຮູ້​ເຖິງ​ຄວາມ​ກຽດ​ຊັງ​ຂອງ​ພວກ​ເຂົາ​ທີ່​ມີ​ຕໍ່​ຂ້າ​ພະ​ເຈົ້າ ແລະ ລູກ​ຫລານ​ຂອງ​ຂ້າ​ພະ​ເຈົ້າ ແລະ ຄົນ​ທີ່​ມີ​ຊື່​ວ່າ ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ.

15 ແລະ ຂ້າ​ພະ​ເຈົ້າ​ໄດ້​ສິດ​ສອນ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ໃຫ້​ສ້າງ​ເຮືອນ​ຊານ ແລະ ໃຫ້​ເຮັດ​ວຽກ​ດ້ວຍ​ໄມ້ ແລະ ດ້ວຍ ເຫລັກ ແລະ ດ້ວຍ​ທອງ​ແດງ ແລະ ດ້ວຍ​ທອງ​ເຫລືອງ ແລະ ດ້ວຍ​ເຫລັກກ້າ, ແລະ ດ້ວຍ​ຄຳ ແລະ ດ້ວຍ​ເງິນ ແລະ ດ້ວຍ​ແຮ່​ທາດ​ທີ່​ມີ​ຄ່າ ຊຶ່ງ​ມີ​ຢູ່​ຢ່າງ​ຫລວງ​ຫລາຍ.

16 ແລະ ຂ້າ​ພະ​ເຈົ້າ​ນີໄຟ​ໄດ້​ສ້າງ ພຣະ​ວິຫານ​ໄວ້​ແຫ່ງ​ໜຶ່ງ; ແລະ ຂ້າ​ພະ​ເຈົ້າ​ໄດ້​ສ້າງ​ຕາມ​ແບບ ພຣະ​ວິຫານ​ຂອງ​ໂຊ​ໂລ​ໂມນ ແຕ່​ບໍ່​ໄດ້​ສ້າງ​ດ້ວຍ​ສິ່ງ​ທີ່ ມີ​ຄ່າ​ຫລາຍ​ຢ່າງ​ເຊັ່ນ​ນັ້ນ; ເພາະ​ຫາ​ມັນ​ບໍ່​ໄດ້​ໃນ​ແຜ່ນ​ດິນ​ນີ້, ດັ່ງ​ນັ້ນ, ຈຶ່ງ​ສ້າງ​ໃຫ້​ຄື​ກັນ​ກັບ​ພຣະ​ວິຫານ​ຂອງ​ໂຊ​ໂລ​ໂມນ​ບໍ່​ໄດ້. ແຕ່​ແບບ​ຂອງ​ການ​ສ້າງ​ນັ້ນ​ຄື​ກັນ​ກັບ​ພຣະ​ວິຫານ​ຂອງ​ໂຊ​ໂລ​ໂມນ ແລະ ຝີ​ມື​ໃນ​ການ​ສ້າງ​ນັ້ນ​ດີ​ເລີດ.

17 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ນີໄຟ​ໄດ້​ໃຫ້​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ມີ​ຄວາມ ດຸ​ໝັ່ນ ແລະ ທຳ​ງານ​ດ້ວຍ​ຝີ​ມື​ຂອງ​ພວກ​ເຂົາ.

18 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ຢາກ​ໃຫ້​ຂ້າ​ພະ​ເຈົ້າ​ເປັນ ກະສັດ​ຂອງ​ພວກ​ເຂົາ. ແຕ່​ຂ້າ​ພະ​ເຈົ້າ​ນີໄຟ​ປາດ​ຖະ​ໜາ​ບໍ່​ໃຫ້​ພວກ​ເຂົາ​ມີ​ກະສັດ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າ​ພະ​ເຈົ້າ​ກໍ​ໄດ້​ເຮັດ​ເພື່ອ​ພວກ​ເຂົາ​ຕາມ​ອຳນາດ​ຂອງ​ຂ້າ​ພະ​ເຈົ້າ.

19 ແລະ ຈົ່ງ​ເບິ່ງ, ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສຳ​ເລັດ​ແລ້ວ​ຕໍ່​ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ, ຊຶ່ງ​ພຣະ​ອົງ​ໄດ້​ຮັບ​ສັ່ງ​ກ່ຽວ​ກັບ​ພວກ​ເຂົາ​ວ່າ, ຂ້າ​ພະ​ເຈົ້າ​ຈະ​ເປັນ​ຜູ້​ປົກ​ຄອງ ແລະ ຜູ້​ສອນ​ຂອງ​ພວກ​ເຂົາ. ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ເປັນ ຜູ້​ປົກ​ຄອງ ແລະ ຜູ້​ສອນ​ຂອງ​ພວກ​ເຂົາ​ຕາມ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຈົນ​ເຖິງ​ເວລາ​ທີ່​ພວກ​ເຂົາ​ພະ​ຍາ​ຍາມ​ຈະ​ເອົາ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ.

20 ດັ່ງ​ນັ້ນ, ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ສຳ​ເລັດ ຊຶ່ງ​ພຣະ​ອົງ​ໄດ້​ຮັບ​ສັ່ງ​ກັບ​ຂ້າ​ພະ​ເຈົ້າ, ມີ​ຄວາມ​ວ່າ: ຕາບ​ໃດ​ທີ່​ພວກ​ເຂົາ ບໍ່​ເຊື່ອ​ຟັງ​ຖ້ອຍ​ຄຳ​ຂອງ​ເຈົ້າ ພວກ​ເຂົາ​ຈະ​ຖືກ​ຕັດ​ອອກ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ແລະ ຈົ່ງ​ເບິ່ງ, ພວກ​ເຂົາ​ໄດ້​ຖືກ ຕັດ​ອອກ​ຈາກ​ທີ່​ປະ​ທັບ​ຂອງ​ພຣະ​ອົງ​ແລ້ວ.

21 ແລະ ພຣະ​ອົງ​ໄດ້​ກະ​ທຳ​ໃຫ້ ການ​ສາບ​ແຊ່ງ​ມາ​ເຖິງ​ພວກ​ເຂົາ, ແທ້​ຈິງ​ແລ້ວ, ແມ່ນ​ການ​ສາບ​ແຊ່ງ​ຢ່າງ​ສາ​ຫັດ ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ. ເພາະ​ຈົ່ງ​ເບິ່ງ, ພວກ​ເຂົາ​ໄດ້​ເຮັດ​ໃຈ​ແຂງ​ກະ​ດ້າງ​ຕໍ່​ພຣະ​ອົງ​ຈົນ​ວ່າ ພວກ​ເຂົາ​ກາຍ​ເປັນ​ຫີນ​ເຫລັກ​ໄປ; ດັ່ງ​ນັ້ນ, ເນື່ອງ​ຈາກ​ວ່າ​ພວກ​ເຂົາ​ຂາວ ແລະ ຈົບ​ງາມ ແລະ ໜ້າ​ຊົມ​ຢ່າງ​ຍິ່ງ ເພື່ອ​ພວກ​ເຂົາ​ຈະ​ບໍ່​ໄດ້​ເປັນ​ຜູ້​ຊັກ​ຈູງ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ໄປ​ທາງ​ຜິດ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ໄດ້​ເຮັດ​ໃຫ້​ພວກ​ເຂົາ​ເກີດ​ມີ ຜິວ​ດຳ.

22 ແລະ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້: ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຂົາ​ເປັນ​ທີ່ ໜ້າ​ກຽດ​ຊັງ​ຕໍ່​ຜູ້​ຄົນ​ຂອງ​ເຈົ້າ ນອກ​ຈາກ​ວ່າ​ພວກ​ເຂົາ​ຈະ​ກັບ​ໃຈ​ຈາກ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ​ເທົ່າ​ນັ້ນ.

23 ແລະ ລູກ​ຫລານ​ຂອງ​ຜູ້​ທີ່ ຮ່ວມ​ກັບ​ລູກ​ຫລານ​ຂອງ​ພວກ​ເຂົາ​ຈະ​ຖືກ​ສາບ​ແຊ່ງ; ເພາະ​ພວກ​ເຂົາ​ຈະ​ຖືກ​ສາບ​ແຊ່ງ​ແມ່ນ​ດ້ວຍ​ການ​ສາບ​ແຊ່ງ​ເຊັ່ນ​ດຽວ​ກັນ. ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮັບ​ສັ່ງ​ໄວ້ ແລະ ມັນ​ໄດ້​ເປັນ​ໄປ.

24 ແລະ ເປັນ​ຍ້ອນ​ການ​ສາບ​ແຊ່ງ ຊຶ່ງ​ຢູ່​ກັບ​ພວກ​ເຂົາ, ພວກ​ເຂົາ​ຈຶ່ງ​ກາຍ​ເປັນ​ຄົນ ກຽດ​ຄ້ານ, ເຕັມ​ໄປ​ດ້ວຍ​ການ​ກໍ່​ກວນ ແລະ ເລ່​ຫລ່ຽມ, ແລະ ຊອກ​ຫາ​ສັດ​ທີ່​ເປັນ​ເຫຍື່ອ​ຂອງ​ສັດ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

25 ແລະ ອົງ​ພຣະ​ຜູ້​ເປັນ​ເຈົ້າ ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ພວກ​ເຂົາ​ຈະ​ເປັນ​ໄພ​ພິ​ບັດ​ຕໍ່​ລູກ​ຫລານ​ຂອງ​ເຈົ້າ​ເພື່ອ​ກະ​ຕຸ້ນ​ພວກ​ເຂົາ​ໃຫ້​ນຶກ​ເຖິງ​ເຮົາ; ແລະ ຕາບ​ໃດ​ທີ່​ພວກ​ເຂົາ​ຍັງ​ບໍ່​ຄິດ​ເຖິງ​ເຮົາ ແລະ ບໍ່​ເຊື່ອ​ຟັງ​ຄຳ​ເວົ້າ​ຂອງ​ເຮົາ, ພວກ​ເຂົາ​ຈະ​ຂ້ຽນ​ຕີ​ພວກ​ນີ້​ຈົນ​ເຖິງ​ຄວາມ​ພິນາດ.

26 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ນີໄຟ​ໄດ້ ແຕ່ງ​ຕັ້ງ​ຢາໂຄບ​ກັບ​ໂຢເຊັບ​ເພື່ອ​ພວກ​ເຂົາ​ຈະ​ໄດ້​ເປັນ​ປະ​ໂລ​ຫິດ ແລະ ຜູ້​ສອນ​ໃນ​ແຜ່ນ​ດິນ​ຂອງ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ.

27 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຮົາ​ມີ​ຊີ​ວິດ​ຢູ່​ຕາມ​ທາງ​ແຫ່ງ​ຄວາມ​ສຸກ.

28 ແລະ ສາມ​ສິບ​ປີ​ຜ່ານ​ໄປ​ນັບ​ແຕ່​ພວກ​ເຮົາ​ໄດ້​ອອກ​ຈາກ​ເຢຣູ​ຊາເລັມ.

29 ແລະ ຂ້າ​ພະ​ເຈົ້າ​ນີໄຟ​ໄດ້​ຮັກ​ສາ​ບັນ​ທຶກ​ກ່ຽວ​ກັບ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ໄວ້​ຈົນ​ເຖິງ​ບັດ​ນີ້​ໃນ​ແຜ່ນ​ຈາລຶກ​ຂອງ​ຂ້າ​ພະ​ເຈົ້າ ຊຶ່ງ​ຂ້າ​ພະ​ເຈົ້າ​ເປັນ​ຜູ້​ເຮັດ​ຂຶ້ນ.

30 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ຈົ່ງ​ເຮັດ ແຜ່ນ​ຈາລຶກ​ອີກ​ຊຸດ​ໜຶ່ງ; ແລະ ເຈົ້າ​ຈົ່ງ​ບັນ​ທຶກ​ຫລາຍ​ເລື່ອງ​ທີ່​ດີ​ໃນ​ສາຍ​ຕາ​ຂອງ​ເຮົາ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ຜູ້​ຄົນ​ຂອງ​ເຈົ້າ.

31 ດັ່ງ​ນັ້ນ ເພື່ອ​ເປັນ​ການ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ຂ້າ​ພະ​ເຈົ້າ​ນີໄຟ​ຈຶ່ງ​ໄດ້​ເຮັດ ແຜ່ນ​ຈາລຶກ​ເຫລົ່າ​ນີ້ ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ຈາລຶກ​ເລື່ອງ​ເຫລົ່າ​ນີ້​ໄວ້​ໃນ​ນັ້ນ.

32 ແລະ ຂ້າ​ພະ​ເຈົ້າ​ໄດ້​ຈາລຶກ​ເລື່ອງ​ທີ່​ພໍ​ພຣະ​ໄທ​ຕໍ່​ພຣະ​ເຈົ້າ. ແລະ ຖ້າ​ຫາກ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ພໍ​ໃຈ ເລື່ອງ​ຂອງ​ພຣະ​ເຈົ້າ ພວກ​ເຂົາ​ຈະ​ພໍ​ໃຈ​ກັບ​ການ​ບັນ​ທຶກ​ຂອງ​ຂ້າ​ພະ​ເຈົ້າ ຊຶ່ງ​ມີ​ຢູ່​ໃນ​ແຜ່ນ​ຈາລຶກ​ເຫລົ່າ​ນີ້.

33 ແລະ ຖ້າ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ຢາກ​ຮູ້​ປະຫວັດ​ສາດ​ຂອງ​ຂ້າ​ພະ​ເຈົ້າ​ໂດຍ​ລະ​ອຽດ​ນັ້ນ ພວກ​ເຂົາ​ຕ້ອງ​ຄົ້ນ​ຫາ​ໃນ​ແຜ່ນ​ຈາລຶກ​ອີກ​ຊຸດ​ໜຶ່ງ​ຂອງ​ຂ້າ​ພະ​ເຈົ້າ.

34 ແລະ ມັນ​ພຽງ​ພໍ​ສຳ​ລັບ​ຂ້າ​ພະ​ເຈົ້າ​ທີ່​ຈະ​ເວົ້າ​ວ່າ ສີ່​ສິບ​ປີ​ຜ່ານ​ໄປ, ແລະ ພວກ​ເຮົາ​ມີ​ສົງ​ຄາມ ແລະ ການ​ຂັດ​ແຍ້ງ​ກັບ​ພວກ​ອ້າຍ​ຂອງ​ພວກ​ເຮົາ.