ພຣະ​ຄຳ​ພີ
2 ນີໄຟ 7


ບົດ​ທີ 7

ຢາໂຄບ​ອ່ານ​ຈາກ​ໜັງ​ສື​ເອຊາ​ຢາ​ຕໍ່: ເອຊາ​ຢາ​ກ່າວ​ກ່ຽວ​ກັບ​ພຣະ​ເມ​ຊີ​ອາ—ພຣະ​ເມ​ຊີ​ອາ​ຈະ​ມີ​ລີ້ນ​ຂອງ​ນັກ​ປາດ—ພຣະ​ອົງ​ຈະ​ຫັນ​ຫລັງ​ໃຫ້​ຜູ້​ຂ້ຽນ​ຕີ—ພຣະ​ອົງ​ຈະ​ບໍ່​ຍອມ​ຈຳ​ນົນ—ປຽບ​ທຽບ​ກັບ ເອຊາ​ຢາ 50. ປະ​ມານ 559–545 ປີ ກ່ອນ ຄ.ສ.

1 ແທ້​ຈິງ​ແລ້ວ, ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້: ເຮົາ​ໄດ້​ແຍກ​ເຈົ້າ​ອອກ​ໄປ ຫລື ວ່າ​ເຮົາ​ໄດ້​ປະ​ຖິ້ມ​ເຈົ້າ​ຕະຫລອດ​ໄປ​ບໍ? ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້: ໜັງ​ສື​ຢ່າ​ຮ້າງ​ຂອງ​ແມ່​ເຈົ້າ​ຢູ່​ໃສ? ເຮົາ​ໄດ້​ແຍກ​ເຈົ້າ​ໃຫ້​ອອກ​ໄປ​ກັບ​ໃຜ? ຫລື ວ່າ​ເຮົາ​ໄດ້​ຂາຍ​ເຈົ້າ​ໃຫ້​ເຈົ້າ​ໜີ້​ຄົນ​ໃດ​ຂອງ​ເຮົາ? ແທ້​ຈິງ​ແລ້ວ, ເຮົາ​ໄດ້​ຂາຍ​ເຈົ້າ​ໃຫ້​ຜູ້​ໃດ? ຈົ່ງ​ເບິ່ງ, ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ເຈົ້າ, ເຈົ້າ​ຈຶ່ງ ຂາຍ​ຕົວ​ຂອງ​ເຈົ້າ​ເອງ, ແລະ ເພາະ​ການ​ລ່ວງ​ລະເມີດ​ຂອງ​ເຈົ້າ ແມ່​ຂອງ​ເຈົ້າ​ຈຶ່ງ​ຖືກ​ໄລ່​ອອກ​ໄປ.

2 ດັ່ງ​ນັ້ນ, ເວລາ​ເຮົາ​ມາ​ບໍ່​ມີ​ຜູ້​ໃດ​ຢູ່; ເວລາ​ເຮົາ ເອີ້ນ, ແທ້​ຈິງ​ແລ້ວ, ບໍ່​ມີ​ຜູ້​ໃດ​ຂານ​ຕອບ. ໂອ້ ເຊື້ອ​ສາຍ​ອິດສະ​ຣາເອນ​ເອີຍ ມື​ຂອງ​ເຮົາ​ສັ້ນ​ໄປ​ຈົນ​ວ່າ​ບໍ່​ສາ​ມາດ​ຈະ​ໄຖ່​ບໍ? ຫລື ວ່າ​ເຮົາ​ບໍ່​ມີ​ອຳນາດ​ທີ່​ຈະ​ປົດ​ປ່ອຍ​ພວກ​ເຈົ້າ​ບໍ? ຈົ່ງ​ເບິ່ງ, ໂດຍ​ການ​ຕິ​ຕຽນ​ຂອງ​ເຮົາ, ເຮົາ​ຈຶ່ງ​ເຮັດ​ໃຫ້ ນ້ຳ​ທະເລ​ແຫ້ງ​ລົງ, ແລະ ເຮົາ​ເຮັດ​ໃຫ້ ແມ່​ນ້ຳ​ເປັນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ແລະ ປາ​ຂອງ​ພວກ​ເຂົາ​ສົ່ງ​ກິ່ນ​ເໝັນ​ເພາະ​ວ່າ​ນ້ຳ​ແຫ້ງ ແລະ ມັນ​ໄດ້​ຕາຍ​ເພາະ​ຄວາມ​ຂາດ​ນ້ຳ.

3 ເຮົາ​ຫົ່ມ​ຟ້າ​ສະຫວັນ​ໄວ້​ດ້ວຍ ຄວາມ​ມືດ ແລະ ເອົາ ຜ້າ​ກະ​ສອບ​ມາ​ຄຸມ.

4 ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະທານ ລີ້ນ​ຂອງ​ນັກ​ປາດ​ໃຫ້​ເຮົາ, ເພື່ອ​ເຮົາ​ຈະ​ຮູ້​ຈັກ​ວ່າ​ຈະ​ເວົ້າ​ແນວ​ໃດ​ໃຫ້​ເໝາະ​ສົມ​ກັບ​ພວກ​ທ່ານ, ໂອ້ ເຊື້ອ​ສາຍ​ອິດສະ​ຣາເອນ​ເອີຍ. ເວລາ​ພວກ​ທ່ານ​ອິດ​ເມື່ອຍ ພຣະ​ອົງ​ໄດ້​ປຸກ​ພວກ​ທ່ານ​ລຸກ​ທຸກໆ​ເຊົ້າ. ພຣະ​ອົງ​ເຮັດ​ໃຫ້​ຫູ​ຂອງ​ເຮົາ​ໄວ​ເພື່ອ​ຈະ​ໄດ້​ຍິນ​ດີ​ຄື​ນັກ​ປາດ.

5 ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປີດ ຫູ​ຂອງ​ເຮົາ, ແລະ ເຮົາ​ບໍ່​ໄດ້​ກະ​ບົດ, ທັງ​ບໍ່​ໄດ້​ຫັນ​ໜ້າ​ໜີ.

6 ເຮົາ​ຫັນ​ຫລັງ​ໃຫ້ ຜູ້​ຂ້ຽນ​ຕີ ແລະ ຫັນ​ແກ້ມ​ຂອງ​ເຮົາ​ໃຫ້​ຜູ້​ທີ່​ດຶງ​ຜົມ. ແລະ ເຮົາ​ບໍ່​ໄດ້​ເຊື່ອງ​ໜ້າ​ຈາກ​ຄວາມ​ອັບ​ອາຍ ແລະ ການ​ຖົ່ມ​ນ້ຳ​ລາຍ​ໃສ່.

7 ເພາະ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊ່ວຍ​ເຮົາ, ສະນັ້ນ​ເຮົາ​ຈະ​ບໍ່​ຍອມ​ຈຳ​ນົນ. ດັ່ງ​ນັ້ນ ເຮົາ​ໄດ້​ເຮັດ​ໜ້າ​ຂອງ​ເຮົາ​ຄື​ຫີນ​ເຫລັກ​ໄຟ, ແລະ ເຮົາ​ຮູ້​ວ່າ​ເຮົາ​ຈະ​ບໍ່​ອາຍ.

8 ແລະ ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ໃກ້, ແລະ ພຣະ​ອົງ​ຮັບ​ຮອງ​ເຮົາ. ແມ່ນ​ໃຜ​ຈະ​ຕໍ່​ສູ້​ກັບ​ເຮົາ? ກໍ​ໃຫ້​ພວກ​ເຮົາ​ຢືນ​ຢູ່​ດ້ວຍ​ກັນ. ແມ່ນ​ໃຜ​ຈະ​ເປັນ​ຜູ້​ປໍ​ລະ​ປັກ​ຂອງ​ເຮົາ? ກໍ​ໃຫ້​ເຂົາ​ເຂົ້າ​ມາ​ໃກ້​ເຮົາ ແລະ ເຮົາ​ຈະ​ຂ້ຽນ​ຕີ​ເຂົາ​ດ້ວຍ​ພະ​ລັງ​ປາກ​ຂອງ​ເຮົາ.

9 ແລະ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊ່ວຍ​ເຮົາ. ແລະ ຜູ້​ໃດ​ທີ່​ຈະ ກ່າວ​ໂທດ​ເຮົາ​ນັ້ນ, ຈົ່ງ​ເບິ່ງ​ເຂົາ​ຈະ​ເກົ່າ​ຄື​ກັນ​ກັບ​ເສື້ອ​ຜ້າ, ແລະ ຕົວ​ແມງ​ຈະ​ກັດ​ກິນ​ມັນ​ຈົນ​ໝົດ.

10 ມີ​ຜູ້​ໃດ​ໃນ​ບັນ​ດາ​ພວກ​ເຈົ້າ​ທີ່​ຢ້ານ​ກົວ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ເຊື່ອ​ຟັງ ສຽງ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ, ທີ່​ດຳ​ເນີນ​ໃນ​ຄວາມ​ມືດ ແລະ ບໍ່​ມີ​ຄວາມ​ສະ​ຫວ່າງ?

11 ຈົ່ງ​ເບິ່ງ ເຈົ້າ​ທັງ​ຫລາຍ​ຜູ້​ກໍ່​ໄຟ, ທີ່​ອ້ອມ​ຮອບ​ຕົວ​ເຈົ້າ​ດ້ວຍ​ແສງ​ໄຟ, ໄດ້​ເດີນ​ຢູ່​ໃນ​ຄວາມ​ສະ​ຫວ່າງ​ຂອງ​ໄຟ ຂອງ​ເຈົ້າ ຊຶ່ງ​ເຈົ້າ​ໄດ້​ກໍ່. ເຈົ້າ​ຈະ​ໄດ້​ຮັບ​ຢ່າງ​ນີ້​ຈາກ​ມື​ຂອງ​ເຮົາ​ຄື—​ເຈົ້າ​ຈະ​ຕ້ອງ​ນອນ​ລົງ​ໃນ​ຄວາມ​ທໍ​ລະ​ມານ.