ພຣະ​ຄຳ​ພີ
3 ນີໄຟ 12


ບົດ​ທີ 12

ພຣະ​ເຢຊູ​ເອີ້ນ ແລະ ມອບ​ໝາຍ​ໜ້າ​ທີ່​ໃຫ້​ສາ​ນຸ​ສິດ​ສິບ​ສອງ​ຄົນ—ພຣະ​ອົງ​ສິດ​ສອນ​ຊາວ​ນີໄຟ​ເໝືອນ​ດັ່ງ​ທີ່​ພຣະ​ອົງ​ໄດ້​ເທດ​ສະ​ໜາ​ຢູ່​ໂນນ​ພູ—ພຣະ​ອົງ​ກ່າວ​ຄຳ​ບູລົມ​ສຸກ—ຄຳ​ສອນ​ຂອງ​ພຣະ​ອົງ​ຢູ່​ເໜືອ ແລະ ສູງ​ກວ່າ​ກົດ​ຂອງ​ໂມເຊ—ມະນຸດ​ຖືກ​ບັນ​ຊາ​ໃຫ້​ເປັນ​ຄົນ​ດີ​ພ້ອມ​ເໝືອນ​ດັ່ງ​ພຣະ​ອົງ ແລະ ພຣະ​ບິດາ​ຂອງ​ພຣະ​ອົງ​ເປັນ—ປຽບ​ທຽບ​ກັບ ມັດທາຍ 5. ປະ​ມານ ຄ.ສ. 34.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ພຣະ​ເຢຊູ​ໄດ້​ກ່າວ​ຂໍ້​ຄວາມ​ເຫລົ່າ​ນີ້​ກັບ​ນີໄຟ ແລະ ກັບ​ຄົນ​ທີ່​ໄດ້​ຮັບ​ການ​ເອີ້ນ​ນັ້ນ​ແລ້ວ, (ບັດ​ນີ້​ຈຳນວນ​ຄົນ​ທີ່​ໄດ້​ຮັບ​ການ​ເອີ້ນ ແລະ ໄດ້​ຮັບ​ອຳນາດ ແລະ ສິດ​ອຳນາດ​ເພື່ອ​ໃຫ້​ບັບຕິ​ສະມາ​ນັ້ນ​ມີ​ຢູ່ ສິບ​ສອງ​ຄົນ​ດ້ວຍ​ກັນ) ແລະ ຈົ່ງ​ເບິ່ງ, ພຣະ​ອົງ​ໄດ້​ເດ່​ພຣະ​ຫັດ​ອອກ​ໄປ​ຫາ​ຝູງ​ຊົນ, ແລະ ກ່າວ​ຢ່າງ​ດັງໆ​ກັບ​ພວກ​ເຂົາ, ມີ​ຄວາມ​ວ່າ: ເຈົ້າ​ຍ່ອມ ເປັນ​ສຸກ​ຖ້າ​ຫາກ​ເຈົ້າ​ຈະ​ເອົາ​ໃຈ​ໃສ່​ຕໍ່​ຖ້ອຍ​ຄຳ​ຂອງ​ສິບ​ສອງ​ຄົນ​ນີ້ ຊຶ່ງ​ເຮົາ​ໄດ້ ເລືອກ​ເອົາ​ມາ​ຈາກ​ບັນ​ດາ​ພວກ​ເຈົ້າ ເພື່ອ​ໃຫ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ເຈົ້າ ແລະ ໃຫ້​ເປັນ​ຜູ້​ຮັບ​ໃຊ້​ຂອງ​ເຈົ້າ ແລະ ເຮົາ​ໄດ້​ມອບ​ອຳນາດ​ໃຫ້​ຜູ້​ຄົນ​ເຫລົ່າ​ນີ້ ເພື່ອ​ພວກ​ເຂົາ​ຈະ​ໄດ້​ໃຫ້​ບັບຕິ​ສະມາ​ເຈົ້າ​ດ້ວຍ​ນ້ຳ ແລະ ຫລັງ​ຈາກ​ເຈົ້າ​ໄດ້​ຮັບ​ບັບຕິ​ສະມາ​ດ້ວຍ​ນ້ຳ​ແລ້ວ, ຈົ່ງ​ເບິ່ງ, ເຮົາ​ຈະ​ໃຫ້​ບັບຕິ​ສະມາ​ເຈົ້າ​ດ້ວຍ​ໄຟ ແລະ ດ້ວຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ; ສະນັ້ນ ເຈົ້າ​ຍ່ອມ​ເປັນ​ສຸກ​ຖ້າ​ຫາກ​ເຈົ້າ​ຈະ​ເຊື່ອ​ໃນ​ເຮົາ ແລະ ຮັບ​ບັບຕິ​ສະມາ​ຫລັງ​ຈາກ​ທີ່​ເຈົ້າ​ໄດ້​ເຫັນ​ເຮົາ ແລະ ຮູ້​ວ່າ​ເຮົາ​ເປັນ​ຢູ່.

2 ແລະ ອີກ​ເທື່ອ​ໜຶ່ງ, ຜູ້​ທີ່​ຈະ ເຊື່ອ​ໃນ​ຄຳ​ເວົ້າ​ຂອງ​ເຈົ້າ​ຈະ​ເປັນ​ສຸກ​ຫລາຍ​ກວ່າ​ນີ້ ເພາະ​ວ່າ​ເຈົ້າ​ຈະ​ໃຫ້​ຖ້ອຍ​ຄຳ​ວ່າ ເຈົ້າ​ໄດ້​ເຫັນ​ເຮົາ, ແລະ​ວ່າ​ເຈົ້າ​ຮູ້​ວ່າ​ເຮົາ​ເປັນ​ຢູ່. ແທ້​ຈິງ​ແລ້ວ, ຜູ້​ໃດ​ທີ່​ຈະ​ເຊື່ອ​ໃນ​ຄຳ​ເວົ້າ​ຂອງ​ເຈົ້າ ແລະ ລົງ​ມາ​ສູ່​ສ່ວນ​ເລິກ​ແຫ່ງ​ຄວາມ​ຖ່ອມ​ຕົວ ແລະ ຮັບ​ບັບຕິ​ສະມາ​ຍ່ອມ​ເປັນ​ສຸກ ເພາະ​ວ່າ​ຜູ້​ນັ້ນ​ຈະ​ໄດ້​ຮັບ​ການ​ມາ​ຢ້ຽມ​ຢາມ ດ້ວຍ​ໄຟ ແລະ ດ້ວຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ແລະ ຈະ​ໄດ້​ຮັບ​ການ​ປົດ​ບາບ​ຂອງ​ຕົນ.

3 ແທ້​ຈິງ​ແລ້ວ, ຄົນທີ່ ຍາກ​ຈົນ​ທາງ​ວິນ​ຍານ​ທີ່ ມາ​ຫາ​ເຮົາ​ຍ່ອມ​ເປັນ​ສຸກ, ເພາະ​ວ່າ​ອາ​ນາ​ຈັກ​ສະຫວັນ​ຈະ​ເປັນ​ຂອງ​ຜູ້​ນັ້ນ.

4 ແລະ ອີກ​ຢ່າງ​ໜຶ່ງ, ຄົນ​ທັງ​ປວງ​ທີ່​ໂສກ​ເສົ້າ​ຍ່ອມ​ເປັນ​ສຸກ, ເພາະ​ວ່າ​ເຂົາ​ຈະ​ໄດ້​ຮັບ​ການ​ປອບ​ໃຈ.

5 ແລະ ຄົນ​ທີ່​ອ່ອນ​ໂຍນ​ຍ່ອມ​ເປັນ​ສຸກ, ເພາະ​ວ່າ​ເຂົາ​ຈະ​ໄດ້​ຮັບ ແຜ່ນ​ດິນ​ໂລກ​ເປັນ​ມູນ​ມໍ​ລະ​ດົກ.

6 ແລະ ຄົນ​ທັງ​ປວງ​ທີ່ ຫິວ ແລະ ກະ​ຫາຍ ຄວາມ​ຊອບ​ທຳ​ຍ່ອມ​ເປັນ​ສຸກ, ເພາະ​ວ່າ​ເຂົາ​ຈະ​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

7 ແລະ ຄົນ​ທີ່​ມີ​ໃຈ ເມດ​ຕາ​ຍ່ອມ​ເປັນ​ສຸກ, ເພາະ​ວ່າ​ເຂົາ​ຈະ​ໄດ້​ຮັບ​ຄວາມ​ເມດ​ຕາ​ຕອບ​ແທນ.

8 ແລະ ຄົນ​ທັງ​ປວງ​ທີ່​ມີ​ໃຈ ບໍ​ລິ​ສຸດ​ຍ່ອມ​ເປັນ​ສຸກ, ເພາະ​ວ່າ​ເຂົາ​ຈະ​ໄດ້ ເຫັນ​ພຣະ​ເຈົ້າ.

9 ແລະ ຄົນ​ທັງ​ປວງ​ທີ່​ສ້າງ​ຄວາມ​ສະຫງົບ​ຍ່ອມ​ເປັນ​ສຸກ, ເພາະ​ວ່າ​ເຂົາ​ຈະ​ຖືກ​ເອີ້ນ​ວ່າ ລູກ​ຂອງ​ພຣະ​ເຈົ້າ.

10 ແລະ ຄົນ​ທັງ​ປວງ​ທີ່​ຖືກ ຂົ່ມ​ເຫັງ​ເພາະ​ເຫັນ​ແກ່​ພຣະ​ນາມ​ຂອງ​ເຮົາ​ຍ່ອມ​ເປັນ​ສຸກ, ເພາະ​ວ່າ​ອາ​ນາ​ຈັກ​ສະຫວັນ​ຈະ​ເປັນ​ຂອງ​ເຂົາ.

11 ແລະ ເຈົ້າ​ຍ່ອມ​ເປັນ​ສຸກ​ເມື່ອ​ຄົນ​ໝິ່ນ​ປະ​ໝາດ ແລະ ຂົ່ມ​ເຫັງ​ເຈົ້າ ແລະ ກ່າວ​ຄວາມ​ຊົ່ວ​ນາໆ​ປະ​ການ, ແລະ ຫາ​ຄວາມ​ຜິດ​ໃສ່​ເຈົ້າ​ເພາະ​ເຮົາ;

12 ເພາະ​ເຈົ້າ​ຈະ​ມີ​ຄວາມ​ຊື່ນ​ຊົມ​ຢ່າງ​ລົ້ນ​ເຫລືອ ແລະ ມີ​ຄວາມ​ຍິນ​ດີ​ຢ່າງ​ຍິ່ງ, ເພາະ ລາງ​ວັນ​ຂອງ​ເຈົ້າ​ໃນ​ສະຫວັນ​ຈະ​ໃຫຍ່​ຍິ່ງ; ເພາະ​ສາດ​ສະ​ດາ​ທີ່​ຢູ່​ມາ​ກ່ອນ​ເຈົ້າ​ຖືກ​ຂົ່ມ​ເຫັງ​ເຊັ່ນ​ນັ້ນ.

13 ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ເຮົາ​ບັນ​ຊາ​ເຈົ້າ​ໃຫ້​ເປັນ ເກືອ​ຂອງ​ໂລກ; ແຕ່​ຖ້າ​ຫາກ​ເກືອ​ນັ້ນ​ໝົດ​ລົດ​ເຄັມ​ຂອງ​ມັນ ໂລກ​ຈະ​ໄດ້​ຄວາມ​ເຄັມ​ຈາກ​ໃສ? ຈາກ​ນັ້ນ​ເກືອ​ຈະ​ບໍ່​ມີ​ປະ​ໂຫຍດ​ອັນ​ໃດ​ເລີຍ, ແຕ່​ຈະ​ຖືກ​ໂຍນ​ຖິ້ມ​ໃຫ້​ຄົນ​ຢຽບ​ຍ່ຳ​ເທົ່າ​ນັ້ນ.

14 ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ເຮົາ​ບັນ​ຊາ​ໃຫ້​ເຈົ້າ​ເປັນ​ແສງ​ສະ​ຫວ່າງ​ຂອງ​ຜູ້​ຄົນ​ພວກ​ນີ້. ເມືອງ​ທີ່​ຕັ້ງ​ຢູ່​ເທິງ​ເນີນ​ພູ​ຈະ​ຖືກ​ບັງ​ລັບ​ໄວ້​ບໍ່​ໄດ້.

15 ຈົ່ງ​ເບິ່ງ, ຄົນ​ຈະ​ໃຕ້ ທຽນ ແລ້ວ​ເອົາ​ກະ​ບຸງ​ມາ​ກວມ​ໄວ້​ບໍ? ບໍ່​ເລີຍ, ມີ​ແຕ່​ຈະ​ຕັ້ງ​ມັນ​ໄວ້​ເທິງ​ບ່ອນ​ຕັ້ງ​ທຽນ ແລະ ມັນ​ຈະ​ສ່ອງ​ແຈ້ງ​ໄປ​ທົ່ວ​ທຸກ​ຄົນ​ທີ່​ຢູ່​ໃນ​ເຮືອນ​ນັ້ນ.

16 ສະນັ້ນ​ຈົ່ງ​ໃຫ້ ຄວາມ​ສະ​ຫວ່າງ​ຂອງ​ເຈົ້າ​ສ່ອງ​ເຊັ່ນ​ນັ້ນ​ຕໍ່​ໜ້າ​ຜູ້​ຄົນ​ພວກ​ນີ້, ເພື່ອ​ວ່າ​ພວກ​ເຂົາ​ຈະ​ເຫັນ​ການ​ດີ​ຂອງ​ເຈົ້າ ແລະ ຖວາຍ​ບາ​ລະ​ມີ​ແດ່​ພຣະ​ບິດາ​ຂອງ​ເຈົ້າ​ຜູ້​ສະ​ຖິດ​ຢູ່​ໃນ​ສະຫວັນ.

17 ຢ່າ​ຄິດ​ວ່າ​ເຮົາ​ມາ​ນີ້​ເພື່ອ​ລຶບ​ລ້າງ​ກົດ ແລະ ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ. ເຮົາ​ບໍ່​ໄດ້​ມາ​ເພື່ອ​ລຶບ​ລ້າງ ແຕ່​ເຮົາ​ມາ​ເພື່ອ​ເຮັດ​ໃຫ້​ມັນ​ສົມ​ບູນ;

18 ເພາະ​ຕາມ​ຈິງ​ແລ້ວ ເຮົາ​ບອກ​ເຈົ້າ​ວ່າ ແມ່ນ​ແຕ່​ຈຸດ​ໜຶ່ງ ຫລື ຂີດ​ໜຶ່ງ​ກໍ​ບໍ່​ໄດ້​ຕົກ​ຫລົ່ນ​ໄປ​ຈາກ ກົດ, ແຕ່​ໃນ​ເຮົາ ມັນ​ໄດ້​ສົມ​ບູນ​ແລ້ວ​ທັງ​ໝົດ.

19 ແລະ ຈົ່ງ​ເບິ່ງ, ເຮົາ​ໄດ້​ມອບ​ກົດ ແລະ ພຣະ​ບັນ​ຍັດ​ຂອງ​ພຣະ​ບິດາ​ຂອງ​ເຮົາ​ໃຫ້​ແກ່​ເຈົ້າ ເພື່ອ​ເຈົ້າ​ຈະ​ໄດ້​ເຊື່ອ​ໃນ​ເຮົາ, ແລະ ເພື່ອ​ເຈົ້າ​ຈະ​ກັບ​ໃຈ​ຈາກ​ບາບ​ຂອງ​ເຈົ້າ, ແລະ ເຂົ້າ​ມາ​ຫາ​ເຮົາ​ດ້ວຍ ໃຈ​ທີ່​ຊອກ​ຊ້ຳ ແລະ ດ້ວຍ​ວິນ​ຍານ​ທີ່​ສຳ​ນຶກ​ຜິດ. ຈົ່ງ​ເບິ່ງ, ເຈົ້າ​ມີ​ພຣະ​ບັນ​ຍັດ​ຢູ່​ຕໍ່​ໜ້າ​ເຈົ້າ, ແລະ ກົດ​ສົມ​ບູນ​ແລ້ວ.

20 ສະນັ້ນ ຈົ່ງ​ມາ​ຫາ​ເຮົາ ແລະ ເຈົ້າ​ຈະ​ລອດ; ເພາະ​ເຮົາ​ບອກ​ກັບ​ເຈົ້າ​ຕາມ​ຈິງ, ວ່າ​ຖ້າ​ຫາກ​ເຈົ້າ​ຈະ​ບໍ່​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ ຊຶ່ງ​ເຮົາ​ບັນ​ຊາ​ເຈົ້າ​ໃນ​ເວລາ​ນີ້ ບໍ່​ວ່າ​ໃນ​ກໍ​ລະ​ນີ​ໃດ​ກໍ​ຕາມ, ເຈົ້າ​ຈະ​ເຂົ້າ​ໄປ​ໃນ​ອາ​ນາ​ຈັກ​ສະຫວັນ​ບໍ່​ໄດ້.

21 ເຈົ້າ​ໄດ້​ຍິນ​ຄຳ​ເວົ້າ ຊຶ່ງ​ກ່າວ​ໄວ້​ໃນ​ສະ​ໄໝ​ບູຮານ ແລະ ມີ​ຂຽນ​ໄວ້​ຕໍ່​ໜ້າ​ເຈົ້າ​ອີກ, ວ່າ​ຢ່າ​ຂ້າ​ຄົນ, ແລະ ຜູ້​ໃດ​ກໍ​ຕາມ​ທີ່ ຂ້າ​ຄົນ ຜູ້​ນັ້ນ​ຈະ​ຕ້ອງ​ຖືກ​ພິ​ພາກ​ສາ​ລົງ​ໂທດ​ໂດຍ​ພຣະ​ເຈົ້າ;

22 ແຕ່​ເຮົາ​ບອກ​ເຈົ້າ​ວ່າ ຜູ້​ໃດ​ກໍ​ຕາມ​ທີ່​ຄຽດ​ແຄ້ນ​ໃຫ້​ອ້າຍ​ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ຈະ​ຖືກ​ພິ​ພາກ​ສາ​ລົງ​ໂທດ​ຈາກ​ສານ​ຂອງ​ພຣະ​ອົງ. ແລະ ຜູ້​ໃດ​ກໍ​ຕາມ​ທີ່​ຈະ​ເວົ້າ​ກັບ​ອ້າຍ​ນ້ອງ​ຂອງ​ຕົນ​ວ່າ, ຄົນ​ໂງ່​ຈ້າ, ຜູ້​ນັ້ນ​ຈະ​ຖືກ​ພິ​ພາ​ສາ​ລົງ​ໂທດ​ຈາກ​ສານ​ສູງ​ສຸດ, ແລະ ຜູ້​ໃດ​ກໍ​ຕາມ​ທີ່​ຈະ​ເວົ້າ​ວ່າ, ຄົນ​ບ້າ, ຜູ້​ນັ້ນ​ຈະ​ມີ​ໂທດ​ເຖິງ​ໄຟ​ນະລົກ.

23 ສະນັ້ນ, ຖ້າ​ຫາກ​ເຈົ້າ​ຈະ​ມາ​ຫາ​ເຮົາ, ຫລື ປາດ​ຖະ​ໜາ​ທີ່​ຈະ​ມາ​ຫາ​ເຮົາ ແລະ ນຶກ​ຂຶ້ນ​ໄດ້​ວ່າ​ເຈົ້າ​ມີ​ຂໍ້​ຂຸ່ນ​ເຄືອງ​ກັບ​ອ້າຍ​ນ້ອງ​ຂອງ​ເຈົ້າ​ດ້ວຍ​ເລື່ອງ​ໃດ​ເລື່ອງ​ໜຶ່ງ—

24 ກໍ​ໃຫ້​ກັບ​ໄປ ຄືນ​ດີ​ກັບ​ອ້າຍ​ນ້ອງ​ຂອງ​ເຈົ້າ​ເສຍ​ກ່ອນ, ແລ້ວ​ຈຶ່ງ​ມາ​ຫາ​ເຮົາ​ດ້ວຍ​ຈຸດ​ປະສົງ​ເຕັມ​ທີ່​ແຫ່ງ​ໃຈ, ແລະ ເຮົາ​ຈະ​ຮັບ​ເອົາ​ເຈົ້າ.

25 ຈົ່ງ​ຮີບ​ປອງ​ດອງ​ກັບ​ຄູ່​ໂຈດ​ຂອງ​ເຈົ້າ ໃນ​ຂະນະ​ທີ່​ຢູ່​ກາງ​ທາງ​ນຳ​ກັນ, ຢ້ານ​ວ່າ​ຄູ່​ໂຈດ​ຂອງ​ເຈົ້າ​ຈະ​ມອບ​ເຈົ້າ​ໄວ້, ແລະ ເຈົ້າ​ຈະ​ຖືກ​ສົ່ງ​ເຂົ້າ​ຄຸກ.

26 ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ເຈົ້າ​ຈະ​ອອກ​ຈາກ​ທີ່​ນັ້ນ​ບໍ່​ໄດ້​ຈົນ​ກວ່າ​ເຈົ້າ​ຈະ​ໄດ້​ໃຊ້​ໜີ້​ຈົນ​ຄົບ​ທຸກ​ຊີ​ໄນ​ເສຍ​ກ່ອນ. ແລະ ໃນ​ຂະນະ​ທີ່​ເຈົ້າ​ຢູ່​ໃນ​ຄຸກ​ນັ້ນ ເຈົ້າ​ຈະ​ມີ​ເງິນ​ຈັກ ຊີ​ໄນ​ບໍ່​ທີ່​ຈະ​ເອົາ​ມາ​ເປັນ​ຄ່າ​ໄຖ່​ຕົວ? ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ບໍ່​ເລີຍ.

27 ຈົ່ງ​ເບິ່ງ, ຄົນ​ໃນ​ສະ​ໄໝ​ກ່ອນ​ໄດ້​ຂຽນໄວ້​ວ່າ, ຢ່າ​ຫລິ້ນ​ຊູ້​ສູ່​ຜົວ​ເມຍ​ຜູ້​ອື່ນ;

28 ແຕ່​ເຮົາ​ກ່າວ​ກັບ​ເຈົ້າ​ວ່າ, ຜູ້​ໃດ​ກໍ​ຕາມ​ທີ່​ຫລຽວ​ເບິ່ງ​ແມ່​ຍິງ​ດ້ວຍ ຄວາມ​ໄຄ່​ໃນ​ຍິງ​ນັ້ນ, ຜູ້​ນັ້ນ​ກໍ​ໄດ້​ຫລິ້ນ​ຊູ້​ໃນ​ໃຈ​ຂອງ​ຕົນ​ແລ້ວ.

29 ຈົ່ງ​ເບິ່ງ, ເຮົາ​ໃຫ້​ບັນ​ຍັດ​ແກ່​ເຈົ້າ, ວ່າ​ຢ່າ​ຍອມ​ໃຫ້​ເລື່ອງ​ເຫລົ່າ​ນີ້​ເຂົ້າ​ມາ​ໃນ ໃຈ​ຂອງ​ເຈົ້າ​ເລີຍ;

30 ເພາະວ່າ​ມັນ​ຈະ​ເປັນ​ການ​ດີ​ກວ່າ​ທີ່​ເຈົ້າ​ຈະ​ປະ​ຕິ​ເສດ​ຕົນ​ຈາກ​ສິ່ງ​ເຫລົ່າ​ນີ້, ຊຶ່ງ​ໃນ​ການ​ນີ້​ເຈົ້າ​ຈະ​ໄດ້​ແບກ ໄມ້​ກາງ​ແຂນ​ຂອງ​ເຈົ້າ​ເອງ ແທນ​ທີ່​ເຈົ້າ​ຈະ​ຖືກ​ໂຍນ​ລົງ​ສູ່​ນະລົກ.

31 ມັນ​ມີ​ຂຽນ​ໄວ້, ວ່າ​ຖ້າ​ຜູ້​ໃດ​ກໍ​ຕາມ​ທີ່​ຈະ​ປະ​ຮ້າງ​ເມຍ​ຂອງ​ຕົນ ກໍ​ໃຫ້​ເຮັດ​ໜັງ​ສື ຢ່າ​ຮ້າງ​ໃຫ້​ນາງ.

32 ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ວ່າ​ຜູ້​ໃດ​ກໍ​ຕາມ​ທີ່​ຈະ ປະ​ຖິ້ມ​ເມຍ​ຂອງ​ຕົນ ນອກ​ຈາກ​ເພາະ​ຜິດ​ຖານ ຫລິ້ນ​ຊູ້, ຍ່ອມ​ເປັນ​ເຫດ​ໃຫ້​ນາງ ມີ​ຊູ້; ແລະ ຜູ້​ໃດ​ທີ່​ຈະ​ແຕ່ງ​ງານ​ກັບ​ນາງ​ຊຶ່ງ​ຖືກ​ຢ່າ ຍ່ອມ​ເປັນ​ຊູ້.

33 ແລະ ມັນ​ມີ​ຂຽນ​ໄວ້​ອີກ​ວ່າ, ຢ່າ​ສາບານ​ເທັດ, ແຕ່​ໃຫ້​ປະ​ຕິ​ບັດ ຄຳ​ສາບານ​ຂອງ​ເຈົ້າ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ;

34 ແຕ່​ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ຢ່າ ສາບານ​ເລີຍ; ທັງ​ຢ່າ​ອ້າງ​ສະຫວັນ, ເພາະ​ວ່າ​ມັນ​ເປັນ​ພຣະ​ທີ່​ນັ່ງ​ຂອງ​ພຣະ​ເຈົ້າ;

35 ຫລື ຢ່າ​ອ້າງ​ແຜ່ນ​ດິນ​ໂລກ, ເພາະ​ວ່າ​ມັນ​ເປັນ​ທີ່​ຮອງ​ພຣະ​ບາດ​ຂອງ​ພຣະ​ອົງ;

36 ທັງ​ຢ່າ​ສາບານ​ໂດຍ​ອ້າງ​ເຖິງ​ຫົວ​ຂອງ​ເຈົ້າ, ເພາະ​ວ່າ​ເຈົ້າ​ຈະ​ເຮັດ​ໃຫ້​ຜົມ​ເສັ້ນ​ໜຶ່ງ​ກັບ​ເປັນ​ດຳ ຫລື ຂາວ​ບໍ່​ໄດ້;

37 ແຕ່​ຈົ່ງ​ໃຫ້​ຖ້ອຍ​ຄຳ​ຂອງ​ເຈົ້າ​ເປັນ​ດັ່ງ​ນີ້, ແມ່ນ​ກໍ​ໃຫ້​ວ່າ​ແມ່ນ; ບໍ່​ແມ່ນ​ກໍ​ໃຫ້​ວ່າ​ບໍ່​ແມ່ນ; ເພາະ​ຄຳ​ເວົ້າ​ເກີນ​ນີ້​ໄປ​ມາ​ຈາກ​ຄວາມ​ຊົ່ວ.

38 ແລະ ຈົ່ງ​ເບິ່ງ, ມັນ​ມີ​ຂຽນ​ໄວ້​ວ່າ, ຕາ​ຕໍ່​ຕາ, ແລະ ແຂ້ວ​ຕໍ່​ແຂ້ວ;

39 ແຕ່​ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ຢ່າ ຕໍ່​ສູ້​ກັບ​ຄົນ​ຊົ່ວ, ແຕ່​ຖ້າ​ຜູ້​ໃດ​ຕົບ​ແກ້ມ​ເບື້ອງ​ຂວາ​ຂອງ​ເຈົ້າ, ຈົ່ງ ປິ່ນ​ແກ້ມ​ເບື້ອງ​ຊ້າຍ​ໃຫ້​ຜູ້​ນັ້ນ​ນຳ​ອີກ;

40 ແລະ ຖ້າ​ຄົນ​ໃດ​ຢາກ​ຟ້ອງ​ສານ​ເອົາ​ເສື້ອ​ຊັ້ນ​ໃນ​ຂອງ​ເຈົ້າ, ກໍ​ຈົ່ງ​ເອົາ​ເສື້ອ​ຊັ້ນ​ນອກ​ຂອງ​ເຈົ້າ​ໃຫ້​ເຂົາ​ເໝືອນ​ກັນ;

41 ແລະ ຖ້າ​ຜູ້​ໃດ​ຈະ​ບັງ​ຄັບ​ໃຫ້​ເຈົ້າ​ຍ່າງ​ໄປ​ໜຶ່ງ​ຫລັກ, ກໍ​ໃຫ້​ເຈົ້າ​ໄປ​ກັບ​ເຂົາ​ເຖິງ​ສອງ​ຫລັກ.

42 ຈົ່ງ ໃຫ້​ແກ່​ຄົນ​ທີ່​ຂໍ​ເຈົ້າ, ແລະ ຢ່າ​ໄດ້​ປິ່ນ​ຫລັງ​ໃສ່​ຜູ້​ຂໍ​ຢືມ​ເຈົ້າ.

43 ແລະ ຈົ່ງ​ເບິ່ງ ມັນ​ມີ​ຂຽນ​ໄວ້​ອີກ, ວ່າ​ຈົ່ງ​ຮັກ​ເພື່ອນ​ບ້ານ​ຂອງ​ເຈົ້າ ແລະ ກຽດ​ຊັງ​ສັດ​ຕູ​ຂອງ​ເຈົ້າ;

44 ແຕ່​ຈົ່ງ​ເບິ່ງ ເຮົາ​ກ່າວ​ກັບ​ເຈົ້າ​ວ່າ, ຈົ່ງ​ຮັກ ສັດ​ຕູ​ຂອງ​ເຈົ້າ, ຈົ່ງ​ໃຫ້​ພອນ​ແກ່​ຄົນ​ທີ່​ປ້ອຍ​ດ່າ​ເຈົ້າ, ຈົ່ງ​ເຮັດ​ດີ​ຕໍ່​ຜູ້​ທີ່​ກຽດ​ຊັງ​ເຈົ້າ, ແລະ ຈົ່ງ ອະ​ທິ​ຖານ​ເພື່ອ​ຜູ້​ທີ່​ໃຊ້​ເຈົ້າ​ຢ່າງ​ໝິ່ນ​ປະ​ໝາດ ແລະ ຂົ່ມ​ເຫັງ​ເຈົ້າ;

45 ເພື່ອ​ວ່າ​ເຈົ້າ​ຈະ​ໄດ້​ເປັນ​ລູກ​ຂອງ​ພຣະ​ບິດາ​ຂອງ​ເຈົ້າ​ຜູ້​ປະ​ທັບ​ຢູ່​ໃນ​ສະຫວັນ; ເພາະ​ພຣະ​ອົງ​ໄດ້​ເຮັດ​ໃຫ້​ດວງ​ຕາ​ເວັນ​ຂຶ້ນ​ສ່ອງ​ແສງ​ໃສ່​ຄົນ​ຊົ່ວ ແລະ ຄົນ​ດີ.

46 ສະນັ້ນ ເລື່ອງ​ເຫລົ່າ​ນີ້ ຊຶ່ງ​ເປັນ​ຂອງ​ສະ​ໄໝ​ກ່ອນ, ຊຶ່ງ​ມີ​ຢູ່​ໃນ​ກົດ, ຈຶ່ງ​ສົມ​ບູນ​ທັງ​ໝົດ​ໃນ​ເຮົາ.

47 ສິ່ງ ເກົ່າ​ໝົດ​ໄປ, ແລະ ທຸກ​ສິ່ງ​ເປັນ​ຂອງ​ໃໝ່.

48 ສະນັ້ນ ເຮົາ​ຈຶ່ງ​ຢາກ​ໃຫ້​ເຈົ້າ ດີ​ພ້ອມ​ຄື​ກັນ​ກັບ​ເຮົາ, ຫລື ພຣະ​ບິດາ​ຂອງ​ເຈົ້າ ຜູ້​ປະ​ທັບ​ຢູ່​ໃນ​ສະຫວັນ​ຊົງ​ດີ​ພ້ອມ.