ນີ​ໄຟ​ສະ​ບັບທີ​ສາມໜັງສື​ນີ​ໄຟ​ລູກ​ຊາຍ​ຂອງ​ນີ​ໄຟ, ຜູ້​ເປັນ​ລູກ​ຊາຍ​ຂອງ​ຮີ​ລາມັນ

ບົດ​ທີ 13

ພຣະ​ເຢຊູ​ສອນ​ຄຳ​ອະທິຖານ​ຂອງ​ພຣະຜູ້​ເປັນ​ເຈົ້​າ​ໃຫ້​ແກ່​ຊາວ​ນີ​ໄຟ—ພວກເຂົາ​ຄວນ​ຮິບ​ໂຮມ​ຊັບ​ສົມບັດ​ໄວ້​ໃນ​ສະຫວັນ—ອັກຄະ​ສາວົກ​ສິບ​ສອງ​ຖືກ​ບັນຊາ​ໃຫ້​ປະຕິບັດ​ສາດສະໜາ​ກິດ​ໂດຍ​ບໍ່​ຄິດ​ກ່ຽວ​ກັບສິ່ງ​ຂອງ​ທາງ​ໂລກ—ປຽບທຽບ​ກັບ ມັດ​ທາຍ 6. ປະມານ ຄ.ສ. 34.

 ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ວ່າ ເຮົາ​ຢາ​ກ​ໃຫ້​ເຈົ້າ​ໃຫ້ທານ​ແກ່​ຄົນ​ຍາກຈົນ; ແຕ່​ຈົ່ງ​ລະວັງ​ຢ່າ​ໃຫ້​ທານ​ເພື່ອ​ອວດ​ຄົນ​ອື່ນ; ເພາະ​ຖ້າ​ເຮັດ​ຢ່າງ​ນັ້ນ ເຈົ້າຈະ​ບໍ່​ໄດ້​ຮັບ​ລາງວັນ​ຈາກ​ພຣະ​ບິດາ​ຂອງ​ເຈົ້າ ຜູ້​ສະຖິດ​ຢູ່​ໃນ​ສະຫວັນ.

 ດັ່ງນັ້ນ, ເມື່ອ​ເຈົ້າ​ໃຫ້​ທານ ຢ່າ​ໄດ້​ເປົ່າ​ແກ​ໄປ​ກ່ອນ​ໜ້າ​ເຈົ້າ, ເໝືອນ​ດັ່ງ​ຄົນ​ໜ້າ​ຊື່​ໃຈ​ຄົດ​ເຄີຍ​ເຮັດ​ໃນ​ທຳ​ມະ​ສາ​ລາ ແລະ ຕາມ​ຖະໜົນ​ຫົນທາງ, ເພື່ອ​ໃຫ້​ມະນຸດ​ສັນລະ​ເສີນ. ຕາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ເຈົ້າວ່າ, ພວກເຂົາໄດ້ຮັບ​ລາ​ງວັນ​ຂອງ​ພວກ​ເຂົາ​ແລ້ວ.

 ແຕ່​ເມື່ອ​ເຈົ້າ​ໃຫ້​ທານ ຢ່າ​ໃຫ້​ມື​ຊ້າຍ​ຂອງ​ເຈົ້າຮູ້​ວ່າ​ມື​ຂວາ​ຂອງ​ເຈົ້າ​ເຮັດ​ຫຍັງ;

 ເພື່ອ​ຂອງ​ທານ​ຂອງ​ເຈົ້າຈະ​ເປັນ​ໄປ​ຢ່າງ​ລັບໆ ແລະ ພຣະ​ບິດາ​ຂອງ​ເຈົ້າຜູ້​ເຫັນ​ໃນ​ທີ່​ລັບ​ຈະ​ໂຜດ​ປະທານ​ລາງວັນ​ໃຫ້​ແກ່​ເຈົ້າຢ່າງ​ເປີດ​ເຜີຍ.

 ແລະ ເມື່ອ​ເຈົ້າອະທິຖານ ຈົ່ງ​ຢ່າ​ເຮັດ​ເໝືອນ​ຄົນ​ໜ້າ​ຊື່​ໃຈ​ຄົດ, ເພາະ​ພວກ​ເຂົາ​ມັກ​ຢືນ​ອະທິຖານ​ໃນ​ທຳ​ມະ​ສາ​ລາ ແລະ ຕາມ​ແຈ​ຖະໜົນ, ເພື່ອ​ຜູ້​ຄົນ​ຈະ​ໄດ້​ເຫັນພວກ​ເຂົາ. ຕາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ເຈົ້າວ່າ, ພວກ​ເຂົາ​ໄດ້​ຮັບ​ລາງວັນ​ຂອງ​ພວກ​ເຂົາ​ແລ້ວ.

 ແຕ່​ເວລາ​ເຈົ້າອະທິຖານ, ຈົ່ງ​ເຂົ້າ​ໄປ​ໃນ​ຫ້ອງ ແລະ ເມື່ອ​ເຈົ້າປິດ​ປະຕູ​ແລ້ວ, ຈົ່ງ​ອະທິຖານ​ຫາ​ພຣະ​ບິດາ​ຂອງ​ເຈົ້າຜູ້​ສະຖິດ​ຢູ່​ໃນ​ທີ່​ລັບ; ແລະ ພຣະ​ບິດາ​ຂອງ​ເຈົ້າຜູ້​ເຫັນ​ໃນ​ທີ່​ລັບ​ຈະ​ໂຜດ​ປະທານ​ລາງວັນ​ໃຫ້​ແກ່​ເຈົ້າຢ່າງ​ເປີດ​ເຜີຍ.

 ແຕ່​ເມື່ອ​ເຈົ້າ​ອະທິຖານ​ຢູ່, ຢ່າ​ເວົ້າ​ຊ້ຳ​ຄຳ​ເກົ່າ, ເໝືອນ​ດັ່ງ​ຄົນ​ນອກ​ສາດສະໜາ, ເພາະວ່າ​ພວກ​ເຂົາ​ຄິດ​ວ່າ ຖ້າ​ພວກ​ເຂົາ​ເວົ້າ​ຫລາຍໆ​ເທື່ອ ພຣະ​ອົງ​ຈະ​ໂຜດ​ຮັບ​ຟັງ.

 ສະນັ້ນ ຢ່າ​ເຮັດ​ຄື​ພວກ​ເຂົາ, ເພາະ​ວ່າ​ພຣະ​ບິດາ​ຂອງ​ເຈົ້າຮູ້​ໃນ​ສິ່ງ​ທີ່​ເຈົ້າ​ຕ້ອງການ​ກ່ອນ​ທີ່​ເຈົ້າຈະ​ຂໍຈາກ​ພຣະ​ອົງ.

 ດັ່ງນັ້ນ ເຈົ້າຈົ່ງ​ອະທິຖານ​ຕາມ​ວິທີ​ນີ້: ໂອ້ ພຣະ​ບິດາ​ຂອງ​ຂ້າພຣະ​ອົງຜູ້​ສະຖິດ​ຢູ່​ໃນ​ສະຫວັນ, ຂໍ​ໃຫ້​ພຣະ​ນາມ​ຂອງ​ພຣະ​ອົງ​ເປັນ​ທີ່​ເຄົາລົບ​ບູຊາ.

 10 ຂໍ​ໃຫ້​ພຣະ​ປະສົງ​ຂອງ​ພຣະ​ອົງ​ເປັນ​ໄປ​ໃນ​ແຜ່ນດິນ​ໂລກ​ເໝືອນ​ດັ່ງ​ທີ່​ເປັນ​ໄປ​ໃນ​ສະຫວັນ.

 11 ແລະ ຂໍ​ຈົ່ງ​ໂຜດ​ຍົກ​ໂທດ​ໃຫ້​ຂ້າ​ພຣະ​ອົງ​ເໝືອນ​ດັ່ງ​ທີ່​ຂ້າ​ພຣະ​ອົງ​ໄດ້​ຍົກ​ໂທດ​ໃຫ້​ຜູ້​ທີ່​ເຮັດ​ຜິດ​ຕໍ່​ຂ້າ​ພຣະ​ອົງ.

 12 ແລະ ຂໍ​ຢ່າ​ພາ​ຂ້າພຣະ​ອົງ​ເຂົ້າ​ໄປ​ໃນ​ການ​ທົດ​ລອງ, ແຕ່​ຂໍຈົ່ງ​ໃຫ້​ຂ້າພຣະ​ອົງ​ພົ້ນຈາກ​ຄວາມ​ຊົ່ວ.

 13 ເພາະ​ລາຊາ​ອານາຈັກ, ແລະ ອຳນາດ, ແລະ ລັດ​ສະ​ໝີ​ພາບ, ກໍ​ເປັນ​ຂອງ​ພຣະ​ອົງ​ຕະ​ຫລອດ​ໄປ. ອາ​ແມນ.

 14 ເພາະວ່າ, ຖ້າ​ຫາກ​ເຈົ້າ​ໃຫ້​ອະ​ໄພ​ແກ່​ເພື່ອນ​ມະນຸດ​ດ້ວຍ​ກັນ ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຈົ້າກໍ​ຈະ​ໃຫ້​ອະ​ໄພ​ແກ່​ເຈົ້າຄື​ກັນ;

 15 ແຕ່​ຖ້າ​ຫາກ​ເຈົ້າບໍ່​ໃຫ້​ອະ​ໄພ​ແກ່​ເພື່ອນມະນຸດ​ດ້ວຍ​ກັນ ພຣະ​ບິດາ​ຂອງ​ເຈົ້າກໍ​ຈະ​ບໍ່​ໃຫ້​ອະ​ໄພ​ແກ່​ເຈົ້າຄື​ກັນ.

 16 ຍິ່ງ​ໄປ​ກວ່າ​ນັ້ນ, ເມື່ອ​ເຈົ້າຖື​ສິນ​ອົດ​ເຂົ້າ ຢ່າ​ເຮັດ​ໜ້າ​ເສົ້າໝອງ​ເໝືອນ​ດັ່ງ​ຄົນ​ໜ້າ​ຊື່​ໃຈ​ຄົດ, ເພາະ​ພວກ​ເຂົາ​ເຮັດ​ໜ້າ​ເສົ້າໝອງ​ເພື່ອ​ຢາກ​ໃຫ້​ຄົນ​ອື່ນ​ເຫັນ​ວ່າ ພວກ​ເຂົາ​ຖື​ສິນ​ອົດ​ເຂົ້າ. ຕາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ເຈົ້າວ່າ ພວກ​ເຂົາ​ໄດ້​ຮັບ​ລາງວັນ​ຂອງ​ພວກ​ເຂົາ​ແລ້ວ.

 17 ແຕ່​ເວລາ​ເຈົ້າຖື​ສິນ​ອົດ​ເຂົ້າ, ຈົ່ງ​ລ້າງ​ໜ້າ, ແລະ ເອົາ​ນ້ຳມັນ​ທາ​ຫົວ​ຂອງ​ເຈົ້າ;

 18 ເພື່ອ​ບໍ່​ໃຫ້​ຄົນ​ເຫັນ​ວ່າ​ເຈົ້າຖື​ສິນ​ອົດ​ເຂົ້າ, ແຕ່​ໃຫ້​ພຣະ​ບິດາ​ຂອງ​ເຈົ້າຜູ້​ສະຖິດ​ຢູ່​ໃນ​ທີ່​ລັບ​ເຫັນ, ແລະ ພຣະ​ບິດາ​ຂອງ​ເຈົ້າ ຜູ້​ເຫັນ​ຢູ່​ໃນ​ທີ່​ລັບ​ຈະ​ໂຜດ​ປະທານ​ລາງວັນ​ໃຫ້​ແກ່​ເຈົ້າຢ່າງ​ເປີດ​ເຜີຍ.

 19 ຢ່າ​ຮິບ​ໂຮມ​ຊັບ​ສົມບັດ​ສຳລັບ​ຕົນ​ໄວ້​ໃນ​ໂລກ, ຊຶ່ງ​ເປັນ​ບ່ອນ​ມອດ ແລະ ຂີ້ໝ້ຽງ​ກັດ​ກິນ​ໄດ້, ແລະ ເປັນ​ບ່ອນ​ທີ່​ໂຈນ​ເຈາະ​ເຂົ້າລັກ​ເອົາ​ໄດ້;

 20 ແຕ່​ຈົ່ງ​ຮິບ​ໂຮມ​ຊັບ​ສົມບັດ​ສຳລັບ​ຕົນ​ໄວ້​ໃນ​ສະຫວັນ, ຊຶ່ງ​ເປັນ​ບ່ອນ​ມອດ ແລະ ຂີ້ໝ້ຽງ​ກັດ​ກິນ​ບໍ່​ໄດ້, ແລະ ທັງ​ໂຈນ​ຈະ​ເຈາະ ແລະ ລັກ​ເອົາ​ໄປ​ບໍ່​ໄດ້.

 21 ເພາະວ່າ​ຊັບ​ສົມບັດ​ຂອງ​ເຈົ້າຢູ່​ບ່ອນ​ໃດ, ໃຈ​ຂອງ​ເຈົ້າກໍ​ຢູ່​ບ່ອນ​ນັ້ນຄື​ກັນ.

 22 ຕາ​ເປັນ​ດວງ​ສະຫວ່າງ​ຂອງ​ຮ່າງ​ກາຍ; ດັ່ງນັ້ນ, ຖ້າ​ຫາກ​ຕາ​ຂອງ​ເຈົ້າ​ເບິ່ງ​ຕົງ, ຮ່າງກາຍ​ຂອງ​ເຈົ້າທຸກ​ສ່ວນ​ກໍ​ຈະ​ສະ​ຫວ່າງ​ດີ.

 23 ແຕ່​ຖ້າ​ຫາກ​ຕາ​ຂອງ​ເຈົ້າ​ຊົ່ວ, ຮ່າງກາຍ​ທຸກ​ສ່ວນ​ຂອງ​ເຈົ້າ​ຈະ​ເຕັມ​ໄປ​ດ້ວຍ​ຄວາມມືດ​ມົນ. ດັ່ງນັ້ນ, ຖ້າ​ຫາກ​ຄວາມ​ສະ​ຫວ່າງ​ທີ່ຢູ່​ໃນ​ຕົວ​ຂອງ​ເຈົ້າມືດ​ໄປ, ຄວາມ​ມືດ​ນັ້ນຈະ​ໃຫຍ່​ຫລວງ​ພຽງ​ໃດ​ນໍ!

 24 ບໍ່​ມີ​ຜູ້​ໃດ​ສາມາດ​ເປັນ​ຂ້າ​ໃຊ້​ຂອງ​ສອງ​ເຈົ້າ ບ່າວ​ສອງ​ນາຍ​ໄດ້; ເພາະ​ລາວ​ຈະ​ຊັງ​ນາຍ​ຜູ້​ນີ້ ແລະ ໄປ​ຮັກ​ນາຍ​ຜູ້ນັ້ນ, ຫລື ຈະ​ນັບຖື​ນາຍ​ຜູ້​ນີ້ ແລະ ໝິ່ນປະ​ໝາດ​ນາຍ​ຜູ້ນັ້ນ. ເຈົ້າຈະ​ເປັນ​ຂ້າ​ໃຊ້​ຂອງ​ພຣະ​ເຈົ້າ ແລະ ເປັນ​ຂ້າ​ໃຊ້​ຂອງ​ເງິນ​ຄຳ​ພ້ອມ​ກັນ​ບໍ່​ໄດ້.

 25 ແລະ ບັດ​ນີ້​ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ເມື່ອ​ພຣະ​ເຢຊູ​ກ່າວ​ຂໍ້ຄວາມ​ເຫລົ່າ​ນີ້​ແລ້ວ, ພຣະ​ອົງ​ກໍ​ໄດ້​ຫລຽວ​ເບິ່ງ​ຄົນ​ສິບ​ສອງ​ຄົນ​ຜູ້​ທີ່​ພຣະ​ອົງ​ໄດ້​ເລືອກ​ໄວ້ ແລະ ກ່າວ​ກັບ​ພວກ​ເຂົາ​ວ່າ: ຈົ່ງ​ຈື່​ຈຳ​ຄຳ​ເວົ້າ ຊຶ່ງ​ເຮົາ​ໄດ້​ເວົ້າມານັ້ນ. ເພາະ​ຈົ່ງ​ເບິ່ງ, ພວກ​ເຈົ້າຄື​ຜູ້​ທີ່​ເຮົາ​ໄດ້​ເລືອກ​ໄວ້ ເພື່ອ​ຈະ​ໄດ້​ປະຕິບັດ​ສາດສະໜາ​ກິດ​ແກ່​ຜູ້ຄົນ​ພວກ​ນີ້. ດັ່ງນັ້ນ ເຮົາ​ກ່າວ​ກັບ​ເຈົ້າວ່າ ຢ່າ​ຄິດ​ເຖິງ​ຊີວິດ​ຂອງ​ເຈົ້າ, ວ່າ​ເຈົ້າຈະ​ກິນ​ຫຍັງ, ຫລື ເຈົ້າຈະດື່ມ​ຫຍັງ; ແລະ ຢ່າຄິດ​ເຖິງ​ຮ່າງກາຍ​ຂອງ​ເຈົ້າ, ວ່າ​ເຈົ້າ​ຈະ​ນຸ່ງ​ຫຍັງ. ຊີວິດ​ກໍ​ຍິ່ງ​ໃຫຍ່​ກວ່າ​ອາຫານ​ບໍ່​ແມ່ນ​ບໍ, ແລະ ຮ່າງກາຍ​ກໍ​ຍິ່ງ​ໃຫຍ່ກວ່າ​ເຄື່ອງນຸ່ງ​ຫົ່ມ​ບໍ່​ແມ່ນ​ບໍ?

 26 ຈົ່ງ​ເບິ່ງ ນົກ​ໃນ​ອາກາດ, ມັນ​ບໍ່​ໄດ້​ຫວ່ານ, ທັງມັນ​ບໍ່​ໄດ້​ກ່ຽວ ຫລື ບໍ່​ໄດ້​ເຕົ້າ​ໂຮມ​ໃສ່​ເລົ້າ​ໄວ້; ແຕ່​ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຈົ້າຍັງ​ລ້ຽງ​ດູ​ມັນ. ເຈົ້າປະ​ເສີດ​ຫລາຍ​ກວ່າ​ນົກ​ບໍ່​ແມ່ນ​ບໍ?

 27 ໃຜ​ໃນ​ເຈົ້າ​ເມື່ອຄິດ​ເອົາ ຈະ​ສາມາດ​ເພີ່ມ​ຄວາມ​ສູງ​ຈັກ​ສອກ​ໜຶ່ງ​ໃຫ້​ຕົນ​ເອງ​ໄດ້​ບໍ?

 28 ແລະ ເຫດ​ໃດ​ເຈົ້າຈຶ່ງ​ຄິດ​ເຖິງ​ເຄື່ອງ​ນຸ່ງ​ຫົ່ມ? ຈົ່ງ​ສັງ​ເກດ​ເບິ່ງ​ດອກ​ໄມ້​ໃນ​ທົ່ງ ວ່າມັນ​ເຕີບ​ໂຕ​ຂຶ້ນ​ໄດ້​ແນວ​ໃດ? ມັນ​ບໍ່​ໄດ້​ທຳ​ງານ, ທັງ​ບໍ່​ໄດ້​ເຂັນຝ້າຍ;

 29 ແລະ ເຮົາ​ກ່າວ​ກັບ​ເຈົ້າວ່າ ເຖິງ​ແມ່ນ​ໂຊ​ໂລ​ໂມນໃນ​ຄວາມ​ສະຫງ່າ​ລາສີທັງ​ໝົດ​ຂອງ​ລາວ ກໍ​ຍັງ​ບໍ່ໄດ້​ທົງ​ເຄື່ອງ​ງາມ​ເທົ່າ​ກັບດອກ​ໄມ້​ເຫລົ່າ​ນີ້​ດອກ​ໜຶ່ງ.

 30 ດັ່ງນັ້ນ, ຖ້າ​ຫາກ​ພຣະ​ເຈົ້າ​ໄດ້​ແຕ່ງ​ຫຍ້າ​ໃນ​ທົ່ງ​ຢ່າງ​ນັ້ນ, ຊຶ່ງ​ເປັນ​ຢູ່​ມື້​ນີ້ ແລະ ມື້​ໜ້າ​ຕ້ອງ​ຖືກ​ໂຍນ​ຖິ້ມ​ໃສ່​ເຕົາ​ໄຟ, ພຣະ​ອົງ​ກໍ​ຈະ​ແຕ່ງ​ເຈົ້າ​ເຊັ່ນ​ນັ້ນ ຖ້າ​ຫາກ​ເຈົ້າບໍ່​ນ້ອຍ​ໜ້າ​ໃນ​ສັດທາ.

 31 ດັ່ງນັ້ນ ຢ່າຄິດ​ໂດຍ​ກ່າວວ່າ ຈະ​ກິນ​ຫຍັງ? ຫລື ດື່ມ​ຫຍັງ? ຫລື ນຸ່ງ​ຫົ່ມ​ຫຍັງ?

 32 ເພາະ​ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຈົ້າຮູ້​ວ່າ ເຈົ້າຕ້ອງການ​ສິ່ງ​ທັງ​ໝົດນີ້.

 33 ແຕ່​ເຈົ້າຈົ່ງ​ສະ​ແຫວງ​ຫາ​ລາຊາ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ ແລະ ຄວາມ​ຊອບ​ທຳ​ຂອງ​ພຣະ​ອົງ​ເສຍ​ກ່ອນ, ແລ້ວ​ພຣະ​ອົງ​ຈະ​ເພີ່ມ​ສິ່ງ​ເຫລົ່າ​ນີ້​ໃຫ້​ແກ່​ເຈົ້າ.

 34 ດັ່ງນັ້ນ​ຢ່າ​ຄິດ​ເຖິງ​ມື້​ອື່ນ, ເພາະ​ມື້​ອື່ນ​ຈະ​ຄິດ​ເຖິງ​ເລື່ອງ​ຂອງ​ມັນ​ເອງ. ມື້​ໜຶ່ງ​ກໍ​ພຽງ​ພໍ​ແລ້ວ​ກັບ​ຄວາມ​ຊົ່ວ​ຂອງ​ມື້​ນັ້ນ.