ພຣະ​ຄຳ​ພີ
3 ນີໄຟ 16


ບົດ​ທີ 16

ພຣະ​ເຢຊູ​ຈະ​ຢ້ຽມ​ຢາມ​ແກະ​ອື່ນ​ອີກ​ທີ່​ເສຍ​ໄປ​ຂອງ​ອິດສະ​ຣາເອນ—ໃນ​ຍຸກ​ສຸດ​ທ້າຍ ພຣະ​ກິດ​ຕິ​ຄຸນ​ຈະ​ໄປ​ຫາ​ຄົນ​ຕ່າງ​ຊາດ ແລ້ວ​ຈຶ່ງ​ໄປ​ຫາ​ເຊື້ອ​ສາຍ​ອິດສະ​ຣາເອນ—ຜູ້​ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໄດ້​ເຫັນ​ດ້ວຍ​ຕາ​ຂອງ​ຕົນ​ເອງ​ເມື່ອ​ພຣະ​ອົງ​ນຳ​ຊີໂອນ​ຄືນ​ມາ​ອີກ. ປະ​ມານ ຄ.ສ. 34.

1 ແລະ ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ເຮົາ​ມີ ແກະ​ອື່ນ​ອີກ ຊຶ່ງ​ບໍ່​ໄດ້​ຢູ່​ໃນ​ແຜ່ນ​ດິນ​ນີ້, ທັງ​ບໍ່​ໄດ້​ຢູ່​ໃນ​ແຜ່ນ​ດິນ​ເຢຣູ​ຊາເລັມ, ທັງ​ບໍ່​ໄດ້​ຢູ່​ໃນ​ສ່ວນ​ໃດ​ສ່ວນ​ໜຶ່ງ​ຂອງ​ແຜ່ນ​ດິນ​ນັ້ນ​ໂດຍ​ຮອບ ທີ່​ເຮົາ​ເຄີຍ​ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ.

2 ເພາະ​ວ່າ​ຄົນ​ທີ່​ເຮົາ​ກຳ​ລັງ​ເວົ້າ​ເຖິງ​ນີ້​ຄື​ຄົນ​ທີ່​ບໍ່​ທັນ​ໄດ້​ຍິນ​ສຽງ​ຂອງ​ເຮົາ​ເທື່ອ; ແລະ ເຮົາ​ກໍ​ບໍ່​ເຄີຍ​ສະແດງ​ຕົນ​ໃຫ້​ປະຈັກ​ແກ່​ພວກ​ເຂົາ​ຈັກ​ເທື່ອ.

3 ແຕ່​ວ່າ​ເຮົາ​ໄດ້​ຮັບ​ພຣະ​ບັນ​ຊາ​ຈາກ​ພຣະ​ບິດາ​ວ່າ ໃຫ້​ເຮົາ​ໄປ​ຫາ ພວກ​ເຂົາ, ແລະ ໃຫ້​ພວກ​ເຂົາ​ຍິນ​ສຽງ​ຂອງ​ເຮົາ, ແລະ ຈະ​ນັບ​ພວກ​ເຂົາ​ເຂົ້າ​ຢູ່​ໃນ​ບັນ​ດາ​ແກະ​ຂອງ​ເຮົາ, ເພື່ອ​ຈະ​ຮ່ວມ​ເປັນ​ຝູງ​ດຽວ​ກັນ ແລະ ມີ​ຜູ້​ລ້ຽງ​ແຕ່​ພຽງ​ຜູ້​ດຽວ; ສະນັ້ນ ເຮົາ​ຈຶ່ງ​ຈະ​ໄປ​ປະກົດ​ຕົວ​ແກ່​ພວກ​ເຂົາ.

4 ແລະ ເຮົາ​ບັນ​ຊາ​ເຈົ້າ​ວ່າ ຈົ່ງ​ຂຽນ ຂໍ້​ຄວາມ​ເຫລົ່າ​ນີ້​ໄວ້​ຫລັງ​ຈາກ​ທີ່​ເຮົາ​ໄປ​ແລ້ວ, ແລະ ຖ້າ​ຫາກ​ເປັນ​ໄປ​ວ່າ ຜູ້​ຄົນ​ຂອງ​ເຮົາ​ທີ່​ເຢຣູ​ຊາເລັມ​ຜູ້​ທີ່​ເຄີຍ​ເຫັນ​ເຮົາ ແລະ ຢູ່​ກັບ​ເຮົາ​ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເຮົາ, ບໍ່​ທູນ​ຂໍ​ພຣະ​ບິດາ​ໃນ​ນາມ​ຂອງ​ເຮົາ ເພື່ອ​ພວກ​ເຂົາ​ຈະ​ໄດ້​ຮັບ​ຄວາມ​ຮູ້​ເລື່ອງ​ເຈົ້າ​ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ແລະ ເລື່ອງ​ເຜົ່າ​ອື່ນໆ​ຊຶ່ງ​ພວກ​ເຂົາ​ບໍ່​ຮູ້​ຈັກ ເພື່ອ​ວ່າ​ຂໍ້​ຄວາມ​ເຫລົ່າ​ນີ້​ຊຶ່ງ​ເຈົ້າ​ຈະ​ຂຽນ​ໄວ້ ຈະ​ໄດ້​ຮັບ​ການ​ຮັກ​ສາ​ໄວ້ ແລະ ຖືກ​ສະແດງ​ໃຫ້​ປະກົດ​ແກ່ ຄົນ​ຕ່າງ​ຊາດ, ເພື່ອ​ໂດຍ​ທາງ​ຄວາມ​ບໍ​ລິ​ບູນ​ຂອງ​ຄົນ​ຕ່າງ​ຊາດ ພວກ​ທີ່​ເຫລືອ​ຢູ່​ຂອງ​ລູກ​ຫລານ​ຂອງ​ພວກ​ເຂົາ, ຊຶ່ງ​ຈະ​ກະ​ຈັດ​ກະ​ຈາຍ​ໄປ​ຕາມ​ຜືນ​ແຜ່ນ​ດິນ​ໂລກ​ເພາະ​ຄວາມ​ບໍ່​ເຊື່ອ​ຖື​ຂອງ​ພວກ​ເຂົາ​ຈະ​ຖືກ​ນຳ​ເຂົ້າ​ມາ, ຫລື ຈະ​ຖືກ​ນຳ​ມາ​ສູ່ ຄວາມ​ຮູ້​ເລື່ອງ​ເຮົາ, ພຣະ​ຜູ້​ໄຖ່​ຂອງ​ພວກ​ເຂົາ.

5 ແລະ ເມື່ອ​ນັ້ນ​ເຮົາ​ຈະ ເຕົ້າ​ໂຮມ​ພວກ​ເຂົາ​ເຂົ້າ​ມາ​ຈາກ​ສີ່​ສ່ວນ​ຂອງ​ແຜ່ນ​ດິນ​ໂລກ; ແລະ ເມື່ອ​ນັ້ນ​ເຮົາ​ຈະ​ເຮັດ​ໃຫ້ ພັນທະ​ສັນ​ຍາ​ຊຶ່ງ​ພຣະ​ບິດາ​ໄດ້​ກະ​ທຳ​ໄວ້​ກັບ​ຜູ້​ຄົນ​ທັງ​ໝົດ​ຂອງ ເຊື້ອ​ສາຍ​ອິດສະ​ຣາເອນ​ສຳ​ເລັດ.

6 ແລະ ຄົນ​ຕ່າງ​ຊາດ​ຍ່ອມ​ເປັນ​ສຸກ, ເພາະຄວາມ​ເຊື່ອ​ຂອງ​ພວກ​ເຂົາ​ທີ່​ມີ​ໃນ​ເຮົາ, ໂດຍ​ຜ່ານ​ທາງ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ທີ່​ໄດ້​ເປັນ​ພະຍານ​ຕໍ່​ພວກ​ເຂົາ​ເຖິງ​ເຮົາ ແລະ ເຖິງ​ພຣະ​ບິດາ.

7 ຈົ່ງ​ເບິ່ງ, ເພາະ​ຄວາມ​ເຊື່ອ​ຂອງ​ພວກ​ເຂົາ​ທີ່​ມີ​ໃນ​ເຮົາ, ພຣະ​ບິດາ​ໄດ້​ກ່າວ, ແລະ ເພາະ​ຄວາມ​ບໍ່​ເຊື່ອ​ຖື​ຂອງ​ເຈົ້າ, ໂອ້ ເຊື້ອ​ສາຍ​ອິດສະ​ຣາເອນ, ດັ່ງ​ນັ້ນ ໃນ ຍຸກ​ສຸດ​ທ້າຍ​ຄວາມ​ຈິງ​ຈຶ່ງ​ຈະ​ມາ​ເຖິງ​ຄົນ​ຕ່າງ​ຊາດ, ເພື່ອ​ວ່າ​ຄວາມ​ສົມ​ບູນ​ຂອງ​ເລື່ອງ​ເຫລົ່າ​ນີ້​ຈະ​ໄດ້​ເປັນ​ທີ່​ຮູ້​ຈັກ​ແກ່​ພວກ​ເຂົາ.

8 ແຕ່​ພຣະ​ບິດາ​ໄດ້​ກ່າວ​ວ່າ, ວິບັດ​ແກ່​ຄົນ​ຕ່າງ​ຊາດ​ຜູ້​ທີ່​ບໍ່​ເຊື່ອ—ເພາະ​ວ່າ​ທັງໆ​ທີ່​ພວກ​ເຂົາ​ໄດ້​ມາ​ຢູ່​ໃນ​ຜືນ​ແຜ່ນ​ດິນ​ນີ້ ແລະ ໄດ້​ເຮັດ​ໃຫ້​ຜູ້​ຄົນ​ຂອງ​ເຮົາ ຊຶ່ງ​ເປັນ​ຂອງ​ເຊື້ອ​ສາຍ​ອິດສະ​ຣາເອນ​ຕ້ອງ​ແຕກ ກະ​ຈັດ​ກະ​ຈາຍ​ໄປ; ແລະ ໄດ້ ຂັບ​ໄລ່​ຜູ້​ຄົນ​ຂອງ​ເຮົາ ຊຶ່ງ​ເປັນ​ເຊື້ອ​ສາຍ​ອິດສະ​ຣາເອນ​ອອກ​ຈາກ​ບັນ​ດາ​ພວກ​ເຂົາ ແລະ ຖືກ​ຢຽບ​ຍ່ຳ​ໄວ້​ໃຕ້​ຕີນ​ຂອງ​ພວກ​ເຂົາ;

9 ແລະ ເປັນ​ຍ້ອນ​ພຣະ​ເມດ​ຕາ​ຂອງ​ພຣະ​ບິດາ​ທີ່​ມີ​ຕໍ່​ຄົນ​ຕ່າງ​ຊາດ, ແລະ ການ​ພິ​ພາກ​ສາ​ຂອງ​ພຣະ​ບິດາ​ທີ່​ມີ​ຕໍ່​ຜູ້​ຄົນ​ຂອງ​ເຮົາ​ຜູ້​ເປັນ​ເຊື້ອ​ສາຍ​ອິດສະ​ຣາເອນ​ນຳ​ອີກ, ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ວ່າ​ຫລັງ​ຈາກ​ທັງ​ໝົດ​ນີ້ ແລະ ເຮົາ​ໄດ້​ເຮັດ​ໃຫ້​ຜູ້​ຄົນ​ຂອງ​ເຮົາ ຊຶ່ງ​ເປັນ​ເຊື້ອ​ສາຍ​ອິດສະ​ຣາເອນ​ໄດ້​ຮັບ​ການ​ລົງ​ທັນ, ແລະ ໄດ້​ຮັບ​ຄວາມ​ເປັນ​ທຸກ ແລະ ຖືກ ຂ້າ, ແລະ ຖືກ​ຂັບ​ໄລ່​ອອກ​ໄປ​ຈາກ​ບັນ​ດາ​ພວກ​ເຂົາ, ແລະ ຖືກ​ພວກ​ເຂົາ​ກຽດ​ຊັງ ແລະ ຖືກ​ພວກ​ເຂົາ​ເວົ້າ​ຂວັນ​ນິນ​ທາ—

10 ແລະ ພຣະ​ບິດາ​ບັນ​ຊາ​ໃຫ້​ເຮົາ​ກ່າວ​ກັບ​ເຈົ້າ​ດັ່ງ​ນີ້​ວ່າ: ໃນ​ມື້​ນັ້ນ​ເມື່ອ​ຄົນ​ຕ່າງ​ຊາດ​ເຮັດ​ບາບ​ເພື່ອ​ຕໍ່​ຕ້ານ​ພຣະ​ກິດ​ຕິ​ຄຸນ ແລະ ປະ​ຕິ​ເສດ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, ແລະ ລະ​ເມີ​ເພີ້​ຝັນ​ດ້ວຍ​ຄວາມ​ທະນົງ​ໃຈ ເໜືອ​ກວ່າ​ປະ​ຊາ​ຊາດ​ທັງ​ປວງ, ແລະ ເໜືອ​ກວ່າ​ຜູ້​ຄົນ​ທັງ​ປວງ​ເທິງ​ແຜ່ນ​ດິນ​ໂລກ, ແລະ ຈະ​ເຕັມ​ໄປ​ດ້ວຍ​ການ​ເວົ້າ​ຕົວະ, ແລະ ການ​ຫລອກ​ລວງ, ແລະ ການ​ກໍ່​ກວນ, ແລະ ການ​ໜ້າ​ຊື່​ໃຈ​ຄົດ, ແລະ ການ​ຄາດ​ຕະ​ກຳ, ແລະ ການ​ປະ​ຕິ​ບັດ​ໂດຍ ການ​ຫລອກ​ລວງ​ຂອງ​ປະ​ໂລ​ຫິດ, ແລະ ການ​ໂສ​ເພ​ນີ, ແລະ ຄວາມ​ໜ້າ​ກຽດ​ຊັງ​ອັນ​ລີ້​ລັບ​ນາໆ​ປະ​ການ; ແລະ ຖ້າ​ຫາກ​ເມື່ອ​ໃດ​ພວກ​ເຂົາ​ກະ​ທຳ​ສິ່ງ​ທັງ​ໝົດ​ນີ້ ແລະ ບໍ່​ຍອມ​ຮັບ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, ຈົ່ງ​ເບິ່ງ, ພຣະ​ບິດາ​ໄດ້​ກ່າວ​ວ່າ, ເຮົາ​ຈະ​ເອົາ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ​ໄປ​ຈາກ​ບັນ​ດາ​ພວກ​ເຂົາ.

11 ແລະ ເວລາ​ນັ້ນ​ເຮົາ​ຈະ ນຶກ​ເຖິງ​ພັນທະ​ສັນ​ຍາ​ທີ່​ເຮົາ​ໄດ້​ກະ​ທຳ​ໄວ້​ກັບ​ຜູ້​ຄົນ​ຂອງ​ເຮົາ, ໂອ້ ເຊື້ອ​ສາຍ​ອິດສະ​ຣາເອນ, ແລະ ເຮົາ​ຈະ​ນຳ​ເອົາ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ​ມາ​ຫາ​ພວກ​ເຂົາ.

12 ແລະ ແລ້ວ​ເຮົາ​ຈະ​ສະແດງ​ແກ່​ເຈົ້າ, ໂອ້ ເຊື້ອ​ສາຍ​ອິດສະ​ຣາເອນ, ວ່າ​ຄົນ​ຕ່າງ​ຊາດ​ຈະ​ບໍ່​ມີ​ອຳນາດ​ເໜືອ​ເຈົ້າ; ແຕ່​ເຮົາ​ຈະ​ນຶກ​ເຖິງ​ພັນທະ​ສັນ​ຍາ​ຂອງ​ເຮົາ​ທີ່​ໄດ້​ໃຫ້​ແກ່​ເຈົ້າ, ໂອ້ ເຊື້ອ​ສາຍ​ອິດສະ​ຣາເອນ, ແລະ ເຈົ້າ​ຈະ​ມາ​ສູ່ ຄວາມ​ຮູ້​ເລື່ອງ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ.

13 ແຕ່​ຖ້າ​ຫາກ​ຄົນ​ຕ່າງ​ຊາດ​ຈະ​ກັບ​ໃຈ ແລະ ກັບ​ມາ​ຫາ​ເຮົາ, ພຣະ​ບິດາ​ໄດ້​ກ່າວ, ຈົ່ງ​ເບິ່ງ ໂອ້ ເຊື້ອ​ສາຍ​ອິດສະ​ຣາເອນ, ເຮົາ​ຈະ ນັບ​ພວກ​ເຂົາ​ເຂົ້າ​ຢູ່​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ເຮົາ.

14 ແລະ ເຮົາ​ຈະ​ບໍ່​ຍອມ​ໃຫ້​ຜູ້​ຄົນ​ຂອງ​ເຮົາ ຊຶ່ງ​ເປັນ​ເຊື້ອ​ສາຍ​ອິດສະ​ຣາເອນ​ເຂົ້າ​ໄປ​ໃນ​ບັນ​ດາ​ພວກ​ເຂົາ​ເພື່ອ​ຢຽບ​ຍ່ຳ​ພວກ​ເຂົາ, ພຣະ​ບິດາ​ໄດ້​ກ່າວ.

15 ແຕ່​ຖ້າ​ຫາກ​ພວກ​ເຂົາ​ບໍ່​ຫັນ​ມາ​ຫາ​ເຮົາ, ແລະ ບໍ່ເຊື່ອ​ຟັງ​ສຽງ​ຂອງ​ເຮົາ, ເຮົາ​ຈະ​ຍອມ​ໃຫ້​ພວກ​ເຂົາ, ແທ້​ຈິງ​ແລ້ວ, ເຮົາ​ຈະ​ຍອມ​ໃຫ້​ຜູ້​ຄົນ​ຂອງ​ເຮົາ, ໂອ້ ເຊື້ອ​ສາຍ​ອິດສະ​ຣາເອນ, ເຂົ້າ​ໄປ​ໃນ​ບັນ​ດາ​ພວກ​ເຂົາ ແລະ ຢຽບ​ຍ່ຳ​ພວກ​ເຂົາ, ແລະ ພວກ​ເຂົາ​ຈະ​ເປັນ​ເໝືອນ​ດັ່ງ​ເກືອ​ທີ່​ໝົດ​ຄວາມ​ເຄັມ ຊຶ່ງ​ນັບ​ແຕ່​ເວລາ​ນັ້ນ​ໄປ ມັນ​ຈະ​ບໍ່​ມີ​ຄຸນ​ຄ່າ, ມີ​ແຕ່​ຈະ​ຖືກ​ໂຍນ​ຖິ້ມ ແລະ ຖືກ​ຢຽບ​ຍ່ຳ​ໄວ້​ໃຕ້​ຕີນ​ຂອງ​ຜູ້​ຄົນ​ຂອງ​ເຮົາ, ໂອ້ ເຊື້ອ​ສາຍ​ອິດສະ​ຣາເອນ.

16 ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ, ພຣະ​ບິດາ​ໄດ້​ສັ່ງ​ເຮົາ​ໄວ້​ດັ່ງ​ນີ້​ຄື—ໃຫ້​ເຮົາ​ມອບ​ແຜ່ນ​ດິນ​ນີ້​ໃຫ້​ແກ່​ຜູ້​ຄົນ​ພວກ​ນີ້ ເພື່ອ​ເປັນ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຂົາ.

17 ແລະ ເວລາ​ນັ້ນ ຄຳ​ເວົ້າ​ຂອງ​ສາດ​ສະ​ດາ​ເອຊາ​ຢາ​ຈະ​ສຳ​ເລັດ, ຊຶ່ງ​ກ່າວ​ວ່າ:

18 ຄົນ​ຍາມ ຂອງ​ເຈົ້າ​ຈະ​ເປັ່ງ​ສຽງ; ພວກ​ເຂົາ​ຈະ​ຮ້ອງ​ເພງ​ພ້ອມ​ກັນ, ເພາະ​ວ່າ​ພວກ​ເຂົາ​ຈະ​ເຫັນ​ພ້ອມ​ກັນ ເວລາ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ນຳ​ຊີໂອນ​ມາ​ອີກ.

19 ຈົ່ງ​ເປັ່ງ​ສຽງ​ປິ​ຕິ​ຍິນ​ດີ, ຮ້ອງ​ເພງ​ນຳ​ກັນ, ກຸງ​ເຢຣູ​ຊາເລັມ​ເອີຍ ເຈົ້າ​ຜູ້​ທີ່​ເປັນ​ເມືອງ​ຮົກ​ຮ້າງ; ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ອອຍ​ໃຈ​ຜູ້​ຄົນ​ຂອງ​ພຣະ​ອົງ​ແລ້ວ, ພຣະ​ອົງ​ໄດ້​ໄຖ່​ກຸງ​ເຢຣູ​ຊາເລັມ​ແລ້ວ.

20 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກາງ​ແຂນ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ​ໃນ​ສາຍ​ຕາ​ຂອງ​ປະ​ຊາ​ຊາດ​ທັງ​ປວງ; ແລະ ທົ່ວ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ເຫັນ​ການ​ຊ່ວຍ​ໃຫ້​ລອດ​ຂອງ​ພຣະ​ເຈົ້າ.