ນີ​ໄຟ​ສະ​ບັບທີ​ສາມໜັງສື​ນີ​ໄຟ​ລູກ​ຊາຍ​ຂອງ​ນີ​ໄຟ, ຜູ້​ເປັນ​ລູກ​ຊາຍ​ຂອງ​ຮີ​ລາມັນ

ບົດ​ທີ 17

ພຣະ​ເຢຊູ​ແນະນຳ​ໃຫ້​ຝູງ​ຊົນ​ໄຕ່ຕອງ​ກ່ຽວ​ກັບ​ຄຳ​ເວົ້າຂອງ​ພຣະ​ອົງ ແລະ ອະທິຖານ​ເພື່ອ​ຄວາມ​ເຂົ້າ​ໃຈ—ພຣະ​ອົງ​ປິ່ນປົວ​ຄົນ​ເຈັບ​ປ່ວຍ—ພຣະ​ອົງ​ອະທິຖານ​ເພື່ອ​ຝູງ​ຊົນໂດຍ​ໃຊ້​ພາສາ​ທີ່​ບໍ່​ສາມາດ​ຈະ​ຂຽນ​ໄວ້​ໄດ້—ເຫລົ່າ​ທູດ​ປະຕິບັດ​ສາດສະໜາ​ກິດ​ແກ່​ເດັກ​ນ້ອຍ ແລະ ໄຟ​ໄດ້​ອ້ອມ​ຮອບ​ລູກໆ​ຂອງ​ພວກ​ເຂົາ​ໄວ້. ປະມານ ຄ.ສ. 34.

 ຈົ່ງ​ເບິ່ງ, ບັດ​ນີ້​ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ເມື່ອ​ພຣະ​ເຢຊູ​ໄດ້​ກ່າວຂໍ້ຄວາມ​ເຫລົ່າ​ນີ້​ແລ້ວ, ພຣະ​ອົງ​ໄດ້​ທອດ​ພຣະ​ເນດ​ເບິ່ງຝູງ​ຊົນ​ໂດຍ​ຮອບ​ອີກ, ແລະ ພຣະ​ອົງ​ກ່າວ​ກັບ​ພວກ​ເຂົາ​ວ່າ: ຈົ່ງ​ເບິ່ງ, ເວລາ​ຂອງ​ເຮົາ​ມາ​ເຖິງ​ແລ້ວ.

 ເຮົາ​ເຫັນ​ວ່າ ເຈົ້າຍັງ​ອ່ອນ​ແອ​ຢູ່ ແລະ ເຈົ້າຍັງ​ບໍ່​ເຂົ້າ​ໃຈ​ຄຳ​ເວົ້າທັງ​ໝົດຂອງ​ເຮົາ​ໄດ້, ຊຶ່ງພຣະ​ບິດາ​ໄດ້​ບັນຊາ​ໃຫ້​ເຮົາ​ມາບ​ອກ​ເຈົ້າ​ໃນ​ເທື່ອ​ນີ້.

 ດັ່ງນັ້ນ, ເຈົ້າຈົ່ງ​ກັບ​ໄປ​ບ້ານ​ຂອງ​ເຈົ້າ, ແລະ ໄຕ່ຕອງ​ເຖິງ​ເລື່ອງ​ທີ່​ເຮົາ​ໄດ້​ກ່າວ​ໄປ​ນັ້ນ, ແລະ ທູນ​ຖາມ​ພຣະ​ບິດາ​ໃນ​ພຣະ​ນາມ​ຂອງ​ເຮົາ, ເພື່ອ​ຈະ​ໄດ້​ເຂົ້າ​ໃຈ ແລະ ຈົ່ງ​ຕຽມ​ຈິດ​ໃຈ​ໄວ້​ສຳລັບ​ມື້​ອື່ນ, ແລະ ເຮົາ​ຈະ​ກັບ​ມາ​ຫາ​ເຈົ້າອີກ.

 ແຕ່​ບັດ​ນີ້​ເຮົາ​ຈະ​ໄປ​ເຝົ້າພຣະ​ບິດາ, ແລະ ເຮົາ​ຈະ​ໄປ​ປະກົດ​ຕົວ​ຕໍ່​ເຜົ່າ​ອິດ​ສະ​ຣາ​ເອນ​ທີ່​ຫາຍ​ໄປ​ນັ້ນ, ເພາະວ່າ​ພວກ​ເຂົາ​ບໍ່​ໄດ້​ຫາຍ​ໄປ​ສຳລັບ​ພຣະ​ບິດາ, ເພາະພຣະ​ອົງ​ຮູ້​ວ່າ​ພຣະ​ອົງ​ໄດ້​ນຳ​ພວກ​ເຂົາ​ໄປ​ໄວ້​ບ່ອນ​ໃດ.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ເມື່ອພຣະ​ເຢຊູ​ໄດ້​ກ່າວ​ດັ່ງ​ນີ້​ແລ້ວ, ພຣະ​ອົງ​ໄດ້​ທອດ​ພຣະ​ເນດ​ເບິ່ງ​ຝູງ​ຊົນ​ໂດຍ​ຮອບ​ອີກ, ແລະ ເຫັນ​ວ່າ​ພວກ​ເຂົາ​ຫລັ່ງ​ນ້ຳຕາ, ແລະ ໄດ້​ຫລຽວ​ເບິ່ງ​ພຣະ​ອົງ​ຄື​ກັບ​ວ່າ​ຈະ​ທູນ​ຂໍ​ໃຫ້​ພຣະ​ອົງ​ຢູ່​ກັບ​ພວກ​ເຂົາ​ຕື່ມ​ອີກ​ໜ້ອຍ​ໜຶ່ງ.

 ແລະ ພຣະ​ອົງ​ໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ: ຈົ່ງ​ເບິ່ງ, ອຸທອນ​ຂອງ​ເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ເມດ​ຕາ​ສົງສານ​ເຈົ້າ.

 ມີ​ຜູ້​ໃດ​ເຈັບ​ປ່ວຍ​ຢູ່​ໃນ​ບັນດາ​ພວກ​ເຈົ້າບໍ່? ຈົ່ງ​ນຳ​ເອົາ​ພວກ​ເຂົາ​ມາ​ນີ້. ມີ​ຜູ້​ໃດ​ທີ່​ເປັນ​ລ່ອຍ, ຫລື ຕາບອດ, ຫລື ຂາ​ເສຍ, ຫລື ພິການ, ຫລື ເປັນ​ຂີ້ທູດ, ຫລື ຫ່ຽວ​ແຫ້ງ, ຫລື ຫູໜວກ, ຫລື ມີ​ທຸກ​ອັນ​ໃດ​ບໍ່? ຈົ່ງ​ນຳ​ເອົາ​ພວກ​ເຂົາ​ມາ​ນີ້ ແລະ ເຮົາ​ຈະ​ປິ່ນປົວ​ພວກ​ເຂົາ, ເພາະ​ເຮົາ​ມີ​ຄວາມ​ເມດ​ຕາ​ສົງສານ​ເຈົ້າ; ອຸທອນ​ຂອງ​ເຮົາ​ເຕັມ​ໄປ​ດ້ວຍ​ຄວາມ​ເມດ​ຕາ​ສົງສານ.

 ເພາະ​ເຮົາ​ເຫັນ​ວ່າ​ເຈົ້າ​ປາ​ຖະໜາ​ຈະ​ໃຫ້​ເຮົາ​ສະ​ແດງ​ແກ່​ເຈົ້າ ເຖິງ​ສິ່ງ​ທີ່​ເຮົາ​ໄດ້​ກະທຳ​ແກ່​ພີ່ນ້ອງ​ຂອງ​ເຈົ້າທີ່​ເຢຣູ​ຊາເລັມ, ເພາະ​ເຮົາ​ເຫັນ​ວ່າເຈົ້າມີ​ສັດທາ​ພຽງພໍ​ທີ່​ຈະ​ໃຫ້​ເຮົາ​ປິ່ນປົວ​ເຈົ້າ.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ເມື່ອ​ພຣະ​ອົງ​ກ່າວດັ່ງ​ນີ້​ແລ້ວ, ຝູງ​ຊົນ​ທັງ​ໝົດ​ໄດ້​ອອກ​ໄປ​ພ້ອມ​ກັນ, ພ້ອມ​ດ້ວຍ​ຄົນ​ເຈັບຂອງ​ພວກ​ເຂົາ ແລະ ຄົນ​ມີ​ທຸກຂອງ​ພວກ​ເຂົາ, ແລະ ຄົນ​ເປ້ຍ​ລ່ອຍຂອງ​ພວກ​ເຂົາ, ແລະ ຄົນ​ຕາບອດຂອງ​ພວກ​ເຂົາ, ແລະ ຄົນ​ໃບ້ຂອງ​ພວກ​ເຂົາ, ແລະ ພ້ອມ​ດ້ວຍ​ຄົນ​ທັງໝົດ​ທີ່​ມີທຸກ​ໃດໆ; ແລະ ພຣະ​ອົງ​ໄດ້​ປິ່ນປົວ​ພວກ​ເຂົາ​ທຸກ​ຄົນ ເມື່ອ​ພວກ​ເຂົາ​ຖືກ​ພາ​ມາ​ຫາ​ພຣະ​ອົງ.

 10 ແລະ ພວກ​ເຂົາ​ທັງ​ໝົດ ທັງ​ຜູ້​ທີ່​ໄດ້​ຮັບ​ການ​ປິ່ນປົວ ແລະ ຜູ້​ມີສຸຂະພາບ​ແຂງ​ແຮງ, ໄດ້​ກົ້ມຂາບ​ລົງ​ແທບ​ພຣະ​ບາດ ແລະ ໄດ້​ນະມັດ​ສະການ​ພຣະ​ອົງ; ແລະ ຝູງ​ຊົນ​ເປັນ​ຈຳນວນ​ຫລວງຫລາຍ​ໄດ້​ອອກ​ມາ​ຈູບ​ພຣະ​ບາດ​ຂອງ​ພຣະ​ອົງ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ໄດ້​ລ້າງ​ພຣະ​ບາດ​ຂອງ​ພຣະ​ອົງ​ດ້ວຍ​ນ້ຳຕາ​ຂອງ​ພວກ​ເຂົາ.

 11 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ພຣະ​ອົງ​ໄດ້​ສັ່ງ​ໃຫ້​ນຳ​ເອົາ​ເດັກນ້ອຍ​ຂອງ​ພວກ​ເຂົາ​ມາ.

 12 ດັ່ງນັ້ນ ພວກ​ເຂົາ​ຈຶ່ງ​ໄດ້​ນຳ​ເອົາ​ເດັກນ້ອຍ​ຂອງ​ພວກ​ເຂົາ​ມາ​ນັ່ງ​ຢູ່​ພື້ນ​ດິນ​ອ້ອມ​ຮອບ​ພຣະ​ອົງ, ແລະ ພຣະ​ເຢຊູ​ໄດ້​ປະ​ທັບ​ຢືນ​ຢູ່​ເຄິ່ງກາງ; ແລະ ຝູງ​ຊົນ​ໄດ້​ເປີດ​ທາງ​ໃຫ້​ຜູ້​ຄົນ​ນຳ​ເອົາ​ເດັກນ້ອຍ​ທັງ​ໝົດ​ເຂົ້າມາ​ຫາ​ພຣະ​ອົງ.

 13 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ເມື່ອ​ພວກ​ເຂົາ​ໄດ້​ນຳ​ເອົາ​ເດັກນ້ອຍ​ທັງ​ໝົດ​ມາ​ແລ້ວ, ແລະ ພຣະ​ເຢຊູ​ປະ​ທັບ​ຢືນ​ຢູ່​ເຄິ່​ງ​ກາງ, ພຣະ​ອົງ​ຈຶ່ງໄດ້​ສັ່ງ​ໃຫ້​ຝູງ​ຊົນ​ຄຸ​ເຂົ່າ​ລົງ​ຢູ່​ກັບ​ພື້ນ​ດິນ.

 14 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ເມື່ອ​ພວກ​ເຂົາ​ໄດ້​ຄຸ​ເຂົ່າ​ລົງ​ຢູ່​ກັບ​ພື້ນ​ດິນ​ແລ້ວ, ພຣະ​ເຢຊູ​ຮ້ອງ​ຄວນ​ຄາງ​ຢູ່​ພາຍ​ໃນ​ພຣະ​ອົງ, ແລະ ກ່າວ​ວ່າ: ຂ້າ​ແດ່​ພຣະ​ບິດາ, ຂ້ານ້ອຍ​ຫຍຸ້ງຍາກ​ຈິດ​ໃຈ​ຫລາຍ ເພາະຄວາມ​ຊົ່ວ​ຮ້າຍ​ຂອງ​ຜູ້​ຄົນ​ທີ່​ເປັນ​ເຊື້ອສາຍ​ອິດ​ສະ​ຣາ​ເອນ.

 15 ແລະ ເມື່ອ​ພຣະ​ອົງ​ກ່າວ​ຂໍ້ຄວາມ​ເຫລົ່າ​ນີ້​ແລ້ວ, ພຣະ​ອົງ​ໄດ້​ຄຸ​ເຂົ່າ​ລົງ​ຢູ່​ກັບ​ພື້ນ​ດິນ​ຄື​ກັນ; ແລະ ຈົ່ງ​ເບິ່ງ ພຣະ​ອົງ​ໄດ້​ອະທິຖານ​ຕໍ່​ພຣະ​ບິດາ, ແລະ ສິ່ງ​ທີ່​ພຣະ​ອົງ​ອະທິຖານ​ນັ້ນບໍ່​ອາດ​ຈະ​ຂຽນ​ໄວ້​ໄດ້, ແລະ ຝູງ​ຊົນ​ທີ່​ໄດ້​ຍິນ​ພຣະ​ອົງ​ໄດ້​ເປັນ​ພະຍານ​ເຖິງ​ສິ່ງ​ເຫລົ່າ​ນີ້.

 16 ແລະ ຕາມ​ວິທີ​ນີ້​ທີ່ພວກ​ເຂົາ​ໄດ້​ເປັນ​ພະຍານ: ຕາ​ບໍ່ເຄີຍ​ໄດ້​ເຫັນ ແລະ ຫູ​ບໍ່ເຄີຍ​ໄດ້​ຍິນ​ເລື່ອງ​ອັນ​ຍິ່ງ​ໃຫຍ່ ແລະ ໜ້າ​ອັດສະຈັນ​ເຊັ່ນ​ນີ້​ມາ​ກ່ອນ ດັ່ງ​ທີ່​ພວກ​ເຮົາ​ໄດ້​ເຫັນ ແລະ ໄດ້​ຍິນ​ເລື່ອງ​ທີ່​ພຣະ​ເຢ​ຊູ​ໄດ້​ກ່າວ​ກັບ​ພຣະ​ບິດາ;

 17 ແລະ ບໍ່​ມີ​ລີ້ນໃດ​ຈະ​ເວົ້າໄດ້, ທັງ​ບໍ່​ມີ​ຄົນ​ໃດ​ຈະ​ຂຽນໄວ້​ໄດ້, ທັງ​ໃຈ​ຂອງ​ມະ​ນຸດ​ຈະ​ເຂົ້າ​ໃຈ​ເລື່ອງຍິ່ງ​ໃຫຍ່ ແລະ ໜ້າ​ອັດສະຈັນ​ເຊັ່ນ​ນີ້​ບໍ່​ໄດ້ ດັ່ງ​ທີ່​ພວກ​ເຮົາ​ທັງ​ໄດ້ເຫັນ ແລະ ໄດ້​ຍິນ​ພຣະ​ເຢຊູ​ກ່າວ; ແລະ ບໍ່ມີ​ຜູ້​ໃດ​ເຂົ້າ​ໃຈ​ໄດ້​ເຖິງ​ຄວາມ​ສຸກ ຊຶ່ງ​ເຕັມ​ຈິດ​ວິນ​ຍານ​ຂອງ​ພວ​ກ​ເຮົາ​ໃນ​ເວລາ​ທີ່​ພວກ​ເຮົາ​ໄດ້​ຍິນ​ພຣະ​ອົງ​ອະ​ທິຖານ​ຕໍ່​ພຣະ​ບິດາ​ເພື່ອ​ພວກ​ເຮົາ.

 18 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ເມື່ອ​ພຣະ​ເຢຊູ​ຈົບ​ການ​ອະທິຖານ​ຕໍ່​ພຣະ​ບິດາ​ແລ້ວ, ພຣະ​ອົງ​ກໍ​ລຸກຂຶ້ນ; ແຕ່ຄວາມ​ປິ​ຕິ​ຍິນ​ດີ​ຂອງຝູງຊົນນັ້ນຍັງ​ມີ​ຢູ່​ຢ່າງ​ຖ້ວມ​ລົ້ນຈົນ​ວ່າ​ພວກ​ເຂົາ​ໝົດ​ກຳລັງ​ໄປ.

 19 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ພຣະ​ເຢຊູ​ໄດ້​ກ່າວກັບ​ພວກ​ເຂົາ, ແລະ ບອກ​ໃຫ້​ພວກ​ເຂົາ​ລຸກຂຶ້ນ.

 20 ແລະ ພວກ​ເຂົາ​ໄດ້​ລຸກຂຶ້ນຈາກ​ພື້ນ​ດິນ, ແລະ ພຣະ​ອົງ​ໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ: ເຈົ້າ​ເປັນ​ສຸກ​ແລ້ວ ເພາະສັດທາ​ຂອງ​ເຈົ້າ. ແລະ ບັດ​ນີ້​ຈົ່ງ​ເບິ່ງ, ຄວາມ​ສຸກຂອງ​ເຮົາ​ເຕັມ​ປ່ຽມ.

 21 ແລະ ເມື່ອ​ພຣະ​ອົງ​ໄດ້​ກ່າວ​ຂໍ້ຄວາມ​ເຫລົ່າ​ນີ້​ແລ້ວ, ພຣະ​ອົງ​ກໍ​ກັນ​ແສງ, ແລະ ຝູງ​ຊົນ​ໄດ້​ເປັນ​ພະຍານ​ໃນ​ເລື່ອງ​ນີ້, ແລະ ພຣະ​ອົງ​ໄດ້​ເອົາ​ເດັກນ້ອຍ​ຂອງ​ພວກ​ເຂົາ​ມາ​ເທື່ອ​ລະ​ຄົນ, ແລະ ອວຍ​ພອນ​ພວກ​ເຂົາ, ແລະ ອະທິຖານ​ຕໍ່​ພຣະ​ບິດາ​ເພື່ອ​ພວກ​ເຂົາ.

 22 ແລະ ເມື່ອ​ພຣະ​ອົງ​ໄດ້​ເຮັດ​ສິ່ງ​ນີ້​ແລ້ວ, ພຣະ​ອົງ​ກໍ​ກັນ​ແສງ​ອີກ;

 23 ແລະ ພຣະ​ອົງ​ໄດ້​ກ່າວກັບ​ຝູງ​ຊົນ, ແລະ ເວົ້າກັບ​ພວກ​ເຂົາ​ວ່າ: ຈົ່ງ​ເບິ່ງ​ລູກ​ນ້ອຍໆ​ຂອງ​ເຈົ້າ.

 24 ແລະ ເວລາ​ພວກ​ເຂົາ​ຫລຽວ​ໄປ​ເບິ່ງ ພວກ​ເຂົາ​ໄດ້​ກວາດ​ສາຍຕາ​ຂຶ້ນ​ໄປ​ເທິງ​ຟ້າ, ແລະ ພວກ​ເຂົາ​ເຫັນ​ທ້ອງ​ຟ້າ​ເປີດ​ອອກ, ແລະ ພວກ​ເຂົາ​ໄດ້​ເຫັນ​ເຫລົ່າ​ທູດ​ພາກັນ​ລົງ​ມາ​ຈາກ​ສະຫວັນ​ຄື​ກັບ​ວ່າ​ຢູ່​ທ່າມ​ກາງ​ໄຟ; ແລະ ພວກ​ເພິ່ນ​ໄດ້​ລົງ​ມາ​ອ້ອມ​ຮອບ​ເດັກ​ນ້ອຍ​ເຫລົ່ານັ້ນ​ໄວ້, ແລະ ພວກ​ເຂົາ​ໄດ້​ຖືກ​ປິດ​ລ້ອມ​ໄວ້​ດ້ວຍ​ໄຟ; ແລະ ເຫລົ່າ​ທູດ​ໄດ້​ປະຕິບັດ​ສາດສະໜາ​ກິດ​ແກ່​ພວກເຂົາ.

 25 ແລະ ຝູງ​ຊົນ​ໄດ້​ເຫັນ ແລະ ໄດ້​ຍິນ ແລະ ໄດ້​ເປັນ​ພະຍານ; ແລະ ພວກ​ເຂົາ​ຮູ້​ວ່າບັນທຶກ​ຂອງ​ພວກ​ເຂົາ​ເປັນຄວາມ​ຈິງ ເພາະ​ພວກ​ເຂົາ​ທຸກ​ຄົນ​ໄດ້​ເຫັນ, ແລະ ໄດ້​ຍິນ​ດ້ວຍ​ຕົວ​ເອງ; ແລະ ພວກ​ເຂົາ​ມີ​ຈຳນວນ​ຢູ່​ປະມານ​ສອງ​ພັນ​ຫ້າ​ຮ້ອຍ​ຄົນ ລວມທັງ​ຜູ້​ຊາຍ, ຜູ້ຍິງ, ແລະ ເດັກນ້ອຍ.