ພຣະ​ຄຳ​ພີ
3 ນີໄຟ 18


ບົດ​ທີ 18

ພຣະ​ເຢຊູ​ຈັດ​ຕັ້ງ​ສິນ​ລະ​ລຶກ​ຂຶ້ນ​ໃນ​ບັນ​ດາ​ຊາວ​ນີໄຟ—ພວກ​ເຂົາ​ຖືກ​ສັ່ງ​ໃຫ້​ອະ​ທິ​ຖານ​ເປັນ​ປະ​ຈຳ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ—ຜູ້​ທີ່​ຮັບ​ເນື້ອ​ໜັງ ແລະ ໂລ​ຫິດ​ຂອງ​ພຣະ​ອົງ​ໂດຍ​ບໍ່​ມີ​ຄ່າ​ຄວນ ຈະ​ອັບ​ປະ​ໂຫຍດ—ສາ​ນຸ​ສິດ​ໄດ້​ຮັບ​ອຳນາດ​ເພື່ອ​ມອບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ປະ​ມານ ຄ.ສ. 34.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ເຢຊູ​ໄດ້​ສັ່ງ​ໃຫ້​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ໄປ​ເອົາ ເຂົ້າ​ຈີ່ ແລະ ເຫລົ້າ​ອະງຸ່ນ​ຈຳນວນ​ໜຶ່ງ​ມາ​ໃຫ້​ພຣະ​ອົງ.

2 ແລະ ໃນ​ຂະນະ​ທີ່​ພວກ​ເພິ່ນ​ອອກ​ໄປ​ຫາ​ເຂົ້າ​ຈີ່ ແລະ ເຫລົ້າ​ອະງຸ່ນ​ຢູ່​ນັ້ນ, ພຣະ​ອົງ​ໄດ້​ສັ່ງ​ໃຫ້​ຝູງ​ຊົນ​ນັ່ງ​ລົງ​ຢູ່​ພື້ນ​ດິນ.

3 ແລະ ເມື່ອ​ສາ​ນຸ​ສິດ​ກັບ​ມາ​ພ້ອມ​ດ້ວຍ ເຂົ້າ​ຈີ່ ແລະ ເຫລົ້າ​ອະງຸ່ນ, ພຣະ​ອົງ​ໄດ້​ຮັບ​ເອົາ​ເຂົ້າ​ຈີ່ ແລະ ຫັກ​ມັນ ແລະ ໃຫ້​ພອນ​ແກ່​ມັນ; ແລະ ພຣະ​ອົງ​ໄດ້​ມອບ​ມັນ​ໃຫ້​ແກ່​ສາ​ນຸ​ສິດ ແລະ ສັ່ງ​ໃຫ້​ພວກ​ເພິ່ນ​ກິນ.

4 ແລະ ເມື່ອ​ພວກ​ເພິ່ນ​ໄດ້​ກິນ ແລະ ອີ່ມ​ແລ້ວ, ພຣະ​ອົງ​ໄດ້​ສັ່ງ​ໃຫ້​ພວກ​ເພິ່ນ​ເອົາ​ໃຫ້​ຝູງ​ຊົນ​ກິນ.

5 ແລະ ເມື່ອ​ຝູງ​ຊົນ​ໄດ້​ກິນ ແລະ ອີ່ມ​ແລ້ວ, ພຣະ​ອົງ​ໄດ້​ກ່າວ​ກັບ​ສາ​ນຸ​ສິດ​ວ່າ: ຈົ່ງ​ເບິ່ງ ຈະ​ມີ​ຜູ້​ໜຶ່ງ​ໃນ​ບັນ​ດາ​ພວກ​ເຈົ້າ ທີ່​ຈະ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ, ແລະ ເຮົາ​ຈະ​ມອບ​ອຳນາດ​ໃຫ້​ແກ່​ລາວ ເພື່ອ​ລາວ​ຈະ​ໄດ້ ຫັກ​ເຂົ້າ​ຈີ່ ແລະ ໃຫ້​ພອນ​ແກ່​ມັນ ແລະ ເອົາ​ມັນ​ໃຫ້​ແກ່​ຜູ້​ຄົນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ, ແລະ ໃຫ້​ແກ່​ທຸກ​ຄົນ​ທີ່​ເຊື່ອ ແລະ ຮັບ​ບັບຕິ​ສະມາ​ໃນ​ນາມ​ຂອງ​ເຮົາ.

6 ແລະ ສິ່ງ​ນີ້​ພວກ​ເຈົ້າ​ຈົ່ງ​ຍຶດ​ຖື​ປະ​ຕິ​ບັດ​ສະເໝີ​ດັ່ງ​ທີ່​ເຮົາ​ໄດ້​ເຮັດ ຊຶ່ງ​ເຮົາ​ໄດ້​ຫັກ​ເຂົ້າ​ຈີ່ ແລະ ໃຫ້​ພອນ​ແກ່​ມັນ ແລະ ເອົາ​ໃຫ້​ເຈົ້າ​ກິນ.

7 ແລະ ສິ່ງ​ນີ້​ເຈົ້າ​ຈົ່ງ​ເຮັດ​ດ້ວຍ ຄວາມ​ລະ​ນຶກ​ເຖິງ​ເນື້ອ​ກາຍ​ຂອງ​ເຮົາ, ຊຶ່ງ​ເຮົາ​ໄດ້​ສະແດງ​ແກ່​ເຈົ້າ. ແລະ ມັນ​ຈະ​ເປັນ​ປະຈັກ​ພະຍານ​ຕໍ່​ພຣະ​ບິດາ​ວ່າ ເຈົ້າ​ລະ​ນຶກ​ເຖິງ​ເຮົາ​ຢູ່​ຕະຫລອດ​ເວລາ. ແລະ ຖ້າ​ຫາກ​ເຈົ້າ​ລະ​ນຶກ​ເຖິງ​ເຮົາ​ຢູ່​ຕະຫລອດ​ເວລາ ເຈົ້າ​ຈະ​ມີ​ວິນ​ຍານ​ຂອງ​ເຮົາ​ຢູ່​ນຳ​ເຈົ້າ.

8 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ພຣະ​ອົງ​ກ່າວ​ຂໍ້​ຄວາມ​ເຫລົ່າ​ນີ້​ແລ້ວ, ພຣະ​ອົງ​ໄດ້​ສັ່ງ​ໃຫ້​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ຮັບ​ເອົາ​ຈອກ​ເຫລົ້າ​ອະງຸ່ນ ແລະ ດື່ມ​ມັນ, ແລະ ໃຫ້​ພວກ​ເພິ່ນ​ມອບ​ໃຫ້​ແກ່​ຝູງ​ຊົນ​ນຳ​ອີກ​ເພື່ອ​ພວກ​ເຂົາ​ຈະ​ໄດ້​ດື່ມ​ມັນ.

9 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເພິ່ນ​ກໍ​ໄດ້​ປະ​ຕິ​ບັດ​ຕາມ​ນີ້ ແລະ ໄດ້​ດື່ມ​ມັນ ແລະ ອີ່ມ; ແລະ ພວກ​ເພິ່ນ​ໄດ້​ມອບ​ມັນ​ໃຫ້​ແກ່​ຝູງ​ຊົນ, ແລະ ພວກ​ເຂົາ​ກໍ​ໄດ້​ດື່ມ ແລະ ພວກ​ເຂົາ​ອີ່ມ.

10 ແລະ ເມື່ອ​ສາ​ນຸ​ສິດ​ໄດ້​ກະ​ທຳ​ສິ່ງ​ນີ້​ແລ້ວ, ພຣະ​ເຢຊູ​ໄດ້​ກ່າວ​ກັບ​ພວກ​ເພິ່ນ​ວ່າ: ເຈົ້າ​ເປັນ​ສຸກ​ແລ້ວ ເພາະ​ສິ່ງ​ນີ້​ທີ່​ເຈົ້າ​ໄດ້​ກະ​ທຳ​ໄປ​ນັ້ນ, ເພາະ​ນີ້​ເປັນ​ການ​ເຮັດ​ໃຫ້​ບັນ​ຍັດ​ຂອງ​ເຮົາ​ສຳ​ເລັດ ແລະ ນີ້​ເປັນ​ພະຍານ​ຕໍ່​ພຣະ​ບິດາ​ວ່າ ເຈົ້າ​ເຕັມ​ໃຈ​ປະ​ຕິ​ບັດ​ຕາມ​ສິ່ງ​ທີ່​ເຮົາ​ໄດ້​ບັນ​ຊາ​ເຈົ້າ.

11 ແລະ ນີ້​ເຈົ້າ​ຈົ່ງ​ປະ​ຕິ​ບັດ​ສະເໝີ​ໄປ​ກັບ​ຄົນ​ທີ່​ກັບ​ໃຈ ແລະ ຮັບ​ບັບຕິ​ສະມາ​ໃນ​ນາມ​ຂອງ​ເຮົາ; ແລະ ເຈົ້າ​ຈົ່ງ​ກະ​ທຳ​ສິ່ງ​ນີ້​ດ້ວຍ​ຄວາມ​ລະ​ນຶກ​ເຖິງ​ເລືອດ​ຂອງ​ເຮົາ, ຊຶ່ງ​ເຮົາ​ໄດ້​ຫລັ່ງ​ເພື່ອ​ເຈົ້າ, ເພື່ອ​ເຈົ້າ​ຈະ​ໄດ້​ເປັນ​ພະຍານ​ຕໍ່​ພຣະ​ບິດາ​ວ່າ ເຈົ້າ​ລະ​ນຶກ​ເຖິງ​ເຮົາ​ຢູ່​ຕະຫລອດ​ເວລາ. ແລະ ຖ້າ​ຫາກ​ເຈົ້າ​ລະ​ນຶກ​ເຖິງ​ເຮົາ​ຢູ່​ຕະຫລອດ​ເວລາ ເຈົ້າ​ຈະ​ມີ​ວິນ​ຍານ​ຂອງ​ເຮົາ​ຢູ່​ນຳ​ເຈົ້າ.

12 ແລະ ເຮົາ​ໃຫ້​ບັນ​ຍັດ​ແກ່​ເຈົ້າ​ວ່າ ຈົ່ງ​ກະ​ທຳ​ສິ່ງ​ເຫລົ່າ​ນີ້. ແລະ ຖ້າ​ຫາກ​ເຈົ້າ​ກະ​ທຳ​ຕາມ​ສິ່ງ​ເຫລົ່າ​ນີ້​ສະເໝີ ເຈົ້າ​ຍ່ອມ​ເປັນ​ສຸກ, ເພາະ​ເຈົ້າ​ຖືກ​ສ້າງ​ຢູ່​ເທິງ ດານ​ຫີນ​ຂອງ​ເຮົາ.

13 ແຕ່​ຜູ້​ໃດ​ໃນ​ບັນ​ດາ​ພວກ​ເຈົ້າ​ຈະ​ກະ​ທຳ​ຫລາຍ ຫລື ນ້ອຍ​ໄປ​ກວ່າ​ນີ້​ຍ່ອມ​ບໍ່​ໄດ້​ຖືກ​ສ້າງ​ຢູ່​ເທິງ​ດານ​ຫີນ​ຂອງ​ເຮົາ; ແຕ່​ໄດ້​ຖືກ​ສ້າງ​ຢູ່​ເທິງ​ດິນ​ຊາຍ; ແລະ ເມື່ອ​ຝົນ​ຖັ່ງ​ເທ​ລົງ​ມາ, ແລະ ນ້ຳ​ກໍ​ນອງ, ແລະ ລົມ​ກໍ​ພັດ, ແລະ ປະ​ທະ​ພວກ​ເຂົາ, ພວກ​ເຂົາ​ຈະ ພັງ, ແລະ ປະຕູ​ນະລົກ​ຈະ​ເປີດ​ອອກ​ພ້ອມ​ແລ້ວ​ທີ່​ຈະ​ຮັບ​ເອົາ​ພວກ​ເຂົາ.

14 ສະນັ້ນ ເຈົ້າ​ຍ່ອມ​ເປັນ​ສຸກ ຖ້າ​ຫາກ​ເຈົ້າ​ຈະ​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ, ຊຶ່ງ​ພຣະ​ບິດາ​ໄດ້​ບັນ​ຊາ​ເຮົາ​ໃຫ້​ມອບ​ມັນ​ແກ່​ເຈົ້າ.

15 ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ຈົ່ງ​ຄອຍ​ເຝົ້າ​ລະ​ວັງ ແລະ ອະ​ທິ​ຖານ​ຢູ່​ສະເໝີ, ເພື່ອ​ເຈົ້າ​ຈະ​ບໍ່​ໄດ້​ຖືກ​ມານ​ລໍ້​ລວງ, ແລະ ຖືກ​ມັນ​ນຳ​ໄປ​ເປັນ​ຊະ​ເລີຍ.

16 ແລະ ເຊັ່ນ​ດຽວ​ກັບ​ທີ່​ເຮົາ​ໄດ້​ອະ​ທິ​ຖານ​ໃນ​ບັນ​ດາ​ພວກ​ເຈົ້າ, ໃຫ້​ເຈົ້າ​ອະ​ທິ​ຖານ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ເຮົາ​ທີ່​ກັບ​ໃຈ ແລະ ຮັບ​ບັບຕິ​ສະມາ​ໃນ​ນາມ​ຂອງ​ເຮົາ. ຈົ່ງ​ເບິ່ງ ເຮົາ​ຄື ຄວາມ​ສະ​ຫວ່າງ; ເຮົາ​ໄດ້​ເຮັດ​ເປັນ ຕົວ​ຢ່າງ​ໄວ້​ໃຫ້​ເຈົ້າ​ແລ້ວ.

17 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ພຣະ​ເຢຊູ​ໄດ້​ກ່າວ​ຂໍ້​ຄວາມ​ເຫລົ່າ​ນີ້​ກັບ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ແລ້ວ, ພຣະ​ອົງ​ໄດ້​ຫັນ​ໄປ​ຫາ​ຝູງ​ຊົນ​ອີກ ແລະ ກ່າວ​ກັບ​ພວກ​ເຂົາ​ວ່າ:

18 ຈົ່ງ​ເບິ່ງ, ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ເຈົ້າ​ຕ້ອງ​ຄອຍ​ເຝົ້າ​ລະ​ວັງ ແລະ ອະ​ທິ​ຖານ​ຢູ່​ສະເໝີ ເພື່ອ​ເຈົ້າ​ຈະ​ບໍ່​ໄດ້​ເຂົ້າ​ໄປ​ຫາ​ການ​ລໍ້​ລວງ; ເພາະ​ວ່າ ຊາຕານ​ປາດ​ຖະ​ໜາ​ຢາກ​ໄດ້​ເຈົ້າ, ເພື່ອ​ມັນ​ຈະ​ໄດ້​ຝັດ​ຮ່ອນ​ເຈົ້າ​ເໝືອນ​ດັ່ງ​ຝັດ​ເຂົ້າ​ເປືອກ.

19 ສະນັ້ນ ເຈົ້າ​ຕ້ອງ​ອະ​ທິ​ຖານ​ຫາ​ພຣະ​ບິດາ​ຢູ່​ສະເໝີ​ໃນ​ນາມ​ຂອງ​ເຮົາ;

20 ແລະ ສິ່ງ​ໃດ​ກໍ​ຕາມ​ທີ່​ເຈົ້າ​ຈະ​ຂໍ​ຈາກ​ພຣະ​ບິດາ​ໃນ​ນາມ​ຂອງ​ເຮົາ​ຊຶ່ງ​ຖືກ​ຕ້ອງ, ໂດຍ​ເຊື່ອ​ວ່າ​ເຈົ້າ​ຈະ​ໄດ້​ຮັບ, ຈົ່ງ​ເບິ່ງ ມັນ​ຈະ​ຖືກ​ມອບ​ໃຫ້​ແກ່​ເຈົ້າ.

21 ຈົ່ງ ອະ​ທິ​ຖານ​ນຳ​ຄອບ​ຄົວ​ຂອງ​ເຈົ້າ​ຫາ​ພຣະ​ບິດາ​ໃນ​ນາມ​ຂອງ​ເຮົາ​ສະເໝີ, ເພື່ອ​ເມຍ​ຂອງ​ເຈົ້າ ແລະ ລູກ​ຂອງ​ເຈົ້າ​ຈະ​ໄດ້​ຮັບ​ພອນ.

22 ແລະ ຈົ່ງ​ເບິ່ງ, ເຈົ້າ​ຈົ່ງ​ຊຸມ​ນຸມ​ກັນ​ຢູ່​ເລື້ອຍໆ; ແລະ ເຈົ້າ​ຢ່າ​ໄດ້​ຫ້າມ​ຜູ້​ທີ່​ເຂົ້າ​ມາ​ຫາ​ເຈົ້າ​ເວລາ​ເຈົ້າ​ກຳ​ລັງ​ຊຸມ​ນຸມ​ກັນ​ຢູ່​ນັ້ນ, ແຕ່​ປ່ອຍ​ໃຫ້​ເຂົາ​ເຂົ້າ​ມາ​ຫາ​ເຈົ້າ ແລະ ຢ່າ​ໄດ້​ຫ້າມ​ເຂົາ;

23 ແຕ່​ເຈົ້າ​ຈົ່ງ ອະ​ທິ​ຖານ​ເພື່ອ​ເຂົາ, ແລະ ຢ່າ​ໄດ້​ຂັບ​ໄລ່​ເຂົາ​ອອກ​ໄປ; ແລະ ຖ້າ​ຫາກ​ເປັນ​ໄປ​ວ່າ ເຂົາ​ມາ​ຫາ​ເຈົ້າ​ເປັນ​ປະ​ຈຳ ຈົ່ງ​ອະ​ທິ​ຖານ​ຫາ​ພຣະ​ບິດາ​ເພື່ອ​ເຂົາ​ໃນ​ນາມ​ຂອງ​ເຮົາ.

24 ສະນັ້ນ ຈົ່ງ​ຍົກ ຄວາມ​ສະ​ຫວ່າງ​ຂອງ​ເຈົ້າ​ຂຶ້ນ​ເພື່ອ​ມັນ​ຈະ​ສ່ອງ​ແສງ​ໄປ​ທົ່ວ​ໂລກ. ຈົ່ງ​ເບິ່ງ ເຮົາ​ຄື ຄວາມ​ສະ​ຫວ່າງ​ຊຶ່ງ​ເຈົ້າ​ຈະ​ຍົກ​ຂຶ້ນ—ພ້ອມ​ທັງ​ສິ່ງ​ທີ່​ເຈົ້າ​ໄດ້​ເຫັນ​ເຮົາ​ກະ​ທຳ​ໄປ​ນັ້ນ. ຈົ່ງ​ເບິ່ງ ເຈົ້າ​ເຫັນ​ວ່າ​ເຮົາ​ໄດ້​ອະ​ທິ​ຖານ​ຫາ​ພຣະ​ບິດາ, ແລະ ເຈົ້າ​ທຸກ​ຄົນ​ໄດ້​ເຫັນ​ດ້ວຍ​ຕາ​ຂອງ​ຕົນ​ເອງ.

25 ແລະ ເຈົ້າ​ເຫັນ​ວ່າ ເຮົາ​ບໍ່​ໄດ້​ສັ່ງ​ໃຫ້ ຜູ້​ໃດ​ໃນ​ພວກ​ເຈົ້າ​ອອກ​ໄປ, ແຕ່​ໄດ້​ສັ່ງ​ໃຫ້​ເຈົ້າ​ເຂົ້າ​ມາ​ຫາ​ເຮົາ, ເພື່ອ​ເຈົ້າ​ຈະ​ໄດ້ ສຳ​ພັດ ແລະ ເຫັນ; ເຖິງ​ແມ່ນ​ເຊັ່ນ​ນັ້ນ​ເຈົ້າ​ຈົ່ງ​ປະ​ຕິ​ບັດ​ຕໍ່​ໂລກ; ແລະ ຜູ້​ໃດ​ກໍ​ຕາມ​ທີ່​ຝ່າ​ຝືນ​ບັນ​ຍັດ​ນີ້ ຜູ້​ນັ້ນ​ຈະ​ຍອມ​ໃຫ້​ຕົນ​ຖືກ​ຊັກ​ນຳ​ໄປ​ຫາ​ການ​ລໍ້​ລວງ.

26 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ພຣະ​ເຢຊູ​ໄດ້​ກ່າວ​ຂໍ້​ຄວາມ​ເຫລົ່າ​ນີ້​ແລ້ວ, ພຣະ​ອົງ​ໄດ້​ທອດ​ພຣະ​ເນດ​ໄປ​ຫາ​ສາ​ນຸ​ສິດ​ທີ່​ພຣະ​ອົງ​ເລືອກ​ໄວ້​ນັ້ນ​ອີກ, ແລະ ກ່າວ​ກັບ​ພວກ​ເພິ່ນ​ວ່າ:

27 ຈົ່ງ​ເບິ່ງ ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ເຮົາ​ຈະ​ມອບ​ບັນ​ຍັດ​ອີກ​ຂໍ້​ໜຶ່ງ​ໃຫ້​ແກ່​ເຈົ້າ, ແລະ ຫລັງ​ຈາກ​ນັ້ນ​ເຮົາ​ຕ້ອງ​ໄປ​ເຝົ້າ ພຣະ​ບິດາ​ຂອງ​ເຮົາ ເພື່ອ​ຈະ​ໄດ້​ກະ​ທຳ​ໃຫ້​ພຣະ​ບັນ​ຍັດ​ຂໍ້ ອື່ນໆ​ທີ່​ພຣະ​ອົງ​ໄດ້​ປະທານ​ໃຫ້​ແກ່​ເຮົາ​ສຳ​ເລັດ.

28 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ນີ້​ຄື​ບັນ​ຍັດ​ທີ່​ເຮົາ​ຈະ​ມອບ​ໃຫ້​ແກ່​ເຈົ້າ, ຄື​ເວລາ​ເຈົ້າ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ນັ້ນ ຢ່າ​ປ່ອຍ​ໃຫ້​ຜູ້​ໃດ ຮັບ​ສ່ວນ​ເນື້ອ​ໜັງ ແລະ ໂລ​ຫິດ​ຂອງ​ເຮົາ​ໂດຍ ບໍ່​ມີ​ຄ່າ​ຄວນ;

29 ເພາະວ່າ​ຜູ້​ໃດ​ກໍ​ຕາມ​ທີ່​ກິນ​ເນື້ອ​ໜັງ ແລະ ດື່ມ ໂລ​ຫິດ​ຂອງ​ເຮົາ​ໂດຍ ບໍ່​ມີ​ຄ່າ​ຄວນ ຜູ້​ນັ້ນ​ຍ່ອມ​ກິນ ແລະ ດື່ມ​ຄວາມ​ອັບ​ປະ​ໂຫຍດ​ເຂົ້າ​ໄປ​ສູ່​ດວງ​ວິນ​ຍານ​ຂອງ​ເຂົາ; ສະນັ້ນ ຖ້າ​ຫາກ​ເຈົ້າ​ຮູ້​ວ່າ​ຜູ້​ໃດ​ບໍ່​ມີ​ຄ່າ​ຄວນ​ທີ່​ຈະ​ກິນ​ເນື້ອ​ໜັງ ແລະ ດື່ມ​ໂລ​ຫິດ​ຂອງ​ເຮົາ ເຈົ້າ​ຄວນ​ຫ້າມ​ເຂົາ​ໄວ້.

30 ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຈົ້າ​ຢ່າ​ໄດ້ ຂັບ​ໄລ່​ເຂົາ​ອອກ​ຈາກ​ບັນ​ດາ​ພວກ​ເຈົ້າ, ແຕ່​ເຈົ້າ​ຈົ່ງ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ເຂົາ ແລະ ຈົ່ງ​ອະ​ທິ​ຖານ​ຫາ​ພຣະ​ບິດາ​ໃນ​ນາມ​ຂອງ​ເຮົາ​ເພື່ອ​ເຂົາ ແລະ ຖ້າ​ຫາກ​ເປັນ​ໄປ​ວ່າ ເຂົາ​ກັບ​ໃຈ ແລະ ຮັບ​ບັບຕິ​ສະມາ​ໃນ​ນາມ​ຂອງ​ເຮົາ, ເມື່ອ​ນັ້ນ​ເຈົ້າ​ຈົ່ງ​ຮັບ​ເອົາ​ເຂົາ​ໄວ້, ແລະ ຈົ່ງ​ມອບ​ເນື້ອ​ໜັງ ແລະ ໂລ​ຫິດ​ຂອງ​ເຮົາໃຫ້​ເຂົາ.

31 ແຕ່​ຖ້າ​ຫາກ​ເຂົາ​ບໍ່​ກັບ​ໃຈ ເຂົາ​ຈະ​ບໍ່​ຖືກ​ນັບ​ເຂົ້າ​ຢູ່​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ເຮົາ, ເພື່ອ​ວ່າ​ເຂົາ​ຈະ​ບໍ່​ໄດ້​ທຳ​ລາຍ​ຜູ້​ຄົນ​ຂອງ​ເຮົາ, ເພາະ​ຈົ່ງ​ເບິ່ງ ເຮົາ​ຮູ້​ຈັກ​ແກະ ຂອງ​ເຮົາ, ແລະ ພວກ​ເຂົາ​ຖືກ​ນັບ​ໄວ້​ແລ້ວ.

32 ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຈົ້າ​ຈະ​ບໍ່​ຂັບ​ໄລ່​ເຂົາ​ອອກ ຈາກ​ທຳ​ມະ​ສາ​ລາ​ຂອງ​ພວກ​ເຈົ້າ, ຫລື ຈາກ​ສະຖານ​ທີ່​ນະມັດ​ສະການ​ຂອງ​ພວກ​ເຈົ້າ, ແຕ່​ຈົ່ງ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ຄົນ​ນັ້ນ​ສະເໝີ​ໄປ ເພາະ​ເຈົ້າ​ບໍ່​ສາ​ມາດ​ຈະ​ຮູ້​ໄດ້​ວ່າ ເຂົາ​ອາດ​ຈະ​ກັບ​ມາ ແລະ ກັບ​ໃຈ​ຫລື​ບໍ່, ແລະ ມາ​ຫາ​ເຮົາ​ດ້ວຍ​ຈຸດ​ປະສົງ​ເຕັມ​ທີ່​ແຫ່ງ​ໃຈ, ແລະ ເຮົາ​ຈະ ປິ່ນ​ປົວ​ເຂົາ; ແລະ ເຈົ້າ​ຈະ​ເປັນ​ທາງ​ນຳ​ຄວາມ​ລອດ​ມາ​ສູ່​ເຂົາ.

33 ສະນັ້ນ, ຈົ່ງ​ຮັກ​ສາ​ຂໍ້​ຄວາມ​ເຫລົ່າ​ນີ້ ຊຶ່ງ​ເຮົາ​ໄດ້​ບັນ​ຊາ​ເຈົ້າ ເພື່ອ​ເຈົ້າ​ຈະ​ບໍ່​ໄດ້​ເຂົ້າ​ຢູ່​ພາຍ​ໃຕ້ ການ​ກ່າວ​ໂທດ; ເພາະ​ວິບັດ​ແກ່​ຜູ້​ທີ່​ຖືກ​ພຣະ​ບິດາ​ກ່າວ​ໂທດ.

34 ແລະ ເຮົາ​ໄດ້​ມອບ​ບັນ​ຍັດ​ເຫລົ່າ​ນີ້​ໃຫ້​ແກ່​ເຈົ້າ​ຍ້ອນ​ວ່າ ການ​ໂຕ້​ຖຽງ​ກັນ ຊຶ່ງ​ເຄີຍ​ມີ​ມາ​ກ່ອນ​ໃນ​ບັນ​ດາ​ພວກ​ເຈົ້າ. ແລະ ເຈົ້າ​ຍ່ອມ​ເປັນ​ສຸກ ຖ້າ​ຫາກ​ເຈົ້າ ບໍ່​ມີ​ການ​ໂຕ້​ຖຽງ​ກັນ​ໃນ​ບັນ​ດາ​ພວກ​ເຈົ້າ​ເອງ.

35 ແລະ ບັດ​ນີ້​ເຮົາ​ຈະ​ໄປ​ເຝົ້າ​ພຣະ​ບິດາ, ເພາະ​ມັນ​ສົມ​ຄວນ​ທີ່​ເຮົາ​ຈະ​ໄປ​ເຝົ້າ​ພຣະ​ບິດາ ເພື່ອ​ເຈົ້າ.

36 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ພຣະ​ເຢຊູ​ຈົບ​ຂໍ້​ຄວາມ​ເຫລົ່າ​ນີ້​ແລ້ວ, ພຣະ​ອົງ​ໄດ້​ເອົາ ພຣະ​ຫັດ​ແຕະ​ຕ້ອງ ສາ​ນຸ​ສິດ​ແຕ່​ລະ​ຄົນ​ຜູ້​ທີ່​ພຣະ​ອົງ​ເລືອກ​ໄວ້ ຈົນ​ໄດ້​ແຕະ​ຕ້ອງ​ທຸກ​ຄົນ, ແລະ ກ່າວ​ກັບ​ພວກ​ເພິ່ນ​ໃນ​ຂະນະ​ທີ່​ແຕະ​ຕ້ອງ​ພວກ​ເພິ່ນ​ຢູ່​ນັ້ນ.

37 ແລະ ຝູງ​ຊົນ​ບໍ່​ໄດ້​ຍິນ​ພຣະ​ຄຳ​ທີ່​ພຣະ​ອົງ​ກ່າວ, ສະນັ້ນ​ພວກ​ເຂົາ​ຈຶ່ງ​ບໍ່​ໄດ້​ເປັນ​ພະຍານ; ແຕ່​ສາ​ນຸ​ສິດ​ໄດ້​ເປັນ​ພະຍານ​ວ່າ ພຣະ​ອົງ​ໄດ້​ປະທານ ອຳນາດ​ໃຫ້​ພວກ​ເພິ່ນ ເພື່ອ​ຈະ​ໄດ້​ມອບ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃຫ້​ແກ່​ຄົນ​ອື່ນໆ. ແລະ ຕໍ່​ໄປ​ນີ້​ຂ້າ​ພະ​ເຈົ້າ​ຈະ​ສະແດງ​ໃຫ້​ພວກ​ທ່ານ​ຮູ້​ວ່າ ບັນ​ທຶກ​ນີ້​ເປັນ​ຄວາມ​ຈິງ.

38 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ພຣະ​ເຢຊູ​ໄດ້​ແຕະ​ຕ້ອງ​ໝົດ​ທຸກ​ຄົນ​ແລ້ວ, ມັນ​ໄດ້​ມີ ກ້ອນ​ເມກ​ມາ​ປົກ​ຄຸມ​ຝູງ​ຊົນ​ໄວ້​ເຖິງ​ຂະ​ໜາດ​ບໍ່​ມີ​ຜູ້​ໃດ​ສາ​ມາດ​ຫລຽວ​ເຫັນ​ພຣະ​ເຢຊູ​ໄດ້.

39 ແລະ ໃນ​ຂະນະ​ທີ່​ພວກ​ເຂົາ​ຖືກ​ກ້ອນ​ເມກ​ປົກ​ຄຸມ​ຢູ່​ນັ້ນ ພຣະ​ອົງ​ໄດ້​ຈາກ​ພວກ​ເຂົາ​ໄປ, ແລະ ໄດ້​ສະ​ເດັດ​ຂຶ້ນ​ສະຫວັນ. ແລະ ພວກ​ສາ​ນຸ​ສິດ​ໄດ້​ເຫັນ ແລະ ໄດ້​ເປັນ​ພະຍານ​ວ່າ ພຣະ​ອົງ​ໄດ້​ສະ​ເດັດ​ຂຶ້ນ​ສະຫວັນ​ອີກ​ເທື່ອ​ໜຶ່ງ.