ນີ​ໄຟ​ສະ​ບັບທີ​ສາມໜັງສື​ນີ​ໄຟ​ລູກ​ຊາຍ​ຂອງ​ນີ​ໄຟ, ຜູ້​ເປັນ​ລູກ​ຊາຍ​ຂອງ​ຮີ​ລາມັນ

ບົດ​ທີ 18

ພຣະ​ເຢຊູ​ຈັດຕັ້ງ​ສິນ​ລະ​ລຶກຂຶ້ນ​ໃນ​ບັນ​ດາ​ຊາວ​ນີ​ໄຟ—ພວກ​ເຂົາ​ຖືກ​ສັ່ງ​ໃຫ້​ອະ​ທິ​ຖານ​ເປັນ​ປະຈຳ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ—ຜູ້​ທີ່​ຮັບ​ເນື້ອ​ໜັງ ແລະ ໂລຫິດ​ຂອງ​ພຣະ​ອົງ​ໂດຍ​ບໍ່​ມີ​ຄ່າ​ຄວນ ຈະ​ອັບ​ປະ​ໂຫຍດ—ສານຸສິດ​ໄດ້​ຮັບ​ອຳນາດ​ເພື່ອ​ມອບ​ພຣະ​ວິນ​ຍານ​ບໍລິສຸດ. ປະມານ ຄ.ສ. 34.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ພຣະ​ເຢຊູ​ໄດ້​ສັ່ງ​ໃຫ້​ສານຸ​ສິດ​ຂອງ​ພຣະ​ອົງ​ໄປ​ເອົາ​ເຂົ້າຈີ່ ແລະ ເຫລົ້າ​ແວງຈຳນວນ​ໜຶ່ງ​ມາ​ໃຫ້​ພຣະ​ອົງ.

 ແລະ ໃນ​ຂະນະ​ທີ່​ພວກ​ເຂົາ​ອອກ​ໄປ​ຫາ​ເຂົ້າຈີ່ ແລະ ເຫລົ້າ​ແວງ​ຢູ່​ນັ້ນ, ພຣະ​ອົງ​ໄດ້​ສັ່ງ​ໃຫ້​ຝູງ​ຊົນ​ນັ່ງ​ລົງຢູ່​ພື້ນ​ດິນ.

 ແລະ ເມື່ອ​ສານຸສິດ​ກັບ​ມາ​ພ້ອມ​ດ້ວຍ​ເຂົ້າຈີ່ ແລະ ເຫລົ້າ​ແວງ, ພຣະ​ອົງ​ໄດ້​ຮັບ​ເອົາ​ເຂົ້າຈີ່ ແລະ ຫັກມັນ ແລະ ໃຫ້​ພອນ​ແກ່ມັນ; ແລະ ພຣະ​ອົງ​ໄດ້​ມອບ​ມັນ​ໃຫ້​ແກ່​ສານຸສິດ ແລະ ສັ່ງ​ໃຫ້​ພວກ​ເຂົາ​ກິນ.

 ແລະ ເມື່ອ​ພວກ​ເຂົາ​ໄດ້​ກິນ ແລະ ອີ່​ມ​ແລ້ວ, ພຣະ​ອົງ​ໄດ້ສັ່ງ​ໃຫ້​ພວກ​ເຂົາ​ເອົາ​ໃຫ້​ຝູງ​ຊົນ​ກິນ.

 ແລະ ເມື່ອ​ຝູງ​ຊົນ​ໄດ້​ກິນ ແລະ ອີ່ມ​ແລ້ວ, ພຣະ​ອົງ​ໄດ້​ກ່າວ​ກັບ​ສາ​ນຸສິດວ່າ: ຈົ່ງ​ເບິ່ງ ຈະ​ມີ​ຜູ້​ໜຶ່ງ​ໃນ​ບັນດາ​ພວກ​ເຈົ້າ ທີ່​ຈະ​ໄດ້​ຮັບ​ການ​ແຕ່ງຕັ້ງ, ແລະ ເຮົາ​ຈະ​ມອບອຳນາດ​ໃຫ້​ແກ່​ລາວ ເພື່ອ​ລາວ​ຈະ​ໄດ້​ຫັກ​ເຂົ້າຈີ່ ແລະ ໃຫ້​ພອນ​ແກ່​ມັນ ແລະ ເອົາ​ມັນ​ໃຫ້​ແກ່​ຜູ້ຄົນ​ຂອງ​ສາດສະໜາ​ຈັກ​ຂອງ​ເຮົາ, ແລະ ໃຫ້​ແກ່​ທຸກ​ຄົນທີ່​ເຊື່ອ ແລະ ຮັບບັບຕິ​ສະມາ​ໃນ​ນາມຂອງ​ເຮົາ.

 ແລະ ສິ່ງ​ນີ້​ເຈົ້າຈົ່ງ​ຍຶດຖືປະຕິບັດ​ສະ​ເໝີ​ດັ່ງທີ່​ເຮົາ​ໄດ້​ເຮັດ ຊຶ່ງ​ເຮົາ​ໄດ້​ຫັກ​ເຂົ້າຈີ່ ແລະ ໃຫ້​ພອນ​ແກ່​ມັນ ແລະ ເອົາ​ໃຫ້ເຈົ້າກິນ.

 ແລະ ສິ່ງ​ນີ້​ເຈົ້າຈົ່ງ​ເຮັດ​ດ້ວຍ​ຄວາມ​ລະນຶກ​ເຖິງ​ຮ່າງກາຍ​ຂອງ​ເຮົາ, ຊຶ່ງ​ເຮົາ​ໄດ້​ສະ​ແດງ​ແກ່​ເຈົ້າ. ແລະ ມັນ​ຈະ​ເປັນ​ປະຈັກ​ພະຍານ​ຕໍ່​ພຣະບິດາ​ວ່າ ເຈົ້າລະນຶກ​ເຖິງ​ເຮົາ​ຢູ່​ຕະຫລອ​ດ​ເວລາ. ແລະ ຖ້າ​ຫາກ​ເຈົ້າລະນຶກ​ເຖິງ​ເຮົາ​ຢູ່​ຕະຫລອດ​ເວລາ ເຈົ້າຈະ​ມີ​ວິນ​ຍານ​ຂອງ​ເຮົາ​ຢູ່​ນຳເຈົ້າ.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ເມື່ອພຣະ​ອົງ​ກ່າວ​ຂໍ້ຄວາມ​ເຫລົ່າ​ນີ້​ແລ້ວ, ພຣະ​ອົງ​ໄດ້​ສັ່ງ​ໃຫ້​ສານຸສິດ​ຂອງ​ພຣະ​ອົງ​ຮັບ​ເອົາ​ຈອກ​ເຫລົ້າ​ແວງ ແລະ ດື່ມມັນ, ແລະ​ ໃຫ້​ພວກ​ເຂົາ​ມອບ​ໃຫ້​ແກ່​ຝູງ​ຊົນ​ນຳ​ອີກ​ເພື່ອ​ພວກ​ເຂົາ​ຈະ​ໄດ້​ດື່ມ​ມັນ.

 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ພວກ​ເຂົາ​ກໍ​ໄດ້​ປະຕິບັດ​ຕາມ​ນີ້ ແລະ ໄດ້​ດື່ມ​ມັນ ແລະ ອີ່ມ; ແລະ ພວກ​ເຂົາ​ໄດ້​ມອບ​ມັນ​ໃຫ້​ແກ່​ຝູງ​ຊົນ, ແລະ ພວກ​ເຂົາ​ກໍ​ໄດ້​ດື່ມ ແລະ ພວກ​ເຂົາອີ່ມ.

 10 ແລະ ເມື່ອ​ສານຸສິດ​ໄດ້​ກະທຳສິ່ງ​ນີ້​ແລ້ວ, ພຣະ​ເຢຊູ​ໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ: ເຈົ້າ​ເປັນ​ສຸກ​ແລ້ວ ເພາະ​ສິ່ງ​ນີ້​ທີ່​ເຈົ້າ​ໄດ້​ກະທຳ​ໄປ​ນັ້ນ, ເພາະ​ນີ້ເປັນ​ການ​ເຮັດ​ໃຫ້​ບັນຍັດ​ຂອງ​ເຮົາ​ສຳ​ເລັດ, ແລະ ນີ້​ເປັນ​ເປັນ​ພະຍານ​ຕໍ່​ພຣະ​ບິດາ​ວ່າ ເຈົ້າ​ເຕັມ​ໃຈ​ປະຕິບັດ​ຕາມ​ສິ່ງ​ທີ່​ເຮົາ​ໄດ້​ບັນຊາ​ເຈົ້າ.

 11 ແລະ ນີ້​ເຈົ້າຈົ່ງ​ປະຕິບັດ​ສະ​ເໝີ​ໄປ​ກັບ​ຄົນ​ທີ່​ກັບ​ໃຈ ແລະ ຮັບ​ບັບຕິ​ສະມາ​ໃນ​ນາມຂອງ​ເຮົາ; ແລະ ເຈົ້າຈົ່ງ​ກະທຳ​ສິ່ງ​ນີ້​ດ້ວຍ​ຄວາມ​ລະນຶກ​ເຖິງ​ໂລຫິດ​ຂອງ​ເຮົາ, ຊຶ່ງ​ເຮົາ​ໄດ້​ຫລັ່ງ​ເພື່ອ​ເຈົ້າ, ເພື່ອ​ເຈົ້າຈະ​ໄດ້​ເປັນ​ພະຍານ​ຕໍ່​ພຣະ​ບິດາ​ວ່າ ເຈົ້າລະນຶກ​ເຖິງ​ເຮົາ​ຢູ່​ຕະຫລອດ​ເວລາ. ແລະ ຖ້າ​ຫາກ​ເຈົ້າລະ​ນຶກ​ເຖິງ​ເຮົາ​ຢູ່​ຕະຫລອດ​ເວລາ ເຈົ້າຈະ​ມີ​ວິນ​ຍານ​ຂອງ​ເຮົາ​ຢູ່​ນຳເຈົ້າ.

 12 ແລະ ເຮົາ​ໃຫ້​ບັນຍັດ​ແກ່​ເຈົ້າ​ວ່າ ຈົ່ງ​ກະທຳ​ສິ່ງ​ເຫລົ່າ​ນີ້. ແລະ ຖ້າ​ຫາກ​ເຈົ້າ​ກະທຳ​ຕາມ​ສິ່ງ​ເຫລົ່າ​ນີ້​ສະ​ເໝີ ເຈົ້າ​ຍ່ອມ​ເປັນ​ສຸກ, ເພາະ​ເຈົ້າ​ຖືກ​ສ້າງ​ຢູ່​ເທິງ​ດານ​ຫີນ​ຂອງ​ເຮົາ.

 13 ແຕ່ຜູ້​ໃດ​ໃນ​ບັນດາ​ພວກ​ເຈົ້າຈະ​ກະທຳ​ຫລາຍ ຫລື ນ້ອຍ​ໄປ​ກວ່າ​ນີ້​ຍ່ອມ​ບໍ່​ໄດ້​ຖືກສ້າງ​ຢູ່​ເທິງ​ດານ​ຫີນ​ຂອງ​ເຮົາ; ແຕ່​ໄດ້​ຖືກສ້າງ​ຢູ່​ເທິງ​ດິນ​ຊາຍ; ແລະ ເມື່ອຝົນ​ຖັ່ງ​ເທ​ລົງ​ມາ, ແລະ ນ້ຳກໍ​ນອງ, ແລະ ລົມ​ກໍ​ພັດ, ແລະ ປະ​ທະ​ພວກ​ເຂົາ, ພວກ​ເຂົາ​ຈະ​ພັງ, ແລະ ປະຕູນະລົກ​ຈະ​ເປີດ​ອອກ​ພ້ອມ​ແລ້ວ​ທີ່​ຈະ​ຮັບ​ເອົາ​ພວກ​ເຂົາ.

 14 ດັ່ງນັ້ນ ເຈົ້າຍ່ອມ​ເປັນ​ສຸກ ຖ້າ​ຫາກ​ເຈົ້າຈະ​ຮັກສາ​ບັນຍັດ​ຂອງ​ເຮົາ, ຊຶ່ງພຣະ​ບິດາ​ໄດ້​ບັນຊາ​ເຮົາ​ໃຫ້ມອບ​ມັນ​ແກ່​ເຈົ້າ.

 15 ຕາມ​ຈິງ, ຕາມ​ຈິງ​ແລ້ວເຮົາ​ກ່າວ​ກັບ​ເຈົ້າວ່າ ຈົ່ງ​ຄອຍ​ເຝົ້າລະວັງ ແລະ ອະທິຖານ​ຢູ່​ສະ​ເໝີ, ເພື່ອ​ເຈົ້າຈະ​ບໍ່​ໄດ້​ຖືກ​ມານ​ລໍ້​ລວງ, ແລະ ຖືກ​ມັນນຳ​ໄປ​ເປັນ​ຊະ​ເລີຍ.

 16 ແລະ ເຊັ່ນ​ດຽວ​ກັບທີ່​ເຮົາ​ໄດ້​ອະທິຖານ​ໃນ​ບັນດາ​ພວກ​ເຈົ້າ, ໃຫ້​ເຈົ້າ​ອະທິຖານ​ໃນ​ສາດສະໜາ​ຈັກ​ຂອງ​ເຮົາ ໃນ​ບັນດາ​ຜູ້ຄົນ​ຂອງ​ເຮົາ​ທີ່​ກັບ​ໃຈ ແລະ ຮັບ​ບັບຕິ​ສະມາ​ໃນ​ນາມຂອງ​ເຮົາ. ຈົ່ງ​ເບິ່ງ ເຮົາ​ຄື​ຄວາມ​ສະຫວ່າງ; ເຮົາ​ໄດ້​ເຮັດ​ເປັນ​ຕົວຢ່າງ​ໄວ້​ໃຫ້​ເຈົ້າ​ແລ້ວ.

 17 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ເມື່ອ​ພຣະ​ເຢຊູ​ໄດ້​ກ່າວຂໍ້ຄວາມ​ເຫລົ່າ​ນີ້​ກັບ​ສານຸສິດ​ຂອງ​ພຣະ​ອົງ​ແລ້ວ, ພຣະ​ອົງ​ໄດ້​ຫັນ​ໄປ​ຫາ​ຝູງ​ຊົນ​ອີກ ແລະ ກ່າວ​ກັບ​ພວກ​ເຂົາ​ວ່າ:

 18 ຈົ່ງ​ເບິ່ງ, ຕາມ​ຈິງ, ຕາມ​ຈິງ​ແລ້ວເຮົາ​ກ່າວ​ກັບ​ເຈົ້າວ່າ ເຈົ້າຕ້ອງ​ຄອຍ​ເຝົ້າລະ​ວັງ ແລະ ອ​ະທິຖານ​ຢູ່​ສະ​ເໝີ ເພື່ອ​ເຈົ້າຈະ​ບໍ່​ໄດ້​ເຂົ້າ​ໄປ​ຫາ​ການ​ລໍ້​ລວງ; ເພາະ​ວ່າ​ຊາຕານ​ປາ​ຖະ​ໜາ​ຢາກ​ໄດ້​ເຈົ້າ, ເພື່ອ​ມັນ​ຈະ​ໄດ້​ຝັດ​ຮ່ອນ​ເຈົ້າ​ເໝືອນ​ດັ່ງ​ຝັດ​ເຂົ້າ​ເປືອກ.

 19 ດັ່ງນັ້ນ ເຈົ້າຕ້ອງ​ອະທິຖານ​ຫາ​ພຣະ​ບິດາ​ຢູ່​ສະ​ເໝີ​ໃນ​ນາມ​ຂອງ​ເຮົາ;

 20 ແລະ ສິ່ງ​ໃດ​ກໍ​ຕາມທີ່​ເຈົ້າຈະ​ຂໍຈາກ​ພຣະ​ບິດາ​ໃນ​ນາມຂອງ​ເຮົາ​ຊຶ່ງຖືກຕ້ອງ, ໂດຍ​ເຊື່ອ​ວ່າ​ເຈົ້າຈະ​ໄດ້​ຮັບ, ຈົ່ງ​ເບິ່ງ ມັນ​ຈະ​ຖືກ​ມອບ​ໃຫ້​ແກ່ເຈົ້າ.

 21 ຈົ່ງ​ອະທິຖານ​ນຳ​ຄອບຄົວ​ຂອງ​ເຈົ້າຫາ​ພຣະ​ບິດາ​ໃນ​ນາມຂອງ​ເຮົາສະ​ເໝີ, ເພື່ອ​ເມຍ​ຂອງ​ເຈົ້າ ແລະ ລູກ​ຂອງ​ເຈົ້າຈະ​ໄດ້​ຮັບ​ພອນ.

 22 ແລະ ຈົ່ງ​ເບິ່ງ, ເຈົ້າຈົ່ງ​ຊຸມນຸມ​ກັນ​ຢູ່​ເລື້ອຍໆ; ແລະ ເຈົ້າຢ່າ​ໄດ້​ຫ້າມ​ຜູ້​ທີ່​ເຂົ້າມາ​ຫາ​ເຈົ້າ​ເວລາ​ເຈົ້າກຳລັງ​ຊຸມນຸມ​ກັນ​ຢູ່​ນັ້ນ, ແຕ່​ປ່ອຍ​ໃຫ້​ເຂົາ​ເຂົ້າມາ​ຫາ​ເຈົ້າ ແລະ ຢ່າ​ໄດ້​ຫ້າມ​ເຂົາ;

 23 ແຕ່​ເຈົ້າຈົ່ງ​ອະທິຖານ​ເພື່ອ​ເຂົາ, ແລະ ຢ່າ​ໄດ້​ຂັບ​ໄລ່​ເຂົາ​ອອກ​ໄປ; ແລະ ຖ້າ​ຫາກ​ເປັນ​ໄປ​ວ່າ ເຂົາ​ມາ​ຫາ​ເຈົ້າ​ເປັນ​ປະຈຳ ຈົ່ງ​ອະທິຖານ​ຫາ​ພຣະ​ບິດາ​ເພື່ອ​ເຂົາ​ໃນ​ນາມຂອງ​ເຮົາ.

 24 ດັ່ງນັ້ນ ຈົ່ງ​ຍົກ​ແສງ​ສະຫວ່າງ​ຂອງ​ເຈົ້າຂຶ້ນ​ເພື່ອ​ມັນ​ຈະ​ສ່ອງ​ແສງ​ໄປ​ທົ່ວ​ໂລກ. ຈົ່ງ​ເບິ່ງ ເຮົາ​ຄື​ຄວາມ​ສະຫວ່າງຊຶ່ງ​ເຈົ້າຈະ​ຍົກ​ຂຶ້ນ—ພ້ອມ​ທັງ​ສິ່ງ​ທີ່​ເຈົ້າ​ໄດ້​ເຫັນ​ເຮົາ​ກະທຳ​ໄປ​ນັ້ນ. ຈົ່ງ​ເບິ່ງ ເຈົ້າ​ເຫັນ​ວ່າເຮົາ​ໄດ້​ອະທິຖານ​ຫາ​ພຣະ​ບິດາ, ແລະ ເຈົ້າທຸກ​ຄົນ​ໄດ້​ເຫັນ​ດ້ວຍ​ຕາ​ຂອງ​ຕົນ​ເອງ.

 25 ແລະ ເຈົ້າ​ເຫັນ​ວ່າ ເຮົາ​ບໍ່​ໄດ້​ສັ່ງ​ໃຫ້​ຜູ້​ໃດ​ໃນ​ພວກ​ເຈົ້າອອກ​ໄປ, ແຕ່​ໄດ້​ສັ່ງ​ໃຫ້​ເຈົ້າ​ເຂົ້າມາ​ຫາ​ເຮົາ, ເພື່ອ​ເຈົ້າຈະ​ໄດ້​ສຳ​ພັດ ແລະ ເຫັນ; ເຖິງ​ແມ່ນເຊັ່ນ​ນັ້ນ​ເຈົ້າຈົ່ງ​ປະຕິບັດ​ຕໍ່​ໂລກ; ແລະ ຜູ້​ໃດ​ກໍ​ຕາມ​ທີ່​ຝ່າຝືນ​ບັນຍັດ​ນີ້ ຜູ້ນັ້ນຈະ​ຍອມ​ໃຫ້​ຕົນ​ຖືກ​ຊັກ​ນຳ​ໄປ​ຫາ​ການ​ລໍ້​ລວງ.

 26 ແລະ ບັດ​ນີ້​ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ເມື່ອ​ພຣະ​ເຢຊູ​ໄດ້​ກ່າວຂໍ້ຄວາມ​ເຫລົ່າ​ນີ້​ແລ້ວ, ພຣະ​ອົງ​ໄດ້​ທອດ​ພຣະ​ເນດ​ໄປ​ຫາ​ສານຸສິດ​ທີ່​ພຣະ​ອົງ​ເລືອກ​ໄວ້​ນັ້ນອີກ, ແລະ ກ່າວ​ກັບ​ພວກ​ເຂົາ​ວ່າ:

 27 ຈົ່ງ​ເບິ່ງ ຕາມ​ຈິງ, ຕາມ​ຈິງ​ແລ້ວ​ເຮົາ​ກ່າວ​ກັບ​ເຈົ້າວ່າ, ເຮົາ​ຈະ​ມອບ​ບັນຍັດ​ອີກ​ຂໍ້​ໜຶ່ງ​ໃຫ້​ແກ່​ເຈົ້າ, ແລະ ຫລັງ​ຈາກ​ນັ້ນ​ເຮົາ​ຕ້ອງ​ໄປ​ເຝົ້າພຣະ​ບິດາ​ຂອງ​ເຮົາ ເພື່ອ​ຈະ​ໄດ້​ກະທຳ​ໃຫ້​ພຣະ​ບັນຍັດ​ຂໍ້​ອື່ນໆ​ທີ່​ພຣະ​ອົງ​ໄດ້​ປະທານ​ໃຫ້​ແກ່​ເຮົາ​ສຳ​ເລັດ.

 28 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ນີ້​ຄື​ບັນຍັດ​ທີ່​ເຮົາ​ຈະ​ມອບ​ໃຫ້​ແກ່​ເຈົ້າ, ຄື​ເວລາ​ເຈົ້າ​ປະຕິບັດ​ສາດສະໜາ​ກິດ​ນັ້ນ ຢ່າ​ປ່ອຍ​ໃຫ້​ຜູ້​ໃດ​ຮັບ​ສ່ວນ​ເນື້ອ​ໜັງ ແລະ ໂລຫິດ​ຂອງ​ເຮົາ​ໂດຍ​ບໍ່​ມີ​ຄຸນຄ່າ;

 29 ເພາະວ່າ​ຜູ້​ໃດ​ກໍ​ຕາມ​ທີ່​ກິນ​ເນື້ອ​ໜັງ ແລະ ດື່ມ​ໂລຫິດ​ຂອງ​ເຮົາ​ໂດຍ​ບໍ່​ມີ​ຄ່າ​ຄວນ ຜູ້ນັ້ນ​ຍ່ອມ​ກິນ ແລະ ດື່ມ​ຄວາມ​ອັບ​ປະ​ໂຫຍດ​ເຂົ້າ​ໄປ​ສູ່​ດວງ​ວິນ​ຍານ​ຂອງ​ເຂົາ; ດັ່ງນັ້ນ ຖ້າ​ຫາກ​ເຈົ້າຮູ້​ວ່າ​ຜູ້​ໃດ​ບໍ່​ມີ​ຄ່າ​ຄວນ​ທີ່​ຈະ​ກິນ​ເນື້ອ​ໜັງ ແລະ ດື່ມ​ໂລຫິດ​ຂອງ​ເຮົາ ເຈົ້າ​ຄວນ​ຫ້າມ​ເຂົາ​ໄວ້.

 30 ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຈົ້າຢ່າ​ໄດ້​ຂັບ​ໄລ່​ເຂົາ​ອອກ​ຈາກ​ບັນດາ​ພວກ​ເຈົ້າ, ແຕ່​ເຈົ້າຈົ່ງ​ປະຕິບັດ​ສາດສະໜາ​ກິດ​ແກ່​ເຂົາ ແລະ ຈົ່ງ​ອະທິຖານ​ຫາ​ພຣະ​ບິດາ​ໃນ​ນາມ​ຂອງ​ເຮົາ​ເພື່ອ​ເຂົາ ແລະ ຖ້າ​ຫາກ​ເປັນ​ໄປ​ວ່າ ເຂົາ​ກັບ​ໃຈ ແລະ ຮັບ​ບັບຕິ​ສະມາ​ໃນ​ນາມຂອງ​ເຮົາ, ເມື່ອ​ນັ້ນ​ເຈົ້າຈົ່ງ​ຮັບ​ເອົາ​ເຂົາ​ໄວ້, ແລະ ຈົ່ງ​ມອບ​ເນື້ອ​ໜັງ ແລະ ໂລຫິດ​ຂອງ​ເຮົາ​ໃຫ້​ເຂົາ.

 31 ແຕ່​ຖ້າ​ຫາກ​ເຂົາ​ບໍ່​ກັບ​ໃຈ ເຂົາ​ຈະ​ບໍ່​ຖືກ​ນັບ​ເຂົ້າຢູ່​ໃນ​ບັນດາ​ຜູ້ຄົນຂອງ​ເຮົາ, ເພື່ອ​ວ່າ​ເຂົາ​ຈະ​ບໍ່​ໄດ້​ທຳລາຍ​ຜູ້ຄົນຂອງ​ເຮົາ, ເພາະ​ຈົ່ງ​ເບິ່ງ ເຮົາ​ຮູ້ຈັກ​ແກະ​ຂອງ​ເຮົາ, ແລະ ພວກ​ເຂົາຖືກ​ນັບ​ໄວ້​ແລ້ວ.

 32 ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຈົ້າ​ຈະ​ບໍ່ຂັບ​ໄລ່​ເຂົາ​ອອກ​ຈາກ​ທຳ​ມະ​ສາ​ລາ​ຂອງ​ພວກ​ເຈົ້າ, ຫລື ຈາກ​ສະຖານ​ທີ່​ນະມັດ​ສະການ​ຂອງ​ພວກ​ເຈົ້າ, ແຕ່​ຈົ່ງ​ປະຕິບັດ​ສາດສະໜາ​ກິດ​ແກ່​ຄົນ​ນັ້ນສະ​ເໝີ​ໄປ ເພາະ​ເຈົ້າບໍ່​ສາມາດ​ຈະ​ຮູ້​ໄດ້​ວ່າ ເຂົາ​ອາດ​ຈະ​ກັບ​ມາ ແລະ ກັບ​ໃຈ​ຫລື​ບໍ່, ແລະ ມາ​ຫາ​ເຮົາ​ດ້ວຍ​ຄວາມ​ມຸ້ງ​ໝາຍ​ເຕັມ​ທີ່​ແຫ່ງ​ໃຈ, ແລະ ເຮົາ​ຈະ​ປິ່ນ​ປົວ​ເຂົາ; ແລະ ເຈົ້າ​ຈະ​ເປັນ​ທາງ​ນຳ​ຄວາມ​ລອດ​ມາ​ສູ່​ເຂົາ.

 33 ດັ່ງນັ້ນ, ຈົ່ງ​ຮັກສາ​ຂໍ້ຄວາມ​ເຫລົ່າ​ນີ້ ຊຶ່ງ​ເຮົາ​ໄດ້​ບັນຊາ​ເຈົ້າ ເພື່ອ​ເຈົ້າຈະ​ບໍ່​ໄດ້​ເຂົ້າຢູ່​ພາຍ​ໃຕ້​ການ​ກ່າວ​ໂທດ; ເພາະ​ວິບັດ​ແກ່​ຜູ້​ທີ່​ຖືກ​ພຣະ​ບິດາ​ກ່າວ​ໂທດ.

 34 ແລະ ເຮົາ​ໄດ້​ມອບ​ບັນຍັດ​ເຫລົ່າ​ນີ້​ໃຫ້​ແກ່​ເຈົ້າຍ້ອນ​ວ່າ ການ​ໂຕ້​ຖຽງ​ກັນ ຊຶ່ງ​ເຄີຍ​ມີ​ມາ​ກ່ອນ​ໃນ​ບັນດາ​ພວກ​ເຈົ້າ. ແລະ ເຈົ້າຍ່ອມ​ເປັນ​ສຸກ ຖ້າ​ຫາກ​ເຈົ້າບໍ່​ມີ​ການ​ໂຕ້​ຖຽງ​ກັນ​ໃນ​ບັນດາ​ພວກ​ເຈົ້າ​ເອງ.

 35 ແລະ ບັດ​ນີ້​ເຮົາ​ຈະ​ໄປ​ເຝົ້າພຣະ​ບິດາ, ເພາະ​ມັນ​ສົມຄວນ​ທີ່​ເຮົາ​ຈະ​ໄປ​ເຝົ້າພຣະ​ບິດາ​ເພື່ອ​ເຈົ້າ.

 36 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ເມື່ອ​ພຣະ​ເຢຊູ​ຈົບ​ຂໍ້ຄວາມ​ເຫລົ່າ​ນີ້​ແລ້ວ, ພຣະ​ອົງ​ໄດ້​ແຕະຕ້ອງ​ສານຸສິດ​ແຕ່ລະຄົນ​ຜູ້​ທີ່​ພຣະ​ອົງ​ເລືອກ​ໄວ້​ດ້ວຍ​ພຣະຫັດ​ຂອງ​ພຣະ​ອົງຈົນ​ໄດ້​ແຕະຕ້ອງ​ທຸກ​ຄົນ, ແລະ ກ່າວ​ກັບ​ພວກ​ເຂົາ​ໃນ​ຂະນະ​ທີ່​ແຕະຕ້ອງ​ພວກ​ເຂົາ​ຢູ່​ນັ້ນ.

 37 ແລະ ຝູງ​ຊົນ​ບໍ່​ໄດ້​ຍິນ​ຄຳ​ທີ່​ພຣະ​ອົງ​ກ່າວ, ສະນັ້ນພວກ​ເຂົາ​ຈຶ່ງ​ບໍ່​ໄດ້​ເປັນ​ພະຍານ; ແຕ່​ສານຸສິດ​ໄດ້​ເປັນ​ພະຍານ​ວ່າ ພຣະ​ອົງ​ໄດ້​ປະທານ​ອຳນາດ​ໃຫ້​ພວກ​ເຂົາ ເພື່ອ​ຈະ​ໄດ້​ມອບພຣະ​ວິນ​ຍານ​ບໍລິສຸດ​ໃຫ້ແກ່ຄົນ​ອື່ນໆ. ແລະ ຕໍ່​ໄປ​ນີ້​ຂ້າ​ພະ​ເຈົ້າ​ຈະ​ສະ​ແດງ​ໃຫ້​ພວກ​ທ່ານ​ຮູ້​ວ່າ ບັນ​ທຶກ​ນີ້​ເປັນຄວາມ​ຈິງ.

 38 ແລະ ເຫດການ​ໄດ້​ບັງ​ເກີດ​ຂຶ້ນຄື ເມື່ອ​ພຣະ​ເຢຊູ​ໄດ້​ແຕະຕ້ອງ​ໝົດ​ທຸກ​ຄົນ​ແລ້ວ, ມັນ​ໄດ້​ມີ​ກ້ອນ​ເມກ​ມາ​ປົກ​ຄຸມ​ຝູງ​ຊົນ​ໄວ້​ເຖິງ​ຂະໜາດບໍ່​ມີ​ຜູ້​ໃດ​ສາມາດ​ຫລຽວ​ເຫັນ​ພຣະ​ເຢຊູ​ໄດ້.

 39 ແລະ ໃນ​ຂະນະ​ທີ່​ພວກ​ເຂົາ​ຖືກ​ກ້ອນ​ເມກ​ປົກ​ຄຸມ​ຢູ່​ນັ້ນ ພຣະ​ອົງ​ໄດ້​ຈາກ​ພວກ​ເຂົາ​ໄປ, ແລະ ໄດ້​ສະ​ເດັດ​ຂຶ້ນ​ສະ​ຫວັນ. ແລະ ພວກ​ສານຸສິດ​ໄດ້​ເຫັນ ແລະ ໄດ້​ເປັນ​ພະຍານ​ວ່າ ພຣະ​ອົງ​ໄດ້​ສະ​ເດັດ​ຂຶ້ນ​ສະ​ຫວັນ​ອີກ​ເທື່ອໜຶ່ງ.