ພຣະ​ຄຳ​ພີ
3 ນີໄຟ 1


ນີໄຟ​ສະບັບ​ທີ​ສາມ

ໜັງ​ສື​ນີໄຟ
ລູກ​ຊາຍ​ຂອງ​ນີໄຟ, ຜູ້​ເປັນ​ລູກ​ຊາຍ​ຂອງ​ຮີ​ລາ​ມັນ

ແລະ ຮີ​ລາ​ມັນ​ເປັນ​ລູກ​ຊາຍ​ຂອງ​ຮີ​ລາ​ມັນ, ຜູ້​ເປັນ​ລູກ​ຊາຍ​ຂອງ​ແອວມາ, ຜູ້​ເປັນ​ລູກ​ຊາຍ​ຂອງ​ແອວມາ, ໂດຍ​ເປັນ​ຜູ້​ສືບ​ເຊື້ອ​ສາຍ​ຂອງ​ນີໄຟ ຜູ້​ເປັນ​ລູກ​ຊາຍ​ຂອງ​ລີໄຮ, ຜູ້​ທີ່​ໄດ້​ອອກ​ມາ​ຈາກ​ເຢຣູ​ຊາເລັມ​ໃນ​ປີ​ທຳ​ອິດ​ແຫ່ງ​ການ​ປົກ​ຄອງ​ຂອງ​ເຊ​ເດ​ກີ​ຢາ​ກະສັດ​ຂອງ​ຊາວ​ຢູ​ດາ.

ບົດ​ທີ 1

ນີໄຟ​ຜູ້​ເປັນ​ລູກ​ຊາຍ​ຂອງ​ຮີ​ລາ​ມັນ​ອອກ​ຈາກ​ແຜ່ນ​ດິນ​ໄປ, ແລະ ນີໄຟ​ລູກ​ຊາຍ​ຂອງ​ເພິ່ນ​ຮັກ​ສາ​ແຜ່ນ​ຈາລຶກ​ໄວ້—ເຖິງ​ແມ່ນ​ເຄື່ອງ​ໝາຍ ແລະ ການ​ແປກ​ປະ​ຫລາດ​ປະກົດ​ຂຶ້ນ​ຢູ່​ທົ່ວ​ໄປ, ແຕ່​ຄົນ​ຊົ່ວ​ຍັງ​ວາງ​ແຜນ​ທີ່​ຈະ​ຂ້າ​ຄົນ​ຊອບ​ທຳ—ຄືນ​ແຫ່ງ​ການ​ກຳເນີດ​ຂອງ​ພຣະ​ຄຣິດ​ມາ​ເຖິງ—ເຄື່ອງ​ໝາຍ​ຖືກ​ມອບ​ໃຫ້ ແລະ ດາວ​ດວງ​ໃໝ່​ປະກົດ​ຂຶ້ນ—ການ​ເວົ້າ​ຕົວະ ແລະ ການ​ຫລອກ​ລວງ​ເພີ່ມ​ທະ​ວີ​ຂຶ້ນ, ແລະ ພັກ​ແກ​ດີ​ອານ​ທັນ​ໄດ້​ຂ້າ​ຄົນ​ຢ່າງ​ຫລວງ​ຫລາຍ. ປະ​ມານ ຄ.ສ. 1–4.

1 ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ປີ​ທີ​ເກົ້າ​ສິບ​ເອັດ​ໄດ້​ຜ່ານ​ໄປ ແລະ ມັນ​ເປັນ ຫົກ​ຮ້ອຍ​ປີ​ນັບ​ຕັ້ງ​ແຕ່​ເວລາ​ທີ່​ລີໄຮ​ມາ​ຈາກ​ເຢຣູ​ຊາເລັມ; ແລະ ມັນ​ເປັນ​ປີ​ທີ່​ເລ​ໂຄ​ນິ​ອັດ​ເປັນ​ຫົວ​ໜ້າ​ຜູ້​ຕັດ​ສິນ ແລະ ເປັນ​ຜູ້​ປົກ​ຄອງ​ດູ​ແລ​ແຜ່ນ​ດິນ.

2 ແລະ ນີໄຟ​ລູກ​ຊາຍ​ຂອງ​ຮີ​ລາ​ມັນ​ໄດ້​ອອກ​ຈາກ​ແຜ່ນ​ດິນ​ເຊຣາ​ເຮັມລາ​ໄປ, ໂດຍ​ທີ່​ໄດ້​ມອບ​ໝາຍ​ໜ້າ​ທີ່​ໃຫ້​ແກ່ ນີໄຟ​ຜູ້​ເປັນ​ລູກ​ຊາຍ​ກົກ​ຂອງ​ເພິ່ນ​ໃຫ້​ເປັນ​ຜູ້​ຮັກ​ສາ ແຜ່ນ​ຈາລຶກ​ທອງ​ເຫລືອງ ແລະ ບັນ​ທຶກ​ທັງ​ໝົດ​ທີ່​ໄດ້​ຮັບ​ການ​ຮັກ​ສາ​ມາ, ແລະ ສິ່ງ​ທັງ​ໝົດ​ຊຶ່ງ​ໄດ້​ຮັບ​ການ​ຮັກ​ສາ​ໄວ້​ໃຫ້​ສັກ​ສິດ​ນັບ​ຕັ້ງ​ແຕ່​ລີໄຮ​ອອກ​ຈາກ​ເຢຣູ​ຊາເລັມ.

3 ແລ້ວ​ເພິ່ນ​ໄດ້​ອອກ​ຈາກ​ແຜ່ນ​ດິນ​ໄປ, ແລະ ບໍ່​ມີ​ໃຜ​ຮູ້​ວ່າ​ເພິ່ນ​ໄປ​ຫາ ບ່ອນ​ໃດ, ແລະ ນີໄຟ​ຜູ້​ເປັນ​ລູກ​ຊາຍ​ຂອງ​ເພິ່ນກໍ​ໄດ້​ຮັກ​ສາ​ບັນ​ທຶກ​ແທນ​ເພິ່ນ, ແທ້​ຈິງ​ແລ້ວ, ບັນ​ທຶກ​ຂອງ​ຜູ້​ຄົນ​ພວກ​ນີ້.

4 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ຕົ້ນ​ປີ​ທີ​ເກົ້າ​ສິບ​ສອງ, ຈົ່ງ​ເບິ່ງ, ຄຳ​ທຳ​ນາຍ​ຂອງ​ສາດ​ສະ​ດາ​ເລີ່ມ​ຈະ​ສຳ​ເລັດ​ໂດຍ​ສົມ​ບູນ​ຍິ່ງ​ຂຶ້ນ; ເພາະ​ມັນ​ເລີ່ມ​ມີ​ເຄື່ອງ​ໝາຍ​ສຳ​ຄັນ ແລະ ສິ່ງ​ມະຫັດ​ສະຈັນ​ເກີດ​ຂຶ້ນ​ໃນ​ບັນ​ດາ​ຜູ້​ຄົນ.

5 ແຕ່​ມີ​ບາງ​ຄົນ​ເລີ່ມ​ກ່າວ​ວ່າ ເວລາ​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວ​ສຳ​ລັບ​ຄຳ​ຊຶ່ງ​ຊາ​ມູ​ເອນ​ຊາວ​ເລມັນ ເວົ້າ​ໄວ້​ວ່າ ຈະ​ເກີດ​ເປັນ​ຈິງ.

6 ແລະ ພວກ​ເຂົາ​ເລີ່ມ​ສະແດງ​ຄວາມ​ປິ​ຕິ​ຍິນ​ດີ​ໃສ່​ພີ່​ນ້ອງ​ຂອງ​ເຂົາ, ໂດຍ​ກ່າວ​ວ່າ: ຈົ່ງ​ເບິ່ງ ເວລາ​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວ, ແລະ ຄຳ​ເວົ້າ​ຂອງ​ຊາ​ມູ​ເອນ​ບໍ່​ເກີດ​ເປັນ​ຈິງ; ສະນັ້ນ, ຄວາມ​ປິ​ຕິ​ຍິນ​ດີ ແລະ ສັດທາ​ຂອງ​ພວກ​ທ່ານ​ທີ່​ມີ​ຕໍ່​ສິ່ງ​ນີ້​ກໍ​ບໍ່​ມີ​ປະ​ໂຫຍດ.

7 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ຮ້ອງ​ປ່າວ​ໄປ​ຕະຫລອດ​ທົ່ວ​ແຜ່ນ​ດິນ; ແລະ ຜູ້​ຄົນ​ທີ່​ເຊື່ອ ເລີ່ມ​ເສົ້າ​ສະ​ຫລົດ​ໃຈ​ຫລາຍ​ທີ່​ສຸດ ເພາະ​ຢ້ານ​ໂດຍ​ທາງ​ໃດ​ທາງ​ໜຶ່ງ​ສິ່ງ​ທີ່​ເວົ້າ​ໄວ້​ຈະ​ບໍ່​ເກີດ​ຂຶ້ນ.

8 ແຕ່​ຈົ່ງ​ເບິ່ງ, ຜູ້​ຄົນ​ທີ່​ເຊື່ອ​ໄດ້​ລໍ​ຖ້າ​ຢູ່​ຢ່າງ​ຈົດ​ຈໍ່​ສຳ​ລັບ​ມື້​ນັ້ນ ແລະ ຄືນ​ນັ້ນ ແລະ ມື້​ນັ້ນ ຊຶ່ງ​ຈະ​ເປັນ​ມື້​ດຽວ​ກັນ​ຄື​ກັບ​ວ່າ​ບໍ່​ມີ​ກາງ​ຄືນ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ຮູ້​ວ່າ ສັດທາ​ຂອງ​ພວກ​ເຂົາ​ມີ​ປະ​ໂຫຍດ.

9 ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ມີ​ມື້​ໜຶ່ງ​ທີ່​ພວກ​ທີ່​ບໍ່​ເຊື່ອ​ຕັ້ງ​ໄວ້ ເພື່ອ​ທຸກ​ຄົນ​ທີ່​ເຊື່ອ​ໃນ​ປະ​ເພ​ນີ​ເຫລົ່າ​ນັ້ນຈະ ຖືກ​ຂ້າ ຖ້າ​ຫາກ​ເຄື່ອງ​ໝາຍ​ຊຶ່ງ​ສາດ​ສະ​ດາ​ຊາ​ມູ​ເອນ​ໃຫ້​ໄວ້​ບໍ່​ເກີດ​ເປັນ​ຈິງ.

10 ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ນີໄຟ​ຜູ້​ເປັນ​ລູກ​ຊາຍ​ຂອງ​ນີໄຟ​ເຫັນ​ຄວາມ​ຊົ່ວ​ຮ້າຍ​ນີ້​ຂອງ​ຜູ້​ຄົນ​ຂອງ​ເພິ່ນ, ໃຈ​ຂອງ​ເພິ່ນ​ກໍ​ເສົ້າ​ສະ​ຫລົດ​ຢ່າງ​ຍິ່ງ.

11 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເພິ່ນ​ໄດ້​ອອກ​ໄປ ແລະ ຂາບ​ລົງ​ຢູ່​ກັບ​ພື້ນ​ດິນ, ແລະ ຮ້ອງ​ທູນ​ຕໍ່​ພຣະ​ເຈົ້າ​ຂອງ​ເພິ່ນ​ຢ່າງ​ສຸດ​ກຳ​ລັງ​ເພື່ອ​ຜູ້​ຄົນ​ຂອງ​ເພິ່ນ, ແທ້​ຈິງ​ແລ້ວ, ເພື່ອ​ພວກ​ທີ່​ກຳ​ລັງ​ຈະ​ຖືກ​ທຳ​ລາຍ​ເພາະ​ສັດທາ​ຂອງ​ພວກ​ເຂົາ​ໃນ​ຮີດ​ຄອງ​ປະ​ເພ​ນີ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ.

12 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເພິ່ນ​ໄດ້​ຮ້ອງ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ຢ່າງ​ສຸດ​ກຳ​ລັງ ໝົດ​ມື້​ນັ້ນ; ແລະ ຈົ່ງ​ເບິ່ງ, ສຸ​ລະ​ສຽງ​ຂອງ​ພຣະຜູ້​ເປັນ​ເຈົ້າ​ໄດ້​ມາ​ເຖິງ​ເພິ່ນ, ມີ​ຄວາມ​ວ່າ:

13 ຈົ່ງ​ເງີຍ​ໜ້າ ແລະ ເບີກ​ບານ​ເຖີດ; ເພາະ​ຈົ່ງ​ເບິ່ງ, ເວລາ​ໃກ້​ເຂົ້າ​ມາ​ເຖິງ​ແລ້ວ, ແລະ ໃນ​ຄືນ​ນີ້​ເຄື່ອງ​ໝາຍ​ຈະ​ປະກົດ​ຂຶ້ນ, ແລະ ໃນ ມື້​ອື່ນ ເຮົາ​ຈະ​ເຂົ້າ​ມາ​ໃນ​ໂລກ​ນີ້, ເພື່ອ​ສະແດງ​ແກ່​ໂລກ​ວ່າ ເຮົາ​ຈະ​ເຮັດ​ໃຫ້​ທຸກ​ສິ່ງ​ທຸກ​ຢ່າງ ຊຶ່ງ​ເຮົາ ເວົ້າ​ໄວ້​ໂດຍ​ປາກ​ຂອງ​ສາດ​ສະ​ດາ​ຜູ້​ບໍ​ລິ​ສຸດ​ຂອງ​ເຮົາ​ສຳ​ເລັດ.

14 ຈົ່ງ​ເບິ່ງ, ເຮົາ​ຈະ ມາ​ຫາ​ຜູ້​ຄົນ​ຂອງ​ເຮົາ​ເອງ, ເພື່ອ​ກະ​ທຳ​ໃຫ້​ທຸກ​ສິ່ງ​ທຸກ​ຢ່າງ ສຳ​ເລັດ ຊຶ່ງ​ເຮົາ​ໄດ້​ກະທຳ​ໃຫ້​ເປັນ​ທີ່​ຮູ້​ຈັກ​ແກ່​ລູກ​ຫລານ​ມະນຸດ​ນັບ​ຕັ້ງ​ແຕ່ ການ​ວາງ​ຮາກ​ຖານ​ຂອງ​ໂລກ, ແລະ ເພື່ອ​ກະ​ທຳ​ຕາມ​ພຣະ​ປະສົງ​ຂອງ ທັງ​ສອງ​ພຣະ​ອົງ ພຣະ​ບິດາ ແລະ ຂອງ​ພຣະ​ບຸດ—​ຂອງ​ພຣະ​ບິດາ​ເພາະ​ເຮົາ, ແລະ ຂອງ​ພຣະ​ບຸດ​ເພາະ​ເນື້ອ​ໜັງ​ຂອງ​ເຮົາ. ແລະ ຈົ່ງ​ເບິ່ງ, ເວລາ​ໃກ້​ເຂົ້າ​ມາ​ເຖິງ​ແລ້ວ, ແລະ ຄືນ​ນີ້​ເຄື່ອງ​ໝາຍ​ຈະ​ປະກົດ​ຂຶ້ນ.

15 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ຄຳ​ທີ່​ກ່າວ​ໄວ້​ກັບ​ນີໄຟ​ນັ້ນ​ສຳ​ເລັດ​ແລ້ວ, ດັ່ງ​ທີ່​ກ່າວ​ໄວ້; ເພາະ​ຈົ່ງ​ເບິ່ງ, ເວລາ​ດວງ​ອາ​ທິດ​ຕົກ​ແລ້ວ ມັນ ບໍ່​ມີ​ຄວາມ​ມືດ​ເລີຍ; ແລະ ຜູ້​ຄົນ​ເລີ່ມ​ແປກ​ປະ​ຫລາດ​ໃຈ​ເພາະວ່າ​ມັນ​ບໍ່​ມີ​ຄວາມ​ມືດ​ໃນ​ຕອນ​ກາງ​ຄືນ​ເລີຍ.

16 ແລະ ມີ​ຄົນ​ຢ່າງ​ຫລວງ​ຫລາຍ​ຜູ້​ບໍ່​ເຊື່ອ​ຄຳ​ເວົ້າ​ຂອງ​ສາດ​ສະ​ດາ​ໄດ້ ລົ້ມລົງ​ຢູ່​ກັບ​ພື້ນ​ດິນ ແລະ ເປັນ​ຄື​ກັນ​ກັບ​ຕາຍ​ແລ້ວ, ເພາະ​ພວກ​ເຂົາ​ຮູ້​ວ່າ ແຜນ​ການ​ທຳ​ລາຍ​ອັນ​ໃຫຍ່​ຫລວງ​ທີ່​ພວກ​ເຂົາ​ວາງ​ໄວ້​ສຳ​ລັບ​ຄົນ​ທີ່​ເຊື່ອ​ໃນ​ຄຳ​ເວົ້າ​ຂອງ​ສາດ​ສະ​ດາ​ລົ້ມ​ເຫລວ​ແລ້ວ; ເພາະ​ເຄື່ອງ​ໝາຍ​ທີ່​ໃຫ້​ໄວ້​ນັ້ນ​ໄດ້​ເກີດ​ຂຶ້ນ​ແລ້ວ.

17 ແລະ ພວກ​ເຂົາ​ເລີ່ມ​ຮູ້​ຈັກ​ວ່າ ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຕ້ອງ​ສະ​ເດັດ​ມາ​ປະກົດ​ໃນ​ບໍ່​ດົນ; ແທ້​ຈິງ​ແລ້ວ, ໂດຍ​ສະ​ຫລຸບ, ຜູ້​ຄົນ​ທັງ​ໝົດ​ທີ່​ຢູ່​ທົ່ວ​ແຜ່ນ​ດິນ​ຈາກ​ທາງ​ຕາ​ເວັນ​ຕົກ​ເຖິງ​ທາງ​ຕາ​ເວັນ​ອອກ, ທັງ​ໃນ​ແຜ່ນ​ດິນ​ທາງ​ເໜືອ ແລະ ໃນ​ແຜ່ນ​ດິນ​ທາງ​ໃຕ້, ມີ​ຄວາມ​ແປກ​ໃຈ​ຢ່າງ​ຍິ່ງ​ຈົນ​ວ່າ​ພວກ​ເຂົາ​ລົ້ມ​ລົງ​ຢູ່​ກັບ​ພື້ນ​ດິນ.

18 ເພາະ​ພວກ​ເຂົາ​ຮູ້​ຈັກ​ວ່າ ສາດ​ສະ​ດາ​ໄດ້​ໃຫ້​ຖ້ອຍ​ຄຳ​ເຖິງ​ເລື່ອງ​ເຫລົ່າ​ນີ້​ມາ​ຫລາຍ​ປີ​ແລ້ວ, ແລະ ເຄື່ອງ​ໝາຍ​ຊຶ່ງ​ໃຫ້​ໄວ້​ກໍ​ໄດ້​ເກີດ​ຂຶ້ນ​ແລ້ວ; ແລະ ພວກ​ເຂົາ​ເລີ່ມ​ຢ້ານ​ກົວ​ເພາະ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ບໍ່​ເຊື່ອ​ຖື​ຂອງ​ພວກ​ເຂົາ.

19 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ມັນ​ບໍ່​ມີ​ຄວາມ​ມືດ​ຕະຫລອດ​ຄືນ​ນັ້ນ, ແຕ່​ມັນ​ແຈ້ງ​ຄື​ກັນ​ກັບ​ຕອນ​ທ່ຽງ​ຂອງ​ກາງ​ເວັນ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ດວງ​ອາ​ທິດ​ໄດ້​ຂຶ້ນ​ມາ​ອີກ​ໃນ​ຕອນ​ເຊົ້າ​ຕາມ​ລະບຽບ​ອັນ​ຖືກ​ຕ້ອງ​ຂອງ​ມັນ; ແລະ ພວກ​ເຂົາ​ຈຶ່ງ​ຮູ້​ຈັກ​ວ່າ ມັນ​ເປັນ​ມື້​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ ກຳເນີດ, ເພາະ​ເຄື່ອງ​ໝາຍ​ທີ່​ໄດ້​ໃຫ້​ໄວ້.

20 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື, ແທ້​ຈິງ​ແລ້ວ, ທຸກ​ສິ່ງ​ທຸກ​ຢ່າງ, ທຸກ​ຂໍ້​ຄວາມ​ໄດ້​ເກີດ​ຂຶ້ນ​ຕາມ​ຄຳ​ເວົ້າ​ຂອງ​ສາດ​ສະ​ດາ.

21 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ອີກ​ຄື ດາວ​ດວງ​ໃໝ່​ໄດ້​ປະກົດ​ຂຶ້ນ​ຕາມ​ຄຳ​ທີ່​ໄດ້​ໃຫ້​ໄວ້​ຄື​ກັນ.

22 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ນັບ​ແຕ່​ເວລາ​ນັ້ນ​ເປັນ​ຕົ້ນ​ໄປ, ຊາຕານ​ໄດ້​ແຜ່​ຂະ​ຫຍາຍ​ຄຳ​ຕົວະ​ອອກ​ໄປ​ໃນ​ບັນ​ດາ​ຜູ້​ຄົນ​ເພື່ອ​ເຮັດ​ໃຫ້​ໃຈ​ແຂງ​ກະ​ດ້າງ ໂດຍ​ມີ​ເຈດ​ຕະ​ນາ​ທີ່​ຈະ​ບໍ່​ໃຫ້​ພວກ​ເຂົາ​ເຊື່ອ​ໃນ​ເຄື່ອງ​ໝາຍ ແລະ ການ​ແປກ​ປະ​ຫລາດ​ເຫລົ່າ​ນັ້ນ ຊຶ່ງ​ພວກ​ເຂົາ​ໄດ້​ເຫັນ​ມາ; ເຖິງ​ແມ່ນ​ວ່າ​ຈະ​ມີ​ການ​ເວົ້າ​ຕົວະ ແລະ ການ​ຫລອກ​ລວງ​ກໍ​ຕາມ​ແຕ່​ຄົນ​ສ່ວນ​ຫລາຍ​ກໍ​ຍັງ​ເຊື່ອ, ແລະ ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະ​ຜູ້​ເປັນ​ເຈົ້າ.

23 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ນີໄຟ​ໄດ້​ອອກ​ໄປ​ໃນ​ບັນ​ດາ​ຜູ້​ຄົນ, ແລະ ຄົນ​ອື່ນໆ​ອີກ​ຫລາຍ​ຄົນ​ກໍ​ຄື​ກັນ, ໄດ້​ໃຫ້​ບັບຕິ​ສະມາ​ໄວ້​ກັບ​ການ​ກັບ​ໃຈ, ຊຶ່ງ​ໃນ​ການ​ນັ້ນ ມີ ການ​ປົດ​ບາບ​ຢ່າງ​ຫລວງ​ຫລາຍ. ແລະ ຜູ້​ຄົນ​ເລີ່ມ​ມີ​ສັນ​ຕິ​ສຸກ​ອີກ​ດັ່ງ​ນັ້ນ​ໃນ​ແຜ່ນ​ດິນ.

24 ແລະ ມັນ​ບໍ່​ມີ​ການ​ຂັດ​ແຍ້ງ​ກັນ​ເລີຍ, ນອກ​ຈາກ​ຄົນ​ຈຳນວນ​ບໍ່​ເທົ່າ​ໃດ​ຄົນ​ທີ່​ເລີ່ມ​ຕົ້ນ​ສັ່ງ​ສອນ, ໂດຍ​ພະ​ຍາ​ຍາມ​ພິ​ສູດ​ຕາມ​ພຣະ​ຄຳ​ພີ​ວ່າ ມັນ​ບໍ່ ຈຳ​ເປັນ​ທີ່​ຈະ​ປະ​ຕິ​ບັດ​ຕາມ​ກົດ​ຂອງ​ໂມເຊ​ອີກ​ຕໍ່​ໄປ. ບັດ​ນີ້​ໃນ​ເລື່ອງ​ນີ້ ພວກ​ເຂົາ​ໄດ້​ເຮັດ​ຜິດ​ໂດຍ​ບໍ່​ເຂົ້າ​ໃຈ​ພຣະ​ຄຳ​ພີ.

25 ແຕ່​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ບໍ່​ດົນ​ພວກ​ເຂົາ​ກໍ​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ, ແລະ ຍອມ​ຮັບ​ຄວາມ​ຜິດ​ທີ່​ພວກ​ເຂົາ​ຕົກ​ຢູ່, ເພາະ​ມັນ​ໄດ້​ເຮັດ​ໃຫ້​ເປັນ​ທີ່​ຮູ້​ຈັກ​ແກ່​ພວກ​ເຂົາ​ວ່າ ກົດ​ຍັງ​ບໍ່ ສົມ​ບູນ​ເທື່ອ, ແລະ ວ່າ​ມັນ​ຈະ​ຕ້ອງ​ສົມ​ບູນ​ທຸກ​ຂໍ້; ແທ້​ຈິງ​ແລ້ວ, ຖ້ອຍ​ຄຳ​ໄດ້​ມາ​ເຖິງ​ພວກ​ເຂົາ​ວ່າ ມັນ​ຕ້ອງ​ສົມ​ບູນ​ທັງ​ໝົດ; ແທ້​ຈິງ​ແລ້ວ, ວ່າ​ຈຸດ​ໜຶ່ງ ຫລື ຂີດ​ໜຶ່ງ​ກໍ​ຈະ​ບໍ່​ຜ່ານ​ໄປ​ຈົນ​ກວ່າ​ວ່າ​ມັນ​ຈະ​ສົມ​ບູນ​ເສຍ​ກ່ອນ; ສະນັ້ນ​ໃນ​ປີ​ດຽວ​ກັນ​ນີ້ ພວກ​ເຂົາ​ຈຶ່ງ​ໄດ້​ຖືກ​ນຳ​ມາ​ສູ່​ຄວາມ​ຮູ້​ເຖິງ​ຄວາມ​ຜິດ​ຂອງ​ພວກ​ເຂົາ ແລະ ໄດ້ ສາ​ລະ​ພາບ​ຄວາມ​ຜິດ​ຂອງ​ພວກ​ເຂົາ.

26 ແລະ ປີ​ທີ​ເກົ້າ​ສິບ​ສອງ​ໄດ້​ຜ່ານ​ໄປ​ດັ່ງ​ນັ້ນ, ນຳ​ຂ່າວ​ອັນ​ໜ້າ​ຊື່ນ​ຊົມ​ມາ​ເຖິງ​ຜູ້​ຄົນ ເພາະ​ເຄື່ອງ​ໝາຍ​ໄດ້​ບັງ​ເກີດ​ຂຶ້ນ​ຕາມ​ຄຳ​ທຳ​ນາຍ​ຂອງ​ສາດ​ສະ​ດາ​ຜູ້​ບໍ​ລິ​ສຸດ​ທັງ​ຫລາຍ.

27 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ປີ​ເກົ້າ​ສິບ​ສາມ​ໄດ້​ຜ່ານ​ໄປ​ດ້ວຍ​ສັນ​ຕິ​ສຸກ ນອກ​ຈາກ​ພວກ ໂຈນ​ແກ​ດີ​ອານ​ທັນ​ເທົ່າ​ນັ້ນ​ຜູ້​ທີ່​ອາ​ໄສ​ຢູ່​ໃນ​ພູ​ຜາ​ປ່າ​ດົງ, ຜູ້​ທີ່​ມາ​ລົບ​ກວນ​ບ້ານ​ເມືອງ; ເພາະ​ທີ່​ໝັ້ນ​ຂອງ​ພວກ​ເຂົາ ແລະ ບ່ອນ​ລີ້​ຊ່ອນ​ຕົວ​ຂອງ​ພວກ​ເຂົາ​ນັ້ນ​ເຂັ້ມ​ແຂງ​ຫລາຍ​ຈົນ​ວ່າ​ຜູ້​ຄົນ​ເອົາ​ຊະນະ​ພວກ​ເຂົາ​ບໍ່​ໄດ້; ສະນັ້ນ ພວກ​ເຂົາ​ຈຶ່ງ​ໄດ້​ເຮັດ​ການ​ຄາດ​ຕະ​ກຳ​ຢ່າງ​ຫລວງ​ຫລາຍ, ແລະ ໄດ້​ທຳ​ການ​ຂ້າ​ຟັນ​ຢ່າງ​ຫລວງ​ຫລາຍ​ໃນ​ບັນ​ດາ​ຜູ້​ຄົນ.

28 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ປີ​ທີ​ເກົ້າ​ສິບ​ສີ່ ພວກ​ເຂົາ​ເລີ່ມ​ມີ​ກຳ​ລັງ​ເພີ່ມ​ຂຶ້ນ​ຢ່າງ​ຫລວງ​ຫລາຍ, ເພາະ​ມີ​ຄົນ​ຢ່າງ​ຫລວງ​ຫລາຍ​ທີ່​ແຍກ​ອອກ​ໄປ​ຈາກ​ຊາວ​ນີໄຟ​ໜີ​ໄປ​ຫາ​ພວກ​ເຂົາ, ຊຶ່ງ​ໄດ້​ເຮັດ​ໃຫ້​ເກີດ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ຫລາຍ​ແກ່​ຊາວ​ນີໄຟ​ເຫລົ່າ​ນັ້ນ​ທີ່​ຄົງ​ຢູ່​ໃນ​ແຜ່ນ​ດິນ.

29 ແລະ ມີ​ເຫດ​ໃຫ້​ເກີດ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ຫລາຍ​ໃນ​ບັນ​ດາ​ຊາວ​ເລມັນ​ນຳ​ອີກ; ເພາະ​ຈົ່ງ​ເບິ່ງ, ພວກ​ເຂົາ​ໄດ້​ມີ​ລູກ​ຫລານ​ຢ່າງ​ຫລວງ​ຫລາຍ​ທີ່​ໄດ້​ເຕີບ​ໂຕ ແລະ ເລີ່ມ​ມີ​ອາ​ຍຸ​ຫລາຍ​ຂຶ້ນ, ຈົນ​ເປັນ​ຕົວ​ຂອງ​ຕົວ​ເອງ, ແລະ ຖືກ​ບາງ​ຄົນ​ຊຶ່ງ​ເປັນ ຊາວ​ໂຊຣຳ ຊັກ​ນຳ​ໄປ, ໂດຍ​ການ​ເວົ້າ​ຕົວະ ແລະ ໂດຍ​ການ​ຍົກ​ຍ້ອງ​ຂອງ​ພວກ​ເຂົາ, ເພື່ອ​ໄປ​ເຂົ້າ​ຮ່ວມ​ກັບ​ພວກ​ໂຈນ​ແກ​ດີ​ອານ​ທັນ​ເຫລົ່າ​ນັ້ນ.

30 ແລະ ຊາວ​ເລມັນ​ຈຶ່ງ​ເປັນ​ທຸກ​ເຊັ່ນ​ນັ້ນ​ເໝືອນ​ກັນ, ແລະ ເລີ່ມ​ເສື່ອມ​ລົງ​ໃນ​ສັດທາ ແລະ ຄວາມ​ຊອບ​ທຳ​ຂອງ​ພວກ​ເຂົາ, ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ຄົນ​ລຸ້ນ​ໃໝ່.