ພຣະ​ຄຳ​ພີ
3 ນີໄຟ 20


ບົດ​ທີ 20

ພຣະ​ເຢຊູ​ຈັດ​ຫາ​ເຂົ້າ​ຈີ່ ແລະ ເຫລົ້າ​ອະງຸ່ນ​ຢ່າງ​ໜ້າ​ອັດ​ສະ​ຈັນ ແລະ ປະ​ຕິ​ບັດ​ສິນ​ລະ​ລຶກ​ແກ່​ພວກ​ເຂົາ​ຕື່ມ​ອີກ—ຜູ້​ທີ່​ເຫລືອ​ຢູ່​ຂອງ​ຢາໂຄບ​ຈະ​ຮຽນ​ຮູ້​ເລື່ອງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ ແລະ ຈະ​ໄດ້​ເປັນ​ເຈົ້າ​ຂອງ​ອາ​ເມ​ຣິ​ກາ—ພຣະ​ເຢຊູ​ເປັນ​ສາດ​ສະ​ດາ​ຄື​ກັນ​ກັບ​ໂມເຊ, ແລະ ຊາວ​ນີໄຟ​ແມ່ນ​ລູກ​ຫລານ​ຂອງ​ສາດ​ສະ​ດາ—ຜູ້​ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ກຸ່ມ​ອື່ນໆ​ຈະ​ໄປ​ເຕົ້າ​ໂຮມ​ກັນ​ທີ່​ເຢຣູ​ຊາເລັມ. ປະ​ມານ ຄ.ສ. 34.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ອົງ​ໄດ້​ບັນ​ຊາ​ໃຫ້​ຝູງ​ຊົນ​ເຊົາ​ອະ​ທິ​ຖານ, ແລະ ສາ​ນຸ​ສິດ​ຂອງ​ພຣະ​ອົງ​ກໍ​ຄື​ກັນ. ແລະ ພຣະ​ອົງ​ໄດ້​ບັນ​ຊາ​ພວກ​ເຂົາ​ວ່າ ພວກ​ເຂົາ​ບໍ່​ຄວນ​ເຊົາ ອະ​ທິ​ຖານ​ຢູ່​ໃນ​ໃຈ​ຂອງ​ພວກ​ເຂົາ.

2 ແລະ ພຣະ​ອົງ​ໄດ້​ບັນ​ຊາ​ໃຫ້​ພວກ​ເຂົາ​ລຸກ​ຢືນ​ຂຶ້ນ. ແລະ ພວກ​ເຂົາ​ກໍ​ໄດ້​ລຸກ​ຢືນ​ຂຶ້ນ.

3 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ອົງ​ໄດ້​ຫັກ​ເຂົ້າ​ຈີ່​ອີກ​ເທື່ອ​ໜຶ່ງ ແລະ ໃຫ້​ພອນ​ແກ່​ມັນ, ແລະ ເອົາ​ໃຫ້​ສາ​ນຸ​ສິດ​ກິນ.

4 ແລະ ເມື່ອ​ພວກ​ເພິ່ນ​ໄດ້​ກິນ​ແລ້ວ ພຣະ​ອົງ​ໄດ້​ບັນ​ຊາ​ໃຫ້​ພວກ​ເພິ່ນ​ຫັກ​ເຂົ້າ​ຈີ່, ແລະ ເອົາ​ໃຫ້​ຝູງ​ຊົນ​ກິນ.

5 ແລະ ເມື່ອ​ພວກ​ເພິ່ນ​ໄດ້​ເອົາ​ໃຫ້​ຝູງ​ຊົນ​ແລ້ວ ພຣະ​ອົງ​ເອົາ​ເຫລົ້າ​ອະງຸ່ນ​ໃຫ້​ພວກ​ເພິ່ນ​ດື່ມ​ນຳ​ອີກ, ແລະ ບັນ​ຊາ​ໃຫ້​ພວກ​ເພິ່ນ​ເອົາ​ໃຫ້​ຝູງ​ຊົນ​ດື່ມ.

6 ບັດ​ນີ້, ທັງ​ສາ​ນຸ​ສິດ ແລະ ຝູງ​ຊົນ​ບໍ່​ໄດ້​ເອົາ ເຂົ້າ​ຈີ່ ແລະ ເຫລົ້າ​ອະງຸ່ນ​ມາ​ໃຫ້​ພຣະ​ອົງ;

7 ແຕ່​ພຣະ​ອົງ​ໄດ້ ເອົາ​ເຂົ້າ​ຈີ່​ໃຫ້​ແກ່​ຄົນ​ເຫລົ່າ​ນັ້ນ​ກິນ, ແລະ ໄດ້​ເອົາ​ເຫລົ້າ​ອະງຸ່ນ​ໃຫ້​ແກ່​ຄົນ​ເຫລົ່າ​ນັ້ນ​ດື່ມ​ອີກ.

8 ແລະ ພຣະ​ອົງ​ໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ: ຄົນ​ໃດ​ທີ່​ໄດ້ ກິນ​ເຂົ້າ​ຈີ່​ຈາກ​ປ່ຽງ​ນີ້​ກໍ​ເທົ່າ​ກັບ​ວ່າ ເຂົາ​ໄດ້​ກິນ​ເນື້ອ​ກາຍ​ຂອງ​ເຮົາ​ເຂົ້າ​ໄປ​ສູ່​ຈິດ​ວິນ​ຍານ​ຂອງ​ເຂົາ; ແລະ ຄົນ​ໃດ​ທີ່​ໄດ້​ດື່ມ​ເຫລົ້າ​ອະງຸ່ນ​ຈາກ​ຈອກ​ນີ້ ກໍ​ເທົ່າ​ກັບ​ວ່າ​ເຂົາ​ໄດ້​ດື່ມ​ເລືອດ​ຂອງ​ເຮົາ​ເຂົ້າ​ໄປ​ສູ່​ຈິດ​ວິນ​ຍານ​ຂອງ​ເຂົາ; ແລະ ຈິດ​ວິນ​ຍານ​ຂອງ​ເຂົາ​ຈະ​ບໍ່​ຫິວ ຫລື ກະ​ຫາຍ, ແຕ່​ຈະ​ອີ່ມ.

9 ບັດ​ນີ້, ເມື່ອ​ຝູງ​ຊົນ​ໄດ້​ກິນ ແລະ ດື່ມ​ກັນ​ໝົດ​ທຸກ​ຄົນ​ແລ້ວ, ຈົ່ງ​ເບິ່ງ, ພວກ​ເຂົາ​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ; ແລະ ພວກ​ເຂົາ​ໄດ້​ຮ້ອງ​ອອກ​ມາ​ເປັນ​ສຽງ​ດຽວ​ກັນ ແລະ ຖວາຍ​ບາ​ລະ​ມີ​ແດ່​ພຣະ​ເຢຊູ ຜູ້​ທີ່​ພວກ​ເຂົາ​ທັງ​ໄດ້​ເຫັນ ແລະ ໄດ້​ຍິນ​ສຽງ.

10 ແລະ ເຫດ​ການ​ໄດ້​ບັງ​ກີດ​ຂຶ້ນ​ຄື ເມື່ອ​ພວກ​ເຂົາ​ທຸກ​ຄົນ​ໄດ້​ຖວາຍ​ບາ​ລະ​ມີ​ແດ່​ພຣະ​ເຢຊູ​ແລ້ວ, ພຣະ​ອົງ​ໄດ້​ກ່າວ​ກັບ​ພວກ​ເຂົາ​ວ່າ: ຈົ່ງ​ເບິ່ງ ບັດ​ນີ້​ເຮົາ​ໄດ້​ເຮັດ​ໃຫ້​ພຣະ​ບັນ​ຍັດ​ຊຶ່ງ​ພຣະ​ບິດາ​ບັນ​ຊາ​ເຮົາ​ກ່ຽວ​ກັບ​ຜູ້​ຄົນ​ພວກ​ນີ້​ສຳ​ເລັດ​ແລ້ວ, ຜູ້​ຊຶ່ງ​ເປັນ​ຜູ້​ທີ່​ເຫລືອ​ຢູ່​ຂອງ​ເຊື້ອ​ສາຍ​ອິດສະ​ຣາເອນ.

11 ເຈົ້າ​ຄົງ​ຈຳ​ໄດ້​ວ່າ ເຮົາ​ໄດ້​ກ່າວ​ກັບ​ເຈົ້າ, ແລະ ເວົ້າ​ວ່າ​ເມື່ອ ຄຳ​ຂອງ ເອຊາ​ຢາ​ຈະ​ສຳ​ເລັດ—ຈົ່ງ​ເບິ່ງ ມັນ​ມີ​ຂຽນ​ໄວ້, ເຈົ້າ​ມີ​ມັນ​ຢູ່​ຕໍ່​ໜ້າ​ເຈົ້າ, ສະນັ້ນ ຈົ່ງ​ຄົ້ນ​ຄວ້າ​ມັນ—

12 ແລະ ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ວ່າ​ເມື່ອ​ມັນ​ສຳ​ເລັດ ເວລາ​ນັ້ນ ພັນທະ​ສັນ​ຍາ​ຊຶ່ງ​ພຣະ​ບິດາ​ໄດ້​ເຮັດ​ໄວ້​ກັບ​ຜູ້​ຄົນ​ຂອງ​ພຣະ​ອົງ​ກໍ​ຈະ​ສຳ​ເລັດ, ໂອ້ ເຊື້ອ​ສາຍ​ອິດສະ​ຣາເອນ.

13 ແລະ ເມື່ອ​ນັ້ນ ຜູ້​ທີ່​ເຫລືອ​ຢູ່, ຊຶ່ງ​ໄດ້​ແຕກ ກະ​ຈັດ​ກະ​ຈາຍ​ໄປ​ທົ່ວ​ຜືນ​ແຜ່ນ​ດິນ​ໂລກ​ຈະ ເຕົ້າ​ໂຮມ​ຈາກ​ທາງ​ຕາ​ເວັນ​ອອກ ແລະ ຈາກ​ທາງ​ຕາ​ເວັນ​ຕົກ, ແລະ ຈາກ​ທາງ​ໃຕ້ ແລະ ຈາກ​ທາງ​ເໜືອ; ແລະ ພວກ​ເຂົາ​ຈະ​ຖືກ​ນຳ​ມາ​ສູ່ ຄວາມ​ຮູ້​ເລື່ອງ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ ຜູ້​ໄດ້​ໄຖ່​ພວກ​ເຂົາ.

14 ແລະ ພຣະ​ບິດາ​ໄດ້​ບັນ​ຊາ​ເຮົາ​ວ່າ ເຮົາ​ຄວນ​ມອບ ແຜ່ນ​ດິນ​ນີ້​ໃຫ້​ເຈົ້າ​ເພື່ອ​ເປັນ​ມູນ​ມໍ​ລະ​ດົກ.

15 ແລະ ເຮົາ​ກ່າວ​ກັບ​ເຈົ້າ, ວ່າ​ຖ້າ​ຫາກ​ຄົນ​ຕ່າງ​ຊາດ​ບໍ່ ກັບ​ໃຈ​ຫລັງ​ຈາກ​ທີ່​ພວກ​ເຂົາ​ໄດ້​ຮັບ​ພອນ​ແລ້ວ, ຫລັງ​ຈາກ​ພວກ​ເຂົາ​ໄດ້​ເຮັດ​ໃຫ້​ຜູ້​ຄົນ​ຂອງ​ເຮົາ​ກະ​ຈັດ​ກະ​ຈາຍ​ໄປ—

16 ເມື່ອ​ນັ້ນ​ເຈົ້າ, ຜູ້​ເປັນ​ຜູ້​ທີ່​ເຫລືອ​ຢູ່​ຂອງ​ເຊື້ອ​ສາຍ​ຂອງ​ຢາໂຄບ​ຈະ​ອອກ​ໄປ​ໃນ​ບັນ​ດາ​ພວກ​ເຂົາ; ແລະ ເຈົ້າ​ຈະ​ຢູ່​ໃນ​ທ່າມ​ກາງ​ຂອງ​ພວກ​ເຂົາ​ທີ່​ມີ​ຈຳນວນ​ຢ່າງ​ຫລວງ​ຫລາຍ; ແລະ ເຈົ້າ​ຈະ​ຢູ່​ໃນ​ບັນ​ດາ​ພວກ​ເຂົາ​ເໝືອນ​ດັ່ງ​ສິງ​ຢູ່​ໃນ​ບັນ​ດາ​ສັດ​ໃນ​ປ່າ, ແລະ ດັ່ງ ສິງ​ໜຸ່ມ​ຢູ່​ໃນ​ບັນ​ດາ​ຝູງ​ແກະ ຊຶ່ງ​ຖ້າ​ຫາກ​ມັນ​ຜ່ານ​ໄປ ທັງ​ຈະ ຢຽບ​ຍ່ຳ ແລະ ຈີກ​ເປັນ​ຕ່ອນໆ, ແລະ ບໍ່​ມີ​ໃຜ​ປົດ​ປ່ອຍ​ໄດ້.

17 ມື​ຂອງ​ເຈົ້າ​ຈະ​ຍົກ​ຢູ່​ເທິງ​ຜູ້​ປໍ​ລະ​ປັກ​ຂອງ​ເຈົ້າ, ແລະ ສັດ​ຕູ​ຂອງ​ເຈົ້າ​ຈະ​ຖືກ​ຕັດ​ອອກ​ໄປ​ທັງ​ໝົດ.

18 ແລະ ເຮົາ​ຈະ ເຕົ້າ​ໂຮມ​ຜູ້​ຄົນ​ຂອງ​ເຮົາ​ເຂົ້າ​ກັນ​ດັ່ງ​ຄົນ​ເຕົ້າ​ໂຮມ​ມັດ​ເຂົ້າ​ໄວ້​ໃນ​ລານ.

19 ເພາະ​ເຮົາ​ຈະ​ເຮັດ​ໃຫ້​ຜູ້​ຄົນ​ຂອງ​ເຮົາ​ຜູ້​ທີ່​ພຣະ​ບິດາ​ໃຫ້​ພັນທະ​ສັນ​ຍາ, ແທ້​ຈິງແລ້ວ, ເຮົາ​ຈະ​ເຮັດ​ໃຫ້ ເຂົາ​ຂອງ​ເຈົ້າ​ເປັນ​ເຫລັກ, ແລະ ເຮົາ​ຈະ​ເຮັດ​ໃຫ້​ກີບ​ຕີນ​ຂອງ​ເຈົ້າ​ເປັນ​ທອງ​ເຫລືອງ. ແລະ ເຈົ້າ​ຈະ​ໄດ້​ທຸບ​ຕີ​ຄົນ​ຢ່າງ​ຫລວງ​ຫລາຍ​ເປັນ​ຕ່ອນໆ; ແລະ ເຮົາ​ຈະ​ອຸ​ທິດ​ຜົນ​ປະ​ໂຫຍດ​ຂອງ​ພວກ​ເຂົາ​ແດ່​ພຣະ​ຜູ້​ເປັນ​ເຈົ້າ ແລະ ເຂົ້າ​ຂອງ ຂອງ​ພວກ​ເຂົາ​ຖວາຍ​ພຣະ​ຜູ້​ເປັນ​ເຈົ້າ​ຂອງ​ທັງ​ແຜ່ນ​ດິນ​ໂລກ. ແລະ ຈົ່ງ​ເບິ່ງ, ເຮົາ​ຄື​ຜູ້​ທີ່​ຈະ​ກະ​ທຳ​ສິ່ງ​ນີ້.

20 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ, ພຣະ​ບິດາ​ໄດ້​ກ່າວ, ວ່າ ດາບ​ແຫ່ງ​ຄວາມ​ຍຸດ​ຕິ​ທຳ​ຂອງ​ເຮົາ​ຈະ​ແຂວນ​ຢູ່​ເທິງ​ຫົວ​ຂອງ​ພວກ​ເຂົາ​ໃນ​ມື້​ນັ້ນ, ແລະ ຖ້າ​ຫາກ​ພວກ​ເຂົາ​ບໍ່​ກັບ​ໃຈ ມັນ​ຈະ​ຟາດ​ຟັນ​ລົງ​ໃສ່​ພວກ​ເຂົາ, ພຣະ​ບິດາ​ໄດ້​ກ່າວ, ແທ້​ຈິງ​ແລ້ວ, ແມ່ນ​ແຕ່​ຢູ່​ເທິງ​ຫົວ​ຂອງ​ທຸກ​ປະ​ຊາ​ຊາດ​ຂອງ​ຄົນ​ຕ່າງ​ຊາດ.

21 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ເຮົາ​ຈະ​ສະຖາ​ປະນາ ຄົນ​ຂອງ​ເຮົາ​ຂຶ້ນ, ໂອ້ ເຊື້ອ​ສາຍ​ອິດສະ​ຣາເອນ.

22 ແລະ ຈົ່ງ​ເບິ່ງ, ເຮົາ​ຈະ​ສະຖາ​ປະນາຜູ້​ຄົນ​ພວກ​ນີ້​ຂຶ້ນ​ໃນ​ແຜ່ນ​ດິນ​ນີ້, ເພື່ອ​ໃຫ້ ພັນທະ​ສັນ​ຍາ​ຊຶ່ງ​ເຮົາ​ໄດ້​ເຮັດ​ໄວ້​ກັບ​ຢາໂຄບ​ບັນ​ພະ​ບຸດ​ລຸດ​ຂອງ​ເຈົ້າ​ສຳ​ເລັດ; ແລະ ມັນ​ຈະ​ເປັນ ເຢຣູ​ຊາເລັມ​ໃໝ່. ແລະ ອຳນາດ​ຂອງ​ສະຫວັນ​ຈະ​ມາ​ຢູ່​ທ່າມ​ກາງ​ຜູ້​ຄົນ​ພວກ​ນີ້; ແທ້​ຈິງ​ແລ້ວ, ແມ່ນ​ແຕ່ ເຮົາ​ຈະ​ຢູ່​ໃນ​ທ່າມ​ກາງ​ພວກ​ເຈົ້າ.

23 ຈົ່ງ​ເບິ່ງ, ເຮົາ​ຄື​ຜູ້​ທີ່​ໂມເຊ​ເວົ້າ​ເຖິງ, ມີ​ຄວາມ​ວ່າ: ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ​ຈະ​ຍົກ ສາດ​ສະ​ດາ​ຜູ້​ໜຶ່ງ​ຂຶ້ນ​ຈາກ​ພີ່​ນ້ອງ​ຂອງ​ເຈົ້າ​ໃຫ້​ແກ່​ເຈົ້າ ທີ່​ເໝືອນ​ກັບ​ຂ້າ​ພະ​ເຈົ້າ; ເຈົ້າ​ຈົ່ງ​ຟັງ​ຜູ້​ນັ້ນ​ໃນ​ທຸກ​ເລື່ອງ​ບໍ່​ວ່າ​ຈະ​ເປັນ​ອັນ​ໃດ​ກໍ​ຕາມ​ທີ່​ຜູ້​ນັ້ນ​ຈະ​ກ່າວ​ກັບ​ເຈົ້າ. ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ຜູ້​ໃດ​ກໍ​ຕາມ​ທີ່​ບໍ່​ຟັງ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ ຜູ້​ນັ້ນ​ຈະ​ຖືກ​ຕັດ​ອອກ​ຈາກ​ບັນ​ດາ​ຜູ້​ຄົນ.

24 ຕາມ​ຈິງ​ແລ້ວ​ເຮົາ​ກ່າວ​ກັບ​ເຈົ້າ​ວ່າ, ແລະ ສາດ​ສະ​ດາ ທັງ​ໝົດ​ນັບ​ຕັ້ງແຕ່​ຊາ​ມູ​ເອນ ແລະ ຄົນ​ອື່ນໆ​ຕໍ່​ຈາກ​ນັ້ນ​ມາ​ຫລາຍ​ຕໍ່​ຫລາຍ​ຄົນ​ກໍ​ໄດ້​ເວົ້າ ແລະ ໃຫ້​ຖ້ອຍ​ຄຳ​ເຖິງ​ເຮົາ.

25 ແລະ ຈົ່ງ​ເບິ່ງ, ເຈົ້າ​ເປັນ​ລູກ​ຫລານ​ຂອງ​ສາດ​ສະ​ດາ; ແລະ ເຈົ້າ​ເປັນ​ເຊື້ອ​ສາຍ​ອິດສະ​ຣາເອນ; ແລະ ເຈົ້າ​ຢູ່​ໃນ ພັນທະ​ສັນ​ຍາ ຊຶ່ງ​ພຣະ​ບິດາ​ໄດ້​ເຮັດ​ໄວ້​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ເຈົ້າ, ເມື່ອ​ພຣະ​ອົງ​ກ່າວ​ກັບ​ອັບ​ຣາ​ຮາມ​ວ່າ: ແລະ ໃນ​ລູກ​ຫລານ​ຂອງ​ເຈົ້າ ທຸກ​ຕະ​ກຸນ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ໄດ້​ຮັບ​ພອນ.

26 ພຣະ​ບິດາ​ຍົກ​ເຮົາ​ໃຫ້​ກັບ​ເຈົ້າ​ກ່ອນ, ແລະ ສົ່ງ​ເຮົາ​ມາ​ໃຫ້​ພອນ​ແກ່​ເຈົ້າ​ໃນ​ການ​ເຮັດ​ໃຫ້​ເຈົ້າ​ທຸກ​ຄົນ ຫັນ​ໜີ​ຈາກ​ຄວາມ​ຊົ່ວ​ຮ້າຍ​ຂອງ​ເຈົ້າ; ແລະ ນີ້​ກໍ​ເພາະ​ວ່າ​ເຈົ້າ​ເປັນ​ລູກ​ຫລານ​ແຫ່ງ​ພັນທະ​ສັນ​ຍາ—

27 ແລະ ຫລັງ​ຈາກ​ທີ່​ເຈົ້າ​ໄດ້​ຮັບ​ພອນ​ແລ້ວ ເມື່ອ​ນັ້ນ​ພຣະ​ບິດາ​ຈະ​ໃຫ້​ພັນທະ​ສັນ​ຍາ​ຊຶ່ງ​ພຣະ​ອົງ​ໄດ້​ກະ​ທຳ​ໄວ້​ກັບ​ອັບ​ຣາ​ຮາມ​ສຳ​ເລັດ, ມີ​ຄວາມ​ວ່າ: ໃນ​ລູກ​ຫລານ​ຂອງ​ເຈົ້າ ທຸກ​ຕະ​ກຸນ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ໄດ້​ຮັບ​ພອນ—​ເພື່ອ​ການ​ເທ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ລົງ​ມາ​ເທິງ​ຄົນ​ຕ່າງ​ຊາດ​ໂດຍ​ທາງ​ເຮົາ, ຊຶ່ງ​ພອນ​ທີ່​ມີ​ຢູ່​ກັບ ຄົນ​ຕ່າງ​ຊາດ​ນັ້ນ​ຈະ​ເຮັດ​ໃຫ້​ພວກ​ເຂົາ​ຍິ່ງ​ໃຫຍ່​ເໜືອ​ຄົນ​ທັງ​ປວງ, ຈົນ​ເຮັດ​ໃຫ້​ຜູ້​ຄົນ​ຂອງ​ເຮົາ​ກະ​ຈັດ​ກະ​ຈາຍ​ໄປ, ໂອ້ ເຊື້ອ​ສາຍ​ອິດສະ​ຣາເອນ.

28 ແລະ ພວກ​ເຂົາ​ຈະ​ເປັນ ໄພ​ພິ​ບັດ​ຕໍ່​ຜູ້​ຄົນ​ຂອງ​ແຜ່ນ​ດິນ​ນີ້. ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ເມື່ອ​ພວກ​ເຂົາ​ໄດ້​ຮັບ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ​ແລ້ວ, ເມື່ອ​ນັ້ນ​ຖ້າ​ຫາກ​ພວກ​ເຂົາ​ຍັງ​ເຮັດ​ໃຈ​ແຂງ​ກະ​ດ້າງ​ກັບ​ເຮົາ​ຢູ່, ເຮົາ​ຈະ​ສົ່ງ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ​ກັບ​ຄືນ​ໃສ່​ຫົວ​ຂອງ​ພວກ​ເຂົາ, ພຣະ​ບິດາ​ໄດ້​ກ່າວ.

29 ແລະ ເຮົາ​ຈະ ນຶກ​ເຖິງ​ພັນທະ​ສັນ​ຍາ​ຊຶ່ງ​ເຮົາ​ໄດ້​ກະ​ທຳ​ໄວ້​ກັບ​ຜູ້​ຄົນ​ຂອງ​ເຮົາ; ແລະ ເຮົາ​ໄດ້​ໃຫ້​ພັນທະ​ສັນ​ຍາ​ກັບ​ພວກ​ເຂົາ​ວ່າ ເຮົາ​ຈະ ເຕົ້າ​ໂຮມ​ພວກ​ເຂົາ​ໃນ​ເວລາ​ອັນ​ເໝາະ​ສົມ​ຂອງ​ເຮົາ, ວ່າ​ເຮົາ​ຈະ​ມອບ ແຜ່ນ​ດິນ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ​ໃຫ້​ແກ່​ພວກ​ເຂົາ​ຄືນ​ຄື​ເກົ່າ​ເປັນ​ມູນ​ມໍ​ລະ​ດົກ ຄື​ແຜ່ນ​ດິນ ເຢຣູ​ຊາເລັມ, ຊຶ່ງ​ເປັນ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ພວກ​ເຂົາ​ຕະຫລອດ​ໄປ, ພຣະ​ບິດາ​ໄດ້​ກ່າວ.

30 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ວັນ​ເວລາ​ຈະ​ມາ​ເຖິງ, ເມື່ອ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ​ຈະ​ໄດ້​ຖືກ​ສັ່ງ​ສອນ​ໃຫ້​ແກ່​ພວກ​ເຂົາ;

31 ແລະ ພວກ​ເຂົາ​ຈະ ເຊື່ອ​ໃນ​ເຮົາ, ວ່າ​ເຮົາ​ຄື​ພຣະ​ເຢຊູ​ຄຣິດ, ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ແລະ ຈະ​ອະ​ທິ​ຖານ​ຫາ​ພຣະ​ບິດາ​ໃນ​ນາມ​ຂອງ​ເຮົາ.

32 ເມື່ອ​ນັ້ນ ຄົນ​ຍາມ​ກໍ​ຈະ​ເປັ່ງ​ສຽງ, ແລະ ພວກ​ເຂົາ​ຈະ​ເປັ່ງ​ສຽງ​ໂຮ​ຮ້ອງ​ນຳ​ກັນ; ເພາະ​ວ່າ​ພວກ​ເຂົາ​ຈະ​ເຫັນ​ດ້ວຍ​ຕາ.

33 ເມື່ອ​ນັ້ນ ພຣະ​ບິດາ​ຈະ​ເຕົ້າ​ໂຮມ​ພວກ​ເຂົາ​ເຂົ້າ​ກັນ​ອີກ, ແລະ ປະທານ​ເຢຣູ​ຊາເລັມ​ໃຫ້​ພວກ​ເຂົາ ເພື່ອ​ເປັນ​ແຜ່ນ​ດິນ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຂົາ.

34 ເມື່ອ​ນັ້ນ​ພວກ​ເຂົາຈະ​ເປັ່ງ​ສຽງ​ດ້ວຍ​ຄວາມ​ຊື່ນ​ຊົມ—ຮ້ອງ​ເພງ​ນຳ​ກັນ, ກຸງ​ເຢຣູ​ຊາເລັມ​ເອີຍ ເຈົ້າ​ຜູ້​ທີ່​ເປັນ​ເມືອງ​ຮົກ​ຮ້າງ; ເພາະ​ພຣະ​ບິດາ​ໄດ້​ອອຍ​ໃຈ​ຜູ້​ຄົນ​ຂອງ​ພຣະ​ອົງ​ແລ້ວ, ພຣະ​ອົງ​ໄດ້​ໄຖ່​ກຸງ​ເຢຣູ​ຊາເລັມ​ແລ້ວ.

35 ພຣະ​ບິດາ​ໄດ້​ກາງ​ແຂນ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ​ໃນ​ສາຍ​ຕາ​ຂອງ​ປະ​ຊາ​ຊາດ​ທັງ​ປວງ; ແລະ ທົ່ວ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ເຫັນ​ການ​ຊ່ວຍ​ໃຫ້​ລອດ​ຂອງ​ພຣະ​ບິດາ; ແລະ ພຣະ​ບິດາ​ກັບ​ເຮົາ​ເປັນ​ໜຶ່ງ.

36 ແລະ ເມື່ອ​ນັ້ນ​ເລື່ອງ​ທີ່​ມີ​ຂຽນ​ໄວ້​ຈະ​ບັງ​ເກີດ​ຂຶ້ນ: ຈົ່ງ ຕື່ນ​ເຖີດ, ຈົ່ງ​ຕື່ນ​ຂຶ້ນ​ອີກ, ແລະ ຈົ່ງ​ມີ​ຄວາມ​ເຂັ້ມ​ແຂງ, ໂອ້ ຊີໂອນ; ຈົ່ງ​ນຸ່ງ​ຫົ່ມ​ເສື້ອ​ຜ້າ​ອັນ​ສວຍ​ງາມ​ເຖີດ, ໂອ້ ເຢຣູ​ຊາເລັມ​ນະຄອນ​ສັກ​ສິດ​ເອີຍ, ເພາະ​ວ່າ​ນັບ​ແຕ່​ນີ້​ຕໍ່​ໄປ​ຈະ​ບໍ່​ມີ​ຜູ້​ໃດ​ທີ່​ສົກ​ກະ​ປົກ ແລະ ບໍ່​ສະອາດ​ເຂົ້າ​ມາ​ຫາ​ເຈົ້າ​ອີກ​ຕໍ່​ໄປ.

37 ຈົ່ງ​ລຸກ​ຂຶ້ນ​ຈາກ​ຝຸ່ນ​ດິນ; ຈົ່ງ​ລຸກ​ຂຶ້ນ, ນັ່ງ​ລົງ, ໂອ້ ເຢຣູ​ຊາເລັມ; ຈົ່ງ​ປົດ​ຕົວ​ອອກ​ຈາກ​ປອກ​ຄໍ, ໂອ້ ທິດາ​ຜູ້​ຖືກ​ຈ່ອງ​ຈຳ​ຂອງ​ຊີໂອນ.

38 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້: ເຈົ້າ​ໄດ້​ຂາຍ​ຕົວ​ໄປ​ລ້າໆ, ແລະ ເຈົ້າ​ຈະ​ຖືກ​ໄຖ່​ໂດຍ​ບໍ່​ຕ້ອງ​ເສຍ​ເງິນ.

39 ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ວ່າ​ຜູ້​ຄົນ​ຂອງ​ເຮົາ​ຈະ​ຮູ້​ຈັກ​ຊື່​ເຮົາ; ແທ້​ຈິງ​ແລ້ວ, ໃນ​ມື້​ນັ້ນ​ພວກ​ເຂົາ​ຈະ​ຮູ້​ວ່າ ເຮົາ​ຄື​ຄົນ​ທີ່​ເວົ້າ.

40 ແລະ ເມື່ອ​ນັ້ນ​ພວກ​ເຂົາ​ຈະ​ເວົ້າ​ວ່າ: ຕີນ​ຂອງ​ຜູ້​ທີ່​ຢູ່​ເທິງ​ພູ​ນັ້ນ​ງາມ ພຽງ​ໃດ ຜູ້​ທີ່​ໄດ້​ນຳ​ເອົາ​ຂ່າວ​ປະ​ເສີດ​ມາ; ທີ່​ໄດ້ ປະ​ກາດ​ສັນ​ຕິ​ສຸກ; ທີ່​ນຳ​ເອົາ​ຂ່າວ​ປະ​ເສີດ​ຂອງ​ຄວາມ​ດີ​ມາ, ທີ່​ປະ​ກາດ​ຄວາມ​ລອດ; ທີ່​ກ່າວ​ກັບ​ຊີໂອນ​ວ່າ: ພຣະ​ເຈົ້າ​ຂອງ​ເຈົ້າ​ຊົງ​ປົກ​ຄອງ;

41 ແລະ ເມື່ອ​ນັ້ນ​ຈະ​ມີ​ສຽງ​ຮ້ອງ ອອກ​ໄປ​ວ່າ: ເຈົ້າ​ຈົ່ງ​ອອກ​ໄປ, ເຈົ້າ​ຈົ່ງ​ອອກ​ໄປ, ເຈົ້າ​ຈົ່ງ​ອອກ​ໄປ​ຈາກ​ບ່ອນ​ນັ້ນ, ຢ່າ​ແຕະ​ຕ້ອງ​ສິ່ງ​ທີ່ ບໍ່​ສະອາດ; ຈົ່ງ​ອອກ​ໄປ​ຈາກ​ທ່າມ​ກາງ​ຂອງ​ມັນ; ເຈົ້າ​ທີ່​ຖື​ພາ​ຊະນະ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈົ່ງ​ຮັກ​ສາ​ຕົວ ໃຫ້​ສະອາດ.

42 ເພາະ​ເຈົ້າ ບໍ່​ຕ້ອງ​ຟ້າວ​ອອກ​ໄປ ຫລື ບໍ່​ຕ້ອງ​ຫລົບ​ໜີ​ໄປ; ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ນຳ​ໜ້າ​ເຈົ້າ​ໄປ, ແລະ ພຣະ​ເຈົ້າ​ຂອງ​ອິດສະ​ຣາເອນ​ຈະ​ຮັກ​ສາ​ທາງ​ຫລັງ​ຂອງ​ເຈົ້າ.

43 ຈົ່ງ​ເບິ່ງ, ຂ້າ​ໃຊ້​ຂອງ​ເຮົາ​ຈະ​ເຮັດ​ພາ​ລະ​ກິດ​ຂອງ​ຕົນ​ຢ່າງ​ຮອບ​ຄອບ; ລາວ​ຈະ​ເປັນ​ຜູ້​ຍິ່ງ​ໃຫຍ່ ແລະ ມີ​ກຽດ​ອັນ​ສູງ​ສົ່ງ.

44 ດັ່ງ​ທີ່​ຫລາຍ​ຕໍ່​ຫລາຍ​ຄົນ​ແປກ​ໃຈ​ໃນ​ຕົວ​ເຈົ້າ—ໜ້​າ​ຕາ​ຂອງ​ລາວ​ບາດ​ເຈັບ​ຫລາຍ​ກວ່າ​ຄົນ​ອື່ນ, ແລະ ຮ່າງ​ກາຍ​ຂອງ​ລາວ​ບາດ​ເຈັບ​ຫລາຍ​ກວ່າ​ບຸດ​ຂອງ​ມະນຸດ—

45 ແຕ່​ລາວ​ຈະ​ເຮັດ​ໃຫ້​ຊົນ​ຊາດ​ທັງ​ຫລາຍ ອັດ​ສະ​ຈັນ​ໃຈ; ກະສັດ​ຈະ​ປາກ​ບໍ່​ອອກ; ເພາະ​ພວກ​ເພິ່ນ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ບໍ່​ເຄີຍ​ບອກ​ເລົ່າ; ແລະ ພວກ​ເພິ່ນ​ຈະ​ພິ​ຈາ​ລະ​ນາ​ສິ່ງ​ທີ່​ບໍ່​ເຄີຍ​ໄດ້​ຍິນ.

46 ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ສິ່ງ​ທັງ​ໝົດ​ນີ້​ຈະ​ມາ​ເຖິງ​ຢ່າງ​ແນ່​ນອນ​ຕາມ​ທີ່​ພຣະ​ບິດາ​ໄດ້​ບັນ​ຊາ​ເຮົາ. ເມື່ອ​ນັ້ນ​ພັນທະ​ສັນ​ຍາ​ທີ່​ພຣະ​ບິດາ​ໄດ້​ໃຫ້​ໄວ້​ກັບ​ຜູ້​ຄົນ​ຂອງ​ພຣະ​ອົງ​ຈະ​ສຳ​ເລັດ; ແລະ ເມື່ອ​ນັ້ນ ເຢຣູ​ຊາເລັມ​ຈະ​ມີ​ຜູ້​ຄົນ​ຂອງ​ເຮົາ​ອາ​ໄສ​ຢູ່​ອີກ, ແລະ ມັນ​ຈະ​ເປັນ​ແຜ່ນ​ດິນ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຂົາ.