ພຣະ​ຄຳ​ພີ
3 ນີໄຟ 21


ບົດ​ທີ 21

ຊາວ​ອິດສະ​ຣາເອນ​ຈະ​ເຕົ້າ​ໂຮມ​ກັນ​ເມື່ອ​ພຣະ​ຄຳ​ພີ​ມໍມອນ​ອອກ​ມາ—ຄົນ​ຕ່າງ​ຊາດ​ຈະ​ໄດ້​ຮັບ​ການ​ສະຖາ​ປະນາ​ເປັນ​ຜູ້​ທີ່​ມີ​ອິດສະ​ລະ​ພາບ​ຢູ່​ໃນ​ອາ​ເມຣິ​ກາ—ພວກ​ເຂົາ​ຈະ​ລອດ​ຖ້າ​ຫາກ​ພວກ​ເຂົາ​ເຊື່ອ ແລະ ເຊື່ອ​ຟັງ; ຖ້າ​ບໍ່​ດັ່ງ​ນັ້ນ, ພວກ​ເຂົາ​ຈະ​ຖືກ​ຕັດ​ອອກ ແລະ ຖືກ​ທຳ​ລາຍ—ຊາວ​ອິດສະ​ຣາເອນ​ຈະ​ສ້າງ​ເມືອງ​ເຢຣູ​ຊາເລັມ​ໃໝ່​ຂຶ້ນ, ແລະ ເຜົ່າ​ຕ່າງໆ​ທີ່​ຫາຍ​ໄປ​ຈະ​ກັບ​ຄືນ​ມາ. ປະ​ມານ ຄ.ສ. 34.

1 ແລະ ຕາມ​ຈິງ​ແລ້ວ​ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ເຮົາ​ຈະ​ໃຫ້​ເຄື່ອງ​ໝາຍ​ແກ່​ເຈົ້າ, ເພື່ອ​ເຈົ້າ​ຈະ​ໄດ້​ຮູ້​ໃນ ເວລາ​ທີ່​ສິ່ງ​ເຫລົ່າ​ນີ້​ຈະ​ເກີດ​ຂຶ້ນ—ຄື​ເຮົາ​ຈະ​ເຕົ້າ​ໂຮມ​ຜູ້​ຄົນ​ຂອງ​ເຮົາ​ຈາກ​ການ​ແຕກ​ກະ​ຈັດ​ກະ​ຈາຍ​ໄປ​ເປັນ​ເວລາ​ດົນ​ນານ​ຂອງ​ພວກ​ເຂົາ, ໂອ້ ເຊື້ອ​ສາຍ​ອິດສະ​ຣາເອນ, ແລະ ຈະ​ສະຖາ​ປະນາ​ຊີໂອນ​ຂອງ​ເຮົາ​ຂຶ້ນ​ໃນ​ບັນ​ດາ​ພວກ​ເຂົາ​ອີກ;

2 ແລະ ຈົ່ງ​ເບິ່ງ​ນີ້​ຄື​ສິ່ງ​ທີ່​ເຮົາ​ຈະ​ໃຫ້​ແກ່​ເຈົ້າ​ເປັນ​ເຄື່ອງ​ໝາຍ—ເພາະ​ຕາມ​ຈິງ​ແລ້ວ​ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ເມື່ອ​ສິ່ງ​ເຫລົ່າ​ນີ້ ຊຶ່ງ​ເຮົາ​ໄດ້​ປະ​ກາດ​ແກ່​ເຈົ້າ, ແລະ ສິ່ງ​ທີ່​ເຮົາ​ຈະ​ປະ​ກາດ​ແກ່​ເຈົ້າ​ກ່ຽວ​ກັບ​ຕົວ​ເຮົາ​ເອງ​ຕໍ່​ຈາກ​ນີ້​ໄປ, ແລະ ໂດຍ​ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ຊຶ່ງ​ເຈົ້າ​ຈະ​ໄດ້​ຮັບ​ຈາກ​ພຣະ​ບິດາ​ຈະ​ເປັນ​ທີ່​ຮູ້​ຈັກ​ແກ່​ຄົນ​ຕ່າງ​ຊາດ ເພື່ອ​ພວກ​ເຂົາ​ຈະ​ໄດ້​ຮູ້​ກ່ຽວ​ກັບ​ຜູ້​ຄົນ​ພວກ​ນີ້ ຊຶ່ງ​ເປັນ​ຜູ້​ທີ່​ເຫລືອ​ຢູ່​ຂອງ​ເຊື້ອ​ສາຍ​ຂອງ​ຢາໂຄບ, ແລະ ກ່ຽວ​ກັບ​ຜູ້​ຄົນ​ພວກ​ນີ້​ຂອງ​ເຮົາ ຜູ້​ທີ່​ຈະ​ຖືກ​ພວກ​ເຂົາ​ເຮັດ​ໃຫ້​ແຕກ​ກະ​ຈັດ​ກະ​ຈາຍ​ໄປ;

3 ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ເມື່ອ ເລື່ອງ​ເຫລົ່າ​ນີ້​ຈະ​ເປັນ​ທີ່​ຮູ້​ແກ່​ພວກ​ເຂົາ​ຈາກ​ພຣະ​ບິດາ, ແລະ ຈະ​ອອກ​ມາ​ຈາກ​ພຣະ​ບິດາ, ຈາກ​ພວກ​ເຂົາ​ມາ​ເຖິງ​ເຈົ້າ;

4 ເພາະ​ມັນ​ເປັນ​ຄວາມ​ສະຫລຽວ​ສະຫລາດ​ຂອງ​ພຣະ​ບິດາ​ທີ່​ພວກ​ເຂົາ​ສົມ​ຄວນ​ຖືກ​ສະຖາ​ປະນາ​ຂຶ້ນ​ໃນ​ແຜ່ນ​ດິນ​ນີ້, ແລະ ຈັດ​ຕັ້ງ​ໃຫ້​ເປັນ​ຜູ້​ຄົນ​ທີ່​ມີ ອິດສະ​ລະ​ພາບ​ໂດຍ​ອຳນາດ​ຂອງ​ພຣະ​ບິດາ, ເພື່ອ​ສິ່ງ​ເຫລົ່າ​ນີ້​ຈະ​ໄດ້​ອອກ​ມາ​ຈາກ​ພວກ​ເຂົາ​ມາ​ຫາ​ຜູ້​ທີ່​ເຫລືອ​ຢູ່​ຂອງ​ລູກ​ຫລານ​ຂອງ​ເຈົ້າ, ເພື່ອ ພັນທະ​ສັນ​ຍາ​ຂອງ​ພຣະ​ບິດາ​ຊຶ່ງ​ໃຫ້​ໄວ້​ກັບ​ຜູ້​ຄົນ​ຂອງ​ພຣະ​ອົງ​ຈະ​ສຳ​ເລັດ, ໂອ້ ເຊື້ອ​ສາຍ​ອິດສະ​ຣາເອນ;

5 ສະນັ້ນ, ວຽກ​ງານ​ເຫລົ່າ​ນີ້ ແລະ ວຽກ​ງານ​ທີ່​ຈະ​ມາ​ເຖິງ​ໃນ​ບັນ​ດາ​ພວກ​ເຈົ້າ​ນັບ​ແຕ່​ນີ້​ໄປ​ຈະ​ອອກ​ມາ ຈາກ​ຄົນ​ຕ່າງ​ຊາດ, ແລະ ມາ​ຫາ ລູກ​ຫລານ​ຂອງ​ເຈົ້າ ຊຶ່ງ​ຈະ​ເສື່ອມ​ໂຊມ​ຢູ່​ໃນ​ຄວາມ​ບໍ່​ເຊື່ອ​ຖື​ເພາະ​ຄວາມ​ຊົ່ວ​ຮ້າຍ;

6 ເພາະພຣະ​ບິດາ​ເຫັນ​ດັ່ງ​ນັ້ນ ວ່າ​ມັນ​ຄວນ​ອອກ​ມາ​ຈາກ ຄົນ​ຕ່າງ​ຊາດ, ເພື່ອ​ພຣະ​ອົງ​ຈະ​ໄດ້​ສະແດງ​ອຳນາດ​ຂອງ​ພຣະ​ອົງ​ຕໍ່​ຄົນ​ຕ່າງ​ຊາດ, ເພື່ອ​ດ້ວຍ​ເຫດ ຄື​ຖ້າ​ຫາກ​ຄົນ​ຕ່າງ​ຊາດ​ຈະ​ບໍ່​ເຮັດ​ໃຈ​ແຂງ​ກະ​ດ້າງ, ວ່າ​ພວກ​ເຂົາ​ຈະ​ກັບ​ໃຈ ແລະ ມາ​ຫາ​ເຮົາ ແລະ ຮັບ​ບັບຕິ​ສະມາ​ໃນ​ນາມ​ຂອງ​ເຮົາ, ແລະ ຮູ້​ເຖິງ​ຫລັກ​ທຳ​ອັນ​ແທ້​ຈິງ​ຂອງ​ຄຳ​ສອນ​ຂອງ​ເຮົາ, ເພື່ອ​ພວກ​ເຂົາ​ຈະ​ໄດ້ ນັບ​ເຂົ້າ​ຢູ່​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ເຮົາ, ໂອ້ ເຊື້ອ​ສາຍ​ອິດສະ​ຣາເອນ;

7 ແລະ ເມື່ອ​ສິ່ງ​ເຫລົ່າ​ນີ້​ເກີດ​ຂຶ້ນ​ຄື ລູກ​ຫລານ​ຂອງ​ເຈົ້າ​ຈະ​ເລີ່ມ​ຮູ້​ເລື່ອງ​ເຫລົ່າ​ນີ້—ມັນ​ຈະ​ເປັນ​ເຄື່ອງ​ໝາຍ​ໃຫ້​ແກ່​ພວກ​ເຂົາ ເພື່ອ​ພວກ​ເຂົາ​ຈະ​ໄດ້​ຮູ້​ວ່າ ວຽກ​ງານ​ຂອງ​ພຣະ​ບິດາ​ໄດ້​ເລີ່ມ​ຕົ້ນ​ແລ້ວ, ເພື່ອ​ເຮັດ​ໃຫ້​ພັນທະ​ສັນ​ຍາ ຊຶ່ງ​ພຣະ​ອົງ​ໄດ້​ກະ​ທຳ​ໄວ້​ກັບ​ຜູ້​ຄົນ​ຜູ້​ເປັນ​ເຊື້ອ​ສາຍ​ອິດສະ​ຣາເອນ​ສຳ​ເລັດ.

8 ແລະ ເມື່ອ​ມື້​ນັ້ນ​ມາ​ເຖິງ, ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ກະສັດ​ຈະ​ປາກ​ບໍ່​ອອກ; ເພາະ​ພວກ​ເພິ່ນ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ບໍ່​ເຄີຍ​ບອກ​ເລົ່າ; ແລະ ພວກ​ເພິ່ນ​ຈະ​ພິ​ຈາ​ລະ​ນາ​ສິ່ງ​ທີ່​ບໍ່​ເຄີຍ​ໄດ້​ຍິນ.

9 ເພາະວ່າ​ໃນ​ມື້​ນັ້ນ ເພື່ອ​ເຮົາ​ພຣະ​ບິດາ​ຈະ​ກະ​ທຳ​ວຽກ​ງານ​ຢ່າງ​ໜຶ່ງ, ຊຶ່ງຈະ​ເປັນ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ​ໃຈ​ໃນ​ບັນ​ດາ​ພວກ​ເຂົາ; ແລະ ຈະ​ມີ​ຄົນ​ໃນ​ບັນ​ດາ​ພວກ​ເຂົາ​ທີ່​ຈະ​ບໍ່​ເຊື່ອ​ເລື່ອງ​ນີ້, ເຖິງ​ແມ່ນ​ວ່າ​ຈະ​ມີ​ຄົນ​ມາ​ປະ​ກາດ​ເລື່ອງ​ນີ້​ແກ່​ເຂົາ​ກໍ​ຕາມ.

10 ແຕ່​ຈົ່ງ​ເບິ່ງ, ຊີ​ວິດ​ຂອງ​ຂ້າ​ໃຊ້​ຂອງ​ເຮົາ​ຈະ​ຢູ່​ໃນ​ມື​ເຮົາ; ສະນັ້ນ ພວກ​ເຂົາ​ຈະ​ບໍ່​ທຳ​ຮ້າຍ​ລາວ ເຖິງ​ແມ່ນ​ວ່າ​ລາວ​ຈະ​ໄດ້ ຮັບ​ບາດ​ເຈັບ​ເພາະ​ພວກ​ເຂົາ​ກໍ​ຕາມ. ແຕ່​ເຮົາ​ຈະ​ປິ່ນ​ປົວ​ລາວ ເພາະ​ວ່າ​ເຮົາ​ຈະ​ສະແດງ​ໃຫ້​ພວກ​ເຂົາ​ເຫັນ​ວ່າ ຄວາມ​ສະຫລຽວ​ສະຫລາດ ຂອງ​ເຮົາ​ນັ້ນ​ຍິ່ງ​ໃຫຍ່​ກວ່າ​ເລ່​ຫລ່ຽມ​ຂອງ​ມານ.

11 ສະນັ້ນ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ຜູ້​ໃດ​ກໍ​ຕາມ​ທີ່​ຈະ​ບໍ່​ເຊື່ອ​ໃນ​ຄຳ​ຂອງ​ເຮົາ, ຜູ້​ເປັນ​ພຣະ​ເຢຊູ​ຄຣິດ ຊຶ່ງ​ພຣະ​ບິດາ​ຈະ​ເຮັດ​ໃຫ້ ລາວ​ນຳ​ອອກ​ໄປ​ຫາ​ຄົນ​ຕ່າງ​ຊາດ ແລະ ຈະ​ປະທານ​ອຳນາດ​ໃຫ້​ລາວ​ເພື່ອ​ລາວ​ຈະ​ນຳ​ມັນ​ອອກ​ໄປ​ຫາ​ຄົນ​ຕ່າງ​ຊາດ, (ມັນ​ຈະ​ເປັນ​ໄປ​ຄື​ກັນ​ກັບ​ໂມເຊ​ກ່າວ​ໄວ້) ພວກ​ເຂົາ​ຈະ​ຖືກ ຕັດ​ອອກ​ຈາກ​ບັນ​ດາ​ຜູ້​ຄົນ​ຂອງ​ເຮົາ​ຜູ້​ຢູ່​ໃນ​ພັນທະ​ສັນ​ຍາ.

12 ແລະ ຜູ້​ຄົນ​ຂອງ​ເຮົາ​ຜູ້​ທີ່​ເຫລືອ​ຢູ່​ຂອງ​ຢາໂຄບ​ຈະ​ຢູ່​ໃນ​ບັນ​ດາ​ຄົນ​ຕ່າງ​ຊາດ, ແທ້​ຈິງ​ແລ້ວ, ຈະ​ຢູ່​ທ່າມ​ກາງ​ພວກ​ເຂົາ​ເໝືອນ​ດັ່ງ ສິງ​ໃນ​ບັນ​ດາ​ສັດ​ໃນ​ປ່າ, ແລະ ດັ່ງ​ສິງ​ໜຸ່ມ​ຢູ່​ໃນ​ບັນ​ດາ​ຝູງ​ແກະ ຊຶ່ງ​ຖ້າ​ຫາກ​ມັນ​ຜ່ານ​ໄປ ທັງ​ຈະ ຢຽບ​ຍ່ຳ ແລະ ຈີກ​ເປັນ​ຕ່ອນໆ, ແລະ ບໍ່​ມີ​ໃຜ​ປົດ​ປ່ອຍ​ໄດ້.

13 ມື​ຂອງ​ພວກ​ເຂົາ​ຈະ​ຍົກ​ຢູ່​ເທິງ​ຜູ້​ປໍ​ລະ​ປັກ​ຂອງ​ພວກ​ເຂົາ, ແລະ ສັດ​ຕູ​ຂອງ​ພວກ​ເຂົາ​ຈະ​ຖືກ​ຕັດ​ອອກ​ໄປ​ທັງ​ໝົດ.

14 ແທ້​ຈິງ​ແລ້ວ, ວິບັດ​ແກ່​ຄົນ​ຕ່າງ​ຊາດ ຖ້າ​ຫາກ​ພວກ​ເຂົາ​ບໍ່ ກັບ​ໃຈ; ເພາະ​ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ໃນ​ມື້​ນັ້ນ, ພຣະ​ບິດາ​ໄດ້​ກ່າວ, ວ່າ​ເຮົາ​ຈະ​ເອົາ​ມ້າ​ຂອງ​ເຈົ້າ​ໄປ​ຈາກ​ທ່າມ​ກາງ​ພວກ​ເຈົ້າ, ແລະ ເຮົາ​ຈະ​ທຳ​ລາຍ​ລໍ້​ຂອງ​ເຈົ້າ;

15 ແລະ ເຮົາ​ຈະ​ທຳ​ລາຍ​ເມືອງ​ທັງ​ຫລາຍ​ໃນ​ແຜ່ນ​ດິນ​ຂອງ​ເຈົ້າ, ແລະ ຈະ​ຢຽບ​ຍ່ຳ​ທີ່​ໝັ້ນ​ທັງ​ໝົດ​ຂອງ​ເຈົ້າ;

16 ແລະ ເຮົາ​ຈະ​ຕັດ​ການ​ໃຊ້​ຄາ​ຖາ​ອອກ​ໄປ​ຈາກ​ແຜ່ນ​ດິນ​ຂອງ​ເຈົ້າ, ແລະ ເຈົ້າ​ຈະ​ບໍ່​ມີ​ໝໍ​ດູ​ອີກ​ຕໍ່​ໄປ;

17 ຮູບ​ຄວັດ​ສະ​ຫລັກ​ຂອງ​ເຈົ້າ​ເຮົາ​ຈະ​ຕັດ​ອອກ​ນຳ​ອີກ, ແລະ ຮູບ​ບູຊາ​ຂອງ​ເຈົ້າ​ອອກ​ຈາກ​ທ່າມ​ກາງ​ພວກ​ເຈົ້າ, ແລະ ເຈົ້າ​ຈະ​ບໍ່​ກາບ​ໄຫວ້​ວຽກ​ງານ​ຈາກ​ມື​ຂອງ​ເຈົ້າ​ອີກ​ຕໍ່​ໄປ;

18 ແລະ ເຮົາ​ຈະ​ຖອນ​ປ່າ​ອອກ​ຈາກ​ທ່າມ​ກາງ​ພວກ​ເຈົ້າ; ເຮົາ​ຈະ​ທຳ​ລາຍ​ເມືອງ​ຂອງ​ເຈົ້າ​ນຳ​ອີກ.

19 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ການ​ເວົ້າ​ຕົວະ, ແລະ ການ​ຫລອກ​ລວງ, ແລະ ການ​ອິດ​ສາ​ບັງ​ບຽດ, ແລະ ການ​ຜິດ​ຖຽງ​ກັນ, ແລະ ການ​ຫລອກ​ລວງ​ຂອງ​ປະ​ໂລ​ຫິດ, ແລະ ການ​ໂສ​ເພ​ນີ ຈະ​ສູນ​ສິ້ນ​ໄປ​ທັງ​ໝົດ.

20 ເພາະ​ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ, ພຣະ​ບິດາ​ໄດ້​ກ່າວ, ວ່າ​ໃນ​ມື້​ນັ້ນ​ຜູ້​ໃດ​ກໍ​ຕາມ​ທີ່​ຈະ​ບໍ່​ກັບ​ໃຈ ແລະ ບໍ່​ມາ​ຫາ​ບຸດ​ທີ່​ຮັກ​ຂອງ​ເຮົາ, ເຮົາ​ຈະ​ຕັດ​ເຂົາ​ອອກ​ຈາກ​ບັນ​ດາ​ຜູ້​ຄົນ​ຂອງ​ເຮົາ, ໂອ້ ເຊື້ອ​ສາຍ​ອິດສະ​ຣາເອນ;

21 ແລະ ເຮົາ​ຈະ​ທຳ​ການ​ແກ້​ແຄ້ນ ແລະ ໂມ​ໂຫ​ຮ້າຍ​ພວກ​ເຂົາ​ດັ່ງ​ທີ່​ກັບ​ຄົນ​ນອກ​ສາດ​ສະ​ໜາ, ຢ່າງ​ທີ່​ພວກ​ເຂົາ​ບໍ່​ເຄີຍ​ໄດ້​ຍິນ.

22 ແຕ່​ຖ້າ​ຫາກ​ພວກ​ເຂົາ​ຈະ​ກັບ​ໃຈ ແລະ ເຊື່ອ​ຟັງ​ຄຳ​ຂອງ​ເຮົາ, ແລະ ບໍ່​ເຮັດ​ໃຈ​ແຂງ​ກະ​ດ້າງ​ແລ້ວ, ເຮົາ​ຈະ ສະຖາ​ປະນາ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ​ຂຶ້ນ​ໃນ​ບັນ​ດາ​ພວກ​ເຂົາ, ແລະ ພວກ​ເຂົາ​ຈະ​ເຂົ້າ​ມາ​ສູ່​ພັນທະ​ສັນ​ຍາ ແລະ ຖືກ ນັບ​ເຂົ້າ​ຢູ່​ໃນ​ບັນ​ດາ​ຜູ້​ທີ່​ເຫລືອ​ຢູ່​ນີ້​ຂອງ​ຢາໂຄບ, ຊຶ່ງ​ເຮົາ​ໄດ້​ມອບ​ແຜ່ນ​ດິນ​ນີ້​ໃຫ້​ເປັນ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຂົາ;

23 ແລະ ພວກ​ເຂົາ​ຈະ​ຊ່ວຍ​ເຫລືອ​ຜູ້​ຄົນ​ຂອງ​ເຮົາ, ຜູ້​ທີ່​ເຫລືອ​ຢູ່​ຂອງ​ຢາໂຄບ, ແລະ ຫລາຍ​ຕໍ່​ຫລາຍ​ຄົນ​ຂອງ​ເຊື້ອ​ສາຍ​ອິດສະ​ຣາເອນ​ທີ່​ຈະ​ກັບ​ມາ​ອີກ, ເພື່ອ​ພວກ​ເຂົາ​ຈະ​ສ້າງ​ເມືອງ​ໜຶ່ງ​ຂຶ້ນ, ຊຶ່ງ​ຈະ​ຖືກ​ເອີ້ນ​ວ່າ ເຢຣູ​ຊາເລັມ​ໃໝ່.

24 ແລະ ແລ້ວ​ພວກ​ເຂົາ​ຈະ​ຊ່ວຍ​ເຫລືອ​ຜູ້​ຄົນ​ຂອງ​ເຮົາ​ເພື່ອ​ພວກ​ເຂົາ​ທີ່​ແຕກ​ກະ​ຈັດ​ກະ​ຈາຍ​ກັນ​ໄປ​ຕາມ​ຜືນ​ແຜ່ນ​ດິນ​ຈະ​ໄດ້​ຖືກ​ເຕົ້າ​ໂຮມ​ມາ​ສູ່​ເຢຣູ​ຊາເລັມ​ໃໝ່.

25 ແລະ ແລ້ວ ອຳນາດ​ຂອງ​ສະຫວັນ​ຈະ​ລົງ​ມາ​ເທິງ​ບັນ​ດາ​ພວກ​ເຂົາ; ແລະ ເຮົາ​ຈະ​ຢູ່​ໃນ​ທ່າມ​ກາງ​ພວກ​ເຂົາ​ເໝືອນ​ກັນ.

26 ແລະ ແລ້ວ​ວຽກ​ງານ​ຂອງ​ພຣະ​ບິດາ​ຈະ​ເລີ່ມ​ຕົ້ນ​ໃນ​ມື້​ນັ້ນ, ເມື່ອ​ພຣະ​ກິດ​ຕິ​ຄຸນ​ນີ້​ຖືກ​ສັ່ງ​ສອນ​ໃນ​ບັນ​ດາ​ຜູ້​ທີ່​ເຫລືອ​ຢູ່​ຂອງ​ຜູ້​ຄົນ​ພວກ​ນີ້. ຕາມ​ຈິງ​ແລ້ວ​ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ໃນ​ມື້​ນັ້ນ​ວຽກ​ງານ​ຂອງ​ພຣະ​ບິດາ​ຈະ ເລີ່ມ​ຕົ້ນ​ໃນ​ບັນ​ດາ​ຜູ້​ຄົນ​ທັງ​ໝົດ​ຂອງ​ເຮົາ​ທີ່​ແຕກ​ກະ​ຈັດ​ກະ​ຈາຍ​ກັນ​ໄປ, ແທ້​ຈິງ​ແລ້ວ, ແມ່ນ​ແຕ່​ເຜົ່າ​ທີ່ ຫາຍ​ໄປ, ຊຶ່ງ​ພຣະ​ບິດາ​ໄດ້​ນຳ​ພວກ​ເຂົາ​ອອກ​ໄປ​ຈາກ​ເຢຣູ​ຊາເລັມ.

27 ແທ້​ຈິງ​ແລ້ວ, ວຽກ​ງານ​ຈະ​ເລີ່ມ​ຕົ້ນ​ດ້ວຍ​ພຣະ​ບິດາ​ໃນ​ບັນ​ດາ​ຜູ້​ຄົນ​ທັງ​ໝົດ​ຂອງ​ເຮົາ​ທີ່ ແຕກ​ກະ​ຈັດ​ກະ​ຈາຍ​ກັນ​ໄປ, ເພື່ອ​ຕຽມ​ທາງ​ໄວ້ ຊຶ່ງ​ໂດຍ​ທາງ​ນັ້ນ ພວກ​ເຂົາ​ຈະ​ມາ​ຫາ​ເຮົາ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ເອີ້ນ​ຫາ​ພຣະ​ບິດາ​ໃນ​ນາມ​ຂອງ​ເຮົາ.

28 ແທ້​ຈິງ​ແລ້ວ, ແລະ ແລ້ວ​ວຽກ​ງານ​ຈະ​ເລີ່ມ​ຕົ້ນ​ດ້ວຍ​ພຣະ​ບິດາ​ໃນ​ບັນ​ດາ​ປະ​ຊາ​ຊາດ​ທັງ​ປວງ ໃນ​ການ​ຕຽມ​ທາງ​ໄວ້ ຊຶ່ງ​ທາງ​ນັ້ນ ພຣະ​ອົງ​ຈະ ເຕົ້າ​ໂຮມ​ຜູ້​ຄົນ​ຂອງ​ພຣະ​ອົງ​ກັບ​ບ້ານ ສູ່​ແຜ່ນ​ດິນ​ຊຶ່ງ​ເປັນ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຂົາ.

29 ແລະ ພວກ​ເຂົາ​ຈະ​ອອກ​ຈາກ​ປະ​ຊາ​ຊາດ​ທັງ​ໝົດ; ແລະ ພວກ​ເຂົາ​ຈະ​ບໍ່​ອອກ​ໄປ​ດ້ວຍ ຄວາມ​ຮີບ​ຮ້ອນ, ຫລື ຫລົບ​ໜີ​ໄປ, ເພາະ​ເຮົາ​ຈະ​ນຳ​ໜ້າ​ພວກ​ເຂົາ​ໄປ, ພຣະ​ບິດາ​ໄດ້​ກ່າວ, ແລະ ເຮົາ​ຈະ​ຮັກ​ສາ​ທາງ​ຫລັງ​ຂອງ​ພວກ​ເຂົາ.