ພຣະ​ຄຳ​ພີ
3 ນີໄຟ 24


ບົດ​ທີ 24

ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຈັດ​ຕຽມ​ທາງ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ—ພຣະ​ຄຣິດ​ຈະ​ປະ​ທັບ​ນັ່ງ​ເປັນ​ຜູ້​ພິ​ພາກ​ສາ—ຊາວ​ອິດສະ​ຣາເອນ​ຖືກ​ບັນ​ຊາ​ໃຫ້​ຈ່າຍ​ສ່ວນ​ສິບ ແລະ ຖວາຍ​ເຄື່ອງ​ບູຊາ—ປຶ້ມ​ແຫ່ງ​ຄວາມ​ຊົງ​ຈຳ​ຖືກ​ຮັກ​ສາ​ໄວ້—ປຽບ​ທຽບ​ກັບ ມາ​ລາ​ກີ 3. ປະ​ມານ ຄ.ສ. 34.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ອົງ​ບັນ​ຊາ​ໃຫ້​ພວກ​ເພິ່ນ​ຂຽນ​ຖ້ອຍ​ຄຳ​ຊຶ່ງ​ພຣະ​ບິດາ​ໄດ້​ປະທານ​ໃຫ້​ແກ່​ມາ​ລາ​ກີ ຊຶ່ງ​ພຣະ​ອົງ​ຈະ​ບອກ​ແກ່​ພວກ​ເພິ່ນ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ທີ່​ພວກ​ເພິ່ນ​ໄດ້​ຂຽນ​ຂໍ້​ຄວາມ​ເຫລົ່າ​ນີ້​ແລ້ວ ພຣະ​ອົງ​ໄດ້​ຊີ້​ແຈງ​ກັບ​ພວກ​ເພິ່ນ. ແລະ ນີ້​ຄື​ຂໍ້​ຄວາມ​ທີ່​ພຣະ​ອົງ​ໄດ້​ບອກ​ແກ່​ພວກ​ເພິ່ນ, ມີ​ຄວາມ​ວ່າ: ພຣະ​ບິດາ​ກ່າວ​ກັບ​ມາ​ລາ​ກີ​ດັ່ງ​ນີ້—ຈົ່ງ​ເບິ່ງ, ເຮົາ​ຈະ​ສົ່ງ ທູດ​ຂອງ​ເຮົາ​ໄປ​ຈັດ​ຕຽມ​ທາງ​ໄວ້​ສຳ​ລັບ​ເຮົາ, ແລ້ວ ໃນ​ທັນ​ໃດ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ອົງ​ທີ່​ພວກ​ເຈົ້າ​ສະແຫວງ​ຫາ​ກໍ​ຈະ​ສະ​ເດັດ​ມາ​ທີ່​ພຣະ​ວິຫານ​ຂອງ​ພຣະ​ອົງ, ເຖິງ​ແມ່ນ​ທູດ​ແຫ່ງ​ພັນທະ​ສັນ​ຍາ​ຊຶ່ງ​ພວກ​ເຈົ້າ​ເບີກ​ບານ​ໃນ​ພຣະ​ອົງ; ຈົ່ງ​ເບິ່ງ, ພຣະ​ອົງ​ຈະ​ມາ, ຈອມ​ໂຍທາ​ໄດ້​ກ່າວ.

2 ແຕ່​ໃຜ​ຈະ ຢູ່​ໃນ​ວັນ​ທີ່​ພຣະ​ອົງ​ສະ​ເດັດ​ມາ? ໃຜ​ຈະ​ຢືນ​ຢູ່​ເມື່ອ​ພຣະ​ອົງ​ສະ​ເດັດ​ມາ​ປະກົດ? ເພາະ​ວ່າ​ພຣະ​ອົງ​ເປັນ​ເໝືອນ​ດັ່ງ​ໄຟ​ທີ່ ຫລອມ​ໂລ​ຫະ, ແລະ ເປັນ​ເໝືອນ​ດັ່ງ​ສະ​ບູ​ທີ່​ມີ​ພະ​ລັງ​ແຮງ​ຂອງ​ຄົນ​ຊັກ​ຜ້າ.

3 ແລະ ພຣະ​ອົງ​ຈະ​ປະ​ທັບ​ນັ່ງ​ດັ່ງ​ຜູ້​ຫລອມ​ເງິນ​ໃຫ້​ບໍ​ລິ​ສຸດ; ແລະ ພຣະ​ອົງ​ຈະ​ຊຳລະ ພວກ​ລູກ​ຊາຍ​ຂອງເລວີ, ແລະ ເຮັດ​ໃຫ້​ພວກ​ເຂົາ​ບໍ​ລິ​ສຸດ ດັ່ງ​ດຽວ​ກັນ​ກັບ​ຄຳ ແລະ ເງິນ​ທີ່​ຫລອມ​ແລ້ວ, ເພື່ອ​ພວກ​ເຂົາ​ຈະ​ນຳ​ເຄື່ອງ​ຖວາຍ​ບູຊາ​ທີ່​ຖືກ​ຕ້ອງ​ມາ ຖວາຍ​ແດ່​ພຣະ​ຜູ້​ເປັນ​ເຈົ້າ.

4 ເມື່ອ​ນັ້ນ​ເຄື່ອງ​ຖວາຍ​ຂອງ​ຢູ​ດາ ແລະ ເຢຣູ​ຊາເລັມ​ຈະ​ເປັນ​ທີ່​ພໍ​ພຣະ​ໄທ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ​ດັ່ງ​ໃນ​ສະ​ໄໝ​ບູຮານ ແລະ ດັ່ງ​ປີ​ກ່ອນໆ.

5 ແລະ ເຮົາ​ຈະ​ມາ​ໃກ້​ເຈົ້າ​ເພື່ອ​ພິ​ພາກ​ສາ; ແລະ ເຮົາ​ຈະ​ເປັນ​ພະຍານ​ຕໍ່​ສູ້​ພວກ​ໝໍ​ເວດ​ມົນ​ຄາ​ຖາ​ໃນ​ທັນ​ທີ, ແລະ ຕໍ່​ສູ້​ພວກ​ທີ່​ຫລິ້ນ​ຊູ້​ສູ່​ຜົວ​ເມຍ, ແລະ ຕໍ່​ສູ້​ພວກ​ທີ່​ເປັນ​ພະຍານ​ເທັດ, ແລະ ຕໍ່​ສູ້​ພວກ​ທີ່​ສໍ້​ໂກງ​ຄ່າ​ແຮງ​ງານ​ຂອງ​ລູກ​ຈ້າງ, ຕໍ່​ສູ້​ພວກ​ທີ່​ເອົາ​ປຽບ​ແມ່​ໝ້າຍ ແລະ ເດັກ​ກຳ​ພ້າ, ແລະ ຄົນ​ຕ່າງ​ດ້າວ, ແລະ ຕໍ່​ສູ້​ພວກ​ທີ່​ບໍ່​ຢຳເກງ​ເຮົາ, ຈອມ​ໂຍທາ​ໄດ້​ກ່າວ.

6 ເພາະ​ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ, ເຮົາ​ບໍ່​ປ່ຽນ​ແປງ; ສະນັ້ນ ພວກ​ເຈົ້າ​ຜູ້​ເປັນ​ເຊື້ອ​ສາຍ​ຂອງ​ຢາໂຄບ​ຍັງ​ບໍ່​ສູນ​ສິ້ນ​ໄປ​ເທື່ອ.

7 ເຖິງ​ແມ່ນ​ຕັ້ງ​ແຕ່​ວັນ​ເວລາ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຈົ້າ, ພວກ​ເຈົ້າ​ໄດ້ ໄປ​ຈາກ​ພິ​ທີ​ການ​ຂອງ​ເຮົາ, ແລະ ບໍ່​ໄດ້​ຮັກ​ສາ​ມັນ. ຈົ່ງ ກັບ​ມາ​ຫາ​ເຮົາ ແລະ ເຮົາ​ຈະ​ກັບ​ໄປ​ຫາ​ພວກ​ເຈົ້າ, ຈອມ​ໂຍທາ​ໄດ້​ກ່າວ. ແຕ່​ພວກ​ເຈົ້າ​ຖາມ​ວ່າ: ພວກ​ຂ້າ​ພຣະ​ອົງ​ຈະ​ເຮັດ​ຢ່າງ​ໃດ​ຈຶ່ງ​ຈະ​ສາ​ມາດ​ກັບ​ໄປ​ຫາ​ພຣະ​ອົງ​ໄດ້?

8 ມັນ​ເປັນ​ການ​ຖືກ​ຕ້ອງ​ບໍ​ທີ່​ມະນຸດ​ສໍ້​ໂກງ​ພຣະ​ເຈົ້າ? ແຕ່​ເຈົ້າ​ໄດ້​ສໍ້​ໂກງ​ເຮົາ. ແຕ່​ພວກ​ເຈົ້າ​ຖາມ​ວ່າ: ສໍ້​ໂກງ​ຢ່າງ​ໃດ? ກໍ​ສໍ້​ໂກງ​ໃນ​ເລື່ອງ​ໜຶ່ງ ສ່ວນ​ສິບ ແລະ ເຄື່ອງ​ຖວາຍ​ຕ່າງໆ​ນັ້ນ​ແຫລະ.

9 ພວກ​ເຈົ້າ​ຖືກ​ສາບ​ແຊ່ງ​ດ້ວຍ​ຄຳ​ສາບ​ແຊ່ງ, ກໍ​ເພາະ​ວ່າ​ຄົນ​ທັງ​ຊາດ​ສໍ້​ໂກງ​ເຮົາ.

10 ຈົ່ງ​ນຳ​ເງິນ​ເຕັມ​ຈຳນວນ​ໜຶ່ງ ສ່ວນ​ສິບ​ມາ​ຍັງ​ຄັງ ເພື່ອ​ວ່າ​ຈະ​ມີ​ອາຫານ​ໃນ​ບ້ານ​ຂອງ​ເຮົາ; ຈົ່ງ​ລອງ​ເຮັດ​ຢ່າງ​ນັ້ນ​ກັບ​ເຮົາ​ເບິ່ງ, ຈອມ​ໂຍທາ​ໄດ້​ກ່າວ, ແລະ ພວກ​ເຈົ້າ​ຈະ​ເຫັນ​ວ່າ ເຮົາ​ຈະ​ໄຂ​ປະຕູ​ສະຫວັນ ແລະ ຖອກ​ເທ ພຣະ​ພອນ​ລົງ​ມາ​ຍັງ​ພວກ​ເຈົ້າ ຈົນ​ວ່າ​ບໍ່​ມີ​ບ່ອນ​ໃສ່​ມັນ​ໄວ້.

11 ແລະ ເຮົາ​ຈະ​ຕິ​ຕຽນ​ຜູ້​ທີ່​ກືນ​ກິນ ເພາະ​ເຫັນ​ແກ່​ພວກ​ເຈົ້າ, ແລະ ມັນ​ຈະ​ບໍ່​ທຳ​ຮ້າຍ​ຜົນ​ຈາກ​ດິນ​ຂອງ​ພວກ​ເຈົ້າ; ທັງ​ຕົ້ນ​ອະງຸ່ນ​ຂອງ​ພວກ​ເຈົ້າ​ກໍ​ຈະ​ມີ​ໝາກ​ຫລາຍ​ກ່ອນ​ເວລາ, ຈອມ​ໂຍທາ​ໄດ້​ກ່າວ.

12 ແລະ ທຸກ​ປະ​ຊາ​ຊາດ​ຈະ​ເອີ້ນ​ພວກ​ເຈົ້າ​ວ່າ​ຜູ້​ມີ​ຄວາມ​ສຸກ, ເພາະ​ດິນ​ແດນ​ຂອງ​ພວກ​ເຈົ້າ​ຈະ​ເປັນ​ທີ່​ຢູ່​ອາ​ໄສ​ຢ່າງ​ຜາ​ສຸກ, ຈອມ​ໂຍທາ​ໄດ້​ກ່າວ.

13 ພວກ​ເຈົ້າ​ໄດ້​ເວົ້າ​ຈາ​ໃສ່​ຮ້າຍ​ເຮົາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ. ແຕ່​ພວກ​ເຈົ້າ​ຖາມ​ວ່າ: ພວກ​ຂ້າ​ພຣະ​ອົງ​ໄດ້​ເວົ້າ​ຈາ​ໃສ່​ຮ້າຍ​ຫຍັງ​ແດ່​ແກ່​ພຣະ​ອົງ?

14 ພວກ​ເຈົ້າ​ໄດ້​ເວົ້າ​ວ່າ: ຮັບ​ໃຊ້​ພຣະ​ເຈົ້າ​ນັ້ນ​ບໍ່​ມີ​ປະ​ໂຫຍດ, ແລະ ມີ​ປະ​ໂຫຍດ​ຫຍັງ​ທີ່​ຈະ​ປະ​ຕິ​ບັດ​ຕາມ ພິ​ທີ​ການ​ຕ່າງໆ​ຂອງ​ພຣະ​ອົງ ແລະ ເສຍ​ໃຈ​ຕໍ່​ສິ່ງ​ທີ່​ພວກ​ເຮົາ​ໄດ້​ເຮັດ​ມາ​ຕໍ່​ພຣະ​ພັກ​ຂອງ​ຈອມ​ໂຍທາ?

15 ແລະ ບັດ​ນີ້​ພວກ​ເຮົາ​ເອີ້ນ​ຄົນ​ອວດ​ດີ​ວ່າ​ຄົນ​ມີ​ຄວາມ​ສຸກ; ແທ້​ຈິງ​ແລ້ວ, ຄົນ​ທີ່​ເຮັດ​ຄວາມ​ຊົ່ວ​ຮ້າຍ​ວ່າ​ສູງ​ສົ່ງ; ແທ້​ຈິງ​ແລ້ວ, ວ່າ​ແຕ່​ຄົນ​ທົດ​ລອງ​ພຣະ​ເຈົ້າ​ກໍ​ບໍ່​ໄດ້​ຮັບ​ໂທດ​ຫຍັງ​ເລີຍ.

16 ແລ້ວ​ຄົນ​ທີ່​ຢຳເກງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້ ເວົ້າ​ກັນ​ເລື້ອຍໆ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮັບ​ຟັງ ແລະ ໄດ້​ຍິນ; ແລະ ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ ມີ ໜັງ​ສື​ແຫ່ງ​ຄວາມ​ຊົງ​ຈຳ​ເຫລັ້ມ​ໜຶ່ງ​ທີ່​ບັນ​ທຶກ​ລາຍ​ຊື່​ຂອງ​ຄົນ​ທີ່​ຢຳເກງ​ພຣະ​ຜູ້​ເປັນ​ເຈົ້າ​ໄວ້, ແລະ ເຄົາ​ລົບ​ພຣະ​ນາມ​ຂອງ​ພຣະ​ອົງ.

17 ພວກ​ເຂົາ​ຈະ​ເປັນ​ຜູ້​ຄົນ​ຂອງ​ເຮົາ, ຈອມ​ໂຍທາ​ໄດ້​ກ່າວ, ໃນ​ມື້​ນັ້ນ​ເມື່ອ​ເຮົາ ຮວບ​ຮວມ​ເຄື່ອງ​ເພັດ​ຂອງ​ເຮົາ; ແລະ ເຮົາ​ຈະ​ລະ​ເວັ້ນ​ມັນ ດັ່ງ​ມະນຸດ​ລະ​ເວັ້ນ​ບຸດ​ຂອງ​ຕົນ ທີ່​ຮັບ​ໃຊ້​ຕົນ.

18 ເມື່ອ​ນັ້ນ​ເຈົ້າ​ຈະ​ກັບ​ມາ ແລະ ຫລິງ​ເຫັນ​ຄວາມ​ແຕກ​ຕ່າງ​ລະຫວ່າງ​ຄົນ​ຊອບ​ທຳ ແລະ ຄົນ​ຊົ່ວ, ລະຫວ່າງ​ຜູ້​ຮັບ​ໃຊ້​ພຣະ​ເຈົ້າ ແລະ ຜູ້​ທີ່​ບໍ່​ຮັບ​ໃຊ້​ພຣະ​ອົງ.