ພຣະ​ຄຳ​ພີ
3 ນີໄຟ 25


ບົດ​ທີ 25

ໃນ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ, ຄົນ​ອວດ​ດີ ແລະ ຄົນ​ຊົ່ວ​ຈະ​ຖືກ​ເຜົາ​ຄື​ກັນ​ກັບ​ເຟືອງ​ເຂົ້າ—ເອລີ​ຢາ​ຈະ​ກັບ​ຄືນ​ມາ​ກ່ອນ​ມື້​ອັນ​ຍິ່ງ​ໃຫຍ່ ແລະ ໜ້າ​ຢ້ານ​ກົວ​ນັ້ນ—ປຽບ​ທຽບ​ກັບ ມາ​ລາ​ກີ 4. ປະ​ມານ ຄ.ສ. 34.

1 ເພາະ​ຈົ່ງ​ເບິ່ງ, ມື້​ນັ້ນ​ຍ່ອມ​ມາ​ເຖິງ​ເມື່ອ​ຈະ ໄໝ້​ດັ່ງ​ເຕົາ​ໄຟ; ແລະ ຄົນ​ອວດ​ດີ​ທັງ​ໝົດ, ແທ້​ຈິງ​ແລ້ວ, ຄົນ​ທັງ​ໝົດ​ທີ່​ເຮັດ​ຄວາມ​ຊົ່ວ​ຮ້າຍ​ຈະ​ເປັນ​ຄື​ກັນ​ກັບ​ເຟືອງ​ເຂົ້າ; ແລະ ເມື່ອ​ວັນ​ນັ້ນ​ມາ​ເຖິງ ມັນ​ຈະ​ໄໝ້​ພວກ​ເຂົາ​ຈົນ​ບໍ່​ມີ​ຫຍັງ​ເຫລືອ, ຈອມ​ໂຍທາ​ໄດ້​ກ່າວ, ແລະ ມັນ​ຈະ​ບໍ່​ເຫລືອ​ທັງ​ຮາກ ຫລື ກິ່ງ​ໃຫ້​ພວກ​ເຂົາ​ເລີຍ.

2 ແຕ່​ສຳ​ລັບ​ເຈົ້າ​ທີ່​ຢຳເກງ​ນາມ​ຂອງ​ເຮົາ, ພຣະ​ບຸດ​ແຫ່ງ​ຄວາມ​ຊອບ​ທຳ​ຈະ​ລຸກ​ຂຶ້ນ​ດ້ວຍ​ປີກ​ຂອງ​ພຣະ​ອົງ​ທີ່​ປິ່ນ​ປົວ, ແລະ ເຈົ້າ​ຈະ​ອອກ​ໄປ ແລະ ເຕີບ​ໂຕ​ຂຶ້ນ ດັ່ງ ລູກ​ງົວ​ໃນ​ຄອກ.

3 ແລະ ເຈົ້າ​ຈະ ຢຽບ​ຍ່ຳ​ຄົນ​ຊົ່ວ; ເພາະ​ພວກ​ເຂົາ​ຈະ​ເປັນ​ດັ່ງ​ຂີ້​ຝຸ່ນ​ທີ່​ຢູ່​ໃຕ້​ສົ້ນ​ຕີນ​ຂອງ​ເຈົ້າ​ໃນ​ມື້​ທີ່​ເຮົາ​ຈະ​ດຳ​ເນີນ​ການ​ນີ້, ຈອມ​ໂຍທາ​ໄດ້​ກ່າວ.

4 ຈົ່ງ​ຈື່​ຈຳ​ກົດ​ຂອງ​ໂມເຊ​ຜູ້​ຮັບ​ໃຊ້​ຂອງ​ເຮົາ, ພ້ອມ​ທັງ​ຂໍ້​ກຳ​ນົດ ແລະ ການ​ພິ​ພາກ​ສາ​ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ແກ່​ລາວ​ທີ່​ພູ ໂຮເຣັບ​ສຳ​ລັບ​ຊາວ​ອິດສະ​ຣາເອນ​ທຸກ​ຄົນ.

5 ຈົ່ງ​ເບິ່ງ, ເຮົາ​ຈະ​ສົ່ງ​ສາດ​ສະ​ດາ ເອລີ​ຢາ ມາ​ຫາ​ເຈົ້າ​ກ່ອນ​ການ​ມາ​ຂອງ ວັນ​ອັນ​ໜ້າ​ຢ້ານ​ກົວ ແລະ ສຳ​ຄັນ​ຍິ່ງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ;

6 ແລະ ລາວ​ຈະ ຫັນ​ໃຈ​ພໍ່​ມາ​ຫາ​ລູກ, ແລະ ຫັນ​ໃຈ​ລູກ​ໄປ​ຫາ​ພໍ່, ບໍ່​ດັ່ງ​ນັ້ນ ເຮົາ​ຈະ​ມາ ແລະ ທຳ​ລາຍ​ແຜ່ນ​ດິນ​ໂລກ​ດ້ວຍ​ຄຳ​ສາ​ບ​ແຊ່ງ.