ພຣະ​ຄຳ​ພີ
3 ນີໄຟ 26


ບົດ​ທີ 26

ພຣະ​ເຢຊູ​ຊີ້​ແຈງ​ທັງ​ໝົດ​ນັບ​ຕັ້ງ​ແຕ່​ຕົ້ນ​ຈົນ​ເຖິງ​ມື້​ສຸດ​ທ້າຍ—​ເດັກ​ແດງ​ທາ​ລົກ ແລະ ເດັກ​ນ້ອຍ​ເວົ້າ​ເລື່ອງ​ມະຫັດ​ສະຈັນ​ທີ່​ບໍ່​ອາດ​ສາ​ມາດ​ຂຽນ​ໄວ້​ໄດ້—ຜູ້​ທີ່​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ​ຖື​ວ່າ​ສິ່ງ​ຂອງ​ທັງ​ໝົດ​ທີ່​ພວກ​ເຂົາ​ມີ​ເປັນ​ຂອງ​ສ່ວນ​ລວມ. ປະ​ມານ ຄ.ສ. 34.

1 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ພຣະ​ເຢຊູ​ເລົ່າ​ເລື່ອງ​ເຫລົ່າ​ນີ້​ແລ້ວ ພຣະ​ອົງ​ຈຶ່ງ​ໄດ້​ຊີ້​ແຈງ​ເລື່ອງ​ເຫລົ່າ​ນີ້​ຕໍ່​ຝູງ​ຊົນ; ແລະ ພຣະ​ອົງ​ໄດ້​ຊີ້​ແຈງ​ເລື່ອງ​ທັງ​ໝົດ​ຕໍ່​ພວກ​ເຂົາ, ທັງ​ເລື່ອງ​ໃຫຍ່ ແລະ ເລື່ອງ​ນ້ອຍ.

2 ແລະ ພຣະ​ອົງ​ໄດ້​ກ່າວ​ວ່າ: ພຣະ​ຄຳ​ພີ​ເຫລົ່າ​ນີ້ ຊຶ່ງ​ພວກ​ເຈົ້າ​ບໍ່​ໄດ້​ມີ​ຢູ່​ນຳ, ພຣະ​ບິດາ​ຈຶ່ງ​ໄດ້​ບັນ​ຊາ​ໃຫ້​ເຮົາ​ມອບ​ໃຫ້​ແກ່​ພວກ​ເຈົ້າ; ເພາະ​ມັນ​ເປັນ​ຄວາມ​ສະຫລຽວ​ສະຫລາດ​ຂອງ​ພຣະ​ອົງ​ທີ່​ມັນ​ຄວນ​ຖືກ​ສົ່ງ​ຕໍ່​ໄປ​ໃຫ້​ຜູ້​ຄົນ​ລຸ້ນ​ຫລັງ.

3 ແລະ ພຣະ​ອົງ​ໄດ້​ຊີ້​ແຈງ​ເລື່ອງ​ທັງ​ໝົດ​ຕັ້ງ​ແຕ່​ຕົ້ນຈົນ​ເຖິງ​ເວລາ​ທີ່​ພຣະ​ອົງ​ຈະ​ສະ​ເດັດ​ມາ​ໃນ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ—​ແທ້​ຈິງ​ແລ້ວ, ຈົນ​ກະ​ທັ້ງ​ທຸກ​ເລື່ອງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ຜືນ​ແຜ່ນ​ດິນ​ໂລກ, ຈົນ​ກະ​ທັ້ງ ວັດ​ຖຸ​ຕ່າງໆ​ເປື່ອຍ​ໄປ​ດ້ວຍ​ໄຟ, ແລະ ແຜ່ນ​ດິນ​ໂລກ​ຈະ ຫົດ​ເຂົ້າ​ດັ່ງ​ມ້ວນ​ກະ​ດາດ, ແລະ ຟ້າ​ສະຫວັນ​ກັບ​ແຜ່ນ​ດິນ​ກໍ​ຈະ​ລ່ວງ​ພົ້ນ​ໄປ;

4 ແລະ ຈົນ​ກະ​ທັ້ງ​ເປັນ​ວັນ ອັນ​ຍິ່ງ​ໃຫຍ່ ແລະ ສຸດ​ທ້າຍ, ເມື່ອ​ທຸກ​ຜູ້​ຄົນ, ແລະ ທຸກ​ຕະກຸນ, ແລະ ທຸກ​ປະ​ຊາ​ຊາດ, ແລະ ທຸກ​ພາ​ສາ ຈະ​ມາ ຢືນ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ, ເພື່ອ​ຮັບ​ການ​ພິ​ພາກ​ສາ, ຕາມ​ວຽກ​ງານ​ຂອງ​ພວກ​ເຂົາ ບໍ່​ວ່າ​ຈະ​ເປັນ​ວຽກ​ງານ​ດີ ຫລື ວຽກ​ງານ​ຊົ່ວ—

5 ຖ້າ​ຫາກ​ມັນ​ເປັນ​ວຽກ​ງານ​ດີ, ກໍ​ຈະ​ໄດ້​ອອກ​ມາ​ຫາ ການ​ຟື້ນ​ຄືນ​ຊີ​ວິດ​ອັນ​ເປັນ​ນິດ; ແລະ ຖ້າ​ຫາກ​ມັນ​ເປັນ​ວຽກ​ງານ​ຊົ່ວ, ກໍ​ຈະ​ໄດ້​ອອກ​ມາ​ຫາ​ການ​ຟື້ນ​ຄືນ​ຊີ​ວິດ​ທີ່​ອັບ​ປະ​ໂຫຍດ; ໂດຍ​ເປັນ​ທາງ​ສອງ​ເສັ້ນ​ຄຽງ​ຄູ່​ກັນ​ໄປ, ເສັ້ນ​ໜຶ່ງ​ຢູ່​ມື​ເບື້ອງ​ໜຶ່ງ ແລະ ອີກ​ເສັ້ນ​ໜຶ່ງ​ຢູ່​ມື​ອີກ​ເບື້ອງ​ໜຶ່ງ, ອີງ​ຕາມ​ພຣະ​ເມດ​ຕາ, ແລະ ຕາມ ຄວາມ​ຍຸດ​ຕິ​ທຳ, ແລະ ຕາມ​ຄວາມ​ບໍ​ລິ​ສຸດ​ຊຶ່ງ​ມີ​ໃນ​ພຣະ​ຄຣິດ, ຜູ້​ຊຶ່ງ​ເປັນ​ຢູ່​ມາ ກ່ອນ​ໂລກ​ເລີ່ມ​ຕົ້ນ.

6 ແລະ ບັດ​ນີ້​ບໍ່​ອາດ​ຂຽນ​ມັນ​ໄວ້​ໃນ​ໜັງ​ສື​ເຫລັ້ມ​ນີ້​ໄດ້​ເຖິງ​ແມ່ນ​ໃນ ໜຶ່ງ​ສ່ວນ​ຮ້ອຍ​ຂອງ​ເລື່ອງ​ຊຶ່ງ​ພຣະ​ເຢຊູ​ໄດ້​ສິດ​ສອນ​ໄວ້​ແທ້ໆ​ແກ່​ຜູ້​ຄົນ;

7 ແຕ່​ຈົ່ງ​ເບິ່ງ ແຜ່ນ​ຈາລຶກ​ຂອງ​ນີໄຟ​ໄດ້​ບັນ​ຈຸ​ຫລາຍ​ກວ່າ​ນີ້​ຂອງ​ເລື່ອງ​ຊຶ່ງ​ພຣະ​ອົງ​ໄດ້​ສິດ​ສອນ​ຜູ້​ຄົນ.

8 ແລະ ສິ່ງ​ເຫລົ່າ​ນີ້​ຂ້າ​ພະ​ເຈົ້າ​ໄດ້​ຂຽນ​ໄວ້ ຊຶ່ງ​ເປັນ​ພຽງ​ສ່ວນ​ເລັກ​ໜ້ອຍ​ຂອງ​ເລື່ອງ​ທັງ​ໝົດ​ທີ່​ພຣະ​ອົງ​ໄດ້​ສິດ​ສອນ​ຜູ້​ຄົນ; ແລະ ຂ້າ​ພະ​ເຈົ້າ​ຂຽນ​ມັນ​ໄວ້​ໂດຍ​ມີ​ເຈດ​ຕະ​ນາ​ວ່າ ມັນ​ອາດ​ຈະ​ຖືກ​ນຳ​ມາ​ສູ່​ຜູ້​ຄົນ​ພວກ​ນີ້​ອີກ ຈາກ​ຄົນ​ຕ່າງ​ຊາດ​ຕາມ​ພຣະ​ຄຳ​ທີ່​ພຣະ​ເຢຊູ​ໄດ້​ກ່າວ​ໄວ້.

9 ແລະ ເມື່ອ​ພວກ​ເຂົາ​ໄດ້​ຮັບ​ເລື່ອງ​ນີ້​ແລ້ວ, ຊຶ່ງ​ສົມ​ຄວນ​ທີ່​ພວກ​ເຂົາ​ຈະ​ໄດ້​ຮັບ​ມັນ​ກ່ອນ, ເພື່ອ​ທົດ​ລອງ​ສັດທາ​ຂອງ​ພວກ​ເຂົາ, ແລະ ຖ້າ​ຫາກ​ເປັນ​ໄປ​ວ່າ ພວກ​ເຂົາ​ເຊື່ອ​ເລື່ອງ​ເຫລົ່າ​ນີ້ ເມື່ອ​ນັ້ນ ເລື່ອງ​ທີ່​ຍິ່ງ​ໃຫຍ່​ຈະ​ສະແດງ​ໃຫ້​ປະຈັກ​ແກ່​ພວກ​ເຂົາ.

10 ແລະ ຖ້າ​ຫາກ​ເປັນ​ໄປ​ວ່າ ພວກ​ເຂົາ​ບໍ່​ເຊື່ອ​ເລື່ອງ​ເຫລົ່າ​ນີ້, ເມື່ອ​ນັ້ນ​ເລື່ອງ​ທີ່​ຍິ່ງ​ໃຫຍ່​ກວ່າ​ນີ້​ຈະ​ຖືກ ກີດ​ກັນ​ໄວ້​ຈາກ​ພວກ​ເຂົາ, ຊຶ່ງ​ນຳ​ໄປ​ສູ່​ການ​ກ່າວ​ໂທດ​ພວກ​ເຂົາ.

11 ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ກຳ​ລັງ​ຈະ​ຂຽນ​ເລື່ອງ​ທັງ​ໝົດ​ທີ່​ບັນ​ທຶກ​ຢູ່​ໃນ​ແຜ່ນ​ຈາລຶກ​ຂອງ​ນີໄຟ​ຢູ່​ພໍ​ດີ, ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຫ້າມ​ໄວ້ ແລະ ກ່າວ​ວ່າ: ເຮົາ​ຈະ ທົດ​ລອງ​ສັດທາ​ຂອງ​ຜູ້​ຄົນ​ຂອງ​ເຮົາ.

12 ສະນັ້ນ​ຂ້າ​ພະ​ເຈົ້າ​ມໍມອນ​ຈຶ່ງ​ຂຽນ​ເລື່ອງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ບັນ​ຊາ​ຂ້າ​ພະ​ເຈົ້າ​ເທົ່າ​ນັ້ນ. ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ, ມໍມອນ​ຈົບ​ຂໍ້​ຄວາມ​ຂອງ​ຂ້າ​ພະ​ເຈົ້າ, ແລະ ຕໍ່​ໄປ​ນີ້​ຂ້າ​ພະ​ເຈົ້າ​ຈະ​ເລີ່ມ​ຂຽນ​ເລື່ອງ​ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ບັນ​ຊາ.

13 ສະນັ້ນ, ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ທ່ານ​ເຫັນ​ວ່າ ພຣະ​ເຈົ້າ​ໄດ້​ສິດ​ສອນ​ຜູ້​ຄົນ​ໂດຍ​ແທ້​ເປັນ​ເວລາ​ສາມ​ມື້, ແລະ ຫລັງ​ຈາກ​ນັ້ນ​ພຣະ​ອົງ​ໄດ້​ມາ ປະກົດ​ຕໍ່​ພວກ​ເຂົາ​ເປັນ​ບາງ​ຄັ້ງ​ບາງ​ຄາວ, ແລະ ໄດ້​ຫັກ ເຂົ້າ​ຈີ່​ເປັນ​ບາງ​ຄັ້ງ​ບາງ​ຄາວ, ແລະ ໃຫ້​ພອນ​ແກ່​ມັນ, ແລະ ໄດ້​ມອບ​ມັນ​ໃຫ້​ແກ່​ພວກ​ເຂົາ.

14 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ອົງ​ໄດ້​ສິດ​ສອນ ແລະ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່ ເດັກ​ນ້ອຍ​ຂອງ​ຝູງ​ຊົນ​ຊຶ່ງ​ໄດ້​ກ່າວ​ມາ​ແລ້ວ, ແລະ ພຣະ​ອົງ​ໄດ້ ມາຍ​ລີ້ນ​ຂອງ​ພວກ​ເຂົາ, ແລະ ພວກ​ເຂົາ​ໄດ້​ເວົ້າ​ເລື່ອງ​ອັນ​ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ​ກັບ​ພໍ່​ຂອງ​ພວກ​ເຂົາ, ແມ່ນ​ແຕ່​ຍິ່ງ​ໃຫຍ່​ກວ່າ​ສິ່ງ​ທີ່​ພຣະ​ອົງ​ໄດ້​ເປີດ​ເຜີຍ​ກັບ​ຜູ້​ຄົນ​ມາ​ແລ້ວ; ແລະ ພຣະ​ອົງ​ໄດ້​ມາຍ​ລີ້ນ​ຂອງ​ພວກ​ເຂົາ ເພື່ອ​ພວກ​ເຂົາ​ຈະ​ເວົ້າ​ອອກ​ມາ​ໄດ້.

15 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ທີ່​ພຣະ​ອົງ​ໄດ້​ສະ​ເດັດ​ຂຶ້ນ​ສະຫວັນ—ເທື່ອ​ທີ​ສອງ​ທີ່​ພຣະ​ອົງ​ໄດ້​ປະກົດ​ຕົວ​ຕໍ່​ພວກ​ເຂົາ, ແລະ ໄດ້​ກັບ​ຂຶ້ນ​ໄປ​ຫາ​ພຣະ​ບິດາ, ຫລັງ​ຈາກ​ໄດ້ ປິ່ນ​ປົວ​ຄົນ​ເຈັບ​ປ່ວຍ ແລະ ຄົນ​ເປ້ຍ​ລ່ອຍ​ທັງ​ໝົດ, ແລະ ໄດ້​ເປີດ​ຕາ​ໃຫ້​ຄົນ​ຕາ​ບອດ ແລະ ໄດ້​ເປີດ​ຫູ​ໃຫ້​ຄົນ​ຫູ​ໜວກ, ແລະ ເຖິງ​ຂະ​ໜາດ​ທີ່​ໄດ້​ປິ່ນ​ປົວ​ພະ​ຍາດ​ນາໆ​ປະ​ການ​ໃນ​ບັນ​ດາ​ພວກ​ເຂົາ, ແລະ ໄດ້​ໂຜດ​ຍົກ​ຊາຍ​ຄົນ​ໜຶ່ງ​ຄືນ​ຈາກ​ຕາຍ, ແລະ ໄດ້​ສະແດງ​ອຳນາດ​ຂອງ​ພຣະ​ອົງ​ໃຫ້​ພວກ​ເຂົາ​ເຫັນ, ແລ້ວ​ໄດ້​ສະ​ເດັດ​ຂຶ້ນ​ໄປ​ເຝົ້າ​ພຣະ​ບິດາ—

16 ຈົ່ງ​ເບິ່ງ, ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ມື້​ຕໍ່​ມາ​ຄື ຝູງ​ຊົນ​ໄດ້​ມາ​ເຕົ້າ​ໂຮມ​ກັນ, ແລະ ພວກ​ເຂົາ​ທັງ​ໄດ້​ເຫັນ ແລະ ໄດ້​ຍິນ ເດັກ​ນ້ອຍ​ເຫລົ່າ​ນີ້; ແທ້​ຈິງ​ແລ້ວ, ເຖິງ​ຂະ​ໜາດ​ເດັກ​ແດງ​ທາ​ລົກ​ກໍ​ໄດ້​ເປີດ​ປາກ​ເວົ້າ​ເລື່ອງ​ໜ້າ​ອັດ​ສະ​ຈັນ​ອອກ​ມາ; ແລະ ເລື່ອງ​ທີ່​ພວກ​ເຂົາ​ໄດ້​ເວົ້າ​ອອກ​ມາ​ນັ້ນ​ຖືກ​ຫ້າມ​ບໍ່​ໃຫ້​ຜູ້​ໃດ​ຂຽນ​ໄວ້.

17 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ສາ​ນຸ​ສິດ​ຜູ້​ຊຶ່ງ​ພຣະ​ເຢຊູ​ໄດ້​ເລືອກ​ໄວ້​ໄດ້​ເລີ່ມ​ຕົ້ນ ບັບຕິ​ສະມາ ແລະ ສິດ​ສອນ​ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ໄດ້​ມາ​ຫາ​ພວກ​ເພິ່ນ​ຕັ້ງ​ແຕ່​ເວລາ​ນັ້ນ​ໄປ; ແລະ ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ໄດ້​ຮັບ​ບັບຕິ​ສະມາ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ກໍ​ເຕັມ​ໄປ​ດ້ວຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

18 ແລະ ຫລາຍ​ຄົນ​ໃນ​ບັນ​ດາ​ພວກ​ເຂົາ​ໄດ້​ເຫັນ ແລະ ໄດ້​ຍິນ​ເລື່ອງ​ຊຶ່ງ​ບໍ່​ອາດ​ຈະ​ເວົ້າ​ໄດ້, ຊຶ່ງ​ມັນ ຖືກ​ຫ້າມ​ບໍ່​ໃຫ້​ຂຽນ​ໄວ້.

19 ແລະ ພວກ​ເຂົາ​ໄດ້​ສິດ​ສອນ, ແລະ ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ກັນ​ແລະ​ກັນ; ແລະ ພວກ​ເຂົາ​ຖື​ວ່າ ສິ່ງ​ຂອງ ທັງ​ໝົດ​ທີ່​ພວກ​ເຂົາ​ມີ ເປັນ​ຂອງ​ສ່ວນ​ລວມ, ທຸກ​ຄົນ​ປະ​ຕິ​ບັດ​ຕໍ່​ກັນ​ຢ່າງ​ທ່ຽງ​ທຳ.

20 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ດັ່ງ​ທີ່​ພຣະ​ເຢຊູ​ໄດ້​ບັນ​ຊາ​ພວກ​ເຂົາ.

21 ແລະ ຜູ້​ທີ່​ໄດ້​ຮັບ​ບັບຕິ​ສະມາ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຖືກ​ເອີ້ນ​ວ່າ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ.