ພຣະ​ຄຳ​ພີ
3 ນີໄຟ 27


ບົດ​ທີ 27

ພຣະ​ເຢຊູ​ບັນ​ຊາ​ໃຫ້​ພວກ​ເຂົາ​ເອີ້ນ​ສາດ​ສະ​ໜາ​ຈັກ​ຕາມ​ພຣະ​ນາມ​ຂອງ​ພຣະ​ອົງ—ພາ​ລະ​ກິດ ແລະ ການ​ເສຍ​ສະລະ​ຊົດ​ໃຊ້​ຂອງ​ພຣະ​ອົງ​ປະກອບ​ເປັນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ—ມະນຸດ​ຖືກ​ບັນ​ຊາ​ໃຫ້​ກັບ​ໃຈ ແລະ ຮັບ​ບັບຕິ​ສະມາ ເພື່ອ​ພວກ​ເຂົາ​ຈະ​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍ​ລິ​ສຸດ ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ—ພວກ​ເຂົາ​ຄວນ​ເປັນ​ດັ່ງ​ທີ່​ພຣະ​ເຢຊູ​ເປັນ. ປະ​ມານ ຄ.ສ. 34–35.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ໄລ​ຍະ​ເວລາ​ທີ່​ສາ​ນຸ​ສິດ​ຂອງ​ພຣະ​ເຢຊູ​ກຳ​ລັງ​ເດີນ​ທາງ​ໄປ​ສັ່ງ​ສອນ​ເລື່ອງ​ທີ່​ພວກ​ເພິ່ນ​ໄດ້​ຍິນ ແລະ ໄດ້​ເຫັນ​ມາ​ນັ້ນ, ແລະ ໄດ້​ໃຫ້​ບັບຕິ​ສະມາ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ, ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ສາ​ນຸ​ສິດ​ໄດ້​ມາ ເຕົ້າ​ໂຮມ​ກັນ​ເພື່ອ​ອະ​ທິ​ຖານ ແລະ ຖື​ສິນ​ອົດ​ເຂົ້າ​ຢ່າງ​ເອົາ​ຈິງ​ເອົາ​ຈັງ.

2 ແລະ ພຣະ​ອົງ​ໄດ້​ສະ​ເດັດ​ມາ ປະກົດ​ຕົວ​ຕໍ່​ພວກ​ເພິ່ນ​ອີກ, ເພາະ​ພວກ​ເພິ່ນ​ໄດ້​ອະ​ທິ​ຖານ​ຫາ​ພຣະ​ບິດາ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ, ແລະ ພຣະ​ເຢຊູ​ໄດ້​ສະ​ເດັດ​ມາ​ຢືນ​ຢູ່​ທ່າມ​ກາງ​ພວກ​ເພິ່ນ, ແລະ ຖາມ​ພວກ​ເພິ່ນ​ວ່າ: ເຈົ້າ​ຕ້ອງ​ການ​ອັນ​ໃດ​ຈາກ​ເຮົາ?

3 ແລະ ພວກ​ເພິ່ນ​ໄດ້​ກ່າວ​ກັບ​ພຣະ​ອົງ​ວ່າ: ພຣະ​ອົງ​ເຈົ້າ​ເອີຍ, ພວກ​ຂ້າ​ນ້ອຍ​ຢາກ​ໃຫ້​ພຣະ​ອົງ​ບອກ​ພວກ​ຂ້າ​ນ້ອຍ​ວ່າ​ພວກ​ຂ້າ​ນ້ອຍ​ຄວນ​ເອີ້ນ​ຊື່​ຂອງ​ສາດ​ສະ​ໜາ​ຈັກ​ນີ້​ວ່າ​ແນວ​ໃດ ເພາະ​ວ່າ​ໄດ້​ມີ​ການ​ໂຕ້​ຖຽງ​ກັນ​ໃນ​ບັນ​ດາ​ຜູ້​ຄົນ​ກ່ຽວ​ກັບ​ເລື່ອງ​ນີ້.

4 ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ພວກ​ເພິ່ນ​ວ່າ: ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ເປັນ​ດ້ວຍ​ເຫດ​ໃດ​ຜູ້​ຄົນ​ຈຶ່ງ​ຈົ່ມ ແລະ ໂຕ້​ຖຽງ​ກັນ​ເພາະ​ເລື່ອງ​ນີ້?

5 ພວກ​ເຂົາ​ບໍ່​ໄດ້​ອ່ານ​ພຣະ​ຄຳ​ພີ​ບໍ, ຊຶ່ງ​ມັນ​ບອກ​ໄວ້​ວ່າ ເຈົ້າ​ຕ້ອງ​ຮັບ​ເອົາ ພຣະ​ນາມ​ຂອງ​ພຣະ​ຄຣິດ, ຊຶ່ງ​ເປັນ​ນາມ​ຂອງ​ເຮົາ? ເພາະ​ໂດຍ​ນາມ​ນີ້​ເຈົ້າ​ຈະ​ຖືກ​ເອີ້ນ​ໃນ​ວັນ​ສຸດ​ທ້າຍ;

6 ແລະ ຜູ້​ໃດ​ທີ່​ຮັບ​ນາມ​ຂອງ​ເຮົາ, ແລະ ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ, ຜູ້​ນັ້ນ​ຈະ​ລອດ​ໃນ​ວັນ​ສຸດ​ທ້າຍ.

7 ສະນັ້ນ, ອັນ​ໃດ​ກໍ​ຕາມ​ທີ່​ເຈົ້າ​ຈະ​ເຮັດ, ຈົ່ງ​ເຮັດ​ໃນ​ນາມ​ຂອງ​ເຮົາ; ສະນັ້ນ ເຈົ້າ​ຈົ່ງ​ເອີ້ນ​ສາດ​ສະ​ໜາ​ຈັກ​ຕາມ​ນາມ​ຂອງ​ເຮົາ; ແລະ ເຈົ້າ​ຈົ່ງ​ເອີ້ນ​ຫາ​ພຣະ​ບິດາ​ໃນ​ນາມ​ຂອງ​ເຮົາ ເພື່ອ​ພຣະ​ອົງ​ຈະ​ປະທານ​ພອນ​ໃຫ້​ແກ່​ສາດ​ສະ​ໜາ​ຈັກ​ເພື່ອ​ເຫັນ​ແກ່​ເຮົາ.

8 ແລະ ມັນ​ຈະ​ເປັນ ສາດ​ສະ​ໜາ​ຈັກ ຂອງ​ເຮົາ​ໄດ້​ແນວ​ໃດ​ຖ້າ​ຫາກ​ມັນ​ບໍ່​ມີ​ຊື່​ຕາມ​ນາມ​ຂອງ​ເຮົາ? ເພາະ​ຖ້າ​ຫາກ​ສາດ​ສະ​ໜາ​ຈັກ​ມີ​ຊື່​ຕາມ​ຊື່​ຂອງ​ໂມເຊ, ແລ້ວ​ມັນ​ກໍ​ຈະ​ເປັນ​ສາດ​ສະ​ໜາ​ຈັກ​ຂອງ​ໂມເຊ; ຫລື ຖ້າ​ຫາກ​ມັນ​ມີ​ຊື່​ຕາມ​ຊື່​ຂອງ​ມະນຸດ, ມັນ​ກໍ​ຈະ​ເປັນ​ສາດ​ສະ​ໜາ​ຈັກ​ຂອງ​ມະນຸດ; ແຕ່​ຖ້າ​ຫາກ​ມັນ​ມີ​ຊື່​ຕາມ​ນາມ​ຂອງ​ເຮົາ, ມັນ​ກໍ​ຈະ​ເປັນ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ​ຖ້າ​ຫາກ​ເປັນ​ໄປ​ວ່າ​ມັນ​ຖືກ​ສ້າງ​ເທິງ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ.

9 ຕາມ​ຈິງ​ແລ້ວ​ເຮົາ​ກ່າວ​ກັບ​ເຈົ້າ, ວ່າ​ເຈົ້າ​ຖືກ​ສ້າງ​ເທິງ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ; ສະນັ້ນ​ອັນ​ໃດ​ກໍ​ຕາມ​ທີ່​ເຈົ້າ​ຈະ​ເອີ້ນ ເຈົ້າ​ຈົ່ງ​ເອີ້ນ​ຕາມ​ນາມ​ຂອງ​ເຮົາ; ສະນັ້ນ ຖ້າ​ຫາກ​ເຈົ້າ​ເອີ້ນ​ຫາ​ພຣະ​ບິດາ​ເພື່ອ​ສາດ​ສະ​ໜາ​ຈັກ, ແລະ ຖ້າ​ຫາກ​ມັນ​ເປັນ​ໄປ​ໃນ​ນາມ​ຂອງ​ເຮົາ ພຣະ​ບິດາ​ຈະ​ຮັບ​ຟັງ​ເຈົ້າ;

10 ແລະ ຖ້າ​ຫາກ​ເປັນ​ໄປ​ວ່າ​ສາດ​ສະ​ໜາ​ຈັກ​ຖືກ​ສ້າງ​ຂຶ້ນ​ເທິງ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ ແລ້ວ​ພຣະ​ບິດາ​ຈະ​ສະແດງ​ວຽກ​ງານ​ຂອງ​ພຣະ​ອົງ​ອອກ​ມາ​ໃນ​ນັ້ນ.

11 ແຕ່​ຖ້າ​ຫາກ​ມັນ​ບໍ່​ໄດ້​ຖືກ​ສ້າງ​ຂຶ້ນ​ເທິງ​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ, ແລະ ມັນ​ຖືກ​ສ້າງ​ຂຶ້ນ​ເທິງ​ວຽກ​ງານ​ຂອງ​ມະນຸດ, ຫລື ເທິງ​ວຽກ​ງານ​ຂອງ​ມານ, ຕາມ​ຈິງ​ແລ້ວ​ເຮົາ​ກ່າວ​ກັບ​ເຈົ້າ ພວກ​ເຂົາ​ຈະ​ມີ​ຄວາມ​ສຸກ​ໃນ​ວຽກ​ງານ​ຂອງ​ພວກ​ເຂົາ​ພຽງ​ຊົ່ວ​ໄລ​ຍະ​ໜຶ່ງ​ເທົ່າ​ນັ້ນ, ແລະ ໃນ​ບໍ່​ຊ້າ​ເວລາ​ສຸດ​ທ້າຍ​ຍ່ອມ​ມາ​ເຖິງ, ແລະ ພວກ​ເຂົາ​ຈະ​ຖືກ ໂຄ່ນ​ລົງ ແລະ ໂຍນ​ເຂົ້າ​ກອງ​ໄຟ, ຊຶ່ງ​ຈາກ​ບ່ອນ​ນັ້ນ​ຈະ​ບໍ່​ມີ​ທາງ​ຫວນ​ກັບ​ຄືນ​ໄດ້.

12 ເພາະ​ວ່າ​ວຽກ​ງານ​ຂອງ​ພວກ​ເຂົາ​ຈະ ຕິດ​ຕາມ​ພວກ​ເຂົາ, ເປັນ​ຍ້ອນ​ວຽກ​ງານ​ຂອງ​ພວກ​ເຂົາ​ທີ່​ພວກ​ເຂົາ​ຖືກ​ໂຄ່ນ​ລົງ; ສະນັ້ນ ຈົ່ງ​ຈື່​ຈຳ​ສິ່ງ​ທີ່​ເຮົາ​ໄດ້​ບອກ​ເຈົ້າ.

13 ຈົ່ງ​ເບິ່ງ ເຮົາ​ໄດ້​ມອບ ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ​ໃຫ້​ແກ່​ເຈົ້າ, ແລະ ນີ້​ຄື​ພຣະ​ກິດ​ຕິ​ຄຸນ​ຊຶ່ງ​ເຮົາ​ໄດ້​ມອບ​ໃຫ້​ແກ່​ເຈົ້າ—ຄື​ເຮົາ​ໄດ້​ມາ​ເກີດ​ໃນ​ໂລກ​ເພື່ອ​ກະ​ທຳ​ຕາມ ພຣະ​ປະສົງ​ຂອງ​ພຣະ​ບິດາ​ຂອງ​ເຮົາ, ເພາະ​ວ່າ​ພຣະ​ບິດາ​ຂອງ​ເຮົາ​ໄດ້​ສົ່ງ​ເຮົາ​ມາ.

14 ແລະ ພຣະ​ບິດາ​ຂອງ​ເຮົາ​ໄດ້​ສົ່ງ​ເຮົາ​ມາ​ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຖືກ ຍົກ​ຂຶ້ນ​ເທິງ​ໄມ້​ກາງ​ແຂນ; ແລະ ຫລັງ​ຈາກ​ເຮົາ​ໄດ້​ຖືກ​ຍົກ​ຂຶ້ນ​ເທິງ​ໄມ້​ກາງ​ແຂນ ເພື່ອ​ວ່າ​ເຮົາ​ຈະ​ໄດ້ ຊັກ​ນຳ​ຄົນ​ທັງ​ຫລາຍ​ມາ​ຫາ​ເຮົາ, ດັ່ງ​ທີ່​ເຮົາ​ໄດ້​ຖືກ​ຍົກ​ຂຶ້ນ​ໂດຍ​ມະນຸດ​ສັນ​ໃດ ມະນຸດ​ກໍ​ຈະ​ໄດ້​ຖືກ​ຍົກ​ຂຶ້ນ​ໂດຍ​ພຣະ​ບິດາ​ສັນ​ນັ້ນ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ມາ​ຢືນ​ຢູ່​ຕໍ່​ພຣະ​ພັກ​ຂອງ​ເຮົາ ເພື່ອ​ຮັບ ການ​ພິ​ພາກ​ສາ​ຕາມ​ວຽກ​ງານ​ຂອງ​ພວກ​ເຂົາ, ບໍ່​ວ່າ​ຈະ​ເປັນ​ວຽກ​ງານ​ດີ ຫລື ວຽກ​ງານ​ຊົ່ວ—

15 ແລະ ເປັນ​ດ້ວຍ​ເຫດ​ນີ້ ເຮົາ​ຈຶ່ງ​ຖືກ ຍົກ​ຂຶ້ນ; ສະນັ້ນ ຕາມ​ອຳນາດ​ຂອງ​ພຣະ​ບິດາ, ເຮົາ​ຈຶ່ງ​ຈະ​ຊັກ​ນຳ​ຄົນ​ທັງ​ຫລາຍ​ມາ​ຫາ​ເຮົາ, ເພື່ອ​ພວກ​ເຂົາ​ຈະ​ໄດ້​ຮັບ​ການ​ພິ​ພາກ​ສາ​ຕາມ​ວຽກ​ງານ​ຂອງ​ພວກ​ເຂົາ.

16 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຜູ້​ໃດ​ກໍ​ຕາມ​ທີ່ ກັບ​ໃຈ ແລະ ຮັບ​ບັບຕິ​ສະມາ​ໃນ​ນາມ​ຂອງ​ເຮົາ ຜູ້​ນັ້ນ​ຈະ​ເຕັມ​ປ່ຽມ; ແລະ ຖ້າ​ຫາກ​ເຂົາ ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ, ຈົ່ງ​ເບິ່ງ, ເຮົາ​ຈະ​ຖື​ວ່າ​ເຂົາ​ບໍ່​ມີ​ຄວາມ​ຜິດ​ຕໍ່​ພຣະ​ພັກ​ຂອງ​ພຣະ​ບິດາ​ຂອງ​ເຮົາ​ໃນ​ມື້​ນັ້ນ​ທີ່​ເຮົາ​ຈະ​ຢືນ​ຂຶ້ນ​ເພື່ອ​ພິ​ພາກ​ສາ​ໂລກ.

17 ແລະ ຜູ້​ທີ່​ບໍ່​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ, ຜູ້​ນັ້ນ​ກໍ​ຈະ​ເປັນ​ຜູ້​ທີ່​ຖືກ​ໂຄ່ນ​ລົງ ແລະ ໂຍນ​ເຂົ້າ​ກອງ​ໄຟ, ຊຶ່ງ​ຈາກ​ບ່ອນ​ນັ້ນ​ເຂົາ​ຈະ​ກັບ​ຄືນ​ມາ​ອີກ​ບໍ່​ໄດ້, ເພາະ​ຄວາມ ຍຸດ​ຕິ​ທຳ​ຂອງ​ພຣະ​ບິດາ.

18 ແລະ ນີ້​ຄື​ພຣະ​ຄຳ​ທີ່​ພຣະ​ອົງ​ໄດ້​ປະທານ​ໃຫ້​ແກ່​ລູກ​ຫລານ​ມະນຸດ. ແລະ ເພາະ​ດ້ວຍ​ເຫດ​ນີ້ ພຣະ​ອົງ​ຈຶ່ງ​ໄດ້​ເຮັດ​ໃຫ້​ພຣະ​ຄຳ ຊຶ່ງ​ພຣະ​ອົງ​ໄດ້​ກ່າວ​ໄວ້​ສຳ​ເລັດ, ແລະ ພຣະ​ອົງ​ບໍ່​ໄດ້​ເວົ້າ​ຕົວະ, ແຕ່​ໄດ້​ເຮັດ​ໃຫ້​ພຣະ​ຄຳ​ຂອງ​ພຣະ​ອົງ​ສຳ​ເລັດ​ທັງ​ໝົດ.

19 ແລະ ສິ່ງ​ທີ່​ບໍ່​ສະອາດ​ຈະ​ບໍ່​ສາ​ມາດ​ເຂົ້າ​ໄປ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ອົງ​ໄດ້; ສະນັ້ນ ຈະ​ບໍ່​ມີ​ສິ່ງ​ໃດ​ສາ​ມາດ​ເຂົ້າ​ໄປ​ໃນ ທີ່​ພັກ​ຂອງ​ພຣະ​ອົງ​ໄດ້ ນອກ​ຈາກ​ຜູ້​ທີ່​ໄດ້ ຊຳລະ​ລ້າງອາພອນ​ຂອງ​ເຂົາ​ໃຫ້​ຂາວ​ສະອາດ​ແລ້ວ​ດ້ວຍ​ເລືອດ​ຂອງ​ເຮົາ, ເພາະ​ສັດທາ ແລະ ການ​ກັບ​ໃຈ​ຈາກ​ບາບ​ທັງ​ໝົດ ແລະ ຄວາມ​ຊື່​ສັດ​ຈົນ​ເຖິງ​ທີ່​ສຸດ​ຂອງ​ເຂົາ.

20 ບັດ​ນີ້ ນີ້​ຄື​ພຣະ​ບັນ​ຍັດ: ຈົ່ງ ກັບ​ໃຈ, ເຈົ້າ​ທັງ​ຫລາຍ​ຈົນ​ເຖິງ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ, ແລະ ຈົ່ງ​ມາ​ຫາ​ເຮົາ ແລະ ຮັບ​ບັບຕິ​ສະມາ​ໃນ​ນາມ​ຂອງ​ເຮົາ, ເພື່ອ​ເຈົ້າ​ຈະ​ໄດ້​ຮັບ ການ​ຊຳລະ​ໃຫ້​ບໍ​ລິ​ສຸດ ໂດຍ​ການ​ຮັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ເພື່ອ​ເຈົ້າ​ຈະ​ຢືນ​ຢູ່​ໂດຍ ບໍ່​ມີ​ມົນ​ທິນ​ຕໍ່​ໜ້າ​ເຮົາ​ໃນ​ວັນ​ສຸດ​ທ້າຍ.

21 ຕາມ​ຈິງ, ຕາມ​ຈິງ​ແລ້ວ, ເຮົາ​ກ່າວ​ກັບ​ເຈົ້າ, ນີ້​ຄື​ພຣະ​ກິດ​ຕິ​ຄຸນ​ຂອງ​ເຮົາ ແລະ ເຈົ້າ​ຮູ້​ເຖິງ​ສິ່ງ​ທີ່​ເຈົ້າ​ຄວນ​ຈະ​ກະ​ທຳ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ເຮົາ; ເພາະ​ວຽກ​ງານ​ທີ່​ເຈົ້າ​ເຫັນ​ເຮົາ​ເຮັດ​ມາ​ແລ້ວ ສິ່ງ​ນັ້ນ​ເຈົ້າ​ຈົ່ງ​ເຮັດ​ຕາມ​ເໝືອນ​ກັນ; ເພາະ​ສິ່ງ​ໃດ​ທີ່​ເຈົ້າ​ເຫັນ​ເຮົາ​ເຮັດ​ມາ​ແລ້ວ ເຖິງ​ແມ່ນ​ສິ່ງ​ນັ້ນ​ເຈົ້າ​ຈົ່ງ​ກະ​ທຳ.

22 ສະນັ້ນ, ຖ້າ​ຫາກ​ເຈົ້າ​ເຮັດ​ສິ່ງ​ເຫລົ່າ​ນີ້ ເຈົ້າ​ຍ່ອມ​ເປັນ​ສຸກ, ເພາະ​ວ່າ​ເຈົ້າ​ຈະ​ຖືກ​ຍົກ​ຂຶ້ນ​ໃນ​ວັນ​ສຸດ​ທ້າຍ.

23 ຈົ່ງ​ຂຽນ​ເລື່ອງ​ທີ່​ເຈົ້າ​ເຫັນ ແລະ ໄດ້​ຍິນ​ມາ​ນັ້ນ, ນອກ​ຈາກ​ເລື່ອງ​ທີ່ ຖືກ​ຫ້າມ​ໄວ້​ເທົ່າ​ນັ້ນ.

24 ຈົ່ງ​ຂຽນ​ວຽກ​ງານ​ຂອງ​ຜູ້​ຄົນ​ພວກ​ນີ້​ໄວ້, ຊຶ່ງ​ມັນ​ຈະ​ເກີດ​ຂຶ້ນ, ດັ່ງ​ທີ່​ມີ​ຂຽນ​ໄວ້​ກ່ຽວ​ກັບ​ເລື່ອງ​ທີ່​ເກີດ​ຂຶ້ນ​ແລ້ວ.

25 ເພາະ​ຈົ່ງ​ເບິ່ງ, ຈາກ​ບັນ​ດາ​ໜັງ​ສື​ທີ່​ມີ​ຂຽນ​ໄວ້ ແລະ ທີ່​ຈະ​ຂຽນ, ຜູ້​ຄົນ​ພວກ​ນີ້​ຈະ​ໄດ້​ຮັບ ການ​ພິ​ພາກ​ສາ, ເພາະ​ຕາມ​ໜັງ​ສື​ເຫລົ່າ​ນັ້ນ ວຽກ​ງານ​ຂອງ​ພວກ​ເຂົາ​ຈຶ່ງ​ຈະ​ໄດ້​ເປັນ​ທີ່​ຮູ້​ຈັກ​ແກ່​ມວນ​ມະນຸດ.

26 ແລະ ຈົ່ງ​ເບິ່ງ, ທຸກ​ສິ່ງ​ໄດ້​ຖືກ ຂຽນ​ໄວ້​ໂດຍ​ພຣະ​ບິດາ; ສະນັ້ນ​ໂລກ​ຈະ​ໄດ້​ຮັບ​ການ​ພິ​ພາກ​ສາ​ຈາກ​ໜັງ​ສື​ທີ່​ຈະ​ຂຽນ.

27 ແລະ ຈົ່ງ​ຮູ້​ໄວ້​ວ່າ ເຈົ້າ​ຈະ​ເປັນ​ຜູ້​ພິ​ພາກ​ສາ​ຂອງ​ຜູ້​ຄົນ​ພວກ​ນີ້, ຕາມ​ການ​ພິ​ພາກ​ສາ​ຊຶ່ງ​ເຮົາ​ຈະ​ມອບ​ໃຫ້​ແກ່​ເຈົ້າ, ຊຶ່ງ​ຈະ​ຍຸດ​ຕິ​ທຳ. ສະນັ້ນ ເຈົ້າ ຄວນ​ເປັນ​ຄົນ​ແນວ​ໃດ? ຕາມ​ຈິງ​ແລ້ວ ເຮົາ​ກ່າວ​ກັບ​ເຈົ້າ​ວ່າ ເຖິງ​ແມ່ນ ດັ່ງ​ທີ່​ເຮົາ​ເປັນ.

28 ແລະ ບັດ​ນີ້​ເຮົາ ໄປ​ເຝົ້າ​ພຣະ​ບິດາ. ແລະ ຕາມ​ຈິງ​ແລ້ວ​ເຮົາ​ກ່າວ​ກັບ​ເຈົ້າ, ສິ່ງ​ໃດ​ກໍ​ຕາມ​ທີ່​ເຈົ້າ​ຈະ​ຂໍ​ຈາກ​ພຣະ​ບິດາ​ໃນ​ນາມ​ຂອງ​ເຮົາ ເຈົ້າ​ຈະ​ໄດ້​ຮັບ.

29 ສະນັ້ນ, ຈົ່ງ ໝັ່ນ​ຂໍ, ແລ້ວ​ເຈົ້າ​ຈະ​ໄດ້​ຮັບ; ຈົ່ງ​ໝັ່ນ​ເຄາະ, ແລ້ວ​ຈະ​ມີ​ຄົນ​ໄຂ​ປະຕູ​ໃຫ້; ເພາະ​ວ່າ​ທຸກ​ຄົນ​ທີ່​ໝັ່ນ​ຂໍ ກໍ​ໄດ້​ຮັບ; ແລະ ທຸກ​ຄົນ​ທີ່​ໝັ່ນ​ເຄາະ ກໍ​ມີ​ຄົນ​ໄຂ​ປະຕູ​ໃຫ້.

30 ແລະ ບັດ​ນີ້, ຈົ່ງ​ເບິ່ງ​ຄວາມ​ສຸກ​ຂອງ​ເຮົາ​ໃຫຍ່​ຍິ່ງ​ຈົນ​ເຕັມ​ບໍ​ລິ​ບູນ​ເພາະ​ເຈົ້າ, ແລະ ເພາະ​ຄົນ​ລຸ້ນ​ນີ້; ແທ້​ຈິງ​ແລ້ວ, ເຖິງ​ແມ່ນ​ພຣະ​ບິດາ​ກໍ​ປິ​ຕິ​ຍິນ​ດີ ແລະ ເຫລົ່າ​ທູດ​ທີ່​ສັກ​ສິດ​ທັງ​ຫລາຍ​ນຳ​ອີກ, ເພາະ​ເຈົ້າ ແລະ ຄົນ​ລຸ້ນ​ນີ້; ເພາະ ບໍ່​ມີ​ຜູ້​ໃດ​ໃນ​ພວກ​ເຂົາ​ເສຍ​ໄປ.

31 ຈົ່ງ​ເບິ່ງ, ເຮົາ​ຢາກ​ໃຫ້​ເຈົ້າ​ເຂົ້າ​ໃຈ; ເພາະ​ເຮົາ​ໝາຍ​ເຖິງ​ຜູ້ ຄົນ​ລຸ້ນ​ນີ້​ທີ່​ມີ​ຊີ​ວິດ​ຢູ່ ຕອນ​ນີ້; ແລະ ບໍ່​ມີ​ຜູ້​ໃດ​ໃນ​ພວກ​ເຂົາ​ເສຍ​ໄປ; ແລະ ເຮົາ​ມີ ຄວາມ​ສຸກ​ຫລາຍ​ແທ້ໆ​ນຳ​ພວກ​ເຂົາ.

32 ແຕ່​ຈົ່ງ​ເບິ່ງ, ມັນ​ເຮັດ​ໃຫ້​ເຮົາ​ເສົ້າ​ສະ​ຫລົດ​ໃຈ​ເພາະ​ຄົນ​ລຸ້ນ ທີ​ສີ່​ນັບ​ຈາກ​ຄົນ​ລຸ້ນ​ນີ້​ໄປ​ຈະ​ຖືກ​ມານ​ຈັບ​ໄປ​ເປັນ​ຊະ​ເລີຍ​ເຖິງ​ແມ່ນ​ດັ່ງ​ບຸດ​ແຫ່ງ​ຄວາມ​ຈິບ​ຫາຍ; ເພາະ​ວ່າ​ພວກ​ເຂົາ​ຈະ​ຂາຍ​ເຮົາ​ເພື່ອ​ເງິນ ແລະ ເພື່ອ​ຄຳ, ແລະ ເພື່ອ​ສິ່ງ​ທີ່ ມອດ ແລະ ຂີ້​ໝ້ຽງ​ກັດ​ກິນ ແລະ ເປັນ​ບ່ອນ​ທີ່​ໂຈນ​ເຈາະ​ເຂົ້າ​ລັກ​ເອົາ​ໄດ້, ແລະ ໃນ​ມື້​ນັ້ນ​ເຮົາ​ຈະ​ມາ​ຢ້ຽມ​ຢາມ​ພວກ​ເຂົາ​ຈົນ​ເຖິງ​ຂັ້ນ​ທີ່​ນຳ​ເອົາ​ວຽກ​ງານ​ຂອງ​ພວກ​ເຂົາ​ກັບ​ມາ​ໃສ່​ຫົວ​ຂອງ​ພວກ​ເຂົາ​ເອງ.

33 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ພຣະ​ເຢຊູ​ໄດ້​ຈົບ​ຂໍ້​ຄວາມ​ນີ້​ແລ້ວ ພຣະ​ອົງ​ໄດ້​ກ່າວ​ກັບ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ວ່າ: ຈົ່ງ​ເຂົ້າ​ໄປ​ທາງ ປະຕູ​ຄັບ; ເພາະ​ປະຕູ​ຄັບ, ແລະ ທາງ​ແຄບ​ນັ້ນ​ແຫລະ​ທີ່​ນຳ​ໄປ​ສູ່​ຊີ​ວິດ, ແລະ ມີ​ໜ້ອຍ​ຄົນ​ທີ່​ຈະ​ພົບ​ເຫັນ​ມັນ; ແຕ່​ວ່າ​ປະຕູ ແລະ ທາງ​ທີ່​ນຳ​ໄປ​ຫາ​ຄວາມ​ຕາຍ​ນັ້ນ​ກວ້າງ​ຂວາງ​ຫລາຍ ແລະ ມີ​ຄົນ​ເປັນ​ຈຳນວນ​ຫລວງ​ຫລາຍ​ເດີນ​ໄປ​ທາງ​ນັ້ນ, ຈົນ​ວ່າ​ຕາ​ເວັນ​ຄ້ອຍ​ຄ່ຳ, ແລ້ວ​ພວກ​ເຂົາ​ກໍ​ບໍ່​ອາດ​ສາ​ມາດ​ເຮັດ​ຫຍັງ​ໄດ້.