ພຣະ​ຄຳ​ພີ
3 ນີໄຟ 28


ບົດ​ທີ 28

ເກົ້າ​ຄົນ​ໃນ​ສາ​ນຸ​ສິດ​ສິບ​ສອງ​ຄົນ​ປາດ​ຖະ​ໜາ ແລະ ໄດ້​ຮັບ​ຄຳ​ສັນ​ຍາ​ວ່າ​ຈະ​ໄດ້​ຮັບ​ມູນ​ມໍ​ລະ​ດົກ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ຄຣິດ ເວລາ​ພວກ​ເພິ່ນ​ສິ້ນ​ຊີ​ວິດ​ໄປ—ຊາວ​ນີໄຟ​ອີກ​ສາມ​ຄົນ​ປາດ​ຖະ​ໜາ ແລະ ໄດ້​ຮັບ​ອຳນາດ​ໃຫ້​ພົ້ນ​ຈາກ​ຄວາມ​ຕາຍ ເພື່ອ​ວ່າ​ພວກ​ເພິ່ນ​ຈະ​ໄດ້​ຢູ່​ໃນ​ແຜ່ນ​ດິນ​ໂລກ​ຈົນ​ກວ່າ​ພຣະ​ເຢຊູ​ຈະ​ສະ​ເດັດ​ມາ​ອີກ—ພວກ​ເພິ່ນ​ໄດ້​ປ່ຽນ​ສະພາບ ແລະ ໄດ້​ເຫັນ​ສິ່ງ​ທີ່​ເອີ່ຍ​ປາກ​ບໍ່​ໄດ້, ແລະ ໃນ​ປະ​ຈຸ​ບັນ​ນີ້​ພວກ​ເພິ່ນ​ກໍ​ຍັງ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໃນ​ທ່າມ​ກາງ​ມະນຸດ​ຢູ່. ປະ​ມານ ຄ.ສ. 34–35.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຫລັງ​ຈາກ​ພຣະ​ເຢຊູ​ໄດ້​ກ່າວ​ຂໍ້​ຄວາມ​ນີ້, ພຣະ​ອົງ​ໄດ້​ເວົ້າ​ກັບ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ແຕ່​ລະ​ຄົນ, ໂດຍ​ກ່າວ​ກັບ​ພວກ​ເພິ່ນ​ວ່າ: ພວກ​ເຈົ້າ​ປາດ​ຖະ​ໜາ​ອັນ​ໃດ​ຈາກ​ເຮົາ, ຫລັງ​ຈາກ​ເຮົາ​ໄປ​ເຝົ້າ​ພຣະ​ບິດາ?

2 ແລະ ທັງ​ໝົດ​ນອກ​ຈາກ​ສາມ​ຄົນ​ໄດ້​ທູນ​ວ່າ: ພວກ​ຂ້າ​ນ້ອຍ​ປາດ​ຖະ​ໜາ​ວ່າ ຫລັງ​ຈາກ​ທີ່​ພວກ​ຂ້າ​ນ້ອຍ​ມີ​ຊີ​ວິດ​ຢູ່​ຈົນ​ຮອດ​ສຸດ​ອາ​ຍຸ​ຂອງ​ມະນຸດ, ວ່າ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພວກ​ຂ້າ​ນ້ອຍ​ໄດ້​ເຖິງ​ທີ່​ສຸດ​ແລ້ວ, ຊຶ່ງ​ໃນ​ການ​ນັ້ນ​ພຣະ​ອົງ​ໄດ້​ເອີ້ນ​ພວກ​ຂ້າ​ນ້ອຍ​ມາ, ຂໍ​ໃຫ້​ພວກ​ຂ້າ​ນ້ອຍ​ໄດ້​ຂຶ້ນ​ໄປ​ເຝົ້າ​ພຣະ​ອົງ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ອົງ​ໂດຍ​ໄວ​ດ້ວຍ​ເທີ້ນ.

3 ແລະ ພຣະ​ອົງ​ໄດ້​ກ່າວ​ກັບ​ພວກ​ເພິ່ນ​ວ່າ: ພວກ​ເຈົ້າ​ເປັນ​ສຸກ​ແລ້ວ ເພາະ​ວ່າ​ພວກ​ເຈົ້າ​ປາດ​ຖະ​ໜາ​ສິ່ງ​ນີ້​ຈາກ​ເຮົາ; ສະນັ້ນ, ຫລັງ​ຈາກ​ທີ່​ພວກ​ເຈົ້າ​ມີ​ອາ​ຍຸ​ໄດ້​ເຈັດ​ສິບ​ສອງ​ປີ ພວກ​ເຈົ້າ​ຈະ​ໄດ້​ໄປ​ຫາ​ເຮົາ​ໃນ​ອາ​ນາ​ຈັກ​ຂອງ​ເຮົາ; ແລະ ພວກ​ເຈົ້າ​ຈະ​ໄດ້ ພັກ​ຜ່ອນ​ຢູ່​ກັບ​ເຮົາ.

4 ແລະ ຫລັງ​ຈາກ​ທີ່​ພຣະ​ອົງ​ໄດ້​ກ່າວ​ກັບ​ພວກ​ເພິ່ນ​ແລ້ວ ພຣະ​ອົງ​ໄດ້​ຫັນ​ພຣະ​ພັກ​ມາ​ຫາ​ອີກ​ສາມ​ຄົນ, ແລະ ໄດ້​ກ່າວ​ກັບ​ພວກ​ເພິ່ນ​ວ່າ: ພວກ​ເຈົ້າ​ຢາກ​ໃຫ້​ເຮົາ​ເຮັດ​ສິ່ງ​ໃດ​ໃຫ້​ພວກ​ເຈົ້າ, ເມື່ອ​ເຮົາ​ໄປ​ເຝົ້າ​ພຣະ​ບິດາ?

5 ແລະ ພວກ​ເພິ່ນ​ໄດ້​ສະ​ຫລົດ​ຢູ່​ໃນ​ໃຈ, ເພາະ​ວ່າ​ພວກ​ເພິ່ນ​ບໍ່​ກ້າ​ທູນ​ພຣະ​ອົງ​ເຖິງ​ສິ່ງ​ທີ່​ພວກ​ເພິ່ນ​ປາດ​ຖະ​ໜາ.

6 ແລະ ພຣະ​ອົງ​ໄດ້​ກ່າວ​ກັບ​ພວກ​ເພິ່ນ​ວ່າ: ຈົ່ງ​ເບິ່ງ, ເຮົາ ຮູ້​ຈັກ​ຄວາມ​ຄິດ​ຂອງ​ພວກ​ເຈົ້າ, ແລະ ພວກ​ເຈົ້າ​ປາດ​ຖະ​ໜາ​ສິ່ງ​ດຽວ​ກັນ​ກັບ​ທີ່ ໂຢຮັນ​ທີ່​ຮັກ​ຂອງ​ເຮົາ​ໄດ້​ປາດ​ຖະ​ໜາ, ຜູ້​ໄດ້​ຢູ່​ກັບ​ເຮົາ​ໃນ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ເຮົາ, ກ່ອນ​ທີ່​ເຮົາ​ຖືກ​ຊາວ​ຢິວ​ຍົກ​ຂຶ້ນ.

7 ສະນັ້ນ, ພວກ​ເຈົ້າ​ເປັນ​ສຸກ​ກວ່າ​ນັ້ນ, ເພາະ​ພວກ​ເຈົ້າ​ຈະ ບໍ່​ຕ້ອງ​ຊີມ​ລົດ​ຊາດ​ຂອງ ຄວາມ​ຕາຍ​ເລີຍ; ແຕ່​ພວກ​ເຈົ້າ​ຈະ​ມີ​ຊີ​ວິດ​ຢູ່​ເພື່ອ​ຈະ​ໄດ້​ເຫັນ​ສິ່ງ​ທັງ​ໝົດ​ທີ່​ພຣະ​ບິດາ​ຈະ​ກະ​ທຳ​ກັບ​ລູກ​ຫລານ​ມະນຸດ, ຈົນ​ວ່າ​ທຸກ​ສິ່ງ​ທຸກ​ຢ່າງ​ຈະ​ສຳ​ເລັດ​ຕາມ​ນ້ຳ​ພຣະ​ໄທ​ຂອງ​ພຣະ​ບິດາ, ເມື່ອ​ນັ້ນ​ເຮົາ​ຈະ​ມາ​ໃນ​ລັດ​ສະ​ໝີ​ພາບ​ຂອງ​ເຮົາ​ພ້ອມ​ດ້ວຍ ອຳນາດ​ແຫ່ງ​ສະຫວັນ.

8 ແລະ ພວກ​ເຈົ້າ​ຈະ​ບໍ່​ຕ້ອງ​ຮັບ​ຄວາມ​ເຈັບ​ປວດ​ຂອງ​ຄວາມ​ຕາຍ​ເລີຍ; ແຕ່​ວ່າ​ເວລາ​ເຮົາ​ມາ​ໃນ​ລັດ​ສະ​ໝີ​ພາບ​ຂອງ​ເຮົາ ພວກ​ເຈົ້າ​ຈະ​ຖືກ​ປ່ຽນ​ໄປ​ຊົ່ວ​ພັບ​ຕາ​ດຽວ​ຈາກ ຄວາມ​ເປັນ​ມະຕະ​ໄປ​ສູ່ ຄວາມ​ເປັນ​ອະ​ມະ​ຕະ; ແລະ ເມື່ອ​ນັ້ນ ພວກ​ເຈົ້າ​ຈະ​ເປັນ​ສຸກ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ບິດາ​ຂອງ​ເຮົາ.

9 ແລະ ອີກ​ຢ່າງ​ໜຶ່ງ, ພວກ​ເຈົ້າ​ຈະ​ບໍ່​ມີ​ຄວາມ​ເຈັບ​ປວດ​ເວລາ​ທີ່​ພວກ​ເຈົ້າ​ຢູ່​ໃນ​ເນື້ອ​ໜັງ, ທັງ​ບໍ່​ມີ​ຄວາມ​ເສົ້າ​ສະ​ຫລົດ​ໃຈ ນອກ​ຈາກ​ຈະ​ເປັນ​ເພາະ​ບາບ​ຂອງ​ໂລກ​ເທົ່າ​ນັ້ນ; ແລະ ທັງ​ໝົດ​ນີ້​ເຮົາ​ຈະ​ກະ​ທຳ​ໄປ​ເພື່ອ​ສະ​ໜອງ​ຄວາມ​ປາດ​ຖະ​ໜາ​ຂອງ​ພວກ​ເຈົ້າ, ເພາະ​ພວກ​ເຈົ້າ​ມີ​ຄວາມ​ປະສົງ​ທີ່​ຈະ ຊັກ​ນຳ​ຈິດ​ວິນ​ຍານ​ຂອງ​ມະນຸດ​ໃຫ້​ມາ​ຫາ​ເຮົາ​ໃນ​ເວລາ​ທີ່​ໂລກ​ຍັງ​ຕັ້ງ​ຢູ່.

10 ແລະ ເພາະ​ເຫດ​ນີ້ ພວກ​ເຈົ້າ​ຈຶ່ງ​ຈະ ເຕັມ​ໄປ​ດ້ວຍ​ຄວາມ​ສຸກ; ແລະ ພວກ​ເຈົ້າ​ຈະ​ໄດ້​ນັ່ງ​ລົງ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ບິດາ​ຂອງ​ເຮົາ; ແທ້​ຈິງ​ແລ້ວ, ຄວາມ​ສຸກ​ຂອງ​ພວກ​ເຈົ້າ​ຈະ​ບໍ​ລິ​ບູນ, ດັ່ງ​ເຊັ່ນ​ພຣະ​ບິດາ​ໄດ້​ປະທານ ຄວາມ​ສຸກ​ອັນ​ບໍ​ລິ​ບູນ​ໃຫ້​ແກ່​ເຮົາ; ແລະ ພວກ​ເຈົ້າ​ຈະ​ເປັນ​ດັ່ງ​ເຮົາ, ດັ່ງ​ທີ່​ເຮົາ​ເປັນ​ດັ່ງ​ພຣະ​ບິດາ, ແລະ ພຣະ​ບິດາ​ກັບ​ເຮົາ​ເປັນ ໜຶ່ງ;

11 ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ພະຍານ​ເຖິງ​ພຣະ​ບິດາ ແລະ ເຮົາ; ແລະ ເປັນ​ຍ້ອນ​ເຮົາ ພຣະ​ບິດາ​ຈຶ່ງ​ປະທານ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໃຫ້​ແກ່​ລູກ​ຫລານ​ມະນຸດ.

12 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ພຣະ​ເຢຊູ​ໄດ້​ກ່າວ​ຂໍ້​ຄວາມ​ເຫລົ່າ​ນີ້​ແລ້ວ, ພຣະ​ອົງ​ໄດ້​ແຕະ​ຕ້ອງ​ພວກ​ເພິ່ນ​ແຕ່​ລະ​ຄົນ​ດ້ວຍ​ນິ້ວ​ພຣະ​ຫັດ​ຂອງ​ພຣະ​ອົງ ຍົກ​ເວັ້ນ​ແຕ່​ສາມ​ຄົນ ຊຶ່ງ​ຈະ​ຢູ່​ຕໍ່​ໄປ, ແລະ ຫລັງ​ຈາກ​ນັ້ນ​ພຣະ​ອົງ​ກໍ​ໄດ້​ຈາກ​ໄປ.

13 ແລະ ຈົ່ງ​ເບິ່ງ, ຟ້າ​ສະຫວັນ​ໄດ້​ເປີດ​ອອກ, ແລະ ພວກ​ເພິ່ນ​ຖືກ ພາ​ຂຶ້ນ​ໄປ​ສະຫວັນ, ແລະ ພວກ​ເພິ່ນ​ໄດ້​ເຫັນ ແລະ ໄດ້​ຍິນ​ເລື່ອງ​ຊຶ່ງ​ບໍ່​ອາດ​ຈະ​ເວົ້າ​ໄດ້.

14 ແລະ ພວກ​ເພິ່ນ​ຖືກ ຫ້າມ​ບໍ່​ໃຫ້​ເວົ້າ; ທັງ​ພວກ​ເພິ່ນ​ບໍ່​ໄດ້​ຮັບ​ອຳນາດ​ໃຫ້​ເວົ້າ​ເຖິງ​ເລື່ອງ​ຊຶ່ງ​ພວກ​ເພິ່ນ​ໄດ້​ເຫັນ ແລະ ໄດ້​ຍິນ​ນັ້ນ;

15 ແລະ ພວກ​ເພິ່ນ​ບອກ​ບໍ່​ໄດ້​ວ່າ ພວກ​ເພິ່ນ​ຢູ່​ໃນ​ຮ່າງ​ກາຍ ຫລື ຢູ່​ນອກ​ຮ່າງ​ກາຍ; ເພາະ​ວ່າ​ພວກ​ເພິ່ນ​ໄດ້​ຮູ້​ສຶກ​ເໝືອນ​ເປັນ ການ​ປ່ຽນ​ສະພາບ​ຂອງ​ຕົນ, ຄື​ພວກ​ເພິ່ນ​ຖືກ​ປ່ຽນ​ຈາກ​ຮ່າງ​ກາຍ​ແຫ່ງ​ເນື້ອ​ໜັງ​ໄປ​ສູ່​ສະພາບ​ທີ່​ເປັນ​ອະ​ມະ​ຕະ, ເພື່ອ​ພວກ​ເພິ່ນ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ເປັນ​ຂອງ​ພຣະ​ເຈົ້າ​ໄດ້.

16 ແຕ່​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເພິ່ນ​ໄດ້​ລົງ​ມາ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໃນ​ຜືນ​ແຜ່ນ​ດິນ​ໂລກ​ອີກ; ເຖິງ​ຢ່າງ​ໃດ​ກໍ​ຕາມ ພວກ​ເພິ່ນ​ກໍ​ບໍ່​ໄດ້​ປະ​ຕິ​ບັດ​ກ່ຽວ​ກັບ​ເລື່ອງ​ທີ່​ພວກ​ເພິ່ນ​ໄດ້​ຍິນ ແລະ ໄດ້​ເຫັນ​ມາ, ເພາະ​ມັນ​ເປັນ​ພຣະ​ບັນ​ຊາ​ທີ່​ພວກ​ເພິ່ນ​ໄດ້​ຮັບ​ຈາກ​ສະຫວັນ.

17 ແລະ ບັດ​ນີ້, ພວກ​ເພິ່ນ​ເປັນ​ມະຕະ​ຢູ່ ຫລື ເປັນ​ອະ​ມະ​ຕະ​ຕັ້ງ​ແຕ່​ວັນ​ທີ່​ປ່ຽນ​ສະພາບ​ຂອງ​ພວກ​ເພິ່ນ​ນັ້ນ, ຂ້າ​ພະ​ເຈົ້າ​ບໍ່​ຮູ້;

18 ແຕ່​ວ່າ​ຂ້າ​ພະ​ເຈົ້າ​ຮູ້​ພຽງ​ເທົ່າ​ນີ້ ຕາມ​ບັນ​ທຶກ​ຊຶ່ງ​ໄດ້​ຮັບ​ມາ—ພວກ​ເພິ່ນ​ໄດ້​ອອກ​ໄປ​ທົ່ວ​ຜືນ​ແຜ່ນ​ດິນ ແລະ ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ຜູ້​ຄົນ​ທັງ​ປວງ, ໄດ້​ເຕົ້າ​ໂຮມ​ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ເຊື່ອ​ຈາກ​ການ​ສັ່ງ​ສອນ​ຂອງ​ພວກ​ເພິ່ນ​ເຂົ້າ​ມາ​ສູ່​ສາດ​ສະ​ໜາ​ຈັກ; ໄດ້​ບັບຕິ​ສະມາ​ໃຫ້​ພວກ​ເຂົາ, ແລະ ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ຮັບ​ບັບຕິ​ສະມາ​ນັ້ນ​ໄດ້​ຮັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

19 ແລະ ພວກ​ເພິ່ນ​ໄດ້​ຖືກ​ຄົນ​ທີ່​ບໍ່​ເປັນ​ຂອງ​ສາດ​ສະ​ໜາ​ຈັກ​ຈັບ​ເອົາ​ເຂົ້າ​ຄຸກ. ແລະ ຄຸກ​ກໍ​ຂັງ​ພວກ​ເພິ່ນ​ໄວ້​ບໍ່​ໄດ້, ເພາະວ່າ​ມັນ​ໄດ້​ແຍກ​ອອກ​ເປັນ​ສອງ.

20 ແລະ ພວກ​ເພິ່ນ​ຖືກ​ໂຍນ​ລົງ​ໄປ​ໃນ​ແຜ່ນ​ດິນ; ແຕ່​ພວກ​ເພິ່ນ​ໄດ້​ຕີ​ແຜ່ນ​ດິນ​ດ້ວຍ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ເຖິງ​ຂະ​ໜາດ​ທີ່​ໂດຍ ອຳນາດ​ຂອງ​ພຣະ​ອົງ ພວກ​ເພິ່ນ​ໄດ້​ຖືກ​ປົດ​ປ່ອຍ​ຈາກ​ຄວາມ​ເລິກ​ຂອງ​ແຜ່ນ​ດິນ; ແລະ ສະນັ້ນ ພວກ​ເຂົາ​ຈຶ່ງ​ບໍ່​ສາ​ມາດ​ຂຸດ​ຫລຸມ​ໃຫ້​ເລິກ​ພໍ​ທີ່​ຈະ​ຂັງ​ພວກ​ເພິ່ນ​ໄວ້​ໄດ້.

21 ແລະ ພວກ​ເພິ່ນ​ຖືກ​ໂຍນ​ເຂົ້າ​ໄປ​ໃນ ເຕົາ​ໄຟ​ສາມ​ເທື່ອ ແລະ ບໍ່​ໄດ້​ຮັບ​ອັນ​ຕະ​ລາຍ.

22 ແລະ ພວກ​ເພິ່ນ​ຖືກ​ໂຍນ​ເຂົ້າ​ໃນ ຖ້ຳ​ສັດ​ຮ້າຍ​ສອງ​ເທື່ອ; ແລະ ຈົ່ງ​ເບິ່ງ ພວກ​ເພິ່ນ​ໄດ້​ຫລິ້ນ​ຢູ່​ກັບ​ສັດ​ເຫລົ່າ​ນັ້ນ​ຄື​ກັນ​ກັບ​ເດັກ​ນ້ອຍ​ຫລິ້ນ​ກັບ​ລູກ​ແກະ​ທີ່​ຍັງ​ກິນ​ນົມ​ຢູ່, ແລະ ບໍ່​ໄດ້​ຮັບ​ອັນ​ຕະ​ລາຍ.

23 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເພິ່ນ​ໄດ້​ອອກ​ໄປ​ດັ່ງ​ນັ້ນ​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ນີໄຟ​ທັງ​ໝົດ, ແລະ ໄດ້​ສັ່ງ​ສອນ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຄຣິດ​ໃຫ້​ແກ່​ຜູ້​ຄົນ​ທັງ​ໝົດ​ໃນ​ຜືນ​ແຜ່ນ​ດິນ; ແລະ ພວກ​ເຂົາ​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ໄດ້​ຮ່ວມ​ເຂົ້າ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຄຣິດ, ແລະ ຄົນ​ລຸ້ນ​ນັ້ນ​ຈຶ່ງ​ໄດ້​ຮັບ​ພອນ​ດັ່ງ​ນີ້​ຕາມ​ພຣະ​ຄຳ​ຂອງ​ພຣະ​ເຢຊູ.

24 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ມໍມອນ​ຂໍ​ຈົບ​ການ​ເວົ້າ​ກ່ຽວ​ກັບ​ເລື່ອງ​ເຫລົ່າ​ນີ້​ໄວ້​ເທົ່າ​ນີ້​ກ່ອນ.

25 ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ກຳ​ລັງ​ຈະ​ຂຽນ ຊື່​ຂອງ​ຜູ້​ທີ່​ບໍ່​ຕ້ອງ​ຊີມ​ລົດ​ຊາດ​ຂອງ​ຄວາມ​ຕາຍ​ໄວ້, ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຫ້າມ​ຂ້າ​ພະ​ເຈົ້າ​ບໍ່​ໃຫ້​ຂຽນ, ສະນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ບໍ່​ໄດ້​ຂຽນ​ມັນ​ໄວ້ ເພາະ​ວ່າ​ມັນ​ຖືກ​ປິດ​ໄວ້​ຈາກ​ໂລກ.

26 ແຕ່​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພວກ​ເພິ່ນ, ແລະ ພວກ​ເພິ່ນ​ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ຂ້າ​ພະ​ເຈົ້າ.

27 ແລະ ຈົ່ງ​ເບິ່ງ​ພວກ​ເພິ່ນ​ຈະ​ຢູ່​ໃນ​ບັນ​ດາ​ຄົນ​ຕ່າງ​ຊາດ, ແລະ ຄົນ​ຕ່າງ​ຊາດ​ຈະ​ບໍ່​ຮູ້​ຈັກ​ພວກ​ເພິ່ນ​ເລີຍ.

28 ພວກ​ເພິ່ນ​ຈະ​ຢູ່​ໃນ​ບັນ​ດາ​ຊາວ​ຢິວ​ເໝືອນ​ກັນ, ແລະ ຊາວ​ຢິວ​ຈະ​ບໍ່​ຮູ້​ຈັກ​ພວກ​ເພິ່ນ​ເລີຍ.

29 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ເຫັນ​ວ່າ​ສົມ​ຄວນ​ໃນ​ຄວາມ​ສະຫລຽວ​ສະຫລາດ​ຂອງ​ພຣະ​ອົງ​ທີ່​ພວກ​ເພິ່ນ​ຈະ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ເຜົ່າ​ອິດສະ​ຣາເອນ​ທັງ​ໝົດ​ທີ່​ແຕກ ກະ​ຈັດ​ກະ​ຈາຍ​ກັນ​ໄປ, ແລະ ແກ່​ທຸກ​ປະ​ຊາ​ຊາດ, ທຸກ​ຕະ​ກຸນ, ທຸກ​ພາ​ສາ, ແລະ ທຸກ​ຜູ້​ຄົນ​ທັງ​ປວງ, ແລະ ຈະ​ນຳ​ຄົນ​ຢ່າງ​ຫລວງ​ຫລາຍ​ອອກ​ມາ​ຈາກ​ພວກ​ນັ້ນ​ມາ​ຫາ​ພຣະ​ເຢຊູ ເພື່ອ​ຄວາມ​ປາດ​ຖະ​ໜາ​ຂອງ​ພວກ​ເພິ່ນ​ຈະ​ສຳ​ເລັດ, ແລະ ເປັນ​ຍ້ອນ​ອຳນາດ​ທີ່​ເຮັດ​ໃຫ້​ເຊື່ອ​ຂອງ​ພຣະ​ເຈົ້າ​ຊຶ່ງ​ຢູ່​ກັບ​ພວກ​ເພິ່ນ.

30 ແລະ ພວກ​ເພິ່ນ​ເປັນ​ເໝືອນ​ດັ່ງ ເຫລົ່າ​ທູດ​ຂອງ​ພຣະ​ເຈົ້າ, ແລະ ຖ້າ​ຫາກ​ພວກ​ເພິ່ນ​ຈະ​ອະ​ທິ​ຖານ​ຫາ​ພຣະ​ບິດາ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ ພວກ​ເພິ່ນ​ກໍ​ຈະ​ສາ​ມາດ​ປະກົດ​ຕົວ​ໃຫ້​ຜູ້​ໃດ​ຜູ້​ໜຶ່ງ​ເຫັນ​ໄດ້ ຕາມ​ແຕ່​ພວກ​ເພິ່ນ​ເຫັນ​ວ່າ​ສົມ​ຄວນ.

31 ສະນັ້ນ, ພວກ​ເພິ່ນ​ຈະ​ກະ​ທຳ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ ກ່ອນ​ມື້​ອັນ ຍິ່ງ​ໃຫຍ່​ຈະ​ມາ​ເຖິງ ເມື່ອ​ທຸກ​ຜູ້​ຄົນ​ຈະ​ຕ້ອງ​ມາ​ຢືນ​ຕໍ່​ໜ້າ​ບັນ​ລັງ​ພິ​ພາກ​ສາ​ຂອງ​ພຣະ​ຄຣິດ​ຢ່າງ​ແນ່​ນອນ.

32 ແທ້​ຈິງ​ແລ້ວ ແມ່ນ​ແຕ່​ໃນ​ບັນ​ດາ​ຄົນ​ຕ່າງ​ຊາດ ພວກ​ເພິ່ນ​ຈະ​ກະ​ທຳ​ວຽກ​ງານ​ອັນ ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ ກ່ອນ​ວັນ​ພິ​ພາກ​ສາ​ນັ້ນ.

33 ແລະ ຖ້າ​ຫາກ​ທ່ານ​ມີ​ພຣະ​ຄຳ​ພີ​ທັງ​ໝົດ ຊຶ່ງ​ໃຫ້​ເລື່ອງ​ລາວ​ກ່ຽວ​ກັບ​ວຽກ​ງານ​ອັນ​ໜ້າ​ອັດ​ສະ​ຈັນ​ໃຈ​ທັງ​ໝົດ​ຂອງ​ພຣະ​ຄຣິດ, ທ່ານ​ກໍ​ຈະ​ຮູ້​ຕາມ​ພຣະ​ຄຳ​ຂອງ​ພຣະ​ຄຣິດ​ວ່າ​ສິ່ງ​ເຫລົ່າ​ນີ້​ຈະ​ຕ້ອງ​ເກີດ​ຂຶ້ນ​ຢ່າງ​ແນ່​ນອນ.

34 ແລະ ວິບັດ​ແກ່​ຄົນ​ທີ່​ຈະ ບໍ່​ເຊື່ອ​ຟັງ​ພຣະ​ຄຳ​ຂອງ​ພຣະ​ເຢຊູ ແລະ ຂອງ ຄົນ​ທີ່​ພຣະ​ອົງ​ໄດ້​ເລືອກ​ໄວ້ ແລະ ສົ່ງ​ໄປ​ໃນ​ບັນ​ດາ​ພວກ​ເຂົາ​ນຳ​ອີກ; ເພາະ​ວ່າ​ຜູ້​ໃດ​ກໍ​ຕາມ​ທີ່​ບໍ່​ຮັບ​ຟັງ​ພຣະ​ຄຳ​ຂອງ​ພຣະ​ເຢຊູ ແລະ ຖ້ອຍ​ຄຳ​ຂອງ​ຄົນ​ທີ່​ພຣະ​ອົງ​ໄດ້​ສົ່ງ​ໄປ, ຜູ້​ນັ້ນ​ກໍ​ບໍ່​ໄດ້​ຮັບ​ເອົາ​ພຣະ​ອົງ; ແລະ ສະນັ້ນ​ພຣະ​ອົງ​ກໍ​ຈະ​ບໍ່​ຮັບ​ເອົາ​ພວກ​ເຂົາ​ໃນ​ວັນ​ສຸດ​ທ້າຍ;

35 ແລະ ມັນ​ຈະ​ເປັນ​ການ​ດີ​ກວ່າ​ສຳລັບ​ເຂົາ​ຖ້າ​ຫາກ​ເຂົາ​ບໍ່​ໄດ້​ເກີດມາ. ເພາະ​ທ່ານ​ຄິດ​ບໍ​ວ່າ ທ່ານ​ຈະ​ກຳ​ຈັດ​ຄວາມ​ຍຸດ​ຕິ​ທຳ​ຂອງ​ພຣະ​ເຈົ້າ​ຜູ້​ເຄືອງ​ແຄ້ນ​ໄດ້, ຜູ້​ຖືກ ຢຽບ​ຍ່ຳ​ຢູ່​ໃຕ້​ຕີນ​ຂອງ​ມະນຸດ, ເພື່ອ​ໂດຍ​ການ​ນັ້ນ​ຄວາມ​ລອດ​ຈະ​ມາ​ໄດ້?

36 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ດັ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກ່ຽວ​ກັບ​ຄົນ​ເຫລົ່າ​ນັ້ນ​ຜູ້​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເລືອກ​ໄວ້, ແທ້​ຈິງ​ແລ້ວ, ແມ່ນ​ກ່ຽວ​ກັບ​ສາມ​ຄົນ​ທີ່​ຖືກ​ພາ​ຂຶ້ນ​ໄປ​ໃນ​ຟ້າ​ສະຫວັນ, ຄື​ຂ້າ​ພະ​ເຈົ້າ​ບໍ່​ຮູ້​ວ່າ ພວກ​ເພິ່ນ​ໄດ້​ຖືກ​ຊຳລະ​ຈາກ​ຄວາມ​ເປັນ​ມະຕະ​ໄປ​ຫາ​ຄວາມ​ເປັນ​ອະ​ມະ​ຕະ​ແລ້ວ​ຫລື​ບໍ່—

37 ແຕ່​ຈົ່ງ​ເບິ່ງ, ນັບ​ຕັ້ງ​ແຕ່​ຂ້າ​ພະ​ເຈົ້າ​ຂຽນ​ມາ, ຂ້າ​ພະ​ເຈົ້າ​ໄດ້​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ພຣະ​ອົງ​ໄດ້​ສະແດງ​ໃຫ້​ຂ້າ​ພະ​ເຈົ້າ​ປະຈັກ​ວ່າ ມັນ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ມີ​ການ​ປ່ຽນ​ແປງ​ເກີດ​ຂຶ້ນ​ກັບ​ຮ່າງ​ກາຍ​ຂອງ​ພວກ​ເພິ່ນ, ຖ້າ​ບໍ່​ດັ່ງ​ນັ້ນ​ພວກ​ເພິ່ນ​ຈະ​ຕ້ອງ​ໄດ້​ຊີມ​ລົດ​ຊາດ​ຂອງ​ຄວາມ​ຕາຍ;

38 ສະນັ້ນ, ເພື່ອ​ພວກ​ເພິ່ນ​ຈະ​ບໍ່​ໄດ້​ຊີມ​ລົດ​ຊາດ​ຂອງ​ຄວາມ​ຕາຍ, ມັນ​ຈຶ່ງ​ມີ​ການ ປ່ຽນ​ແປງ​ເກີດ​ຂຶ້ນ​ກັບ​ຮ່າງ​ກາຍ​ຂອງ​ພວກ​ເພິ່ນ, ເພື່ອ​ພວກ​ເພິ່ນ​ຈະ​ບໍ່​ໄດ້​ຮັບ​ຄວາມ​ເຈັບ​ປວດ ຫລື ຄວາມ​ເສົ້າ​ສະ​ຫລົດ​ໃຈ​ນອກ​ຈາກ​ເປັນ​ເພາະ​ບາບ​ຂອງ​ໂລກ.

39 ບັດ​ນີ້​ການ​ປ່ຽນ​ແປງ​ນີ້​ຍັງ​ບໍ່​ເທົ່າ​ກັບ​ການ​ປ່ຽນ​ແປງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ວັນ​ສຸດ​ທ້າຍ; ແຕ່​ມັນ​ມີ​ການ​ປ່ຽນ​ແປງ​ເກີດ​ຂຶ້ນ​ກັບ​ພວກ​ເພິ່ນ, ເຖິງ​ຂະ​ໜາດ​ທີ່​ຊາຕານ​ບໍ່​ມີ​ອຳນາດ​ເໜືອ​ພວກ​ເພິ່ນ, ຄື​ມັນ​ຈະ​ບໍ່​ສາ​ມາດ ລໍ້​ລວງ​ພວກ​ເພິ່ນ​ໄດ້; ແລະ ພວກ​ເພິ່ນ​ໄດ້​ຮັບ ການ​ຊຳລະ​ໃຫ້​ບໍ​ລິ​ສຸດ​ແລ້ວ​ໃນ​ເນື້ອ​ໜັງ, ຈົນ​ວ່າ​ພວກ​ເພິ່ນ​ເປັນ​ຜູ້ ບໍ​ລິ​ສຸດ ແລະ ຈົນ​ວ່າ​ອຳນາດ​ຂອງ​ແຜ່ນ​ດິນ​ໂລກ​ບໍ່​ສາ​ມາດ​ຍຶດ​ພວກ​ເພິ່ນ​ໄວ້​ໄດ້.

40 ແລະ ພວກ​ເພິ່ນ​ຈະ​ຄົງ​ຢູ່​ໃນ​ສະພາບ​ເຊັ່ນ​ນີ້​ຈົນ​ເຖິງ​ມື້​ພິ​ພາກ​ສາ​ຂອງ​ພຣະ​ຄຣິດ; ແລະ ໃນ​ມື້​ນັ້ນ​ພວກ​ເພິ່ນ​ຈະ​ໄດ້​ຮັບ​ການ​ປ່ຽນ​ແປງ​ອັນ​ຍິ່ງ​ໃຫຍ່​ກວ່າ​ນີ້, ແລະ ຈະ​ຖືກ​ຮັບ​ເຂົ້າ​ໄປ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ບິດາ ເພື່ອ​ຈະ​ບໍ່​ໄດ້​ອອກ​ໄປ​ອີກ, ແຕ່​ຈະ​ຢູ່​ກັບ​ພຣະ​ເຈົ້າ​ໃນ​ຟ້າ​ສະຫວັນ​ຊົ່ວ​ນິ​ລັນ​ດອນ.