ພຣະ​ຄຳ​ພີ
3 ນີໄຟ 29


ບົດ​ທີ 29

ການ​ອອກ​ມາ​ຂອງ​ພຣະ​ຄຳ​ພີ​ມໍມອນ​ຄື​ເຄື່ອງ​ໝາຍ​ທີ່ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເລີ່ມ​ຕົ້ນ​ເຕົ້າ​ໂຮມ​ຊາວ​ອິດສະ​ຣາເອນ ແລະ ເຮັດ​ໃຫ້​ພັນທະ​ສັນ​ຍາ​ຂອງ​ພຣະ​ອົງ​ສຳ​ເລັດ—ຜູ້​ທີ່​ປະ​ຕິ​ເສດ​ການ​ເປີດ​ເຜີຍ ແລະ ຂອງ​ປະທານ​ຂອງ​ພຣະ​ອົງ​ໃນ​ຍຸກ​ສຸດ​ທ້າຍ​ຈະ​ຖືກ​ສາບ​ແຊ່ງ. ປະ​ມານ ຄ.ສ. 34–35.

1 ແລະ ບັດ​ນີ້​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ທ່ານ​ວ່າ ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ເຫັນ​ສົມ​ຄວນ​ໃນ​ຄວາມ​ສະຫລຽວ​ສະຫລາດ​ຂອງ​ພຣະ​ອົງ, ວ່າ​ຂໍ້​ຄວາມ​ເຫລົ່າ​ນີ້​ຈະ ມາ​ສູ່​ຄົນ​ຕ່າງ​ຊາດ, ຕາມ​ພຣະ​ຄຳ​ຂອງ​ພຣະ​ອົງ ເມື່ອ​ນັ້ນ​ທ່ານ​ຈະ​ຮູ້​ວ່າ ພັນທະ​ສັນ​ຍາ​ຊຶ່ງ​ພຣະ​ບິດາ​ໄດ້​ເຮັດ​ໄວ້​ກັບ​ລູກ​ຫລານ​ອິດສະ​ຣາເອນ​ກ່ຽວ​ກັບ​ການ​ກັບ​ຄືນ​ມາ​ຫາ​ແຜ່ນ​ດິນ​ຊຶ່ງ​ເປັນ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຂົາ​ນັ້ນ​ເລີ່ມ​ຈະ​ສຳ​ເລັດ​ແລ້ວ.

2 ແລະ ທ່ານ​ຈະ​ຮູ້​ວ່າ ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຊຶ່ງ​ສາດ​ສະ​ດາ​ຜູ້​ບໍ​ລິ​ສຸດ​ເວົ້າ​ໄວ້​ຈະ​ສຳ​ເລັດ​ທັງ​ໝົດ; ແລະ ທ່ານ​ບໍ່​ຄວນ​ເວົ້າ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ ຊັກ​ຊ້າ​ໃນ​ການ​ສະ​ເດັດ​ມາ​ຫາ​ລູກ​ຫລານ​ອິດສະ​ຣາເອນ.

3 ແລະ ທ່ານ​ບໍ່​ຄວນ​ຄິດ​ຢູ່​ໃນ​ໃຈ​ວ່າ ຄຳ​ທີ່​ເວົ້າ​ໄວ້​ນັ້ນ​ບໍ່​ມີ​ປະ​ໂຫຍດ, ເພາະ​ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ຈື່​ຈຳ​ພັນທະ​ສັນ​ຍາ​ຊຶ່ງ​ພຣະ​ອົງ​ໄດ້​ເຮັດ​ໄວ້​ກັບ​ຜູ້​ຄົນ​ຂອງ​ພຣະ​ອົງ​ຜູ້​ເປັນ​ເຊື້ອ​ສາຍ​ອິດສະ​ຣາເອນ.

4 ແລະ ເມື່ອ​ທ່ານ​ເຫັນ​ຂໍ້​ຄວາມ​ເຫລົ່າ​ນີ້​ອອກ​ມາ​ໃນ​ບັນ​ດາ​ພວກ​ທ່ານ, ເມື່ອ​ນັ້ນ​ທ່ານ​ບໍ່​ຄວນ​ໝິ່ນ​ປະ​ໝາດ​ການ​ກະ​ທຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອີກ​ຕໍ່​ໄປ, ເພາະ​ວ່າ ດາບ​ແຫ່ງ ຄວາມ​ຍຸດ​ຕິ​ທຳ​ຂອງ​ພຣະ​ອົງ​ຢູ່​ໃນ​ພຣະ​ຫັດ​ເບື້ອງ​ຂວາ​ຂອງ​ພຣະ​ອົງ; ແລະ ຈົ່ງ​ເບິ່ງ, ໃນ​ມື້​ນັ້ນ ຖ້າ​ຫາ​ກວ່າ​ທ່ານ​ໝິ່ນ​ປະ​ໝາດ​ການ​ກະ​ທຳ​ຂອງ​ພຣະ​ອົງ​ແລ້ວ ພຣະ​ອົງ​ຈະ​ເຮັດ​ໃຫ້​ມັນ​ຕາມ​ມາ​ທັນ​ທ່ານ​ຢ່າງ​ວ່ອງ​ໄວ.

5 ວິບັດ​ແກ່​ຄົນ​ທີ່ ໝິ່ນ​ປະ​ໝາດ​ການ​ກະ​ທຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ແທ້​ຈິງ​ແລ້ວ, ວິບັດ​ແກ່​ຄົນ​ທີ່ ປະ​ຕິ​ເສດ​ພຣະ​ຄຣິດ ແລະ ວຽກ​ງານ​ຂອງ​ພຣະ​ອົງ!

6 ແທ້​ຈິງ​ແລ້ວ, ວິບັດ​ແກ່​ຄົນ​ທີ່​ປະ​ຕິ​ເສດ​ການ​ເປີດ​ເຜີຍ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ເວົ້າ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ກະ​ທຳ​ວຽກ​ງານ​ໂດຍ​ການ​ເປີດ​ເຜີຍ, ຫລື ໂດຍ​ການ​ທຳ​ນາຍ, ຫລື ໂດຍ ຂອງ​ປະທານ, ຫລື ໂດຍ​ພາ​ສາ, ຫລື ໂດຍ​ການ​ປິ່ນ​ປົວ, ຫລື ໂດຍ​ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ຕໍ່​ໄປ​ອີກ​ແລ້ວ!

7 ແທ້​ຈິງ​ແລ້ວ, ແລະ ວິບັດ​ແກ່​ຜູ້​ທີ່​ຈະ​ເວົ້າ​ສິ່ງ​ນີ້​ອອກ​ມາ​ໃນ​ມື້​ນັ້ນ​ເພື່ອ​ຫາ ຜົນ​ປະ​ໂຫຍດ, ວ່າ​ມັນ ບໍ່​ມີ​ສິ່ງ​ມະຫັດ​ສະຈັນ​ເກີດ​ຂຶ້ນ​ໂດຍ​ພຣະ​ເຢຊູ​ຄຣິດ; ເພາະ​ຄົນ​ທີ່​ທຳ​ການ​ນີ້​ຈະ​ເປັນ​ດັ່ງ ບຸດ​ແຫ່ງ​ຄວາມ​ຈິບ​ຫາຍ, ຊຶ່ງ​ຄົນ​ເຊັ່ນ​ນີ້​ຈະ​ບໍ່​ໄດ້​ຮັບ​ຄວາມ​ເມດ​ຕາ​ເລີຍຕາມ​ພຣະ​ຄຳ​ຂອງ​ພຣະ​ຄຣິດ​ທີ່​ໃຫ້​ໄວ້!

8 ແທ້​ຈິງ​ແລ້ວ, ແລະ ທ່ານ​ບໍ່​ຄວນ ດູ​ຖູກ ຫລື ໝິ່ນ​ປະ​ໝາດ, ຫລື ເຍາະ​ເຍີ້ຍ ຊາວ​ຢິວ, ຫລື ຄົນ​ໃດ​ຜູ້​ທີ່​ເຫລືອ​ຢູ່​ຂອງ​ເຊື້ອ​ສາຍ​ອິດສະ​ຣາເອນ​ອີກ​ຕໍ່​ໄປ; ເພາະ​ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ຈື່​ຈຳ​ພັນທະ​ສັນ​ຍາ​ຂອງ​ພຣະ​ອົງ​ທີ່​ໃຫ້​ໄວ້​ກັບ​ພວກ​ເຂົາ, ແລະ ພຣະ​ອົງ​ຈະ​ກະ​ທຳ​ຕໍ່​ພວກ​ເຂົາ​ຕາມ​ທີ່​ພຣະ​ອົງ​ໄດ້​ສາບານ​ໄວ້.

9 ສະນັ້ນ ທ່ານ​ບໍ່​ຕ້ອງ​ຄິດ​ວ່າ ທ່ານ​ຈະ​ສາ​ມາດ​ຫັນ​ພຣະ​ຫັດ​ເບື້ອງ​ຂວາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄປ​ທາງ​ຊ້າຍ​ໄດ້, ເພື່ອ​ວ່າ​ພຣະ​ອົງ​ຈະ​ບໍ່​ດຳ​ເນີນ​ການ​ພິ​ພາກ​ສາ ຈົນ​ເຖິງ​ການ​ເຮັດ​ໃຫ້​ພັນທະ​ສັນ​ຍາ​ຊຶ່ງ​ພຣະ​ອົງ​ໄດ້​ເຮັດ​ໄວ້​ກັບ​ເຊື້ອ​ສາຍ​ອິດສະ​ຣາເອນ​ສຳ​ເລັດ.